ພຣະວໍຣະສານ ໂດຍນັກບຸນ ຢວງ
ພາກທີ 14
ຂໍ້ເລິກລັບເລື່ອງພຣະບິດາ
1.“ພວກເຈົ້າຢ່າຄັ່ງແຄ້ນໃຈເລີຍ. ຈົ່ງເຊື່ອເຖິງພຣະເປັນເຈົ້າ ແລະເຊື່ອເຖິງເຮົາດ້ວຍ. 2.ຢູ່ເຮືອນພຣະບິດາຂອງເຮົາມີບ່ອນຢູ່ຫລວງຫລາຍ; ບໍ່ດັ່ງນັ້ນ ເຮົາກໍຄົງໄດ້ບອກພວກເຈົ້າ. ເຮົາໄປເພື່ອຕຽມບ່ອນໄວ້ໃຫ້ພວກເຈົ້າ. 3.ແລະເມື່ອໄດ້ຕຽມບ່ອນແລ້ວ, ເຮົາກໍຈະຫລົບມາ ເອົາພວກເຈົ້າມາຢູ່ນຳເຮົາ, ເພື່ອວ່າເຮົາຢູ່ບ່ອນໃດ, ພວກເຈົ້າກໍຈະຢູ່ນຳດ້ວຍ. 4.ສ່ວນບ່ອນທີ່ເຮົາຈະໄປ, ພວກເຈົ້າກໍຮູ້ຈັກທາງແລ້ວ”. 5.ໂທມາທູນວ່າ: “ພຣະອົງເຈົ້າເອີຍ! ພວກຂ້ານ້ອຍບໍ່ຮູ້ຈັກ ພຣະອົງຈະໄປໃສ? ພວກຂ້ານ້ອຍຈະຮູ້ຈັກທາງໄດ້ຢ່າງໃດ?” 6.ພຣະເຢຊູເຈົ້າຕອບວ່າ: “ເຮົາແມ່ນຫົນທາງ, ຄວາມຈິງແລະຊີວິດ. ບໍ່ມີໃຜໄປຫາພຣະບິດາໄດ້ ໂດຍບໍ່ຜ່ານທາງເຮົາ.” 7.“ຖ້າພວກເຈົ້າຮູ້ຈັກເຮົາ, ພວກເຈົ້າກໍຈະຮູ້ຈັກພຣະບິດາຂອງເຮົາດ້ວຍ. ຕັ້ງແຕ່ເວລານີ້ ພວກເຈົ້າກໍຮູ້ຈັກພຣະບິດາ ແລະໄດ້ເຫັນພຣະອົງແລ້ວ.” 8.ຟີລິບທູນວ່າ: “ພຣະອົງເຈົ້າເອີຍ! ໂຜດຊີ້ສຳແດງພຣະບິດາໃຫ້ພວກຂ້ານ້ອຍເຫັນເທົ່ານັ້ນກໍເປັນພໍ.” 9.ພຣະເຢຊູເຈົ້າຕອບວ່າ: “ຟີລິບເອີຍ! ເຮົາຢູ່ກັບພວກເຈົ້າແຕ່ເຫິງນານແລ້ວ, ເຈົ້າຍັງບໍ່ຮູ້ຈັກເຮົາບໍ? ໃຜໄດ້ເຫັນເຮົາກໍໄດ້ເຫັນພຣະບິດາດ້ວຍ. ເປັນຫຍັງເຈົ້າຈຶ່ງວ່າ ໂຜດຊີ້ສຳແດງພຣະບິດາໃຫ້ພວກຂ້ານ້ອຍເຫັນ? 10.ເຈົ້າບໍ່ເຊື່ອບໍວ່າເຮົາຢູ່ໃນພຣະບິດາ ແລະພຣະບິດາຢູ່ໃນເຮົາ? ຂໍ້ຄວາມທີ່ເຮົາກ່າວກັບພວກເຈົ້ານັ້ນ, ເຮົາບໍ່ໄດ້ກ່າວຕາມລຳພັງເຮົາເອງ; ແມ່ນພຣະບິດາຜູ້ສະຖິດຢູ່ໃນເຮົາ ເປັນຜູ້ກະທຳກິດຈະການຂອງພຣະອົງ. 11.ຈົ່ງເຊື່ອຄວາມທີ່ເຮົາກ່າວ: ເຮົາຢູ່ໃນພຣະບິດາ ແລະພຣະບິດາຢູ່ໃນເຮົາ. ຖ້າບໍ່ເຊື່ອຄວາມເວົ້າ, ຢ່າງນ້ອຍຂໍໃຫ້ເຊື່ອ ຍ້ອນກິດຈະການຂອງເຮົາເອງ.
