ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 19

ເປົາໂລທີ່ເມືອງເອເຟໂຊ

1.ຂະນະອາໂປໂລດຢູ່ເມືອງໂກຣິນໂທ, ເປົາໂລໄດ້ເດີນທາງຜ່ານເຂດພາກເໜືອ, ແລ້ວກໍມາເຖິງເມືອງເອເຟໂຊ. ທີ່ນັ້ນ ທ່ານໄດ້ພົບພວກສັດຕະບຸຣຸດບາງຄົນ. 2.ທ່ານຈຶ່ງຖາມພວກເຂົາວ່າ: “ເມື່ອພວກທ່ານໄດ້ສະໝັກເຂົ້າເຊື່ອ, ພວກທ່ານໄດ້ຮັບພຣະຈິດເຈົ້າແລ້ວຫລືບໍ່?” ພວກເຂົາໄດ້ຕອບທ່ານວ່າ: “ພວກເຮົາບໍ່ໄດ້ຍິນກ່າວເລີຍວ່າມີພຣະຈິດເຈົ້າ.” 3.ທ່ານຈຶ່ງຖາມຢ້ຳວ່າ: “ດັ່ງນັ້ນ ແມ່ນພວກທ່ານໄດ້ຮັບສິນລ້າງອັນໃດ.” ພວກເຂົາຕອບວ່າ: “ແມ່ນສິນລ້າງຂອງຢວງ.” 4.ເປົາໂລຈຶ່ງກ່າວວ່າ: “ຢວງໄດ້ໂຜດສິນລ້າງແຫ່ງການເປັນທຸກກັບໃຈ, ໂດຍບອກໃຫ້ປະຊາຊົນເຊື່ອເຖິງຜູ້ທີ່ຈະມາພາຍຫລັງ, ຄືພຣະເຢຊູເຈົ້າ”. 5.ເມື່ອຍິນເປົາໂລກ່າວດັ່ງນັ້ນແລ້ວ ພວກເຂົາຈຶ່ງໄດ້ຮັບສິນລ້າງໃນນາມຂອງພຣະເຢຊູພຣະອົງເຈົ້າ. 6.ແລະເມື່ອເປົາໂລປົກມືເທິງພວກເຂົາ, ພຣະຈິດເຈົ້າກໍໄດ້ສະເດັດລົງໃນພວກເຂົາ, ແລະເຂົາທັງຫລາຍຫລາຍໄດ້ເລີ່ມປາກພາສາຕ່າງໆ ແລະທຳນາຍໄດ້. 7.ຈຳນວນເຂົາທັງໝົດ ເປັນຜູ້ຊາຍສິບສອງຄົນ. 8.ເປົາໂລໄດ້ເຂົ້າໄປກ່າວສົນທະນາໃນໂຮງທຳ ລະຫວ່າງ 3 ເດືອນ. ທ່ານໄດ້ກ່າວໂອ້ລົມກັບບັນດາຜູ້ຟັງ ເຖິງເລື່ອງພຣະຣາໄຊຂອງພຣະເຈົ້າ ແລະຊັກຊວນພວກເຂົາໃຫ້ເຊື່ອ. 9.ແຕ່ມີບາງຄົນໃຈແຂງກະດ້າງບໍ່ຍອມເຊື່ອ ແລະກ່າວຮ້າຍໃສ່ເລື່ອງແນວທາງນັ້ນຕໍ່ໜ້າພວກຜູ້ຟັງ, ເປົາໂລຈຶ່ງຕັດການພົວພັນກັບພວກເຂົາ ແລະຄັດເລືອກເອົາແຕ່ພວກສິດໄປຕ່າງຫາກ. ທຸກວັນ ທ່ານໄດ້ອົບຮົມພວກນີ້ໃນໂຮງຮຽນຂອງທ່ານຕີຣານໂນດ. 10.ທ່ານໄດ້ກະທຳດັ່ງນີ້ເປັນເວລາສອງປີ ຈຶ່ງຊ່ວຍໃຫ້ຄົນໃນເຂດແຂວງອາຊີ, ທັງພວກຢິວແລະພວກເກັຣກ, ໄດ້ຟັງພຣະວາຈາຂອງພຣະເຈົ້າ.

