ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 8
ສັດຕີໃຈສັດທາ
1.ຕໍ່ມາ ພຣະອົງສະເດັດໄປຕາມຫົວເມືອງແລະໝູ່ບ້ານຕ່າງໆ, ຊົງເທດສອນແລະປ່າວປະກາດຂ່າວປະເສີດແຫ່ງອານາຈັກຂອງພຣະເປັນເຈົ້າ. ພວກສາວົກທັງສິບສອງກໍໄປນຳພຣະອົງ. 2.ພວກຜູ້ຍິງລາງຄົນທີ່ພຣະອົງໄດ້ຊ່ວຍໃຫ້ພົ້ນຈາກຜີຊົ່ວຮ້າຍແລະພະຍາດໂລຄາ ກໍໄປນຳພຣະອົງດ້ວຍ ຄືນາງມາຣີອາທີ່ມີຊື່ວ່າມັກດາເລນາ, ຜູ້ໄດ້ຫວິດຈາກຜີປີສາດເຈັດໂຕ. 3.ນາງຢໍອັນນາພັນລະຍາຂອງກູຊາ ຜູ້ຈັດການພັດສະດຸຂອງກະສັດເຮຣອດ. ນາງຊູຊັນນາ ແລະພວກຜູ້ຍິງອື່ນອີກຫລາຍຄົນ ທີ່ສະລະຊັບສິນຂອງຕົນເພື່ອຊ່ວຍເຫລືອພຣະອົງ.
ຄວາມປຽບທຽບເລື່ອງຜູ້ຫວ່ານ
4.ເນື່ອງຈາກມີມະຫາຊົນມາກມາຍມາຈາກເມືອງຕ່າງໆຫ້ອມລ້ອມພຣະເຢຊູເຈົ້າ. ພຣະອົງຈຶ່ງກ່າວເປັນຄວາມປຽບທຽບວ່າ: 5.“ຜູ້ຫວ່ານໄດ້ອອກໄປຫວ່ານກ້າ ໃນເວລາທີ່ຫວ່ານຢູ່ນັ້ນ ເມັດເຂົ້າສ່ວນໜຶ່ງຕົກລົງຕາມແຄມທາງ ກໍຖືກຄົນຢຽບ ແລະນົກໃນອາກາດຕອດກິນໝົດ 6.ອີກສ່ວນໜຶ່ງຕົກໃສ່ພະລານຫີນ ມັນກໍປົ່ງຂຶ້ນ ແຕ່ແລ້ວມັນກໍຫ່ຽວແຫ້ງໄປຍ້ອນຂາດຄວາມຊຸ່ມຊື່ນ. 7.ອີກສ່ວນໜຶ່ງຕົກໃສ່ພຸ່ມໜາມ ໜາມກໍປົ່ງຂຶ້ນພ້ອມ ແລ້ວຫງຳຕົ້ນເຂົ້ານັ້ນ 8.ອີກສ່ວນໜຶ່ງຕົກໃສ່ດິນດີ ກໍປົ່ງຂຶ້ນແລະເກີດໝາກຜົນເປັນຮ້ອຍເທົ່າ.” ແລ້ວພຣະອົງກ່າວດ້ວຍສຽງດັງວ່າ: “ໃຜມີຫູກໍໃຫ້ຟັງເອົາ.”
9.ພວກສາວົກທູນຖາມພຣະອົງວ່າ: “ຄວາມປຽບທຽບນີ້ມີຄວາມໝາຍແນວໃດ?” 10.ພຣະເຢຊູເຈົ້າກ່າວວ່າ: “ສ່ວນພວກເຈົ້າ ພວກເຈົ້າໄດ້ຮັບພຣະຄຸນໃຫ້ຮູ້ເຖິງຂໍ້ເລິກລັບແຫ່ງອານາຈັກຂອງພຣະເປັນເຈົ້າ ສ່ວນຄົນອື່ນໆໄດ້ແຕ່ຄວາມປຽບທຽບເທົ່ານັ້ນ ເພື່ອໃຫ້ເຂົາເບິ່ງແຕ່ບໍ່ເຫັນ ໃຫ້ເຂົາໄດ້ຍິນແຕ່ບໍ່ເຂົ້າໃຈ.
