ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 11

ລາຊາໂຣກັບເປັນຄືນມາ

1.ເວລານັ້ນ ມີຄົນຜູ້ໜຶ່ງຊື່ “ລາຊາໂຣ” ຊາວບ້ານເບທານີ, ກຳລັງປ່ວຍຢູ່, ບ້ານນີ້ເປັນບ້ານເກີດຂອງນາງມາຣີອາແລະນາງມາກທາຜູ້ເປັນເອື້ອຍ. 2.ນາງມາຣີອາແມ່ນຜູ້ໄດ້ເອົານ້ຳມັນຫອມມາລູບທາພະບາດຂອງພຣະອົງເຈົ້າ ແລ້ວເອົາຜົມຂອງຕົນມາເຊັດ, ລາຊາໂຣນ້ອງຊາຍຂອງນາງກຳລັງເປັນເຈັບ. 3.ພວກເອື້ອຍທັງສອງຈຶ່ງໄດ້ສົ່ງຄົນໄປຂ່າວໃຫ້ພຣະເຢຊູເຈົ້າຊາບວ່າ: “ພຣະອົງເຈົ້າເອີຍ, ຜູ້ທີ່ພຣະອົງຮັກແພງນັ້ນ ກຳລັງເຈັບໜັກ”. 4.ເມື່ອຊາບຂ່າວນີ້ ພຣະເຢຊູເຈົ້າກ່າວວ່າ: “ການເຈັບປ່ວຍນີ້ບໍ່ເຖິງຕາຍດອກ; ແຕ່ຈະເປັນໂອກາດເທີດທູນກຽດມຸງຄຸນຂອງພຣະເຈົ້າ ແລະເພື່ອໃຫ້ພຣະບຸດຂອງພຣະເປັນເຈົ້າໄດ້ຮັບກຽດມຸງຄຸນ”.

5.ຕາມຈິງ ພຣະເຢຊູເຈົ້າຮັກແພງມາກທາ ມາຣີອາ ແລະ ລາຊາໂຣ. 6.ເມື່ອພຣະອົງຊົງຊາບຂ່າວວ່າ ລາຊາໂຣເຈັບປ່ວຍ ພຣະອົງກໍຍັງຄ້າງຢູ່ທີ່ນັ້ນອີກສອງວັນ. 7.ແລ້ວນັ້ນ ພຣະອົງກ່າວກັບພວກສາວົກວ່າ: “ພວກເຮົາຈົ່ງພາກັນໄປແຂວງຢູເດເຖີດ”. 8.ພວກສາວົກທູນພຣະອົງວ່າ: “ພຣະອາຈານເອີຍ! ຫວ່າງແລ້ວນີ້ ພວກຢິວຊອກຫາທາງແກວ່ງກ້ອນຫີນໃສ່ພຣະອົງ, ພຣະອົງຍັງຈະຫລົບໄປອີກບໍ?” 9.ພຣະເຢຊູເຈົ້າຕອບວ່າ: “ມື້ໜຶ່ງບໍ່ແມ່ນມີສິບສອງຊົ່ວໂມງບໍ? ຖ້າໃຜເດີນທາງກາງເວັນ ກໍຈະບໍ່ຕ້ອງເຕະສະດຸດ ຍ້ອນມີແສງສະຫວ່າງຂອງໂລກສ່ອງສະຫວ່າງໃຫ້”. 10.ສ່ວນຜູ້ເດີນທາງກາງຄືນ ຕ້ອງເຕະສະດຸດ ຍ້ອນບໍ່ມີແສງສະຫວ່າງສ່ອງທາງໃຫ້”.

