ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 6
ເລື່ອງຮູດຮວງເຂົ້າ
1.ວັນພຣະວັນໜຶ່ງ, ໃນລະດູກ່ຽວເຂົ້າ, ພຣະເຢຊູເຈົ້າແລະພວກສາວົກເດີນຜ່ານທົ່ງນາ ພວກສາວົກໄດ້ຮູດຮວງເຂົ້າມາຍ່ອງແລ້ວຫຍ້ຳກິນ. 2.ຟາຣີເຊວລາງຄົນຈຶ່ງທ້ວງວ່າ: “ເປັນຫຍັງພວກເຈົ້າຈຶ່ງທຳສິ່ງເກືອດຫ້າມໃນວັນພຣະ?” 3.ພຣະເຢຊູເຈົ້າກ່າວຕອບວ່າ: “ພວກເຈົ້າບໍ່ໄດ້ອ່ານເລື່ອງທີ່ກະສັດດາວິດແລະພວກບໍລິວານໄດ້ກະທຳເມື່ອເວລາຫອດຫິວບໍ? 4.ກະສັດໄດ້ເຂົ້າໄປໃນທີ່ພຳນັກຂອງພຣະເປັນເຈົ້າ, ໄດ້ເອົາປັງທີ່ເສກຖະຫວາຍແລ້ວມາກິນ ທັງແຈກຢາຍໃຫ້ພວກບໍລິວານດ້ວຍ ແລະປັງນັ້ນ ມີແຕ່ພວກພຣະສົງເທົ່ານັ້ນທີ່ມີສິດຮັບກິນໄດ້?” 5.ແລ້ວພຣະອົງກ່າວວ່າ: “ບຸດແຫ່ງມະນຸດເປັນເຈົ້າວັນພຣະ.”
ຊົງປິ່ນປົວຄົນມືລີບ
6.ວັນພຣະອີກວັນໜຶ່ງ ພຣະເຢຊູເຈົ້າສະເດັດເຂົ້າໄປໃນໂຮງທຳແລະສັ່ງສອນ ກໍມີຄົນມືຂວາລີບຜູ້ໜຶ່ງຢູ່ທີ່ນັ້ນ. 7.ພວກອາຈານພຣະຄຳພີແລະຟາຣີເຊວພາກັນຈອບເບິ່ງວ່າ ພຣະອົງຈະປົວຄົນນັ້ນໃນວັນພຣະຫລືບໍ່ ເພື່ອຫາທາງຈັບຜິດພຣະອົງ. 8.ແຕ່ພຣະເຢຊູເຈົ້າຮູ້ຈັກຄວາມຄິດຂອງພວກເຂົາ, ຈຶ່ງກ່າວກັບຄົນມືລີບວ່າ: “ຈົ່ງລຸກຂຶ້ນຢືນຕໍ່ໜ້າໝູ່.” ຄົນນັ້ນກໍລຸກຂຶ້ນຢືນຢູ່. 9.ແລ້ວພຣະອົງກ່າວກັບພວກນັ້ນວ່າ: “ເຮົາຂໍຖາມພວກເຈົ້າແດ່: ໃນວັນພຣະມີອະນຸຍາດໃຫ້ທຳຄວາມດີຫລືຄວາມຊົ່ວ, ໃຫ້ຊ່ວຍຊີວິດຫລືທຳລາຍເສຍ ອັນໃດດີກວ່າ?” 10.ແລ້ວຊົງເຫລືອດສາຍຕາໄປຫາພວກເຫລົ່ານັ້ນ ພ້ອມທັງກ່າວກັບຄົນມືລີບວ່າ: “ຢຽດມືອອກ”. ຄົນນັ້ນກໍທຳຕາມ ແລະມືກໍດີເປັນປົກກະຕິ. 11.ພວກນັ້ນໂມໂຫສຸດຂີດແລະປຶກສາກັນວ່າ ຈະທຳຢ່າງໃດໃສ່ພຣະອົງ.
