ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 10

ນາຍຊຸມພາບານຜູ້ດີ

1.“ເຮົາບອກພວກເຈົ້າເປັນຄວາມຈິງ ວ່າ: ຜູ້ໃດບໍ່ເຂົ້າຄອກແກະທາງປະຕູ ແຕ່ໄປເຂົ້າທາງອື່ນ, ຜູ້ນັ້ນແມ່ນຂະໂມຍ, ແມ່ນນັກປຸ້ນ. 2.ສ່ວນຜູ້ທີ່ເຂົ້າທາງປະຕູ ແມ່ນນາຍຊຸມພາບານ. 3.ຄົນເຝົ້າປະຕູກໍໄຂຮັບເພິ່ນ; ຝູງແກະຈື່ສຽງປາກຂອງເພິ່ນໄດ້; ເພິ່ນເອີ້ນຊື່ແກະໄດ້ແຕ່ລະຕົວ, ແລ້ວພາມັນອອກໄປນອກ. 4.ເມື່ອແກະທັງໝົດອອກໄປແລ້ວ, ເພິ່ນກໍຍ່າງໄປໜ້າ, ແລ້ວໝູ່ແກະກໍຍ່າງຕາມຫລັງ, ຍ້ອນມັນຈື່ສຽງຂອງເພິ່ນ. 5.ແຕ່ຫາກເປັນຄົນ ແປກໜ້າ, ຝູງແກະກໍບໍ່ໄປນຳ; ກົງກັນຂ້າມ ມັນຈະປົບໜີ, ຍ້ອນວ່າມັນບໍ່ຮູ້ຈັກສຽງປາກ ຂອງຄົນແປກໜ້າ.” 6.ພຣະເຢຊູເຈົ້າກ່າວຄວາມປຽບທຽບນີ້ໃຫ້ພວກເຂົາຟັງ, ແຕ່ພວກເຂົາບໍ່ເຂົ້າໃຈວ່າພຣະອົງຢາກເວົ້າຫຍັງ. 7.ພຣະເຢຊູເຈົ້າຈຶ່ງຊ້ຳຄວາມອີກວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ເຮົາແມ່ນປະຕູຄອກແກະ. 8.ທຸກຄົນທີ່ມາກ່ອນເຮົາກໍເປັນຂະໂມຍແລະນັກປຸ້ນ ແຕ່ແກະບໍ່ໄດ້ຟັງຄວາມພວກນັ້ນ. 9.ເຮົາແມ່ນປະຕູ; ຜູ້ທີ່ເຂົ້າມາທາງເຮົາຈະເຂົ້າອອກໄດ້ຢ່າງປອດໄພ ແລະຈະໄດ້ພົບທົ່ງຫຍ້າ. 10.ສ່ວນຂະໂມຍມາຫາແຕ່ລັກ, ແຕ່ຂ້າແລະທຳລາຍ. ສ່ວນເຮົາ, ເຮົາມາເພື່ອໃຫ້ແກະມີຊີວິດ ແລະມີຊີວິດຢ່າງສົມບູນພູນສຸກ. 11.ເຮົາເປັນນາຍຊຸມພາບານທີ່ດີ ນາຍຊຸມພາບານທີ່ດີຍອມສະລະຊີວິດເພື່ອຝູງແກະຂອງຕົນ. 12.ສ່ວນລູກຈ້າງ ແລະຜູ້ທີ່ບໍ່ແມ່ນນາຍຊຸມພາບານນັ້ນ, ເຂົາບໍ່ໄດ້ເປັນເຈົ້າຂອງຂອງແກະເລີຍ. ດັ່ງນີ້ ເມື່ອເຫັນໝາໄນເຂົ້າມາ, ເຂົາກໍປະຖິ້ມຝູງແກະແລ້ວໜີໄປ. ສ່ວນໝາໄນກໍຂົບຄາບແກະແກ່ໄປ ທັງທຳໃຫ້ຝູງແກະແຕກກະຈະກະຈາຍໝົດ, 13.ຍ້ອນວ່າເຂົາເປັນແຕ່ພຽງລູກຈ້າງເທົ່ານັ້ນ ແລະບໍ່ໄດ້ເປັນຫ່ວງນຳໝູ່ແກະເລີຍ. 14.ສ່ວນເຮົານີ້, ເຮົາແມ່ນນາຍຊຸມພາບານທີ່ດີ, ເຮົາຮູ້ຈັກໝູ່ແກະຂອງເຮົາ ແລະໝູ່ແກະຂອງເຮົາຮູ້ຈັກເຮົາ, 15.ຄືພຣະບິດາຮູ້ຈັກເຮົາ ແລະເຮົາຮູ້ຈັກພຣະບິດາ. ເຮົາຍິນດີສະລະຊີວິດເພື່ອໝູ່ແກະຂອງເຮົາ. 16.ເຮົາຍັງມີແກະອື່ນອີກຫລາຍຕົວທີ່ບໍ່ທັນເຂົ້າມາໃນຄອກ. ເຮົາຍັງຈະຕ້ອງພາແກະເຫລົ່ານັ້ນເຂົ້າມາ; ມັນຈະຟັງສຽງຂອງເຮົາ, ແລ້ວຈະໂຮມກັນເປັນແກະຝູງດຽວ ແລະມີນາຍຊຸມພາບານແຕ່ຜູ້ດຽວ. 17.ດ້ວຍເຫດນີ້ ພຣະບິດາຈຶ່ງຊົງຮັກເຮົາ, ຍ້ອນເຮົາຍອມສະລະຊີວິດຂອງເຮົາ ເພື່ອຈະເອົາຊີວິດນັ້ນຄືນໃໝ່. 18.ບໍ່ມີໃຜສາມາດຍາດຊິງເອົາຊີວິດນັ້ນໄປຈາກເຮົາໄດ້. ເຮົາສະລະຊີວິດນັ້ນດ້ວຍຄວາມສະໝັກໃຈຂອງເຮົາ. ເຮົາມີສິດສະລະ ແລະມີສິດເອົາຄືນໄດ້: ນີ້ແລ້ວແມ່ນຄຳສັ່ງທີ່ເຮົາໄດ້ຮັບຈາກພຣະບິດາຂອງເຮົາ.” 19.ໄດ້ຍິນຄວາມນີ້, ພວກຢິວເກີດມີຄວາມຄິດແຕກຕ່າງກັນອີກ. 20.ຫລາຍຄົນໃນພວກນັ້ນເວົ້າວ່າ: “ຜູ້ນີ້ແມ່ນຄົນຖືກຜີສິງ, ກຳລັງລ່າຍບ້າ. ຟັງໄປເຮັດຫຍັງອີກ?” 21.ລາງຄົນເວົ້າວ່າ: “ຄົນຖືກຜີສິງບໍ່ເວົ້າແບບນີ້. ຜີທຳໃຫ້ຄົນຕາບອດເຫັນຮຸ່ງໄດ້ບໍ?”

