ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 12
ເປໂຕຖືກຈັບແລະຖືກປົດປ່ອຍຢ່າງອັດສະຈັນ
1.ໃນເວລານັ້ນ ກະສັດເຮຣັອດໄດ້ສັ່ງໃຫ້ຈັບສະມາຊິກລາງຄົນໃນພຣະກຣິສຕະຈັກມາ ຂູ່ທໍຣະມານ. 2.ທ່ານໄດ້ສັ່ງໃຫ້ປະຫານຊີວິດຢາໂກເບ, ອ້າຍຂອງຢວງ, ດ້ວຍງ້າວ. 3.ເຫັນການກະທຳດັ່ງນີ້ເປັນທີ່ພໍໃຈຊາວຢິວ, ທ່ານຈຶ່ງສັ່ງໃຫ້ຈັບເປໂຕດ້ວຍ - ແມ່ນລະຫວ່າງວັນກິນເຂົ້າປັງບໍ່ມີເຊື້ອ. 4.ທ່ານໄດ້ສັ່ງໃຫ້ຈັບເປໂຕ ແລ້ວເອົາໄປຂັງໄວ້ ແລະແຕ່ງທະຫານຍາມສີ່ໝວດ ໝວດລະສີ່ຄົນ ເຝົ້າຮັກສາໄວ້; ທ່ານຕັ້ງໃຈຈະເອົາເປໂຕອອກຕັດສິນຕໍ່ໜ້າປະຊາຊົນ ຫລັງວັນສະຫລອງປາສກາ. 5.ໃນເວລາເປໂຕຖືກຈຳຄຸກຢູ່ນັ້ນ, ພຣະກຣິສຕະຈັກກໍພາກັນພາວະນາວອນຂໍພຣະເຈົ້າ ອຸທິດໃຫ້ທ່ານຢ່າງບໍ່ຢຸດເຊົາ.
6.ພໍດີຄືນກ່ອນວັນທີ່ເຮຣັອດຈະເອົາທ່ານອອກຕັດສິນ, ເປໂຕນອນຫລັບຢູ່ລະຫວ່າງກາງທະຫານສອງຄົນ; ມີໂສ້ສອງເສັ້ນຜູກທ່ານໄວ້, ແລະຢູ່ໜ້າປະຕູຄຸກກໍມີທະຫານເຝົ້າຍາມຢູ່ດ້ວຍ. 7.ທັນໃດນັ້ນ, ເທວະດາຂອງພຣະອົງເຈົ້າປະຈັກມາ ແລະທົ່ວຄຸກກໍຮຸ່ງແຈ້ງດ້ວຍແສງສະຫວ່າງ. ເທວະດາຄວັກສ້ວງເປໂຕ ແລະປຸກທ່ານໃຫ້ລຸກ, ກ່າວວ່າ: “ລຸກຂຶ້ນໄວໆ”. ແລະໂສ້ກໍຫລຸດອອກຈາກແຂນທ່ານ. 8.ເທວະດາຈຶ່ງກ່າວກັບທ່ານວ່າ: “ຈົ່ງຄັດສາຍແອວແລະໃສ່ເກີບ.” ເປໂຕຈຶ່ງເຮັດຕາມຄຳສັ່ງ. ເທວະດາກ່າວຕື່ມວ່າ: “ຈົ່ງນຸ່ງເສື້ອຕຸ້ມ ແລະຕາມຫລັງເຮົາໄປ.” 9.ເປໂຕກໍຕາມຫລັງເທວະດາອອກໄປ, ໂດຍບໍ່ຮູ້ວ່າສິ່ງທີ່ເທວະດາທຳຢູ່ນັ້ນ ເປັນເລື່ອງຈິງແທ້; ແຕ່ທ່ານຄິດວ່າກຳລັງຝັນໄປຊື່ໆ. 10.ພວກເພິ່ນໄດ້ຜ່ານໄປດັ່ງນີ້, ກາຍຍາມຊັ້ນທີໜຶ່ງແລະທີສອງ ມາຮອດປະຕູເຫລັກຊຶ່ງຢູ່ທາງດ້ານເມືອງ. ປະຕູນັ້ນໄດ້ໄຂອອກເອງຕໍ່ໜ້າພວກເພິ່ນ. ພວກເພິ່ນໄດ້ອອກໄປທາງນອກ, ພ້ອມກັນຍ່າງຈົນສຸດຖະໜົນສາຍໜຶ່ງ, ແລ້ວເທວະດາກໍລັບຫາຍໄປໃນທັນໃດ. 11.ເວລານັ້ນເປໂຕຮູ້ເມືອຕົວ ຈຶ່ງກ່າວວ່າ: “ບັດນີ້ເຮົາຮູ້ແນ່ວ່າ ພຣະອົງເຈົ້າໄດ້ສົ່ງເທວະດາຂອງພຣະອົງມາຊ່ວຍເຮົາ ແລະໄດ້ຍາດເອົາເຮົາອອກຈາກເງື່ອມມືຂອງກະສັດເຮຣອດ ແລະຈາກການປອງຮ້າຍຕ່າງໆຂອງພວກຢິວ.”
