ພຣະວໍຣະສານ ໂດຍນັກບຸນ ຢວງ
ພາກທີ 18
ພຣະເຢຊູເຈົ້າຖືກຈັບກຸມ
1.ເມື່ອກ່າວດັ່ງນີ້ແລ້ວ, ພຣະເຢຊູເຈົ້າສະເດັດຂ້າມຫ້ວຍເຊດຣອນພ້ອມກັບພວກສາວົກຂອງພຣະອົງ. ຢູ່ຟາກນັ້ນມີສວນ. ພຣະອົງທັງພວກສາວົກກໍພາກັນເຂົ້າໄປໃນສວນນັ້ນ. 2.ຢູດາຜູ້ທໍລະຍົດຮູ້ຈັກບ່ອນນັ້ນດີ, ຍ້ອນພຣະເຢຊູເຈົ້າກັບພວກສາວົກເຄີຍໄປຊຸມກັນຢູ່ບ່ອນນັ້ນຫລາຍເທື່ອມາແລ້ວ. 3.ຢູດາພາພວກທະຫານແລະຄົນຍາມຂອງພວກຫົວໜ້າສົງແລະຂອງພວກຟາຣີເຊວ ມາໃນສວນນັ້ນ, ຖືທັງໂຄມ, ກະບອງແລະອາວຸດ. 4.ສ່ວນພຣະເຢຊູເຈົ້າ, ພຣະອົງຮູ້ຈັກທຸກສິ່ງທຸກຢ່າງທີ່ຈະເປັນມາແກ່ຕົວພຣະອົງ; ພຣະອົງອອກໄປຫາພວກເຂົາ, ແລ້ວກ່າວກັບພວກເຂົາວ່າ: “ພວກເຈົ້າມາຊອກຫາຜູ້ໃດ?” 5.ພວກເຂົາຕອບວ່າ: “ມາຫາເຢຊູຊາວບ້ານນາຊາແຣັດ”. ພຣະເຢຊູເຈົ້າຕອບວ່າ: “ແມ່ນເຮົານີ້ແລ້ວ”. ຢູດາຜູ້ມອບພຣະອົງກໍຢູ່ນຳໝູ່ນັ້ນດ້ວຍ. 6.ພໍພຣະອົງກ່າວວ່າ: “ແມ່ນເຮົານີ້ແລ້ວ”, ພວກເຂົາກໍຖອຍຫລັງ ແລະລົ້ມຟາດລົງດິນ. 7.ພຣະອົງຈຶ່ງຖາມພວກເຂົາອີກວ່າ: “ພວກເຈົ້າມາຊອກຫາຜູ້ໃດ?” ພວກເຂົາຕອບວ່າ: “ມາຫາເຢຊູຊາວບ້ານນາຊາແຣັດ”. 8.ພຣະເຢຊູເຈົ້າກ່າວວ່າ: “ເຮົາບອກພວກເຈົ້າແລ້ວວ່າ ເຢຊູຊາວນາຊາແຣັດແມ່ນເຮົາເອງ. ຖ້າແມ່ນພວກເຈົ້າມາຊອກຫາເຮົາ, ກໍໃຫ້ປ່ອຍພວກເຫລົ່ານີ້ໄປເສຍ”. 9.ດັ່ງນີ້ກໍເພື່ອໃຫ້ສຳເລັດຕາມພຣະວາຈາ ທີ່ພຣະອົງເອງໄດ້ກ່າວວ່າ: “ພວກທີ່ພຣະອົງໄດ້ມອບໃຫ້ລູກນີ້, ລູກບໍ່ໄດ້ເຮັດໃຫ້ເສຍຈັກຄົນ”. 10.ຊີມອນເປໂຕມີງ້າວດວງໜຶ່ງ, ຈຶ່ງດຶງອອກຈາກຟັກ ແລະຟັນຄົນໃຊ້ຂອງເຈົ້າຄະນະສົງ ຖືກໃບຫູເບື້ອງຂວາຂາດ. ຄົນໃຊ້ນັ້ນຊື່ວ່າມັນກຸດ. 11.ພຣະເຢຊູເຈົ້າຈຶ່ງກ່າວກັບເປໂຕວ່າ: “ເອົາງ້າວເຂົ້າຟັກເສຍ. ຈອກທີ່ພຣະບິດາມອບໃຫ້ເຮົານັ້ນ ເຮົາຈະບໍ່ດື່ມບໍ?”
