ພຣະວໍຣະສານ ໂດຍນັກບຸນ ຢວງ
ພາກທີ 15
ຄວາມປຽບທຽບເລື່ອງຕົ້ນອະງຸ່ນ
1.“ເຮົາແມ່ນຕົ້ນອະງຸ່ນແທ້ ແລະພຣະບິດາຂອງເຮົາແມ່ນຊາວສວນອະງຸ່ນ. 2.ແໜງໃດໃນເຮົາທີ່ບໍ່ມີໝາກ ພຣະບິດາກໍຕັດຖິ້ມ. ສ່ວນແໜງທີ່ມີໝາກ, ພຣະອົງກໍຕັດຕອນເພື່ອໃຫ້ມັນມີໝາກຫລາຍກວ່າອີກ. 3.ພວກເຈົ້າບໍລິສຸດແລ້ວ ຍ້ອນວາຈາທີ່ເຮົາໄດ້ກ່າວກັບພວກເຈົ້າ. 4.ຈົ່ງຢູ່ໃນເຮົາ ຄືເຮົາຢູ່ໃນພວກເຈົ້າ. ແໜງທີ່ບໍ່ຕິດກັບລຳຕົ້ນ ກໍບໍ່ອາດເກີດໝາກຜົນ; ພວກເຈົ້າກໍຄືກັນ, ຖ້າວ່າບໍ່ຕິດຢູ່ກັບເຮົາ. 5.ເຮົາແມ່ນລຳຕົ້ນອະງຸ່ນ, ພວກເຈົ້າແມ່ນງ່າ
ແໜງ ຜູ້ໃດຢູ່ໃນເຮົາແລະເຮົາຢູ່ໃນເຂົາ, ຜູ້ນັ້ນກໍຈະເກີດໝາກຫລາຍ. ຍ້ອນວ່າ ຖ້າບໍ່ມີເຮົາ ພວກເຈົ້າກໍບໍ່ອາດເຮັດຫຍັງໄດ້ເລີຍ. 6.ຖ້າໃຜບໍ່ຢູ່ໃນເຮົາ ກໍຈະຖືກແກວ່ງຖິ້ມອອກນອກ ຄືກັນກັບງ່າແໜງອະງຸ່ນ, ແລະຈະຫ່ຽວແຫ້ງໄປ, ເຂົາຈະເກັບກອງໄວ້ເພື່ອເອົາໄປເຜົາໄຟເສຍ. 7.ຖ້າພວກເຈົ້າຢູ່ໃນເຮົາ ແລະວາຈາຂອງເຮົາຢູ່ໃນພວກເຈົ້າແລ້ວ, ພວກເຈົ້າຈົ່ງວອນຂໍທຸກສິ່ງທີ່ຕ້ອງການ, ແລ້ວຈະໄດ້ຮັບ. 8.ເມື່ອພວກເຈົ້າເກີດໝາກຜົນຢ່າງມາກມາຍ, ກໍເປັນກຽດມຸງຄຸນໃຫ້ພຣະບິດາຂອງເຮົາ ແລະພວກເຈົ້າກໍຈະກາຍເປັນລູກສິດຂອງເຮົາດ້ວຍ.” 9.ພຣະບິດາຮັກເຮົາແນວໃດ, ເຮົາກໍຮັກພວກເຈົ້າແນວນັ້ນ. ຈົ່ງຕັ້ງໝັ້ນຢູ່ໃນຄວາມຮັກຂອງເຮົາເຖີດ. 10.ຖ້າພວກເຈົ້າຖືຕາມພຣະບັນຢັດຂອງເຮົາ, ກໍແມ່ນພວກເຈົ້າຕັ້ງໝັ້ນຢູ່ໃນຄວາມຮັກຂອງເຮົາ, ຢ່າງດຽວກັນກັບເຮົາໄດ້ຖືຕາມພຣະບັນຢັດຂອງພຣະບິດາຂອງເຮົາ ແລະເຮົາກໍຕັ້ງໝັ້ນ ຄົງຢູ່ໃນຄວາມຮັກຂອງພຣະອົງ. 11.ເຮົາບອກຂໍ້ຄວາມນີ້ແກ່ພວກເຈົ້າ ເພື່ອໃຫ້ຄວາມຍິນດີຂອງເຮົາຕັ້ງໝັ້ນຢູ່ໃນພວກເຈົ້າ, ແລະຄວາມຍິນດີຂອງພວກເຈົ້າຈະບໍລິບູນ.”
