ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 19

ຊົງຖືກຂ້ຽນຕີແລະສວມມຸງກຸດໜາມ

1.ແລ້ວນັ້ນ ປີລາໂຕສັ່ງໃຫ້ຄຸມພຣະເຢຊູເຈົ້າໄປ, ແລະບອກໃຫ້ຂ້ຽນຕີພຣະອົງ. 2.ພວກທະຫານໄດ້ເອົາໜາມມາຂົດເປັນມຸງກຸດ, ແລ້ວສວມໃສ່ສີສະພຣະອົງ, ແລະຍັງເອົາເສື້ອຕຸ້ມສີແດງມານຸ່ງໃຫ້ພຣະອົງອີກດ້ວຍ. 3.ພວກເຂົາພາກັນມາຫາພຣະອົງ ແລະເວົ້າໃສ່ວ່າ: “ຂໍຂາບໄຫວ້ອົງກະສັດຂອງຊາວຢິວ”. ແລ້ວກໍຕົບພຣະພັກພຣະອົງ.

 

ຕັດສິນລົງໂທດພຣະເຢຊູເຈົ້າ

4.ປີລາໂຕອອກມາຂ້າງນອກອີກ ແລ້ວເວົ້າກັບພວກຢິວວ່າ: “ບັດນີ້ ເຮົາຈະໃຫ້ພາຄົນນີ້ອອກມາທາງນອກ, ເພື່ອໃຫ້ພວກເຈົ້າຮູ້ວ່າ ເຮົາບໍ່ເຫັນມີຫຍັງພໍລົງໂທດເພິ່ນໄດ້”. 5.ພຣະເຢຊູເຈົ້າຈຶ່ງສະເດັດອອກມາ ສວມມຸງກຸດໜາມ ແລະນຸ່ງເສື້ອສີແດງ. ປີລາໂຕເວົ້າກັບພວກຢິວວ່າ: “ນີ້ແລ້ວຄົນຜູ້ນັ້ນ”. 6.ພໍເຫັນພຣະເຢຊູເຈົ້າ, ພວກຫົວໜ້າສົງແລະພວກທະຫານຍາມ ພາກັນຮ້ອງຂຶ້ນວ່າ: “ເອົາມັນໄປຄຶງກາງເຂນ! ເອົາມັນໄປຄຶງກາງເຂນ!” ປີລາໂຕເວົ້າວ່າ: “ໃຫ້ພວກເຈົ້າຈັບເອົາໄປເອງ ແລະຄຶງກາງເຂນເພິ່ນເສຍ. ສ່ວນເຮົາ, ເຮົາບໍ່ເຫັນເພິ່ນມີຜິດຫຍັງເລີຍ”. 7.ພວກຢິວຖຽງວ່າ: “ພວກເຮົາມີກົດໝາຍ ແລະຕາມກົດໝາຍນັ້ນ ຄົນນີ້ຕ້ອງຕາຍ, ຍ້ອນເຂົາໄດ້ອວດອ້າງຕົວເອງວ່າ ເປັນບຸດຂອງພຣະເປັນເຈົ້າ”. 8.ໄດ້ຍິນຄວາມນີ້ ປີລາໂຕກໍແຮງຕົກໃຈກວ່າອີກ, 9.ຈຶ່ງຫລົບເຂົ້າໄປໃນສານ ແລະຖາມພຣະເຢຊູເຈົ້າອີກວ່າ: “ທ່ານມາແຕ່ໃສ?” ແຕ່ພຣະເຢຊູເຈົ້າບໍ່ຊົງຕອບຫຍັງ. 10.ປີລາໂຕຈຶ່ງວ່າ: “ທ່ານບໍ່ຕອບຫຍັງເຮົາບໍ? ທ່ານບໍ່ຮູ້ບໍວ່າ ເຮົາມີສິດຄຶງກາງເຂນທ່ານ, ແລະມີສິດປ່ອຍທ່ານ?” 11.ພຣະເຢຊູເຈົ້າຕອບວ່າ: “ທ່ານບໍ່ມີສິດຫຍັງໃນຕົວເຮົາເລີຍ, ຖ້າວ່າເບື້ອງບົນບໍ່ທານສິດນັ້ນໃຫ້. ດັ່ງນີ້, ຜູ້ທີ່ມອບເຮົາໃຫ້ທ່ານ ຈຶ່ງມີບາບໜັກກວ່າ”. 12.ແຕ່ນັ້ນມາ ປີລາໂຕກໍຊອກຫາທາງປ່ອຍພຣະອົງ, ແຕ່ພວກຢິວຮ້ອງຂຶ້ນວ່າ: “ຖ້າທ່ານປ່ອຍຄົນນີ້, ທ່ານກໍຈະບໍ່ເປັນມິດສະຫາຍກັບພຣະເຈົ້າເຊຊາ, ຍ້ອນວ່າ ຜູ້ໃດຖືຕົວເປັນກະສັດ, ຜູ້ນັ້ນກໍຂັດສູ້ກັບພຣະເຈົ້າເຊຊາ”. 13.ໄດ້ຍິນດັ່ງ

