ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 16
ຕີໂມເທຮ່ວມທາງກັບເປົາໂລແລະສີລາ
1.ຕໍ່ຈາກນັ້ນ ເປົາໂລໄດ້ໄປຍັງເມືອງແດກເບ, ແລ້ວເມືອງລິດ. ທີ່ນັ້ນ ມີສິດຜູ້ໜຶ່ງຊື່ຕີໂມເທ, ເປັນລູກຊາຍຂອງຍິງຊາວຢິວຜູ້ໜຶ່ງ ທີ່ໄດ້ກັບໃຈເຊື່ອ ແຕ່ພໍ່ເຂົາເປັນຄົນເກັຣກ. 2.ພວກພີ່ນ້ອງທີ່ເມືອງລິດແລະອີໂກນີອຸມກໍຖືເຂົາເປັນຄົນມີຊື່ສຽງດີ. 3.ເປົາໂລໄດ້ຕັດສິນໃຈເອົາເຂົາໄປນຳ, ທ່ານໄດ້ໃຫ້ເຂົາຮັບພິທີສິນຕັດ, ຍ້ອນຊາວຢິວທີ່ຢູ່ໃນເຂດນັ້ນ. ໃຜໆກໍຮູ້ວ່າພໍ່ເຂົາເປັນຄົນເກັຣກ. 4.ເມື່ອພວກທ່ານຜ່ານໄປຕາມເມືອງຕ່າງໆ, ພວກທ່ານກໍໄດ້ປະກາດບັນຢັດ ຊຶ່ງພວກອັກຄະທຳມະທູດແລະພວກເຖົ້າແກ່ ທີ່ນະຄອນເຢຣູຊາແລມ ໄດ້ຕົກລົງກັນນັ້ນ ໃຫ້ເຂົາປະຕິບັດຖືຕາມ. 5.ດັ່ງນີ້ ພຣະກຣິສຕະຈັກຈຶ່ງເຂັ້ມແຂງຂຶ້ນໃນຄວາມເຊື່ອ ແລະທະວີຈຳນວນນັບມື້ນັບເຕີບໂຕຫລາຍຂຶ້ນ.
IV. ໃນທະວີບຢູໂຣບ: ອາແທນແລະໂກຣິນໂທ
6.ເນື່ອງຈາກພຣະຈິດເຈົ້າໄດ້ຊົງຫ້າມບໍ່ໃຫ້ປະກາດພຣະວາຈາໃນເຂດອາຊີ ພວກທ່ານຈຶ່ງໄດ້ເດີນຜ່ານເຂດແດນຟຣີຊີອາແລະກາລາຊີອາ. 7.ເມື່ອມາເຖິງເມືອງມີຊີອາ, ພວກທ່ານໄດ້ພະຍາຍາມເຂົ້າໄປໃນເຂດແດນເມືອງປີຕີນີອາ, ແຕ່ພຣະຈິດຂອງພຣະເຢຊູເຈົ້າບໍ່ຊົງອະນຸຍາດ 8.ພວກທ່ານຈຶ່ງໄດ້ເດີນທາງຜ່ານເມືອງມີຊີອາ ແລະໄດ້ລົງໄປສູ່ເມືອງໂຕຣອາດ. 9.ໃນຍາມກາງຄືນ ເປົາໂລໄດ້ເຫັນໃນນິມິດ: ມີຊາຍຊາວມາເຊໂດນີອາຜູ້ໜຶ່ງມາຢືນຢູ່ ອ້ອນ ວອນວ່າ: “ເຊີນຂ້າມໄປຊ່ວຍພວກຂ້ານ້ອຍທີ່ເມືອງມາເຊໂດນີອາດ້ວຍ.” 10.ໃນທັນທີ ຫລັງການນິມິດນີ້, ພວກເຮົາກໍຫາວິທີທາງເພື່ອຈະໄປເມືອງມາເຊໂດນີອາ ດ້ວຍ, ແນ່ໃຈວ່າ ພຣະເຈົ້າໄດ້ຊົງເອີ້ນພວກເຮົາ ໃຫ້ໄປປະກາດຂ່າວປະເສີດແກ່ຊາວເມືອງນັ້ນ.