ຢູ່ຕໍ່ໜ້າອັນນາແລະໄກຟາ
12.ແລ້ວພວກທະຫານ ທັງຫົວໜ້າ ແລະພວກຄົນຍາມຢິວ ຫຸ້ມກັນຈັບພຣະເຢຊູເຈົ້າ ແລະມັດພຣະອົງໄວ້. 13.ພວກເຂົາພາພຣະອົງໄປວັງຂອງອັນນາເສຍກ່ອນ, ຍ້ອນອັນນາແມ່ນພໍ່ເຖົ້າຂອງໄກຟາ ຜູ້ເປັນເຈົ້າຄະນະສົງໃນປີນັ້ນ. 14.ໄກຟາແມ່ນຜູ້ໄດ້ໃຫ້ຄວາມຄິດຄວາມເຫັນແກ່ພວກຢິວວ່າ: “ໃຫ້ຄົນຜູ້ດຽວຕາຍຕາງລາດສະດອນທັງໝົດກໍດີກວ່າ”. 15.ຊີມອນເປໂຕກັບສາວົກອີກຜູ້ໜຶ່ງ ກໍຕິດຕາມພຣະເຢຊູເຈົ້າໄປດ້ວຍ. ສາວົກຜູ້ນັ້ນຮູ້ຈັກດີກັບເຈົ້າຄະນະສົງ, ຈຶ່ງເຂົ້າໄປໃນເດີ່ນລາດຊະວັງຂອງເຈົ້າຄະນະສົງ ນຳພຣະເຢຊູເຈົ້າ. 16.ສ່ວນເປໂຕກໍຢຸດຢູ່ປະຕູທາງນອກ. ສາວົກຜູ້ຮູ້ຈັກກັບເຈົ້າຄະນະສົງ ໄດ້ອອກມາເວົ້າສອງສາມຄວາມກັບຍິງຜູ້ເຝົ້າປະຕູ, ແລ້ວກໍພາເປໂຕເຂົ້າໄປທາງໃນ. 17.ສາວໃຊ້ຜູ້ເຝົ້າປະຕູ ເວົ້າກັບເປໂຕວ່າ: “ເຈົ້ານີ້ບໍ່ແມ່ນລູກສິດຂອງຄົນນັ້ນບໍ?” ເປໂຕຕອບວ່າ: “ບໍ່ແມ່ນດອກ”. 18.ພວກຄົນໃຊ້ກັບພວກຄົນຍາມ ພາກັນດັງໄຟ ຍ້ອນໜາວ ແລະນັ່ງຜີງໄຟຢູ່. ເປໂຕກໍນັ່ງຜີງໄຟຢູ່ນຳພວກເຂົາດ້ວຍ. 19.ເຈົ້າຄະນະສົງຖາມພຣະເຢຊູເຈົ້າເຖິງເລື່ອງສາວົກແລະຄຳສອນຂອງພຣະອົງ. 20.ພຣະເຢຊູເຈົ້າຕອບວ່າ: “ເຮົາໄດ້ປາກເວົ້າກັບຜູ້ຄົນຢ່າງເປີດເຜີຍ. ເຮົາໄດ້ສັ່ງສອນຢູ່ໃນໂຮງທຳ ແລະຢູ່ໃນພຣະວິຫານ, ບ່ອນພວກຢິວທັງຫລາຍເຄີຍມາຊຸມນຸມກັນ. ເຮົາບໍ່ໄດ້ສອນຫຍັງຢູ່ບ່ອນລັບລີ້ເລີຍ. 21.ເຫດໃດທ່ານຈຶ່ງຖາມເຮົາ? ເຊີນຖາມພວກທີ່ໄດ້ຍິນໄດ້ຟັງ ສິ່ງທີ່ເຮົາໄດ້ສັ່ງສອນເຂົານັ້ນ ເບິ່ງດູ. ເຂົາຮູ້ຈັກດີວ່າ ເຮົາເວົ້າສິ່ງໃດແດ່?” 22.