ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 8

ຜູ້ຍິງລ່ວງປະເວນີ

1.ພຣະເຢຊູເຈົ້າສະເດັດຂຶ້ນໄປໂນນສວນໝາກກອກ. 2.ພໍແຈ້ງສະຫວ່າງ ພຣະອົງກໍສະເດັດມາປາກົດຕົວໃນພຣະວິຫານ. ພວກຜູ້ຄົນກໍພາກັນມາ, ພຣະອົງຈຶ່ງຊົງປະທັບນັ່ງສັ່ງສອນພວກເຂົາ. 3.ພວກອາຈານພຣະຄຳພີແລະພວກຟ່າຣີເຊວຈຶ່ງພາຍິງຜູ້ໜຶ່ງ ທີ່ຖືກຈັບໄດ້ເວລາກຳລັງຫລິ້ນຊູ້ ມາຕໍ່ໜ້າປະຊາຊົນ. 4.ແລ້ວທູນພຣະອົງວ່າ: “ທ່ານອາຈານ! ຍິງຜູ້ນີ້ຖືກຈັບໃນເວລາກຳລັງຫລິ້ນຊູ້, 5.ທ່ານໂມແຊສັ່ງໄວ້ໃນພຣະທຳບັນຢັດວ່າ: “ໃຫ້ເອົາກ້ອນຫີນແກ່ວງໃສ່ຍິງແບບນີ້ໃຫ້ຕາຍ, ສ່ວນທ່ານ ທ່ານຈະວ່າຢ່າງໃດ? 6.ພວກເຂົາເວົ້າດັ່ງນີ້ເປັນກົນອຸບາຍ ຫວັງຈະຈັບຜິດແລະຫາເລື່ອງຟ້ອງພຣະອົງ. ສ່ວນພຣະເຢຊູເຈົ້າຊົງກົ້ມລົງ ເອົານິ້ວມືຂີດຂຽນໃສ່ດິນ. 7.ເຫັນພວກເຂົາຍັງຖາມຢູ່ບໍ່ເຊົາ, ພຣະອົງຈຶ່ງເງີຍພຣະພັກຂຶ້ນກ່າວວ່າ: “ຜູ້ໃດໃນພວກເຈົ້າບໍ່ມີບາບ ກໍໃຫ້ເອົາກ້ອນຫີນແກ່ວງໃສ່ກ່ອນ.” 8.ແລ້ວພຣະອົງກໍກົ້ມລົງຂຽນໃສ່ດິນອີກ. 9.ສ່ວນພວກນັ້ນ ພໍໄດ້ຍິນຄວາມນີ້, ກໍພາກັນອອກໄປເທື່ອລະຄົນ, ຜູ້ເຖົ້າກວ່າໝູ່ໄປກ່ອນ ຈົນເຫລືອແຕ່ພຣະເຢຊູເຈົ້າກັບຍິງຜູ້ຢືນຢູ່ນັ້ນ. 10.ພຣະເຢຊູເຈົ້າເງີຍພຣະພັກຂຶ້ນ ກ່າວກັບຍິງນັ້ນວ່າ: “ນາງເອີຍ! ພວກນັ້ນຢູ່ໃສໝົດ? ບໍ່ມີໃຜຕັດສິນລົງໂທດເຈົ້າບໍ?” 11.ຍິງນັ້ນທູນຕອບວ່າ: “ພຣະອົງເຈົ້າເອີຍ! ບໍ່ມີໃຜຂ້ານ້ອຍ!” ພຣະເຢຊູເຈົ້າກ່າວວ່າ: “ເຮົາເອງກໍບໍ່ຕັດສິນລົງໂທດເຈົ້າດອກ. ເມືອເສຍ ແລະຢ່າທຳບາບອີກຕໍ່ໄປ.” 

 

