ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 11

ເປໂຕທຳຄວາມເຂົ້າໃຈກັບພວກຢິວ

1.ແຕ່ວ່າພວກອັກຄະທຳມະທູດແລະພວກສັດຕະບຸຣຸດທີ່ແຂວງຢູເດ ໄດ້ຊາບຂ່າວວ່າ: ພວກນານາຊາດກໍໄດ້ຮັບພຣະວາຈາຂອງພຣະເຈົ້າດ້ວຍ. 2.ດັ່ງນັ້ນ, ເມື່ອເປໂຕຂຶ້ນໄປນະຄອນເຢຣູຊາແລມ, ພວກໄດ້ຮັບສິນຕັດຈຶ່ງຕິຕຽນທ່ານ. 3.ພວກເຂົາຖາມທ່ານວ່າ: “ເປັນຫຍັງທ່ານຈຶ່ງໄດ້ເຂົ້າໃນເຮືອນພວກບໍ່ໄດ້ຮັບສິນຕັດ ແລະໄດ້ຮັບປະທານຮ່ວມກັບພວກນັ້ນ?”4.ເປໂຕຈຶ່ງຕັ້ງຕົ້ນອະທິບາຍເລື່ອງທັງໝົດໃຫ້ພວກເຂົາຟັງ ເປັນຕອນໆໄປ. 5.ທ່ານໄດ້ກ່າວວ່າ: “ຢູ່ເມືອງໂຢບເປ ຂະນະທີ່ເຮົາພາວະນາຢູ່, ພໍດີເຮົາເຊີ້ໄປຄາວໜຶ່ງ ແລະໄດ້ນິມິດເຫັນມີສິ່ງໜຶ່ງກຳລັງລົງມາ ເໝືອນຜ້າຜືນໃຫຍ່ໆ ຊຶ່ງມີສີ່ແຈຜູກຈ່ອງໄວ້, ຢ່ອນລົງມາແຕ່ຟ່້າເຖິງເຮົາ. 6.ເຮົາຈ້ອງເບິ່ງສິ່ງນັ້ນໂດຍບໍ່ພັບຕາ ແລະເຫັນວ່າຢູ່ໃນນັ້ນມີສັດສີ່ຕີນຂອງແຜ່ນດິນໂລກ, ສັດປ່າ, ສັດເລືອ ແລະຊາດນົກໃນອາກາດ. 7.ເຮົາຍິນສຽງໜຶ່ງກ່າວກັບເຮົາວ່າ: “ເປໂຕເອີຍ, ຈົ່ງຂ້າສັດເຫລົ່ານີ້, ແລະກິນເສຍ.” 8.ເຮົາຕອບວ່າ: “ໂອ! ບໍ່ໄດ້ດອກ, ພຣະອົງເອີຍ ຍ້ອນວ່າບໍ່ມີຫຍັງທີ່ເປື້ອນໝອງຫລືບໍ່ບໍລິສຸດ ໄດ້ເຂົ້າໃນປາກຂອງຂ້າພະເຈົ້າຈັກເທື່ອ!” 9.ສຽງຈາກຟ້າຈຶ່ງກ່າວເປັນເທື່ອທີສອງວ່າ: “ຂອງທີ່ພຣະເຈົ້າໄດ້ຊຳຣະໃຫ້ບໍລິສຸດແລ້ວ, ເຈົ້າ ຢ່າຖືວ່າເປັນຂອງເປື້ອນໝອງເລີຍ.” 10.ເຫດການນັ້ນໄດ້ເປັນມາເຖິງສາມເທື່ອ ແລ້ວທຸກສິ່ງກໍຖືກດູດດຶງຂຶ້ນເມືອຟ້າສະຫວັນ. 11.