ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 10
ກອກເນລີໂອແລະເປໂຕ
1.ຢູທີ່ເມືອງເຊຊາເຣ, ຍັງມີຄົນຜູ້ໜຶ່ງຊື່ກອກເນລີໂອ, ເປັນນາຍຮ້ອຍປະຈຳການ ຢູ່ກອງທະຫານທີ່ເອີ້ນວ່າ ກອງ“ອີຕາລີອາ”. 2.ທ່ານເປັນຄົນໃຈສັດທາແລະຢຳແຢງພຣະເຈົ້າ ພ້ອມຄອບຄົວຂອງທ່ານ. ທ່ານເຄີຍແຈກທານໃຫ້ຊາວຢິວທີ່ທຸກຈົນຢ່າງຫລວງຫລາຍ ແລະທ່ານໄຫວ້ວອນພຣະເຈົ້າຢູ່ບໍ່ຂາດ. 3.ຢູ່ມາມື້ໜຶ່ງ, ເວລາປະມານບ່າຍສາມໂມງ ທ່ານໄດ້ ນິມິດເຫັນເທວະດາຂອງພຣະເຈົ້າເຂົ້າມາຫາທ່ານ ແລະກ່າວເອີ້ນທ່ານວ່າ: “ກອກເນລີໂອເອີຍ!” ທ່ານໄດ້ເຫັນຢ່າງຊັດແຈ້ງ. 4.ທ່ານຈ້ອງຕາເບິ່ງເທວະດາ ແລະເກີດສະດຸ້ງຕົກໃຈ ຈຶ່ງກ່າວຖາມວ່າ: “ໂອພຣະອົງເຈົ້າ, ຈັກຊິແມ່ນຫຍັງນໍ...?” ເທວະດາຈຶ່ງຕອບທ່ານວ່າ: “ຄຳໄຫວ້ ວອນແລະການໃຫ້ທານຂອງທ່ານ ໄດ້ຂຶ້ນໄປຮອດພຣະເຈົ້າແລ້ວ, ຈຶ່ງພາໃຫ້ພຣະເຈົ້າລະນຶກເຖິງທ່ານ. 5.ບັດນີ້ໃຫ້ທ່ານໃຊ້ຄົນໄປເມືອງໂຢບເປ, ແລະເຊີນເອົາຊີມອນຜູ້ມີຊື່ວ່າເປໂຕ ມາ. 6.ທ່ານພັກເຊົາຢູ່ກັບຊີມອນຊ່າງຟອກໜັງ, ຜູ້ມີເຮືອນຢູ່ແຄມທະເລ.”
7.ເມື່ອເທວະດາຜູ້ມາກ່າວນັ້ນຈາກໄປແລ້ວ ກອກເນລີໂອກໍເອີ້ນຄົນໃຊ້ສອງຄົນເຂົ້າມາ ພ້ອມທະຫານອີກຄົນໜຶ່ງທີ່ເປັນຄົນໃຈສັດທາ. 8.ແລະເມື່ອໄດ້ອະທິບາຍເຫດການໃຫ້ພວກເຂົາຟັງແລ້ວ ທ່ານກໍໄດ້ສົ່ງພວກເຂົາໄປເມືອງໂຢບເປ. 9.ມື້ຕໍ່ມານັ້ນ, ເວລາພວກນີ້ກຳລັງເດີນທາງໃກ້ຈະເຖິງເມືອງໂຢບເປ, ເວລາປະມານສິບສອງໂມງທ່ຽງ, ເປໂຕກໍຂຶ້ນໄປທີ່ຫລັງຄາພຽງເພື່ອສວດພາວະນາ. 10.ທ່ານເກີດຮູ້ສຶກຫິວໃນທ້ອງ ແລະຢາກກິນອັນໃດອັນ