ພໍພຣະອົງກ່າວຄວາມນີ້ແລ້ວ, ກໍມີທະຫານຍາມຜູ້ໜຶ່ງທີ່ຢູ່ທີ່ນັ້ນ ຕົບພຣະພັກພຣະອົງ ພ້ອມທັງເວົ້າວ່າ: “ເຈົ້າຕອບກັບເຈົ້າຄະນະສົງແບບນີ້ບໍ?” 23.ພຣະເຢຊູເຈົ້າຕອບວ່າ: “ຖ້າເຮົາເວົ້າຜິດ, ກໍໃຫ້ສຳແດງຄວາມຜິດນັ້ນອອກມາ; ແຕ່ຖ້າວ່າເຮົາເວົ້າຖືກຕ້ອງ, ເປັນຫຍັງເຈົ້າຈຶ່ງຕີເຮົາ?” 24.ອັນນາເລີຍສົ່ງພຣະເຢຊູເຈົ້າທີ່ຍັງຖືກມັດຢູ່, ໄປຫາໄກຟາ, ຜູ້ເປັນເຈົ້າຄະນະສົງ. 25.ໃນເວລານັ້ນ, ເປໂຕກໍຜີງໄຟຢູ່. ພວກຄົນຜີງໄຟນຳກັນ ເວົ້າໃສ່ເປໂຕວ່າ: “ເຈົ້າບໍ່ແມ່ນລູກສິດຂອງຄົນນັ້ນບໍ?” ເປໂຕປະຕິເສດວ່າ: “ບໍ່ແມ່ນດອກ”. 26.ມີຄົນໃຊ້ຂອງເຈົ້າຄະນະສົງຜູ້ໜຶ່ງ, ຊຶ່ງເປັນພີ່ນ້ອງກັບຄົນທີ່ຖືກເປໂຕຕັດໃບຫູ, ເວົ້າວ່າ: “ບໍ່ແມ່ນຂ້ອຍໄດ້ເຫັນເຈົ້າຢູ່ໃນສວນກັບຄົນນັ້ນບໍ?” 27.ເປໂຕປະຕິເສດອີກ. ທັນໃດໄກ່ກໍຂັນຂຶ້ນ.
ຢູ່ຕໍ່ໜ້າປີລາໂຕ
28.ແລ້ວພວກເຂົາໄດ້ພາພຣະເຢຊູເຈົ້າອອກຈາກວັງຂອງໄກຟາ ໄປສານ. ເວລານັ້ນແມ່ນເວລາເຊົ້າ. ພວກເຂົາເອງບໍ່ໄດ້ເຂົ້າໄປໃນສານ, ຢ້ານຖືກເປື້ອນໝອງ ກິນລູກແກະ ປາສກາບໍ່ໄດ້. 29.ພະຍາປີລາໂຕຈຶ່ງອອກມາທາງນອກຫາພວກເຂົາ ແລະຖາມວ່າ: “ພວກເຈົ້າຟ້ອງຄົນນີ້ໃນເລື່ອງໃດ?” 30.ພວກເຂົາຕອບວ່າ: “ຖ້າຜູ້ນີ້ບໍ່ແມ່ນຄົນທຳຜິດ, ພວກເຮົາກໍບໍ່ເອົາມາມອບໃຫ້ທ່ານດອກ”. 31.ປີລາໂຕຈຶ່ງເວົ້ານຳພວກເຂົາວ່າ: “ໃຫ້ພວກເຈົ້າຈັບເອົາເພິ່ນໄປເສຍ, ແລະຕັດສິນເພິ່ນຕາມກົດໝາຍຂອງພວກເຈົ້າ”. ພວກຢິວຕອບວ່າ: “ພວກເຮົາບໍ່ມີສິດລົງໂທດຜູ້ໃດເຖິງຕາຍໄດ້”. 32.