ພຣະວໍຣະສານ ໂດຍນັກບຸນ ຢວງ
ພາກທີ 9
ຄົນຕາບອດແຕ່ເກີດ
1.ເມື່ອກຳລັງສະເດັດໄປ, ພຣະເຢຊູເຈົ້າເຫັນຄົນຜູ້ໜຶ່ງຕາບອດແຕ່ເກີດ. 2.ພວກສາວົກທູນຖາມພຣະອົງວ່າ: “ພຣະອາຈານເອີຍ, ຄົນຜູ້ນີ້ບໍຫລືພໍ່ແມ່ຂອງລາວໄດ້ທຳບາບ, ລາວຈຶ່ງເກີດມາເປັນຕາບອດ?” 3.ພຣະເຢຊູເຈົ້າຕອບວ່າ: “ບໍ່ແມ່ນຍ້ອນບາບຂອງເຂົາ ແລະຍ້ອນບາບຂອງພໍ່ແມ່ເຂົາດອກ, ມັນເປັນດັ່ງນີ້ ກໍເພື່ອໃຫ້ພຣະເປັນເຈົ້າໄດ້ສຳແດງວຽກການຂອງພຣະອົງໃຫ້ປະຈັກແຈ້ງ ໃນຕົວເຂົາເທົ່ານັ້ນ. 4.ສ່ວນພວກເຮົາຕ້ອງທຳວຽກການຂອງຜູ້ໃຊ້ເຮົາມາ ໃນເວລາທີ່ຍັງເວັນຢູ່. ຍ້ອນວ່າ ເມື່ອຕົກຄ່ຳແລ້ວ ບໍ່ມີໃຜທຳງານໄດ້. 5.ຕະຫລອດເວລາທີ່ເຮົາຍັງຢູ່ໃນໂລກ ເຮົາກໍເປັນຄວາມສະຫວ່າງຂອງໂລກ”. 6.ກ່າວດັ່ງນີ້ແລ້ວ, ພຣະອົງກໍຖົ່ມນ້ຳລາຍລົງພື້ນດິນ, ກອຍເປັນຕົມ ແລ້ວເອົາມາທາຕາຂອງຄົນຕາບອດ 7.ພ້ອມທັງສັ່ງວ່າ: “ຈົ່ງໄປລ້າງຢູ່ສະຊີໂລເອ (ຊຶ່ງແປວ່າ “ຖືກສົ່ງມາ”) ຄົນຕາບອດນັ້ນກໍໄດ້ໄປລ້າງແລະຫລົບມາເຫັນຮຸ່ງ. 8.ພວກຄົນໃກ້ຄຽງແລະຜູ້ທີ່ເຄີຍເຫັນເຂົາເປັນຄົນຂໍທານແຕ່ກ່ອນ ເວົ້າກັນວ່າ: “ບໍ່ແມ່ນຄົນນີ້ບໍເຄີຍນັ່ງຂໍທານແຕ່ກ່ອນ?” 9.ມີລາງຄົນເວົ້າວ່າ: “ແມ່ນລາວນັ້ນແລ້ວ”. ລາງຄົນວ່າ: “ບໍ່ແມ່ນ, ແມ່ນຄົນຄືຄົນ” ແຕ່ຄົນດີຕາບອດນັ້ນເວົ້າວ່າ: “ແມ່ນເຮົາເອງ”. 10.ແລ້ວມີຜູ້ຖາມວ່າ: “ແນວໃດເຈົ້າຈຶ່ງເຫັນຮຸ່ງ”. 11.ເຂົາຕອບວ່າ ຄົນທີ່ຊື່: “ເຢຊູ” ໄດ້ເອົາຕົມມາທາຕາຂ້ອຍ ແລະບອກວ່າ: “ຈົ່ງໄປລ້າງຢູ່ສະຊີໂລເອ, ຂ້ອຍກໍໄດ້ໄປລ້າງແລະໄດ້ເຫັນຮຸ່ງ”. 12.ຄົນເຫລົ່ານັ້ນຈຶ່ງຖາມອີກວ່າ: “ເພິ່ນນັ້ນຢູ່ໃສ?” ເຂົາຕອບວ່າ: “ຂ້ອຍບໍ່ຮູ້”. 13.ພວກເຂົາຈຶ່ງພາຜູ້ເປັນຕາບອດແຕ່ກ່ອນນັ້ນ ໄປຫາພວກຟາຣີເຊວ. 14.ມື້ທີ່ພຣະເຢຊູເຈົ້າຊົງກອຍຕົມແລະທຳໃຫ້ເຂົາເຫັນຮຸ່ງນັ້ນແມ່ນວັນພຣະ. 15.