 

VI. ງານສົມໂພດພຣະວິຫານ

 

ຊົງປະກາດວ່າພຣະອົງແມ່ນອົງພຣະບຸດ

22.ເວລານັ້ນແມ່ນຍາມໜາວ, ມີງານສົມໂພດພຣະວິຫານຢູ່ນະຄອນເຢຣູຊາແລມ. 23.ພຣະເຢຊູເຈົ້າເດີນຈົມກົມຢູ່ໃຕ້ກົມມະລຽນແຫ່ງຊາໂລມອນ. 24.ພວກຢິວພາກັນມາຫຸ້ມອ້ອມພຣະອົງແລະທູນວ່າ: “ທ່ານຈະປະໃຫ້ພວກເຮົາລັງເລໃຈຢູ່ຈົນເຖິງຍາມໃດ? ຖ້າທ່ານເປັນພຣະກຣິສໂຕ, ກໍຈົ່ງບອກແຈ້ງໆເສຍ.” 25.ພຣະເຢຊູເຈົ້າກ່າວຕອບວ່າ: “ເຮົາບອກພວກເຈົ້າແລ້ວ, ແຕ່ພວກເຈົ້າບໍ່ເຊື່ອ. ວຽກການທີ່ເຮົາທຳໃນນາມພຣະບິດາຂອງເຮົານັ້ນແຫລະ ເປັນຫລັກຖານຢືນຢັນໃຫ້ເຮົາ. 26.ແຕ່ພວກເຈົ້າກໍບໍ່ເຊື່ອ, ຍ້ອນພວກເຈົ້າບໍ່ໄດ້ເປັນຝູງແກະຂອງເຮົາ. 27.ຝູງແກະເຮົາຟັງສຽງຂອງເຮົາ. ເຮົາຮູ້ຈັກພວກມັນ ແລະພວກມັນກໍຕິດຕາມເຮົາມາ. 28.ເຮົາປະທານຊີວິດນິຣັນດອນໃຫ້ພວກມັນ ພວກມັນຈະບໍ່ຕາຍເລີຍ ແລະຈະບໍ່ມີໃຜມາຍາດເອົາໄປຈາກມືເຮົາໄດ້. 29.ສິ່ງທີ່ພຣະບິດາໄດ້ປະທານໃຫ້ເຮົານັ້ນ ປະເສີດກວ່າທຸກຢ່າງ ແລະບໍ່ມີໃຜຍາດເອົາສິ່ງນັ້ນໄປຈາກມືພຣະບິດາຂອງເຮົາໄດ້. 30.ພຣະບິດາຂອງເຮົາແລະເຮົາເປັນໜຶ່ງດຽວກັນ.”

