ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 9
ຈັດສົ່ງພວກອັກຄະສາວົກ
1.ເມື່ອໄດ້ຮຽກພວກອັກຄະສາວົກທັງສິບສອງເຂົ້າມາໂຮມ ພຣະອົງໄດ້ປະທານລິດອຳນາດບັງຄັບຜີປີສາດທັງໝົດ ພ້ອມທັງໃຫ້ມີສິດປິ່ນປົວຄົນໄຂ້ໃຫ້ດີພະຍາດ. 2.ພຣະອົງໄດ້ສົ່ງພວກເຂົາໄປປະກາດອານາຈັກຂອງພຣະເປັນເຈົ້າ ແລະປິ່ນປົວຄົນເຈັບໂຊ. 3.ພຣະອົງຊົງສັ່ງວ່າ: “ເວລາເດີນທາງຢ່າເອົາຫຍັງໄປນຳ ບໍ່ໃຫ້ມີໄມ້ຄ້ອນເທົ້າ ຖົງພາຍ ຂະໜົມປັງແລະເງິນຄຳ ແລະຢ່າເອົາເສື້ອຕຸ້ມໄປສອງໂຕ. 4.ເມື່ອເວລາເຂົ້າເຮືອນໃດ ກໍໃຫ້ຢູ່ທີ່ນັ້ນຈົນເຖິງເວລາຈາກໄປ. 5.ຖ້າເຂົາບໍ່ຕ້ອນຮັບພວກເຈົ້າ ກໍໃຫ້ອອກໜີຈາກເຮືອນນັ້ນ ໃຫ້ສັ່ນຝຸ່ນທີ່ຕິດຕີນພວກເຈົ້າອອກເພື່ອເປັນຫລັກຖານພະຍານຟ້ອງພວກເຂົາ.” 6.ແລ້ວພວກສາວົກກໍອອກເດີນທາງໄປຕາມໝູ່ບ້ານຕ່າງໆ ປ່າວປະກາດຂ່າວປະເສີດ ແລະປິ່ນປົວຮັກສາໂລກພະຍາດໃນທົ່ວທຸກບ່ອນ.
ກະສັດເຮຣັອດມີຄວາມສົງໄສ
7.ສ່ວນກະສັດເຮຣັອດກໍຊາບທຸກສິ່ງທີ່ເປັນມານັ້ນ ແລະບໍ່ຮູ້ຈັກຈະຄຶດຢ່າງໃດ ຍ້ອນລາງຄົນເວົ້າວ່າ: “ແມ່ນຢວງທີ່ໄດ້ກັບເປັນຄືນມາຈາກພວກຜູ້ຕາຍ.” 8.ລາງຄົນວ່າ: “ແມ່ນເອລີທີ່ໄດ້ປາກົດມາໃໝ່.” ແລະອີກລາງຄົນກໍເວົ້າວ່າ: “ແມ່ນປະພາສົກສະໄໝກ່ອນຜູ້ໜຶ່ງທີ່ໄດ້ກັບເປັນຄືນມາ.” 9.ກະສັດເຮຣັອດເວົ້າວ່າ: “ຢວງນັ້ນເຮົາສັ່ງຕັດຄໍແລ້ວ ແຕ່ຄົນຜູ້ເຮົາໄດ້ຍິນສຽງເລົ່າລືຫລາຍເລື່ອງກ່ຽວກັບເຂົານັ້ນ ແມ່ນຜູ້ໃດ?” ແລ້ວກະສັດເຮຣັອດກໍຫາຊ່ອງທາງພົບພຣະເຢຊູເຈົ້າ.