ໜຶ່ງ. 11.ທ່ານເຫັນທ້ອງຟ້າໄຂອອກ ແລະມີສິ່ງໜຶ່ງ ຄືຜ້າແພຜືນໃຫຍ່ ຊຶ່ງເຂົາຜູກຈ່ອງສີ່ແຈໄວ້, ຜ້ານັ້ນກຳລັງລົງຈາກຟ້າມາຫາແຜ່ນດິນ. 12.ແລະຢູ່ໃນຜ້ານັ້ນມີສັດສີ່ຕີນທຸກຊະໜິດ ແລະສັດເລືອ, ພ້ອມດ້ວຍຊະໜິດນົກທຸກແນວໃນອາກາດອີກດ້ວຍ. 13.ແລ້ວມີສຽງໜຶ່ງກ່າວກັບທ່ານວ່າ: “ເປໂຕເອີຍ! ຈົ່ງຂ້າແລະກິນສາ.” 14.ເປໂຕຈຶ່ງທູນຕອບວ່າ: “ໂອ! ບໍ່ໄດ້ດອກ, ພຣະອົງເອີຍ! ຍ້ອນວ່າຂ້າພະເຈົ້າບໍ່ໄດ້ກິນຫຍັງໆຈັກເທື່ອ ທີ່ເປື້ອນໝອງແລະບໍ່ບໍລິສຸດ!” 15.ແຕ່ສຽງນັ້ນກ່າວກັບທ່ານຊ້ຳເປັນເທື່ອທີສອງວ່າ: “ອັນທີ່ພຣະເຈົ້າໄດ້ຊົງຊຳຣະໃຫ້ບໍລິສຸດແລ້ວ, ເຈົ້າບໍ່ຕ້ອງວ່າເປັນສິ່ງເປື້ອນໝອງອີກເລີຍ!” 16.ເຫດການໄດ້ເປັນມາເຖິງສາມເທື່ອ, ແລ້ວສິ່ງນັ້ນກໍຖືກຮັບເອົາຂຶ້ນໄປໃນທ້ອງຟ້າທັນທີ.
17.ຂະນະທີ່ເປໂຕກຳລັງຄິດບໍ່ອອກວ່າ ນິມິດທີ່ຕົນຫາກໍໄດ້ເຫັນນັ້ນມີຄວາມໝາຍຢ່າງໃດ, ກໍພໍດີພວກຄົນຊຶ່ງກອກເນລີໂອໃຊ້ມານັ້ນ, ມາຮອດໜ້າປະຕູເຮືອນ; ຫລັງຈາກໄດ້ສືບຖາມຫາເຮືອນຂອງຊີມອນ 18.ພວກເຂົາເອີ້ນຖາມວ່າ ຊີມອນຜູ້ຊື່ວ່າເປໂຕ ພັກເຊົາຢູ່ທີ່ນັ້ນຫລືບໍ່? 19.ເວລາເປໂຕກຳລັງຄຶດກຶກກອງເຖິງນິມິດນັ້ນຢູ່, ພຣະຈິດກໍກ່າວບອກທ່ານວ່າ: “ນີ້ເດ, ມີຄົນຖາມຫາເຈົ້າ. 20.ໄປ, ລົງໄປລຸ່ມ ແລະໄປນຳພວກເຂົາໂດຍບໍ່ລັງເລໃຈເລີຍ, ເພາະແມ່ນເຮົານີ້ເອງທີ່ໄດ້ສັ່ງບອກເຂົາມາ” 21.ເປໂຕຈຶ່ງລົງໄປຫາພວກນັ້ນ ແລະບອກພວກເຂົາວ່າ: “ແມ່ນເຮົານີ້ເອງ, ຜູ້ພວກທ່ານຊອກຫາ, ພວກທ່ານມາມີຈຸດປະສົງຢ່າງໃດ?” 22.ພວກເຂົາຈຶ່ງຕອບວ່າ: “ນາຍຮ້ອຍກອກເນລີໂອ, ເປັນຄົນຊື່ກົງແລະຢຳແຢງພຣະເຈົ້າ, ພ້ອມເປັນຜູ້ໄດ້ຮັບຊື່ສຽງດີຈາກບັນດາຊາວຢິວ; ທ່ານຜູ້ນັ້ນໄດ້ຮັບຄຳສັ່ງຈາກເທວະດາອົງໜຶ່ງ ໃຫ້ມາເຊີນທ່ານເມື່ອເຮືອນຂອງເພິ່ນ, ເພື່ອຈະຟັງຖ້ອຍຄຳຊຶ່ງທ່ານຈະກ່າວໃຫ້ຮູ້.” 23.ເປໂຕຈຶ່ງເຊີນພວກເຂົາເຂົ້າໃນເຮືອນ ແລະໃຫ້ເຂົາພັກເຊົານຳ. ຕື່ນມື້ໃໝ່ມາ ເປໂຕກໍອອກເດີນທາງໄປກັບພວກເຂົາ, ມີພີ່ນ້ອງບາງຄົນທີ່ເມືອງໂຢບເປ ໄດ້ຕິດຕາມໄປນຳດ້ວຍ.
