ພຣະວໍຣະສານ ໂດຍນັກບຸນ ຢວງ
ພາກທີ 12
ການລູບທານ້ຳມັນຫອມຢູ່ເບທານີ
1.ຫົກມື້ກ່ອນສະຫລອງປາສກາ, ພຣະເຢຊູເຈົ້າສະເດັດໄປບ້ານເບທານີ ບ້ານຂອງລາຊາໂຣ, ຜູ້ພຣະອົງໄດ້ໃຫ້ກັບເປັນຄືນມາຈາກພວກຜູ້ຕາຍ. 2.ເຂົາໄດ້ຈັດງານກິນລ້ຽງ ຕ້ອນຮັບພຣະອົງ. ນາງມາກທາເປັນຜູ້ຮັບໃຊ້. ລາຊາໂຣເປັນຜູ້ໜຶ່ງໃນພວກຮ່ວມກິນລ້ຽງ. 3.ນາງມາຣີອາເອົານ້ຳມັນຫອມອັນແທ້ ປະມານເຄິ່ງລິດ ລາຄາແພງດ້ວຍ, ມາລູບທາພະບາດຂອງພຣະເຢຊູເຈົ້າ ແລະເຊັດດ້ວຍຜົມຂອງນາງເອງ ມີກິ່ນຫອມກຸ້ມໄປທົ່ວເຮືອນ. 4.ຢູ
ດາອິດສະກາຣີອົດ, ຜູ້ໜຶ່ງໃນຈຳນວນອັກຄະສາວົກ ແລະແມ່ນຜູ້ຈະມອບພຣະອົງ ເວົ້າວ່າ: 5.“ເປັນຫຍັງບໍ່ເອົານ້ຳຫອມນີ້ໄປຂາຍສາມຮ້ອຍຫລຽນ, ແລ້ວເອົາເງິນທີ່ໄດ້ ໄປທານຄົນຈົນ?” 6.ຢູດາເວົ້າແບບນີ້, ບໍ່ແມ່ນຍ້ອນເຂົາເປັນຫ່ວງນຳຄົນຈົນດອກ, ແຕ່ຍ້ອນເຂົາເປັນຄົນຂີ້ລັກ, ແລະເມື່ອເປັນຜູ້ຮັກສາຖົງເງິນ ກໍໄດ້ຈົກລັກເອົາໄປດ້ວຍ. 7.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ປະໃຫ້ນາງທຳເຖີດ, ນາງໄດ້ເອົານ້ຳມັນຫອມນີ້ໄວ້ສຳລັບມື້ປົງສົບຂອງເຮົາ. 8.ຕາມຈິງແລ້ວ ພວກເຈົ້າຈະມີຄົນຈົນຢູ່ກັບພວກເຈົ້າສະເໝີດອກ.” 9.ເມື່ອຝູງຊົນຊາວຢິວໄດ້ຂ່າວວ່າພຣະອົງຢູ່ທີ່ນັ້ນ ກໍພາກັນຫລັ່ງໄຫລມາ ບໍ່ແມ່ນຍ້ອນພຣະເຢຊູເຈົ້າເທົ່ານັ້ນ, ແຕ່ເພື່ອຢາກເຫັນລາຊາໂຣ ຜູ້ພຣະອົງໄດ້ໃຫ້ກັບເປັນຄືນມາຈາກພວກຜູ້ຕາຍອີກດ້ວຍ. 10.ພວກຫົວໜ້າສົງຈຶ່ງຕັດສິນໃຈວ່າ ຈະຂ້າລາຊາໂຣດ້ວຍ, 11.ຍ້ອນລາຊາໂຣໄດ້ເປັນຕົ້ນເຫດໃຫ້ພວກຢິວຫລາຍຄົນໜີປະພວກເຂົາ ແລະເຊື່ອເຖິງພຣະເຢຊູເຈົ້າ.
