ພຣະວໍຣະສານ ໂດຍນັກບຸນ ຢວງ
ພາກທີ 6
IV. ເລື່ອງປັງແຫ່ງຊີວິດ
ຊົງທະວີຂະໜົມປັງ
1.ແລ້ວນັ້ນ, ພຣະເຢຊູເຈົ້າສະເດັດຂ້າມທະເລຄາລີເລ ອັນມີຊື່ວ່າທະເລສາບຕີເບຣີອັດ. 2.ມີຝູງຄົນຫລວງຫລາຍຕິດຕາມພຣະອົງໄປ, ຍ້ອນວ່າໄດ້ເຫັນການອັດສະຈັນ ທີ່ພຣະອົງໄດ້ກະທຳເພື່ອປິ່ນປົວຄົນເຈັບປ່ວຍ. 3.ພຣະອົງໄດ້ສະເດັດຂຶ້ນເທິງພູແລະປະທັບຢູ່ທີ່ນັ້ນ ພ້ອມກັບພວກສາວົກຂອງພຣະອົງ. 4.ເວລານັ້ນ ວັນບຸນປາສກາ, ອັນແມ່ນວັນສະຫລອງຂອງພວກຢິວ, ໃກ້ຈະມາເຖິງແລ້ວ. 5.ພຣະເຢຊູເຈົ້າຊົງທອດພຣະເນດເຫັນປະຊາຊົນຫລວງຫລາຍ ມາຫາພຣະອົງດັ່ງນີ້, ຈຶ່ງກ່າວກັບຟີລິບວ່າ: “ພວກເຮົາຈະຫາຊື້ຂະໜົມປັງຢູ່ໃສ ພໍໃຫ້ຄົນເຫລົ່ານີ້ໄດ້ກິນ?” 6.ພຣະອົງກ່າວດັ່ງນີ້ ກໍເພື່ອລອງໃຈຟີລິບເບິ່ງ. ພຣະອົງເອງຮູ້ຈັກແລ້ວວ່າຈະເຮັດແນວໃດ. 7.ຟີລິບທູນວ່າ: “ຂະໜົມປັງສອງຮ້ອຍຫລຽນ ເພື່ອແບ່ງໃຫ້ຄົນລະໜ້ອຍກໍບໍ່ພໍ.” 8.ສາວົກຜູ້ໜຶ່ງຊື່ອັນເດຣ, ນ້ອງຂອງຊີມອນເປໂຕ ທູນພຣະອົງວ່າ: 9.“ຢູ່ນີ້ ມີເດັກນ້ອຍຜູ້ໜຶ່ງມີຂະໜົມປັງຫ້າກ້ອນກັບປາສອງໂຕ; ແຕ່ຈະພໍຫຍັງສຳລັບຄົນຫລາຍປານນີ້?” 10.ພຣະເຢຊູເຈົ້າເລີຍກ່າວວ່າ: “ຈົ່ງບອກໃຫ້ພວກເຂົານັ່ງລົງ.“ຢູ່ທີ່ນັ້ນມີຫຍ້າຫລາຍ. ພວກເຂົາກໍພາກັນນັ່ງ; ນັບແຕ່ຜູ້ຊາຍ ມີປະມານຫ້າພັນຄົນ. 11.ພຣະເຢຊູເຈົ້າຈຶ່ງຈັບເອົາຂະໜົມປັງ, ຊົງສົມມະນາພຣະຄຸນ, ແລ້ວແຈກຢາຍໃຫ້ພວກຜູ້ຄົນທີ່ນັ່ງຢູ່ນັ້ນ. ສຳລັບປາພຣະອົງກໍທຳຢ່າງດຽວກັນ, ຕາມຄວາມຕ້ອງການຂອງໃຜລາວ. 12.ເມື່ອທຸກຄົນໄດ້ກິນອີ່ມແລ້ວ, ພຣະອົງກໍກ່າວກັບພວກສາວົກວ່າ: “ຈົ່ງເກັບເສດທີ່ເຫລືອນັ້ນໄວ້, ຢ່າໃຫ້ມັນເສຍໄປລ້າໆ.” 13.