11.ແລ້ວນັ້ນ ພຣະອົງຍັງກ່າວຕໍ່ໄປອີກວ່າ: “ລາຊາໂຣສະຫາຍຂອງເຮົາກຳລັງນອນຫລັບ ເຮົາຈະໄປປຸກເພິ່ນລຸກ”. 12.ພວກສາວົກທູນວ່າ: “ໂອພຣະອົງເຈົ້າ, ຖ້າວ່າເພິ່ນນອນເພິ່ນກໍຈະຫາຍດີ”. 13.ຕາມຈິງແລ້ວ ພຣະເຢຊູເຈົ້າຢາກເວົ້າເຖິງຄວາມຕາຍຂອງລາຊາໂຣ, ແຕ່ພວກສາວົກຄຶດວ່າ ພຣະອົງກ່າວເຖິງການນອນຫລັບທຳມະດາ.

14.ແລ້ວນັ້ນ ພຣະເຢຊູເຈົ້າກ່າວຢ່າງເປີດເຜີຍວ່າ: “ລາຊາໂຣຕາຍແລ້ວ 15.ແລະເຮົາມີຄວາມຍິນດີທີ່ບໍ່ໄດ້ຢູ່ທີ່ນັ້ນ ແຕ່ຍ້ອນເຫັນແກ່ພວກເຈົ້າ ແລະເພື່ອໃຫ້ພວກເຈົ້າເຊື່ອເທົ່ານັ້ນ. ແຕ່ບັດນີ້ ພວກເຮົາຈົ່ງພາກັນໄປຫາລາຊາໂຣເຖີດ”. 16.ໂທມາຜູ້ມີຊື່ວ່າດີດິມ ຈຶ່ງເວົ້າກັບພວກສາວົກອື່ນໆວ່າ: “ພວກເຮົາຈົ່ງພາກັນໄປຕາຍພ້ອມກັບພຣະອາຈານດ້ວຍ”.

17.ເມື່ອພຣະເຢຊູເຈົ້າສະເດັດມາເຖິງນັ້ນ ເຂົາຝັງລາຊາໂຣໄດ້ສີ່ວັນແລ້ວ. 18.ບ້ານເບທານີຢູ່ໄກນະຄອນເຢຣູຊາແລມປະມານສາມກິໂລແມັດ. 19.ພວກຢິວຫລາຍຄົນພາກັນມາເຮືອນນາງມາກທາແລະນາງມາຣີອາເພື່ອໄວ້ອາໄລ ຍ້ອນຕ້ອງສູນເສຍນ້ອງຊາຍ.

20.ເມື່ອນາງມາກທາໄດ້ຊາບຂ່າວວ່າ ພຣະເຢຊູເຈົ້າສະເດັດມາເຖິງແລ້ວ ນາງກໍແລ່ນອອກໄປຕ້ອນຮັບ. ສ່ວນນາງມາຣີອານັ້ນຢູ່ໃນເຮືອນ. 21.ນາງມາກທາທູນພຣະເຢຊູເຈົ້າວ່າ: “ພຣະອົງເຈົ້າເອີຍ! ຖ້າວ່າພຣະອົງຢູ່ທີ່ນີ້ເວລານັ້ນ ນ້ອງຊາຍຂອງຂ້ານ້ອຍຄົງຈະບໍ່ຕາຍ. 22.ແຕ່ຂ້ານ້ອຍຮູ້ດີວ່າ ພຣະອົງວອນຂໍສິ່ງໃດນຳພຣະເປັນເຈົ້າ, ພຣະອົງກໍຈະປະທານໃຫ້”.

