ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 7
ຊົງປິ່ນປົວຄົນໃຊ້ຂອງນາຍຮ້ອຍທະຫານ
1.ເມື່ອກ່າວຂໍ້ຄວາມເຫລົ່ານີ້ກັບປະຊາຊົນສິ້ນສຸດລົງ. ພຣະເຢຊູເຈົ້າກໍສະເດັດເຂົ້າ ໃນເມືອງກາຟາກນາອຸມ. 2.ໃນເວລານັ້ນ ມີຄົນໃຊ້ຮັກແພງຂອງນາຍຮ້ອຍທະຫານຜູ້ໜຶ່ງ ກຳລັງເຈັບໜັກຈວນຈະຕາຍ. 3.ພໍໄດ້ຍິນເວົ້າເຖິງພຣະເຢຊູເຈົ້າ ນາຍທະຫານກໍສົ່ງເຖົ້າແກ່ ຄົນຢິວລາງຄົນ ໄປຂາບວອນຂໍພຣະອົງສະເດັດມາຊ່ອຍຄົນໃຊ້ຂອງຕົນໃຫ້ລອດຊີວິດ. 4.ເມື່ອເຖົ້າແກ່ໄປຮອດ ກໍວອນຂໍພຣະເຢຊູເຈົ້າຢ່າງສຸດຈິດສຸດໃຈວ່າ: “ນາຍທະຫານນັ້ນ ສົມໄດ້ຮັບຄວາມກະລຸນາຈາກທ່ານ. 5.ຍ້ອນເພິ່ນຮັກແພງຊາດຂອງພວກເຮົາ ແລະເພິ່ນໄດ້ສ້າງໂຮງທຳໃຫ້ພວກເຮົາດ້ວຍ.” 6.ພຣະເຢຊູເຈົ້າຈຶ່ງສະເດັດໄປນຳພວກນັ້ນ ພໍໄປໃກ້ຈະເຖິງເຮືອນນາຍທະຫານ. ນາຍທະຫານກໍສົ່ງມິດສະຫາຍຂອງຕົນອອກມາຂາບທູນພຣະອົງວ່າ: “ພຣະອົງເຈົ້າໂຜດຢ່າລຳບາກທ້ອນ! ຍ້ອນວ່າຂ້ານ້ອຍບໍ່ສົມຕ້ອນຮັບພຣະອົງສະເດັດເຂົ້າມາໃນເຮືອນຂອງຂ້ານ້ອຍ; 7.ດ້ວຍເຫດນີ້ແລ້ວ ຂ້ານ້ອຍຈຶ່ງບໍ່ກ້າໄປຫາພຣະອົງດ້ວຍຕົນເອງ. ແຕ່ວ່າຂໍພຣະອົງກ່າວແຕ່ຄວາມດຽວເທົ່ານັ້ນ ແລ້ວຄົນໃຊ້ຂອງຂ້ານ້ອຍກໍຈະຫາຍດີ. 8.ຍ້ອນວ່າຂ້ານ້ອຍເປັນແຕ່ຜູ້ຮອງ ກໍຍັງມີທະຫານຢູ່ກ້ອງອໍານາດ. ຂ້ານ້ອຍບອກກັບຜູ້ນີ້ວ່າ: “ໄປ” ເຂົາກໍໄປ. ບອກຜູ້ນັ້ນວ່າ: “ມາ” ເຂົາກໍມາ, ແລະບອກກັບຄົນໃຊ້ວ່າ: “ຈົ່ງທຳສິ່ງນີ້” ເຂົາກໍທຳ.” 9.ໄດ້ຍິນຄວາມເວົ້ານີ້ ພຣະເຢຊູເຈົ້າກໍຮູ້ສຶກຊົມຊອບໃນເຂົາ, ແລ້ວຫັນມາກ່າວກັບຝູງຊົນທີ່ໄປນຳວ່າ: “ເຮົາບອກພວກເຈົ້າວ່າ: ແມ່ນແຕ່ໃນອິສຣາແອນເອງ ເຮົາບໍ່ເຄີຍເຫັນຄົນມີຄວາມເຊື່ອຍິ່ງໃຫຍ່ແນວນີ້.” 10.ພວກຖືກສົ່ງມາກໍຫລົບເມືອເຮືອນແລະເຫັນຄົນໃຊ້ນັ້ນສະບາຍດີແລ້ວ.
