ພຣະວໍຣະສານ ໂດຍນັກບຸນ ຢວງ
ພາກທີ 20
VIII. ການກັບເປັນຄືນມາ
ຄູຫາເປົ່າວ່າງ
1.ໃນມື້ຕົ້ນຂອງອາທິດ, ນາງມາຣີອາມັກດາເລນາໄປຄູຫາແຕ່ເຊົ້າໆ. ເວລານັ້ນຍັງມືດຢູ່ ແລະນາງໄດ້ເຫັນກ້ອນຫີນຖືກກື່ງອອກຈາກຄູຫາແລ້ວ. 2.ນາງຈຶ່ງແລ່ນຫລົບເມືອຫາເປໂຕແລະສາວົກຜູ້ພຣະເຢຊູເຈົ້າຮັກແພງ ບອກກັບເຂົາວ່າ: “ມີຄົນເອົາສົບພຣະອາຈານໄປແລ້ວ ບໍ່ຮູ້ວ່າເອົາໄປໄວ້ໃສ?” 3.ເປໂຕແລະສາວົກຜູ້ນັ້ນ ຈຶ່ງແລ່ນອອກໄປເບິ່ງທີ່ຄູຫາ. 4.ທັງສອງພາກັນແລ່ນໄປ ແຕ່ສາວົກຜູ້ໜຶ່ງນັ້ນແລ່ນໄວກວ່າເປໂຕ ຈຶ່ງໄປຮອດຄູຫາກ່ອນ. 5.ເຂົາກົ້ມລົງສ່ອງເບິ່ງ ເຫັນຜ້າຫໍ່ສົບວາງຢູ່ກັບດິນ, ແຕ່ບໍ່ໄດ້ເຂົ້າໄປທາງໃນ. 6.ຊີມອນເປໂຕຜູ້ແລ່ນນຳຫລັງກໍມາຮອດ. ເພິ່ນເຂົ້າໄປໃນຄູຫາ ກໍເຫັນຜ້າຫໍ່ສົບວາງຢູ່ກັບດິນ 7.ພ້ອມທັງຜ້າປົກໜ້າດ້ວຍ. ຜ້ານີ້ບໍ່ໄດ້ປົນກັບຜ້າຫໍ່ສົບ ແຕ່ພັບໄວ້ຢູ່ບ່ອນຕ່າງຫາກ. 8.ແລ້ວສາວົກຜູ້ມາຮອດກ່ອນນັ້ນກໍເຂົ້າໃນຄູຫາ. ເພິ່ນໄດ້ເຫັນແລະເຊື່ອ. 9.ຍ້ອນເຂົາຍັງບໍ່ທັນເຂົ້າໃຈພະຄຳ ພີທີ່ກ່າວວ່າ ພຣະອົງຈຳຕ້ອງກັບເປັນຄືນມາຈາກພວກຜູ້ຕາຍ. 10.ແລ້ວນັ້ນທັງສອງກໍຫລົບເມືອເຮືອນ.