ພວກສາວົກກໍພາກັນຮິບໂຮມເສດທີ່ເຫລືອກິນຈາກຂະໜົມປັງຫ້າກ້ອນນັ້ນໄວ້ ໄດ້ສິບສອງກະບຸງ. 14.ຄົນທັງຫລາຍເຫັນອັດສະຈັນທີ່ພຣະເຢຊູເຈົ້າໄດ້ກະທຳ ເລີຍເວົ້າວ່າ: “ທ່ານຜູ້ນີ້ແມ່ນປະພາສົກທີ່ຕ້ອງມາໃນໂລກນີ້.” 15.ເມື່ອພຣະເຢຊູເຈົ້າຮູ້ຈັກວ່າ ເຂົາເຫລົ່ານັ້ນຈະຈັບພຣະອົງໄປແຕ່ງຕັ້ງເປັນກະສັດ ພຣະອົງເລີຍຜີກຕົວໜີ ຂຶ້ນພູແຕ່ຜູ້ດຽວອີກເທື່ອໜຶ່ງ.
ຊົງສະເດັດໄຕ່ຫລັງນ້ຳ
16.ພໍຕົກຄ່ຳ, ພວກສາວົກລົງໄປຮິມທະເລ, 17.ແລ້ວລົງເຮືອໄປເມືອງກາຟາກນາອຸມທີ່ຢູ່ຟາກພຸ້ນ. ເວລານັ້ນມືດແລ້ວ, ແຕ່ພຣະເຢຊູເຈົ້າຍັງບໍ່ທັນໄປຫາພວກເຂົາ. 18.ລົມພັດແຮງ, ທະເລເກີດຟອງໃຫຍ່. 19.ເມື່ອພວກສາວົກແຊວເຮືອໄປໄດ້ປະມານຫ້າຫລັກ, ກໍແນມເຫັນພຣະເຢຊູເຈົ້າຍ່າງເທິງນ້ຳມາໃກ້ເຮືອ. ພວກເຂົາມີຄວາມຢ້ານກົວ. 20.ແຕ່ພຣະອົງກ່າວວ່າ: “ແມ່ນເຮົາເອງ, ຢ່າຢ້ານ.” 21.ພວກເຂົາວ່າຈະເຊີນພຣະອົງຂຶ້ນເທິງເຮືອ, ແຕ່ພໍດີເຮືອກໍຮອດທ່າຈອດ ບ່ອນທີ່ໝາຍຈະໄປ.
ເທດສະໜາຢູ່ໂຮງທຳເມືອງກາຟາກນາອຸມ
22.ມື້ລຸນມາ, ຝູງຊົນທີ່ຍັງຢູ່ຟາກພຸ້ນສັງເກດເຫັນວ່າ ຢູ່ທີ່ນັ້ນໄດ້ມີເຮືອຈອດຢູ່ແຕ່ລຳດຽວ ແລະພຣະເຢຊູເຈົ້າກໍບໍ່ໄດ້ລົງເຮືອໄປກັບພວກສາວົກ, ພວກເຂົາໄປແຕ່ພວກເຂົາເອງ. 23.ແຕ່ມີເຮືອລຳອື່ນຈາກເມືອງຕີເບຣີອັດ ມາຈອດຢູ່ໃກ້ບ່ອນພວກເຂົາໄດ້ກິນຂະໜົມປັງ, ເມື່ອພຣະອົງຊົງກ່າວສົມມະນາພຣະຄຸນແລ້ວ. 24.ເມື່ອເຫັນວ່າ ທັງພຣະເຢຊູແລະພວກສາວົກກໍບໍ່ຢູ່ທີ່ນັ້ນ, ພວກເຂົາຈຶ່ງພາກັນລົງເຮືອ ຂ້າມໄປເມືອງກາຟາກນາອຸມເພື່ອຊອກຫາພຣະອົງ. 25.ພໍ້ພຣະອົງຢູ່ຟາກພຸ້ນແລ້ວ, ພວກເຂົາຈຶ່ງທູນວ່າ: “ພຣະອາຈານມາຮອດບ່ອນນີ້ແຕ່ເວລາໃດ?” 