ໂຜດໃຫ້ບຸດຊາຍຂອງນາງໝ້າຍກັບເປັນຄືນມາ
11.ຕໍ່ມາ ພຣະເຢຊູເຈົ້າສະເດັດໄປເມືອງແຫ່ງໜຶ່ງຊື່ວ່ານາອິມ ພວກສາວົກແລະມະຫາຊົນມາກມາຍກໍຕິດຕາມພຣະອົງໄປ. 12.ເມື່ອເວລາສະເດັດໄປໃກ້ປະຕູເມືອງ, ພໍດີມີຄົນຫາມສົບອອກມາ ຜູ້ຕາຍນັ້ນເປັນລູກຊາຍດຽວຂອງນາງໝ້າຍ. ຊາວເມືອງເປັນອັນມາກຕິດຕາມນາງມາ. 13.ພຣະເຢຊູເຈົ້າທອດພຣະເນດເຫັນນາງ ກໍມີຄວາມສົງສານ ຈຶ່ງກ່າວກັບນາງວ່າ: “ຢ່າຮ້ອງໄຫ້.” 14.ແລ້ວພຣະອົງສະເດັດເຂົ້າໄປໃກ້ ສຳພັດຫີບສົບ, ຄົນຫາມກໍຢຸດ. ພຣະອົງກ່າວວ່າ: “ທ້າວເອີຍ! ເຮົາສັ່ງເຈົ້າ, ຈົ່ງລຸກຂຶ້ນ.” 15.ທັນໃດນັ້ນ, ຜູ້ຕາຍກໍລຸກຂຶ້ນ ແລະເລີ່ມປາກເວົ້າ. ແລ້ວພຣະອົງຊົງມອບໃຫ້ແມ່ຂອງເຂົາ. 16.ຄົນທັງຫລາຍເກີດຄວາມຢ້ານກົວ ແລະພາກັນຮ້ອງສັນຣະເສີນພຣະເປັນເຈົ້າວ່າ: “ປະພາສົກຜູ້ຍິ່ງໃຫຍ່ໄດ້ປາກົດຕົວຢູ່ກາງພວກເຮົາແລ້ວ, ແລະພຣະເປັນເຈົ້າໄດ້ສະເດັດມາຢ້ຽມຢາມລາດສະດອນຂອງພຣະອົງ.” 17.ແລະສຽງກ່າວສັນຣະເສີນນີ້ກໍຊ່າລືໄປທົ່ວແຂວງຢູເດ ແລະທົ່ວປະເທດໃກ້ຄຽງ.
