ພຣະວໍຣະສານ ໂດຍນັກບຸນ ຢວງ

ພາກທີ 1

ພຣະວໍຣະສານ ໂດຍນັກບຸນຢວງ

 

ຄຳນຳ

1.ແຕ່ຕົ້ນເດີມມີພຣະວາຈາຢູ່ແລ້ວ. ພຣະວາຈາຢູ່ນຳພຣະເປັນເຈົ້າ. ແລະພຣະວາຈາກໍເປັນພຣະເປັນເຈົ້າດ້ວຍ. 2.ພຣະອົງຢູ່ນຳພຣະເປັນເຈົ້າແຕ່ຕົ້ນເດີມ. 3.ພຣະອົງໄດ້ຊົງສ້າງທຸກສິ່ງທຸກຢ່າງ ແລະຖ້າພຣະອົງບໍ່ສ້າງ ກໍບໍ່ມີຫຍັງເກີດຂຶ້ນມາໄດ້. 4.ຊີວິດຢູ່ໃນພຣະອົງ ແລະຊີວິດນັ້ນແມ່ນຄວາມສະຫວ່າງຂອງມະນຸດ. 5.ຄວາມສະຫວ່າງນັ້ນຮຸ່ງແຈ້ງຂຶ້ນໃນຄວາມມືດ ແຕ່ຄວາມມືດບໍ່ສາມາດເຂົ້າໃຈຄວາມສະຫວ່າງນັ້ນໄດ້.

6.ມີຄົນຜູ້ໜຶ່ງຊື່ຢວງທີ່ພຣະເປັນເຈົ້າຊົງໃຊ້ມາ. 7.ທ່ານມາເປັນພະຍານເພື່ອຢັ້ງຢືນເຖິງຄວາມສະຫວ່າງ, ເພື່ອໃຫ້ມະນຸດທັງຫລາຍເຊື່ອດ້ວຍອາໄສທ່ານ. 8.ທ່ານເອງບໍ່ແມ່ນຄວາມສະຫວ່າງ ແຕ່ທ່ານມາເພື່ອຢັ້ງຢືນເຖິງຄວາມສະຫວ່າງ.

9.ພຣະວາຈາຜູ້ແມ່ນຄວາມສະຫວ່າງແທ້ ທີ່ສ່ອງສະຫວ່າງໃຫ້ມະນຸດທຸກຄົນ ກໍໄດ້ສະເດັດມາໃນໂລກ. 10.ພຣະອົງໄດ້ສະຖິດຢູ່ໃນໂລກ ໂລກນັ້ນກໍແມ່ນພຣະອົງໄດ້ຊົງສ້າງ, ແຕ່ໂລກບໍ່ຮັບຮູ້ພຣະອົງ. 11.ພຣະອົງໄດ້ສະເດັດມາໃນບ້ານເມືອງຂອງພຣະອົງ ແຕ່ຊາວບ້ານຊາວເມືອງນັ້ນບໍ່ໄດ້ຕ້ອນຮັບ. 12.ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ທີ່ເຊື່ອພຣະນາມຂອງພຣະອົງ ພຣະອົງກໍປະທານສິດໃຫ້ເປັນບຸດຂອງພຣະເປັນເຈົ້າ. 13.ພຣະອົງຜູ້ບໍ່ໄດ້ເກີດຈາກເລືອດຢາງ ຈາກຄວາມປາດຖະໜາຂອງເນື້ອໜັງ ແລະຈາກຄວາມປາດຖະໜາຂອງຄົນ ແຕ່ໄດ້ເກີດມາຈາກພຣະເປັນເຈົ້າ.

14.ແລະພຣະວາຈາເຈົ້າໄດ້ບັງເກີດເປັນມະນຸດ ແລະໄດ້ສະຖິດຢູ່ກາງພວກເຮົາ ພວກເຮົາໄດ້ເຫັນສີມຸງຄຸນຂອງພຣະອົງ ອັນແມ່ນສີມຸງຄຸນຂອງພຣະບຸດອົງດຽວຂອງພຣະບິດາ ພຣະອົງເຕັມພຽບດ້ວຍພຣະຄຸນແລະຄວາມຈິງ.

15.ທ່ານຢວງໄດ້ຢັ້ງຢືນເຖິງພຣະອົງດ້ວຍຮ້ອງປະກາດວ່າ: “ທ່ານຜູ້ນີ້ແມ່ນຜູ້ທີ່ຂ້າພະເຈົ້າໄດ້ກ່າວໄວ້ແລ້ວວ່າ: ຜູ້ຈະມານຳຫລັງຂ້າພະເຈົ້າໄດ້ລື່ນຂ້າພະເຈົ້າ ຍ້ອນວ່າພຣະອົງເປັນຢູ່ກ່ອນຂ້າພະເຈົ້າແລ້ວ.”