 

ນັກໄລ່ຜີຊາວຢິວ

11.ພຣະເຈົ້າໄດ້ຊົງບັນດານໃຫ້ເປົາໂລເຮັດການປະຫລາດອັດສະຈັນຫລາຍຢ່າງ, 12.ຈົນວ່າ ແມ່ນແຕ່ທ່ານຈະເອົາຜ້າເຊັດໜ້າຫລືຜ້າທີ່ຊູນຕົວທ່ານ ໄປວາງໃສ່ຄົນເຈັບໄຂ້ເທົ່ານັ້ນກໍພໍ, ພະຍາດໄດ້ຫາຍດີ ແລະຜີຮ້າຍກໍອອກໜີ; 13.ແຕ່ມີພວກໝໍໄລ່ຜີຊາວຢິວບາງຄົນທີ່ທ່ຽວໄປ, ລອງກ່າວໃນນາມຂອງພຣະເຢຊູພຣະອົງເຈົ້າ ໃສ່ພວກທີ່ຖືກຜີຮ້າຍເຂົ້າສິງດ້ວຍ. ພວກເຂົາກ່າວວ່າ: “ເຮົາບັງຄັບພວກເຈົ້າໃນນາມຂອງພຣະເຢຊູ ຊຶ່ງເປົາໂລປະກາດນັ້ນ”. 14.ພວກທີ່ເຮັດດັ່ງນີ້ ແມ່ນລູກຊາຍເຈັດຄົນຂອງເຊວາ, ຜູ້ເປັນຫົວໜ້າສົງຂອງພວກຢິວ. 15.ແຕ່ຜີຮ້າຍໄດ້ຕອບວ່າ: “ສ່ວນເຢຊູນັ້ນເຮົາກໍລຶ້ງເຄີຍກັບທ່ານຢູ່, ແລະເປົາໂລ ເຮົາກໍຮູ້ວ່າເຂົາແມ່ນໃຜ. ແຕ່ພວກເຈົ້າ, ພວກເຈົ້າແມ່ນໃຜ?” 16.ຄົນຜູ້ຖືກຜີສິງຈຶ່ງໂດດໃສ່ພວກເຂົາ, ບີບຄໍ ທຳຮ້າຍພວກເຂົາຢ່າງຮ້າຍຂາດ ຈົນພວກເຂົາຕ້ອງປົບໜີຈາກເຮືອນນັ້ນ, ໂດຍປະໂສ້ງເສື້ອ ແລະເປັນບາດແຜເຕັມຕົວ. 17.ຊາວເມືອງເອເຟໂຊຮູ້ເລື່ອງນັ້ນທຸກຄົນ, ຈະແມ່ນພວກຢິວຫລືພວກເກັຣກກໍດີ. ທຸກຄົນເກີດມີຄວາມຢ້ານກົວ ແລະພຣະນາມຂອງພຣະເຢຊູພຣະອົງເຈົ້າໄດ້ຮັບຄວາມຍົກຍ້ອງສໍລະເສີນ. 18.ຫລາຍຄົນໃນບັນດາຜູ້ເຊື່ອ ໄດ້ມາສາຣະພາບ ແລະເປີດເຜີຍການກະທຳຂອງພວກເຂົາ. 19.ພວກທີ່ຖືເວດມົນຄາຖາເປັນຈຳນວນມາກ ໄດ້ເອົາພັບຕຳລາເຂົາມາເຜົາໄຟຕໍ່ໜ້າທຸກຄົນ, ຊຶ່ງຄິດເປັນລາຄາທັງໝົດໄດ້ 50.000 ຫລຽນ. 20.ດັ່ງນີ້ ພຣະວາຈາຂອງພຣະອົງເຈົ້າຈຶ່ງແຜ່ທະວີແລະເຂັ້ມແຂງຂຶ້ນ.

 

V. ທີ່ກຸງໂຣມ

21.ພາຍຫລັງເຫດການເຫລົ່ານີ້ ເປົາໂລໄດ້ຕັດສິນໃຈຈະອອກເດີນທາງຜ່ານແຂວງມາເຊໂດນີອາແລະແຂວງອາກາຢາ ເພື່ອໄປນະຄອນເຢຣູຊາແລມ. ທ່ານເວົ້າວ່າ: “ເມື່ອຮອດນະຄອນເຢຣູຊາແລມແລ້ວ, ເຮົາຕ້ອງໄປກຸງໂຣມດ້ວຍ.” 22.ທ່ານຈຶ່ງໄດ້ສົ່ງຜູ້ຊ່ວຍສອງຄົນໄປຍັງແຂວງມາເຊໂດນີອາ ຄືຕີໂມເທແລະເອຣັດ, ສ່ວນທ່ານເອງຍັງຄ້າງຢູ່ແຂວງອາຊີຊົ່ວໄລຍະໜຶ່ງອີກ.