ພວກທຳມະທູດຫລົບມາ
ຊົງທະວີເຂົ້າໜົມປັງ
10.ເມື່ອຫລົບມາ, ພວກທຳມະທູດກໍໄດ້ທູນພຣະເຢຊູເຈົ້າໃຫ້ຊາບທຸກສິ່ງທີ່ໄດ້ກະທຳ. ແລ້ວພຣະອົງໄດ້ພາພວກເຂົາໄປຕ່າງຫາກ, ຕາມທາງໄປເມືອງເບັດຊາອິດ. 11.ແຕ່ພໍມະຫາຊົນຮູ້ເລື່ອງ ກໍພາກັນໄປນຳພຣະອົງ. ພຣະອົງຊົງຕ້ອນຮັບພວກເຂົາຢ່າງດີ, ໄດ້ເທດສອນພວກເຂົາເຖິງເລື່ອງອານາຈັກຂອງພຣະເປັນເຈົ້າ ແລະຊົງປິ່ນປົວໂລກພະຍາດໃຫ້ຜູ້ທີ່ຕ້ອງການ. 12.ຕາເວັນບ່າຍຄ້ອຍ, ພວກສາວົກທັງສິບສອງໄດ້ຫຍັບເຂົ້າມາທູນພຣະອົງວ່າ: “ຂໍພຣະອົງສົ່ງຝູງຊົນນີ້ກັບໄປຫາທີ່ພັກແລະອາຫານກິນຕາມບ້ານນ້ອຍໃຫຍ່ໃກ້ທັດນີ້, ຍ້ອນວ່າບ່ອນພວກເຂົາຢູ່ນີ້ເປັນທີ່ປ່ຽວ”. 13.ພຣະເຢຊູເຈົ້າຕອບພວກເຂົາວ່າ: “ໃຫ້ພວກເຈົ້າເອງເອົາອາຫານລ້ຽງພວກເຂົາເຖີດ”. ພວກສາວົກທູນວ່າ: “ພວກຂ້ານ້ອຍມີເຂົ້າໜົມປັງແຕ່ຫ້າກ້ອນກັບປາສອງໂຕທໍ່ນັ້ນ. ຫລືວ່າໃຫ້ພວກຂ້ານ້ອຍເອງໄປຊື້ອາຫານລ້ຽງຝູງຊົນນີ້”... 14.ຍ້ອນມີຜູ້ຊາຍທັງໝົດປະມານຫ້າພັນຄົນ. ພຣະເຢຊູເຈົ້າບອກພວກສາວົກວ່າ: “ຈົ່ງໃຫ້ຝູງຊົນນັ່ງເປັນໝູ່, ໝູ່ລະຫ້າສິບຄົນ. 15.ພວກສາວົກກໍທຳຕາມ ແລະສັ່ງໃຫ້ຝູງຊົນນັ່ງລົງ. 16.ແລ້ວພຣະອົງຈັບເອົາເຂົ້າໜົມປັງຫ້າກ້ອນແລະປາສອງໂຕ, ຊົງທອດພຣະເນດຂຶ້ນຟ້າ, ຊົງກ່າວສົມມະນາພຣະຄຸນ, ຊົງບິແບ່ງ ແລ້ວມອບໃຫ້ພວກສາວົກເພື່ອແຈກຢາຍໃຫ້ຝູງຊົນ. 17.ທຸກຄົນໄດ້ກິນອິ່ມ ແລະຍັງໄດ້ເກັບເສດອາຫານທີ່ເຫລືອກິນນັ້ນໄດ້ສິບສອງກະບຸງ.
ຄຳຢັ້ງຢືນຂອງເປໂຕ
18.ມື້ໜຶ່ງ, ເມື່ອພຣະເຢຊູເຈົ້າຊົງພາວະນາຢູ່ຕ່າງຫາກ ແລະມີພວກສາວົກຢູ່ນຳ, ພຣະອົງຈຶ່ງຖາມພວກເຂົາວ່າ: “ມະຫາຊົນເວົ້າວ່າເຮົາແມ່ນຜູ້ໃດ?” 19.ພວກສາວົກຕອບວ່າ: “ເຂົາວ່າແມ່ນຢວງບັບຕິສຕາ, ລາງຄົນເວົ້າວ່າແມ່ນເອລີ, ລາງຄົນວ່າ ແມ່ນຜູ້ໜຶ່ງໃນພວກປະພາສົກແຕ່ກ່ອນທີ່ໄດ້ກັບເປັນຄືນມາ.” 20.ພຣະອົງກ່າວກັບພວກເຂົາວ່າ: “ແລ້ວພວກເຈົ້າເດ ວ່າເຮົາແມ່ນຜູ້ໃດ?” ເປໂຕທູນຕອບວ່າ: “ພຣະອົງແມ່ນພຣະກຣິສໂຕຂອງພຣະເປັນເຈົ້າ.” 21.ພຣະເຢຊູເຈົ້າຈຶ່ງສັ່ງຫ້າມຢ່າງເດັດຂາດບໍ່ໃຫ້ເວົ້າເລື່ອງນີ້ແກ່ຜູ້ໃດ.
