ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 13
ການປະກາດພຣະວາຈາໃນແຂວງອາຊີ
1.ໃນພຣະກຣິສຕະຈັກທີ່ເມືອງອັນຕີໂອກີອາ ມີພວກປະພາສົກແລະພວກສາດສະໜາຈານຄື: ບາກນາບາ, ຊີເມອອນ ຜູ້ຊື່ວ່າ“ດຳ”, ລູຊີໂອ ໄທຊີເຣເນ, ມານາອອນ, ເພື່ອນສະໜິດຂອງເຮຣັອດ, ຜູ້ເປັນເຈົ້າເມືອງ, ແລະເຊົາໂລ. 2.ມື້ໜຶ່ງ, ຂະນະທີ່ພວກເພິ່ນທຳພິທີສັກສິດ ແລະຖືສິນອົດອາຫານ, ພຣະຈິດເຈົ້າຊົງກ່າວກັບພວກເພິ່ນວ່າ: “ໃຫ້ພວກເຈົ້າຍົກບາກນາບາແລະເຊົາໂລ ອອກໄວ້ຕ່າງຫາກສຳລັບພາລະກິດ ຊຶ່ງເຮົາໄດ້ຮຽກໃຫ້ເຂົາມາຮັບເອົາ.” 3.ເມື່ອໄດ້ຮ່ວມກັນຈຳສິນພາວະນາແລ້ວ, ພວກນັ້ນກໍໄດ້ປົກມືໃຫ້ບາກນາບາແລະເຊົາໂລ ແລ້ວໄດ້ປ່ອຍໃຫ້ໄປປະຕິບັດພາລະກິດຂອງພວກທ່ານ.
ທີ່ເກາະໄຊປຣັດ
4.ເມື່ອໄດ້ຖືກສົ່ງໄປປະຕິບັດໜ້າທີ່ດ້ວຍພຣະຈິດເຈົ້າ, ທ່ານທັງສອງໄດ້ລົງໄປເຖິງເມືອງເຊລູຊີ, ຕໍ່ຈາກນັ້ນ ໄດ້ລົງເຮືອໄປເກາະໄຊປຣັດ. 5.ເມື່ອໄປເຖິງເມືອງຊາລາມິນ, ພວກທ່ານກໍເລີ່ມປະກາດພຣະວາຈາໃນໂຮງທຳຂອງຊາວຢິວ, ໂດຍມີຢວງເປັນຜູ້ຊ່ວຍ. 6.ຂະນະທີ່ທ່ຽວໄປທົ່ວເກາະ, ພວກທ່ານໄດ້ໄປເຖິງເມືອງປາໂຟດ ແລະໄດ້ພົບໝໍໂຫນຄົນໜຶ່ງ ປະພາສົກປອມຊາວຢິວ, ຊື່ວ່າ “ບາກເຢຊູ”. 7.ຜູ້ໜຶ່ງ, ໃນພັກພວກຂອງຜູ້ປົກຄອງ, ແຊກຊີໂອ ເປົາໂລ, ຜູ້ສະຫລຽວສະຫລາດ. ທ່ານຜູ້ນີ້ໄດ້ຂໍຮ້ອງໃຫ້ບາກນາບາແລະເຊົາໂລເຂົ້າພົບ, ຍ້ອນປາດຖະໜາຢາກຟັງພຣະວາຈາຂອງພຣະເຈົ້າ. 8.