ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 7

V. ບຸນສະຫລອງຜາມ

 

ສະເດັດຂຶ້ນໄປນະຄອນເຢຣູຊາແລມແລະເທດສະໜາ

1.ຫລັງຈາກນັ້ນ ພຣະເຢຊູເຈົ້າກໍສະເດັດໄປທົ່ວແຂວງຄາລີເລ; ພຣະອົງໄປມາຢູ່ແຂວງຢູເດບໍ່ໄດ້, ຍ້ອນພວກຢິວຊອກຫາໂອກາດຢາກຂ້າພຣະອົງ. 2.ງານບຸນສະຫລອງຜາມຂອງພວກຢິວກໍໃກ້ຈະມາເຖິງແລ້ວ. 3.ພວກຍາດພີ່ນ້ອງຈຶ່ງທູນພຣະອົງວ່າ: “ເຊີນອອກຈາກທີ່ນີ້, ແລ້ວໄປແຂວງຢູເດ ເພື່ອໃຫ້ພວກລູກສິດຂອງທ່ານໄດ້ເຫັນວຽກການທີ່ທ່ານໄດ້ກະທຳ. 4.ຍ້ອນວ່າບໍ່ມີໃຜທຳການຫຍັງລັບໆ, ເມື່ອມີຄວາມປາດຖະໜາຢາກໃຫ້ຜູ້ອື່ນຮູ້ຈັກຕົວເຂົາ, ແລະຍ້ອນວ່າທ່ານທຳກິດຈະການເຫລົ່ານັ້ນຢູ່ແລ້ວ, ກໍຈົ່ງສຳແດງຕົວໃຫ້ໂລກຮູ້ເສຍ”. 5.ດ້ວຍວ່າພວກຍາດພີ່ນ້ອງຂອງພຣະອົງບໍ່ຍອມເຊື່ອເຖິງພຣະອົງ. 6.ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ: “ບໍ່ທັນຮອດເວລາຂອງເຮົາ; ແຕ່ສຳລັບພວກເຈົ້ານັ້ນ ແມ່ນເວລາອັນເໝາະດີຢູ່ສະເໝີ. 7.ໂລກບໍ່ສາມາດຄຽດຊັງພວກເຈົ້າໄດ້, ແຕ່ມັນຄຽດຊັງເຮົາ, ຍ້ອນເຮົາຢືນຢັນວ່າ ກິດຈະການຂອງເຂົາຊົ່ວຮ້າຍ. 8.ໃຫ້ພວກເຈົ້າໄປເອົາບຸນເສຍ; ສ່ວນເຮົາ, ເທື່ອນີ້ເຮົາບໍ່ໄປ, ຍ້ອນບໍ່ທັນຮອດເວລາຂອງເຮົາ”. 9.ເມື່ອກ່າວດັ່ງນີ້ແລ້ວ, ພຣະອົງກໍຄ້າງຢູ່ແຂວງຄາລີເລ. 10.ຢ່າງໃດກໍດີ, ເມື່ອພວກຍາດພີ່ນ້ອງພາກັນໄປບຸນສະຫລອງແລ້ວ, ພຣະອົງກໍໄປດ້ວຍ, ບໍ່ແມ່ນຢ່າງເປີດເຜີຍ, ແຕ່ໄປຢ່າງລັບໆ.

 