16.ແມ່ນຈາກຄວາມສົມບູນຂອງພຣະອົງນີ້ແລ້ວ ພວກເຮົາທຸກຄົນຈຶ່ງໄດ້ຮັບພຣະຄຸນຕິດຕໍ່ກັນມາຢ່າງບໍ່ຂາດ, 17.ຍ້ອນວ່າພຣະທຳບັນຢັດໄດ້ມາໂດຍທາງໂມແຊ ແຕ່ພຣະຄຸນແລະຄວາມຈິງນັ້ນ ເຮົາໄດ້ຮັບໂດຍທາງພຣະເຢຊູກຣິສໂຕເຈົ້າ. 18.ບໍ່ມີໃຜໄດ້ເຫັນພຣະເປັນເຈົ້າແມ່ນພຣະບຸດອົງດຽວຜູ້ສະຖິດຢູ່ໃນຊວງອົກຂອງພຣະບິດາ ໄດ້ເປັນຜູ້ໄຂສຳແດງໃຫ້ພວກເຮົາຮູ້ຈັກພຣະອົງ.

 

I. ບຸນສະຫລອງປາສກາເທື່ອທີ່ຕົ້ນ

 

ຄວາມຢັ້ງຢືນຂອງຢວງບັບຕິສຕາ

19.ນີ້ແມ່ນຄວາມຢືນຢັນທີ່ຢວງໄດ້ສຳແດງອອກມາ ເມື່ອເວລາພວກຢິວໄດ້ໃຊ້ພຣະສົງແລະສາມະເນນຈາກນະຄອນເຢລູຊາແລມ ໄປຖາມທ່ານວ່າ: “ທ່ານແມ່ນໃຜ?” 20.ຢວງຮັບສາຣະພາບ ບໍ່ໄດ້ປະຕິເສດ ແລະໄດ້ຢືນຢັນວ່າ: “ຂ້າພະເຈົ້າບໍ່ແມ່ນພຣະກຣິສໂຕ”. 21.ພວກນັ້ນຖາມຕໍ່ໄປວ່າ: “ດັ່ງນີ້ທ່ານແມ່ນຜູ້ໃດ? ແມ່ນເອລີບໍ?” ຢວງຕອບວ່າ: “ບໍ່ແມ່ນ”. “ແມ່ນປະພາສົກຜູ້ນັ້ນບໍ? ຢວງຕອບວ່າ: “ບໍ່ແມ່ນ”. 22.ພວກເຂົາເລີຍວ່າ “ທ່ານແມ່ນໃຜແທ້? ຂໍໃຫ້ບອກ ເພື່ອເຮົາຈະໄດ້ເອົາຄຳຕອບໄປແຈ້ງໃຫ້ແກ່ຜູ້ທີ່ໃຊ້ເຮົາມາ ທ່ານວ່າທ່ານເອງແມ່ນຜູ້ໃດ?” 23.ຢວງຕອບວ່າ: “ຂ້າພະເຈົ້າເປັນສຽງຮ້ອງຢູ່ກາງທີ່ປ່ຽວວ່າ: ຈົ່ງທຳໃຫ້ເສັ້ນທາງຂອງພຣະອົງເຈົ້າຊື່ກົງ ຕາມທີ່ປະພາສົກອີຊາຢາໄດ້ກ່າວໄວ້ນັ້ນ”. 24.ແລະພວກທີ່ຖືກສົ່ງມາຖາມນັ້ນເປັນພວກຟາຣີເຊວ. 25.ພວກເຂົາໄດ້ຖາມຢວງວ່າ: “ຖ້າທ່ານບໍ່ແມ່ນພຣະກຣິສໂຕ ບໍ່ແມ່ນເອລີ ບໍ່ແມ່ນປະພາສົກຜູ້ນັ້ນແລ້ວ ເຫດໃດທ່ານຈຶ່ງທຳພິທີລ້າງ?” 26.ຢວງຕອບວ່າ: “ຂ້າພະເຈົ້າທຳພິທີລ້າງດ້ວຍນ້ຳກໍຈິງຢູ່ ແຕ່ມີຜູ້ໜຶ່ງຢູ່ກາງພວກເຈົ້າ ແຕ່ພວກເຈົ້າບໍ່ຮູ້ຈັກພຣະອົງ; 27.ພຣະອົງນັ້ນຈະມານຳຫລັງຂ້າພະເຈົ້າ ແຕ່ພຣະອົງເປັນຢູ່ກ່ອນຂ້າພະເຈົ້າແລ້ວ ແລະຂ້າພະເຈົ້າເອງກໍບໍ່ສົມແກ້ສາຍເກີບຂອງພຣະອົງຊ້ຳ.” 28.ເຫດການນີ້ໄດ້ເກີດເປັນມາຢູ່ບ້ານເບທານີ ຝັ່ງແມ່ນ້ຳຢໍແດນຟາກພຸ້ນ ບ່ອນຢວງທຳພິທີລ້າງ.

