ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 16

ພຣະຈິດຈະສະເດັດມາ

1.“ເຮົາໄດ້ກ່າວຂໍ້ຄວາມເຫລົ່ານີ້ແກ່ພວກເຈົ້າ ເພື່ອບໍ່ໃຫ້ພວກເຈົ້າໝົດກຳລັງໃຈ. 2.ພວກເຂົາຈະຂັບໄລ່ພວກເຈົ້າອອກຈາກໂຮງທຳ. ແລະກວ່ານັ້ນອີກ, ຈະມີວາລະໜຶ່ງ ພວກທີ່ປະຫານຊີວິດພວກເຈົ້າ ຈະຄິດວ່າຕົນໄດ້ນົບໄຫວ້ບູຊາພຣະເປັນເຈົ້າແລ້ວ. 3.ພວກເຂົາຈະທຳດັ່ງນີ້ ກໍຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະບິດາ ແລະບໍ່ຮູ້ຈັກເຮົາດ້ວຍ. 4.ແຕ່ເຮົາໄດ້ກ່າວເຕືອນພວກເຈົ້າໄວ້ ກໍເພື່ອວ່າ, ເມື່ອເວລານັ້ນມາເຖິງ, ພວກເຈົ້າຈະລະລຶກໄດ້ວ່າ ເຮົາໄດ້ບອກໄວ້ລ່ວງໜ້າແລ້ວ. ຕັ້ງແຕ່ຕົ້ນໆມາ ເຮົາບໍ່ໄດ້ກ່າວຂໍ້ຄວາມເຫລົ່ານີ້ໃຫ້ພວກເຈົ້າຟັງ, ຍ້ອນວ່າເວລານັ້ນເຮົາຢູ່ນຳພວກເຈົ້າ. 5.ບັດນີ້ເຮົາກຳລັງຈະໄປຫາຜູ້ທີ່ໄດ້ຊົງໃຊ້ເຮົາມາ ແລະບໍ່ມີໃຜຈັກຄົນໃນພວກເຈົ້າຖາມເຮົາວ່າ ພຣະອົງຈະໄປໃສ? 6.ແຕ່ຍ້ອນເຮົາເວົ້າຂໍ້ຄວາມເຫລົ່ານີ້ໃຫ້ພວກເຈົ້າຟັງ, ພວກເຈົ້າຈຶ່ງມີຄວາມທຸກໂສກຫົວໃຈ. 7.ແຕ່ເຮົາບອກພວກເຈົ້າຕາມຈິງວ່າ: ການທີ່ເຮົາໄປນັ້ນມີປະໂຫຍດໃຫ້ພວກເຈົ້າເອງ ຍ້ອນວ່າ ຖ້າເຮົາບໍ່ໄປ ພະ

ຜູ້ບັນເທົາໃຈກໍຈະບໍ່ສະເດັດມາຫາພວກເຈົ້າ. ແຕ່ຖ້າເຮົາໄປແລ້ວ, ເຮົາຈະໃຊ້ພຣະອົງມາຫາພວກເຈົ້າ. 8.ແລະເມື່ອພຣະອົງມາຮອດແລ້ວ, ພຣະອົງຈະພິສູດໃຫ້ໂລກຍອມຮັບຮູ້ເລື່ອງບາບ,ເລື່ອງຄວາມຍຸຕິທຳ, ເລື່ອງການຕັດສິນ. 9.ເລື່ອງບາບ ຍ້ອນວ່າພວກເຂົາບໍ່ຍອມເຊື່ອເຮົາ. 10.ເລື່ອງຄວາມຍຸຕິທຳ ຍ້ອນວ່າເຮົາໄປຫາພຣະບິດາ ແລະພວກເຈົ້າຈະບໍ່ເຫັນເຮົາອີກ. 11.ເລື່ອງການຕັດສິນ ຍ້ອນວ່າເຈົ້າໂລກຖືກຕັດສິນແລ້ວ. 12.ເຮົາຍັງມີຫລາຍເລື່ອງຈະບອກພວກເຈົ້າອີກ, ພວກເຈົ້າບໍ່ທັນສາມາດເຂົ້າໃຈໄດ້ໃນເວລານີ້. 13.ເມື່ອພຣະຈິດແຫ່ງຄວາມຈິງຈະສະເດັດມາ, ພຣະອົງຈະບອກສອນຄວາມຈິງທຸກຢ່າງໃຫ້ພວກເຈົ້າ. ພຣະຈິດເຈົ້າຈະບໍ່ກ່າວດ້ວຍຕົນເອງ ແຕ່ຈະກ່າວຕາມທີ່ຊົງໄດ້ຍິນມາ, ແລະຈະປະກາດໃຫ້ພວກເຈົ້າຮູ້ເລື່ອງທີ່ຈະເປັນມາໃນພາຍໜ້າດ້ວຍ. 14.ພຣະອົງຈະກ່າວເປັນກຽດແກ່ເຮົາ, ຍ້ອນວ່າພຣະອົງຈະຊົງຮັບເອົາທຸກສິ່ງຈາກເຮົາ ແລະຈະຂ່າວສິ່ງເຫລົ່ານັ້ນແກ່ພວກເຈົ້າ. 15.ທຸກສິ່ງທີ່ພຣະບິດາຊົງມີຢູ່ ກໍເປັນຂອງເຮົາ. ຍ້ອນເຫດນີ້ເຮົາຈຶ່ງໄດ້ກ່າວວ່າ: ພຣະຈິດຈະເອົາສິ່ງທີ່ເປັນຂອງເຮົາ ມາຂ່າວໃຫ້ພວກເຈົ້າຮູ້.”