11.ຄວາມປຽບທຽບນັ້ນໝາຍຄວາມດັ່ງນີ້ຄື: ເມັດເຂົ້າແມ່ນວາຈາຂອງພຣະເປັນເຈົ້າ 12.ພວກທີ່ຢູ່ແຄມທາງນັ້ນຄື ພວກທີ່ຟັງພຣະວາຈາແລ້ວ ຕໍ່ມາກໍຖືກຜີປີສາດຫລົກຖອນອອກຈາກໃຈຂອງພວກເຂົາ ຢ້ານວ່າພວກເຂົາຈະເຊື່ອແລະເອົາຕົວລອດ. 13.ພວກທີ່ຢູ່ພະລານຫິນນັ້ນ ຄືພວກທີ່ໄດ້ຟັງພຣະວາຈາແລ້ວກໍເກີດຄວາມຍິນດີແຕ່ບໍ່ມີຮາກ: ພວກເຂົາເຊື່ອໄດ້ແຕ່ຄາວໜຶ່ງ ແລ້ວເມື່ອເວລາຖືກຍາກລຳບາກກໍຖອຍຫລັງ. 14.ສ່ວນທີ່ຕົກໃນພຸ່ມໜາມນັ້ນ ຄືພວກທີ່ຟັງພຣະວາຈາແລ້ວ ແຕ່ປະໃຫ້ຄວາມສົນລະວົນຊັບສົມບັດ ແລະຄວາມສະໜຸກຂອງໂລກມາຫງຳ ໝາກມັນຈຶ່ງບໍ່ແກ່ບໍ່ສຸກ. 15.ແລະສ່ວນທີ່ຕົກໃນດິນດີນັ້ນ ຄືພວກທີ່ຟັງ ພຣະວາຈາດ້ວຍໃຈດີໃຈກວ້າງ ແລະຮັກສາໄວ້ຈົນເກີດໝາກເກີດຜົນຍ້ອນຄວາມພາກພຽນອົດທົນ.
ຄວາມປຽບທຽບເລື່ອງຕະກຽງ
16.“ບໍ່ມີໃຜໃຕ້ໂຄມແລ້ວເອົາກະຖັງມາກວບ ຫລືເອົາໄປໄວ້ກ້ອງຕຽງນອນ ແຕ່ເອົາໄປໃສ່ຮ້ານຕັ້ງເພື່ອໃຫ້ພວກທີ່ເຂົ້າມາໄດ້ເຫັນຮຸ່ງ. 17.ຍ້ອນວ່າບໍ່ມີສິ່ງໃດທີ່ຊຸກເຊື່ອງໄວ້ ຈະບໍ່ປາກົດອອກມາ ແລະບໍ່ມີຄວາມລັບອັນໃດທີ່ຄົນຈະບໍ່ຮູ້ ແລະຈະບໍ່ປາກົດແຈ້ງ. 18.ດັ່ງນີ້ ຈົ່ງລະວັງໃຫ້ດີວ່າ ພວກເຈົ້າຟັງຢ່າງໃດ ຍ້ອນວ່າຜູ້ໃດມີ ເຂົາຈະຕື່ມໃຫ້ ສ່ວນຜູ້ບໍ່ມີ ອັນທີ່ຕົວຄຶດວ່າມີ ເຂົາກໍຈະເອົາໄປຊ້ຳ.”
ຍາດພີ່ນ້ອງແທ້ຂອງພຣະເຢຊູເຈົ້າ
19.ພຣະມານດາແລະພວກພີ່ນ້ອງມາຫາພຣະເຢຊູເຈົ້າ, ແຕ່ເຂົ້າໄປເຖິງພຣະອົງບໍ່ໄດ້ຍ້ອນຄົນຫລາຍ. ມີຜູ້ທູນພຣະອົງວ່າ: “ມານດາແລະພີ່ນ້ອງຂອງທ່ານຢູ່ທາງນອກຢາກຈະພົບທ່ານ.” 21.ແຕ່ພຣະອົງກ່າວຕອບວ່າ: “ມານດາແລະພີ່ນ້ອງຂອງເຮົາຄື ຜູ້ທີ່ຟັງວາຈາຂອງພຣະເປັນເຈົ້າແລະປະຕິບັດຕາມ.”
