ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 17
ທີ່ເມືອງເທຊະໂລນິກ
1.ເປົາໂລແລະສີລາໄດ້ຜ່ານເມືອງອຳພີໂປລິດແລະເມືອງອາໂປໂລນີອາ, ແລ້ວກໍມາເຖິງເມືອງເທຊະໂລນິກ ບ່ອນຊາວຢິວມີໂຮງທຳ. 2.ຕາມທີ່ທ່ານເຄີຍປະຕິບັດມາ, ເປົາໂລໄດ້ໄປພົບພວກຢິວຢູ່ທີ່ໂຮງທຳ. ໃນສາມວັນພຣະຕິດຕໍ່ກັນ ທ່ານໄດ້ສົນທະນາໂຕ້ຕອບກັບພວກເຂົາເລື່ອງພຣະຄຳພີ. 3.ທ່ານໄດ້ອະທິບາຍພຣະຄຳພີໃຫ້ເຂົາຟັງ, ໂດຍຊີ້ແຈງໃຫ້ເຫັນວ່າ ພຣະກຣິສໂຕເຈົ້າຈຳເປັນຕ້ອງທົນທຸກທໍຣະມານ ແລະກັບເປັນຄືນມາຈາກພວກຜູ້ຕາຍ, ແລ້ວທ່ານກ່າວວ່າ: ແລະພຣະກຣິສໂຕກໍແມ່ນພຣະເຢຊູເຈົ້າ ຊຶ່ງເຮົາປະກາດໃຫ້ພວກທ່ານຟັງນີ້ແຫລະ”. 4.ບາງຄົນໃນພວກເຂົາໄດ້ຍອມເຊື່ອ ແລະສະໝັກເຂົ້າເປັນພັກພວກກັບເປົາໂລແລະສີລາ, ພ້ອມດ້ວຍພວກນັບຖືພຣະເຈົ້າແລະພວກເກັຣກແລະບັນດາຍິງຜູ້ມີຊື່ສຽງເປັນຈຳນວນມາກ.
5.ແຕ່ພວກຢິວເກີດມີຄວາມອິດສາ, ຈຶ່ງໄປຄິດຄົບກັບພວກຄົນພານຕາມສະໜາມຫລວງ ແລ້ວພວກເຂົາກໍເຂົ້າບຸກເຮືອນຂອງຢາຊອນ, ຊອກຄົ້ນເອົາຕົວເປົາໂລແລະສີລາ ເພື່ອນຳໄປມອບໃຫ້ສານປະຊາຊົນ. 6.ພວກເຂົາບໍ່ພົບເປົາໂລແລະສີລາ, ຈຶ່ງນຳເອົາຢາຊອນແລະພີ່ນ້ອງບາງຄົນໄປມອບໃຫ້ຜູ້ປົກຄອງເມືອງ ພ້ອມຮ້ອງກ່າວຫາວ່າ: “ຄົນຈຳພວກນີ້ ຜູ້ໄດ້ກໍ່ການປະຕິວັດໃນທົ່ວໂລກ ໄດ້ມາຮອດທີ່ນີ້ແລ້ວ. 7.ແລະຢາຊອນໄດ້ຮັບຕ້ອນພວກເຂົາໃນເຮືອນຂອງຕົນ. ແລະຄົນຈຳນວນນີ້ທັງໝົດຂັດຕໍ່ພະດຳຣັດຂອງກະສັດເຊຊາ, ໂດຍຢືນຢັນວ່າຍັງມີກະສັດອື່ນອົງໜຶ່ງອີກຄື “ເຢຊູ”. 8.ດ້ວຍຂໍ້ຄວາມນັ້ນ, ພວກເຂົາໄດ້ເຮັດໃຫ້ປະຊາຊົນແລະຜູ້ປົກຄອງເກີດມີຄວາມຕື່ນຕົກໃຈ. 9.ກ່ອນຈະປ່ອຍຢາຊອນແລະຜູ້ອື່ນໄປ, ພວກປົກຄອງຈຶ່ງໄດ້ບັງຄັບໃຫ້ພວກເຂົາເສຍຄ່າປະກັນຕົວໄວ້.