23.ພຣະເຢຊູເຈົ້າກ່າວວ່າ: “ນ້ອງຊາຍຂອງເຈົ້າຈະກັບເປັນຄືນມາ”. 24.ນາງມາກ ທາທູນຕອບວ່າ: “ຂ້ານ້ອຍຮູ້ດີວ່າ ນ້ອງຂ້ານ້ອຍຈະກັບເປັນຄືນມາໃນວັນສິ້ນພິພົບ”. 25.ພຣະເຢຊູເຈົ້າກ່າວວ່າ: “ເຮົາແມ່ນການກັບເປັນຄືນມາແລະແມ່ນຊີວິດ, ໃຜເຊື່ອໃນເຮົາ ແມ່ນວ່າຕາຍໄປແລ້ວ ກໍຈະກັບມີຊີວິດອີກ 26.ແລະທຸກຄົນທີ່ມີຊີວິດແລະເຊື່ອໃນເຮົາ ຈະບໍ່ຕາຍເລີຍ. ເຈົ້າເຊື່ອຂໍ້ຄວາມນີ້ບໍ?” 27.ນາງມາກທາທູນຕອບວ່າ: “ໂດຍ, ພຣະອົງເຈົ້າເອີຍ, ຂ້ານ້ອຍເຊື່ອວ່າພຣະອົງແມ່ນພຣະກຣິສໂຕ, ພຣະບຸດຂອງພຣະເປັນເຈົ້າຜູ້ຊົງຊີວິດ ຜູ້ໄດ້ສະເດັດມາໃນໂລກນີ້”. 28.ເວົ້າແລ້ວ ນາງກໍເມືອເອີ້ນນາງມາຣີອານ້ອງສາວ ຊິ່ມບອກວ່າ: “ພຣະອາຈານຢູ່ພຸ້ນ ເພິ່ນເອີ້ນຫາເຈົ້າ”. 29.ໄດ້ຍິນດັ່ງນີ້ ນາງກໍລຸກຂຶ້ນ ແລ່ນໄປຫາພຣະອົງ. 30.ຍ້ອນວ່າ ເວລານັ້ນພຣະເຢຊູເຈົ້າຍັງບໍ່ທັນສະເດັດເຂົ້າໃນໝູ່ບ້ານ, ພຣະອົງຍັງພັກຢູ່ບ່ອນນາງມາກ ທາໄດ້ມາພົບພຣະອົງ. 31.ເມື່ອພວກຢິວທີ່ມາໄວ້ອາໄລຢູ່ເຮືອນກັບມາຣີອາ ເຫັນນາງຟ້າວລຸກຂຶ້ນແລະອອກໄປ ກໍພາກັນແລ່ນຕາມນາງໄປ ຄິດວ່ານາງຈະໄປຮ້ອງໄຫ້ຢູ່ຂຸມສົບ. 32.ພໍມາຮອດບ່ອນທີ່ພຣະເຢຊູເຈົ້າປະທັບຢູ່, ນາງຫລຽວເຫັນພຣະອົງກໍຂາບລົງແທບພະບາດທູນວ່າ: “ພຣະອົງເຈົ້າເອີຍ, ຖ້າພຣະອົງຢູ່ທີ່ນີ້ເວລານັ້ນ ນ້ອງຊາຍຂອງຂ້ານ້ອຍຄົງຈະບໍ່ຕາຍເປັນແນ່”. 33.ພຣະເຢຊູເຈົ້າເຫັນນາງມາຣີອາໄຫ້ສະອຶກສະອື້ນ ພວກຢິວທີ່ມານຳກໍພາກັນໄຫ້ດ້ວຍ ພຣະອົງຮູ້ສຶກຕື້ນຕັນພຣະໄທ 34.