ທີ່ເມືອງຟີລິບ
11.ພວກເຮົາໄດ້ລົງເຮືອທີ່ເມືອງໂຕຣອາດ ແລ້ວຕັດຊື່ໃສ່ເມືອງຊາໂມຕຣາດ, ແລ້ວມື້ຕໍ່ມາກໍໄປຍັງເມືອງເນອາໂປລິດ. 12.ຈາກນັ້ນ ພວກເຮົາກໍເຖິງເມືອງຟີລິບ, ອັນເປັນເມືອງເອກໃນເຂດມາເຊໂດນີອາ ແລະເປັນເມືອງຂຶ້ນຂອງກຸງໂຣມ. ພວກເຮົາໄດ້ຢຸດພັກຢູ່ທີ່ນັ້ນສອງສາມວັນ. 13.ເຖິງວັນພຣະມາ ພວກເຮົາໄດ້ອອກໄປນອກປະຕູເມືອງ ທີ່ແຄມຫ້ວຍນ້ຳແຫ່ງໜຶ່ງ, ບ່ອນປະຊາຊົນເຄີຍຮວມກັນພາວະນາ. ເມື່ອນັ່ງລົງແລ້ວ ພວກເຮົາກໍກ່າວສົນທະນາກັບພວກຜູ້ຍິງທີ່ມາໂຮມກັນ. 14.ໃນພວກຜູ້ຍິງນັ້ນ ມີຍິງຜູ້ໜຶ່ງ ຊື່ລີດີອາ ຟັງພວກເຮົາ; ເປັນແມ່ຄ້າຜ້າແພແດງ ຈາກເມືອງທີອາຕີ; ນາງນັບຖືພຣະເຈົ້າ, ພຣະອົງເຈົ້າໄດ້ເປີດຈິດໃຈນາງໃຫ້ຕິດໃຈນຳຄຳເວົ້າຂອງເປົາໂລ. 15.ເມື່ອນາງພ້ອມໄທເຮືອນຂອງນາງໄດ້ຮັບສິນລ້າງບາບແລ້ວ ນາງໄດ້ວອນຂໍພວກເຮົາດັ່ງນີ້: “ຖ້າພວກທ່ານຖືວ່າຜູ້ຂ້າເປັນສັດຕະບຸຣຸດຂອງພຣະອົງເຈົ້າແລ້ວ, ຂໍເຊີນພວກທ່ານມາພັກເຊົາໃນເຮືອນຜູ້ຂ້າ.” ແລະນາງກໍຈຳໃຈພວກເຮົາແທ້.
ເປົາໂລແລະສີລາຖືກຈຳຄຸກ
16.ຢູ່ມາມື້ໜຶ່ງ, ເວລາພວກເຮົາໄປບ່ອນພາວະນາ, ພວກເຮົາພົບຍິ່ງຄົນໃຊ້ຜູ້ໜຶ່ງ ທີ່ມີຜີໝໍດູສິງຢູ່; ນາງເຄີຍເຮັດໃຫ້ນາຍຂອງນາງເກັບເງິນໄດ້ເປັນຈຳນວນມາກຫລາຍດ້ວຍການດູມໍ. 17.ນາງເດີນຕາມພວກເຮົາໄປ, ເປົາໂລແລະພວກເຮົາ, ພ້ອມຮ້ອງວ່າ: “ຄົນຈຳພວກນີ້ເປັນຜູ້ຮັບໃຊ້ພຣະເຈົ້າຜູ້ສູງສຸດ; ພວກເພິ່ນປະກາດໃຫ້ພວກທ່ານຮູ້ເຖິງວີທີທາງແຫ່ງຄວາມຮອດ”. 18.ນາງເຮັດແນວນີ້ເປັນເວລາຫລາຍວັນ. ຜົນສຸດທ້າຍ, ເປົາໂລເມື່ອຍໄດ້ຍິນ, ຈຶ່ງອວ່າຍໜ້າໄປສັ່ງກັບຜີວ່າ: “ໃນນາມຂອງພຣະເຢຊູກຣິສໂຕ ເຮົາສັ່ງໃຫ້ເຈົ້າອອກຈາກຍິງນີ້”. ແລະທັນທີຜີກໍອອກໄປ. 