ທີ່ເມືອງເບເຣອາ
10.ພວກພີ່ນ້ອງໄດ້ສົ່ງເປົາໂລແລະສີລາໄປເມືອງເບເຣອາທັນທີໃນຍາມກາງຄືນ ພໍໄປເຖິງພວກທ່ານກໍພາກັນໄປໂຮງທຳຂອງພວກຢິວ. 11.ຢິວພວກນີ້ມີຈິດໃຈສູງສົ່ງກວ່າຊາວເມືອງເທຊະໂລນິກ, ພວກເຂົາໄດ້ຮັບເອົາພຣະວາຈາດ້ວຍໃຈຮ້ອນຮົນ, ທຸກວັນ ພວກເຂົາທົດສອບເບິ່ງຂໍ້ຄວາມໃນພຣະຄຳພີ ເພື່ອຮູ້ວ່າທຸກສິ່ງຖືກຕ້ອງຫລືຢ່າງໃດ. 12.ຫລາຍຄົນໃນພວກເຂົາໄດ້ຍອມເຊື່ອ ແລະໃນພວກເກຣັກ ມີຜູ້ຍິງຄົນສຳຄັນ ທັງຜູ້ຊາຍອີກເປັນຈຳນວນມາກ ໄດ້ເຊື່ອດ້ວຍ. 13.ແຕ່ເມື່ອພວກຢິວເມືອງເທຊະໂລນິກຮູ້ວ່າ ເປົາໂລໄດ້ປະກາດພຣະວາຈາຂອງພຣະເຈົ້າທີ່ເມືອງເບເຣອາດ້ວຍ, ພວກເຂົາໄດ້ພ້ອມກັນມາທີ່ນັ້ນ ແລະຍຸຍົງປະຊາຊົນໃຫ້ກໍ່ຄວາມວຸ່ນວາຍຂຶ້ນ. 14.ທັນໃດ ພວກພີ່ນ້ອງຈຶ່ງສົ່ງເປົາໂລໄປທີ່ຝັ່ງທະເລ; ສ່ວນສີລາແລະຕີໂມເທຍັງຄ້າງຢູ່ທີ່ນັ້ນ. 15.ພວກທີ່ໄປສົ່ງເປົາໂລນັ້ນ ໄດ້ພາທ່ານໄປເຖິງເມືອງອາແທນ ແລ້ວຈຶ່ງນຳເອົາຄຳສັ່ງຂອງທ່ານກັບເມືອໃຫ້ສີລາແລະຕີໂມເທ ໄປຫາທ່ານໂດຍດ່ວນ.
ເປົາໂລທີ່ເມືອງອາແທນ
16.ເວລາເປົາໂລກຳລັງຄອຍຖ້າສີລາແລະຕີໂມເທທີ່ອາແທນນັ້ນ, ທ່ານຮູ້ສຶກຮ້ອນເຄືອງໃຈ ເພາະເຫັນເມືອງນັ້ນເຕັມດ້ວຍພະເທັດທຽມ. 17.ທ່ານຈຶ່ງໄປສົນທະນາກັບພວກຢິວແລະພວກທີ່ເຊື່ອພຣະເຈົ້າໃນໂຮງທຳ, ແລະທຸກໆວັນ ທ່ານໂອ້ລົມກັບບຸກຄົນທີ່ໄປມາຕາມສະໜາມຫລວງ. 18.ມີນັກປາດຈາກພວກເອປີກູຣີແລະຊະໂຕອີໂກໄດ້ມາພົບທ່ານ. ບາງພວກກ່າວວ່າ: “ມັນຢາກວ່າຫຍັງແທ້ ນົກແກ້ວຕົວນີ້?” ບາງພວກອີກກ່າວວ່າ: “ປາກົດຄືນັກໂຄສະນາເລື່ອງພະຕ່າງດ້າວ,” ຍ້ອນເປົາໂລປະກາດເຖິງພຣະເຢຊູເຈົ້າ ແລະການກັບເປັນຄືນມາ 19.