ພຣະອົງຈຶ່ງຖາມວ່າ: “ພວກເຈົ້າໄດ້ຝັງສົບລາວໄວ້ໃສ?” ພວກເຂົາທູນຕອບວ່າ: “ເຊີນພຣະອົງສະເດັດໄປເບິ່ງເຖີດ”. 35.ແລ້ວພຣະເຢຊູເຈົ້າກໍຮ້ອງໄຫ້. 36.ພວກຢິວຈຶ່ງເວົ້າກັນວ່າ: “ເຫັນບໍ! ເກີນວ່າເພິ່ນຮັກລາວແທ້ໆ”. 37.ເຫັນດັ່ງນັ້ນ ພວກຢິວລາງຄົນຈຶ່ງເວົ້າວ່າ: “ເພິ່ນຜູ້ນີ້ໄດ້ທຳໃຫ້ຄົນຕາບອດເຫັນຮຸ່ງໄດ້ ເພິ່ນຈະບໍ່ສາມາດຊ່ວຍໃຫ້ຄົນນີ້ໃຫ້ຫວິດຕາຍບໍ່ໄດ້ບໍ?” 38.ເມື່ອມາເຖິງຂຸມຝັງສົບ, ພຣະເຢຊູເຈົ້າກໍຮູ້ສຶກຕື້ນຕັນພຣະໄທອີກ. ຂຸມຝັງສົບນັ້ນເປັນຖ້ຳຫີນ, ມີຫີນແຜ່ນໜຶ່ງອັດປາກໄວ້. 39.ພຣະເຢຊູເຈົ້າສັ່ງບອກວ່າ: “ຈົ່ງກື່ງແຜ່ນຫີນອອກ”. ນາງມາກທາເອື້ອຍຂອງຜູ້ຕາຍ ທູນວ່າ: “ພຣະອົງເຈົ້າເອີຍ, ຝັງໄດ້ສີ່ມື້ ມີກິ່ນແລ້ວ”. 40.ພຣະເຢຊູເຈົ້າກ່າວວ່າ: “ເຮົາບໍ່ໄດ້ບອກເຈົ້າບໍວ່າ ຖ້າເຈົ້າເຊື່ອ ເຈົ້າຈະເຫັນສີມຸງຄຸນຂອງພຣະເປັນເຈົ້າ”. 41.ພວກເຂົາພາກັນກື່ງແຜ່ນຫີນອອກ. ພຣະເຢຊູເຈົ້າຊົງເງີຍພຣະພັກຂຶ້ນເບື້ອງບົນ ພາວະນາວ່າ: “ໂອພຣະບິດາເຈົ້າ ລູກຂໍສົມມະນາພຣະຄຸນ, ຍ້ອນພຣະອົງໄດ້ສະດັບຟັງຄຳວິງວອນຂອງລູກ. 42.ລູກຮູ້ດີວ່າ ພຣະອົງຟັງຄຳວິງວອນຂອງລູກສະເໝີ. ແຕ່ການທີ່ລູກເວົ້າດັ່ງນີ້ ກໍເພື່ອໃຫ້ຜູ້ຄົນທີ່ຢູ່ອ້ອມໆລູກນີ້ໄດ້ເຊື່ອວ່າ ພຣະອົງໄດ້ໃຊ້ລູກມາ”. 43.ກ່າວດັ່ງນີ້ແລ້ວ, ພຣະອົງຊົງຮ້ອງສຽງດັງວ່າ: “ລາຊາໂຣເອີຍ! ຈົ່ງອອກມານອກ”. 44.ທັນທີຜູ້ຕາຍກໍອອກມາ, ມືຕີນຍັງມີຜ້າມັດຢູ່ ໜ້າຕາກໍມີແພຫໍ່ດ້ວຍ. ພຣະເຢຊູເຈົ້າຊົງສັ່ງບອກວ່າ: “ຈົ່ງແກ້ແພມັດອອກແລະປ່ອຍລາວໄປ.