ນີ້ ປີລາໂຕຈຶ່ງພາພຣະເຢຊູເຈົ້າອອກມາຂ້າງນອກ, ແລ້ວນັ່ງຕັດສິນ ຢູ່ບ່ອນທີ່ຊື່ວ່າ: “ລານແຜ່ນຫິນ”, ພາສາຢິວເອີ້ນວ່າ “ກັບບາທາ”. 14.ມື້ນັ້ນແມ່ນມື້ຕຽມສະຫລອງປາສກາ ແລະແມ່ນເວລາປະມານທ່ຽງ. ປີລາໂຕເລີຍບອກພວກຢິວວ່າ: “ນີ້ແລ້ວແມ່ນອົງກະສັດຂອງພວກເຈົ້າ”. 15.ພວກເຂົາຈຶ່ງຮ້ອງຂຶ້ນວ່າ: “ເອົາໄປຂ້າ! ເອົາໄປຂ້າ! ເອົາໄປຄຶງກາງເຂນ!” ປີລາໂຕຕອບວ່າ: “ຈະໃຫ້ເຮົາຄຶງກາງເຂນອົງກະສັດຂອງພວກເຈົ້າບໍ?” ພວກຫົວໜ້າສົງຕອບວ່າ: “ນອກຈາກພຣະເຈົ້າເຊຊາແລ້ວ, ພວກເຮົາບໍ່ມີກະສັດອົງອື່ນອີກເລີຍ”. 16.ປີລາໂຕຈຶ່ງ ມອບພຣະອົງໃຫ້ພວກເຂົາເອົາໄປຄຶງກາງເຂນ.

 