ພວກຟາຣີເຊວຈຶ່ງຖາມຄົນນັ້ນວ່າ: “ແນວໃດເຈົ້າຈຶ່ງເຫັນຮຸ່ງ”. ເຂົາຕອບວ່າ: ເພິ່ນໄດ້ເອົາຂີ້ຕົມທາຕາຂ້ານ້ອຍ, ຂ້ານ້ອຍໄປລ້າງ ແລະແນມເຫັນຮຸ່ງ”. 16.ຟາຣີເຊວລາງຄົນເວົ້າວ່າ: “ຄົນຜູ້ນີ້ບໍ່ໄດ້ມາຈາກພຣະເຈົ້າ ຍ້ອນວ່າບໍ່ນັບຖືວັນພຣະ” ລາງຄົນກໍເວົ້າຄັດຄ້ານວ່າ: “ຄົນບາບຈະທຳການອັດສະຈັນແບບນີ້ໄດ້ຢ່າງໃດ” ແລ້ວພວກເຂົາກໍເກີດແຕກແຍກກັນ. 17.ພວກເຂົາຈຶ່ງຖາມຜູ້ດີຕາບອດນັ້ນອີກວ່າ: “ສ່ວນເຈົ້າເອງ, ເຈົ້າວ່າຄົນທີ່ໄດ້ທຳໃຫ້ເຈົ້າເຫັນຮຸ່ງນັ້ນແມ່ນຄົນແນວໃດ? “ເຂົາຕອບວ່າ: “ແມ່ນປະພາສົກ”. 18.ແຕ່ພວກຢິວບໍ່ຢາກເຊື່ອວ່າ ເຂົາເປັນຄົນຕາບອດແລະໄດ້ເຫັນຮຸ່ງ ຈຶ່ງໄດ້ຮຽກຕົວພໍ່ແມ່ຂອງເຂົາມາຫາ, 19.ແລະຖາມວ່າ: “ຜູ້ນີ້ແມ່ນລູກຂອງພວກເຈົ້າ ຜູ້ວ່າເກີດມາຕາບອດນັ້ນບໍ? ບັດນີ້ມັນເຫັນຮຸ່ງໄດ້ແນວໃດ?” 20.ຜູ້ເປັນພໍ່ແມ່ຕອບວ່າ: “ຜູ້ນີ້ແມ່ນລູກຂອງພວກຂ້ານ້ອຍແທ້ ແລະເກີດມາຕາບອດຈິງ. 21.ແຕ່ດຽວນີ້ມັນເຫັນຮຸ່ງໄດ້ແນວໃດນັ້ນ ພວກຂ້ານ້ອຍບໍ່ຮູ້ ຂໍໃຫ້ຖາມມັນເອງ ມັນໃຫຍ່ແລ້ວ ມັນຄົງຈະແປອະທິບາຍໄດ້ເອງ”. 22.ຜູ້ເປັນພໍ່ແມ່ເວົ້າດັ່ງນີ້ກໍຍ້ອນຢ້ານພວກຢິວ, ຍ້ອນພວກຢິວໄດ້ຕົກລົງກັນວ່າ ຜູ້ໃດຮັບຮູ້ວ່າພຣະເຢຊູແມ່ນພຣະກຣິສໂຕ ຈະຖືກຂັບໄລ່ອອກຈາກໂຮງທຳ. 23.ຍ້ອນເຫດນີ້ແລ້ວ ພໍ່ແມ່ຂອງເຂົາຈຶ່ງເວົ້າວ່າ: “ມັນໃຫຍ່ແລ້ວ ຈົ່ງຖາມມັນເອງເຖີດ”. 24.ພວກຢິວໄດ້ເອີ້ນຄົນດີຕາບອດແຕ່ກ່ອນມາຖາມອີກວ່າ: “ຈົ່ງຖະຫວາຍສີມຸງຄຸນແດ່ພຣະເຈົ້າ ພວກເຮົາຮູ້ວ່າ ຄົນຜູ້ນັ້ນແມ່ນຄົນບາບ”. 25.ຄົນດີບອດຕອບວ່າ: “ເພິ່ນເປັນຄົນບາບຫລືບໍ່ນັ້ນ ຂ້ານ້ອຍບໍ່ຮູ້. ຂ້ານ້ອຍຮູ້ແຕ່ສິ່ງດຽວຄື ແຕ່ກ່ອນຂ້ານ້ອຍຕາບອດ ແລະດຽວນີ້ໄດ້ເຫັນຮຸ່ງ”. 26.ພວກນັ້ນຖາມວ່າ: ຄົນຜູ້ນັ້ນທຳສິ່ງໃດແກ່ເຈົ້າ? ເພິ່ນທຳໃຫ້ເຈົ້າເຫັນຮຸ່ງແນວໃດ? 27.ຄົນດີບອດຕອບວ່າ: ຂ້ານ້ອຍໄດ້ບອກໃຫ້ພວກທ່ານແລ້ວ ແຕ່ພວກທ່ານບໍ່ຍອມຟັງ. ພວກທ່ານຢາກຟັງຫຍັງອີກ. ບໍ່ແມ່ນຢາກເປັນລູກສິດຂອງເພິ່ນບໍ? 