ສະເດັດເຂົ້ານະຄອນເຢຣູຊາແລມຢ່າງສະງ່າ
12.ມື້ຕໍ່ມາ, ຝູງຊົນຫລວງຫລາຍທີ່ມາສະຫລອງປາສກາ ຊາບວ່າ ພຣະເຢຊູເຈົ້າສະເດັດມານະຄອນເຢຣູຊາແລມ, 13.ພວກເຂົາພາກັນຖືງ່າໄມ້ ແຫ່ແຫນກັນອອກໄປຕ້ອນຮັບພຣະອົງ ພ້ອມທັງໂຮຮ້ອງວ່າ: “ໂຮຊັນນາ! ຂໍຖະຫວາຍພອນໃຫ້ທ່ານຜູ້ສະເດັດມາ ເດຊະພຣະນາມຂອງພຣະອົງເຈົ້າ, ຂໍຖະຫວາຍພອນແດ່ອົງກະສັດຂອງອິສຣາແອນ”. 14.ສ່ວນພຣະເຢຊູເຈົ້າກໍສະເດັດຂຶ້ນຂີ່ລູກລາ ຕົວທີ່ຊົງພົບເຫັນ ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ: 15.ນາງສາວຊີອອນເອີຍ! ຢ່າຢ້ານກົວເລີຍ! ນັ້ນເດ ພຣະມະຫາກະສັດຂອງເຈົ້າກຳລັງສະເດັດມາ ປະທັບເທິງຫລັງລູກລາຕົວໜຶ່ງ”. 16.ທຳອິດ ພວກລູກສິດບໍ່ເຂົ້າໃຈຫຍັງເລີຍໃນເລື່ອງນີ້. ແຕ່ເມື່ອພຣະເຢຊູເຈົ້າໄດ້ຮັບກຽດມຸງຄຸນແລ້ວ ພວກເຂົາຈຶ່ງລະລຶກໄດ້ວ່າ ສິ່ງທີ່ຂຽນໄວ້ນັ້ນກ່າວເຖິງພຣະອົງ ແລະເປັນອັນສຳເລັດໄປໃນຕົວພະເອງດ້ວຍ. 17.ທຸກຄົນທີ່ຢູ່ກັບພຣະອົງ, ເວລາພຣະອົງຊົງຮຽກລາຊາໂຣອອກຈາກຄູຫາຝັງສົບ ແລະໂຜດໃຫ້ລາວກັບເປັນຄືນມາຈາກພວກຜູ້ຕາຍ, ກໍເປັນພະຍານຢືນຢັນເຖິງເລື່ອງນີ້ດ້ວຍ. 18.ຍ້ອນຂ່າວອັດສະຈັນທີ່ພຣະອົງໄດ້ກະທຳນີ້, ຝູງຊົນຈຶ່ງໄດ້ມາຕ້ອນຮັບພຣະອົງ. 19.ພວກຟາຣີເຊວຈຶ່ງເວົ້າກັນວ່າ: “ພວກທ່ານເຫັນແລ້ວວ່າ ບໍ່ໄດ້ການຫຍັງໝົດ! ເບິ່ງດູ, ຄົນທັງຫລາຍກໍໄປນຳຜູ້ນັ້ນໝົດ”.
ຊົງກ່າວເຖິງສີມຸງຄຸນຂອງພຣະອົງ
20.ຢູ່ທີ່ນັ້ນ ມີຊາວເກັຣກໝູ່ໜຶ່ງມາເອົາບຸນສະຫລອງປາສກາ. 21.ພວກເຂົາໄດ້ໄປຫາຟິລິບຊາວບ້ານເບັດຊາອີິດແຂວງຄາລີເລ ແລະວອນຂໍກັບເພິ່ນວ່າ: “ນາຍເອີຍ! ພວກຂ້າພະເຈົ້າຢາກພົບພຣະເຢຊູເຈົ້າ.” 22.ຟິລິບຈຶ່ງໄປບອກກັບອັນເດຣ ແລ້ວອັນເດຣແລະຟິລິບກໍໄປຂ່າວໃຫ້ພຣະເຢຊູເຈົ້າຊາບ. 23.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ເວລາທີ່ບຸດມະນຸດຈະໄດ້ຮັບກຽດມຸງຄຸນມາເຖິງແລ້ວ. 24.ເຮົາບອກພວກເຈົ້າເປັນຄວາມຈິງວ່າ: “ຖ້າເມັດເຂົ້າໃດທີ່ຕົກລົງດິນ ແລະບໍ່ຕາຍໄປ, ມັນກໍຈະຄົງຢູ່ແຕ່ເມັດດຽວຄືເກົ່າ. ແຕ່ຖ້າມັນຕາຍໄປ ມັນກໍຈະເກີດຜົນມາກມາຍ. 