ຊົງຜາບລົມພະຍຸ
22.ມື້ໜຶ່ງ ພຣະເຢຊູເຈົ້າສະເດັດລົງເຮືອພ້ອມກັບພວກສາວົກ ແລະສັ່ງພວກເຂົາວ່າ: “ຈົ່ງຂ້າມທະເລສາບໄປຟາກພຸ້ນ”. ພວກສາວົກກໍອອກເຮືອໄປ. 23.ເວລາເຮືອແລ່ນໄປນັ້ນ, ພຣະອົງຊົງນອນຫລັບ. ລົມໃຫຍ່ພັດລົງມາສູ່ທະເລສາບ, ນ້ຳຊັດເຂົ້າເຮືອ, ເປັນການຕົກຢູ່ໃນຂັ້ນອັນຕະລາຍ. 24.ພວກເຂົາຫຍັບເຂົ້າໄປປຸກພຣະອົງແລະທູນວ່າ: “ພຣະອາຈານ, ພຣະອາຈານ, ພວກເຮົາພວມຈະຕາຍຢູ່ແລ້ວ”. ພຣະອົງຕື່ນຂຶ້ນບັງຄັບລົມແລະນ້ຳຟອງ, ແລ້ວກໍເກີດມີຄວາມສະຫງົບ. 25.ພຣະອົງຈຶ່ງກ່າວກັບພວກສາວົກວ່າ: “ຄວາມເຊື່ອຂອງພວກເຈົ້າຢູ່ໃສ?” ພວກສາວົກກຳລັງຢ້ານແລະປະຫລາດໃຈເວົ້າກັນວ່າ: “ທ່ານຜູ້ນີ້ແມ່ນໃຜ ຈຶ່ງບັງຄັບລົມແລະນ້ຳໃຫ້ຟັງຄວາມໄດ້?”
ຊົງປິ່ນປົວຄົນຖືກຜີສິງ
26.ພຣະເຢຊູເຈົ້າແລະພວກສາວົກໄດ້ໄປຈອດເຮືອທີ່ຝັ່ງເມືອງເຄຣາຊາ, ຢູ່ກົງຂ້າມກັບແຂວງຄາລີເລ. 27.ເມື່ອພຣະອົງຂຶ້ນບົກ ກໍພໍດີພົບກັບຄົນຊາວເມືອງນັ້ນຜູ້ໜຶ່ງຖືກຜີປີສາດຫລາຍໂຕເຂົ້າສິງ. ແຕ່ເຫິງນານແລ້ວ ເຂົາບໍ່ນຸ່ງສົ້ງເສື້ອ, ບໍ່ອາໄສຢູ່ເຮືອນ, ແຕ່ໄປອາໄສຢູ່ໃນຄູຫາຝັງສົບ. 28.ພໍເຫັນພຣະເຢຊູເຈົ້າ, ມັນກໍຮ້ອງອຶກກະທຶກ, ມາໝູບລົງແທບພະບາດຂອງພຣະອົງ ແລະຮ້ອງສຽງດັງວ່າ: “ເຢຊູ, ບຸດຂອງພຣະເຈົ້າຜູ້ສູງສຸດ, ທ່ານມາກວນເຮົາຫຍັງ? ຂໍຢ່າມາບັງບຽດເຮົາເລີຍ”. 29.ທັງນີ້ກໍຍ້ອນພຣະເຢຊູເຈົ້າຊົງບັງຄັບໃຫ້ຜີຊົ່ວຮ້າຍອອກຈາກຊາຍຄົນນັ້ນ. ດ້ວຍວ່າຜີໄດ້ເຂົ້າສິງລາວຫລາຍເທື່ອແລ້ວ. ເພື່ອຮັກສາລາວໄວ້ ມີຄົນໄດ້ເອົາສາຍໂສ້ແລະເຊືອກມາມັດ. ແຕ່ລາວໄດ້ຫັກສາຍໂສ້ແລະເຊືອກຂາດໝົດ, ແລ້ວຜີປີສາດກໍພາລາວໄປຢູ່ບ່ອນປ່ຽວ. 30.ພຣະເຢຊູເຈົ້າໄດ້ຖາມມັນວ່າ: “ເຈົ້າຊື່ຫຍັງ?” ມັນຕອບວ່າ: “ກອງທັບ”, ຍ້ອນວ່າມີຜີຫລາຍໂຕເຂົ້າສິງຢູ່ໃນຕົວຄົນນັ້ນ. 31.