ຊົງທຳນາຍເຖິງມະຫາທໍຣະມານເທື່ອທີໜຶ່ງ
22.ພຣະອົງກ່າວວ່າ: “ບຸດແຫ່ງມະນຸດຈຳຕ້ອງຮັບທົນທໍຣະມານຫລາຍ ຈະຖືກພວກ ເຖົ້າແກ່ ພວກຫົວໜ້າສົງແລະອາຈານພຣະຄຳພີປະຖິ້ມ ຈະຖືກປະຫານຊີວິດ ແລະຈະກັບເປັນຄືນມາໃນວັນທີສາມ.”
ຈົ່ງເສຍສະລະຕົວເອງເພື່ອຕິດຕາມພຣະເຢຊູເຈົ້າ
23.ແລ້ວພຣະອົງກ່າວກັບໝົດທຸກຄົນວ່າ: “ຖ້າຜູ້ໃດຢາກຕິດຕາມເຮົາມາ ກໍໃຫ້ສະລະປະຕົວເອງ, ແບກກາງເຂນຂອງຕົນທຸກວັນແລະຕິດຕາມເຮົາມາ. 24.ຍ້ອນວ່າຜູ້ໃດຫວງແຫນຊີວິດຂອງຕົນໄວ້ ແມ່ນເຮັດໃຫ້ຊີວິດເສຍ, ແຕ່ຜູ້ໃດຍອມສະລະຊີວິດຂອງຕົນຍ້ອນເຮົາ ກໍແມ່ນຊ່ວຍເອົາຊີວິດນັ້ນໃຫ້ຮອດ. 25.ດັ່ງນີ້, ຈະມີປະໂຫຍດຫຍັງແກ່ຄົນຜູ້ໄດ້ເປັນເຈົ້າຄອບຄອງໂລກທັງໝົດ, ຖ້າວ່າຕົວເຂົາເອງຕ້ອງພິນາດຫລືຕ້ອງໂທດ?” 26.ຍ້ອນວ່າຜູ້ໃດອາຍເຮົາແລະຄຳສອນຂອງເຮົາ, ບຸດແຫ່ງມະນຸດກໍຈະອາຍເຂົາ, ເວລາພຣະອົງຈະສະເດັດມາໃນສີມຸງຄຸນຂອງພຣະອົງເອງ, ຂອງພຣະບິດາ, ແລະຂອງພວກເທວະດາ. 27.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ມີບາງຄົນທີ່ຍັງຢູ່ນີ້ຈະຍັງບໍ່ຕາຍ, ກ່ອນຈະໄດ້ເຫັນອານາຈັກຂອງພຣະເປັນເຈົ້າ”.
ພຣະເຢຊູເຈົ້າປ່ຽນສະພາບ
28.ແປດມື້ຕໍ່ມາ, ຫລັງຈາກໄດ້ກ່າວຂໍ້ຄວາມນີ້, ພຣະອົງໄດ້ເອົາເປໂຕ, ຢວງ, ຢາໂກເບໄປນຳ ແລະພາຂຶ້ນພູເພື່ອພາວະນາ. 29.ເມື່ອເວລາກຳລັງພາວະນາຢູ່ນັ້ນ ພຣະພັກຂອງພຣະອົງເຈົ້າກໍປ່ຽນສະພາບ, ແລະເຄື່ອງທົງຂອງພຣະອົງກໍກາຍເປັນສີຂາວເຫລື້ອມ. 30.ຂະນະນັ້ນມີບຸລຸດສອງຄົນມາສົນທະນາຢູ່ກັບພຣະອົງ, ຄືທ່ານໂມແຊແລະເອລີ. 31.ທ່ານທັງສອງປາກົດມາໃນແສງລັດສະໝີ ແລະສົນທະນາເລື່ອງຄວາມຕາຍທີ່ພຣະອົງຈະຕ້ອງຮັບຢູ່ນະຄອນເຢຣູຊາແລມ. 