19.ແຕ່ເມື່ອພວກນາຍຂອງຍິງນັ້ນເຫັນວ່າຕົນໝົດຫວັງຈະໄດ້ເງິນອີກແລ້ວ, ກໍໄດ້ຈັບເປົາໂລແລະສີລາແກ່ໄປສະຖານທີ່ຊຸມນຸມ ຕໍ່ໜ້າຄະນະຕັດສິນຄວາມ. 20.ແລະເມື່ອນຳພວກທ່ານໄປໃຫ້ຄະນະປົກຄອງແລ້ວ, ພວກເຂົາກ່າວຫາວ່າ: “ຄົນຈຳພວກນີ້ກໍ່ຄວາມວຸ້ນວາຍໃນເມືອງ, ພວກເຂົາເປັນຊາວຢິວ; 21.ແລະສັ່ງສອນຮີດຄອງປະເພນີ ຊຶ່ງພວກເຮົາຊາວໂຣມັນ ຈະຮັບເອົາຫລືປະຕິບັດບໍ່ໄດ້. 22.ປະຊາຊົນຕ່າງລຸກຮື້ຂຶ້ນຕໍ່ສູ້ພວກທ່ານ, ແລະສ່ວນພວກຜູ້ປົກຄອງກໍຈີກເສື້ອຜ້າຂອງຕົນ ແລະສັ່ງໃຫ້ຂ້ຽນຕີພວກທ່ານ. 23.ເມື່ອພວກເຂົາໄດ້ຂ້ຽນຕີພໍສົມຄວນແລ້ວ, ກໍໄດ້ເອົາພວກທ່ານໄປໃສ່ຄຸກໄວ້, ພ້ອມທັງສັ່ງທຳມະໂລງໃຫ້ຮັກສາໄວ້ດີໆ. 24.ຍ້ອນໄດ້ຮັບຄຳສັ່ງດັ່ງນີ້, ທຳມະໂລງຈຶ່ງໄດ້ເອົາພວກທ່ານໄວ້ຫ້ອງຊັ້ນໃນ ພ້ອມທັງໃສ່ກັບຕີນໄວ້ອີກ.
ການປົດປ່ອຍໜ້າປະລາດ
25.ພໍປະມານທ່ຽງຄືນ, ເປົາໂລແລະສີລາພ້ອມກັນພາວະນາ ໂດຍຮ້ອງເພງສັນຣະເສີນພຣະເຈົ້າ; ສ່ວນນັກໂທດອື່ນໆຕ່າງພາກັນຟັງ. 26.ໃນທັນໃດກໍເກີດແຜ່ນດິນໄຫວຢ່າງແຮງ ຈົນພື້ນຄຸກສັ່ນສະເທືອນ. ໃນເວລານັ້ນເອງ ປະຕູທຸກປ່ອງກໍເປີດອອກ, ແລະໂສ້ກໍຕົກອອກຈາກນັກໂທດທຸກຄົນ. 27.ເມື່ອທຳມະໂລງຮູ້ເມື່ອຕື່ນຂຶ້ນ, ແລະເຫັນປະຕູຄຸກທຸກປ່ອງໄຂຢູ່, ເຂົາຈຶ່ງຖອດດາບອອກ ຕັ້ງໃຈຈະຂ້າຕົວເອງຕາຍ, ຍ້ອນຄຶດວ່ານັກໂທດໄດ້ໂຕນໜີໄປໝົດແລ້ວ 28.ແຕ່ເປົາໂລຮ້ອງສຽງດັງຂຶ້ນວ່າ: “ຢ່າທຳຮ້າຍຕົວເອງເລີຍ, ຍ້ອນວ່າພວກເຮົາຍັງຢູ່ນີ້ໝົດ.” 29.ທຳມະໂລງຈຶ່ງຮ້ອງຂໍເອົາໄຟ ແລ້ວແລ່ນໄປ, ທັງສັ່ນທັງເຊັນ ຄູ້ເຂົ່າລົງແທບເທົ້າຂອງເປົາໂລແລະສີລາ. 30.