ຊົງປະຈັກແກ່ມາຣີອາມັກດາເລນາ
11.ສ່ວນນາງມາຣີອາມັກດາເລນາຍັງຮ້ອງໄຫ້ຢູ່ນອກໃກ້ໆຄູຫາ. ທັງໄຫ້ທັງຈົ່ມສ່ອງໄປໃນຄູຫາ 12.ແລະໄດ້ເຫັນເທວະດາສອງອົງທົງເຄື່ອງຂາວ, ອົງໜຶ່ງນັ່ງຢູ່ທາງຫົວ, ອົງໜຶ່ງນັ່ງຢູ່ທາງຕີນ ບ່ອນທີ່ໄດ້ວາງພຣະສົບຂອງພຣະເຢຊູເຈົ້າ. 13.ເທວະດາຖາມນາງວ່າ: “ນາງເອີຍ, ເປັນຫຍັງຈຶ່ງຮ້ອງໄຫ້?” ນາງຕອບວ່າ: “ຍ້ອນເຂົາເອົາພຣະອົງເຈົ້າຂອງຂ້ານ້ອຍໄປ, ແລະບໍ່ຈັກວ່າເຂົາເອົາໄປໄວ້ບ່ອນໃດ?” 14.ເວົ້າສຸດຄວາມ, ນາງກໍຫລຽວຄືນຫລັງ, ເລີຍເຫັນພຣະເຢຊູເຈົ້າຢືນຢູ່ທີ່ນັ້ນ, ແຕ່ນາງບໍ່ຮູ້ວ່າແມ່ນພຣະອົງ. 15.ພຣະເຢຊູເຈົ້າກ່າວກັບນາງວ່າ: “ນາງ ເອີຍ! ເປັນຫຍັງຈຶ່ງໄຫ້? ນາງຊອກຫາຜູ້ໃດ?” ນາງມາຣີອາຄຶດວ່າແມ່ນຊາວສວນ, ຈຶ່ງເວົ້າວ່າ: “ອາດຍາເອີຍ! ຖ້າແມ່ນທ່ານໄດ້ເອົາເພິ່ນໄປ, ຂໍບອກຂ້ານ້ອຍແດ່ວ່າ ໄດ້ເອົາໄວ້ໄສ; ຂ້ານ້ອຍຈະໄປນຳເອົາ.” 16.ພຣະເຢຊູເຈົ້າກ່າວວ່າ: “ມາຣີອາ” ນາງຈື່ພຣະອົງ ຈຶ່ງທູນເປັນພາສາເຮເບີຣວ່າ “ຣັບບູນີ” ແປວ່າ “ພຣະອາຈານ”. 17.ພຣະເຢຊູເຈົ້າກ່າວກັບນາງວ່າ: “ຢ່າບາຍເຮົາ ຍ້ອນເຮົາບໍ່ທັນຂຶ້ນໄປຫາພຣະບິດາ. ແຕ່ຈົ່ງໄປບອກພວກພີ່ນ້ອງຂອງເຮົາດີກວ່າວ່າ: ເຮົາຈະຂຶ້ນໄປຫາພຣະບິດາຂອງເຮົາ, ຜູ້ເປັນພຣະບິດາຂອງພວກເຈົ້າ ທັງເປັນພຣະເປັນເຈົ້າຂອງເຮົາ ແລະພຣະເປັນເຈົ້າຂອງພວກເຈົ້າດ້ວຍ.” 18.ນາງມາຣີອາມັກດາເລນາຈຶ່ງໄປສົ່ງຂ່າວໃຫ້ພວກສາວົກວ່າ: ນາງໄດ້ເຫັນພຣະອົງເຈົ້າ ແລະພຣະອົງໄດ້ເວົ້າແນວໃດກັບນາງ.
ຊົງປະຈັກແກ່ພວກສາວົກ
19.ຄ່ຳມື້ດຽວກັນນັ້ນເອງ ອັນເປັນວັນຕົ້ນອາທິດ ເວລາຕົກຄ່ຳ ແລະປະຕູບ່ອນພວກສາວົກໂຮມກັນຢູ່ນັ້ນ ກໍອັດໄວ້ຢ່າງແໜ້ນຍ້ອນຢ້ານພວກຢິວ. ພຣະເຢຊູເຈົ້າສະເດັດມາປະທັບຢືນຢູ່ກາງພວກເຂົາ ກ່າວວ່າ: “ສັນຕິສຸກຈົ່ງມີແກ່ພວກເຈົ້າ”. 20.ກ່າວແລ້ວ ພຣະອົງກໍຊົງສຳແດງພະຫັດແລະພຣະສີຂ້າງໃຫ້ພວກສາວົກເຫັນ. ພວກສາວົກພາກັນຊື່ນຊົມຍິນດີໄດ້ເຫັນພຣະອົງເຈົ້າ. 21.ພຣະອົງກ່າວເປັນຄັ້ງທີສອງວ່າ: “ສັນຕິສຸກຈົ່ງມີແກ່ພວກເຈົ້າ, ພຣະບິດາໄດ້ຊົງໃຊ້ເຮົາມາຢ່າງໃດ, ເຮົາກໍໃຊ້ພວກເຈົ້າໄປຢ່າງນັ້ນດ້ວຍ”. 22.ແລ້ວພຣະອົງຊົງເປົ່າລົມໃສ່ ພວກເຂົາ ພ້ອມກັບກ່າວວ່າ: “ຈົ່ງຮັບພຣະຈິດເຈົ້າ. 23.ພວກເຈົ້າໂຜດບາບໃຫ້ຜູ້ໃດ ບາບຜູ້ນັ້ນກໍຈະຫລຸດ, ແລະພວກເຈົ້າໜ່ວງຈ່ອງບາບຜູ້ໃດໄວ້ ບາບຂອງຜູ້ນັ້ນກໍຈະຍັງຄ້າງຄາຢູ່”.