ແຕ່ວ່າໝໍໂຫນເອລີມາດ - ຊື່ເຂົາມີຄວາມໝາຍດັ່ງນີ້ - ເຮັດການຂັດສູ້ຕໍ່ບາກນາບາແລະເຊົາໂລ, ໂດຍຫາວິທີແຍກເອົາຜູ້ປົກຄອງອອກຈາກຄວາມເຊື່ອ. 9.ເຊົາໂລ - ຜູ້ມີຊື່ວ່າເປົາໂລດ້ວຍ - ເຕັມພຽບດ້ວຍພຣະຈິດເຈົ້າ, ຈຶ່ງຈ້ອງແສງຕາໃສ່ເຂົາ 10.ແລະເວົ້າທ້າໃສ່ເຂົາວ່າ: “ເຈົ້າ, ລູກປີສາດ, ເຈົ້າເຕັມແຕ່ເລ່ກົນແລະຄວາມຊົ່ວຊ້າທຸກຢ່າງ, ເຈົ້າ, ສັດຕູຂອງຄວາມຊອບທຳ, ເຈົ້າຈະບໍ່ເຊົາເຮັດໃຫ້ເສັ້ນທາງຊື່ຂອງພຣະອົງເຈົ້າ ຄົດລ້ຽວໄປຊັ້ນບໍ? 11.ນີ້ເດ ພະຫັດຂອງພຣະອົງເຈົ້າລົງມາເຖິງເຈົ້າດຽວນີ້ແລ້ວ ເຈົ້າຈະກາຍເປັນຄົນຕາບອດ ແລະເຈົ້າຈະບໍ່ເຫັນຕາເວັນເລີຍຊົ່ວໄລຍະໜຶ່ງ”.ໃນທັນໃດ ຄວາມມືດມົວໄດ້ຕົກໃສ່ເຂົາ ແລະເຂົາກໍປິ່ນງວ້າງໄປມາ ຊອກຫາຜູ້ຈູງມືໄປ.12.ເມື່ອເຫັນເຫດການທີ່ເປັນມາ, ຜູ້ປົກຄອງກໍຮັບເອົາຄວາມເຊື່ອ ແລະອັດສະຈັນໃຈຢ່າງໃຫຍ່ໃນພຣະທຳຄຳສອນຂອງພຣະອົງເຈົ້າ.
ທີ່ເມືອງອັນຕີໂອກີອາແຫ່ງປີຊີດີ
13.ຈາກເມືອງປາໂຟດ, ເປົາໂລແລະພັກພວກໄດ້ລົງເຮືອເດີນທາງໄປຍັງເມືອງແປກເຊແຫ່ງແຂວງປຳຟີລີ. ແຕ່ວ່າຢວງໄດ້ຈາກພວກເພິ່ນກັບເມືອນະຄອນເຢຣູຊາແລມ. 14.ສ່ວນພວກເພິ່ນໄດ້ເດີນທາງຕໍ່ໄປ, ກາຍເມືອງແປກເຊ ໄປເຖິງເມືອງອັນຕີໂອກີອາໃນແຂວງປີຊີດີເມື່ອເຖິງວັນພຣະ, ພວກເພິ່ນໄດ້ເຂົ້າໄປໃນໂຮງທຳແລະນັ່ງຟັງ. 15.ເມື່ອອ່ານພຣະບັນຢັດແລະໜັງສືປະພາສົກຈົບລົງແລ້ວ, ພວກຫົວໜ້າໂຮງທຳສົ່ງຄົນໄປບອກພວກເພິ່ນວ່າ: “ພີ່ນ້ອງເອີຍ, ຖ້າພວກທ່ານມີຄຳເຕືອນສະຕິປະການໃດສຳລັບສັດຕະບຸຣຸດ, ກໍເຊີນກ່າວໄດ້.”