26.ພຣະເຢຊູເຈົ້າຕອບວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ພວກເຈົ້າຊອກຫາເຮົາ, ບໍ່ແມ່ນຍ້ອນໄດ້ເຫັນອັດສະຈັນ, ແຕ່ຍ້ອນໄດ້ກິນຂະໜົມປັງຈົນອີ່ມເທົ່ານັ້ນ. 27.ຈົ່ງອອກແຮງບໍ່ແມ່ນເພື່ອຊອກຫາອາຫານທີ່ສາບສູນເປັນ, ແຕ່ເພື່ອຊອກຫາອາຫານອັນຖາວອນແລະບັນດານຊີວິດນິຣັນດອນ, ຄືອາຫານທີ່ບຸດແຫ່ງມະນຸດປະທານໃຫ້ພວກເຈົ້າ, ຍ້ອນພຣະເປັນເຈົ້າພຣະບິດາໄດ້ປະທັບຕາໃສ່ບຸດແຫ່ງມະນຸດແລ້ວ”. 28.ພວກເຂົາທູນວ່າ: “ພວກຂ້າພະເຈົ້າຕ້ອງເຮັດແນວໃດ ເພື່ອກະທຳວຽກການຂອງພຣະເປັນເຈົ້າ?” 29.ພຣະເຢຊູເຈົ້າຕອບວ່າ: “ວຽກການຂອງພຣະເປັນເຈົ້າຄື ໃຫ້ພວກເຈົ້າເຊື່ອເຖິງຜູ້ທີ່ພຣະອົງໄດ້ຊົງໃຊ້ມາ.” 30.ພວກເຂົາຈຶ່ງທູນຕອບວ່າ: “ທ່ານຈະກະທຳການອັດສະຈັນຫຍັງໃຫ້ພວກຂ້າພະເຈົ້າເຫັນແລະເຊື່ອທ່ານ? ທ່ານທຳວຽກການຫຍັງແດ່? 31.ບັນພະບຸຣຸດຂອງພວກຂ້າພະເຈົ້າໄດ້ກິນມັນນາຢູ່ທີ່ປ່ຽວ ຕາມທີ່ພຣະຄຳພີໄດ້ຂຽນໄວ້ວ່າ: ພຣະອົງໄດ້ໃຫ້ພວກເຂົາກິນປັງມາຈາກສະຫວັນ.” 32.ພຣະເຢຊູເຈົ້າຕອບວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ ບໍ່ແມ່ນໂມແຊໄດ້ທານປັງຈາກສະຫວັນໃຫ້ພວກເຈົ້າ, ແຕ່ແມ່ນພຣະບິດາຂອງເຮົາເປັນຜູ້ປະທານປັງແທ້ຈາກສະຫວັນໃຫ້ພວກເຈົ້າ. 33.ຍ້ອນວ່າປັງຂອງພຣະເປັນເຈົ້າແມ່ນປັງທີ່ລົງມາຈາກສະຫວັນ ເພື່ອບັນດານຊີວິດໃຫ້ໂລກ”. 34.ພວກເຂົາຈຶ່ງທູນພຣະອົງວ່າ: “ພຣະອົງເຈົ້າເອີຍ! ໂຜດປະທານປັງນັ້ນໃຫ້ພວກຂ້ານ້ອຍສະເໝີເຖີດ.” 35.ພຣະເຢຊູເຈົ້າກ່າວວ່າ: “ເຮົານີ້ແລ້ວແມ່ນປັງແຫ່ງຊີວິດ ໃຜມາຫາເຮົາຈະບໍ່ອຶດຢາກ. ໃຜເຊື່ອເຖິງເຮົາຈະບໍ່ຫອດຫີວອີກເລີຍ. 36.