ຂໍເລິກລັບເລື່ອງພຣະບຸດ
12.“ເຮົາບອກພວກເຈົ້າເປັນຄວາມຈິງວ່າ: “ໃຜເຊື່ອເຖິງເຮົາ ກໍຈະກະທຳກິດຈະການທີ່ເຮົາກະທຳຢູ່ນີ້ ແລະຍັງຈະກະທຳກິດຈະການທີ່ຍິ່ງໃຫຍ່ກວ່ານັ້ນອີກດ້ວຍ, ຍ້ອນເຮົາຄືນເມືອຫາພຣະບິດາ. 13.ພວກເຈົ້າຈະວອນຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ, ເຮົາກໍຈະທຳຕາມ, ເພື່ອໃຫ້ພຣະບິດາໄດ້ຮັບກຽດມຸງຄຸນໃນພຣະບຸດ. 14.ສິ່ງໃດໆທີ່ພວກເຈົ້າຈະວອນຂໍເຮົາໃນນາມຂອງເຮົາ ເຮົາກໍຈະທຳຕາມ.” 15.ຖ້າພວກເຈົ້າຮັກເຮົາ ກໍຈະຖືຕາມບັນຢັດຂອງເຮົາ.
ຂໍ້ເລິກລັບເລື່ອງພຣະບິດາ
16.“ສ່ວນເຮົາ ເຮົາຈະວອນຂໍພຣະບິດາ ແລ້ວພຣະອົງຈະປະທານພຣະຜູ້ບັນເທົາອີກອົງໜຶ່ງ ໃຫ້ຢູ່ກັບພວກເຈົ້າຕະຫລອດໄປ 17.ຄືພຣະຈິດແຫ່ງຄວາມສັດຈິງ ທີ່ໂລກບໍ່ສາມາດຮັບເອົາໄດ້ ຍ້ອນໂລກບໍ່ເຫັນແລະບໍ່ຮູ້ຈັກພຣະອົງ. ສ່ວນພວກເຈົ້າ, ພວກເຈົ້າຮູ້ຈັກພຣະອົງ, ຍ້ອນພຣະອົງສະຖິດຢູ່ກັບພວກເຈົ້າ ແລະສະຖິດຢູ່ໃນພວກເຈົ້າ”.
ຂໍ້ເລິກລັບເລື່ອງພະຕີເອກະນຸພາບ
18.“ເຮົາຈະບໍ່ປະໃຫ້ພວກເຈົ້າເປັນກຳພ້າ ເຮົາຈະຫລົບມາຫາພວກເຈົ້າ. 19.ບໍ່ເຫິງ ໂລກຈະບໍ່ເຫັນເຮົາອີກເລີຍ. ສ່ວນພວກເຈົ້າ, ພວກເຈົ້າຈະເຫັນເຮົາ ຍ້ອນວ່າເຮົາເປັນຜູ້ຊົງຊີວິດ ແລະພວກເຈົ້າກໍຈະມີຊີວິດຢູ່ດ້ວຍ. 20.ໃນມື້ນັ້ນ ພວກເຈົ້າຈະເຂົ້າໃຈວ່າ: “ເຮົາສະຖິດຢູ່ໃນພຣະບິດາ, ພວກເຈົ້າຢູ່ໃນເຮົາ ແລະເຮົາຢູ່ໃນພວກເຈົ້າ. 21.ຜູ້ໃດຮັບຮູ້ພຣະບັນຢັດຂອງເຮົາ ແລະຖືຕາມ ຜູ້ນັ້ນແຫລະຮັກເຮົາ. ຜູ້ໃດຮັກເຮົາ ພຣະບິດາຂອງເຮົາກໍຈະຮັກເຂົາ ເຮົາເອງກໍຈະຮັກເຂົາ ແລະຈະສຳແດງຕົວແກ່ເຂົາ. 22.