 

ພຣະເຢຊູເຈົ້າຍັງຈະສະເດັດມາ

16.“ອີກບໍ່ເຫິງ ພວກເຈົ້າຈະບໍ່ເຫັນເຮົາ, ແລະອີກບໍ່ເຫິງ ພວກເຈົ້າຈະເຫັນເຮົາ.” 17.ພວກສາວົກບາງຄົນຈຶ່ງເວົ້າກັນວ່າ: “ຄວາມທີ່ພຣະອົງວ່າ: ອີກບໍ່ເຫິງພວກເຈົ້າຈະບໍ່ເຫັນເຮົາ, ແລະອີກບໍ່ເຫິງພວກເຈົ້າຈະເຫັນເຮົາ ແລະເຮົາຫລົບເມືອຫາພຣະບິດາ, ນັ້ນໝາຍຄວາມວ່າຢ່າງໃດ?” 18.ພວກເຂົາເວົ້າວ່າ: “ອີກບໍ່ເຫິງນັ້ນແປວ່າຫຍັງ? ພວກເຮົາບໍ່ເຂົ້າໃຈເລີຍ.” 19.ພຣະເຢຊູເຈົ້າຊາບວ່າ ພວກເຂົາຢາກຖາມ, ຈຶ່ງກ່າວວ່າ: “ພວກເຈົ້າຫາລືກັນຍ້ອນທີ່ເຮົາໄດ້ເວົ້າວ່າ ອີກບໍ່ເຫິງພວກເຈົ້າຈະບໍ່ເຫັນເຮົາ, ແລະອີກບໍ່ເຫິງພວກເຈົ້າຈະເຫັນເຮົາ, ນັ້ນບໍ? 20.ເຮົາບອກພວກເຈົ້າເປັນຄວາມຈິງວ່າ ໃນເມື່ອພວກເຈົ້າຈະພາກັນຮ້ອງໄຫ້ຈົ່ມທຸກ, ສ່ວນໂລກຈະມີຄວາມຍິນດີ; ແມ່ນແລ້ວ ພວກເຈົ້າຈະເປັນທຸກໂສກເສົ້າ ແຕ່ແລ້ວຄວາມທຸກນັ້ນຈະກັບປ່ຽນເປັນຄວາມຍິນດີ. 21.ຜູ້ຍິງເມື່ອໃກ້ຈະອອກລູກ ກໍມີຄວາມທຸກໂສກ, ຍ້ອນວ່າເວລາຂອງຕົນມາຮອດແລ້ວ; ແຕ່ພໍໄດ້ລູກແລ້ວ, ເຂົາກັບມີຄວາມຍິນດີ ທີ່ມີຄົນຜູ້ໜຶ່ງເກີດມາໃນໂລກ. 22.ພວກເຈົ້າກໍດັ່ງດຽວກັນ ດຽວນີ້ພວກເຈົ້າພວມທຸກໂສກ, ແຕ່ເຮົາຈະພົບພໍ້ພວກເຈົ້າອີກໃໝ່, ແລະພວກເຈົ້າຈະມີຄວາມຍິນດີ, ແລະຄວາມຍິນດີນັ້ນບໍ່ມີໃຜຈະຍາດຊິງເອົາໄປຈາກພວກເຈົ້າໄດ້ເລີຍ. 23.ໃນວັນນັ້ນ, ພວກເຈົ້າຈະບໍ່ຖາມຫຍັງເຮົາອີກ; ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ຖ້າພວກເຈົ້າຈະວອນຂໍສິ່ງໃດຈາກພຣະບິດາ, ພຣະອົງກໍຈະປະທານໃຫ້ໃນນາມຂອງເຮົາ. 24.