ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 5

III. ບຸນສະຫລອງຢູ່ນະຄອນເຢຣູຊາແລມອີກເທື່ອໜຶ່ງ

 

ຊົງປິ່ນປົວຄົນຫລ່ອຍຢູ່ສະນ້ຳເບຊາທາ

1.ຕໍ່ນັ້ນມາ ມີງານບຸນຢ່າງໜຶ່ງຂອງພວກຢິວ. ພຣະເຢຊູເຈົ້າກໍສະເດັດຂຶ້ນໄປນະຄອນເຢຣູຊາແລມ. 2.ຢູ່ນະຄອນເຢຣູຊາແລມ, ໃກ້ປະຕູ“ຝູງແກະ”, ມີສະນ້ຳຢູ່ສະໜຶ່ງ ໃສ່ຊື່ເປັນພາສາເຣເບີຣວ່າ: “ເບຊາທາ”. ມີກົມມະລຽນຫ້າຫລັງ. 3.ຢູ່ກ້ອງກົມມະລຽນເຫລົ່ານີ້ ມີຄົນພິການ, ຄົນຕາບອດ, ຂາເຄ ເປັນຫລ່ອຍນອນຢູ່ຫລວງຫລາຍ ຄອງຖ້ານ້ຳເຟືອນ. 4.ຍ້ອນວ່າເທວະດາຂອງພຣະອົງເຈົ້າລົງມາໃນສະນັ້ນເປັນຄັ້ງເປັນຄາວ ແລະນ້ຳກໍເຟືອນ, ເມື່ອນ້ຳເຊົາເຟືອນ, ໃຜລົງໄປໃນສະກ່ອນກໍຫາຍຈາກພະຍາດ. ຈະເປັນພະຍາດແນວໃດກໍຕາມ. 5.ຢູ່ທີ່ນັ້ນມີຄົນຜູ້ໜຶ່ງພິການມາໄດ້ສາມສິບແປດປີແລ້ວ. 6.ພຣະເຢຊູເຈົ້າເຫັນເຂົານອນຢູ່ ແລະຮູ້ວ່າເຂົາພິການເປັນເວລາດົນນານແລ້ວ ຈຶ່ງກ່າວກັບເຂົາວ່າ: “ເຈົ້າຢາກດີບໍ?” 7.ຄົນພິການທູນຕອບວ່າ: “ພຣະອົງເຈົ້າເອີຍ! ບໍ່ມີໃຜໂຊມຂ້ານ້ອຍລົງສະເມື່ອເວລານ້ຳກຳລັງເຟືອນ. ພໍຂ້ານ້ອຍໄປຮອດ ຜູ້ອື່ນກໍລົງກ່ອນແລ້ວ. 8.ພຣະເຢຊູເຈົ້າກ່າວກັບລາວວ່າ: “ລຸກຂຶ້ນແບກເອົາຊະແນນ, ແລ້ວຍ່າງໄປ.” 9.ທັນທີຄົນນັ້ນກໍຫາຍດີ ລາວແບກເອົາຊະແນນແລ້ວຍ່າງໄປ. ພໍດີມື້ນັ້ນແມ່ນມື້ວັນພຣະ. 10.ພວກຢິວເວົ້າກັບຜູ້ຫາຍພິການວ່າ: “ແມ່ນວັນ ພະ, ເຈົ້າແບກຊະແນນໄປບໍ່ໄດ້.” 11.ລາວຕອບວ່າ: ຜູ້ໄດ້ປົວຂ້ານ້ອຍໃຫ້ດີ ໄດ້ບອກໃຫ້ຂ້ານ້ອຍແບກຊະແນນຍ່າງເມືອ.” 12.ພວກເຂົາຖາມວ່າ: “ຜູ້ບອກເຈົ້າແບກຊະແນນເມືອນັ້ນແມ່ນໃຜ?” 13.ຄົນຜູ້ຫາຍຈາກພິການບໍ່ຮູ້ຈັກວ່າພຣະອົງແມ່ນໃຜ. ຍ້ອນພຣະເຢຊູເຈົ້າໄດ້ຜີກຕົວໜີ ດ້ວຍວ່າມີຄົນຫລາຍຢູ່ບ່ອນນັ້ນ. 14.ຕໍ່ນັ້ນມາ ພຣະເຢຊູເຈົ້າພົບພໍ້ຄົນນັ້ນໃນພຣະວິຫານ. ພຣະອົງຈຶ່ງກ່າວກັບລາວວ່າ ເຫັນບໍເຈົ້າດີແລ້ວ ຢ່າທຳບາບອີກ, ຢ້ານຈະຮ້າຍແຮງກວ່າເກົ່າ”. 15.ຄົນນັ້ນຈຶ່ງໄປບອກໃຫ້ພວກຢິວຊາບວ່າ ຜູ້ປົວເຂົາໃຫ້ດີແມ່ນພຣະເຢຊູເຈົ້າ. ດ້ວຍເຫດນີ້ ພວກຢິວຈຶ່ງບັງບຽດພຣະເຢຊູເຈົ້າ, ຍ້ອນພຣະອົງກະທຳສິ່ງນັ້ນໃນວັນພຣະ. 17.ພຣະເຢຊູເຈົ້າກ່າວຕອບພວກຢິວວ່າ: “ພຣະບິດາຂອງເຮົາທຳງານບໍ່ຢຸດ, ເຮົາເອງກໍທຳງານຄືກັນດ້ວຍ.” ດ້ວຍເຫດນີ້ ພວກຢິວຈຶ່ງຍິ່ງພະຍາຍາມຫາທາງປະຫານຊີວິດພຣະອົງ, ບໍ່ແມ່ນຍ້ອນພຣະອົງຜິດຕໍ່ວັນພຣະເທົ່ານັ້ນ ແຕ່ຍັງແມ່ນຍ້ອນພຣະອົງຮຽກພຣະເປັນເຈົ້າເປັນບິດາຂອງຕົນ, ເປັນການຖືຕົວເທົ່າສະເໝີພຣະເປັນເຈົ້າ.