ພຣະເຢຊູເຈົ້າເປັນຄວາມສະຫວ່າງຂອງໂລກ

12.ພຣະເຢຊູເຈົ້າຍັງກ່າວກັບພວກເຂົາອີກວ່າ: “ເຮົາແມ່ນຄວາມສະຫວ່າງຂອງໂລກ ຜູ້ໃດເດີນຕາມຫລັງເຮົາມາ ຈະບໍ່ເດີນໃນຄວາມມືດ ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.13.ພວກຟາຣີເຊວທູນພຣະອົງວ່າ: “ທ່ານອ້າງຕົວເອງມາເປັນຫລັກຖານຢືນຢັນ. ຄຳຢືນຢັນຂອງທ່ານຈຶ່ງບໍ່ມີຄ່າຫຍັງ”. 14.ພຣະເຢຊູເຈົ້າຕອບວ່າ: “ແມ່ນວ່າເຮົາອ້າງຕົວເອງມາເປັນຫລັກຖານຢືນຢັນ, ຄຳຢືນຢັນຂອງເຮົາກໍມີຄ່າແທ້, ຍ້ອນເຮົາຮູ້ວ່າ ເຮົາມາແຕ່ໃສແລະໄປໃສ. ສ່ວນພວກເຈົ້າບໍ່ຮູ້ວ່າ ເຮົາມາແຕ່ໃສຫລືໄປໃສ. 15.ພວກເຈົ້າຕັດສິນຕາມປະສາເນື້ອໜັງ; ສ່ວນເຮົາ, ເຮົາບໍ່ຕັດສິນໃຜ. 16.ແລະຖ້າວ່າເຮົາຕ້ອງຕັດສິນ, ຄຳຕັດສິນຂອງເຮົາກໍມີຄ່າແທ້, ຍ້ອນວ່າເຮົາບໍ່ຢູ່ຜູ້ດຽວ; ມີເຮົາແລະຜູ້ທີ່ໄດ້ຊົງໃຊ້ເຮົາມາ ຢູ່ນຳເຮົາ ຄືພຣະບິດາ. 17.ມີຂຽນໄວ້ໃນພຣະທຳບັນຢັດຂອງພວກເຈົ້າວ່າ: “ຫລັກຖານຢືນຢັນຂອງສອງຄົນມີຄ່າ”. 18.ເຮົາເອງເປັນຫລັກຖານຢືນຢັນໃຫ້ເຮົາ ແລະພຣະບິດາຜູ້ຊົງໃຊ້ເຮົາມາ ກໍຍັງເປັນຫລັກຖານຢືນຢັນໃຫ້ເຮົາດ້ວຍ”. 19.ພວກນັ້ນທູນພຣະອົງວ່າ: “ພຣະບິດາຂອງທ່ານຢູ່ໃສ?” ພຣະເຢຊູເຈົ້າຕອບວ່າ: “ພວກເຈົ້າບໍ່ຮູ້ຈັກເຮົາແລະບໍ່ຮູ້ຈັກພຣະບິດາຂອງເຮົາ. ຖ້າພວກເຈົ້າຮູ້ຈັກເຮົາ, ພວກເຈົ້າກໍຈະຮູ້ຈັກພຣະບິດາຂອງເຮົາດ້ວຍ”. 20.ພຣະອົງກ່າວຂໍ້ຄວາມເຫລົ່ານີ້ຢູ່ໃກ້ຫ້ອງພະຄັງ, ເວລາພຣະອົງເທດສອນຢູ່ໃນພຣະວິຫານ. ບໍ່ມີໃຜຈັບພຣະອົງ ຍ້ອນວ່າບໍ່ທັນເຖິງເວລາຂອງພຣະອົງ.

 

ເຕືອນພວກຢິວທີ່ບໍ່ຍອມເຊື່ອ

21.ພຣະເຢຊູເຈົ້າກ່າວກັບພວກເຂົາອີກວ່າ: “ເຮົາກໍາລັງຈະໄປ. ພວກເຈົ້າຈະຊອກຫາເຮົາ ແລະພວກເຈົ້າຈະຕາຍຄາບາບ. ພວກເຈົ້າຈະໄປບ່ອນເຮົາໄປນັ້ນບໍ່ໄດ້.” 22.ພວກຢິວຈຶ່ງເວົ້າກັນວ່າ: “ເພິ່ນຈະຂ້າຕົວເອງຕາຍບໍ ຈຶ່ງເວົ້າວ່າ ພວກເຈົ້າຈະໄປບ່ອນເຮົາໄປນັ້ນບໍ່ໄດ້?” 23.ພຣະເຢຊູເຈົ້າກ່າວວ່າ: “ພວກເຈົ້າເປັນຄົນເບື້ອງລຸ່ມ, ເຮົາເປັນຄົນເບື້ອງບົນ, ພວກເຈົ້າເປັນຊາວໂລກ, ສ່ວນເຮົາ ເຮົາບໍ່ແມ່ນຊາວໂລກ. 24.ເຮົາໄດ້ບອກແລ້ວວ່າ: ພວກເຈົ້າຈະຕາຍຄາບາບ. ແມ່ນແທ້້, ຖ້າພວກເຈົ້າບໍ່ເຊື່ອວ່າ ເຮົາແມ່ນຜູ້ເປັນຢູ່, ພວກເຈົ້າກໍຈະຕາຍຄາບາບ.” 25.ພວກເຂົາຈຶ່ງທູນພຣະອົງວ່າ: “ທ່ານແມ່ນຜູ້ໃດ?” ພຣະເຢຊູເຈົ້າຕອບວ່າ: “ແມ່ນຄືເຮົາໄດ້ບອກພວກເຈົ້າແລ້ວ. 26.ເຮົາຍັງມີຫລາຍເລື່ອງຕ້ອງເວົ້າ ແລະຕັດສິນກ່ຽວກັບພວກເຈົ້າ. ແຕ່ຜູ້ທີ່ໄດ້ຊົງໃຊ້ເຮົາມາເປັນຜູ້ສັດຈິງ ແລະສິ່ງທີ່ເຮົາໄດ້ຮັບຈາກພຣະອົງ ເຮົາກໍເອົາມາສັ່ງສອນຢູ່ໃນໂລກ.” 27.ພວກເຂົາບໍ່ເຂົ້າໃຈວ່າພຣະອົງກ່າວເຖິງພຣະບິດາ. 28.ພຣະເຢຊູເຈົ້າຈຶ່ງກ່າວຕໍ່ໄປວ່າ: “ເມື່ອພວກເຈົ້າຈະຍົກບຸດແຫ່ງມະນຸດຂຶ້ນ, ເວລານັ້ນແຫລະ ພວກ