ໃນເວລານັ້ນເອງ ພໍດີມີຊາຍສາມຄົນໄປຮອດໜ້າປະຕູເຮືອນບ່ອນພວກເຮົາຢູ່, ພວກເຂົາໄດ້ຖືກໃຊ້ໄປນຳເອົາເຮົາ ຈາກເມືອງເຊຊາເຣ. 12.ພຣະຈິດບອກເຮົາວ່າ ໃຫ້ຕາມພວກນັ້ນໄປໂດຍບໍ່ລັງເລໃຈ. ພວກພີ່ນ້ອງຫົກຄົນນີ້ກໍໄດ້ຕິດຕາມເຮົາໄປ ແລະພວກເຮົາໄດ້ເຂົ້າໃນເຮືອນຂອງຜູ້ກ່ຽວ. 13.ຄົນຜູ້ນັ້ນໄດ້ເລົ່າໃຫ້ເຮົາຟັງວ່າ ເຂົາໄດ້ເຫັນເທວະດາອົງໜຶ່ງປະຈັກມາຫາເຂົາ ແລະໄດ້ກ່າວກັບເຂົາວ່າ: “ຈົ່ງໃຊ້ຄົນໄປເມືອງໂຢບເປ ເພື່ອເຊີນເອົາຊີມອນຜູ້ຊື່ວ່າເປໂຕ ມາ. 14.ເພິ່ນຈະກ່າວໃຫ້ເຈົ້າຟັງ ເປັນຖ້ອຍຄຳຊຶ່ງຈະປະທານຄວາມຮອດໃຫ້ເຈົ້າ, ແລະໃຫ້ຄອບຄົວທັງໝົດຂອງເຈົ້າດ້ວຍ. 15.ພໍແຕ່ເຮົາອ້າປາກຕັ້ງຕົ້ນກ່າວເວົ້າ, ພຣະຈິດເຈົ້າກໍສະເດັດລົງມາເໜືອເຂົາທັງຫລາຍ, ເໝືອນ ກັບທີ່ໄດ້ເປັນມາສຳລັບພວກເຮົາເອງໃນຕອນຕົ້ນນັ້ນ. 16.ເຮົາຈຶ່ງລະນຶກເຖິງພຣະວາຈາຂອງພຣະອົງເຈົ້າທີ່ກ່າວວ່າ: ຢວງໄດ້ທຳພິທີລ້າງດ້ວຍນ້ຳ, ແຕ່ສ່ວນພວກເຈົ້າ, ພວກເຈົ້າຈະໄດ້ຮັບສິນລ້າງໃນພຣະຈິດເຈົ້າ. 17.ດ້ວຍເຫດນີ້, ຖ້າຫາກວ່າພຣະເຈົ້າຊົງໂຜດໃຫ້ພວກເຂົາໄດ້ຮັບພະທານອັນດຽວກັນກັບພວກເຮົາແລ້ວ, ຍ້ອນໄດ້ເຊື່ອໃນພຣະເຢຊູກຣິສໂຕພຣະອົງເຈົ້າ. ສ່ວນເຮົານີ້, ເຮົາແມ່ນຜູ້ໃດ, ຈຶ່ງສາມາດຂັດຂວາງພຣະເຈົ້າໄດ້?”18.ຄຳກ່າວທັງຫລາຍນີ້ໄດ້ນຳຄວາມສະຫງົບມາສູ່ພວກພີ່ນ້ອງທຸກຄົນ ແລ້ວພວກເຂົາກໍພາກັນສັນຣະເສີນພຣະເຈົ້າວ່າ: “ດັ່ງນີ້ແລ້ວ, ພຣະເຈົ້າໄດ້ຊົງປະທານໃຫ້ບັນດານານາຊາດ ໄດ້ຮັບຄວາມເປັນທຸກກັບໃຈດ້ວຍ, ອັນທີ່ຈະພາເຂົາໄປສູ່ຊີວິດ.” 