 

ພາລະກິດຂອງອົງພຣະບຸດ

19.ພຣະເຢຊູເຈົ້າຈຶ່ງກ່າວອີກວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ ພຣະບຸດບໍ່ສາມາດທຳສິ່ງໃດໄດ້ຕາມໃຈຕົວເອງ ໂດຍບໍ່ເຫັນພຣະບິດາທຳສິ່ງນັ້ນ, ດ້ວຍວ່າພຣະບິດາທຳສິ່ງໃດ ພຣະບຸດກໍທຳດັ່ງດຽວກັນ. 20.ຍ້ອນວ່າພຣະບິດາຮັກແພງພຣະບຸດ ແລະໄຂສຳແດງທຸກສິ່ງທີ່ຊົງກະທຳແກ່ພຣະອົງ. ພຣະບິດາຍັງຈະສຳແດງກິດຈະການອັນຍິ່ງໃຫຍ່ກວ່ານີ້ອີກແກ່ພຣະບຸດ ຈົນພວກເຈົ້າຈະງຶດງໍ້. 21.ພຣະບິດາຊົງທຳໃຫ້ຜູ້ຕາຍກັບເປັນຄືນມາແລະມີຊີວິດແນວໃດ, ພຣະບຸດກໍປະທານຊີວິດໃຫ້ຜູ້ທີ່ພຣະອົງພໍພຣະໄທແນວນັ້ນ. 22.ພຣະບິດາບໍ່ຕັດສິນພິພາກສາຜູ້ໃດ, ແຕ່ໄດ້ມອບສິດຕັດສິນທັງໝົດໃຫ້ພຣະບຸດ, 23.ເພື່ອໃຫ້ທຸກຄົນເຄົາລົບພຣະບຸດຄືເຄົາລົບພຣະບິດາ. ຜູ້ໃດບໍ່ເຄົາລົບພຣະບຸດ ກໍບໍ່ເຄົາລົບພຣະບິດາຜູ້ຊົງໃຊ້ພຣະບຸດມາ. 24.ເຮົາບອກພວກເຈົ້າເປັນຄວາມຈິງວ່າ: “ຜູ້ໃດຟັງວາຈາຂອງເຮົາ ແລະເຊື່ອເຖິງພຣະອົງຜູ້ຊົງໃຊ້ເຮົາມາ, ຜູ້ນັ້ນມີຊີວິດນິຣັນດອນ. ຜູ້ນັ້ນບໍ່ຕ້ອງຖືກຕັດສິນ, ແຕ່ໄດ້ຜ່ານຄວາມຕາຍເຂົ້າສູ່ຊີວິດແລ້ວ. 25.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ພວມຈະເຖິງເວລາແລ້ວ ແລະແມ່ນດຽວເອງ, ພວກຄົນຕາຍຈະໄດ້ຍິນສຽງພຣະບຸດຂອງພຣະເປັນເຈົ້າ, ແລະພວກທີ່ໄດ້ຍິນຈະມີຊີວິດ. 26.ຍ້ອນວ່າພຣະບິດາຊົງຊີວິດໃນພຣະອົງເອງແນວໃດ, ພຣະອົງກໍໄດ້ໂຜດໃຫ້ພຣະບຸດຊົງຊີວິດໃນພຣະອົງເອງດັ່ງດຽວກັນ. 27.ພຣະບິດາໄດ້ມອບສິດໃຫ້ພຣະບຸດຕັດສິນພິພາກສາ, ຍ້ອນວ່າພຣະບຸດ ເປັນບຸດແຫ່ງມະນຸດ. 28.ພວກເຈົ້າຢ່າປະຫລາດໃຈໃນຂໍ້ນີ້, ຍ້ອນວ່າພວມຈະເຖິງເວລາ ທີ່ພວກຢູ່ໃນຂຸມຈະໄດ້ຍິນສຽງພຣະບຸດຂອງພຣະເປັນເຈົ້າ. 29.ພວກເຂົາຈະພາກັນອອກມາໝົດ