ແຕ່ເຮົາໄດ້ບອກພວກເຈົ້າແລ້ວວ່າ ພວກເຈົ້າໄດ້ເຫັນເຮົາແລະບໍ່ຍອມເຊື່ອ. 37.ທຸກຄົນທີ່ພຣະບິດາມອບໃຫ້ເຮົາ ຈະມາຫາເຮົາ ຜູ້ທີ່ມາຫາເຮົາ ເຮົາຈະບໍ່ໄລ່ເຂົາໜີອອກນອກ; 38.ຍ້ອນວ່າເຮົາສະເດັດລົງມາຈາກສະຫວັນ, ບໍ່ແມ່ນເພື່ອທຳຕາມນ້ຳໃຈຂອງເຮົາ, ແຕ່ເພື່ອທຳຕາມນ້ຳພຣະໄທຂອງຜູ້ທີ່ຊົງໃຊ້ເຮົາມາ. 39.ນ້ຳພຣະໄທຂອງຜູ້ທີ່ຊົງໃຊ້ເຮົາມາຄື ເຮົາບໍ່ຕ້ອງທຳໃຫ້ໃຜຈັກຄົນ ທີ່ພຣະບິດາຊົງມອບໃຫ້ເຮົານັ້ນ ເສຍໄປ, ແຕ່ທຳໃຫ້ເຂົາໄດ້ກັບເປັນຄືນມາໃນວັນສຸດທ້າຍ. 40.ນີ້ແມ່ນນ້ຳພຣະໄທຂອງພຣະບິດາຄື ໃຫ້ທຸກຄົນທີ່ເຫັນພຣະບຸດແລະເຊື່ອເຖິງພຣະອົງ ມີຊີວິດນິຣັນດອນ, ແລ້ວເຮົາຈະໃຫ້ເຂົາກັບເປັນຄືນມາໃນວັນສຸດທ້າຍ.” 41.ພວກຢິວຈຶ່ງພາກັນຈົ່ມໃສ່ພຣະອົງ, ຍ້ອນພຣະອົງໄດ້ເວົ້າວ່າ: “ເຮົາແມ່ນປັງທີ່ມາຈາກສະຫວັນ”. 42.ພວກເຂົາເວົ້າວ່າ: “ນີ້ບໍ່ແມ່ນເຢຊູລູກຂອງຢໍແຊ ທີ່ພວກເຮົາຮູ້ຈັກພໍ່ແມ່ນັ້ນບໍ? ເປັນຫຍັງເພິ່ນຈຶ່ງເວົ້າຢູ່ດຽວນີ້ວ່າ: ເຮົາແມ່ນປັງທີ່ລົງມາຈາກສະຫວັນ”. 43.ພຣະເຢຊູເຈົ້າຕອບວ່າ: “ພວກເຈົ້າຢ່າພາກັນຈົ່ມ; 44.ບໍ່ມີຜູ້ໃດສາມາດມາຫາເຮົາໄດ້, ຖ້າພຣະບິດາຜູ້ຊົງໃຊ້ເຮົາມາ ບໍ່ຈູງໃຈເຂົາ, ແລະເຮົາ, ເຮົາຈະໃຫ້ເຂົາກັບເປັນຄືນມາໃນວັນສຸດທ້າຍ. 45.ໄດ້ມີຂຽນໄວ້ໃນໜັງສືຂອງພວກປະພາສົກວ່າ: ທຸກຄົນຈະໄດ້ຮັບຄຳສັ່ງສອນຈາກພຣະເຈົ້າ. ຜູ້ໃດຟັງຄຳສອນແລະຮັບການອົບຮົມຈາກພຣະບິດາ, ຜູ້ນັ້ນກໍມາຫາເຮົາ. 46.ບໍ່ມີຜູ້ໃດໄດ້ເຫັນພຣະບິດາ, ມີແຕ່ຜູ້ມາຈາກພຣະເຈົ້າເທົ່ານັ້ນ ໄດ້ເຫັນພຣະບິດາ. 47.ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ຜູ້ໃດເຊື່ອ, ຜູ້ນັ້ນມີຊີວິດນິຣັນດອນ. 48.ເຮົາແມ່ນປັງຊົງຊີວິດ. 49.ບັນພະບຸຣຸດຂອງພວກເຈົ້າໄດ້ກິນ“ມັນນາ”ຢູ່ທີ່ປ່ຽວ ແລະຕາຍໄປແລ້ວ. 50.ປັງນີ້ແມ່ນປັງລົງມາຈາກສະຫວັນ, ຜູ້ໃດຮັບກິນປັງນີ້ຈະບໍ່ຕາຍເລີຍ. 51.ເຮົາແມ່ນປັງຊົງຊີວິດລົງມາຈາກສະຫວັນ. ຜູ້ໃດຮັບກິນປັງນີ້ ຈະມີຊີວິດນິຣັນດອນ, ແລະປັງທີ່ເຮົາຈະປະທານໃຫ້ນັ້ນ ແມ່ນເນື້ອຂອງເຮົາເອງ ທີ່ບັນດານຊີວິດໃຫ້ໂລກ”. 52.ພວກຢິວຈຶ່ງຖຽງກັນວ່າ: “ຄົນນີ້ຈະໃຫ້ເນື້ອຂອງຕົນເປັນອາຫານໃຫ້ເຮົາກິນຢ່າງໃດໄດ້?” 53.ພຣະເຢຊູເຈົ້າກ່າວວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ ຖ້າພວກເຈົ້າບໍ່ກິນເນື້ອບຸດແຫ່ງມະນຸດ ແລະດື່ມໂລຫິດຂອງພຣະອົງ, ພວກເຈົ້າກໍຈະບໍ່ມີຊີວິດຢູ່ໃນຕົວພວກເຈົ້າ. 54.ຜູ້ໃດກິນເນື້ອຂອງເຮົາແລະດື່ມໂລຫິດຂອງເຮົາ, ຜູ້ນັ້ນມີຊີວິດນິຣັນດອນ, ແລະເຮົາເອງຈະໃຫ້ເຂົາກັບເປັນຄືນມາໃນວັນສຸດທ້າຍ. 55.ຍ້ອນວ່າເນື້ອຂອງເຮົາແມ່ນອາຫານແທ້ ແລະໂລຫິດຂອງເຮົາແມ່ນເຄື່ອງດື່ມແທ້. 56.ໃຜກິນເນື້ອຂອງເຮົາແລະດື່ມໂລຫິດຂອງເຮົາ, ຜູ້ນັ້ນຢູ່ໃນເຮົາ ແລະເຮົາກໍສະຖິດຢູ່ໃນຜູ້ນັ້ນດ້ວຍ. 57.ພຣະບິດາຜູ້ຊົງໃຊ້ເຮົາມາເປັນຜູ້ຊົງຊີວິດ. ແລະເຮົາເອງມີຊີວິດຍ້ອນພຣະບິດາແນວໃດ, ຜູ້ທີ່ຮັບເຮົາເປັນອາຫານ ກໍມີຊີວິດຍ້ອນເຮົາແນວນັ້ນດ້ວຍ. 58.ນີ້ແມ່ນປັງທີ່ມາຈາກສະຫວັນ, ບໍ່ແມ່ນຄື “ມັນນາ”, ທີ່ບັນພະບຸຣຸດພວກເຈົ້າໄດ້ຮັບກິນແລ້ວ ກໍຍັງຕາຍ. ຜູ້ໃດກິນປັງນີ້ຈະມີຊີວິດຢູ່ຕະຫອດນິຣັນດອນ.” 59.ພຣະອົງເທດສອນຂໍ້ຄວາມເຫລົ່ານີ້ຢູ່ໃນໂຮງທຳເມືອງກາຟາກນາອຸມ.