ຢວງສືບຄວາມແລະໄດ້ຮັບຄວາມຍ້ອງຍໍ
18.ພວກສາວົກຂອງຢວງກໍໄດ້ເລົ່າເລື່ອງເຫລົ່ານີ້ໃຫ້ຢວງຟັງ. ຢວງຈຶ່ງຮຽກເອົາສອງຄົນໃນພວກສາວົກຂອງທ່ານມາ 19.ແລ້ວສົ່ງໄປທູນພຣະເຢຊູເຈົ້າວ່າ: “ທ່ານແມ່ນຜູ້ທີ່ຈະມານັ້ນບໍ? ຫລືໃຫ້ພວກຂ້ານ້ອຍຄອງຖ້າຜູ້ອື່ນອີກບໍ?” 20.ພໍໄປຮອດ ສາວົກທັງສອງກໍທູນວ່າ: “ທ່ານຢວງບັບຕິສຕາໄດ້ສົ່ງພວກຂ້ານ້ອຍມາຖາມວ່າ: “ທ່ານແມ່ນຜູ້ຈະມານັ້ນບໍ ຫລືວ່າໃຫ້ພວກຂ້ານ້ອຍຄອງຖ້າຜູ້ອື່ນອີກ?” 21.ໃນເວລານັ້ນ ພຣະເຢຊູເຈົ້າກຳລັງປິ່ນປົວຄົນເຈັບໂຊ ຄົນພິການ ຄົນຖືກຜີຊົ່ວຮ້າຍສິງຢ່າງຫລວງຫລາຍ ແລະໄດ້ໃຫ້ຄົນຕາບອດຫລາຍຄົນເຫັນຮຸ່ງດ້ວຍ. 22.ພຣະອົງກ່າວຕອບສາວົກຂອງຢວງວ່າ: “ຈົ່ງໄປເລົ່າໃຫ້ຢວງຟັງ ສິ່ງທີ່ພວກເຈົ້າໄດ້ຍິນແລະໄດ້ເຫັນຄື ຄົນຕາບອດເຫັນຮຸ່ງ ຄົນເປ້ຍຍ່າງໄດ້ ຄົນຂີ້ທູດດີພະຍາດ ຄົນຫູໜວກໄດ້ຍິນ ຄົນຕາຍກັບເປັນຄືນມາ ຄົນທຸກຈົນໄດ້ຮັບຂ່າວປະເສີດ. 23.ບຸນລາບແກ່ຜູ້ບໍ່ຖືເອົາເຮົາເປັນສະດຸດ.”
24.ເມື່ອພວກທີ່ຢວງສົ່ງມານັ້ນໄປແລ້ວ ພຣະເຢຊູເຈົ້າຈຶ່ງກ່າວກັບປະຊາຊົນເຖິງຢວງວ່າ “ພວກເຈົ້າໄດ້ໄປເບິ່ງຫຍັງຢູ່ທີ່ປ່ຽວ? ໄປເບິ່ງກົກເລົາທີ່ຕີງໄປມາຕາມລົມບໍ? 25.ດັ່ງນັ້ນ ພວກເຈົ້າໄດ້ໄປເບິ່ງຫຍັງ? ໄປເບິ່ງຄົນນຸ່ງເສື້ອຜ້າອ່ອນນວມບໍ? ຄົນນຸ່ງເຄື່ອງຂອງປະເສີດແລະຈຳເລີນຊີວິດຢ່າງສະຫວາດສະເຫວີຍແບບນີ້ ກໍມີຢູ່ແຕ່ໃນລາດຊະວັງ. 26.ແຕ່ພວກເຈົ້າໄດ້ໄປເບິ່ງຫຍັງແທ້? ໄປເບິ່ງປະພາສົກບໍ? ແມ່ນແລ້ວ ແລະຍິ່ງໃຫຍ່ກວ່າປະພາສົກເສຍອີກ. 27.ແມ່ນກ່ຽວເຖິງທ່ານນີ້ເອງທີ່ມີຄຳຂຽນໄວ້ວ່າ: “ນີ້, ເຮົາສົ່ງທູດຂອງເຮົາໄປນຳໜ້າທ່ານ ເພື່ອຕຽມຫົນທາງຂອງທ່ານໄວ້ກ່ອນ.” 28.ເຮົາບອກພວກເຈົ້າວ່າ: ໃນບັນດາຜູ້ທີ່ເກີດຈາກຜູ້ຍິງ ບໍ່ມີຜູ້ໃດຍິ່ງໃຫຍ່ກວ່າຢວງ ແຕ່ຜູ້ຕ່ຳຕ້ອຍກວ່າໝົດໃນອານາຈັກພຣະເປັນເຈົ້າກໍຍັງໃຫຍ່ກວ່າຢວງ. 29.ພວກປະຊາຊົນທີ່ໄດ້ຟັງພ້ອມທັງພວກເກັບສ່ວຍ ໄດ້ພ້ອມກັນນິຍົມຊົມຊອບໃນແຜນການຂອງພຣະເປັນເຈົ້າ ໂດຍຮັບພິທີລ້າງຂອງຢວງ. 30.ສ່ວນພວກຟາຣີເຊວແລະພວກນັກກົດໝາຍ ທຳໃຫ້ແຜນການຂອງພຣະເປັນເຈົ້າໃນຕົວເຂົາເສຍໄປ ຍ້ອນບໍ່ຍອມຮັບພິທີລ້າງຈາກຢວງ.