ຜູ້ທີ່ໄດ້ທຳດີ ຈະກັບເປັນຄືນມາເພື່ອຈະໄດ້ຊີວິດ. ຜູ້ທີ່ໄດ້ທຳຊົ່ວຈະກັບເປັນຄືນມາ ເພື່ອຖືກຕັດສິນລົງໂທດ. 30.ເຮົາທຳສິ່ງໃດຕາມໃຈເຮົາບໍ່ໄດ້, ເຮົາຕັດສິນຕາມທີ່ເຮົາໄດ້ຍິນແລະຄຳຕັດສິນຂອງເຮົາກໍທ່ຽງທຳ, ຍ້ອນວ່າເຮົາບໍ່ຢາກຖືຕາມນ້ຳໃຈຂອງເຮົາ ແຕ່ຢາກຖືຕາມນ້ຳພຣະໄທຂອງພຣະອົງຜູ້ໄດ້ຊົງໃຊ້ເຮົາມາ. 31.ຖ້າເຮົາອ້າງຕົວເອງມາເປັນຫລັກຖານຢືນຢັນ, ຫລັກຖານຢືນຢັນຂອງເຮົາກໍໃຊ້ການບໍ່ໄດ້. 32.ແຕ່ມີຜູ້ອື່ນເປັນຫລັກຖານເຖິງເຮົາ ແລະເຮົາຮູ້ວ່າ ຫລັກຖານຢືນຢັນຂອງຜູ້ນັ້ນມີຄ່າແທ້. 33.ພວກເຈົ້າໄດ້ສົ່ງຄົນໄປຫາຢວງ ແລະຢວງກໍໄດ້ເປັນຫລັກຖານຢືນຢັນເຖິງຄວາມຈິງ. 34.ສ່ວນເຮົາ ເຮົາບໍ່ຕ້ອງການຫລັກຖານຢືນຢັນຈາກມະນຸດ, ເຮົາເວົ້າຄວາມນີ້ກໍເພື່ອໃຫ້ພວກເຈົ້າໄດ້ຮອດ. 35.ຢວງເປັນໂຄມທີ່ລຸກຮຸ່ງແຈ້ງຢູ່ ແລະພວກເຈົ້າກໍໄດ້ສະແດງຄວາມຍິນດີນຳແສງສະຫວ່າງຂອງເພິ່ນໄປຄາວໜຶ່ງ. 36.ສ່ວນເຮົາ, ເຮົາມີຫລັກຖານຢືນຢັນຍິ່ງໃຫຍ່ກວ່າຂອງຢວງ ຄືກິດຈະການຕ່າງໆທີ່ພຣະບິດາໄດ້ມອບໝາຍໃຫ້ເຮົາທຳ; ກິດຈະການທີ່ເຮົາກຳລັງກະທຳນີ້ເອງ ເປັນຫລັກຖານຢືນຢັນວ່າ ພຣະບິດາໄດ້ຊົງໃຊ້ເຮົາມາ. 37.ແລະພຣະບິດາເອງ ຜູ້ໄດ້ຊົງໃຊ້ເຮົາມາ ກໍເປັນຫລັກຖານຢືນຢັນເຖິງເຮົາ. ພວກເຈົ້າບໍ່ໄດ້ຍິນສຽງ ແລະບໍ່ໄດ້ເຫັນພຣະພັກພຣະອົງ. 38.