ແລ້ວພວກຜີໄດ້ວອນຂໍພຣະອົງຢ່າສັ່ງໃຫ້ພວກມັນໄປນະລົກ. 32.ຢູ່ທີ່ນັ້ນມີໝູຢູ່ຫລາຍໂຕກຳລັງຫາກິນຢູ່ເທິງພູ. ພວກຜີປີສາດຈຶ່ງວອນຂໍພຣະອົງອະນຸຍາດໃຫ້ເຂົ້າໄປສິງໝູ; ພຣະອົງກໍອະນຸຍາດໃຫ້. 33.ພວກຜີປີສາດກໍອອກຈາກຄົນນັ້ນ, ແລ້ວເຂົ້າໄປສິງໝູ. ຝູງໝູກໍແລ່ນຈາກເກີ້ຍພູ, ໂຕນລົງໃນທະເລສາບ ຕາຍຈົມນ້ຳໝົດ. 34.ເຫັນດັ່ງນີ້ ພວກລ້ຽງໝູກໍພາກັນແລ່ນໜີ ແລະຂ່າວໃຫ້ຊາວບ້ານຊາວເມືອງຮູ້. 35.ຊາວບ້ານຊາວເມືອງພາກັນມາເບິ່ງເຫດການທີ່ເກີດຂຶ້ນ ແລະເມື່ອມາຮອດພຣະເຢຊູເຈົ້າ, ພວກເຂົາໄດ້ເຫັນຄົນຜູ້ຜີໄດ້ອອກຈາກນັ້ນ ນັ່ງຢູ່ແທບພະບາດພຣະເຢຊູເຈົ້າ, ນຸ່ງຫົ່ມຮຽບຮ້ອຍແລະມີສະຕິດີ; ພວກເຂົາກໍມີຄວາມຢ້ານກົວ. 36.ພວກທີ່ໄດ້ເຫັນເຫດການ ກໍເລົ່າເລື່ອງຄົນຜີສິງໄດ້ຫາຍດີແນວໃດສູ່ພວກເຂົາຟັງ. 37.ແລ້ວຝູງຊົນທັງຫລາຍໃນຂົງເຂດເຄຣາຊາຈຶ່ງວອນຂໍພຣະອົງໃຫ້ສະເດັດໄປຈາກພວກເຂົາ, ຍ້ອນວ່າພວກເຂົາຢ້ານຫລາຍ. ພຣະເຢຊູເຈົ້າຈຶ່ງສະເດັດລົງເຮືອຫລົບເມືອ. 38.ສ່ວນຄົນຜູ້ຫວິດຈາກຜີສິງ ກໍໄຫວ້ວອນຂໍໄປນຳພຣະອົງ. ແຕ່ພຣະອົງໄດ້ສັ່ງເຂົາເມືອ ພ້ອມທັງບອກວ່າ: 39.“ຈົ່ງຫລົບເມືອເຮືອນເຈົ້າ ແລະປ່າວໃຫ້ທຸກຄົນຮູ້ເຖິງສິ່ງທີ່ພຣະເປັນເຈົ້າໄດ້ກະທຳຕໍ່ເຈົ້າ”. ຄົນນັ້ນກໍໄດ້ໄປໂຄສະນາທົ່ວເມືອງເຖິງສິ່ງທີ່ພຣະເຢຊູເຈົ້າໄດ້ກະທຳຕໍ່ເຂົານັ້ນ.
ລູກສາວຂອງຢາອີ ແລະຜູ້ຍິງລົງເລືອດ
40.ເມື່ອພຣະເຢຊູເຈົ້າຫລົບມາ, ກໍມີຝູງຊົນມາຕ້ອນຮັບ, ຍ້ອນວ່າທຸກຄົນຄອງຖ້າພຣະອົງ. 41.ພໍດີມີບຸລຸດຜູ້ໜຶ່ງຊື່ຢາອີ ມາເຖິງ. ເຂົາເປັນຫົວໜ້າໂຮງທຳ. ເຂົາຂາບລົງແທບພະບາດພຣະເຢຊູເຈົ້າ, ວອນຂໍພຣະອົງສະເດັດໄປເຮືອນເຂົາ. 42.ຍ້ອນວ່າເຂົາມີລູກສາວດຽວ, ອາຍຸປະມານສິບສອງປີ, ກຳລັງຈະສິ້ນໃຈ. ເວລາພຣະເຢຊູເຈົ້າກຳລັງສະເດັດໄປນັ້ນ, ຝູງຊົນກໍບຽດແຫຍ້ພຣະອົງ.