ຝູງຊົນຖຽງກັນກ່ຽວກັບພຣະເຢຊູເຈົ້າ

11.ໃນລະຫວ່າງບຸນສະຫລອງນັ້ນ ພວກຢິວຊອກຫາພຣະອົງ ແລະເວົ້າວ່າ: “ເພິ່ນນັ້ນຢູ່ໃສ?” 12.ຜູ້ຄົນຊັບຊິ່ມກັນເລື່ອງພຣະອົງຢ່າງຫລວງຫລາຍ. ລາງພວກວ່າ: “ເພິ່ນເປັນຄົນດີ”; ລາງພວກວ່າ: “ບໍ່ແມ່ນ! ເພິ່ນຕົວະຫລອກປະຊາຊົນ”. 13.ແຕ່ບໍ່ມີໃຜເວົ້າເລື່ອງພຣະອົງຢ່າງເປີດເຜີຍ, ຍ້ອນຢ້ານພວກຢິວ. 14.ໃນຍາມກາງບຸນ ພຣະເຢຊູເຈົ້າສະເດັດຂຶ້ນໄປໃນພຣະວິຫານແລະເທດສອນ. 15.ພວກຢິວມີຄວາມປະຫລາດໃຈ ເວົ້າກັນວ່າ: “ເພິ່ນນີ້ບໍ່ໄດ້ຮ່ຳໄດ້ຮຽນ, ແຕ່ຮູ້ຈັກໜັງສືໄດ້ຢ່າງໃດ?” 16.ພຣະເຢຊູເຈົ້າກ່າວຕອບວ່າ: “ຄຳສອນຂອງເຮົາບໍ່ໄດ້ມາຈາກເຮົາເອງ, ແຕ່ມາຈາກພຣະອົງຜູ້ຊົງໃຊ້ເຮົາມາ. 17.ຖ້າໃຜປາດຖະໜາຢາກທຳຕາມນ້ຳພຣະໄທຂອງພຣະອົງ, ກໍຈະຮູ້ຈັກວ່າ ຄຳສອນນີ້ມາຈາກພຣະເປັນເຈົ້າ ຫລືເຮົາເວົ້າດ້ວຍຕົວເອງ. 18.ຜູ້ໃດເວົ້າເລື່ອງຕົວເອງ ກໍຊອກຫາກຽດມາໃຫ້ຕົວເອງ. ສ່ວນຜູ້ທີ່ຊອກຫາກຽດໃຫ້ຜູ້ທີ່ໃຊ້ຕົວມາ, ຜູ້ນັ້ນແລ້ວເປັນຜູ້ສັດຈິງ; ຄວາມອະສັດອະທຳບໍ່ມີໃນຕົວເພິ່ນ. 19.ບໍ່ແມ່ນໂມແຊບໍໄດ້ມອບພຣະທຳບັນຢັດໃຫ້ພວກເຈົ້າ? ແລະບໍ່ມີໃຜໃນພວກເຈົ້າຖືຕາມ. ເປັນຫຍັງພວກເຈົ້າຈຶ່ງຫາທາງຂ້າເຮົາ?” 20.ຝູງຊົນຕອບວ່າ: “ທ່ານຖືກຜີສິງ; ແມ່ນໃຜຫາທາງຂ້າທ່ານ?” 21.ພຣະເຢຊູເຈົ້າຕອບວ່າ: “ເຮົາໄດ້ທຳແຕ່ສິ່ງດຽວເທົ່ານັ້ນ, ແລ້ວພວກເຈົ້າງຶດງໍ້ໄປໝົດ, 22.ໂມແຊໄດ້ໃຫ້ພວກເຈົ້າມີສິນຕັດ. ທີ່ຈິງ ສິນຕັດນັ້ນບໍ່ໄດ້ມາຈາກໂມແຊດອກ, ແຕ່ມາຈາກພວກບັນພະບຸຣຸດ ແລະພວກເຈົ້າໄດ້ທຳພິທີນີ້ໃນວັນພຣະອີກຊ້ຳ. 23.ຖ້າຫາກວ່າຄົນໜຶ່ງຮັບສິນຕັດໃນວັນພຣະ ເພື່ອຖືຕາມພຣະທຳບັນຢັດຂອງໂມແຊໄດ້, ແລ້ວເປັນຫຍັງພວກເຈົ້າຕິຮ້າຍເຮົາ, ຍ້ອນເຮົາປົວໝົດຕົວຄົນໃຫ້ດີໃນວັນພຣະ? 24.ພວກເຈົ້າຢ່າຕັດສິນຕາມທີີ່ເຫັນພາຍນອກ, ແຕ່ຈົ່ງຕັດສິນຕາມຄວາມຍຸຕິທຳເຖີດ”.

 