ທັງນີ້ເພື່ອໃຫ້ສຳເລັດຕາມພຣະວາຈາ, ຊຶ່ງພຣະເຢຊູເຈົ້າເອງໄດ້ເວົ້າມາແລ້ວວ່າ ພຣະອົງຈະສິ້ນພຣະຊົນຢ່າງໃດ. 33.ແລ້ວປີລາໂຕກໍເຂົ້າໄປໃນສານ, ຮຽກພຣະເຢຊູເຈົ້າເຂົ້າມາ, ຖາມພຣະອົງວ່າ: “ທ່ານແມ່ນກະສັດຂອງພວກຢິວບໍ?” 34.ພຣະເຢຊູເຈົ້າຕອບວ່າ: “ທ່ານເວົ້າຄວາມນີ້ດ້ວຍຕົວທ່ານເອງບໍ, ຫລືໄດ້ຍິນຄົນອື່ນເວົ້າກັບທ່ານເຖິງຕົວເຮົາເອງແລ້ວບໍ?” 35.ປີລາໂຕຕອບວ່າ: “ເຮົານີ້ແມ່ນຄົນຊາດຢິວບໍ? ແມ່ນຄົນຊາດຂອງທ່ານແລະພວກຫົວໜ້າສົງ ໄດ້ມອບທ່ານໃຫ້ເຮົາ; ດັ່ງນີ້ທ່ານໄດ້ທຳສິ່ງໃດ?” 36.ພຣະເຢຊູເຈົ້າຕອບວ່າ: “ອານາຈັກຂອງເຮົາບໍ່ແມ່ນຢູ່ໃນໂລກນີ້ດອກ; ຖ້າວ່າອານາຈັກຂອງເຮົາຢູ່ໃນໂລກນີ້, ພວກບໍລິວານຂອງເຮົາກໍຈະພາກັນຕໍ່ສູ້ ເພື່ອບໍ່ໃຫ້ເຮົາຕ້ອງຕົກໃນມືຂອງພວກຢິວເປັນອັນຂາດ. ແຕ່ວ່າອານາຈັກຂອງເຮົາບໍ່ຢູ່ໃນໂລກນີ້”. 37.ປີລາໂຕເລີຍຖາມຊ້ຳອີກວ່າ: “ດັ່ງນັ້ນ ທ່ານແມ່ນກະສັດບໍ? ພຣະເຢຊູເຈົ້າຕອບວ່າ: “ແມ່ນຄືທ່ານເວົ້າ.ເຮົາແມ່ນກະສັດ. ເຮົາເກີດມາ ແລະໄດ້ມາໃນໂລກນີ້ ເພື່ອເປັນພະຍານຢືນຢັນເຖິງຄວາມສັດຈິງ; ຜູ້ໃດຢູ່ຝ່າຍຄວາມສັດຈິງ, ຜູ້ນັ້ນກໍຟັງສຽງຂອງເຮົາ”. 38.ປີລາໂຕຖາມວ່າ: “ຄວາມສັດຈິງແມ່ນຫຍັງ?” ເວົ້າແລ້ວ ກໍອອກໄປຫາພວກຢິວອີກ ແລະເວົ້າວ່າ: “ເຮົາບໍ່ເຫັນມີຫຍັງພໍລົງໂທດຄົນນີ້ເລີຍ, 39.ແຕ່ພວກເຈົ້າເຄີຍມີທຳນຽມ ໃຫ້ເຮົາປ່ອຍນັກໂທດຜູ້ໜຶ່ງໃນວັນສະຫລອງປາສກາ. ດັ່ງນີ້ພວກເຈົ້າຢາກໃຫ້ເຮົາປ່ອຍອົງກະສັດຂອງຊາວຢິວບໍ?” 40.ພວກ
ເຂົາຈຶ່ງພາກັນຮ້ອງສຽງດັງຂຶ້ນອີກ: “ຢ່າປ່ອຍຄົນນີ້ ແຕ່ໃຫ້ປ່ອຍບາຣາບັດ”. ບາຣາບັດນີ້ແມ່ນນັກປຸ້ນ.