25.ຜູ້ໃດຮັກຫອມຊີວິດຂອງຕົນ ຈະເຮັດໃຫ້ມັນເສຍໄປ. ສ່ວນຜູ້ໃດກຽດຊັງຊີວິດຂອງຕົນໃນໂລກນີ້ ກໍຈະຮັກສາມັນໄວ້ເພື່ອຊີວິດນິຣັນດອນ. 26.ຜູ້ໃດຮັບໃຊ້ເຮົາ ກໍໃຫ້ຕິດຕາມເຮົາມາ ແລະເຮົາຢູ່ບ່ອນໃດ ເຂົາກໍຈະຢູ່ນຳບ່ອນນັ້ນດ້ວຍ. ແລະຖ້າຜູ້ໃດຮັບໃຊ້ເຮົາ ພຣະບິດາຂອງເຮົາກໍຈະໃຫ້ກຽດແກ່ຜູ້ນັ້ນ. 27.ບັດນີ້ ເຮົາກຳລັງອຸກທຸກໃຈ ເຮົາຈະວ່າແນວໃດ? ໂອພຣະບິດາເຈົ້າ, ໂຜດຊ່ວຍໃຫ້ລູກຫວິດຈາກເວລາອັນນັ້ນເຖີດ. ແຕ່ຕາມຈິງແລ້ວ ລູກໄດ້ມາເພື່ອເວລານັ້ນແລ້ວ. 28.ໂອພຣະບິດາເຈົ້າ, ໂຜດໃຫ້ກຽດແດ່ພຣະນາມຂອງ ພຣະອົງເທີ້ນ.” ແລ້ວມີສຽງດັງມາຈາກຟ້າວ່າ: “ແມ່ນແລ້ວ ເຮົາໄດ້ໃຫ້ກຽດພຣະນາມຂອງເຮົາແລ້ວ ແລະເຮົາຍັງຈະໃຫ້ກຽດຕໍ່ໄປອີກ.” 29.ປະຊາຊົນຢູ່ທີ່ນັ້ນໄດ້ຍິນ ກໍພາກັນຄິດວ່າ: “ແມ່ນສຽງຟ້າຮ້ອງ”. ລາງຄົນກໍວ່າ: ແມ່ນເທວະດາອົງໜຶ່ງເວົ້າກັບເພິ່ນ. 30.ພຣະເຢຊູເຈົ້າກ່າວຕອບວ່າ: “ສຽງທີ່ພວກເຈົ້າໄດ້ຍິນນີ້ບໍ່ແມ່ນສຳລັບເຮົາ ແຕ່ສຳລັບພວກເຈົ້າເອງ. 31.ດຽວນີ້ແມ່ນເວລາທີ່ໂລກຈະຖືກຕັດສິນ. ດຽວນີ້ ແມ່ນເວລາເຈົ້າໂລກຈະຕ້ອງຖືກໄລ່ອອກໄປ. 32.ສ່ວນເຮົາ ເມື່ອເຮົາຈະຖືກຍົກຂຶ້ນຫວິດດິນແລ້ວ ເຮົາຈະດຶງແກ່ເອົາທຸກຄົນມາຫາເຮົາ.” 33.ພຣະອົງກ່າວດັ່ງນີ້ ເພື່ອສະແດງໃຫ້ຮູ້ວ່າ ພຣະອົງຈະຕ້ອງສິ້ນພຣະຊົນແນວໃດ. 34.ຝູງຊົນຖຽງພຣະອົງວ່າ: “ພຣະທຳບັນຢັດໄດ້ສອນພວກເຮົາວ່າ: ພຣະກຣິສໂຕຈະຄົງຢູ່ຕະຫລອດໄປ. ເປັນຫຍັງທ່ານຈຶ່ງວ່າ ບຸດແຫ່ງມະນຸດຕ້ອງຖືກຍົກຂຶ້ນ? ບຸດແຫ່ງມະນຸດນີ້ແມ່ນຜູ້ໃດ?” 35.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ຄວາມສະຫວ່າງຍັງຢູ່ກັບພວກເຈົ້າອີກຄາວນ້ອຍໜຶ່ງທໍ່ນັ້ນ. ຈົ່ງພາກັນເດີນໄປໃນເວລາທີ່ຍັງມີຄວາມສະຫວ່າງຢູ່, ຍ້ອນວ່າຄວາມມືດຈະມາເຖິງໂດຍກະທັນຫັນ. ຜູ້ທີ່ເດີນໃນຄວາມມືດ ກໍບໍ່ຮູ້ວ່າຈະໄປໃສ. 36.ຕະຫລອດເວລາທີ່ພວກເຈົ້າຍັງມີຄວາມສະຫວ່າງ, ກໍຈົ່ງເຊື່ອເຖິງຄວາມສະຫວ່າງເຖີດ. ແລ້ວພວກເຈົ້າຈະກາຍເປັນບຸດແຫ່ງຄວາມສະຫວ່າງ”. ເມື່ອກ່າວດັ່ງນີ້ແລ້ວ, ພຣະອົງກໍໄດ້ຜີກໄປໃຫ້ພົ້ນສາຍຕາຂອງພວກເຂົາ.