ເປົາໂລເທດສະໜາໃຫ້ຊາວຢິວ
16.ເປົາໂລຈຶ່ງຢືນຂຶ້ນ, ໂບກມື, ແລ້ວກ່າວວ່າ: “ຊາວອິສຣາແອນແລະບັນດາທ່ານທີ່ຢ້ານຈຽມພຣະເຈົ້າ, ເຊີນຟັງ. 17.ພຣະເຈົ້າຂອງຊົນຊາດນີ້, ພຣະເຈົ້າແຫ່ງອິສຣາແອນ, ໄດ້ຊົງເລືອກສັນເອົາບັນພະບຸຣຸດຂອງພວກເຮົາ ແລະໄດ້ຊົງກະທຳໃຫ້ຊົນຊາດນີ້ແຜ່ຜາຍທະວີຂຶ້ນ ຕະຫລອດເວລາທີ່ຖືກເນລະເທດໃນປະເທດເອຢິບ. ແລ້ວພຣະອົງໄດ້ຊົງພາພວກເຂົາອອກຈາກປະເທດເອຢິບ ດ້ວຍຣິດທານຸພາບແຫ່ງພະຫັດຂອງພຣະອົງ. 18.ແລະໃນຊົ່ວໄລຍະປະມານ 40 ກວ່າປີ, ພຣະອົງໄດ້ຖະໜອມອູ້ມຊູເຂົາໃນທະເລຊາຍ. 19.ຕໍ່ຈາກນັ້ນ ພຣະອົງໄດ້ລ້າງຜານເຈັດຊົນຊາດໃນປະເທດຄານາອານ ແລ້ວໄດ້ຊົງມອບແຜ່ນດິນນັ້ນໃຫ້ເປັນກຳມະສິດຂອງເຂົາ. 20.ຫລັງຈາກນັ້ນ ປະມານ 450 ປີ, ພຣະອົງໄດ້ປະທານໃຫ້ເຂົາມີພວກຕຸລາການມາເປັນຜູ້ປົກຄອງ ຈົນເຖິງສະໄໝຂອງປະພາສົກຊາມູແອນ. 21.ພວກເຂົາຈຶ່ງຮ້ອງຂໍໃຫ້ມີກະສັດ; ພຣະເຈົ້າກໍຊົງປະທານຊາອູນບຸດຂອງຊິດ, ຈາກຕະກຸນຂອງເບັນຢາມິນ, ໃຫ້ເປັນກະສັດຂອງເຂົາຄົບ 40 ປີ. 22.ຕໍ່ມາ ພຣະເຈົ້າໄດ້ຊົງປົດຊາອູນ, ແລະແຕ່ງຕັ້ງດາວິດຂຶ້ນເປັນກະສັດຂອງເຂົາແທນ. ກ່ຽວກັບດາວິດ, ພຣະອົງໄດ້ຊົງກ່າວຢືນຢັນໄວ້ດັ່ງນີ້: “ເຮົາໄດ້ເຫັນດາວິດ, ບຸດຂອງແຢດເຊ, ເປັນຜູ້ຊອບພຣະໄທເຮົາ ແລະເປັນຜູ້ທີ່ຈະປະຕິບັດຕາມພຣະປະສົງຂອງເຮົາທຸກປະການ.”
23.ແມ່ນຈາກເຊື້ອສາຍຂອງດາວິດນີ້ແລ້ວ, ຕາມພຣະສັນຍາຂອງພຣະອົງ, ພຣະເຈົ້າໄດ້ຊົງບັນດານໃຫ້ອິສຣາແອນໄດ້ພຣະເຢຊູເຈົ້າ ມາເປັນອົງຜູ້ບັນດານຄວາມຮອດ. 24.ທ່ານ ຢວງໄດ້ເປັນນາຍທາງມາກ່ອນ ແລະໄດ້ຕຽມການສະເດັດມາຂອງພຣະອົງ ໂດຍໄດ້ເທດສະໜາເຖິງພິທີລ້າງແຫ່ງການເປັນທຸກກັບໃຈແກ່ຊາດອິສຣາແອນທົ່ວໄປ. 25.ໃນບັ້ນປາຍຊີວິດຂອງທ່ານ, ທ່ານໄດ້ກ່າວວ່າ: “ພວກທ່ານຄິດວ່າຂ້າພະເຈົ້າແມ່ນຜູ້ນັ້ນ ແຕ່ຂ້າພະເຈົ້າບໍ່ແມ່ນຜູ້ນັ້ນດອກ. ເຊີນແນມເບິ່ງຜູ້ກຳລັງມາພາຍຫລັງຂ້າພະເຈົ້າ, ຂ້າພະເຈົ້າບໍ່ສົມຈະແກ້ສາຍເກີບຂອງທ່ານຜູ້ນັ້ນຊ້ຳ.”