ຊົງເລືອກທຳມະທູດສິບສອງຄົນ
12.ໃນລະຫວ່າງນັ້ນ ພຣະເຢຊູເຈົ້າໄດ້ຂຶ້ນໄປພາວະນາຢູ່ເທິງພູ ແລະໄດ້ຊົງພາວະນາວິງວອນພຣະເປັນເຈົ້າຕະຫລອດຄືນ. 13.ພໍແຈ້ງສະຫວ່າງ ພຣະອົງກໍໄດ້ຮຽກເອົາພວກສາວົກມາຫາ ແລະໄດ້ຄັດເລືອກເອົາສິບສອງຄົນໃນພວກນັ້ນ. ພຣະອົງຕັ້ງຊື່ວ່າທຳມະທູດຄື: 14.ຊີມອນຜູ້ພຣະອົງໄດ້ໃຫ້ຊື່ວ່າເປໂຕ ອັນເດຣນ້ອງຊາຍຂອງເປໂຕ ຢາໂກເບ ຢວງ ຟີລິບ ບາກ ໂທໂລເມ 15.ມັດເທວ ໂທມາ ຢາໂກເບ ບຸດຂອງອັນເຟ, ຊີມອນຜູ້ມີຊື່ນ້ອຍວ່າ: ໃຈຮ້ອນຮົນ 16.ຢູດານ້ອງຂອງຢາໂກເບ ແລະຢູດາອິດສະກາຣິອົດທີ່ໄດ້ກາຍເປັນຜູ້ທໍລະຍົດ. 17.ແລ້ວພຣະອົງກໍສະເດັດລົງມາພ້ອມກັບພວກເຂົາແລະຢຸດຢູ່ບ່ອນຮາບພຽງ ມີໝູ່ພວກສາວົກແລະປະຊາຊົນມາກມາຍຈາກທົ່ວແຂວງຢູເດ ເຢຣູຊາແລມ ແລະເມືອງແຄມທະເລ ຄື: ຕີໂຣແລະຊີດອນຢູ່ນຳດ້ວຍ. 18.ພວກຄົນເຫລົ່ານີ້ພາກັນມາເພື່ອຟັງ ແລະເພື່ອຈະຫາຍຈາກພະຍາດຂອງຕົນ. ພວກທີ່ຖືກຜີຊົ່ວຮ້າຍລົບກວນກໍຫາຍດີດ້ວຍ. 19.ຝູງຊົນທັງໝົດນັ້ນຫາໂອກາດບາຍພຣະອົງ ຍ້ອນວ່າລິດທີ່ອອກຈາກພຣະອົງນັ້ນ ໄດ້ທຳໃຫ້ພວກເຂົາທຸກຄົນດີພະຍາດ.
ບຸນມະຫາລາບ
20.ພຣະອົງໄດ້ເງີຍພຣະພັກທອດພຣະເນດພວກສາວົກແລ້ວກ່າວວ່າ: “ບຸນລາບແກ່ພວກເຈົ້າຜູ້ທຸກຈົນ ຍ້ອນວ່າອານາຈັກຂອງພຣະເປັນເຈົ້າເປັນຂອງພວກເຈົ້າ. 21.ບຸນລາບແກ່ພວກເຈົ້າຜູ້ກຳລັງຫອດຫິວໃນເວລານີ້, ຍ້ອນວ່າຈະໄດ້ອິ່ມໜຳສຳຣານ. ບຸນລາບແກ່ພວກເຈົ້າຜູ້ກຳລັງຮ້ອງໄຫ້ໃນເວລານີ້ ຍ້ອນວ່າຈະໄດ້ຍິ້ມຫົວ. 22.ບຸນລາບແກ່ພວກເຈົ້າ ເມື່ອຖືກຄົນຄຽດຊັງ, ໄລ່ໜີ, ດ່າປ້ອຍແລະເຮັດໃຫ້ເສຍຊື່ສຽງຍ້ອນບຸດແຫ່ງມະນຸດ. 23.ພວກເຈົ້າຈົ່ງຊື່ນຊົມຍິນດີໃນມື້ນັ້ນ ຍ້ອນວ່າພວກເຈົ້າຈະມີບຳເໜັດລາງວັນອັນຍິ່ງໃຫຍ່ຢູ່ສະຫວັນ. ແຕ່ກ່ອນ ບັນພະບຸຣຸດຂອງພວກເຂົາກໍໄດ້ກະທຳແບບນີ້ຕໍ່ພວກປະພາສົກ.