ຢູດາ ບໍ່ແມ່ນຜູ້ຊື່ວ່າອິດສະກາຣີອົດ ທູນພຣະອົງວ່າ: “ພຣະອາຈານເອີຍ! ເລື່ອງວ່າພຣະອົງຈະສຳແດງຕົວແກ່ພວກຂ້ານ້ອຍ ແລະບໍ່ສຳແດງແກ່ໂລກນັ້ນ ຈະເປັນໄປໄດ້ຢ່າງໃດ?” 23.ພຣະເຢຊູເຈົ້າຕອບເຂົາວ່າ: “ຜູ້ໃດຮັກເຮົາກໍຮັກສາວາຈາຂອງເຮົາ ແລະພຣະບິດາຂອງເຮົາຈະຮັກຜູ້ນັ້ນ; ແລ້ວພວກເຮົາຈະມາຫາເຂົາ ແລະຈະຕັ້ງທີ່ພັກອາໄສຢູ່ໃນຕົວເຂົາ. 24.ຜູ້ໃດບໍ່ຮັກເຮົາ ກໍບໍ່ຮັກສາວາຈາຂອງເຮົາ. ວາຈາທີ່ພວກເຈົ້າໄດ້ຍິນນັ້ນ ບໍ່ແມ່ນຂອງເຮົາ ແຕ່ແມ່ນຂອງພຣະບິດາ, ຜູ້ໄດ້ຊົງໃຊ້ເຮົາມາ. 25.ເຮົາເວົ້າຂໍ້ຄວາມເຫລົ່ານີ້ໃຫ້ພວກເຈົ້າຟັງ, ເວລາເຮົາຍັງຢູ່ກັບພວກເຈົ້າ. 26.ແຕ່ພຣະຈິດເຈົ້າ, ອົງຜູ້ບັນເທົາ ທີ່ພຣະບິດາຈະຊົງໃຊ້ມາໃນນາມຂອງເຮົານັ້ນແລ້ວ, ຈະສັ່ງສອນພວກເຈົ້າທຸກຢ່າງ ແລະຈະໂຜດໃຫ້ພວກເຈົ້າຈື່ຈຳຂໍ້ຄວາມທຸກຢ່າງ ທີ່ເຮົາເອງໄດ້ບອກພວກເຈົ້າແລ້ວ”. 27.ເຮົາມອບສັນຕິສຸກໃຫ້ພວກເຈົ້າ, ເຮົາປະທານສັນຕິສຸກຂອງເຮົາໃຫ້ພວກເຈົ້າ. ແຕ່ສັນຕິສຸກທີ່ເຮົາທານໃຫ້ນັ້ນ ບໍ່ຄືຂອງໂລກທານໃຫ້ດອກ. ພວກເຈົ້າຢ່າມີຄວາມຄັ່ງແຄ້ນໃຈ ແລະຢ່າຢ້ານກົວເລີຍ. 28.ພວກເຈົ້າໄດ້ຍິນເຮົາກ່າວວ່າ: ເຮົາໄປ ແຕ່ຈະຫລົບຄືນມາຫາພວກເຈົ້າ. ຖ້າພວກເຈົ້າຮັກເຮົາແທ້, ພວກເຈົ້າຄົງຈະມີຄວາມຍິນດີທີ່ເຮົາໄປຫາພຣະບິດາ, ຍ້ອນວ່າພຣະບິດາ ໃຫຍ່ກວ່າເຮົາ. 29.ແລະດຽວນີ້, ເຮົາບອກພວກເຈົ້າ ກ່ອນເຫດການນັ້ນຈະເປັນມາ, ເພື່ອວ່າເວລາມັນເປັນມາແລ້ວ, ພວກເຈົ້າຈະໄດ້ເຊື່ອ. 30.ເຮົາຈະບໍ່ສົນທະນາກັບພວກເຈົ້າອີກແລ້ວ, ຍ້ອນວ່າເຈົ້າໂລກກຳລັງມາ. ແຕ່ຕາມຈິງ, ມັນບໍ່ມີສິດຫຍັງໃນຕົວເຮົາເລີຍ. 31.ແຕ່ໂລກຈະຕ້ອງຮູ້ວ່າ ເຮົາຮັກພຣະບິດາ ແລະປະຕິບັດຕາມທີ່ພຣະອົງໄດ້ສັ່ງບອກ. ລຸກຂຶ້ນ ແລະພ້ອມກັນອອກໄປຈາກບ່ອນນີ້ເຖີດ!