ພວກຢິວດື້ບໍ່ຍອມເຊື່ອ
37.ແມ່ນວ່າພຣະອົງໄດ້ທຳການອັດສະຈັນຫລາຍຢ່າງຕໍ່ໜ້າພວກເຂົາ, ພວກເຂົາກໍບໍ່ເຊື່ອເຖິງພຣະອົງ. 38.ນີ້ກໍເພື່ອໃຫ້ຖືກຕ້ອງຕາມທີ່ປະພາສົກອີຊາຢາໄດ້ກ່າວວ່າ: “ໂອພຣະອົງເຈົ້າ, ໃຜເດໄດ້ເຊື່ອວາຈາຂອງເຮົາ? ລິດເດດຂອງພຣະອົງເຈົ້າໄດ້ສະແດງໃຫ້ໃຜເຫັນແດ່? 39.ດ້ວຍເຫດນີ້ ພວກເຂົາເຊື່ອບໍ່ໄດ້ ກໍກົງກັບຄຳຂອງທ່ານປະພາສົກອີຊາຢາກ່າວອີກວ່າ: 40.“ພຣະອົງໄດ້ທຳໃຫ້ຕາພວກເຂົາບອດ ແລະທຳໃຫ້ໃຈພວກເຂົາແຂງກະດ້າງ ເພື່ອບໍ່ໃຫ້ຕາພວກເຂົາເຫັນຮຸ່ງ ແລະພວກເຂົາຈະບໍ່ເຂົ້າໃຈ, ເພື່ອບໍ່ໃຫ້ພວກເຂົາໄດ້ກັບໃຈ ແລະເຮົາຈະບໍ່ໄດ້ປິ່ນປົວພວກເຂົາໃຫ້ດີຫາຍ”. 41.ທ່ານອີຊາຢາກ່າວຂໍ້ຄວາມນີ້, ເມື່ອທ່ານໄດ້ແລເຫັນພະສິລິມຸງຄຸນຂອງພຣະອົງເຈົ້າ, ແລະທ່ານກໍໄດ້ກ່າວເຖິງພຣະອົງ. 42.ປານນັ້ນກໍດີ, ໃນພວກຜູ້ໃຫຍ່ເອງກໍມີຫລາຍຄົນເຊື່ອເຖິງພຣະອົງ; ແຕ່ຍ້ອນຢ້ານພວກຟາຣີເຊວໄລ່ອອກຈາກໂຮງທຳ, ຈຶ່ງບໍ່ກ້າສະແດງຕົວ. 43.ພວກເຂົາຍັງມັກຄວາມຍ້ອງຍໍສໍລະເສີນຂອງມະນຸດ ຫລາຍກວ່າຄວາມຍ້ອງຍໍຂອງພຣະເປັນເຈົ້າ. 44.ພຣະເຢຊູເຈົ້າໄດ້ປ່າວປະກາດວ່າ: “ຜູ້ໃດເຊື່ອເຖິງເຮົາ ກໍບໍ່ແມ່ນເຊື່ອເຖິງເຮົາດອກ, ແຕ່ເຊື່ອເຖິງຜູ້ໄດ້ຊົງໃຊ້ເຮົາມາ. 45.ຜູ້ໃດເຫັນເຮົາ ກໍແມ່ນເຫັນຜູ້ທີ່ໄດ້ຊົງໃຊ້ເຮົາມາ. 46.ເຮົາເປັນແສງສະຫວ່າງມາໃນໂລກ ເພື່ອໃຫ້ຜູ້ທີ່ເຊື່ອເຖິງເຮົາ ບໍ່ຄ້າງຄາຢູ່ໃນຄວາມມືດ. 47.ຖ້າຜູ້ໃດຟັງວາຈາຂອງເຮົາແລະບໍ່ຖືຕາມ, ກໍບໍ່ແມ່ນເຮົາດອກຕັດສິນລົງໂທດເຂົາ, ຍ້ອນວ່າເຮົາມາບໍ່ແມ່ນເພື່ອຕັດສິນລົງໂທດໂລກ, ແຕ່ເພື່ອກອບກູ້ໂລກ. 48.ຜູ້ໃດປະຖິ້ມເຮົາ ແລະບໍ່ຍອມຮັບເອົາວາຈາຂອງເຮົາ, ເຂົາກໍມີຜູ້ຕັດສິນເຂົາແລ້ວ ຄືວາຈາທີ່ເຮົາໄດ້ເວົ້າສູ່ເຂົາຟັງນັ້ນເອງ; ວາຈານັ້ນແລ້ວຈະຕັດສິນເຂົາໃນວັນສຸດທ້າຍ. 49.ຍ້ອນເຮົາບໍ່ໄດ້ເວົ້າຕາມລຳພັງໃຈເຮົາ, ແຕ່ແມ່ນພຣະບິດາຜູ້ຊົງໃຊ້ເຮົາມາໄດ້ສັ່ງໃຫ້ເຮົາບອກແລະສອນດັ່ງນີ້, 50.ແລະເຮົາຮູ້ວ່າ ຄຳສັ່ງຂອງພຣະອົງແມ່ນຊີວິດນິຣັນດອນ, ຂໍ້ຄວາມຕ່າງໆທີ່ເຮົາກ່າວອອກມາ ເຮົາໄດ້ກ່າວຕາມທີ່ພຣະບິດາໄດ້ຊົງກຳໜົດໄວ້.”