32.ເວລານັ້ນເປໂຕກັບໝູ່ພາກັນເຫງົານອນ. ພໍຊວາດຕື່ນຂຶ້ນກໍເຫັນແສງລັດສະໝີຂອງພຣະອົງແລະບຸລຸດທັງສອງຢືນຢູ່ກັບພຣະອົງ. 33.ຂະນະບຸລຸດທັງສອງຈະຈາກພຣະອົງໄປ, ເປໂຕຈຶ່ງທູນພຣະເຢຊູເຈົ້າວ່າ: “ພຣະອາຈານເອີຍ! ພວກເຮົາຢູ່ນີ້ເກີນວ່າດີຫລາຍ, ພວກຂ້າພະເຈົ້າຈະປຸກຜາມຂຶ້ນສາມຫລັງ, ຫລັງໜຶ່ງຖະຫວາຍພຣະອາຈານ, ຫລັງໜຶ່ງຖະຫວາຍໂມແຊ, ແລະອີກຫລັງໜຶ່ງຖະຫວາຍເອລີ.” ເປໂຕທູນໄປໂດຍບໍ່ຮູ້ຈັກວ່າຕົນໄດ້ເວົ້າຫຍັງ. 34.ເວລາທີ່ເປໂຕຂາບທູນຢູ່ນັ້ນ ມີເມກກ້ອນໜຶ່ງລອຍມາປົກບັງທ່ານທັງສາມ ແລະເມື່ອທ່ານທັງສາມເຂົ້າໄປໃນເມກ ພວກສາວົກຕົກໃຈສະທ້ານຢ້ານກົວ. 35.ເລີຍມີສຽງກ່າວອອກມາຈາກເມກວ່າ: “ທ່ານຜູ້ນີ້ແລ້ວ ແມ່ນບຸດສຸດທີ່ຮັກຂອງເຮົາ ຈົ່ງເຊື່ອຟັງທ່ານເຖີດ”. 36.ເມື່ອໄດ້ຍິນສຽງນັ້ນແລ້ວ, ກໍໄດ້ເຫັນແຕ່ພຣະເຢຊູເຈົ້າຜູ້ດຽວ. ພວກສາວົກທັງສາມໄດ້ພາກັນມິດ ແລະບໍ່ໄດ້ເລົ່າຫຍັງໃຫ້ຜູ້ໃດຟັງເຖິງເຫດການທີ່ໄດ້ເຫັນໃນວັນນັ້ນ.
ຊົງປິ່ນປົວຄົນເປັນບ້າໝູ
37.ມື້ລຸນມາ, ເມື່ອພຣະເຢຊູເຈົ້າແລະສາວົກທັງສາມລົງຈາກພູ, ກໍມີຝູງຄົນມາກມາຍແລ່ນໄປຮັບພຣະອົງ. 38.ມີຄົນຜູ້ໜຶ່ງໃນຝູງຄົນນັ້ນຮ້ອງຂຶ້ນວ່າ: “ພຣະອາຈານເອີຍ, ຂໍຫລຽວເບິ່ງລູກຂ້ານ້ອຍແດ່ທ້ອນ; ແມ່ນລູກຊາຍດຽວຂອງຂ້ານ້ອຍ. 39.ເມື່ອຜີເຂົ້າສິງ, ມັນກໍຮ້ອງຂຶ້ນທັນທີ, ທຳໃຫ້ເດັກຕ້ອງຂົດໂຂ ແລະນ້ຳລາຍອອກເປັນຟອງ; ແລະກວ່າຈະອອກໄປໄດ້ ມັນກໍເຮັດໃຫ້ເດັກນັ້ນບູບຊ້ຳໄປໝົດທັງຕົວ. 40.ຂ້ານ້ອຍໄດ້ວອນຂໍນຳພວກລູກສິດຂອງທ່ານໃຫ້ໄລ່ຜີອອກ, ແຕ່ພວກເພິ່ນເຮັດບໍ່ໄດ້”. 41.