ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 4

ຜູ້ຍິງຊາວຊາມາຣີ

1.ເມື່ອພຣະເຢຊູເຈົ້າຊາບວ່າ ພວກຟາຣີເຊວໄດ້ຂ່າວວ່າພຣະອົງມີສາວົກ ແລະທຳພິທີລ້າງຫລາຍກວ່າທ່ານຢວງ. 2.ຕາມຄວາມຈິງບໍ່ແມ່ນພຣະອົງເອງທຳພິທີລ້າງ, ແຕ່ແມ່ນພວກສາວົກຂອງພຣະອົງ, 3.ພຣະອົງຈຶ່ງສະເດັດອອກຈາກແຂວງຢູເດ ແລະຄືນເມືອແຂວງຄາລີເລ. 4.ພຣະອົງຕ້ອງສະເດັດຜ່ານແຂວງຊາມາຣີ. 5.ພຣະອົງສະເດັດມາເຖິງເມືອງໜຶ່ງໃນແຂວງຊາມາຣີຊື່ວ່າຊີກາ, ໃກ້ກັບດິນແດນ ທີ່ແຕ່ກ່ອນທ່ານຢາກັອບໄດ້ມອບໃຫ້ຢໍແຊບຸດຂອງທ່ານ. 6.ຢູ່ບ່ອນນັ້ນ ມີນ້ຳສ້າງຂອງຢາກັອບ. ພຣະເຢຊູເຈົ້າເດີນທາງມາເມື່ອຍ ກໍຊົງນັ່ງເຊົາຢູ່ຮິມສ້າງນັ້ນ ແມ່ນເວລາປະມານທ່ຽງ. 7.ມີຍິງຊາວຊາມາຣີຜູ້ໜຶ່ງອອກມາຕັກນ້ຳ ພຣະເຢຊູເຈົ້າກ່າວກັບນາງວ່າ: “ຂໍນ້ຳກິນແດ່”. 8.ສ່ວນພວກສາວົກໄດ້ພາກັນໄປຊື້ຂອງກິນຢູ່ໃນເມືອງ. 9.ຍິງຊາວຊາມາຣີທູນພຣະອົງວ່າ: “ທ່ານແມ່ນຄົນຊາດຢິວ ຈະມາຂໍນ້ຳກິນນຳຂ້ານ້ອຍຜູ້ເປັນຊາວຊາມາຣີ ແນວໃດໄດ້?” ເວລານັ້ນ ພວກຢິວກັບພວກຊາມາຣີບໍ່ກ່ຽວຂ້ອງກັນ. 10.ພຣະເຢຊູເຈົ້າຊົງຕອບວ່າ: “ຖ້າເຈົ້າຮູ້ຈັກພະທານຂອງພຣະເປັນເຈົ້າ ແລະຮູ້ຈັກຜູ້ເວົ້າກັບເຈົ້າວ່າ ຂໍນ້ຳກິນແດ່ນັ້ນ ແມ່ນໃຜແລ້ວ ເຈົ້າຄົງຈະຂໍນ້ຳຈາກເພິ່ນຊ້ຳ ແລະເພິ່ນຈະປະທານນ້ຳບັນດານຊີວິດແກ່ເຈົ້າ”. 11.ຍິງນັ້ນຕອບວ່າ: “ອາດຍາເອີຍ ທ່ານບໍ່ມີຫຍັງຈະຕັກ ແລະສ້າງນີ້ກໍເລິກດ້ວຍ ທ່ານຈະເອົານ້ຳບັນດານຊີວິດນີ້ມາແຕ່ໃສ? 12.ທ່ານໃຫຍ່ກວ່າຢາກັອບບັນພະບຸຣຸດຂອງພວກເຮົາ ຜູ້ໄດ້ຍົກສ້າງໃຫ້ພວກເຮົາບໍ? ເພິ່ນເອງແລະພວກລູກຫລານພ້ອມທັງຝູງສັດ ກໍໄດ້ກິນນ້ຳໃນສ້າງນີ້ດ້ວຍ”. 13.ພຣະເຢຊູເຈົ້າກ່າວວ່າ: “ຜູ້ໃດດື່ມນ້ຳນີ້ ຍັງຈະຢາກອີກ; 14.