12.ເມື່ອຈື່ບ່ອນໄດ້ແລ້ວ, ທ່ານກໍໄປເຮືອນຂອງມາຣີອາແມ່ຂອງຢວງ ຜູ້ມີຊື່ວ່າມາກ ໂກ. ຢູ່ທີ່ນັ້ນມີຫລາຍຄົນກຳລັງຊຸມນຸມກັນສວດພາວະນາຢູ່. 13.ເປໂຕເຄາະປະຕູເຮືອນ ແລະຍິງຄົນໃຊ້ຜູ້ໜຶ່ງຊື່ໂຣເດໄດ້ໄປຟັງ. 14.ນາງຈື່ສຽງຂອງເປໂຕ, ແຕ່ດ້ວຍຄວາມດີໃຈ,ແທນທີ່ຈະໄຂປະຕູ, ນາງແລ່ນຄືນເຂົ້າໃນເຮືອນ, ເພື່ອຂ່າວວ່າ ເປໂຕມາຮອດປະຕູແລ້ວ. 15.ຜູ້ອື່ນໆຈຶ່ງຕອບລາວວ່າ: “ເຈົ້າເປັນບ້າແລ້ວບໍ່!” ແຕ່ນາງຢືນຢັນວ່ານາງເວົ້າແທ້. ພວກນັ້ນຈຶ່ງວ່າ: “ຊັ້ນກໍແມ່ນເທວະດາຮັກສາຕົວເພິ່ນຕີ້!” 16.ສ່ວນເປໂຕເຄາະປະຕູຕໍ່ໄປ. ເມື່ອໄຂປະຕູແລ້ວ, ພວກເຂົາກໍເຫັນວ່າແມ່ນທ່ານແທ້ ຕ່າງຈຶ່ງພາກັນງົງງຶດອັດສະຈັນໃຈຢ່າງໃຫຍ່. 17.ແຕ່ເປໂຕໃຊ້ມືເຮັດສຳຄັນໃຫ້ພວກເຂົາມິດ, ແລະເລົ່າໃຫ້ພວກເຂົາຟັງວ່າ ພຣະອົງເຈົ້າໄດ້ປົດປ່ອຍທ່ານອອກຈາກຄຸກຢ່າງໃດ. ທ່ານເສີມວ່າ: “ຈົ່ງຂ່າວໃຫ້ຢາໂກເບແລະພວກພີ່ນ້ອງຊາບ”. ແລ້ວນັ້ນທ່ານກໍອອກໄປບ່ອນໃໝ່. 18.ພໍແຈ້ງມາ, ກໍເກີດການສົນລະວົນຢ່າງໃຫຍ່ໃນທ່າມກາງພວກທະຫານ: ເປໂຕເປັນໄປແນວໃດແລ້ວ? 19.ສ່ວນກະສັດເຮຣັອດ, ຫລັງຈາກໄດ້ສັ່ງໃຫ້ຊອກຫາເປໂຕບໍ່ເຫັນແລ້ວ, ກໍຮຽກພວກທະຫານຍາມເຂົ້າມາສືບຖາມ ແລະໄດ້ສັ່ງໃຫ້ປະຫານຊີວິດພວກເຂົາເສຍ. ຕໍ່ຈາກນັ້ນ ທ່ານໄດ້ຈາກແຂວງຢູເດ ລົງໄປປະຈຳຢູ່ເຊຊາເຣ.
ເຮຣັອດເຖິງແກ່ມໍລະນະກຳ
20.ເຮຣັອດມີຄວາມຄຽດແຄ້ນຕໍ່ຊາວຕີໂຣແລະຊີດອນ, ແຕ່ພວກນີ້ໄດ້ພ້ອມກັນເຂົ້າໄປຫາທ່ານ, ເມື່ອພວກເຂົາໄດ້ຕິດຕໍ່ເອົາໃຈບາລາດສະໂຕ, ກົມມະວັງຂອງກະສັດແລ້ວ ພວກເຂົາໄດ້ວອນຂໍເປັນມິດໄມຕີກັບກະສັດ, ຍ້ອນວ່າເມືອງພວກເຂົາອາໄສອາຫານລ້ຽງຊີບຈາກແຜ່ນດິນຂອງກະສັດ. 21.ເມື່ອເຖິງວັນນັດແລ້ວ, ເຮຣັອດທົງເຄື່ອງກະສັດ ແລະຂຶ້ນປະທັບບົນພຣະບັນລັງ, ໃນຂະນະທີ່ທ່ານຊົງມີດຳຣັດຕໍ່ພວກເຂົານັ້ນ 22.ປະຊາຊົນກໍຮ້ອງຂຶ້ນວ່າ: “ແມ່ນພຣະເຈົ້າຊົງປາໄສ, ບໍ່ແມ່ນມະນຸດ!” 23.ແຕ່ໃນເວລານັ້ນເອງ, ເທວະດາຂອງພຣະອົງເຈົ້າໄດ້ລົງໂທດທ່ານ, ຍ້ອນທ່ານບໍ່ໄດ້ຖະຫວາຍພະກຽດແດ່ພຣະເຈົ້າ; ແລ້ວເກີດມີໜອນກັດກິນຮ່າງກາຍຂອງທ່ານຈົນສິ້ນໃຈ. 24.ພ້ອມກັນນັ້ນ, ພຣະທຳຄຳສອນຂອງພຣະເຈົ້າກໍແຜ່ຈະເລີນທະວີຂຶ້ນ. 25.ສ່ວນບາກນາບາແລະເຊົາໂລ, ເມື່ອປະຕິບັດພາລະໜ້າທີ່ໃຫ້ສຳເລັດບໍລິບູນແລ້ວ, ພວກທ່ານກໍໄດ້ຈາກນະຄອນເຢຣູຊາແລມກັບເມືອ ພ້ອມທັງເອົາຢວງ ຜູ້ຊື່ວ່າມັກໂກ ໄປນຳດ້ວຍ.