ພຣະເຢຊູເຈົ້າກ່າວຕອບວ່າ: “ສັນຊາດເຊື່ອຍາກແລະຊົ່ວຊາມເອີຍ, ຈະໃຫ້ເຮົາຢູ່ກັບພວກເຈົ້າແລະອົດທົນຢູ່ຈົນຮອດຍາມໃດ? ຈົ່ງພາລູກຂອງເຈົ້າມານີ້ດູ”. 42.ເມື່ອເດັກນັ້ນເຂົ້າມາໃກ້, ຜີປີສາດກໍທຳໃຫ້ເດັກນັ້ນລົ້ມຟາດລົງດິນແລະຊັກດິ້ນ. ພຣະເຢຊູເຈົ້າຈຶ່ງສັ່ງບັງຄັບຜີຊົ່ວຮ້າຍ, ຊົງປິ່ນປົວເດັກໃຫ້ດີຫາຍ ແລະຄືນໃຫ້ພໍ່. 43.ທຸກຄົນມີຄວາມອັດສະຈັນໃຈໃນຄວາມຍິ່ງໃຫຍ່ຂອງພຣະເປັນເຈົ້າ. ຊົງທຳນາຍເຖິງມະຫາທໍຣະມານເທື່ອທີສອງໃນເວລາທີ່ຄົນທັງຫລາຍກຳລັງພິດສະຫວົງເຖິງສິ່ງທີ່ພຣະເຢຊູເຈົ້າຊົງກະທຳ, ພຣະອົງກ່າວກັບພວກສາວົກວ່າ: “44.“ຈົ່ງຟັງເລື່ອງນີ້ໃຫ້ດີ ດ້ວຍວ່າບຸດແຫ່ງມະນຸດຈະຕ້ອງຖືກ ມອບໃນເງື່ອມມືຂອງມະນຸດ”. 45.ແຕ່ພວກສາວົກບໍ່ເຂົ້າໃຈຂໍ້ຄວາມນີ້, ຍ້ອນມີແນວບັງໄວ້ ບໍ່ໃຫ້ພວກເຂົາເຂົ້າໃຈຄວາມໝາຍ ແລະພວກເຂົາກໍບໍ່ກ້າທູນຖາມຂໍ້ຄວາມນີ້ຈາກພຣະອົງ.
ຄວາມມັກໃຫຍ່ໃຝ່ສູງຂອງພວກສາວົກ
46.ເວລານັ້ນ ພວກສາວົກຜິດຖຽງກັນເລື່ອງວ່າ ໃນພວກເຂົາໃຜເປັນໃຫຍ່ກວ່າກັນ. 47.ພຣະເຢຊູເຈົ້າຊົງຊາບຄວາມຄຶດໃນໃຈຂອງພວກເຂົາ ຈຶ່ງຈັບເອົາເດັກນ້ອຍຜູ້ໜຶ່ງມາຢືນຢູ່ໃກ້ໆພຣະອົງ 48.ແລ້ວກ່າວວ່າ: “ຜູ້ໃດຕ້ອນຮັບເດັກນ້ອຍຄົນນີ້ໃນນາມຂອງເຮົາ ກໍແມ່ນຕ້ອນຮັບເຮົາເອງ ແລະຜູ້ໃດຕ້ອນຮັບເຮົາ ກໍແມ່ນຕ້ອນຮັບຜູ້ຊົງໃຊ້ເຮົາມາ ຍ້ອນວ່າຜູ້ໃດນ້ອຍກວ່າໝົດໃນພວກເຈົ້າ ຜູ້ນັ້ນແລ້ວແມ່ນຜູ້ໃຫຍ່.” 49.ຢວງຂາບທູນວ່າ: “ພຣະອາຈານ ພວກຂ້ານ້ອຍໄດ້ເຫັນຄົນຜູ້ໜຶ່ງໄລ່ຜີປີສາດໃນນາມຂອງພຣະອາຈານ ພວກຂ້ານ້ອຍຈຶ່ງໄດ້ຫ້າມປາມເຂົາ ຍ້ອນເຂົາບໍ່ໄດ້ເປັນໝູ່ກັບພວກເຮົາ.” 50.ພຣະເຢຊູເຈົ້າກ່າວຕອບວ່າ: “ຢ່າຂັດຂວາງເຂົາ ຍ້ອນວ່າຜູ້ໃດບໍ່ຂັດສູ້ພວກເຈົ້າ ກໍແມ່ນໝູ່ຂອງພວກເຈົ້າ.”