26.“ພີ່ນ້ອງທັງຫລາຍ, ພວກທ່ານຜູ້ເປັນບຸດຫລານຂອງຕະກູນອາບຣາຮຳ ແລະພວກທ່ານຜູ້ຢູ່ທີ່ນີ້, ຜູ້ຢ້ານຈຽມພຣະເຈົ້າ, ຂ່າວສານແຫ່ງຄວາມຮອດນີ້ ໄດ້ຖືກສົ່ງມາເພື່ອພີ່ນ້ອງທຸກຄົນ. 27.ເປັນທີ່ຊັດແຈ້ງແລ້ວວ່າ ຊາວນະຄອນເຢຣູຊາແລມແລະບັນດາຫົວໜ້າ ໄດ້ເຮັດໃຫ້ຖ້ອຍຄຳຂອງປະພາສົກສຳເລັດໄປໂດຍບໍ່ຮູ້, ຖ້ອຍຄຳຊຶ່ງພວກເຮົາອ່ານທຸກວັນພຣະ. 28.ເຖິງແມ່ນເຂົາບໍ່ເຫັນມີຄວາມຜິດເຖິງຕ້ອງຕາຍໃນພຣະອົງ, ພວກເຂົາກໍໄດ້ຕັດສິນລົງໂທດ ແລະຮ້ອງຂໍປີລາໂຕປະຫານພຣະອົງເສຍ. 29.ແລະເມື່ອພວກເຂົາໄດ້ປະຕິບັດໃຫ້ທຸກສິ່ງສຳເລັດໄປ ຕາມມີຂຽນໄວ້ກ່ຽວເຖິງພຣະອົງແລ້ວ, ພວກເຂົາໄດ້ເອົາສົບຂອງພຣະອົງລົງຈາກເສົາໄມ້ ແລ້ວໄດ້ເອົາໄປບັນຈຸໄວ້ໃນຄູຫາ. 30.ແຕ່ພຣະເຈົ້າໄດ້ໃຫ້ພຣະອົງຊົງກັບຄືນຊີບໃໝ່; 31.ໃນໄລຍະເວລາຫລາຍວັນ, ພຣະອົງໄດ້ຊົງປະຈັກຕົວຕໍ່ບັນດາຜູ້ໄດ້ຕິດຕາມພຣະອົງ ຈາກແຂວງຄາລີເລມານະຄອນເຢຣູຊາແລມ, ແມ່ນພວກນັ້ນແລ້ວ, ທີ່ຢັ້ງຢືນເປັນພະຍານໃຫ້ພຣະອົງຢູ່ດຽວນີ້ຕໍ່ໜ້າປະຊາຊົນ.
32.ສ່ວນພວກເຮົາ, ພວກເຮົາກໍປະກາດໃຫ້ພວກພີ່ນ້ອງຊາບເຖິງຂ່າວປະເສີດ: ພຣະເຈົ້າໄດ້ຊົງຖືຕາມພຣະສັນຍາ ຊຶ່ງມີໄວ້ກັບບັນພະບຸຣຸດຂອງພວກເຮົາ. 33.ພຣະເຈົ້າໄດ້ຊົງບັນດານໃຫ້ພຣະສັນຍານັ້ນສຳເລັດໄປແລ້ວ ເພື່ອປະໂຫຍດຂອງເຮົາ, ບັນດາບຸດຫລານຂອງພວກເພິ່ນ: ຄືພຣະອົງໄດ້ຊົງບັນດານໃຫ້ພຣະເຢຊູໄດ້ກັບຄືນຊີບ. ດັ່ງນີ້ຈຶ່ງມີຂຽນໄວ້ໃນບົດເພງສັນຣະເສີນບົດທີໜຶ່ງວ່າ: “ທ່ານແມ່ນບຸດຂອງເຮົາ, ເຮົາເອງໄດ້ໃຫ້ກຳເນີດແກ່ທ່ານໃນວັນນີ້.” 34.