43.ຍັງມີຍິງຜູ້ໜຶ່ງລົງເລືອດມາແຕ່ສິບສອງປີແລ້ວ, ແລະບໍ່ມີໃຜປົວໄດ້. 44.ນາງຫຍັບເຂົ້າມາທາງຫລັງ, ແລ້ວບາຍຍອຍເສື້ອຕຸ້ມຂອງພຣະອົງ. ທັນທີພະຍາດລົງເລືອດກໍເຊົາ. 45.ພຣະເຢຊູເຈົ້າຖາມວ່າ: “ຜູ້ໃດຈັບບາຍເຮົາ?” ໃຜໆກໍປະຕິເສດ. ເປໂຕແລະພວກທີ່ຢູ່ກັບພຣະອົງທູນວ່າ: “ພຣະອາຈານ, ແມ່ນຝູງຊົນທີ່ບຽດແຫຍ້ພຣະອົງນັ້ນແລ້ວ...” 46.ແຕ່ພຣະເຢຊູເຈົ້າກ່າວວ່າ: “ມີຜູ້ໜຶ່ງຈັບບາຍເຮົາ, ຍ້ອນເຮົາຮູ້ສຶກມີຣິດອອກຈາກຕົວເຮົາ”. 47.ເມື່ອເຫັນວ່າອຳໄວ້ບໍ່ໄດ້ແລ້ວ, ນາງຕົວສັ່ນ ເຂົ້າມາຂາບລົງແທບພະບາດ, ທູນຕໍ່ໜ້າຄົນທັງຫລາຍວ່າ ດ້ວຍເຫດໃດນາງຈຶ່ງຈັບບາຍພຣະອົງ ແລະໄດ້ດີຈາກພະຍາດໃນທັນທີ. 48.ພຣະເຢຊູເຈົ້າຈຶ່ງກ່າວກັບນາງວ່າ: “ລູກເອີຍ! ຄວາມເຊື່ອຂອງເຈົ້າໄດ້ຊ່ວຍເຈົ້າໃຫ້ຮອດ. ຈົ່ງເມືອດີ”.
49.ເມື່ອເວລາພຣະເຢຊູເຈົ້າກຳລັງກ່າວຢູ່ນັ້ນ, ກໍພໍດີຜູ້ໜຶ່ງຈາກເຮືອນຂອງຫົວໜ້າໂຮງທຳມາບອກກັບເພິ່ນວ່າ: “ເວລານີ້ ລູກສາວຂອງທ່ານຕາຍແລ້ວ. ຢ່າລົບກວນພຣະອາຈານເລີຍ”. 50.ພຣະເຢຊູເຈົ້າໄດ້ຍິນ, ຈຶ່ງກ່າວກັບຜູ້ບິດາວ່າ: “ຢ່າຢ້ານ, ຂໍໃຫ້ເຊື່ອທໍ່ນັ້ນ ແລະນາງນັ້ນຈະຮອດຊີວິດ”. 51.ເມື່ອໄປເຖິງເຮືອນ ພຣະອົງບໍ່ອະນຸຍາດໃຫ້ຜູ້ອື່ນໃດເຂົ້າໄປນຳ, ນອກຈາກເປໂຕ, ຢວງ, ຢາໂກເບ ກັບພໍ່ແມ່ຂອງເດັກນັ້ນ. 52.ທຸກຄົນຮ້ອງໄຫ້ແລະຈົ່ມທຸກນຳນາງ. ພຣະເຢຊູເຈົ້າກ່າວວ່າ: “ພວກເຈົ້າຢ່າຮ້ອງໄຫ້; ນາງນ້ອຍບໍ່ໄດ້ຕາຍດອກ ແຕ່ນອນຫລັບ”. 53.ພວກເຂົາພາກັນຫົວຂວັນພຣະອົງ, ຍ້ອນພວກເຂົາຮູ້ວ່າເດັກນັ້ນຕາຍແທ້. 54.ພຣະເຢຊູເຈົ້າຈຶ່ງຈັບມືເດັກແລະເອີ້ນສຽງດັງວ່າ: ນາງນ້ອຍເອີຍ, ຈົ່ງລຸກຂຶ້ນ”. 55.ຈິດຂອງນາງຜູ້ຕາຍກໍຄືນມາ ແລະນາງກໍລຸກຂຶ້ນທັນທີ. ພຣະອົງຈຶ່ງສັ່ງໃຫ້ເຂົາເອົາອາຫານມາໃຫ້ນາງກິນ. 56.ພໍ່ແມ່ຂອງນາງມີຄວາມພິດສະຫວົງງົງງຶດ. ພຣະອົງໄດ້ສັ່ງຫ້າມ ບໍ່ໃຫ້ເລົ່າລືສິ່ງທີ່ເປັນມານັ້ນໃຫ້ຜູ້ໃດຟັງ.