ສ່ວນຜູ້ດື່ມນ້ຳທີ່ເຮົາຈະປະທານໃຫ້ນັ້ນ ຈະບໍ່ຫອດຫິວອີກເລີຍ ແລະນ້ຳທີ່ເຮົາຈະປະທານໃຫ້ນັ້ນ ຈະເກີດເປັນນ້ຳພຸພຸ່ງຂຶ້ນເຖິງຊີວິດນິຣັນດອນຢູ່ໃນຕົວເຂົາ”. 15.ຍິງນັ້ນທູນວ່າ: “ອາດຍາເອີຍ ຂໍທານນ້ຳນັ້ນໃຫ້ຂ້ານ້ອຍທ້ອນ ແລ້ວຂ້ານ້ອຍຈະບໍ່ຫິວ ແລະບໍ່ຕ້ອງມາຕັກນ້ຳໃນສ້າງນີ້ອີກ”. 16.ພຣະອົງກ່າວວ່າ: “ຈົ່ງເມືອເອີ້ນຜົວຂອງເຈົ້າ ແລະກັບມາໃໝ່”. 17.ຍິງນັ້ນຕອບວ່າ: “ຂ້ານ້ອຍບໍ່ມີຜົວ”. ພຣະອົງເວົ້າວ່າ: “ເຈົ້າວ່າບໍ່ມີຜົວນັ້ນ ແມ່ນຈິງຄືຄວາມເຈົ້າ; 18.ຍ້ອນວ່າ ແຕ່ກ່ອນເຈົ້າມີຫ້າຜົວແລ້ວ ສ່ວນຜູ້ຢູ່ກັບເຈົ້າດຽວນີ້ກໍບໍ່ແມ່ນຜົວເຈົ້າດອກ ແມ່ນຄືຄວາມເຈົ້າແທ້”. 19.ຍິງນັ້ນຕອບວ່າ: “ອາດຍາເອີຍ ຂ້ານ້ອຍເຫັນຄັກແລ້ວວ່າ ອາດຍາແມ່ນປະພາສົກ. 20.ບັນພະບຸຣຸດຂອງພວກຂ້ານ້ອຍນົບໄຫວ້ພຣະເຈົ້າຢູ່ເທິງພູນີ້ ສ່ວນພວກທ່ານບອກວ່າ ບ່ອນຕ້ອງນົບໄຫວ້ນັ້ນແມ່ນຢູ່ນະຄອນເຢຣູຊາແລມ”. 21.ພຣະເຢຊູເຈົ້າກ່າວຕື່ມວ່າ: “ນາງເອີຍ ເຊື່ອເຮົາເຖີດ. ຮອດເວລາແລ້ວທີ່ພວກເຈົ້າຈະບໍ່ຕ້ອງນົບໄຫວ້ນະມັດສະການພຣະບິດາເຈົ້າຢູ່ເທິງພູນີ້ ຫລືຢູ່ນະຄອນເຢຣູຊາແລມອີກຕໍ່ໄປ. 22.ພວກເຈົ້ານົບໄຫວ້ສິ່ງທີ່ພວກເຈົ້າບໍ່ຮູ້ຈັກ. ສ່ວນພວກເຮົາ ພວກເຮົານົບໄຫວ້ສິ່ງທີ່ພວກເຮົາຮູ້ຈັກ ຍ້ອນວ່າ ຄວາມຮອດມາຈາກພວກຢິວ. 23.ຮອດເວລາແລ້ວ ແລະແມ່ນດຽວນີ້ເອງ, ພວກນົບໄຫວ້ແທ້ຈະນົບໄຫວ້ພຣະບິດາເຈົ້າໃນຈິດໃຈແລະໃນຄວາມຈິງ. ພຣະບິດາຊອກສະແຫວງຫາພວກນົບໄຫວ້ແບບນີ້ແລ້ວ. 24.ພຣະເຈົ້າເປັນຈິດ ພວກທີ່ນົບໄຫວ້ພຣະອົງກໍຕ້ອງນົບໄຫວ້ພຣະອົງໃນຈິດໃຈແລະໃນຄວາມຈິງດ້ວຍ”. 25.ຍິງນັ້ນທູນວ່າ: “ຂ້ານ້ອຍຮູ້ວ່າ ເມື່ອພະເມຊີອາ ຄືວ່າພຣະກຣິສໂຕສະເດັດມານັ້ນ ພຣະອົງຈະສັ່ງສອນພວກເຮົາທຸກຢ່າງ”. 26.ພຣະເຢຊູເຈົ້າຕອບວ່າ: “ເຮົາຜູ້ເວົ້າກັບເຈົ້ານີ້ແລ້ວແມ່ນພະເມຊີອາ”.