ຄຳຕັດສິນຂອງພຣະເຢຊູເຈົ້າ
31.“ເຮົາຈະປຽບຄົນເຊັ່ນນີ້ໃສ່ກັບໃຜ? ພວກເຂົາຄ້າຍຄືກັບຜູ້ໃດນໍ! 32.ພວກເຂົາເປັນຄືໝູ່ເດັກນ້ອຍທີ່ນັ່ງເວົ້າກັນຢູ່ສະໜາມຫລວງວ່າ: “ພວກເຮົາໄດ້ເປົ່າປີ່ ແຕ່ພວກເຈົ້າບໍ່ໄດ້ຟ້ອນລຳ. ພວກເຮົາໄດ້ຮ້ອງບົດເພງໄວ້ທຸກ, ແຕ່ພວກເຈົ້າກໍບໍ່ໄດ້ຮ້ອງໄຫ້.” 33.ຍ້ອນວ່າ ເມື່ອຢວງບັບຕິສຕາມາ, ເພິ່ນບໍ່ກິນຂະໜົມປັງ ບໍ່ດື່ມເຫລົ້າອະງຸ່ນ ພວກເຈົ້າກໍເວົ້າວ່າ: ເພິ່ນຖືກຜີສິງ. 34.ເມື່ອບຸດແຫ່ງມະນຸດສະເດັດມາ ທັງກິນແລະດື່ມ, ພວກເຈົ້າກໍເວົ້າວ່າ: ນີ້ແຫລະຄົນໂລພາແລະນັກດື່ມ, ເປັນໝູ່ຂອງຄົນເກັບສ່ວຍແລະຄົນບາບ. 35.ແຕ່ວ່າພະປີຊາສະຫລາດໄດ້ຮັບຄວາມນິຍົມຊົມຊອບຈາກພວກລູກຂອງພຣະອົງ.”
ຍິງຄົນບາບໄດ້ຮັບອະໄພ
36.ຟາຣີເຊວຜູ້ໜຶ່ງໄດ້ເຊີນພຣະເຢຊູເຈົ້າໄປຮັບປະທານອາຫານຢູ່ເຮືອນຂອງຕົນ ເມື່ອເຂົ້າໄປໃນເຮືອນແລ້ວ ພຣະອົງກໍຊົງປະທັບນັ່ງຮັບອາຫານ. 37.ພໍດີຍິງຊົ່ວຜູ້ໜຶ່ງໃນເມືອງນັ້ນ ຮູ້ຂ່າວວ່າພຣະເຢຊູເຈົ້າຮັບອາຫານຢູ່ເຮືອນຂອງຟາຣີເຊວ. ນາງຈຶ່ງຖືເຕົ້າຫິນອ່ອນເຕັມດ້ວຍນ້ຳຫອມເຂົ້າມາ. 38.ນາງມາໂຍບຕົວລົງທີ່ພະບາດທາງຫລັງພຣະເຢຊູເຈົ້າ ນາງຮ້ອງໄຫ້ນ້ຳ ຕາຮົດພະບາດ ແລ້ວເອົາຜົມເຊັດ ນາງຈູບພະບາດແລະເອົານ້ຳຫອມລູບທາ. 39.ເຫັນດັ່ງນັ້ນ ຟາຣີເຊວຜູ້ເຊີນພຣະອົງກໍຄຶດວ່າ: “ຖ້າວ່າທ່ານຜູ້ນີ້ແມ່ນປະພາສົກ ກໍຄົງຈະຮູ້ວ່າ ຍິງຜູ້ຈັບບາຍຕົນນັ້ນແມ່ນໃຜແລະເປັນຄົນແນວໃດ ຍ້ອນແມ່ນຍິງຊົ່ວ.” 40.ພຣະເຢຊູເຈົ້າຈຶ່ງກ່າວກັບເຂົາວ່າ: “ຊີມອນ ເຮົາຢາກເວົ້າກັບເຈົ້າແນວໜຶ່ງ.” ຊີມອນທູນຕອບວ່າ: “ພຣະອາຈານ ເຊີນເວົ້າໂລດ.”
