ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 15

ສັງຄາຍະນາທີ່ນະຄອນເຢຣູຊາແລມ

1.ໃນລະຫວ່າງນັ້ນ ມີບາງຄົນມາຈາກແຂວງຢູເດ ສອນພວກພີ່ນ້ອງວ່າ: “ຖ້າພວກເຈົ້າບໍ່ໄດ້ຮັບສິນຕັດຕາມຮີດຄອງຂອງທ່ານໂມແຊ, ພວກເຈົ້າຈະເອົາຕົວຮອດບໍ່ໄດ້.” 2.ເນື່ອງຈາກມີການວຸ້ນວາຍແລະຖົກຖຽງກັນຢ່າງດຸເດືອດ ລະຫວ່າງເປົາໂລແລະບາກນາບາກັບພວກນັ້ນແລ້ວ, ພວກເຂົາກໍໄດ້ຕົກລົງກັນໃຫ້ເປົາໂລ, ບາກນາບາ ແລະບາງຄົນໃນພວກນັ້ນຂຶ້ນເມືອນະຄອນເຢຣູຊາແລມ ເພື່ອສະເໜີບັນຫານີ້ຕໍ່ພວກອັກຄະທຳມະທູດແລະພວກເຖົ້າແກ່. 3.ບັນດາພີ່ນ້ອງຈຶ່ງນຳສົ່ງພວກທ່ານອອກເດີນທາງໄປ, ພວກທ່ານໄດ້ຜ່ານແຂວງເຟນີຊີ ແລະຊາມາຣີ, ພ້ອມໄດ້ເລົ່າເຖິງການກັບໃຈໃໝ່ຂອງຊາວຕ່າງສາດສະໜາ ອັນເຮັດໃຫ້ພີ່ນ້ອງທັງໝົດເກີດມີຄວາມປິຕິຍິນດີຫລາຍ. 4.ເມື່ອເຖິງນະຄອນເຢຣູຊາແລມແລ້ວ, ກໍໄດ້ຖືກຮັບຕ້ອນຈາກພຣະກຣິສຕະຈັກ, ຈາກພວກອັກຄະທຳມະທູດແລະພວກເຖົ້າແກ່, ແລະພວກທ່ານໄດ້ເລົ່າເຖິງເຫດການທັງໝົດ ຊຶ່ງພຣະເຈົ້າໄດ້ຊົງກະທຳກັບພວກທ່ານ. 6.ແຕ່ມີບາງຄົນຈາກພັກຟາຣີເຊວທີ່ໄດ້ກັບໃຈເຂົ້າເປັນກຣິສຕັງ ໄດ້ຢືນຂຶ້ນກ່າວວ່າ ພວກຕ່າງສາດ ສະໜາຈຳຕ້ອງໄດ້ຮັບພິທີສິນຕັດ ແລະຍອມຖືຕາມກົດບັນຢັດຂອງທ່ານໂມແຊ. 6.ພວກອັກຄະທຳມະທູດແລະພວກເຖົ້າແກ່ຈຶ່ງໄດ້ປະຊຸມກັນ ເພື່ອພິຈາລະນາບັນຫາຂໍ້ນີ້. 

7.ຫລັງຈາກໄດ້ສົນທະນາກັນຢ່າງຍືດຍາວແລ້ວ, ເປໂຕລຸກຂຶ້ນກ່າວວ່າ: “ພີ່ນ້ອງທັງຫລາຍ, ພວກພີ່ນ້ອງຮູ້ເລື່ອງນີ້ແລ້ວ ຄືແຕ່ຫົວທີນັ້ນ ພຣະເຈົ້າໄດ້ຊົງເລືອກຂ້າພະເຈົ້າໃນທ່າມກາງພວກພີ່ນ້ອງ, ເພື່ອໃຫ້ພວກຕ່າງສາດສະໜາໄດ້ຟັງຂ່າວປະເສີດຈາກປາກຂ້າພະເຈົ້າເອງ ແລະຍອມເຊື່ອ. 8.ແລະພຣະເຈົ້າຜູ້ຊົງຢັ່ງຮູ້ຈິດໃຈໄດ້ ກໍຊົງຢັ້ງຢືນເປັນພະຍານໃຫ້ເຂົາ ໂດຍປະທານໃຫ້ເຂົາໄດ້ຮັບພຣະຈິດເຈົ້າຢ່າງດຽວກັນກັບພວກເຮົາ. 9.ແລະພຣະອົງກໍບໍ່ໄດ້ຖືວ່າ ພວກເຂົາແຕກຕ່າງກັບພວກເຮົາເລີຍ ເພາະພຣະອົງໄດ້ຊຳຣະຈິດໃຈເຂົາໃຫ້ບໍລິສຸດດ້ວຍຄວາມເຊື່ອ. 10.ມາບັດນີ້ ເປັນຫຍັງພວກທ່ານຈຶ່ງຈະທົດລອງພຣະເຈົ້າ, ໂດຍຢາກວາງແອກໃສ່ຄໍພວກພີ່ນ້ອງ, ແອກນີ້ ບັນພະບຸຣຸດຂອງພວກເຮົາ ແລະພວກເຮົາເອງກໍແບກບໍ່ໄຫວຢູ່ ແລ້ວ? 11.ຢ່າງໃດກໍດີ ແມ່ນດ້ວຍເດຊະບຸນປາລະມີຂອງພຣະເຢຊູພຣະອົງເຈົ້າ ພວກເຮົາຈຶ່ງເຊື່ອວ່າໄດ້ຮອດ, ແບບດຽວກັນກັບພວກເຂົາດ້ວຍ.”