27.ພໍດີພວກສາວົກຫລົບມາ ພວກເຂົາມີຄວາມປະຫລາດໃຈເຫັນພຣະອົງສົນທະນາກັບຜູ້ຍິງ ແຕ່ບໍ່ມີໃຜຫານຖາມວ່າ: “ພຣະອົງຕ້ອງການຫຍັງ? ຫລືເຫດໃດຈຶ່ງປາກເວົ້າກັບ ເຂົາ?” 28.ສ່ວນຍິງນັ້ນກໍປະໄຫນ້ຳໄວ້ແລ້ວເຂົ້າໄປໃນເມືອງ ແລະບອກກັບໄທເມືອງວ່າ: 29.“ເຊີນອອກໄປເບິ່ງຄົນຜູ້ໜຶ່ງທີ່ເວົ້າເລື່ອງຕ່າງໆຂອງຂ້ອຍຖືກໝົດ ຄືຈະແມ່ນພຣະກຣິສໂຕກໍບໍ່ຈັກ?” 30.ພວກເຂົາກໍພາກັນແລ່ນອອກຈາກເມືອງໄປຫາພຣະອົງ.

31.ໃນລະຫວ່າງນັ້ນ ພວກສາວົກກໍໄຫວ້ວອນພຣະອົງວ່າ: “ພຣະອາຈານ ເຊີນຮັບປະທານເຖີດ”. 32.ແຕ່ພຣະອົງຕອບວ່າ: “ເຮົາມີອາຫານອື່ນກິນຊຶ່ງພວກເຈົ້າບໍ່ຮູ້ຈັກ”. 33.ພວກສາວົກຈຶ່ງເວົ້າກັນວ່າ: “ມີໃຜເອົາຫຍັງມາໃຫ້ພຣະອົງຮັບປະທານບໍ?” 34.ພຣະເຢຊູເຈົ້າກ່າວວ່າ: “ອາຫານຂອງເຮົາແມ່ນທຳຕາມນ້ຳພຣະໄທຂອງພຣະອົງຜູ້ຊົງໃຊ້ເຮົາມາ ແລະທຳໃຫ້ພາລະກິດຂອງພຣະອົງສຳເລັດໄປ. 35.ພວກເຈົ້າບໍ່ເຄີຍເວົ້າບໍວ່າ ອີກສີ່ເດືອນກໍຈະເຖິງຍາມກ່ຽວເຂົ້າ. ແມ່ນແລ້ວ ເຮົາບອກພວກວ່າ ຈົ່ງເງີຍໜ້າຂຶ້ນແນມເບິ່ງທົ່ງນາ ເຂົ້າສຸກຮຸ່ງພໍກ່ຽວແລ້ວ. 36.ຜູ້ກ່ຽວໄດ້ຮັບລາງວັນແລ້ວ ແລະໄດ້ຂົນເຂົ້າໄວ້ເພື່ອຊີວິດນິຣັນດອນ. ແລ້ວທັງຜູ້ຫວ່ານແລະຜູ້ກ່ຽວກໍຮ່ວມມ່ວນຊື່ນຍິນດີນຳກັນ. 37.ດັ່ງສຸພາສິດວ່າ: “ຜູ້ຫວ່ານກໍຕ່າງ ຜູ້ກ່ຽວກໍຕ່າງ”. 38.ເຮົາໄດ້ໃຊ້ພວກເຈົ້າໄປກ່ຽວເອົາສິ່ງທີ່ພວກເຈົ້າບໍ່ໄດ້ອອກແຮງຫວ່ານ. ຜູ້ອື່ນໄດ້ອອກແຮງຫວ່ານແລ້ວ ສ່ວນພວກເຈົ້າມີແຕ່ໄປເກັບກ່ຽວເອົາຜົນທີ່ມາຈາກນ້ຳເຫື່ອນ້ຳແຮງຂອງເຂົາ”.

39.ຊາວຊາມາຣີເປັນຈຳນວນມາກໄດ້ເຊື່ອເຖິງພຣະອົງ ຍ້ອນຂໍ້ຄວາມທີ່ຍິງຜູ້ນັ້ນໄດ້ເວົ້າວ່າ: “ເພິ່ນເວົ້າເລື່ອງຕ່າງໆຂອງຂ້ອຍຖືກໝົດ”. 40.ດັ່ງນີ້ ຊາວຊາມາຣີທີ່ມາຫາພຣະອົງ ຈຶ່ງເຊີນພຣະອົງໄປພັກເຊົາຢູ່ນຳພວກເຂົາ. ພຣະອົງກໍໄດ້ພັກເຊົາຢູ່ນຳພວກເຂົາເປັນເວລາສອງ ວັນ. 41.ແລະຍັງມີຫລາຍຄົນກວ່າອີກເຊື່ອເຖິງພຣະອົງ ຍ້ອນໄດ້ຍິນວາຈາຂອງພຣະອົງ. 42.ພວກເຂົາເວົ້າກັບຜູ້ຍິງນັ້ນວ່າ: “ດຽວນີ້ພວກເຮົາເຊື່ອ ບໍ່ແມ່ນຍ້ອນຄວາມເວົ້າຂອງເຈົ້າດອກ ແຕ່ຍ້ອນພວກເຮົາເອງໄດ້ຍິນເພິ່ນເວົ້າ ພວກເຮົາຈຶ່ງຮູ້ວ່າ ເພິ່ນນັ້ນແລ້ວແມ່ນຜູ້ກູ້ໄຖ່ໂລກແທ້”.