 

ການຈັດຕັ້ງພຣະກຣິສຕະຈັກທີ່ເມືອງອັນຕີໂອກີອາ

19.ສ່ວນພວກທີ່ໄດ້ແຕກກະຈັດກະຈາຍໄປ ເນື່ອງຈາກຄວາມວຸ້ນວາຍເກີດຂຶ້ນ ຍ້ອນເລື່ອງຂອງສະເຕຟາໂນ, ພວກເຂົາໄດ້ເຊຊັດໄປຮອດເມືອງເຟນີຊີ, ເກາະໄຊປຣັດ ແລະເມືອງອັນຕີໂອກີອາ. ແຕ່ບໍ່ໄດ້ປະກາດພຣະທຳແກ່ຜູ້ໃດອື່ນ ນອກຈາກພວກຢິວດ້ວຍກັນ. 20.ແຕ່ໃນພວກເຂົາ, ມີຊາວເກາະໄຊປຣັດ ແລະຊາວເຣເນບາງຄົນ; ເມື່ອມາຮອດເມືອງອັນຕີໂອກີອາ, ພວກນີ້ກໍໄດ້ໄປຫາພວກເກັຣກດ້ວຍ, ເພື່ອປະກາດຂ່າວປະເສີດຂອງພຣະເຢຊູພຣະອົງເຈົ້າ ໃຫ້ພວກເຂົາຟັງ. 21.ພະຫັດຂອງພຣະອົງເຈົ້າຊຸກຍູ້ຊ່ວຍພວກເຂົາ, ຈຶ່ງມີຜູ້ຍອມເຊື່ອແລະກັບໃຈເຂົ້າດີກັບພຣະອົງເຈົ້າເປັນຈຳນວນຫລາຍ. 22.ຂ່າວນັ້ນໄດ້ແຜ່ໄປເຖິງພຣະກຣິສຕະຈັກແຫ່ງນະຄອນເຢຣູຊາແລມ, ພວກເພິ່ນຈຶ່ງໄດ້ສົ່ງບາກນາບາໄປເມືອງອັນຕີໂອກີອາ.

23.ເມື່ອທ່ານມາເຖິງ ແລະເຫັນພຣະຄຸນຊຶ່ງພຣະເຈົ້າໄດ້ຊົງປະທານ, ທ່ານກໍຮູ້ສຶກຍິນດີເປີບໃຈ ແລະຕຸກເຕືອນເຂົາໃຫ້ຊື່ສັດໝັ້ນຄົງຕໍ່ພຣະເຈົ້າ; 24.ເພາະທ່ານເປັນຄົນດີ, ເຕັມດ້ວຍພຣະຈິດເຈົ້າແລະຄວາມເຊື່ອ. ຄົນຈຳນວນມາກໄດ້ເຕົ້າໂຮມກັນເຊື່ອໃນພຣະອົງເຈົ້າ. 25.ບາກນາບາຈຶ່ງໄດ້ໄປນຳເອົາເຊົາໂລຢູ່ເມືອງຕາກ. 26.ເມື່ອໄດ້ພົບເຊົາໂລແລ້ວ ເພິ່ນກໍພາທ່ານມາເມືອງອັນຕີໂອກີອາ. ຕະຫລອດໜຶ່ງປີ, ພວກທ່ານໄດ້ດຳເນີນຊີວິດຢູ່ຮ່ວມກັນໃນພຣະກຣິສຕະຈັກນີ້ ແລະໄດ້ສັ່ງສອນປະຊາຊົນຈຳນວນມາກຫລາຍ. ແມ່ນໃນເມືອງອັນຕີໂອກີອານີ້ ທີ່ພວກສັດຕະບຸຣຸດໄດ້ຮັບຊື່ “ກຣິສຕັງ” ເປັນເທື່ອທຳອິດ.

27.ໃນຄາວນັ້ນ, ມີພວກປະພາສົກຈາກນະຄອນເຢຣູຊາແລມ ມາຮອດເມືອງອັນຕີໂອກີອາ. 28.ຜູ້ໜຶ່ງໃນພວກນັ້ນຊື່ອາກາໂບ, ດ້ວຍພຣະຈິດເຈົ້າບັນດົນ, ໄດ້ຢືນຂຶ້ນປະກາດວ່າຈະເກີດການອຶດຢາກອັນໃຫຍ່ຫລວງທົ່ວໂລກຈັກກະວານ - ແມ່ນການອຶດຢາກທີ່ເກີດຂຶ້ນໃນລັດສະໄໝຂອງຈັກກະພັດເກົຼາດີໂອ. 29.ພວກສັດຕະບຸຣຸດຈຶ່ງຕົກລົງ, ຕາມຄວາມສາມາດໃຜລາວ, ຈະສົ່ງເຄື່ອງສົງເຄາະໄປຊ່ວຍພວກພີ່ນ້ອງທີ່ແຂວງຢູເດ; 30.ພວກເຂົາໄດ້ພ້ອມກັນປະຕິບັດດັ່ງນີ້ ຄືໄດ້ສົ່ງສິ່ງຂອງເຖິງພວກເຖົ້າແກ່ ໂດຍຜ່ານບາກນາບາແລະເຊົາໂລ.