ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 14
ເປົາໂລແລະບາກນາບາທີ່ເມືອງອີໂກນີອຸມ
1.ທີ່ເມືອງອີໂກນີອຸມ ພວກທ່ານໄດ້ເຂົ້າໄປປາໄສໃນໂຮງທຳຂອງຊາວຢິວດ້ວຍ, ຈົນວ່າພວກຢິວແລະພວກເກັຣກຈຳນວນມາກຫລາຍ ໄດ້ຍອມໃຈເຊື່ອ. 2.ແຕ່ວ່າພວກຢິວອື່ນທີ່ບໍ່ຍອມເຊື່ອ ໄດ້ຍຸຍົງພວກຕ່າງສາດສະໜາໃຫ້ຄຶດປ້ອງຮ້າຍຕໍ່ພວກສັດຕະບຸຣຸດ. 3.ເປົາໂລແລະບາກນາບາຈຶ່ງພັກເຊົາຢູ່ທີ່ນັ້ນເຫິງພໍສົມຄວນ, ເຕັມດ້ວຍຄວາມແນ່ນອນໃຈໃນພຣະອົງເຈົ້າ, ທີ່ຢັ້ງຢືນເປັນພະຍານເຖິງການເທດສອນຂອງພວກທ່ານ ໂດຍປະທານພຣະຄຸນໃຫ້ພວກທ່ານເຮັດການປະຫລາດອັດສະຈັນ. 4.ຊາວເມືອງແບ່ງເປັນສອງພວກ, ພວກໜຶ່ງຢູ່ຝ່າຍພວກຢິວ, ອີກພວກໜຶ່ງຢູ່ຝ່າຍພວກອັກຄະທຳມະທູດ. 5.ພວກຕ່າງສາດສະໜາແລະພວກຢິວພ້ອມທັງຫົວໜ້າພວກເຂົາ ຕຽມຈະທຳລາຍແລະແກວ່ງຫິນໃສ່ພວກທ່ານ. 6.ແຕ່ພວກທ່ານຮູ້ເລື່ອງ ຈຶ່ງໜີໄປອາໄສຢູ່ແຂວງລີກາໂອນີອາ ຄືເມືອງລິດ ເມືອງແດກເບ ແລະຢູ່ອ້ອມແອ້ມນັ້ນ. 7.ຢູ່ທີ່ນັ້ນພວກທ່ານກໍລົງມືປະກາດຂ່າວປະເສີດ.
ເປົາໂລ ແລະບາກນາບາທີ່ເມືອງລິດ
8.ທີ່ເມືອງລິດ ມີຊາຍຄົນໜຶ່ງນັ່ງຢູ່, ຂາເປ້ຍ, ເສຍອົງຄະແຕ່ເກີດ, ບໍ່ໄດ້ຍ່າງຈັກເທື່ອ. 9.ລາວຟັງເປົາໂລປາໄສ, ສ່ວນເປົາໂລ, ຈ້ອງຕາເບິ່ງຊາຍຜູ້ນັ້ນ ແລະເຫັນວ່າລາວມີຄວາມເຊື່ອພຽງພໍເພື່ອຫາຍດີໄດ້, 10.ທ່ານຈຶ່ງກ່າວຂຶ້ນດ້ວຍສຽງດັງວ່າ: “ຈົ່ງລຸກຂຶ້ນແລະຢືນໃຫ້ຊື່!” ຄົນເປ້ຍຜູດລຸກຂຶ້ນເທື່ອດຽວ ແລະຍ່າງໄດ້. 11.ເມື່ອປະຊາຊົນເຫັນເຫດການທີ່ເປົາໂລທຳນັ້ນ, ຕ່າງຮ້ອງຂຶ້ນເປັນພາສາລີກາໂອນີອາວ່າ: “ພຣະເຈົ້າຊົງເພດເປັນມະນຸດ ໄດ້ລົງມາທ່າມກາງພວກເຮົາ!” 12.ພວກເຂົາເອີ້ນບາກນາບາວ່າ ພະເຊີດ, ແລະເປົາໂລວ່າ ພະແຮກແມດ ຍ້ອນວ່າທ່ານເປັນຜູ້ປາໄສ. 13.ສ່ວນພຣະສົງຂອງພະເຊີດ ຊຶ່ງຕັ້ງຢູ່ໜ້າເມືອງ ກໍຈູງງົວເຖິກປະດັບດ້ວຍເຄື່ອງເອ້ ມາເຖິງປະຕູເມືອງ ພ້ອມໝູ່ປະຊາຊົນ ຕັ້ງໃຈວ່າຈະຂ້າຖະຫວາຍບູຊາ. 14.ເມື່ອຍິນຂ່າວດັ່ງນັ້ນ, ພວກອັກຄະທຳມະທູດບາກນາບາແລະເປົາໂລກໍຈີກເສື້ອຜ້າຂອງຕົນ ແລ້ວແລ່ນໄປຫາປະຊາຊົນພ້ອມຮ້ອງວ່າ: 15.“ທ່ານທັງຫລາຍເອີຍ, ແມ່ນພວກທ່ານເຮັດຫຍັງກັນນັ້ນ? ພວກເຮົາກໍເປັນມະນຸດທຳມະດາຢ່າງດຽວກັນກັບພວກທ່ານນັ້ນແລ້ວ, ພວກເຮົາມາປະກາດໃຫ້ພວກທ່ານປະພະທີ່ໄຮ້ປະໂຫຍດທັງຫລາຍນັ້ນ ແລະຫັນມາເຊື່ອເຖິງພຣະເຈົ້າຜູ້ຊົງຊີວິດ, ຜູ້ໄດ້ສ້າງຟ້າແຜ່ນດິນ ມະຫາສະໝຸດ ແລະທຸກສິ່ງທີ່ຢູ່ໃນນັ້ນ. 16.ໃນສະໄໝກ່ອນ ພຣະອົງໄດ້ປ່ອຍໃຫ້ບັນດາປະຊາຊາດເຮັດຮີດຄອງຂອງໃຜລາວ. 17.ເຖິງປານນັ້ນກໍດີ, ພຣະອົງບໍ່ໄດ້ໃຫ້ຂາດການເປັນພະຍານຢັ້ງຢືນເຖິງພຣະອົງ ດ້ວຍຄຸນຄວາມດີຕ່າງໆ ຄືພຣະອົງໄດ້ຊົງບັນດານໃຫ້ມີຝົນຕົກຈາກຟ້າສະຫວັນ ແລະໃຫ້ມີລະດູອຸດົມສົມບູນ ໂຜດໃຫ້ພວກທ່ານອີ່ມເຕັມໃຈດ້ວຍອາຫານຂອງກິນ ແລະດ້ວຍຄວາມຊື່ນຊົມຍິນດີ.” 18.ເຖິງແມ່ນໄດ້ກ່າວດັ່ງນັ້ນ, ພວກອັກຄະທຳມະທູດເກືອບຈະຫ້າມປະຊາຊົນບໍ່ໃຫ້ຖະຫວາຍບູຊາແກ່ຕົນ ບໍ່ໄດ້.