24.ມື້ຕໍ່ມາ ເປໂຕກໍໄປຮອດເມືອງເຊຊາເຣ. ສ່ວນກອກເນລີໂອ, ກໍໄດ້ເຊີນເອົາພວກພີ່ນ້ອງແລະບັນດາພັກພວກຜູ້ສະໜິດສະໜົມ ມາຄອຍຖ້າພວກເພິ່ນຢູ່. 25.ເປໂຕເຂົ້າໃນເຮືອນ, ກອກເນລີໂອກໍລຸກໄປຕ້ອນຮັບທ່ານ ແລະຂາບລົງໄຫວ້ແທບເທົ້າທ່ານ. 26.ແຕ່ເປໂຕດຶ່ງເຂົາລຸກຂຶ້ນ ເວົ້າວ່າ: “ຈົ່ງລຸກຂຶ້ນ ຂ້າພະເຈົ້າກໍເປັນແຕ່ຄົນລ້າໆຄືກັນ” 27.ພ້ອມປາກເວົ້າ ເປໂຕກໍຍ່າງເຂົ້າໃນເຮືອນ ແລະພົບເຫັນມີຜູ້ຄົນຈຳນວນມາກມາຮວມຄອຍຖ້າຢູ່. 28.ທ່ານຈຶ່ງກ່າວກັບພວກນັ້ນວ່າ: “ພວກທ່ານຮູ້ດີແລ້ວວ່າ ຄົນຢິວຜູ້ໃດຜູ້ໜຶ່ງບໍ່ມີສິດເດັດຂາດ ທີ່ຈະຄົບຄ້າສາມັກຄີກັບຄົນຕ່າງສາດສະໜາຫລືເຂົ້າໄປໃນເຮືອນເຂົາ. ແຕ່ວ່າພຣະເຈົ້າຫາກໍສຳແດງໃຫ້ຂ້າພະເຈົ້າເອງເຫັນວ່າ ບໍ່ຕ້ອງຖືຜູ້ໃດຜູ້ໜຶ່ງເປັນຄົນເປື້ອນໝອງຫລືບໍ່ບໍລິສຸດ. 29.ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງບໍ່ເຮັດຍາກຊາ ເພື່ອຕອບຄວາມຮຽກຮ້ອງຕ້ອງການຂອງພວກທ່ານ. ແມ່ນເພື່ອຫຍັຽງແທ້ ພວກທ່ານຈຶ່ງໄດ້ໃຊ້ຄົນໄປນຳເອົາຂ້າພະເຈົ້າມາ?” 30.ກອກເນລີໂອຕອບວ່າ “ໄດ້ສາມມື້ແລ້ວ, ຂ້ານ້ອຍກຳລັງພາວະນາໄຫວ້ວອນຢູ່ໃນເຮືອນ ເວລາປະມານບ່າຍສາມໂມງ, ພໍດີມີຊາຍຜູ້ໜຶ່ງ ນຸ່ງເຄື່ອງເຫລື້ອມໃສ ປາກົດມາຢືນຢູ່ຕໍ່ໜ້າຂ້ານ້ອຍ. 31.ເພິ່ນກ່າວກັບຂ້ານ້ອຍວ່າ: “ກອກເນລີໂອ! ພຣະເຈົ້າຊົງສະດັບຟັງຄຳພາວະນາໄຫວ້ວອນຂອງເຈົ້າແລ້ວ, ແລະພຣະອົງໄດ້ລະນຶກເຖິງເຈົ້າ ດ້ວຍການໃຫ້ທານຂອງເຈົ້າ. 32.