12.ກອງປະຊຸມທັງໝົດຈຶ່ງມິດງຽບ; ໃຜໆກໍງ່ຽງຫູຟັງບາກນາບາແລະເປົາໂລເລົ່າເຖິງໝາຍສຳຄັນແລະອັດສະຈັນຕ່າງໆ ຊຶ່ງພຣະເຈົ້າໄດ້ຊົງກະທຳດ້ວຍພວກທ່ານ ທ່າມກາງພວກຕ່າງສາດສະໜາ.

13.ເມື່ອພວກທ່ານຢຸດເລົ່າແລ້ວ, ຢາໂກເບອ້າປາກກ່າວວ່າ: “ພີ່ນ້ອງທັງຫລາຍ ກະລຸນາຟັງຂ້າພະເຈົ້າດ້ວຍ. 14.ຊີເມອອນໄດ້ເລົ່າໃຫ້ຟັງແລ້ວວ່າ ຕັ້ງແຕ່ຫົວທີ ພຣະເຈົ້າໄດ້ຊົງກະລຸນາເລືອກເອົາໄພ່ພົນກຸ່ມໜຶ່ງຈາກພວກຕ່າງສາດສະໜາ ໃຫ້ມາເປັນປະຊາກອນຂອງພຣະອົງ. 15.ອັນທີ່ຖືກຕ້ອງຕາມຄຳຂອງພວກປະພາສົກທີ່ມີຂຽນໄວ້ວ່າ: 16.“ພາຍຫລັງເຫດການນັ້ນ ເຮົາຈະກັບຄືນມາ ແລະເຮົາຈະຟື້ນຟູຜາມຂອງດາວິດທີ່ເພພັງລົງນັ້ນ ຂຶ້ນໃໝ່; ເຮົາຈະຟື້ນຟູເສດເທົ່າ ແລະຍົກຕັ້ງຜາມນັ້ນຂຶ້ນໃໝ່ອີກ 17.ເພື່ອໃຫ້ຄົນອື່ນໆໄດ້ສະແຫວງຫາພຣະອົງເຈົ້າ ດັ່ງດຽວກັນກັບບັນດານານາຊາດ ຊຶ່ງເຮົາໄດ້ເອີ້ນມາເປັນປະຊາກອນຂອງເຮົາ” 18.ພຣະອົງເຈົ້າຜູ້ໄດ້ຊົງແຈ້ງເຫດການເຫລົ່ານີ້ໃຫ້ຊາບແຕ່ໂບຮານນະການ ໄດ້ຊົງກ່າວໄວ້ດັ່ງນີ້ແລ. 19.ດ້ວຍເຫດນີ້, ຕາມຄວາມເຫັນຂອງຂ້າພະເຈົ້າ, ຂ້າພະເຈົ້າຄຶດວ່າ ບໍ່ຄວນລົບກວນພວກຕ່າງສາດສະໜາທີ່ກຳລັງກັບໃຈມາຫາພຣະເຈົ້າ. 20.ຈົ່ງໃຫ້ພວກເຂົາຖືແຕ່ສິ່ງເຫລົ່ານີ້ກໍພໍແລ້ວ ຄື: ໃຫ້ຫລີກເວັ້ນຈາກການກິນຊີ້ນຂ້າບູຊາຜີ, ຈາກການລ່ວງປະເວນີ, ຈາກການກິນຊີ້ນສັດທີ່ຖືກຂ້າດ້ວຍຮັດຄໍ ແລະຈາກການກິນເລືອດ. 21.ດ້ວຍວ່າ ແຕ່ສະໄໝກ່ອນ ກົດໝາຍໂມແຊກໍມີຜູ້ປະກາດປະຈຳຢູ່ໃນທຸກໆເມືອງ; ພວກນີ້ເຄີຍປະກາດພຣະທຳຂອງທ່ານຕາມໂຮງທຳໃນທຸກວັນພຣະ.”