28.ພວກຟາຣີເຊວຈຶ່ງປ້ອຍດ່າຄົນດີບອດນັ້ນວ່າ: “ມຶງ ໄປເປັນສິດມັນເສຍ, ສ່ວນພວກເຮົາ, ພວກເຮົາເປັນສິດຂອງໂມແຊ. 29.ພວກເຮົາຮູ້ວ່າພຣະເຈົ້າໄດ້ກ່າວຈາກັບໂມແຊ. ສ່ວນຄົນນັ້ນເຮົາບໍ່ຮູ້ວ່າ ເຂົາມາແຕ່ໃສ”. 30.ຄົນດີບອດຮ້ອງຂຶ້ນວ່າ: ນີ້ແລ້ວມັນເປັນຕາງຶດ ຄືວ່າ: ພວກທ່ານບໍ່ຮູ້ວ່າເພິ່ນນັ້ນມາແຕ່ໃສ ແລະເພິ່ນໄດ້ທຳໃຫ້ຂ້ານ້ອຍເຫັນຮຸ່ງ. 31.ພວກເຮົາທຸກຄົນກໍຮູ້ວ່າພຣະເຈົ້າບໍ່ຟັງຄຳວິງວອນຂອງຄົນບາບ. 32.ແຕ່ຖ້າມີໃຜມີຄວາມສັດທານົບໄຫວ້ພຣະເຈົ້າແລະປະຕິບັດຕາມນ້ຳພຣະໄທຂອງພຣະອົງ, ພຣະອົງກໍຟັງຄຳວິງວອນຂອງຜູ້ນັ້ນ. ແລະແຕ່ໃດໆມາບໍ່ເຄີຍໄດ້ຍິນວ່າມີໃຜທຳໃຫ້ຄົນຕາບອດແຕ່ເກີດເຫັນຮຸ່ງໄດ້. 33.ແລະຖ້າວ່າຜູ້ນັ້ນບໍ່ມາຈາກພຣະເຈົ້າແລ້ວ ເຂົາກໍເຮັດຫຍັງບໍ່ໄດ້ເລີຍ. 34.ພວກຟາຣີເຊວຕອບວ່າ: ມຶງເກີດມາມີບາບເຕັມຕົວແລ້ວ ຍັງຈະບັງອາດມາສັ່ງສອນພວກເຮົາບໍ? ແລ້ວພວກນີ້ກໍໄລ່ຄົນດີບອດນັ້ນອອກໜີ.
35.ພຣະເຢຊູເຈົ້າຊາບຂ່າວວ່າ ຄົນດີບອດຖືກໄລ່ໜີ. ເມື່ອພຣະອົງພົບເຂົາຈຶ່ງກ່າວວ່າ: ເຈົ້າເຊື່ອເຖິງບຸດມະນຸດບໍ? 36.ເຂົາທູນວ່າ: “ພຣະອົງເຈົ້າເອີຍ ບຸດມະນຸດນັ້ນແມ່ນຜູ້ໃດ ຂ້ານ້ອຍຢາກເຊື່ອເຖິງພຣະອົງ?” 37.ພຣະເຢຊູເຈົ້າຕອບວ່າ: “ເຈົ້າກໍເຫັນເພິ່ນແລ້ວ, ແມ່ນຜູ້ເວົ້າກັບເຈົ້າຢູ່ດຽວນີ້ເອງ”. 38.ເຂົາຈຶ່ງທູນວ່າ: “ໂອພຣະອົງເຈົ້າ, ຂ້າພະເຈົ້າຍອມເຊື່ອ”. ແລ້ວເຂົາກໍຂາບລົງນະມັດສະການພຣະອົງ.
39.ພຣະເຢຊູເຈົ້າກ່າວວ່າ: “ເຮົາມາໃນໂລກນີ້ ເພື່ອຕັດສິນຄວາມຄື: ຄົນຕາບອດຈະໄດ້ເຫັນຮຸ່ງ ແລະຄົນຕາດີຈະເປັນຄົນຕາບອດ”. 40.ພວກຟາຣີເຊວທີ່ຢູ່ໃກ້ໆພຣະອົງໄດ້ຍິນຈຶ່ງເວົ້າວ່າ: “ພວກເຮົາກໍເປັນຄົນຕາບອດໝົດບໍ?”. ພຣະເຢຊູເຈົ້າຕອບວ່າ: “ຖ້າພວກເຈົ້າເປັນຄົນຕາບອດ ພວກເຈົ້າກໍບໍ່ມີບາບ ແຕ່ດຽວນີ້ພວກເຈົ້າເວົ້າວ່າ: ພວກເຮົາເຫັນຮຸ່ງ ບາບຂອງພວກເຈົ້າກໍຍັງຄ້າງຢູ່”.