ພວກເຂົາຈຶ່ງພາເປົາໂລໄປຍັງສະພາອາເຣໂອປັກ ໂດຍເວົ້າວ່າ: “ພວກເຮົາຂໍຮູ້ໄດ້ບໍວ່າ ຄຳສອນອັນໃໝ່ຊຶ່ງທ່ານປະກາດນັ້ນ ເປັນຢ່າງໃດແທ້? 20.ດ້ວຍວ່າທ່ານນຳເອົາເລື່ອງແປກປະຫລາດມາກ່າວໃຫ້ພວກເຮົາຟັງ, ພວກເຮົາຈຶ່ງຢາກຮູ້ວ່າ ເລື່ອງນີ້ມີຄວາມໝາຍຢ່າງໃດ.” 21.ຕາມຈິງ ຊາວເມືອງອາແທນທັງໝົດ ແລະບັນດາຊາວຕ່າງດ້າວທີ່ອາໄສຢູ່ທີ່ນັ້ນ ບໍ່ມີວິທີຂ້າເວລາຢ່າງອື່ນໃດ ນອກຈາກຈະກ່າວຫລືຟັງສິ່ງໃໝ່ໆ.
ຄຳປາໄສຂອງເປົາໂລ ທີ່ສະພາອາເຣໂອປັກ
22.ເປົາໂລຢືນຂຶ້ນຢູ່ກາງສະພາອາເຣໂອປັກ ກ່າວວ່າ: “ປະຊາຊົນຊາວເມືອງອາແທນທັງຫລາຍ, ໃນທຸກສິ່ງທຸກຢ່າງ, ຂ້າພະເຈົ້າເຫັນວ່າພວກທ່ານເປັນຜູ້ປະຕິບັດພະຕ່າງໆຢ່າງເຄັ່ງຄັດແທ້ ກວ່າມະນຸດທັງປວງ. 23.ດ້ວຍວ່າເວລາຂ້າພະເຈົ້າເດີນຜ່ານຕາມເມືອງຂອງພວກທ່ານ ແລະສັງເກດເບິ່ງຫໍທາດສັກສິດ, ຂ້າພະເຈົ້າໄດ້ພົບເຫັນແທ່ນໜຶ່ງ ຊຶ່ງມີຄຳຈາລຶກໄວ້ຢູ່ເທິງວ່າ: “ຖະຫວາຍແດ່ພະທີ່ບໍ່ຮູ້ຈັກ“. ສະນັ້ນ ພະຊຶ່ງພວກທ່ານນະມັດສະການໂດຍບໍ່ຮູ້ຈັກນັ້ນ ຂ້າພະເຈົ້ານີ້ເອງມາປະກາດໃຫ້ພວກທ່ານຮູ້. 24.ພຣະເຈົ້າຜູ້ໄດ້ສ້າງໂລກພິພົບແລະສັບພະສິ່ງທີ່ມີຢູ່, ຜູ້ຊົງເປັນເຈົ້າຟ້າສະຫວັນແລະແຜ່ນດິນໂລກ, ພຣະອົງບໍ່ຊົງສະຖິດຢູ່ໃນວິຫານທີ່ສ້າງດ້ວຍມືມະນຸດດອກ. 25.ພຣະອົງບໍ່ຕ້ອງການມີມະນຸດຮັບໃຊ້ດອກ, ເໝືອນກັບວ່າພຣະອົງຍັງຕ້ອງການສິ່ງໜຶ່ງສິ່ງໃດອີກ, ຍ້ອນພຣະອົງນີ້ເອງເປັນຜູ້ປະທານຊີວິດ, ປະທານລົມຫາຍໃຈ ແລະປະທານສັບພະສິ່ງໃຫ້ມະນຸດທຸກຄົນ. 26.ຖ້າພຣະອົງໄດ້ໃຫ້ມະນຸດຊາດ, ທີ່ໄດ້ຮັບກຳເນີດຈາກມະນຸດຄົນດຽວ, ແຜ່ໄປທົ່ວຜືນໂລກພິພົບ, ຖ້າພຣະອົງໄດ້ຊົງກຳໜົດເວລາ ແລະກຳໜົດເຂດທີ່ຢູ່ໃຫ້, 27.