 

ຈົດໝາຍຈາກພວກອັກຄະທຳມະທູດ

22.ພວກອັກຄະທຳມະທູດແລະພວກເຖົ້າແກ່ ພ້ອມດ້ວຍພຣະກຣິສຕະຈັກທັງໝົດ ຈຶ່ງຕົກລົງກັນເລືອກເອົາຜູ້ຕາງໜ້າບາງຄົນໃນພວກທ່ານ ເພື່ອສົ່ງໄປເມືອງອັນຕີໂອກີອາ ພ້ອມກັບເປົາໂລແລະບາກນາບາ. ແມ່ນຢູດາທີ່ມີຊື່ອີກວ່າ ບາກຊາບາ ແລະສີລາ, ທັງສອງເປັນຄົນມີຊື່ສຽງດີໃນພວກພີ່ນ້ອງ. 23.ພວກທ່ານໄດ້ຝາກຈົດໝາຍໄປພ້ອມນີ້ ມີໃຈຄວາມວ່າ: “ພວກຂ້າພະເຈົ້າ, ອັກຄະທຳມະທູດແລະເຖົ້າແກ່, ຮຽນພວກພີ່ນ້ອງຊາວຕ່າງສາດສະໜາ ທີ່ຢູ່ເມືອງອັນຕີໂອກີອາ ແຂວງຊີຣີແລະຊີລີຊີ ທີ່ນັບຖືທັງຫລາຍ. 24.ພວກຂ້າພະເຈົ້າໄດ້ຊາບວ່າ ມີບາງຄົນໃນພວກເຮົາໄດ້ທຳໃຫ້ເກີດຄວາມວຸ້ນວາຍດ້ວຍຄວາມປາກ ໃນທ່າມກາງພວກພີ່ນ້ອງ ທັງໄດ້ເຮັດໃຫ້ຈິດໃຈຂອງພວກພີ່ນ້ອງສະຫລົດສະເທືອນ, ພວກນັ້ນບໍ່ໄດ້ຮັບຄຳສັ່ງຢ່າງໃດຈາກພວກຂ້າພະເຈົ້າເລີຍ. 25.ດ້ວຍເຫດນີ້, ພວກຂ້າພະເຈົ້າຈຶ່ງໄດ້ພ້ອມພຽງກັນ ເຫັນດີເລືອກເອົາຜູ້ຕາງໜ້າ, ແລ້ວສົ່ງມາພ້ອມກັບບາກນາບາແລະເປົາໂລ ທີ່ຮັກຍິ່ງຂອງພວກຂ້າພະເຈົ້າ. 26.ເພິ່ນທັງສອງນີ້ໄດ້ມອບຊີວິດຂອງຕົນ ເພື່ອພຣະນາມຂອງພຣະເຢຊູກຣິສໂຕພຣະອົງເຈົ້າຂອງເຮົາ. 27.ດັ່ງນີ້ ພວກຂ້າພະເຈົ້າໄດ້ສົ່ງຢູດາແລະສີລາ ນຳເອົາຄວາມຄິດຄວາມເຫັນຂອງພວກຂ້າພະເຈົ້າເອງ ມາສະເໜີໃຫ້ພວກພີ່ນ້ອງຟັງປາກຕໍ່ປາກ. 28.ພຣະຈິດເຈົ້າແລະພວກຂ້າພະເຈົ້າເອງ ເຫັນຄວນບໍ່ມອບໝາຍໃຫ້ພວກພີ່ນ້ອງຕ້ອງແບກເອົາພາລະອັນໃດ ນອກຈາກສິ່ງທີ່ຈຳເປັນເທົ່ານັ້ນ ຄື: 29.ຢ່າກິນຊີ້ນຂ້າບູຊາຜີ, ຢ່າກິນເລືອດ ແລະຊີ້ນສັດທີ່ຖືກຂ້າດ້ວຍຮັດຄໍ ແລະຢ່າລ່ວງປະເວນີ. ຜູ້ໃດປະຕິບັດຕາມໄດ້ ຜູ້ນັ້ນກໍຈະກະທຳດີແລ. ສະບາຍດີ.”