ຝູງຊົນຖຽງກັນເລື່ອງກົກເຄົ້າຂອງພຣະກຣິສໂຕ

25.ມີຊາວນະຄອນເຢຣູຊາແລມບາງຄົນເວົ້າວ່າ: “ຜູ້ນີ້ບໍ່ແມ່ນຄົນທີ່ເຂົາຊອກຫາຈະຂ້ານັ້ນບໍ? 26.ເບິ່ງດູ ເພິ່ນກຳລັງເທດສອນຢ່າງເປີດເຜີຍ ແຕ່ບໍ່ມີໃຜເວົ້າຫຍັງໃສ່ເພິ່ນ. ພວກຜູ້ໃຫຍ່ຄົງຈະຮັບຮູ້ວ່າ ເພິ່ນແມ່ນພຣະກຣິສໂຕກໍບໍ່ຈັກ. 27.ແຕ່ພວກເຮົາຮູ້ດີວ່າເພິ່ນມາແຕ່ໃສ. ສ່ວນພຣະກຣິສໂຕນັ້ນ, ເມື່ອຈະສະເດັດມາ ໃຜກໍຈະບໍ່ຮູ້ວ່າພຣະອົງມາຈາກໃສ.” 28.ໃນເວລານັ້ນ ພຣະເຢຊູເຈົ້າທີ່ກຳລັງເທດສອນຢູ່ໃນພຣະວິຫານ ຈຶ່ງກ່າວດ້ວຍສຽງດັງວ່າ: “ພວກເຈົ້າຮູ້ຈັກເຮົາ ແລະຮູ້ວ່າເຮົາມາແຕ່ໃສ. ແນວໃດກໍດີ ເຮົາບໍ່ໄດ້ມາຕາມລຳພັງເຮົາເອງ ແຕ່ຜູ້ທີ່ໃຊ້ເຮົາມານັ້ນ ໄດ້ໃຊ້ເຮົາມາແທ້, ແຕ່ພວກເຈົ້າບໍ່ຮູ້ຈັກພຣະອົງ. 29.ສ່ວນເຮົາ, ເຮົາຮູ້ຈັກຍ້ອນເຮົາມາຈາກພຣະອົງ ແລະແມ່ນພຣະອົງເອງໄດ້ໃຊ້ເຮົາມາ.” 30.ພວກເຂົາຈຶ່ງຫາທາງຈັບພຣະອົງ, ແຕ່ບໍ່ມີໃຜກ້າຈັບ, ຍ້ອນວ່າບໍ່ທັນເຖິງເວລາຂອງພຣະອົງ. 31.ໃນຝູງຊົນນັ້ນ ມີຫລາຍຄົນເຊື່ອເຖິງພຣະອົງ ແລະເວົ້າວ່າ: “ອົງພຣະກຣິສໂຕ, ເມື່ອຈະສະເດັດມາ, ພຣະອົງຈະທຳການອັດສະຈັນຕ່າງໆຫລາຍກວ່າເພິ່ນນີ້ບໍ?” 32.ພວກຟາຣີເຊວກໍໄດ້ຍິນສຽງຝູງຊົນຊັບຊິ່ມກັນ ເລື່ອງພຣະເຢຊູເຈົ້າ; ພວກເຂົາແລະພວກຫົວໜ້າສົງຈຶ່ງສົ່ງທະຫານໄປຈັບກຸມພຣະອົງ. 33.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ເຮົາຢູ່ກັບພວກເຈົ້າອີກຈັກໜ້ອຍ, ແລ້ວເຮົາຈະເມືອຫາຜູ້ທີ່ຊົງໃຊ້ເຮົາມາ. 34.ພວກເຈົ້າຈະຊອກຫາເຮົາ ແລະຈະບໍ່ພົບພໍ້, ຍ້ອນວ່າພວກເຈົ້າບໍ່ອາດໄປເຖິງບ່ອນເຮົາຢູ່ນັ້ນໄດ້”. 35.ພວກຢິວເວົ້າກັນວ່າ: “ເພິ່ນນີ້ຈະໄປໃສ, ພວກເຮົາຈຶ່ງຈະຫາບໍ່ເຫັນ? ເພິ່ນຈະໄປຫາພວກທີ່ຢູ່ປົນກັບພວກເກັຣກ ຫລືໄປສັ່ງສອນພວກ ເກັຣກບໍ? 36.ຄຳເພິ່ນວ່າ: “ພວກເຈົ້າຈະຊອກຫາເຮົາ ແລະຈະບໍ່ພົບພໍ້, ຍ້ອນວ່າພວກເຈົ້າບໍ່ອາດໄປເຖິງບ່ອນເຮົາຢູ່ນັ້ນໄດ້” ນັ້ນໝາຍຄວາມວ່າແນວໃດແທ້?”