 

ການຈະລາຈົນທີ່ເມືອງເອເຟໂຊ

23.ໃນຄາວນັ້ນ ໄດ້ເກີດການວຸ້ນວາຍໃຫຍ່ກ່ຽວກັບເລື່ອງແນວທາງ. 24.ມີຄົນຜູ້ໜຶ່ງຊື່ເດເມຕຣີໂອ, ເປັນຊ່າງຫລອມເຄື່ອງເງິນ ແລະໄດ້ຫລອມຮູບພຣະວິຫານຂອງພະອາກເຕມິດດ້ວຍເງິນ, ຊ່ວຍໃຫ້ພວກຊ່າງມີງານພໍທຳ. 25.ເຂົາໄດ້ເອີ້ນເອົາພວກຊ່າງເຫລົ່ານີ້ເຂົ້າມາປະຊຸມ ພ້ອມທັງຊ່າງອື່ນທີ່ມີອາຊີບຄ້າຍຄືກັນ, ແລະໄດ້ເວົ້າກັບພວກເຂົາວ່າ: ພວກທ່ານສະຫາຍທັງຫລາຍ ພວກທ່ານກໍຮູ້ຢູ່ວ່າ ພວກເຮົາມີຢູ່ມີກິນກໍຍ້ອນການອຸດສະຫະກຳນີ້. 26.ແລະພວກທ່ານກໍຮູ້ແລະຍິນກ່າວວ່າ ບໍ່ແຕ່ສະເພາະທີ່ເມືອງເອເຟໂຊເທົ່ານັ້ນ ແຕ່ເກືອບແຂວງອາຊີ, ເປົາໂລຜູ້ນີ້ ໄດ້ຊັກຊວນເອົາຄົນຈຳນວນມາກ ໃຫ້ໄປຕາມແນວຄິດຂອງເຂົາ, ໂດຍຢັ້ງຢືນວ່າພະທີ່ສ້າງຂຶ້ນດ້ວຍມືມະນຸດນັ້ນ ບໍ່ແມ່ນພຣະເຈົ້າເລີຍ. 27.ເລື່ອງນີ້ອາດທຳໃຫ້ອາຊີບຂອງພວກເຮົາເສຍຊື່ສຽງໄປ, ແລະບໍ່ແມ່ນແຕ່ເທົ່ານັ້ນ, ພຣະວິຫານຂອງພະມະຫາອາກເຕ ມິດເອງ ກໍຈະໝົດຄວາມນັບຖື ແລະຜົນສຸດທ້າຍ ພະອາກເຕມິດຊຶ່ງເປັນທີ່ສັກກາລະຂອງອາຊີທັງໝົດແລະທົ່ວໂລກ ກໍຈະໝົດຊື່ສຽງໄປດ້ວຍ.” 28.ຍິນດັ່ງນັ້ນແລ້ວ, ພວກເຂົາກໍຮູ້ສຶກຢາກຮ້າຍຢ່າງໃຫຍ່ ແລະພ້ອມກັນຮ້ອງຂຶ້ນວ່າ: “ພະອາກເຕມິດຂອງຊາວເອເຟໂຊຊົງເປັນຜູ້ຍິ່ງໃຫຍ່”