ພວກສາວົກຈົ່ງສາມັກຄີກັນ
12.“ນີ້ແມ່ນພຣະບັນຢັດຂອງເຮົາ ຄືໃຫ້ພວກເຈົ້າຮັກກັນແລະກັນ ຄືເຮົາໄດ້ຮັກພວກເຈົ້າ 13.ບໍ່ມີຄວາມຮັກອັນໃດຍິ່ງໃຫຍ່ກວ່າການສະລະຊີວິດຂອງຕົນເພື່ອມິດສະຫາຍ. 14.ຖ້າພວກເຈົ້າທຳຕາມທີ່ເຮົາສັ່ງ, ພວກເຈົ້າກໍຈະເປັນມິດສະຫາຍຂອງເຮົາ. 15.ເຮົາບໍ່ເອີ້ນພວກເຈົ້າວ່າຄົນໃຊ້ອີກແລ້ວ, ຍ້ອນຄົນໃຊ້ບໍ່ຮູ້ຈັກວ່ານາຍຈະເຮັດຫຍັງ. ແຕ່ເຮົາເອີ້ນພວກເຈົ້າວ່າມິດສະຫາຍ ຍ້ອນວ່າທຸກສິ່ງທີ່ເຮົາຮູ້ຈາກພຣະບິດາຂອງເຮົາ, ເຮົາກໍໄດ້ໃຫ້ພວກເຈົ້າຮູ້ນຳ. 16.ບໍ່ແມ່ນພວກເຈົ້າໄດ້ເລືອກເອົາເຮົາ, ແຕ່ແມ່ນເຮົາໄດ້ເລືອກເອົາພວກເຈົ້າ, ແລະໄດ້ແຕ່ງຕັ້ງພວກເຈົ້າໃຫ້ໄປແລະເກີດໝາກຜົນ, ແລະແມ່ນໝາກຜົນທີ່ໝັ້ນຄົງຖາວອນ; ແລ້ວທຸກສິ່ງທີ່ພວກເຈົ້າວອນຂໍນຳພຣະບິດາໃນນາມຂອງເຮົາ, ພຣະອົງກໍຈະປະທານໃຫ້. 17.ຄຳສັ່ງຂອງເຮົາຄື ໃຫ້ພວກເຈົ້າຮັກກັນແລະກັນ”.
ຈະຖືກໂລກຄຽດຊັງ
18.“ຖ້າໂລກຊັງພວກເຈົ້າ, ກໍໃຫ້ຮູ້ໄວ້ເຖີດວ່າ ມັນໄດ້ຊັງເຮົາກ່ອນແລ້ວ. 19.ຖ້າພວກເຈົ້າເປັນຄົນຂອງໂລກ, ໂລກກໍຈະຮັກສິ່ງທີ່ເປັນຂອງມັນ. ແຕ່ຍ້ອນພວກເຈົ້າບໍ່ເປັນຄົນຂອງ
ໂລກ, ແລະຍ້ອນເຮົາໄດ້ເລືອກສັນເອົາພວກເຈົ້າອອກຈາກໂລກ, ໂລກຈຶ່ງຊັງພວກເຈົ້າ. 20.ຈົ່ງຈື່ຈຳຂໍ້ຄວາມທີ່ເຮົາໄດ້ບອກພວກເຈົ້າແລ້ວວ່າ: ຄົນໃຊ້ບໍ່ໃຫຍ່ກວ່ານາຍ. ຖ້າພວກເຂົາໄດ້ບັງບຽດເຮົາ, ພວກເຂົາກໍຈະບັງບຽດພວກເຈົ້າດ້ວຍ; ຖ້າພວກເຂົາຮັກສາວາຈາຂອງເຮົາ, ພວກເຂົາກໍຈະຮັກສາຄຳເວົ້າຂອງພວກເຈົ້າດ້ວຍ. 21.ພວກເຂົາຈະທຳດັ່ງນີ້ທັງໝົດຕໍ່ພວກເຈົ້າຍ້ອນນາມຂອງເຮົາ; ກໍຍ້ອນວ່າ ພວກເຂົາບໍ່ຮູ້ຈັກພຣະຜູ້ໄດ້ຊົງໃຊ້ເຮົາມາ. 22.ຖ້າເຮົາບໍ່ໄດ້ມາສັ່ງສອນພວກເຂົາ, ພວກເຂົາກໍຈະບໍ່ໄດ້ມີບາບ. ແຕ່ດຽວນີ້ ພວກເຂົາມີບາບ ແລະບໍ່ມີທາງແກ້ຕົວ. 23.ຜູ້ໃດຊັງເຮົາ, ກໍຊັງພຣະບິດາຂອງເຮົາດ້ວຍ. 24.ຖ້າເຮົາບໍ່ໄດ້ກະທຳກິດຈະການ ທີ່ບໍ່ມີໃຜເຄີຍທຳຕໍ່ໜ້າພວກເຂົາ, ພວກເຂົາກໍຈະບໍ່ມີບາບ. ແຕ່ດຽວນີ້ ພວກເຂົາໄດ້ເຫັນແລ້ວ ແລະພວກເຂົາກໍໄດ້ຊັງທັງເຮົາແລະພຣະບິດາຂອງເຮົາຊ້ຳ. 25.ນີ້ກໍເພື່ອໃຫ້ສຳເລັດຕາມທີ່ໄດ້ຂຽນໄວ້ໃນພຣະທຳບັນຢັດວ່າ: “ເຂົາຊັງເຮົາຢ່າງບໍ່ມີເຫດຜົນ”. 26.ເມື່ອອົງຜູ້ບັນເທົາ, ຊຶ່ງເຮົາຈະໃຊ້ມາຈາກພຣະບິດາ ຄືພຣະຈິດແຫ່ງຄວາມສັດຈິງ, ຜູ້ເນື່ອງມາຈາກພຣະບິດາ ຈະມາຮອດ, ພຣະອົງຈະຊົງເປັນພະຍານຢືນຢັນເຖິງເຮົາ. 27.ພວກເຈົ້າກໍຄືກັນ, ພວກເຈົ້າຈະເປັນພະຍານຢືນຢັນເຖິງເຮົາ, ຍ້ອນວ່າພວກເຈົ້າໄດ້ຢູ່ກັບເຮົາແຕ່ຕົ້ນມາ.