ຄຳສາບແຊ່ງ
24.ແຕ່ວ່າ ເວນກຳແກ່ພວກເຈົ້າຜູ້ເປັນເສດຖີ ຍ້ອນວ່າພວກເຈົ້າໄດ້ຮັບຄວາມບັນເທົາແລ້ວ. 25.ເວນກຳແກ່ພວກເຈົ້າຜູ້ອິ່ມໜຳສຳຣານດຽວນີ້ ຍ້ອນວ່າພວກເຈົ້າຈະຫອດຫິວ.ເວນກຳແກ່ພວກເຈົ້າຜູ້ຍິ້ມຫົວຢູ່ດຽວນີ້ ຍ້ອນວ່າພວກເຈົ້າຈະຕ້ອງຈົ່ມທຸກແລະຮ້ອງໄຫ້. 26.ເວນກຳແກ່ພວກເຈົ້າຜູ້ມີຄົນທັງຫລາຍຍົກຍ້ອງສັນຣະເສີນ ຍ້ອນວ່າບັນພະບຸຣຸດຂອງພວກເຂົາກໍໄດ້ກະທຳດັ່ງນີ້ຕໍ່ພວກປະພາສົກເທັດທຽມ.
ຄວາມຮັກແລະຄວາມເມດຕາກະລຸນາ
27.ເຮົາບອກພວກເຈົ້າທີ່ກຳລັງຟັງເຮົາຢູ່ດຽວນີ້ວ່າ: “ຈົ່ງຮັກແພງສັດຕູຂອງພວກເຈົ້າ; ຈົ່ງທຳຄຸນໃຫ້ຜູ້ຄຽດຊັງພວກເຈົ້າ; 28.ຈົ່ງໃຫ້ພອນແກ່ຜູ້ທີ່ດ່າປ້ອຍພວກເຈົ້າ; ຈົ່ງພາວະນາອຸທິດໃຫ້ພວກທີ່ທຳຮ້າຍພວກເຈົ້າ. 29.ໃຜຕົບແກ້ມເຈົ້າເບື້ອງໜຶ່ງ, ຈົ່ງປິ່ນອີກເບື້ອງໜຶ່ງໃຫ້. ໃຜຍາດເອົາເສື້ອຕຸ້ມຂອງເຈົ້າໄປ ກໍຢ່າຫວງເສື້ອຊັ້ນໃນຂອງເຈົ້າໄວ້. 30.ຜູ້ໃດມາຂໍກໍຈົ່ງທານໃຫ້. ຜູ້ໃດຍາດເອົາຊັບເຈົ້າໄປ ກໍຢ່າໄດ້ຂໍຄືນ. 31.ພວກເຈົ້າຢາກໃຫ້ຄົນອື່ນທຳຕໍ່ພວກເຈົ້າແນວໃດ ກໍຈົ່ງທຳຕໍ່ເຂົາແນວນັ້ນ. 32.ຖ້າພວກເຈົ້າຮັກຜູ້ທີ່ຮັກພວກເຈົ້າ, ພວກເຈົ້າຈະໄດ້ຮັບຫຍັງເປັນບໍາເໜັດ? ແມ່ນແຕ່ຄົນບາບກໍປະພຶດຢ່າງດຽວກັນ. 33.ຖ້າພວກເຈົ້າທໍາຄຸນຕໍ່ຜູ້ມີຄຸນແລ້ວ. ພວກເຈົ້າຈະໄດ້ຮັບຫຍັງເປັນບຳເໜັດ? ແມ່ນແຕ່ຄົນບາບກໍທຳດັ່ງດຽວກັນ. 34.ແລະຖ້າພວກເຈົ້າໃຫ້ຢືມແກ່ຜູ້ທີ່ຕົນມີຫວັງວ່າຈະໄດ້ຄືນ, ພວກເຈົ້າຈະໄດ້ຮັບຫຍັງເປັນບຳເໜັດ? ຍ້ອນວ່າແມ່ນຄົນບາບກໍໃຫ້ໝູ່ຄົນບາບຢືມ ເພື່ອຈະໄດ້ຄືນມາທໍ່ເກົ່າ. 35.