41.“ເຈົ້າໜີ້ຜູ້ໜຶ່ງມີລູກໜີ້ສອງຄົນ ຜູ້ໜຶ່ງຕິດໜີ້ຫ້າຮ້ອຍຫລຽນທອງຄຳ ອີກຜູ້ໜຶ່ງຫ້າສິບຫລຽນທອງຄຳ. 42.ຍ້ອນທັງສອງບໍ່ມີຫຍັງມາໃຊ້ໜີ້ໄດ້ ເຈົ້າໜີ້ຈຶ່ງຍົກໜີ້ໃຫ້ທັງສອງ. ສອງຄົນນີ້ ໃຜຈະຮັກເຈົ້າໜີ້ຫລາຍກວ່າກັນ?” 43.ຊີມອນທູນຕອບວ່າ: “ຂ້ານ້ອຍຄິດວ່າ ຜູ້ເພິ່ນຍົກໜີ້ໃຫ້ຫລາຍກວ່ານັ້ນແລ້ວ.” ພຣະເຢຊູເຈົ້າກ່າວວ່າ: “ເຈົ້າຄຶດຖືກຕ້ອງດີ.” 44.ແລ້ວພຣະອົງຫັນພຣະພັກໄປຫາຍິງຜູ້ນັ້ນ ແລະກ່າວກັບຊີມອນວ່າ: “ເຈົ້າເຫັນຍິງຜູ້ນີ້ບໍ? ເຮົາເຂົ້າໃນເຮືອນເຈົ້າ ແລະເຈົ້າບໍ່ໄດ້ເອົານ້ຳມາລ້າງຕີນເຮົາ ສ່ວນນາງນີ້ໄດ້ເອົານ້ຳຕາຮົດແລະເອົາຜົມເຊັດ. 45.ເຈົ້າບໍ່ໄດ້ຈູບເຮົາ ສ່ວນນາງນີ້ ພໍແຕ່ເຮົາເຂົ້າມາ ກໍໄດ້ຈູບຕີນເຮົາຢູ່ບໍ່ເຊົາ.
46.ເຈົ້າບໍ່ໄດ້ເອົານ້ຳມາຊະໂລມສີສະຂອງເຮົາ ນາງນີ້ໄດ້ຖອກນ້ຳຫອມຮວາດເທົ້າຂອງເຮົາ 47.ດ້ວຍເຫດນີ້ ເຮົາບອກເຈົ້າວ່າ: ບາບຫລວງຫລາຍຂອງນາງໄດ້ຫລຸດແລ້ວ ຍ້ອນນາງໄດ້ສຳແດງຄວາມຮັກຫລາຍ. ສ່ວນຜູ້ທີ່ໄດ້ຮັບອະໄພໜ້ອຍ ກໍສຳແດງຄວາມຮັກໜ້ອຍ.” 48.ແລ້ວພຣະອົງກ່າວກັບນາງນັ້ນວ່າ: “ບາບຂອງເຈົ້າຫລຸດແລ້ວ.” 49.ພວກທີ່ຮ່ວມຮັບອາຫານເວົ້າໃນໃຈວ່າ: “ເພິ່ນຜູ້ນີ້ແມ່ນໃຜຈຶ່ງມີສິດໃຫ້ອະໄພບາບໄດ້?” 50.ພຣະເຢຊູເຈົ້າກ່າວກັບຍິງນັ້ນວ່າ: “ຄວາມເຊື່ອຂອງເຈົ້າໄດ້ຊ່ວຍເຈົ້າໃຫ້ຮອດ ຈົ່ງໄປດີ.”