ແລະພຣະວາຈາຂອງພຣະອົງບໍ່ດຳຣົງຢູ່ໃນຕົວພວກເຈົ້າ. ຍ້ອນພວກເຈົ້າບໍ່ເຊື່ອເຖິງຜູ້ທີ່ພຣະອົງໄດ້ຊົງໃຊ້ມາ. 39.ພວກເຈົ້າຊອກຄົ້ນພຣະຄຳພີ, ບ່ອນພວກເຈົ້າຄຶດວ່າຈະໄດ້ພົບຊີວິດນິຣັນດອນ. ພຣະຄຳພີນັ້ນເອງກໍເປັນຫລັກຖານຢືນຢັນເຖິງເຮົາດ້ວຍ. 40.ແຕ່ພວກເຈົ້າບໍ່ຢາກມາຫາເຮົາເພື່ອຈະໄດ້ຊີວິດ. 41.ເຮົາບໍ່ປາດຖະໜາກຽດມຸງຄຸນໃດໆຈາກມະນຸດ. 42.ເຮົາຮູ້ຈັກວ່າ ໃນຕົວພວກເຈົ້າບໍ່ມີຄວາມຮັກຕໍ່ພຣະເປັນເຈົ້າເລີຍ. 43.ເຮົາມາໃນນາມຂອງພຣະບິດາຂອງເຮົາ ແລະພວກເຈົ້າບໍ່ຕ້ອນຮັບເຮົາ. ຖ້າມີຜູ້ອື່ນມາໃນນາມຂອງຕົວເອງ, ພວກເຈົ້າກໍຕ້ອນຮັບເຂົາ. 44.ພວກເຈົ້າຈະເຊື່ອໄດ້ຢ່າງໃດ, ເມື່ອພວກເຈົ້າມີແຕ່ຊອກຫາກຽດມຸງຄຸນຈາກກັນແລະກັນ, ແລະບໍ່ຫົວຊາຊອກຫາກຽດມຸງຄຸນທີ່ມາຈາກພຣະເປັນເຈົ້າແຕ່ຜູ້ດຽວ? 45.ຢ່າຄຶດວ່າເຮົາຈະເປັນຜູ້ຟ້ອງຫາພວກເຈົ້າຕໍ່ພຣະພັກພຣະບິດາເລີຍ. ແມ່ນທ່ານໂມແຊ ຜູ້ພວກເຈົ້າມີຄວາມໄວ້ວາງໃຈນຳນັ້ນແລ້ວ ຈະເປັນຜູ້ຟ້ອງຫາພວກເຈົ້າ. 46.ຖ້າພວກເຈົ້າເຊື່ອໂມແຊ ພວກເຈົ້າກໍຈະໄດ້ເຊື່ອເຮົາດ້ວຍ, ຍ້ອນໂມແຊໄດ້ຂຽນເລື່ອງກ່ຽວກັບເຮົາ. 47.ແຕ່ຖ້າວ່າພວກເຈົ້າບໍ່ເຊື່ອຂໍ້ຄວາມທີ່ໂມແຊໄດ້ຂຽນໄວ້, ພວກເຈົ້າຈະເຊື່ອວາຈາຂອງເຮົາໄດ້ຢ່າງໃດ?”