IV. ສະເດັດຂຶ້ນໄປນະຄອນເຢຣູຊາແລມ
ໄຟຈາກຟ້າ
51.ເມື່ອວັນເວລາທີ່ພຣະເຢຊູເຈົ້າຈະຕ້ອງຍົກໄປຈາກໂລກນີ້ໃກ້ເຂົ້າມາແລ້ວ ພຣະອົງຕັ້ງພຣະໄທເດີນທາງໄປນະຄອນເຢລູຊາແລມ. 52.ພຣະອົງໄດ້ແຕ່ງຜູ້ຕາງໜ້າບາງຄົນລ່ວງໄປກ່ອນ. ພວກນີ້ກໍພາກັນອອກເດີນທາງ ພວກເຂົາໄດ້ເຂົ້າໃນໝູ່ບ້ານຂອງຊາວຊາມາຣີບ້ານໜຶ່ງ, ເພື່ອຈະຕຽມບ່ອນພັກເຊົາ. 53.ແຕ່ຊາວບ້ານນັ້ນບໍ່ຍອມຕ້ອນຮັບ, ຍ້ອນວ່າພຣະອົງເດີນທາງໄປນະຄອນເຢຣູຊາແລມ. 54.ເມື່ອເຫັນເຫດການເປັນດັ່ງນີ້, ສາວົກຢາໂກເບແລະຢວງຈຶ່ງທູນພຣະເຢຊູເຈົ້າວ່າ: “ພຣະອົງເຈົ້າເອີຍ, ພຣະອົງເຫັນຊອບບໍທີ່ພວກເຮົາຈະສັ່ງໃຫ້ໄຟຈາກຟ້າລົງມາໄໝ້ພວກເຂົາເສຍ?” 55.ແຕ່ພຣະອົງຊົງຫັນພຣະພັກມາຕິຕຽນພວກເຂົາ, 56.ແລ້ວກໍພ້ອມກັນເດີນທາງໄປສູ່ບ້ານອື່ນ.
ຄວາມເສຍສະລະເພື່ອພະກະແສຮຽກ
57.ໃນລະຫວ່າງທາງ ມີຄົນຜູ້ໜຶ່ງເຂົ້າມາທູນພຣະອົງວ່າ: “ຂ້ານ້ອຍຈະຕິດຕາມພຣະອົງໄປ, ບໍ່ວ່າພຣະອົງຈະໄປໃສ”. 58.ພຣະເຢຊູເຈົ້າຕອບວ່າ: “ໝາຈອກກໍຍັງມີໂໝ້ງ, ນົກໃນອາກາດກໍຍັງມີຮັງ, ສ່ວນບຸດແຫ່ງມະນຸດບໍ່ມີບ່ອນຈະປົງສີສະເລີຍ.” 59.ພຣະອົງຊົງກ່າວກັບຜູ້ໜຶ່ງອີກວ່າ: “ເຊີນຕິດຕາມເຮົາມາ.” ຄົນຜູ້ນັ້ນທູນຕອບວ່າ: “ຂ້ານ້ອຍຂໍໄປປົງສົບພໍ່ເສຍກ່ອນ”. 60.ພຣະອົງຕອບເຂົາວ່າ: “ປະໃຫ້ຜູ້ຕາຍຝັງຜູ້ຕາຍກໍແລ້ວກັນ; ສ່ວນເຈົ້າເອງ ຈົ່ງໄປປະກາດອານາຈັກຂອງພຣະເປັນເຈົ້າ”. 61.ອີກຜູ້ໜຶ່ງທູນພຣະອົງວ່າ: “ໂອພຣະອົງເຈົ້າ, ຂ້ານ້ອຍຈະຕິດຕາມພຣະອົງໄປ, ແຕ່ຂ້ານ້ອຍຂໍໄປລາໄທເຮືອນກ່ອນ”. 62.ແຕ່ພຣະເຢຊູເຈົ້າຊົງກ່າວຕອບເຂົາວ່າ: “ຜູ້ໃດຈັບງ້ອນໄຖແລ້ວຍັງຫລຽວຄືນຫລັງ, ຜູ້ນັ້ນບໍ່ສົມກັບອານາຈັກຂອງພຣະເປັນເຈົ້າເລີຍ.”