ພຣະເຢຊູເຈົ້າຖືກຄຶງກາງເຂນ

ພວກເຂົາເລີຍຈັບກຸມເອົາພຣະເຢຊູເຈົ້າໄປ. 17.ພຣະອົງໄດ້ແບກກາງເຂນດ້ວຍຕົນເອງ ອອກຈາກເມືອງໄປຫາບ່ອນທີ່ຊື່ວ່າ”ໂພນກະໂຫລກຫົວ”, ພາສາຢິວເອີ້ນວ່າ“ກອນໂກທາ”. 18.ຢູ່ບ່ອນນັ້ນແລ້ວ, ພວກເຂົາໄດ້ຄຶງກາງເຂນພຣະອົງ, ແລະຍັງໄດ້ຄຶງສອງຄົນອີກ ຢູ່ຄົນລະຂ້າງ, ພຣະເຢຊູເຈົ້າຢູ່ກາງ. 19.ປີລາໂຕໄດ້ສັ່ງໃຫ້ພວກເຂົາເຮັດແປ້ນປ້າຍຕອກຕິດໃສ່ກາງເຂນ. ໃນປ້າຍນັ້ນມີຂໍ້ຄວາມຂຽນໄວ້ວ່າ: “ເຢຊູຊາວເມືອງນາຊາແຣັດ, ກະສັດຂອງຊາວຢິວ”. 20.ມີພວກຢິວຫລາຍຄົນໄດ້ອ່ານແປ້ນປ້າຍນັ້ນ. ຍ້ອນວ່າ ບ່ອນເຂົາຄຶງກາງເຂນພຣະເຢຊູເຈົ້ານັ້ນ ຢູ່ໃກ້ໆເມືອງ ແລະແປ້ນປ້າຍນັ້ນຂຽນເປັນພາສາຢິວ, ພາສາລາຕິນແລະພາສາເກັຣກ. 21.ພວກຫົວໜ້າສົງໄດ້ເວົ້າກັບປີລາໂຕວ່າ: “ບໍ່ຕ້ອງຂຽນວ່າ ອົງກະສັດຂອງຊາວຢິວ, ແຕ່ໃຫ້ຂຽນວ່າ ຄົນຜູ້ນີ້ໄດ້ເວົ້າວ່າ ເຮົາແມ່ນກະສັດຂອງຊາວຢິວ”. 22.ປີລາໂຕຕອບວ່າ: “ເຮົາໄດ້ຂຽນແລ້ວ ກໍແລ້ວໄປ”. 23.ເມື່ອເວລາພວກທະຫານໄດ້ຄຶງກາງເຂນພຣະເຢຊູເຈົ້າແລ້ວ, ພວກເຂົາໄດ້ເອົາເສື້ອຜ້າຂອງພຣະອົງມາແບ່ງເປັນສີ່ພູດ, ເອົາຄົນລະພູດ. ສ່ວນເສື້ອຊັ້ນໃນທີ່ບໍ່ມີຮອຍຫຍິບ ຕ່ຳອອກມາເປັນຕົວເສື້ອເລີຍນັ້ນ, ພວກເຂົາກໍເອົາໄປດ້ວຍ. 24.ແລະເວົ້າກັນວ່າ: “ຢ່າຈີກເສື້ອນີ້ເລີຍ, ແຕ່ໃຫ້ຈັບສະຫລາກເອົາວ່າ ໃຜຈະໄດ້”. ນີ້ກໍເພື່ອໃຫ້ສຳເລັດຕາມພຣະຄຳພີທີ່ວ່າ: “ເຂົາຈະເອົາເສື້ອຜ້າຂອງເຮົາໄປແບ່ງປັນກັນ; ສ່ວນເສື້ອຊັ້ນໃນນັ້ນ ເຂົາໄດ້ຈັບສະຫລາກເອົາ”. ພວກທະຫານກໍໄດ້ທຳຕາມດັ່ງນີ້ແລ້ວ. 25.ຢູ່ຕີນກາງຂອງພຣະເຢຊູເຈົ້າມີພຣະມານດາ, ເອື້ອຍຂອງພຣະມານດາ, ນາງມາຣີອາພັນລະຍາຂອງໂກລປາດ, ແລະນາງມາຣີອາມັກດາເລນາ ຢືນຢູ່. 26.ພຣະເຢຊູເຈົ້າທອດພຣະເນດເຫັນພຣະມານດາ, ແລະໃກ້ໆພຣະມານດາມີສາວົກທີ່ພຣະອົງຊົງຮັກຢືນຢູ່. ພຣະອົງຈຶ່ງກ່າວກັບພຣະມານດາວ່າ: “ແມ່ເອີຍ! ນີ້ແລ້ວລູກຂອງແມ່”. 27.ແລ້ວກ່າວກັບສາວົກຜູ້ນັ້ນວ່າ: “ນີ້ແລ້ວແມ່ຂອງເຈົ້າ”. ແຕ່ນັ້ນມາ ສາວົກຜູ້ນັ້ນກໍຮັບເອົາພຣະມານດາຢູ່ເຮືອນຂອງຕົນ.

 

ພຣະເຢຊູເຈົ້າສິ້ນພຣະຊົນ

28.ເມື່ອພຣະເຢຊູເຈົ້າຮູ້ວ່າ ທຸກສິ່ງທຸກຢ່າງໄດ້ສຳເລັດຮຽບຮ້ອຍແລ້ວ, ທັງເພື່ອໃຫ້ພຣະຄຳພີສຳເລັດໄປ, ພຣະອົງຈຶ່ງກ່າວວ່າ: “ເຮົາຫິວນ້ຳ”. 29.ຢູ່ບ່ອນນັ້ນ ມີເຕົ້ານ້ຳເຕັມດ້ວຍນ້ຳສົ້ມ. ເຂົາຈຶ່ງເອົາຟອງທະເລຈຸ່ມນ້ຳສົ້ມສຽບປາຍຫອກ ແປະໃສ່ພຣະໂອດຂອງພຣະອົງ. 30.ເມື່ອສະເຫວີຍນ້ຳສົ້ມແລ້ວ ພຣະອົງກ່າວວ່າ: “ທຸກສິ່ງສຳເລັດແລ້ວ”. ພຣະອົງກໍງ່ຽງສີສະ ແລະສິ້ນພຣະຊົນ.