30.ເມື່ອໄດ້ອຳລາກັນແລ້ວ, ເປົາໂລ ບາກນາບາ ຢູດາແລະສີລາ ກໍພ້ອມກັນລົງເຮືອໄປເມືອງອັນຕີໂອກີອາ. ເມື່ອໄປເຖິງແລ້ວ, ພວກທ່ານໄດ້ຮຽກປະຊຸມແລະມອບຈົດໝາຍໃຫ້ເຂົາ. 31.ເມື່ອໄດ້ເປີດອ່ານແລ້ວ, ໃຜໆກໍຮູ້ສຶກຍິນດີໃນຄຳໜຸນໃຈ ຊຶ່ງຈົດໝາຍນັ້ນນຳມາໃຫ້. 32.ຢູດາແລະສີລາ, ທີ່ເປັນນັກແຜ່ທຳດ້ວຍ, ໄດ້ກ່າວຕຸກເຕືອນພວກພີ່ນ້ອງໃຫ້ໝັ້ນຄົງເຂັ້ມແຂງຂຶ້ນ ດ້ວຍຄຳປາໄສອັນຍືດຍາວ. 33.ຫລັງຈາກນັ້ນເປັນເວລາດົນນານພໍສົມຄວນ, ພວກພີ່ນ້ອງກໍໄດ້ນຳສົ່ງຢູດາແລະສີລາ ພ້ອມກັບຄຳອວຍພອນສັນຕິສຸກ ໃຫ້ກັບເມື່ອຫາພວກທີ່ໄດ້ສົ່ງພວກທ່ານມາ... 34.ແຕ່ປາກົດວ່າ ສີລາຍັງຄ້າງຢູ່ທີ່ນັ້ນ, ຢູດາຜູ້ດຽວທີ່ໄດ້ກັບເມືອນະຄອນເຢຣູຊາແລມ. 35.ແຕ່ສ່ວນເປົາໂລແລະບາກນາບາ ຍັງຄ້າງຢູ່ເມືອງອັນຕີໂອກີອາອີກຕໍ່ໄປ. ຢູ່ທີ່ນັ້ນ ທ່ານທັງສອງພ້ອມພັກພວກອື່ນອີກຫລາຍຄົນ ໄດ້ສັ່ງສອນແລະ ປະກາດຂ່າວປະເສີດ, ພຣະວາຈາຂອງພຣະອົງເຈົ້າ.

 

ເປົາໂລແລະບາກນາບາແຍກກັນ

36.ຕໍ່ຈາກນັ້ນ, ເປົາໂລເວົ້າກັບບາກນາບາວ່າ: “ພວກເຮົາຈົ່ງພາກັນກັບເມືອຢ້ຽມຢາມພີ່ນ້ອງໃນທຸກເມືອງ ບ່ອນພວກເຮົາໄດ້ປະກາດພຣະວາຈາຂອງພຣະອົງເຈົ້າແລ້ວນັ້ນ, ເພື່ອຮູ້ວ່າພວກເຂົາເປັນແນວໃດ”. 37.ແຕ່ບາກນາບາຢາກເອົາຢວງ ຜູ້ມີຊື່ວ່າມັກໂກ ໄປນຳດ້ວຍ. 38.ສ່ວນເປົາໂລບໍ່ເຫັນພ້ອມທີ່ຈະເອົາຜູ້ໄດ້ໜີປະພວກທ່ານທີ່ແຂວງປຳຟີລີ ແລະບໍ່ຮ່ວມງານກັບພວກທ່ານ ໄປນຳ. 39.ຈຶ່ງໄດ້ເກີດການຖົກຖຽງກັນຢ່າງແຂງແຮງ ຈົນຈຳເປັນໄດ້ແຍກກັນ. ບາກນາບາໄດ້ເອົາມັກໂກ ແລ້ວລົງເຮືອໄປເມືອງໄຊປຣັດ 40.ສ່ວນເປົາໂລໄດ້ເລືອກເອົາສີລາ ແລະອອກເດີນທາງໄປ ຫລັງຈາກໄດ້ຮັບພອນຈາກພວກພີ່ນ້ອງ ໃຫ້ຢູ່ໃນສິນໃນພຣະພອນຂອງພຣະເຈົ້າ. 41.ທ່ານໄດ້ຜ່ານແຂວງຊີຣີແລະແຂວງຊີລີຊີ ໂດຍຕຸກເຕືອນໃຫ້ພຣະກຣິສຕະຈັກເຂັ້ມແຂງຂຶ້ນ.