24.ສ່ວນໂທມາທີ່ມີຊື່ວ່າດີດິມ, ຜູ້ໜຶ່ງໃນພວກສາວົກສິບສອງຄົນ, ບໍ່ໄດ້ຢູ່ນຳໝູ່ ເວ ລາພຣະເຢຊູເຈົ້າປະຈັກມານັ້ນ. 25.ພາຍຫລັງ ພວກສາວົກອື່ນໆຈຶ່ງເລົ່າໃຫ້ໂທມາຟັງວ່າ: “ພວກເຮົາໄດ້ເຫັນພຣະອົງເຈົ້າແລ້ວ.” ໂທມາຕອບວ່າ: “ຖ້າເຮົາບໍ່ໄດ້ເຫັນຮອຍຕະປູຢູ່ທີ່ພະຫັດ, ບໍ່ໄດ້ເອົານີ້ວມືແຫຍ່ເຂົ້າຮອຍຕະປູນັ້ນ ແລະບໍ່ໄດ້ເອົາມືແຫຍ່ເຂົ້າຮອຍບາດບ່ອນພຣະສີຂ້າງແລ້ວ, ເຮົາກໍຈະບໍ່ເຊື່ອ.”
26.ແປດມື້ຕໍ່ມາ, ພວກສາວົກກໍໂຮມກັນອີກ ແລະໂທມາກໍຢູ່ນຳດ້ວຍ. ພຣະເຢຊູເຈົ້າສະເດັດມາໂດຍປະຕູຍັງອັດຢູ່. ພຣະອົງປະທັບຢືນກາງພວກເຂົາແລະກ່າວວ່າ: “ສັນຕິສຸກຈົ່ງມີແກ່ພວກເຈົ້າ.” 27.ແລ້ວພຣະອົງກ່າວກັບໂທມາວ່າ: “ຈົ່ງເອົານີ້ວມືຂອງເຈົ້າແຫຍ່ເຂົ້າບ່ອນນີ້ ແລະຈົ່ງເບິ່ງມືຂອງເຮົາ. ຢ່າດື້ດຶງອີກ, ແຕ່ຈົ່ງເຊື່ອເຖີດ.” 28.ໂທມາຂາບທູນວ່າ “ໂອພຣະອົງເຈົ້າແລະພຣະເປັນເຈົ້າຂອງຂ້າພະເຈົ້າ!” 29.ພຣະເຢຊູເຈົ້າກ່າວວ່າ: “ໂທມາເອີຍ! ເຈົ້າເຊື່ອຍ້ອນເຈົ້າໄດ້ເຫັນເຮົາ; ບຸນລາບແກ່ຜູ້ທີ່ເຊື່ອ ແມ່ນວ່າບໍ່ໄດ້ເຫັນ.”
30.ພຣະເຢຊູເຈົ້າຊົງທຳອັດສະຈັນອື່ນໆອີກຫລາຍລາຍຕໍ່ໜ້າພວກສາວົກ ແຕ່ບໍ່ໄດ້ບັນທຶກໄວ້ໃນໜັງສືເຫລັ້ມນີ້. 31.ສິ່ງເຫລົ່ານີ້ໄດ້ຂຽນບັນທຶກໄວ້ ກໍເພື່ອໃຫ້ພວກທ່ານເຊື່ອວ່າ ພຣະເຢຊູແມ່ນພຣະກຣິສໂຕພຣະບຸດຂອງພຣະເປັນເຈົ້າ ແລະເມື່ອເຊື່ອດັ່ງນີ້ແລ້ວ ພວກທ່ານຈະໄດ້ຊີວິດເດຊະພຣະນາມຂອງພຣະອົງ.