ໃຫ້ເຈົ້າໃຊ້ຄົນໄປເມືອງໂຢບເປ ເພື່ອເຊີນເອົາຊີມອນ ຜູ້ຊື່ວ່າເປໂຕ ມາ, ເວລານີ້ເພິ່ນພັກຢູ່ເຮືອນຂອງຊີມອນ, ຊ່າງຟອກໜັງ, ຢູ່ແຄມທະເລ. 33.ຂ້ານ້ອຍຈຶ່ງໄດ້ສົ່ງຄົນໄປເຊີນທ່ານມາທັນທີ, ແລະກໍເປັນການດີແທ້ ທີ່ທ່ານໄດ້ກະລຸນາມາ. ບັດນີ້ ພວກຂ້ານ້ອຍທຸກຄົນຢູ່ຕໍ່ໜ້າທ່ານ, ຍິນດີຈະຟັງສິ່ງທີ່ພຣະເຈົ້າໄດ້ຊົງມອບໝາຍໃຫ້ທ່ານກ່າວ...
ຄຳປາໄສຂອງເປໂຕທີ່ເຮືອນຂອງກອກເນລີໂອ
34.ເປໂຕຈຶ່ງອ້າປາກກ່າວວ່າ: “ຂ້າພະເຈົ້າເຫັນຈິ່ງແລ້ວວ່າ ພຣະເຈົ້າບໍ່ເລືອກໜ້າຜູ້ໃດ. 35.ແຕ່ໃນທຸກຊາດ, ຜູ້ໃດທີ່ເກງກົວພຣະອົງ ແລະປະພຶດໃນທາງຊອບທຳ ກໍເປັນທີ່ຊອບພຣະໄທ ພຣະອົງ. 36.ພຣະອົງໄດ້ສົ່ງພຣະວາຈາຂອງພຣະອົງມາໃຫ້ພວກບຸດຫລານອິສຣາແອນ ໂດຍປະກາດໃຫ້ຮູ້ຈັກຂ່າວປະເສີດແຫ່ງສັນຕິສຸກ ທາງພຣະເຢຊູກຣິສໂຕເຈົ້າ, ຜູ້ເປັນພຣະອົງເຈົ້າຂອງ ມວນມະນຸດ. 37.ພວກທ່ານທັງຫລາຍກໍຮູ້ສິ່ງຕ່າງໆທີ່ໄດ້ເປັນມາທົ່ວແຂວງຢູເດ ຊຶ່ງໄດ້ເລີ່ມຕົ້ນຈາກແຂວງຄາລີເລ ຫລັງຈາກການທີ່ຢວງໄດ້ປະກາດພິທີລ້າງ ຄືເລື່ອງພຣະເຢຊູຊາວນາຊາແຣັດ. 38.ພຣະເຈົ້າໄດ້ຊົງສະເຫລີມພຣະອົງ ດ້ວຍພຣະຈິດເຈົ້າແລະດ້ວຍຣິດທານຸພາບຢ່າງໃດ. ພວກທ່ານກໍຮູ້ດ້ວຍ ຄືພຣະອົງສະເດັດໄປແຫ່ງຫົນໃດກໍທຳແຕ່ຄວາມດີ ແລະປິ່ນປົວທຸກຄົນທີ່ຕົກຢູ່ໃນອຳນາດຂອງຜີປີສາດ, ຍ້ອນພຣະເຈົ້າສະຖິດຢູ່ນຳພຣະອົງ. 39.ສ່ວນພວກເຮົາ, ພວກເຮົາຂໍຢັ້ງຢືນເປັນພະຍານເຖິງທຸກສິ່ງ ຊຶ່ງພຣະອົງໄດ້ກະທຳໃນດິນແດນຂອງຊາວຢິວ ແລະທີ່ນະຄອນເຢຣູຊາແລມ. ພຣະອົງນີ້ແຫລະ ແມ່ນຜູ້ທີ່ເຂົາໄດ້ເອົາໄປປະຫານຊີວິດໂດຍແຂວນໃສ່ເສົາໄມ້. 