ສ່ວນເລື່ອງວ່າ ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງໄດ້ກັບເປັນຄືນມາຈາກບັນດາຜູ້ຕາຍ ແລະບໍ່ຕ້ອງເປື່ອຍເໜົ່າອີກນັ້ນ, ພຣະເຈົ້າກໍໄດ້ກ່າວໄວ້ດັ່ງນີ້: “ເຮົາຈະປະທານສິ່ງຂອງສັກສິດບໍລິສຸດ, ຊຶ່ງໄດ້ສັນຍາແກ່ດາວິດນັ້ນ, ໃຫ້ແກ່ທ່ານ, ແມ່ນສິ່ງຂອງອັນແທ້ຈິງ. 35.ດ້ວຍເຫດນີ້, ຍັງມີຂຽນໄວ້ໃນທີ່ອື່ນອີກວ່າ: ໂອພຣະອົງ, ພຣະອົງຈະບໍ່ປະໃຫ້ຜູ້ສັກສິດຂອງພຣະອົງເປື່ອຍເໜົ່າໄດ້. 36.ດັ່ງນີ້ແລ້ວ, ເມື່ອໄດ້ປະຕິບັດຕາມພຣະປະສົງຂອງພຣະເຈົ້າ ໃນຊົ່ວຊີວິດຂອງທ່ານແລ້ວ, ດາວິດກໍໄດ້ລ່ວງລັບໄປຢູ່ຮ່ວມກັບບັນພະບຸຣຸດ ແລະໄດ້ເປື່ອຍເໜົ່າໄປ. 37.ແຕ່ສ່ວນພຣະອົງ ຜູ້ພຣະເຈົ້າໄດ້ຊົງບັນດານໃຫ້ກັບຄືນຊີບນັ້ນ, ພຣະອົງບໍ່ໄດ້ເປື່ອຍເໜົ່າເລີຍ. 38.ດ້ວຍເຫດນີ້, ພີ່ນ້ອງເອີຍ, ຈົ່ງຮູ້ເລື່ອງນີ້ໄວ້ໃຫ້ດີ ຄືດ້ວຍເດຊະພຣະອົງນີ້ແຫລະ, ການຍົກໂທດໂຜດບາບຈຶ່ງໄດ້ຖືກປະກາດໃຫ້ພວກພີ່ນ້ອງ, ພ້ອມດ້ວຍການຊຳຣະຄົບບໍລິບູນ ຊຶ່ງພວກພີ່ນ້ອງບໍ່ສາມາດຮັບໄດ້ ດ້ວຍອາໄສກົດໝາຍຂອງໂມແຊ. 39.ເດຊະພຣະອົງນີ້ແຫລະ, ຜູ້ໃດເຊື່ອ ຈຶ່ງໄດ້ຮັບການຊຳຣະນັ້ນ. 40.ເພາະສະນັ້ນ ຈົ່ງລະວັງໄວ້ ເພື່ອບໍ່ໃຫ້ຖ້ອຍຄຳສາບແຊ່ງທາງປະພາສົກ ຕົກມາຖືກພວກພີ່ນ້ອງ, ຊຶ່ງມີກ່າວໄວ້ວ່າ: 41.“ສູ, ຜູ້ໝິ່ນປະໝາດເອີຍ, ເຊີນສູເບິ່ງ, ຈົ່ງປະຫລາດໃຈ ແລະໃຫ້ສູຈິບຫາຍເສຍ! ດ້ວຍວ່າໃນສະໄໝສູ ເຮົາຈະກະທຳເຫດການຊຶ່ງສູຈະບໍ່ຍອມເຊື່ອ, ແມ່ນຈະມີຜູ້ປະກາດກໍດີ.”42.ເວລາເປົາໂລແລະບາກນາບາອອກຈາກໂຮງທຳ, ພວກນັ້ນກໍຮ້ອງຂໍໃຫ້ພວກເພິ່ນປາໄສເຖິງເລື່ອງນີ້ອີກໃນວັນພຣະໜ້າ. 43.ເມື່ອພວກອື່ນເມື່ອໝົດແລ້ວ, ພວກຢິວແລະພວກເຂົ້າຮີດໃໝ່ຫລາຍຄົນທີ່ເຊື່ອຖືພຣະເຈົ້າ ພາກັນຕິດຕາມເປົາໂລແລະບາກນາບາໄປ. ເພິ່ນທັງສອງໄດ້ສົນທະນາກັບພວກເຂົາ ທັງໄດ້ຕຸກເຕືອນໃຫ້ໝັ້ນຄົງໃນພຣະຄຸນຂອງພຣະເຈົ້າ.