60.ເມື່ອໄດ້ຍິນພຣະອົງກ່າວດັ່ງນີ້, ຫລາຍຄົນໃນພວກສາວົກເວົ້າວ່າ: “ຄຳເວົ້ານີ້ຂີນຫູຫລາຍ ໃຜຈະຟັງໄດ້?” 61.ຝ່າຍພຣະເຢຊູເຈົ້າຮູ້ວ່າ ພວກສາວົກຈົ່ມເລື່ອງນີ້; ພຣະອົງຈຶ່ງກ່າວວ່າ: “ເລື່ອງນີ້ເປັນທີ່ສະດຸດແກ່ພວກເຈົ້າບໍ? 62.ແລະເມື່ອພວກເຈົ້າຈະເຫັນບຸດແຫ່ງມະນຸດສະເດັດຂຶ້ນໄປບ່ອນພຣະອົງສະຖິດຢູ່ແຕ່ກ່ອນແລ້ວ, ພວກເຈົ້າຈະວ່າແນວໃດ? 63.ແມ່ນຈິດທຳໃຫ້ມີຊີວິດ, ເນື້ອໜັງໃຊ້ການບໍ່ໄດ້. ຂໍ້ຄວາມທີ່ເຮົາເວົ້າກັບພວກເຈົ້າ ມັນແມ່ນເລື່ອງຝ່າຍຈິດແລະເປັນຊີວິດ. 64.ແຕ່ມີລາງຄົນໃນພວກເຈົ້າບໍ່ເຊື່ອ.” ຍ້ອນພຣະເຢຊູເຈົ້າຮູ້ຈັກແຕ່ຕົ້ນແລ້ວວ່າ ໃຜແມ່ນຜູ້ບໍ່ເຊື່ອ ແລະໃຜຈະເປັນຜູ້ມອບພຣະອົງ. 65.ພຣະອົງຈຶ່ງກ່າວຕື່ມວ່າ: “ດ້ວຍເຫດນີ້ແລ້ວ ເຮົາຈຶ່ງໄດ້ບອກກັບພວກເຈົ້າວ່າ ບໍ່ມີໃຜມາຫາເຮົາໄດ້, ຖ້າພຣະບິດາບໍ່ປະທານໃຫ້.” 66.ແຕ່ນັ້ນມາມີສາວົກຫລາຍຄົນຖອຍຫລັງ ບໍ່ໄປນຳພຣະອົງອີກ. 67.ພຣະເຢຊູເຈົ້າຈຶ່ງກ່າວກັບພວກອັກຄະສາວົກທັງສິບສອງວ່າ: “ພວກເຈົ້າບໍ່ຢາກໄປຄືພວກເຂົາບໍ?” 68.ຊີມອນເປໂຕທູນຕອບວ່າ: “ພຣະອົງເຈົ້າເອີຍ! ພວກຂ້ານ້ອຍຈະໄປຫາໃຜ? ພຣະອົງມີພຣະວາຈາທີ່ບັນດານຊີວິດນິຣັນດອນ. 69.ພວກຂ້ານ້ອຍທຸກຄົນເຊື່ອ ແລະຮູ້ວ່າພຣະອົງແມ່ນຜູ້ສັກສິດຂອງພຣະເຈົ້າ.” 70.ພຣະເຢຊູເຈົ້າຕອບວ່າ: “ບໍ່ແມ່ນເຮົາທີ່ໄດ້ເລືອກເອົາພວກເຈົ້າທັງສິບສອງບໍ? ປານນັ້ນກໍດີ, ມີຜູ້ໜຶ່ງໃນພວກເຈົ້າເປັນຜີປີສາດ”. 71.ພຣະອົງເວົ້າໃສ່ຢູດາ, ລູກຂອງຊີມອນອິດສະກາຣີອົດ, ຍ່ອນວ່າເຂົາແມ່ນຜູ້ໜຶ່ງໃນພວກສິບສອງ ທີ່ຈະເປັນຜູ້ມອບພຣະອົງ.