ກໍເພື່ອໃຫ້ມະນຸດເຮົາຊອກສະແຫວງຫາພຣະເຈົ້າໃຫ້ພົບພໍ້, ຖ້າເປັນໄດ້, ໂດຍງົມງວາຍ; ດັ່ງນີ້ພຣະເຈົ້າບໍ່ຊົງຢູ່ໄກພວກເຮົາແຕ່ລະຄົນ. 28.ດ້ວຍວ່າເດຊະພຣະອົງ ພວກເຮົາຈຶ່ງມີຊີວິດ, ຈຶ່ງເຄື່ອນໄຫວໄປມາແລະຄົງຢູ່ໄດ້, ເໝືອນດັ່ງນັກແຕ່ງກາບກອນບາງຄົນໃນພວກທ່ານໄດ້ຂຽນໄວ້: “ດ້ວຍວ່າພວກເຮົາກໍເປັນເຊື້ອສາຍຂອງພຣະເຈົ້າດ້ວຍ.”
29.ດັ່ງນີ້ຖ້າຫາກພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ, ພວກເຮົາບໍ່ຕ້ອງຄຶດວ່າ ພຣະເຈົ້າເປັນເໝືອນຄຳຫລືເງິນຫລືຫິນ ຊຶ່ງສະຫລັກແຕ້ມໄວ້ດ້ວຍສິນລະປະແລະປັນຍາຂອງມະນຸດເລີຍ. 30.ພຣະເຈົ້າຊົງຫລົງລືມສະໄໝທີ່ມະນຸດຍັງໂງ່ຈ້າຢູ່, ຈຶ່ງມາບັດນີ້ ພຣະອົງຊົງດຳຣັດສັ່ງມະນຸດເຮົາທຸກຄົນໃນທົ່ວທຸກບ່ອນໃຫ້ກັບຈິດປ່ຽນໃຈ, 31.ຍ້ອນວ່າພຣະອົງໄດ້ຊົງກຳໜົດວັນໜຶ່ງໄວ້ ເພື່ອຈະພິພາກສາໂລກຕາມຍຸຕິທຳ ໂດຍມະນຸດຜູ້ໜຶ່ງຊຶ່ງພຣະອົງໄດ້ຊົງແຕ່ງຕັ້ງໄວ້; ແລະມະນຸດທັງຫລາຍໄດ້ຮັບຄວາມແນ່ນອນໃນເລື່ອງນີ້ໄດ້ ກໍຍ້ອນພຣະອົງໄດ້ຊົງບັນດານໃຫ້ມະນຸດຜູ້ນັ້ນກັບເປັນຄືນມາຈາກພວກຜູ້ຕາຍ.” 32.ເມື່ອໄດ້ຍິນຄຳ “ກັບເປັນຄືນມາຈາກພວກຜູ້ຕາຍ”, ບາງຄົນກໍຫົວຂວັນ, ບາງຄົນເວົ້າວ່າ: “ພວກເຮົາຍັງຈະຍິນທ່ານກ່າວເລື່ອງນີ້ເທື່ອໃໝ່ອີກ.” 33.ກ່າວດັ່ງນີ້ແລ້ວ ເປົາໂລກໍໄດ້ອອກຈາກພວກເຂົາໄປ. 34.ແຕ່ກໍມີຜູ້ຊາຍບາງຄົນໄດ້ຕິດພັນກັບເປົາໂລແລະໄດ້ເຊື່ອ. ເດນີຊີໂອ, ສະມາຊິກສະພາອາເຣໂອປັກ, ເປັນຜູ້ໜຶ່ງໃນຈຳນວນນັ້ນ, ກັບຍິງຜູ້ໜຶ່ງຊື່ ດາມາຣິດ ແລະຍັງມີຄົນອື່ນອີກດ້ວຍ.