40.ພຣະເຈົ້າໄດ້ໃຫ້ພຣະອົງກັບເປັນຄືນມາໃນວັນທີສາມ ແລະໃຫ້ສຳແດງຕົວ: 41.ບໍ່ແມ່ນໃຫ້ສຳແດງຕົວແກ່ປະຊາຊົນທຸກຄົນດອກ, ແຕ່ໃຫ້ສຳແດງຕົວແກ່ພວກພະຍານ ຊຶ່ງພຣະອົງໄດ້ຊົງຄັດເລືອກໄວ້ກ່ອນແລ້ວ, ຄືພວກເຮົານີ້ເອງ ຜູ້ໄດ້ກິນແລະໄດ້ດື່ມຮ່ວມກັບພຣະອົງ ຫລັງຈາກການກັບເປັນຄືນມາຈາກພວກຜູ້ຕາຍຂອງພຣະອົງ. 42.ພຣະອົງໄດ້ສັ່ງໃຫ້ພວກເຮົາໄປປະກາດແກ່ປະຊາຊົນ ແລະໃຫ້ຢືນຢັນວ່າ ພຣະເຈົ້າໄດ້ຊົງແຕ່ງຕັ້ງພຣະອົງໃຫ້ເປັນຜູ້ພິພາກສາຜູ້ເປັນແລະຜູ້ຕາຍ. 43.ປະພາສົກທັງໝົດກໍປະກາດຢືນຢັນເຖິງພຣະອົງນີ້ແຫລະ, ວ່າຜູ້ໃດເຊື່ອໃນພຣະອົງ ຈະໄດ້ຮັບການຍົກໂທດໂຜດບາບ, ດ້ວຍເດຊະພຣະນາມຂອງພຣະອົງ.”
ພວກນາໆຊາດໝວດແລກໄດ້ຮັບສິນລ້າງບາບ
44.ເວລາທີ່ເປໂຕກຳລັງເວົ້າຢູ່ນັ້ນ ພຣະຈິດເຈົ້າກໍສະເດັດລົງມາເໜືອທຸກຄົນທີ່ກຳລັງຟັງພຣະວາຈາຢູ່. 45.ພວກສັດຕະບຸຣຸດຜູ້ໄດ້ຮັບສິນແລ້ວ ທີ່ຕິດຕາມເປໂຕມາ, ທຸກຄົນງົງງຶດອັດສະຈັນໃຈ ເຫັນວ່າຊາວນາໆຊາດກໍໄດ້ຮັບພຣະຈິດດ້ວຍ. 46.ຍ້ອນວ່າພວກເພິ່ນຍິນເຂົາເຫລົ່ານັ້ນປາກເວົ້າພາສາຕ່າງໆ ແລະຍ້ອງຍໍສໍລະເສີນພຣະເຈົ້າ. 47.ເປໂຕຈຶ່ງກ່າວວ່າ: “ຂ້າພະເຈົ້າຈະສາມາດປະຕິເສດນ້ຳແຫ່ງສິນລ້າງບາບ ແກ່ພວກທີ່ໄດ້ຮັບພຣະຈິດດັ່ງດຽວກັບພວກເຮົາ ໄດ້ບໍ? 48.ແລ້ວທ່ານກໍສັ່ງໃຫ້ໂຜດສິນລ້າງບາບແກ່ພວກເຂົາ ໃນນາມຂອງພຣະເຢຊູກຣິສໂຕເຈົ້າ. ແລ້ວພວກເຂົາຍັງໄດ້ວອນຂໍໃຫ້ທ່ານພັກເຊົາຢູ່ນຳພວກເຂົາອີກສອງສາມວັນ.