ເຈົ້າຈະຮູ້ວ່າເຮົາແມ່ນຜູ້ເປັນຢູ່ ແລະເຮົາບໍ່ໄດ້ທຳສິ່ງໃດຕາມລຳພັງເຮົາເອງ ແຕ່ເຮົາເວົ້າສິ່ງທີ່ເຮົາໄດ້ຮຽນຮູ້ມາຈາກພຣະບິດາ. 29.ແລະຜູ້ທີ່ໄດ້ຊົງໃຊ້ເຮົາມາ ຢູ່ນຳເຮົາ ພຣະອົງບໍ່ໄດ້ປະໃຫ້ເຮົາຢູ່ຜູ້ດຽວ ຍ້ອນວ່າເຮົາທຳຕາມນ້ຳພຣະໄທຂອງພຣະອົງສະເໝີ.” 30.ເມື່ອໄດ້ກ່າວດັ່ງນີ້ແລ້ວ, ຫລາຍຄົນໄດ້ເຊື່ອເຖິງພຣະອົງ. 31.ພຣະເຢຊູເຈົ້າກ່າວກັບພວກຢິວທີ່ເຊື່ອເຖິງພຣະອົງວ່າ: “ຖ້າພວກເຈົ້າໝັ້ນຄົງຢູ່ໃນຄຳສັ່ງສອນຂອງເຮົາ, ພວກເຈົ້າກໍຈະເປັນລູກສິດຂອງເຮົາແທ້. 32.ພວກເຈົ້າຈະຮູ້ຈັກຄວາມສັດຈິງ ແລະຄວາມສັດຈິງຈະທຳໃຫ້ພວກເຈົ້າເປັນອິດສະລະເສລີ.” 33.ພວກເຂົາທູນຕອບວ່າ: “ພວກເຮົາແມ່ນເຊື້ອສາຍອາບຣາຮຳ. ພວກເຮົາບໍ່ເຄີຍເປັນຂ້ອຍທາດໃຜເລີຍ. ເປັນຫຍັງທ່ານຈຶ່ງເວົ້າວ່າ: ພວກເຈົ້າຈະເປັນອິດສະລະເສລີ?” 34.ພຣະເຢຊູເຈົ້າຕອບວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ ຜູ້ໃດທຳບາບ ກໍເປັນຂ້ອຍທາດຂອງບາບ. 35.ຜູ້ເປັນຂ້ອຍທາດ ບໍ່ໄດ້ຢູ່ໃນເຮືອນສະເໝີໄປ, ແຕ່ຜູ້ເປັນລູກເຕົ້າຢູ່ໃນເຮືອນສະເໝີ. 36.ດັ່ງນີ້ ຖ້າພຣະບຸດມາປົດປ່ອຍພວກເຈົ້າໃຫ້ເປັນອິດສະລະເສລີ ພວກເຈົ້າກໍຈະເປັນອິດສະລະເສລີຢ່າງແທ້ຈິງ. 37.ເຮົາຮູ້ດີວ່າ ພວກເຈົ້າແມ່ນເຊື້ອສາຍຂອງອາ ບຣາຮຳ ແຕ່ພວກເຈົ້າກໍຍັງຫາທາງຂ້າເຮົາ, ຍ້ອນວ່າວາຈາຂອງເຮົາບໍ່ໄດ້ຊຶມຊາບເຂົ້າໃນໃຈພວກເຈົ້າ. 38.ສ່ວນເຮົາ ເຮົາເວົ້າສິ່ງທີ່ເຮົາໄດ້ເຫັນຢູ່ນຳພຣະບິດາຂອງເຮົາ. ສ່ວນພວກເຈົ້າ ກໍທຳສິ່ງທີ່ພວກເຈົ້າໄດ້ຍິນຈາກບິດາຂອງພວກເຈົ້າ.” 39.ພວກເຂົາທູນພຣະອົງວ່າ: “ບິດາຂອງພວກເຮົາແມ່ນອາບຣາຮຳ.” ພຣະເຢຊູເຈົ້າກ່າວວ່າ: “ຖ້າພວກເຈົ້າເປັນບຸດຫລານຂອງອາບຣາຮຳ, ພວກເຈົ້າກໍຄົງຈະໄດ້ທຳວຽກການທີ່ອາບຣາຮຳໄດ້ກະທຳ. 40.