 

VII. ສະຫລອງປາສກາເທື່ອສຸດທ້າຍ

 

ການປະຊຸມໃສ່ຮ້າຍພຣະເຢຊູເຈົ້າ

45.ເມື່ອເຫັນສິ່ງທີ່ພຣະອົງໄດ້ຊົງກະທຳ, ພວກຢິວເປັນຈຳນວນມາກທີ່ມາເຮືອນນາງມາຣີອາແລະມາກທາມານັ້ນ ກໍພາກັນເຊື່ອໃນພຣະອົງ. 46.ແຕ່ມີບາງຄົນໃນຈຳນວນນັ້ນ ໄດ້ໄປເລົ່າເລື່ອງທີ່ພຣະອົງໄດ້ກະທຳໃຫ້ພວກຟາຣິີເຊວຟັງ. 47.ພວກຫົວໜ້າສົງແລະພວກຟາຣີເຊວຈຶ່ງປະຊຸມກັນເວົ້າວ່າ: “ພວກເຮົາຈະທຳຢ່າງໃດ? ດ້ວຍວ່າຄົນນັ້ນໄດ້ທຳການປະຫລາດອັດສະຈັນຫລາຍແລ້ວ. 48.ຖ້າພວກເຮົາປະໃຫ້ເຂົາທຳດັ່ງນີ້ຕໍ່ໄປ, ທຸກຄົນກໍຈະເຊື່ອເຂົາ ແລ້ວພວກໂຣມັນກໍຈະມາທຳລາຍສະຖານທີ່ສັກສິດ ແລະປະເທດຊາດຂອງເຮົາ.” 49.ຜູ້ໜຶ່ງໃນພວກນັ້ນຊື່ໄກຟາ, ເປັນເຈົ້າຄະນະສົງໃນປີນັ້ນ, ໄດ້ເວົ້າກັບພວກເຂົາວ່າ: “ພວກທ່ານບໍ່ເຂົ້າໃຈຫຍັງໝົດ, 50.ພວກທ່ານບໍ່ຄຶດບໍວ່າ ໃຫ້ຄົນຜູ້ໜຶ່ງຕາຍແທນລາດສະດອນທັງມວນ ດີກວ່າຈະໃຫ້ໝົດທັງປະເທດຊາດຕ້ອງພິນາດ.” 51.ໄກຟາເວົ້າດັ່ງນີ້ບໍ່ແມ່ນຕາມໃຈຕົນເອງ, ແຕ່ໃນຖານະເປັນເຈົ້າຄະນະສົງ, ເພິ່ນຈຶ່ງໄດ້ທຳນາຍວ່າ ພຣະເຢຊູເຈົ້າຕ້ອງຕາຍເພື່ອປະເທດຊາດ. 52.ແລະບໍ່ແມ່ນເພື່ອປະເທດຊາດເທົ່ານັ້ນ ແຕ່ຍັງເພື່ອຮວບຮວມພວກລູກພຣະເປັນເຈົ້າທີ່ກະຈະກະຈາຍຢູ່ ໃຫ້ເຂົ້າມາເປັນໜຶ່ງດຽວກັນອີກດ້ວຍ. 53.ນັບແຕ່ມື້ນັ້ນມາ ພວກເຂົາກໍໄດ້ຕັດສິນໃຈຈະປະຫານພຣະອົງ. 54.ດັ່ງນີ້ພຣະເຢຊູເຈົ້າຈຶ່ງບໍ່ໄດ້ປາກົດຕົວຢ່າງເປີດເຜີຍຢູ່ກາງພວກຢິວອີກ, ແຕ່ພຣະອົງໄດ້ສະເດັດໄປຢູ່ໃນເມືອງເອແຟຣມ ຊຶ່ງຢູ່ໃກ້ໆທີ່ປ່ຽວ, ແລະຄ້າງຢູ່ທີ່ນັ້ນພ້ອມກັບພວກສາວົກຂອງພຣະອົງ.

55.ເວລານັ້ນ ກໍໃກ້ຈະເຖິງງານສົມໂພດປາສກາຂອງພວກຢິວແລ້ວ. ມີຄົນມາກມາຍຈາກທົ່ວປະເທດ ພາກັນໄປນະຄອນເຢລູຊາແລມກ່ອນງານບຸນ ເພື່ອທຳການຊຳຣະຕົວ. 56.ພວກເຂົາຊອກຫາພຣະເຢຊູເຈົ້າ ແລະຖາມກັນຢູ່ໃນພຣະວິຫານວ່າ: “ພວກເຈົ້າຄຶດແນວໃດ ເລື່ອງຄົນນັ້ນ? ເພິ່ນຈະມາສະຫລອງຫລືບໍ່ມາ?” 57.ພວກຫົວໜ້າສົງແລະພວກຟາຣີເຊວ ໄດ້ອອກຄຳສັ່ງວ່າ: “ຖ້າໃຜຮູ້ທີ່ຢູ່ຂອງເພິ່ນ, ໃຫ້ມາແຈ້ງເພື່ອຈະໄດ້ຈັບກຸມ.”