19.ພໍດີມີພວກຢິວມາຈາກເມືອງອັນຕີໂອກີອາແລະເມືອງອີໂກນີອຸມ, ພວກເຂົາໄດ້ຊັກຊວນປະຊາຊົນ ແລະພ້ອມກັນແກວ່ງຫິນໃສ່ເປົາໂລ, ແລ້ວໄດ້ແກ່ທ່ານອອກໄປນອກເມືອງ ໂດຍຄິດວ່າທ່ານຕາຍແລ້ວ. 20.ແຕ່ເມື່ອພວກສັດຕະບຸຣຸດມາຢືນອ້ອມທ່ານ, ທ່ານກໍລຸກຂຶ້ນ ແລ້ວເຂົ້າໃນເມືອງ. ມື້ຕໍ່ມາ ທ່ານໄດ້ໄປສູ່ເມືອງແດກເບພ້ອມກັບບາກນາບາ.21.ພວກທ່ານໄດ້ປະກາດຂ່າວປະເສີດໃນເມືອງນັ້ນ, ແລະເມື່ອໄດ້ສັດຕະບຸຣຸດຈຳນວນສົມຄວນແລ້ວ, ພວກທ່ານໄດ້ກັບເມືອເມືອງລິດ, ອີໂກນີອຸມ ແລະອັນຕີໂອກີອາ. 22.ທ່ານທັງສອງໄດ້ສັ່ງສອນພວກລູກສິດໃຫ້ມີໃຈເຂັ້ມແຂງ, ຕຸກເຕືອນເຂົາໃຫ້ໝັ້ນຄົງໃນຄວາມເຊື່ອ. ພວກທ່ານກ່າວວ່າ: “ຍ້ອນພວກເຮົາຈຳເປັນຕ້ອງໄດ້ຜ່ານຄວາມທຸກຍາກລຳບາກຕ່າງໆ ຈຶ່ງຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ.” 23.ພວກທ່ານໄດ້ຕັ້ງເຖົ້າແກ່ໄວ້ໃນທຸກໆວັດ, ແລະເມື່ອໄດ້ພາກັນຈຳເລີນພາວະນາແລ້ວ, ພວກທ່ານໄດ້ມອບທຸກຄົນໄວ້ໃນຄວາມດູແລຂອງ ພຣະອົງເຈົ້າຜູ້ເຂົາເຊື່ອຖື. 24.ແລ້ວພວກທ່ານໄດ້ຜ່ານແຂວງປີຊີດີ ໄປຮອດແຂວງປຳຟີລີ. 25.ແລະເມື່ອໄດ້ປະກາດພຣະວາຈາຢູ່ເມືອງແປກເຊແລ້ວ, ພວກທ່ານໄດ້ລົງໄປໃນເມືອງອັດຕາລີ. 26.ຈາກນັ້ນໄດ້ລົງເຮືອກັບເມືອເມືອງອັນຕີໂອກີອາອີກ, ບ່ອນພວກທ່ານໄດ້ຈາກມາ ຕິດຕາມດ້ວຍພຣະຄຸນຂອງພຣະເຈົ້າ ສຳລັບພາລະກິດຊຶ່ງພວກທ່ານຫາກໍໄດ້ກະທຳມາ. 27.ເມື່ອມາຮອດ ພວກທ່ານກໍໄດ້ຮຽກກອງປະຊຸມວັດຂຶ້ນ ແລະລາຍງານເຖິງກິດຈະການຕ່າງໆ ຊຶ່ງພຣະເຈົ້າໄດ້ຊົງກະທຳກັບພວກທ່ານ, ພ້ອມເລົ່າວ່າ ພຣະອົງໄດ້ຊົງເປີດປະຕູແຫ່ງຄວາມເຊື່ອໃຫ້ພວກຕ່າງສາດສະໜາຢ່າງໃດ. 28.ຕໍ່ຈາກນັ້ນ ພວກທ່ານກໍໄດ້ພັກເຊົາຢູ່ກັບພວກສັດຕະບຸຣຸດເປັນເວລາຍາວນານສົມຄວນ.