ຕໍ່ໄປເຂົາໄດ້ນຳເອົາພວກທ່ານອອກມາຂ້າງນອກ ແລະກ່າວທູນວ່າ: “ພວກທ່ານເອີຍ, ຂ້າພະເຈົ້າຕ້ອງເຮັດແນວໃດເພື່ອຈະໄດ້ຮອດ? “31.ພວກທ່ານຕອບວ່າ: “ໃຫ້ເຈົ້າເຊື່ອໃນພຣະເຢຊູພຣະອົງເຈົ້າ ແລະເຈົ້າເອງພ້ອມທັງຄອບຄົວເຈົ້າກໍຈະໄດ້ຮອດ.” 32.ແລ້ວພວກທ່ານໄດ້ປະກາດພຣະວາຈາຂອງພຣະອົງເຈົ້າ ໃຫ້ເຂົາແລະທຸກຄົນໃນຄອບຄົວເຂົາຟັງ. 33.ທຳມະໂລງໄດ້ພາພວກທ່ານໄປພ້ອມໃນຊົ່ວໂມງກາງຄືນນັ້ນເອງ, ໄດ້ລ້າງບາດແຜໃຫ້ພວກທ່ານ, ທັງເຂົາແລະທຸກຄົນໃນຄອບຄົວ ໄດ້ຮັບສິນລ້າງບາບໃນເວລານັ້ນໂລດ. 34.ແລ້ວເຂົາກໍພາພວກທ່ານຂຶ້ນເມືອເຮືອນ, ຈັດໂຕະກິນລ້ຽງຂຶ້ນ. ເຂົາແລະພ້ອມຄອບຄົວທັງໝົດຮູ້ສຶກຍິນດີຫລາຍ ຍ້ອນໄດ້ເຊື່ອໃນພຣະເຈົ້າ.
35.ເມື່ອສະຫວ່າງແຈ້ງແລ້ວ, ຄະນະປົກຄອງໄດ້ໃຊ້ຕຳຫລວດໄປບອກທຳມະໂລງວ່າ: “ໃຫ້ປ່ອຍຄົນພວກນັ້ນເສຍ.” 36.ທຳມະໂລງກໍນຳເອົາຄຳສັ່ງນີ້ໄປແຈ້ງໃຫ້ເປົາໂລ: “ຄະນະປົກຄອງໄດ້ໃຊ້ຄົນມາບອກວ່າ ໃຫ້ປ່ອຍພວກທ່ານ. ດັ່ງນີ້ ເຊີນພວກທ່ານອອກແລະໄປໄດ້.” 37.ແຕ່ເປົາໂລກ່າວກັບພວກຕຳຫລວດວ່າ: “ເຂົາໄດ້ສັ່ງຂ້ຽນຕີພວກເຮົາ ຜູ້ເປັນຊົນຊາດໂຣມັນ ຕໍ່ໜ້າປະຊາຊົນ ແລະໂດຍບໍ່ມີການໄຕ່ສວນ, ແລ້ວໄດ້ເອົາພວກເຮົາຂັງຄຸກໄວ້. ມາບັດນີ້ ພວກເຂົາຈະປ່ອຍພວກເຮົາຢ່າງລັບໆຊັ້ນບໍ! ... 38.ພວກຕຳຫລວດໄດ້ນຳຄວາມນີ້ໄປແຈ້ງໃຫ້ຄະນະປົກຄອງຊາບ. ພວກເຂົາຕົກໃຈຢ່າງໃຫຍ່ ເມື່ອຮູ້ວ່າເປົາໂລແລະສີລາເປັນຊົນຊາດໂຣມັນ. 39.ພວກເຂົາຈຶ່ງພາກັນໄປໜ່ຽວວອນ ຂໍໃຫ້ພວກທ່ານອອກຈາກເມືອງໄປເສຍ. 40.ເມື່ອອອກຈາກຄຸກແລ້ວ ເປົາໂລແລະສີລາໄດ້ໄປເຮືອນຂອງນາງລີດີອາ ໄດ້ພົບເຫັນພວກພີ່ນ້ອງ ແລະໄດ້ຕຸກເຕືອນໃຫ້ກຳລັງໃຈພວກເຂົາ; ແລ້ວພວກທ່ານຈຶ່ງຈາກໄປ.