 

ສະເດັດກັບຄືນແຂວງຄາລີເລ

43.ຫວິດສອງວັນນັ້ນແລ້ວ, ພຣະເຢຊູເຈົ້າກໍສະເດັດໄປແຂວງຄາລີເລ. 44.ພຣະອົງເອງໄດ້ປະກາດວ່າ: “ບໍ່ມີປະພາສົກອົງໃດຈະໄດ້ຮັບກຽດຢູ່ບ້ານເມືອງຂອງຕົນ.” 45.ພໍສະເດັດມາເຖິງແຂວງຄາລີເລ, ຊາວບ້ານຊາວເມືອງພາກັນຕ້ອນຮັບພຣະອົງຢ່າງດີ ຍ້ອນໄດ້ເຫັນທຸກສິ່ງທີ່ພຣະອົງໄດ້ກະທຳຢູ່ນະຄອນເຢຣູຊາແລມໃນໂອກາດບຸນສະຫລອງ; ຍ້ອນວ່າພວກເຂົາເອງກໍໄດ້ໄປຮ່ວມໃນບຸນສະຫລອງນັ້ນດ້ວຍ.

 

ຊົງປິ່ນປົວລູກຊາຍຂອງຂຸນນາງ

46.ພຣະອົງກໍສະເດັດກັບມາເຖິງບ້ານການາໃນແຂວງຄາລີເລ ອັນແມ່ນບ້ານທີ່ພຣະອົງໄດ້ປ່ຽນນ້ຳເປັນນ້ຳອະງຸ່ນ. ໃນເວລານັ້ນ ມີຂຸນນາງຜູ້ໜຶ່ງມີບຸດເຈັບປ່ວຍຢູ່ເມືອງກາຟາກ ນາອຸມ. 47.ເມື່ອຊາບຂ່າວວ່າພຣະເຢຊູເຈົ້າໄດ້ສະເດັດຈາກແຂວງຢູເດມາເຖິງແຂວງຄາລີເລແລ້ວ. ລາວກໍເຂົ້າໄປຂາບທູນຂໍພຣະອົງສະເດັດໄປປົວບຸດຂອງຕົນທີ່ກຳລັງຈະສິ້ນໃຈ. 48.ພຣະເຢຊູເຈົ້າກ່າວວ່າ: “ຖ້າທ່ານບໍ່ເຫັນການປະຫລາດອັດສະຈັນແລ້ວ, ທ່ານຄົງບໍ່ເຊື່ອ.” 49.ຂຸນນາງຜູ້ນັ້ນທູນວ່າ: “ພຣະອົງເຈົ້າເອີຍ! ເຊີນສະເດັດໄປຮອດກ່ອນບຸດຂ້ານ້ອຍຈະສິ້ນໃຈທ້ອນ!” 50.ພຣະເຢຊູເຈົ້າກ່າວວ່າ: “ຫລົບເມືອເຖີດ, ບຸດຂອງທ່ານມີຊີວິດຢູ່.” ຂຸນນາງເຊື່ອພຣະວາຈາ ແລ້ວກໍຫລົບເມືອ. 51.ໃນເວລາທີ່ກຳລັງຫລົບເມືອນັ້ນ, ກໍໄດ້ພົບພວກຄົນໃຊ້ມາບອກຂ່າວວ່າ ບຸດຂອງທ່ານມີຊີວິດຢູ່. 52.ຂຸນນາງຈຶ່ງຖາມວ່າ ໄຄແດ່ແຕ່ເມື່ອໃດ. ຄົນໃຊ້ຕອບວ່າ: “ວານນີ້ ເວລາບ່າຍໂມງໜຶ່ງກໍເຊົາໄຂ້.” 53.ຜູ້ເປັນບິດາກໍຈື່ໄດ້ວ່າ ແມ່ນກົງກັບເວລາທີ່ພຣະເຢຊູເຈົ້າກ່າວວ່າ: “ບຸດຂອງທ່ານມີຊີວິດຢູ່” ນັ້ນເອງ. ແລ້ວລາວເອງພ້ອມທັງຄອບຄົວທັງໝົດກໍໄດ້ເຊື່ອເຖິງພຣະອົງ. 54.ນີ້ແມ່ນອັດສະຈັນທີ່ສອງຊຶ່ງພຣະເຢຊູເຈົ້າຊົງກະທຳ, ເວລາສະເດັດຈາກແຂວງຢູເດຄືນເມືອແຂວງຄາລີເລ.