29.ຄວາມວຸ້ນວາຍໄດ້ແຜ່ໄປທົ່ວເມືອງ. ພວກເຂົາໄດ້ຈັບເອົາກາໂຢແລະອາຣິດສະຕາກໂກ, ເພື່ອນຮ່ວມທາງຂອງເປົາໂລ, ຊຶ່ງເປັນຊາວມາເຊໂດນີອາ, ແລະພາຕົວແຫ່ໄປສູ່ສະໜາມລະຄອນ. 30.ສ່ວນເປົາໂລກໍຢາກໄປສະເໜີຕົວຕໍ່ໜ້າປະຊາຊົນ ແຕ່ພວກສັດຕະບຸຣຸດຫ້າມໄວ້. 31.ແມ່ນແຕ່ໃນຄະນະປົກຄອງແຂວງອາຊີ ບາງຄົນທີ່ເປັນມິດກັບເປົາໂລ,ກໍໄດ້ໃຊ້ຄົນໄປອ້ອນວອນທ່ານ ຫ້າມບໍ່ໃຫ້ທ່ານເຂົ້າໄປໃນສະໜາມລະຄອນ. 32.ພວກເຂົາຕ່າງຄົນຕ່າງແຕ່ຈະຮ້ອງ ເຮັດໃຫ້ກອງປະຊຸມວຸ້ນວາຍຫລາຍ, ແລະຫລາຍຄົນໃນພວກເຂົາບໍ່ຮູ້ເລີຍວ່າ ພວກເຂົາມາຊຸມກັນເພື່ອເລື່ອງໃດ. 33.ບາງຄົນໃນຝູງຊົນແລະພວກຢິວ ໄດ້ຊຸກຫລັງອາແລັກຊັນໂດຣອອກໄປຂ້າງນອກ. ທ່ານຈຶ່ງໂບກມືຂຶ້ນ ຕັ້ງໃຈຈະອະທິບາຍເລື່ອງຕໍ່ປະຊາຊົນ. 34.ແຕ່ເມື່ອພວກເຂົາສັງເກດຮູ້ວ່າ ທ່ານເປັນຄົນຢິວ, ພວກເຂົາຈຶ່ງຮ້ອງເປັນສຽງດຽວກັນຂຶ້ນ ເປັນເວລາປະມານສອງຊົ່ວໂມງ ວ່າ: “ພະອາກເຕມິດຂອງຊາວເອເຟໂຊ ຊົງເປັນຜູ້ຍິ່ງໃຫຍ່!” 35.ສຸດທ້າຍ ເລຂາທິການກໍສາມາດໃຫ້ປະຊາຊົນສະຫງົບລົງໄດ້ ແລະກ່າວວ່າ: “ຊາວເອເຟໂຊທັງຫລາຍເອີຍ, ມີໃຜໃນໂລກ, ຍັງບໍ່ຮູ້ວ່ານະຄອນເອເຟໂຊ ເປັນຜູ້ດູແລຮັກສາພຣະວິຫານຂອງພະມະຫາອາກເຕມິດ ແລະຮູບຂອງພຣະນາງ ຊຶ່ງຕົກມາຈາກຟ້າ? 36.ເລື່ອງນັ້ນເປັນເລື່ອງແນ່ນອນ ບໍ່ມີໃຜປະຕິເສດໄດ້ແລ້ວ, ດັ່ງນັ້ນ, ທ່ານທັງຫລາຍຈົ່ງສະຫງົບເສຍ ແລະບໍ່ຄວນກະທຳສິ່ງໃດດ້ວຍຄວາມຮີບຮ້ອນ. 37.ພວກທ່ານໄດ້ນຳຕົວຄົນເຫລົ່ານີ້ມາ: ພວກເຂົາບໍ່ມີຄວາມຜິດດ້ວຍການທຸລະຈານ ຫລືການໝິ່ນປະໝາດຕໍ່ພະພວກເຮົາເລີຍ 38.ຖ້າຫາກວ່າເດເມຕີຣໂອແລະພວກຊ່າງມີເລື່ອງບໍ່ພໍໃຈກັບຜູ້ໃດ, ວັນກຳໜົດເວລາກໍມີໄວ້ແລ້ວ, ຜູ້ປົກຄອງບ້ານເມືອງກໍມີຢູ່ແລ້ວດ້ວຍ: ໃຫ້ພວກເຂົາໄປຟ້ອງຫາກັນເອງ. 39.ແລະຖ້າພວກທ່ານຫາກມີຂໍ້ຫາອື່ນໃດ ພວກເຮົາກໍຈະຊຳຣະໃຫ້ໃນທີ່ປະຊຸມສາມັນ, 40.ຖ້າຫາກເປັນດັ່ງນີ້, ດ້ວຍການກະທຳຊຶ່ງໄດ້ເກີດຂຶ້ນໃນວັນນີ້, ພວກເຮົາອາດຖືກຟ້ອງຫາວ່າ ເປັນຜູ້ກໍ່ການວຸ້ນວາຍ, ຍ້ອນພວກເຮົາບໍ່ສາມາດອ້າງເຫດຜົນຂໍ້ໃດ ມາເປັນສາຍເຫດພຽງພໍ ເພື່ອອະທິບາຍການຊຸມນຸມຊົນຂະໜາດນີ້”. ເມື່ອກ່າວດັ່ງນີ້ແລ້ວ ທ່ານກໍສັ່ງໃຫ້ເລີກການປະຊຸມ.