31.ພວກຢິວກໍຈັບເອົາກ້ອນຫີນຈະແກ່ວງໃສ່ພຣະອົງອີກ. 32.ພຣະເຢຊູເຈົ້າຈຶ່ງກ່າວຕໍ່ໄປວ່າ: “ເຮົາໄດ້ທຳກິດຈະການດີຫລາຍຢ່າງທີ່ມາຈາກພຣະບິດາຂອງເຮົາ ໃຫ້ພວກເຈົ້າເຫັນແລ້ວ, ຍ້ອນກິດຈະການອັນໃດ ພວກເຈົ້າຈຶ່ງຢາກແກ່ວງກ້ອນຫີນໃສ່ເຮົາ?” 33.ພວກຢິວຕອບວ່າ: “ພວກເຮົາຢາກແກ່ວງກ້ອນຫີນໃສ່ທ່ານ ບໍ່ແມ່ນຍ້ອນກິດຈະການດິີງາມນັ້ນດອກ, ແຕ່ຍ້ອນທ່ານກ່າວປະໝາດປະຈານ, ດ້ວຍວ່າທ່ານເປັນພຽງແຕ່ມະນຸດ ກໍຍັງມາຍົກຕົວຂຶ້ນເປັນພຣະເປັນເຈົ້າ.” 34.ພຣະເຢຊູເຈົ້າຕອບວ່າ: “ໃນພຣະທຳບັນຢັດຂອງພວກເຈົ້າ ບໍ່ໄດ້ມີຂຽນໄວ້ບໍວ່າ: ເຮົາບອກວ່າ ພວກເຈົ້າແມ່ນພຣະເຈົ້າ? 35.ພຣະທຳບັນຢັດເອີ້ນຜູ້ທີ່ຮັບພຣະວາຈາ ຂອງພຣະເປັນເຈົ້າວ່າ ເປັນພຣະເຈົ້າ ແລະບໍ່ມີໃຜລຶບລ້າງພຣະຄຳພີໄດ້. 36.ແລ້ວພວກເຈົ້າຍັງໃສ່ຄວາມຜູ້ທີ່ພຣະບິດາໄດ້ເສກສັນ ແລະຊົງໃຊ້ມາໃນໂລກວ່າ: ເປັນຜູ້ເວົ້າປະໝາດປະຈານ, ຍ້ອນເຮົາເວົ້າວ່າ: ເຮົາເປັນບຸດຂອງພຣະເປັນເຈົ້າໄດ້ແນວໃດ? 37.ຖ້າເຮົາບໍ່ທຳກິດຈະການຂອງພຣະບິດາຂອງເຮົາ ກໍຢ່າເຊື່ອເຮົາ. 38.ແຕ່ຖ້າເຮົາກະທຳກິດຈະການຂອງພຣະບິດາແລ້ວ, ແມ່ນວ່າພວກເຈົ້າບໍ່ເຊື່ອເຮົາກໍຕາມ, ຈົ່ງເຊື່ອໃນກິດຈະການນັ້ນ ແລະໃຫ້ພວກເຈົ້າຮັບຮູ້ວ່າ ພຣະບິດາສະຖິດຢູ່ໃນເຮົາ ແລະເຮົາກໍສະຖິດຢູ່ໃນພຣະບິດາດ້ວຍ.” 

39.ພວກເຂົາຊອກຫາທາງຈັບພຣະອົງ, ແຕ່ພຣະອົງໄດ້ຜີກຕົວໄປໃຫ້ພົ້ນຈາກພວກເຂົາ. 40.ພຣະອົງສະເດັດຂ້າມຟາກແມ່ນ້ຳຢໍແດນເສຍໃໝ່ ໄປບ່ອນຢວງເລີ່ມທຳພິທີລ້າງ ແລະປະທັບຢູ່ທີ່ນັ້ນ. 41.ມີຫລາຍຄົນມາຫາພຣະອົງ ພວກເຂົາເວົ້າກັນວ່າ: “ທ່ານຢວງບໍ່ໄດ້ທຳການ ອັດສະຈັນຫຍັງ ແຕ່ທຸກສິ່ງທີ່ຢວງກ່າວເຖິງບຸລຸດຜູ້ນີ້ເປັນຄວາມຈິງໝົດ.” 42.ແລະຢູ່ທີ່ນັ້ນ ມີຫລາຍຄົນເຊື່ອເຖິງພຣະອົງ.