31.ມື້ນັ້ນແມ່ນມື້ຕຽມບຸນປາສກາ. ແລະເພື່ອບໍ່ໃຫ້ມີສົບຄ້າງຢຸເທິງກາງເຂນໃນວັນພຣະ, ຍ້ອນວ່າວັນພຣະນັ້ນແມ່ນສະຫລອງໃຫຍ່. ພວກຢິວຈຶ່ງຂໍອະນຸຍາດນຳປີລາໂຕ ຫັກຂາພວກນັກໂທດ, ແລ້ວເອົາສົບໄປ. 32.ພວກທະຫານກໍໄດ້ພາກັນມາ ຫັກຂານັກໂທດຄົນທີໜຶ່ງແລະທີສອງ ທີ່ຖືກຄຶງກາງເຂນພ້ອມກັບພຣະເຢຊູເຈົ້າ. 33.ພໍມາຮອດພຣະເຢຊູເຈົ້າ ແລະເຫັນວ່າພຣະອົງສິ້ນພຣະຊົນແລ້ວ, ກໍເລີຍບໍ່ຫັກຂາພຣະອົງ. 34.ແຕ່ມີທະຫານຜູ້ໜຶ່ງເອົາຫອກແທງສີຂ້າງພຣະອົງ, ກໍມີເລືອດແລະນ້ຳໄຫລອອກມາ. 35.ຜູ້ທີ່ໄດ້ເຫັນກໍເປັນພະຍານຫລັກຖານ; ຄວາມຢືນຢັນຂອງຜູ້ນັ້ນເປັນຄວາມສັດຈິງ, ແລະຜູ້ນັ້ນຮູ້ດີວ່າ ເພິ່ນເວົ້າຈິງ ເພື່ອໃຫ້ພວກທ່ານເຊື່ອນຳດ້ວຍ. 36.ຍ້ອນວ່າສິ່ງເຫລົ່ານີ້ໄດ້ເປັນມາ ກໍເພື່ອໃຫ້ສຳເລັດຕາມພຣະຄຳພີວ່າ: “ເຂົາຈະບໍ່ຫັກກະດູກຂອງເພິ່ນແມ່ນແຕ່ອັນດຽວ”. 37.ແລະອີກບ່ອນໜຶ່ງ ກໍໄດ້ຂຽນໄວ້ວ່າ: “ພວກເຂົາຈະຈ້ອງຕາເບິ່ງຜູ້ທີ່ພວກເຂົາໄດ້ແທງ”.

 

ຝັງພຣະສົບໄວ້ໃນຄູຫາ

38.ແລ້ວນັ້ນ, ທ່ານຢໍແຊຊາວອາຣີມາທີ, ຜູ້ເປັນລູກສິດຂອງພຣະເຢຊູເຈົ້າ ແຕ່ວ່າຢ່າງລັບໆຍ້ອນຢ້ານພວກຢິວ, ເພິ່ນໄດ້ໄປຂໍອະນຸຍາດນຳປີລາໂຕ ເພື່ອເອົາພຣະສົບຂອງພຣະເຢຊູເຈົ້າໄປ. ປີລາໂຕກໍໄດ້ອະນຸຍາດໃຫ້. ແລ້ວເພິ່ນກໍໄດ້ເອົາພຣະສົບຂອງພຣະອົງໄປ. 39.ທ່ານນີໂກແດມກໍມາດ້ວຍ; ແມ່ນເພິ່ນນີ້ແລ້ວ ແຕ່ກ່ອນໄດ້ມາຫາພຣະເຢຊູເຈົ້າໃນເວລາກາງຄືນ. ເພິ່ນໄດ້ເອົານ້ຳມັນຫອມປະເສີດ ປົນກັບຢາງໄມ້ຫອມ ໜັກປະມານສາມໝື່ນ ມາພ້ອມດ້ວຍ. 40.ເມື່ອໄດ້ເຊີນພຣະສົບຂອງພຣະເຢຊູເຈົ້າລົງມາແລ້ວ, ກໍເອົານ້ຳຫອມອາບ ແລະເອົາຜ້າແພຄຽນພຣະສົບຕາມທຳນຽມຂອງຊາວຢິວ. 41.ຢູ່ບ່ອນພຣະອົງຖືກຄຶງໃສ່ກາງເຂນນັ້ນ ມີສວນຢູ່ສວນໜຶ່ງ ແລະໃນສວນນັ້ນມີຄູຫາໃໝ່ໆ ບໍ່ທັນຝັງຜູ້ໃດໃສ່ເລີຍ. 42.ດັ່ງນີ້ ຍ້ອນແມ່ນມື້ຕຽມບຸນປາສກາ ແລະຍ້ອນມີຄູຫາຢູ່ໃກ້ໆພ້ອມແລ້ວ, ພວກເຂົາຈຶ່ງໄດ້ຝັງພຣະສົບຂອງພຣະເຢຊູເຈົ້າຢູ່ບ່ອນນັ້ນເລີຍ.