ຈົນຮອດເວລານີ້, ພວກເຈົ້າຍັງບໍ່ທັນຂໍສິ່ງໃດໃນນາມຂອງເຮົາເລີຍ. ຈົ່ງຂໍເຖີດ ແລະພວກເຈົ້າຈະໄດ້ຮັບ. ແລ້ວຄວາມຍິນດີຂອງພວກເຈົ້າຈະບໍລິບູນ. 25.ເຮົາໄດ້ເຄີຍກ່າວສິ່ງເຫລົ່ານີ້ໃຫ້ພວກເຈົ້າຟັງເປັນຄວາມປຽບທຽບເທົ່ານັ້ນ. ແຕ່ເຖິງເວລາແລ້ວ ທີ່ເຮົາຈະບໍ່ກ່າວເປັນຄວາມປຽບທຽບອີກ; ແຕ່ເຮົາຈະແຈ້ງເລື່ອງພຣະບິດາໃຫ້ພວກເຈົ້າຟັງຢ່າງເປີດເຜີຍ. 26.ໃນເວລານັ້ນ, ພວກເຈົ້າຈະວອນຂໍໃນນາມຂອງເຮົາ ແລະເຮົາບໍ່ກ່າວວ່າ ເຮົາຈະວິງວອນພຣະບິດາເພື່ອພວກເຈົ້າ. 27.ດ້ວຍວ່າພຣະບິດາເອງຊົງຮັກແພງພວກເຈົ້າ ຍ້ອນພວກເຈົ້າຮັກແພງເຮົາ ແລະເຊື່ອວ່າ ເຮົາມາຈາກພຣະເປັນເຈົ້າ. 28.ເຮົາມາຈາກ ພຣະບິດາ ແລະໄດ້ສະເດັດມາໃນໂລກ; ບັດນີ້ເຮົາຈະປະໂລກໄປ ເພື່ອຫລົບເມືອຫາພຣະບິດາ.” 29.ພວກສາວົກຈຶ່ງທູນຖາມພຣະອົງວ່າ: “ເທື່ອນີ້ ພຣະອາຈານກ່າວຢ່າງເປີດເຜີຍ ໂດຍບໍ່ໃຊ້ຄວາມປຽບທຽບອີກເລີຍ. 30.ບັດນີ້ ພວກຂ້ານ້ອຍຮູ້ດີວ່າ ພຣະອາຈານຊົງຊາບທຸກຢ່າງ ແລະບໍ່ຕ້ອງການໃຫ້ໃຜສອບຖາມ. ຍ້ອນເຫດນີ້ ພວກຂ້ານ້ອຍຈຶ່ງເຊື່ອວ່າ ພຣະອົງມາຈາກພຣະເປັນເຈົ້າ.” 31.ພຣະເຢຊູເຈົ້າຕອບວ່າ: “ດຽວນີ້ພວກເຈົ້າເຊື່ອແລ້ວບໍ? 32.ນີ້ແຫລະເວລາພວມມາ ແລະມາເຖິງແລ້ວ, ພວກເຈົ້າຈະແຕກກັນໄປຄົນລະທາງ ແລະຈະປະເຮົາຢູ່ຜູ້ດຽວ. ແຕ່ທີີ່ຈິງ ເຮົາບໍ່ຢູ່ຜູ້ດຽວດອກ, ຍ້ອນມີພຣະບິດາຢູ່ນຳເຮົາ. 33.ເຮົາບອກສິ່ງເຫລົ່ານີ້ໃຫ້ພວກເຈົ້າຟັງ ເພື່ອໃຫ້ພວກເຈົ້າມີຄວາມສະຫງົບໃນໃຈ. ຍ້ອນເຮົາ ພວກເຈົ້າຈະຕ້ອງຖືກທໍຣະມານໃນໂລກ, ແຕ່ຈົ່ງເດັດດ່ຽວເຖີດ! ເຮົາໄດ້ຜາບແພ້ໂລກແລ້ວ.”