ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 21

ຊົງປະຈັກຢູ່ແຄມທະເລສາບຕີເບຣີອັດ

1.ຕໍ່ຈາກນັ້ນ, ພຣະເຢຊູເຈົ້າຊົງປະຈັກມາຫາພວກສາວົກອີກ ຢູ່ຮິມຝັ່ງທະເລສາບຕີເບຣີອັດ. ເລື່ອງລາວເປັນດັ່ງນີ້ຄື: 2.ຊີມອນເປໂຕ, ໂທມາຜູ້ມີຊື່ວ່າດີດິມ, ນາທານາແອນ ໄທບ້ານການາແຂວງຄາລີເລ, ພວກບຸດຊາຍຂອງເຊເບເດ ແລະສາວົກຂອງພຣະອົງອີກສອງຄົນ ຢູ່ນຳກັນ. 3.ຊີມອນເປໂຕເວົ້າກັບໝູ່ວ່າ: “ເຮົາຈະໄປຫາປາ.” ສາວົກຜູ້ອື່ນເລີຍວ່າ: “ໝູ່ເຮົາກໍຈະໄປນຳດ້ວຍ”. ແລ້ວພວກເຂົາກໍອອກໄປລົງເຮືອ, ແລະໝົດຄືນນັ້ນບໍ່ໄດ້ປາຈັກໂຕ. 4.ພໍສະຫວ່າງແຈ້ງ, ພຣະເຢຊູເຈົ້າກໍປະຈັກມາຢູ່ຮິມຝັ່ງ, ແຕ່ພວກສາວົກບໍ່ຮູ້ວ່າແມ່ນ ພຣະອົງ. 5.ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ: “ພວກລູກເອີຍ, ໄດ້ປາບໍ?” ພວກເຂົາຕອບວ່າ: “ບໍ່ໄດ້ຫຍັງ”. 6.ພຣະອົງຈຶ່ງກ່າວວ່າ: “ຕົກມອງລົງທາງເບື້ອງຂວາເຮືອ ແລະຈະໄດ້ປາ”. ພວກເຂົາກໍທຳຕາມ ແລະແກ່ມອງຂຶ້ນບໍ່ໄດ້ຍ້ອນຖືກປາຫລາຍ. 7.ສາວົກຜູ້ພຣະເຢຊູເຈົ້າຮັກແພງ ເວົ້າກັບເປໂຕວ່າ: “ແມ່ນພຣະອົງເຈົ້າ!” ໄດ້ຍິນວ່າແມ່ນພຣະອົງເຈົ້າ, ຊີມອນເປໂຕກໍເອົາແພມານຸ່ງ, ຍ້ອນໄດ້ເປືອຍໂຕຢູ່, ແລ້ວໂດດລົງນ້ຳ. 8.ສ່ວນສາວົກຜູ້ອື່ນໄປກັບເຮືອ ທັງແກ່ມອງທີ່ເຕັມໄປດ້ວຍປາໄປພ້ອມ; ພວກເຂົາຢູ່ໄກຝັ່ງປະມານສອງຮ້ອຍສອກເທົ່ານັ້ນ. 9.ເມື່ອຂຶ້ນບົກແລ້ວ ພວກເຂົາກໍເຫັນກອງໄຟ; ມີປາແລະຂະໜົມປັງປິ້ງຢູ່. 10.ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ: “ໄປເອົາປາທີ່ຫາກໍຈັບໄດ້ໃໝ່ໆມານີ້ແດ່.” 11.ຊີມອນເປໂຕຈຶ່ງກັບລົງໄປໃນເຮືອ, ແກ່ມອງຂຶ້ນບົກ. ມີປາໃຫຍ່ໆຄາຢູ່ຮ້ອຍຫ້າສິບສາມໂຕ. ແມ່ນຖືກປາຫລາຍປານນີ້ ມອງກໍບໍ່ຂາດ. 12.ພຣະເຢຊູເຈົ້າບອກພວກເຂົາວ່າ: “ຈົ່ງມາກິນເຂົ້າ.” ບໍ່ມີໃຜໃນພວກສາວົກກ້າຖາມວ່າ ພຣະອົງແມ່ນຜູ້ໃດ, ຍ້ອນໃຜກໍຮູ້ດີວ່າ ແມ່ນພຣະອົງເຈົ້າແທ້. 13.ພຣະເຢຊູເຈົ້າຫຍັບເຂົ້າມາ, ຈັບເອົາຂະໜົມປັງຍື່ນໃຫ້ພວກເຂົາ, ແລ້ວເອົາປາໃຫ້ດັ່ງດຽວກັນ. 14.ນີ້ແມ່ນເທື່ອທີສາມ ທີ່ພຣະເຢຊູເຈົ້າປະຈັກມາຫາພວກສາວົກ ຫລັງຈາກໄດ້ກັບເປັນຄືນມາຈາກພວກຜູ້ຕາຍແລ້ວ.