 

ສັນຍາຈະໃຫ້ນ້ຳບັນດານຊີວິດ

37.ໃນມື້ສຸດທ້າຍຂອງງານບຸນສະຫລອງ ອັນແມ່ນມື້ສຳຄັນທີ່ສຸດນັ້ນ, ພຣະເຢຊູເຈົ້າຊົງຢືນຂຶ້ນ ແລະກ່າວດ້ວຍສຽງດັງວ່າ: “ຖ້າຜູ້ໃດຫິວນ້ຳ ຈົ່ງມາຫາເຮົາແລະດື່ມເຖີດ. 38.ຜູ້ທີ່ເຊື່ອເຖິງເຮົາເອີຍ! ພຣະຄຳພີໄດ້ບອກວ່າ: ລຳນ້ຳບັນດານຊີວິດ ຈະໄຫລອອກມາຈາກຊວງເອິກຂອງພຣະອົງ”. 39.ພຣະອົງເວົ້າເລື່ອງນີ້ເຖິງອົງພຣະຈິດ ທີ່ພວກເຊື່ອໃນພຣະອົງຈະໄດ້ຮັບ, ດ້ວຍວ່າພຣະຈິດເຈົ້າບໍ່ທັນສະເດັດມາ, ຍ້ອນພຣະເຢຊູເຈົ້າຍັງບໍ່ທັນໄດ້ຮັບກຽດມຸງຄຸນ.

 

ຖຽງກັນເລື່ອງກົກເຄົ້າຂອງພຣະກຣິສໂຕອີກ

40.ມີບາງຄົນໃນຝູງຊົນໄດ້ຍິນຄວາມນີ້ ຈຶ່ງເວົ້າວ່າ: “ເພິ່ນນີ້ແຫລະແມ່ນປະພາສົກແທ້.” 41.ບາງຄົນເວົ້າວ່າ: “ແມ່ນພຣະກຣິສໂຕເຈົ້າ.” ແຕ່ບາງຄົນຖ່ຽງວ່າ: “ພຣະກຣິສໂຕເຈົ້າຈະມາຈາກແຂວງຄາລີເລບໍ? 42.ພຣະຄຳພີບໍ່ໄດ້ກ່າວໄວ້ບໍວ່າ: ພຣະກຣິສໂຕເຈົ້າຕ້ອງມາຈາກເຊື້ອສາຍຂອງກະສັດດາວິດ ແລະມາຈາກເມືອງເບັດເລແຮມ?” 43.ດັ່ງນີ້ຝູງຊົນເລີຍມີຄວາມຄິດເຫັນແຕກແຍກກັນຍ້ອນພຣະອົງ. 44.ມີບາງຄົນຢາກເຂົ້າຈັບພຣະອົງ ແຕ່ບໍ່ມີໃຜກ້າຈັບ. 45.ພວກທະຫານຈຶ່ງພາກັນກັບເມືອຫາພວກຟາຣີເຊວແລະພວກພຣະສົງຜູ້ໃຫຍ່. ພວກນີ້ເລີຍວ່າ: “ເປັນຫຍັງພວກເຈົ້າບໍ່ຄຸມຕົວເຂົາມາ?” 46.ພວກທະຫານຍາມຕອບວ່າ: “ພວກເຮົາບໍ່ເຄີຍເຫັນຄົນໃດປາກເວົ້າຄືຄົນຜູ້ນີ້!” 47.ພວກຟາຣິີເຊວເລີຍວ່າ: “ພວກເຈົ້າເອງກໍຫລົງເຊື່ອນຳບໍ? 48.ມີໃຜຈັກຄົນໃນພວກຜູ້ໃຫຍ່ຫລືພວກຟາຣິີເຊວໄດ້ເຊື່ອຄົນຜູ້ນີ້ບໍ? 49.ມີແຕ່ພວກທີ່ບໍ່ຮູ້ພຣະທຳບັນຢັດ ແລະເປັນຄົນຊົ່ວຊ້າເທົ່ານັ້ນແລ້ວ.” 50.ທ່ານນີໂກແດມຜູ້ໜຶ່ງໃນພວກຟາຣິີເຊວ ທີ່ໄດ້ມາຫາພຣະອົງຫວ່າງກ່ອນນັ້ນ ໄດ້ເວົ້າວ່າ: 51.“ພຣະທຳບັນຢັດຂອງພວກເຮົາເຄີຍຕັດສິນລົງໂທດໃຜ ໂດຍບໍ່ທັນໄດ້ຍິນແລະບໍ່ທັນເຂົ້າໃຈສິ່ງທີ່ຜູ້ນັ້ນກະທຳໄດ້ບໍ? 52.ພວກນັ້ນຕອບວ່າ: “ທ່ານເອງກໍເປັນຊາວຄາລີເລດ້ວຍບໍ? ຈົ່ງສືບເບິ່ງ, ທ່ານຈະເຫັນວ່າບໍ່ມີປະພາສົກໃດມາຈາກແຂວງຄາລີເລເລີຍ.” 53.ແລ້ວຕ່າງກໍເມືອເຮືອນໃຜລາວ.