ແຕ່ພວກເຈົ້າຊອກຫາທາງຈະຂ້າເຮົາ, ຜູ້ເວົ້າຄວາມສັດຈິງ ທີ່ໄດ້ຍິນມາຈາກພຣະເປັນເຈົ້າ. ອາບຣາຮຳບໍ່ໄດ້ທຳແບບນີ້ດອກ! 41.ພວກເຈົ້າທຳວຽກການທີ່ບິດາຂອງພວກເຈົ້າໄດ້ກະທຳ.” ພວກເຂົາທູນຕອບວ່າ: “ພວກເຮົາບໍ່ແມ່ນລູກນອກກົດໝາຍ. ພວກເຮົາມີພຣະເປັນເຈົ້າເປັນບິດາແຕ່ຜູ້ດຽວ.” 42.ພຣະເຢຊູເຈົ້າກ່າວວ່າ: “ຖ້າພຣະເປັນເຈົ້າແມ່ນພຣະບິດາຂອງພວກເຈົ້າຈິງ, ພວກເຈົ້າຄົງຮັກເຮົາ, ຍ້ອນວ່າເຮົາເກີດຈາກພຣະເປັນເຈົ້າ ແລະມາຈາກພຣະເປັນເຈົ້າດ້ວຍ, ເຮົາບໍ່ໄດ້ມາຕາມລຳພັງຕົວເອງ ແຕ່ແມ່ນພຣະອົງໄດ້ຊົງໃຊ້ເຮົາມາ. 43.ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈຄວາມເວົ້າຂອງເຮົາ? ແມ່ນຍ້ອນພວກເຈົ້າຟັງບໍ່ໄດ້ເລື່ອງ. 44.ພວກເຈົ້າມີຜີປີສາດເປັນບິດາ ແລະພວກເຈົ້າຢາກເຮັດຕາມຄວາມປາດຖະໜາຂອງຜູ້ເປັນບິດາຂອງພວກເຈົ້າໃຫ້ສຳເລັດ. ແຕ່ຕົ້ນເດີມມັນແມ່ນຜູ້ຂ້າຄົນ; ມັນບໍ່ຢູ່ໃນຄວາມສັດຈິງ, ຍ້ອນໃນຕົວມັນບໍ່ມີຄວາມສັດຈິງເລີຍ. ເມື່ອມັນເວົ້າຕົວະ, ມັນກໍເວົ້າໄປຕາມສັນດານຂອງມັນ, ຍ້ອນມັນເປັນເຈົ້າຂີ້ຕົວະ, ແລະເປັນພໍ່ຂອງການຂີ້ຕົວະ. 45.ສ່ວນເຮົາ, ຍ້ອນເຮົາເວົ້າແຕ່ຄວາມສັດຈິງ, ພວກເຈົ້າຈຶ່ງບໍ່ເຊື່ອເຮົາ. 46.ໃຜໃນພວກເຈົ້າຈະພິສູດໄດວ່າ ເຮົາມີບາບ? ຫາກວ່າເຮົາເວົ້າແຕ່ຄວາມສັດຈິງ, ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອເຮົາ? 47.ຜູ້ໃດເປັນຝ່າຍພຣະເປັນເຈົ້າ ກໍເຊື່ອຟັງພຣະວາຈາຂອງພຣະເປັນເຈົ້າ. ພວກເຈົ້າບໍ່ເຊື່ອຟັງ ກໍຍ້ອນວ່າພວກເຈົ້າບໍ່ເປັນຝ່າຍພຣະເປັນເຈົ້າ”. 48.ພວກຢິວຖຽງພຣະອົງວ່າ: “ພວກເຮົາເວົ້າວ່າ ທ່ານແມ່ນຄົນຊາມາຣີ ແລະຄົນຖືກຜີສິງ ບໍ່ແມ່ນບໍ?” 49.