29.ມື້ຕໍ່ມາ ຢວງເຫັນພຣະເຢຊູເຈົ້າສະເດັດມາຫາຈຶ່ງເວົ້າວ່າ: “ນີ້ແມ່ນພະຊຸມພານ້ອຍຂອງພຣະເຈົ້າ ຜູ້ຍົກບາບໂທດຂອງໂລກ; 30.ນີ້ແມ່ນຜູ້ທີ່ຂ້າພະເຈົ້າໄດ້ບອກໄວ້ວ່າ: ຈະມີຜູ້ໜຶ່ງມານຳຫລັງຂ້າພະເຈົ້າ ໄດ້ລື່ນຂ້າພະເຈົ້າ ຍ້ອນວ່າພຣະອົງເປັນຢູ່ກ່ອນຂ້າພະເຈົ້າແລ້ວ. 31. ຂ້າພະເຈົ້າເອງບໍ່ໄດ້ຮູ້ຈັກພຣະອົງ ແຕ່ເພື່ອໃຫ້ພຣະອົງນັ້ນປາກົດຕົວຕໍ່ຊົນຊາດອິສຣາແອນ

ຂ້າພະເຈົ້າຈຶ່ງມາທຳພິທີລ້າງດ້ວຍນ້ຳ.” 32.ຢວງໄດ້ຢັ້ງຢືນເປັນພະຍານດັ່ງນີ້ວ່າ: “ຂ້າພະເຈົ້າໄດ້ເຫັນພຣະຈິດສະເດັດລົງມາຈາກຟ້າເໝືອນດັ່ງນົກກາງແກ ແລ້ວສະຖິິດຢູ່ເໜືອພຣະອົງນັ້ນ. 33. ຂ້າພະເຈົ້າເອງບໍ່ໄດ້ຮູ້ຈັກພຣະອົງ ແຕ່ພຣະອົງຜູ້້ໃຊ້ຂ້າພະເຈົ້າມາທຳພິທີລ້າງໄດ້ບອກຂ້າພະເຈົ້າວ່າ: “ເຈົ້າເຫັນພຣະຈິດສະເດັັດລົງມາຢູ່ເໜືອຜູ້ໃດ ແມ່ນຜູ້ນັ້ນແລ້ວຈະໂຜດສິນລ້າງໃນພຣະຈິດເຈົ້າ”. 34. ຂ້າພະເຈົ້າໄດ້ເຫັນ ແລະຂໍຢັ້ງຢືນວ່າ: ພຣະອົງຜູ້ນີ້ແລ້ວແມ່ນພຣະບຸດຂອງພຣະເປັນເຈົ້າ”. 

 

ສາວົກພວກຕົ້ນ

35.ມື້ຕໍ່ມາ ຢວງກໍຍັງຢູ່ບ່ອນນັ້ນອີກກັບລູກສິດສອງຄົນ. 36.ພໍເຫລືອດຕາແນມເຫັນ ພຣະເຢຊູເຈົ້າສະເດັດກາຍມາ ຢວງເລີຍເວົ້າວ່າ: “ນີ້ແມ່ນພະຊຸມພານ້ອຍຂອງພຣະເຈົ້າ”. 37.ພວກລູກສິດທັງສອງໄດ້ຍິນຢວງເວົ້າດັ່ງນີ້ ກໍພາກັນໄປນຳພຣະເຢຊູເຈົ້າ. 38.ພຣະເຢຊູເຈົ້າຫລຽວຄືນຫລັງເຫັນພວກເຂົາມານຳ ຈຶ່ງຖາມວ່າ: “ພວກເຈົ້າມາສະແຫວງຫາຫຍັງ?” ພວກເຂົາທູນຕອບວ່າ: “ຮັບບີ” ໝາຍຄວາມວ່າ ພຣະອາຈານ ທ່ານພັກເຊົາຢູ່ບ່ອນໃດ?” 39.ພຣະອົງກ່າວວ່າ: “ເຊີນໄປເບິ່ງ”. ທັງສອງກໍໄປ ແລະໄດ້ເຫັນບ່ອນພຣະອົງພັກເຊົາ. ໃນມື້ນັ້ນພວກເຂົາກໍໄດ້ພັກຢູ່ນຳພຣະອົງ. ເວລານັ້ນປະມານບ່າຍສີ່ໂມງແລ້ວ.