 

ແຕ່ງຕັ້ງເປໂຕເປັນຫົວໜ້າ

15.ເມື່ອຮັບປະທານອາຫານແລ້ວ, ພຣະອົງກ່າວກັບຊີມອນເປໂຕວ່າ: “ຊີມອນ ບຸດຂອງຢວງ, ເຈົ້າຮັກເຮົາກວ່າຄົນເຫລົ່ານີ້ບໍ?” ເປໂຕທູນຕອບວ່າ: “ໂດຍ, ພຣະອົງເຈົ້າ, ພຣະອົງຮູ້ວ່າຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າກ່າວວ່າ: “ຈົ່ງລ້ຽງລູກແກະຂອງເຮົາ.” 16.ພຣະອົງກ່າວເປັນເທື່ອສອງວ່າ: “ຊີມອນ ບຸດຂອງຢວງ, ເຈົ້າຮັກເຮົາບໍ?” ຊີມອນທູນຕອບວ່າ “ໂດຍ ພຣະອົງເຈົ້າ, ພຣະອົງຮູ້ວ່າຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າກ່າວວ່າ: “ຈົ່ງລ້ຽງແມ່ແກະຂອງເຮົາ.” 17.ພຣະອົງກ່າວເປັນເທື່ອທີສາມວ່າ: “ຊີມອນບຸດຂອງຢວງ, ເຈົ້າຮັກເຮົາບໍ?” ເມື່ອໄດ້ຍິນພຣະອົງຖາມເປັນເທື່ອສາມວ່າ: “ເຈົ້າຮັກເຮົາບໍ?” ເປໂຕກໍມີຄວາມອຸກໃຈ; ຈຶ່ງທູນພຣະອົງວ່າ: “ພຣະອົງເຈົ້າເອີຍ! ພຣະອົງຊົງຊາບທຸກສິ່ງທຸກຢ່າງ; ພຣະອົງຮູ້ດີວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າກ່າວວ່າ: “ຈົ່ງລ້ຽງແມ່ແກະຂອງເຮົາ. 18.ເຮົາບອກເຈົ້າເປັນຄວາມຈິງວ່າ: ເມື່ອຍັງໜຸ່ມນ້ອຍ, ເຈົ້າມັດແອວເອົາເອງ ແລະໄປໄສມາໄສຕາມໃຈມັກ. ແຕ່ເມື່ອເຖົ້າແກ່ແລ້ວ, ເຈົ້າຈະກາງແຂນ ແລະຈະມີຜູ້ອື່ນມາມັດແອວໃຫ້, ແລະເຂົາຈະພາເຈົ້າໄປບ່ອນເຈົ້າບໍ່ຢາກໄປ.” 19.ພຣະເຢຊູເຈົ້າກ່າວດັ່ງນີ້ ໝາຍຄວາມວ່າ ເປໂຕຈະຕ້ອງຕາຍແນວໃດ ເພື່ອເປັນກຽດມຸງຄຸນແດ່ພຣະເປັນເຈົ້າ. ກ່າວດັ່ງນີ້ແລ້ວ, ພຣະອົງກໍກ່າວກັບເປໂຕວ່າ: “ຈົ່ງຕິດຕາມເຮົາມາ.”

20.ເປໂຕຫລຽວຄືນຫລັງ ກໍເຫັນສາວົກທີ່ພຣະເຢຊູເຈົ້າຊົງຮັກແພງ ຍ່າງຕາມຫລັງມາ. ແມ່ນສາວົກຜູ້ໄດ້ເນີ້ງຕົວໃສ່ພະຊວງຂອງພຣະອົງ ໃນເວລາຮັບອາຫານຄັ້ງສຸດທ້າຍ ເພື່ອທູນຖາມວ່າ: “ພຣະອົງເຈົ້າເອີຍ! ຜູ້ໃດຈະທໍລະຍົດຕໍ່ພຣະອົງ?” 21.ເປໂຕແນມເຫັນສາວົກຜູ້ນັ້ນແລ້ວ, ກໍທູນພຣະເຢຊູເຈົ້າວ່າ: “ພຣະອົງເຈົ້າເອີຍ! ສ່ວນຜູ້ນີ້ເດ໋ ຈະເປັນຢ່າງໃດ?” 22.ພຣະເຢຊູເຈົ້າຕອບວ່າ: “ຖ້າເຮົາຢາກໃຫ້ເຂົາຍັງຢູ່ຈົນຮອດເຮົາກັບມາ, ຈະກ່ຽວຂ້ອງຫຍັງກັບເຈົ້າ? ສ່ວນເຈົ້າຈົ່ງຕິດຕາມເຮົາມາ”. 23.ເລີຍມີສຽງເລົ່າລືກັນໃນລະຫວ່າງພວກພີ່ນ້ອງວ່າ ສາວົກຜູ້ນັ້ນຈະບໍ່ຕາຍ. ແຕ່ພຣະເຢຊູເຈົ້າບໍ່ໄດ້ກ່າວກັບເປໂຕວ່າ: “ເຂົາຈະບໍ່ຕາຍ”, ແຕ່ພຣະອົງກ່າວວ່າ: “ຖ້າເຮົາຢາກໃຫ້ເຂົາຍັງຢູ່ຈົນຮອດເຮົາກັບມາ, ຈະກ່ຽວຂ້ອງຫຍັງກັບເຈົ້າ?”

24.ແມ່ນສາວົກຜູ້ນີ້ ໄດ້ເປັນພະຍານຢືນຢັນເຖິງເລື່ອງເຫລົ່ານີ້, ແລະໄດ້ບັນທຶກຂຽນ ໄວ້. ແລະພວກເຮົາຮູ້ວ່າ ຄຳຢືນຢັນຂອງເພິ່ນກໍຈິງແທ້. 25.ແຕ່ຍັງມີຫລາຍສິ່ງຫລາຍຢ່າງທີ່ພຣະເຢຊູເຈົ້າໄດ້ຊົງກະທຳ. ຖ້າວ່າຈະບັນທຶກໄວ້ຢ່າງລະອຽດແລ້ວ, ຂ້າພະເຈົ້າຄຶດວ່າ ໝົດທັງໂລກກໍບໍ່ອາດບັນຈຸໜັງສືທີ່ຂຽນເລື່ອງເຫລົ່ານັ້ນໄດ້.