ພຣະເຢຊູເຈົ້າຕອບວ່າ: “ເຮົາບໍ່ແມ່ນຄົນຖືກຜີສິງ, ແຕ່ເຮົາຍ້ອງຍໍສໍລະເສີນພຣະບິດາຂອງເຮົາ. ສ່ວນພວກເຈົ້າ, ພວກເຈົ້າຫາທາງເຮັດໃຫ້ເຮົາເສຍປຽບ. 50.ເຮົາບໍ່ຊອກຫາກຽດໃຫ້ເຮົາເອງ. ມີຜູ້ໜຶ່ງສົນໃຈນຳເຮົາ ແລະເປັນຜູ້ຕັດສິນດ້ວຍ. 51.ເຮົາບອກ ພວກເຈົ້າເປັນຄວາມຈິງວ່າ: “ຜູ້ໃດຮັກສາວາຈາຂອງເຮົາ ຜູ້ນັ້ນຈະບໍ່ພົບຄວາມຕາຍເລີຍ.” 52.ພວກຢິວທູນວ່າ: “ບັດນີ້ພວກເຮົາຮູ້ຄັກວ່າ ທ່ານຖືກຜີສິງ.” ອາບຣາຮຳຕາຍແລ້ວ, ພວກປະພາສົກກໍຕາຍແລ້ວດ້ວຍ ແລະທ່ານຍັງມາເວົ້າວ່າ: ໃຜຮັກສາວາຈາຂອງເຮົາ ຜູ້ນັ້ນຈະບໍ່ຮູ້ຈັກຄວາມຕາຍເລີຍ. 53.ທ່ານເປັນໃຫຍ່ກວ່າອາບຣາຮຳ ບິດາຂອງພວກເຮົາ ຜູ້ຕາຍແລ້ວ, ແລະພວກປະພາສົກທີ່ຕາຍໄປແລ້ວນັ້ນບໍ? ທ່ານອ້າງຕົວວ່າທ່ານແມ່ນຜູ້ໃດ?” 54.ພຣະເຢຊູເຈົ້າຕອບວ່າ: “ຖ້າເຮົາຍົກຍ້ອງຕົວເອງ, ກຽດຂອງເຮົາກໍບໍ່ມີຄ່າຫຍັງ. ແຕ່ຜູ້ຍົກຍ້ອງເຮົາຄືພຣະບິດາຂອງເຮົາ, ຊຶ່ງພວກເຈົ້າເອີ້ນວ່າພຣະເປັນເຈົ້າຂອງພວກເຈົ້ານັ້ນເອງ. 55.ປານນັ້ນກໍດີ ພວກເຈົ້າບໍ່ຮູ້ຈັກພຣະອົງ. ສ່ວນເຮົາ, ເຮົາຮູ້ຈັກພຣະອົງດີ, ແລະຖ້າເຮົາເວົ້າວ່າ ບໍ່ຮູ້ຈັກພຣະອົງ ເຮົາກໍຈະເປັນຄົນເວົ້າຕົວະຄືພວກເຈົ້າ. ແຕ່ວ່າເຮົາຮູ້ຈັກພຣະອົງ ແລະຮັກສາພຣະວາຈາຂອງ ພຣະອົງ. 56.ອາບຣາຮຳບິດາຂອງພວກເຈົ້າ ມີຄວາມຊື່ນຊົມຍິນດີ ເມື່ອຄິດເຖິງວັນເວລາຂອງເຮົາ. ເພິ່ນໄດ້ເຫັນແລ້ວ ແລະໄດ້ມີຄວາມຊື່ນຊົມຍິນດີ.” 57.ພວກຢິວຖຽງວ່າ: ທ່ານບໍ່ທັນມີອາຍຸພໍຫ້າສິບປີ ແລ້ວເວົ້າວ່າໄດ້ເຫັນອາບຣາຮຳຊັ້ນບໍ? 58.ພຣະອົງຕອບວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ກ່ອນອາບຣາຮຳເກີດມາ ເຮົາເປັນຢູ່ແລ້ວ.” 59.ພວກເຂົາເລີຍພາກັນຈັບກ້ອນຫີນຈະແກ່ວງໃສ່ພຣະອົງ, ແຕ່ພຣະອົງໄດ້ຜີກຕົວໜີ ແລະສະເດັດອອກຈາກວິຫານ.