40.ອັນເດຣນ້ອງຊາຍຂອງຊີມອນເປໂຕ ແມ່ນຜູ້ໜຶ່ງໃນສອງຄົນທີ່ໄດ້ຍິນຄຳເວົ້າຂອງຢວງ ແລະຕິດຕາມພຣະເຢຊູເຈົ້າໄປ. 41.ເຊົ້າມື້ຫລັງ ອັງເດຣໄດ້ພໍ້ຊີມອນຜູ້ເປັນອ້າຍ ເລີຍເວົ້າກັບລາວວ່າ: “ຂ້ອຍໄດ້ເຫັນພະມະຫາໄຖ່, ອັນແມ່ນພຣະກຣິສໂຕນັ້ນແລ້ວ”. 42.ແລ້ວກໍພາຊີມອນໄປຫາພຣະເຢຊູເຈົ້າ. ພໍຫລຽວເຫັນຊີມອນ ພຣະອົງກໍກ່າວວ່າ: “ເຈົ້າແມ່ນຊີມອນບຸດຂອງຢວງແມ່ນບໍ? ແຕ່ນີ້ເມືອໜ້າ ເຈົ້າຈະມີຊື່ວ່າ: ເຊຟາດ ແປວ່າ ສີລາ.”

43.ມື້ຕໍ່ມາ ພຣະເຢຊູເຈົ້າຕັ້ງໃຈຈະສະເດັດໄປແຂວງຄາລີເລ ກໍເລີຍພໍ້ຟີລິບ ຈຶ່ງກ່າວວ່າ “ຕິດຕາມເຮົາມາເຖີດ”. 44.ຟີລິບເປັນຊາວເມືອງເບັດອາຊິດ ເມືອງດຽວກັບອັງເດຣແລະເປໂຕ. 45.ຟີລິບພົບພໍ້ນາທານາແອນຈຶ່ງເວົ້າວ່າ: “ເຮົາໄດ້ພໍ້ຜູ້ທີ່ໂມແຊແລະພວກປະພາສົກໄດ້ກ່າວໄວ້ໃນພຣະຄຳພີແລ້ວ ຄືເຢຊູບຸດຂອງຢໍແຊຊາວເມືອງນາຊາແຣັດ”. 46.ນາທານາແອນ ຕອບວ່າ: “ຢູ່່ນາຊາແຣັດຈະເກີດມີຫຍັງດີບໍ?” ຟີລິບເລີຍວ່າ: “ມາເບິ່ງເອົາເຖີດ”. 47.ພໍພຣະເຢຊູເຈົ້າທອດພຣະເນດເຫັນນາທານາແອນຍ່າງມາຫາ ຈຶ່ງກ່າວວ່າ: “ນີ້ແລ້ວຊາວອິສຣາແອນແທ້ທີ່ປາດສະຈາກເລ່ກົນ”. 48.ນາທານາແອນທູນພຣະເຢຊູເຈົ້າວ່າ: “ທ່ານຮູ້ຈັກຂ້ານ້ອຍໄດ້ແນວໃດ?” ພຣະອົງກ່າວວ່າ: “ກ່ອນຟີລິບເອີ້ນເຈົ້າ ເວລາເຈົ້າຢູ່ໃຕ້ກົກໝາກເດື່ອນັ້ນ ເຮົາກໍໄດ້ເຫັນເຈົ້າແລ້ວ”. 49.ນາທານາແອນທູນວ່າ: “ຮັບບີ ທ່ານແມ່ນບຸດຂອງພຣະເປັນເຈົ້າ ແລະເປັນກະສັດແຫ່ງຊາດອິສາແອນ”. 50.ພຣະເຢຊູເຈົ້າຕອບວ່າ: “ເຈົ້າເຊື່ອຍ້ອນເຮົາບອກເຈົ້າວ່າ ເຮົາເຫັນເຈົ້າຢູ່ໃຕ້ກົກໝາກເດື່ອນັ້ນນໍ! ເຈົ້າຍັງຈະໄດ້ເຫັນສິ່ງມະຫັດສະຈັນຍິ່ງກວ່ານີ້ອີກ”. 51.ແລ້ວພຣະອົງກ່າວຕໍ່ອີກວ່າ: “ເຮົາບອກເຈົ້າເປັນຄວາມຈິງວ່າ ພວກເຈົ້າຈະເຫັນທ້ອງຟ້າເປີດອອກ ແລະເຫັນພວກເທວະດາຂອງພຣະເຈົ້າຂຶ້ນລົງຢູ່ເໜືອບຸດແຫ່ງມະນຸດ.”