ເປົາໂລແລະບາກນາບາ ປາໄສໃຫ້ພວກຕ່າງສາດສະໜາ
44.ໃນວັນພຣະຕໍ່ມາ ເກືອບໝົດທັງເມືອງໄດ້ມາເຕົ້າໂຮມກັນເພື່ອຟັງພຣະວາຈາພຣະເຈົ້າ. 45.ເມື່ອເຫັນມະຫາຊົນເຫລົ່ານັ້ນ ພວກຢິວກໍຄິດອິດສາຢ່າງໃຫຍ່ ຈຶ່ງຕອບໂຕ້ດ້ວຍການດ່າປ້ອຍອັນຫຍາບຊ້າຕໍ່ຄຳສັ່ງສອນຂອງເປົາໂລ. 46.ເປົາໂລແລະບາກນາບາເລີຍກ່າວຕອບພວກເຂົາຢ່າງໃຈກ້າຫານວ່າ: “ຕາມຈິງແລ້ວ, ພວກເຮົາຄວນປະກາດພຣະວາຈາຂອງພຣະເຈົ້າໃຫ້ພວກທ່ານກ່ອນພວກອື່ນ, ແຕ່ຍ້ອນພວກທ່ານບໍ່ຍອມຮັບ ແລະຖືວ່າຕົນບໍ່ສົມກັບຊີວິດນິຣັນດອນ, ພວກເຮົາຈຶ່ງຫັນໄປຫາພວກຕ່າງສາດສະໜາ. 47.ຍ້ອນວ່າພຣະອົງເຈົ້າໄດ້ຊົງສັ່ງເຮົາວ່າດັ່ງນີ້: “ເຮົາໄດ້ແຕ່ງຕັ້ງເຈົ້າໄວ້ໃຫ້ເປັນຄວາມສະຫວ່າງຂອງນານາຊາດ ເພື່ອນຳເອົາຄວາມຮອດໄປທົ່ວມຸມໂລກ.” 48.ເມື່ອຍິນຄຳກ່າວນີ້ ພວກຕ່າງສາດສະໜາມີຄວາມຊື່ນຊົມຍິນດີ ພາກັນຍ້ອງຍໍສໍລະເສີນພຣະວາຈາຂອງພຣະອົງເຈົ້າ, ແລະທຸກຄົນຊຶ່ງພຣະເຈົ້າໄດ້ຊົງຮຽກໄປສູ່ຊີວິດນິຣັນດອນ ໄດ້ພາກັນເຊື່ອ. 49.ດັ່ງນັ້ນ ພຣະວາຈາຂອງພຣະອົງເຈົ້າຈຶ່ງໄດ້ແຜ່ຜາຍອອກໄປທົ່ວຂົງເຂດນັ້ນ. 50.ແຕ່ວ່າພວກຢິວໄດ້ຍຸຍົງພວກຜູ້ຍິງໃຈສັດທາແລະຮອບຄອບ ພ້ອມດ້ວຍພວກເຖົ້າຂຸນໃນເມືອງ, ພວກເຂົາໄດ້ກໍ່ການບຽດບຽນຕໍ່ຕ້ານເປົາໂລແລະບາກນາບາຂຶ້ນ ແລະໄດ້ໄລ່ພວກເພິ່ນທັງສອງອອກຈາກດິນແດນເຂົາໄປ. 51.ເພິ່ນທັງສອງໄດ້ສັ່ນຂີ້ຝຸ່ນຈາກຕີນ ແລ້ວພາກັນມຸ່ງໜ້າໄປສູ່ເມືອງອີໂກນີອຸມ. 52.ສ່ວນບັນດາພວກສານຸສິດ, ພວກເຂົາເຕັມດ້ວຍຄວາມຍິນດີແລະດ້ວຍພຣະຈິດເຈົ້າ.