ກົງກັນຂ້າມ ພວກເຈົ້າຈົ່ງຮັກສັດຕູຂອງຕົນ. ຈົ່ງທຳຄວາມດີແລະໃຫ້ຢືມໂດຍບໍ່ມີຈະໄດ້ຄືນ; ດັ່ງນີ້ບຳເໜັດລາງວັນຂອງພວກເຈົ້າຈະຍິ່ງໃຫຍ່ ແລະຈະເປັນບຸດຂອງພຣະຜູ້ສູງສຸດ. ຍ້ອນວ່າ ພຣະອົງຊົງມີພຣະໄທດີຕໍ່ພວກເນລະຄຸນແລະພວກຄົນຊົ່ວຮ້າຍ. 36.ຈົ່ງມີຄວາມເມດຕາ ຄືພຣະບິດາຂອງພວກເຈົ້າຊົງມີຄວາມເມດຕານັ້ນເຖີດ. 37.ຢ່າຕັດສິນໃສ່ໂທດຜູ້ອື່ນ ແລ້ວຕົນເອງຈະບໍ່ຖືກຕັດສິນໃສ່ໂທດ; ຈົ່ງໃຫ້ອະໄພ ແລ້ວຈະໄດ້ຮັບການອະໄພດ້ວຍ. 38.ຈົ່ງໃຫ້ທານແລ້ວຈະມີຜູ້ໃຫ້ທານ. ເຂົາຈະຕິດຕວງໃສ່ປິກເສື້ອໃຫ້ພວກເຈົ້າຢ່າງດີຈົນຍັດແໜ້ນເຫລືອ ລົ້ນອອກມາ ຍ້ອນວ່າພວກເຈົ້າຕິດຕວງໃຫ້ແນວໃດ, ເຂົາກໍຈະຕິດຕວງໃຫ້ພວກເຈົ້າແນວນັ້ນ.”
ຕ້ອງມີຄວາມຮ້ອນຮົນແບບໃດ
39.ພຣະເຢຊູເຈົ້າຍັງກ່າວຄວາມປຽບທຽບໃຫ້ຝູງຊົນຟັງວ່າ: “ຄົນຕາບອດຈູງຄົນຕາບອດໄປບໍ່ໄດ້, ທັງສອງຈະບໍ່ພາກັນຕົກຂຸມຕົກໂສກບໍ? 40.ລູກສິດບໍ່ລື່ນອາຈານ ແຕ່ເມື່ອໄດ້ຮັບການເຝິກແອບຢ່າງດີແລ້ວກໍເໝືອນດັ່ງອາຈານ. 41.ເປັນຫຍັງເຈົ້າຈຶ່ງເຫັນເຟືອງຢູ່ໃນຕານ້ອງເຈົ້າ ສ່ວນໄມ້ຂື່ທີ່ຢູ່ໃນຕາເຈົ້ານັ້ນ ເຈົ້າກໍບໍ່ເຫັນ. 42.ເຈົ້າຈະບອກກັບນ້ອງໄດ້ຢ່າງໃດວ່າ: “ນ້ອງເອີຍ, ປະໃຫ້ຂ້ອຍເອົາເຟືອງອອກຈາກຕາໃຫ້.” ສ່ວນໄມ້ຂື່ທີ່ຢູ່ໃນຕາຂອງເຈົ້າ ເອງນັ້ນ ເຈົ້າບໍ່ເຫັນ. ຄົນທຽມໃຈບຸນເອີຍ? ຈົ່ງເອົາໄມ້ຂື່ອອກຈາກຕາຂອງເຈົ້າກ່ອນ ແລ້ວເຈົ້າຈຶ່ງຈະເຫັນຮຸ່ງເພື່ອເຂ່ຍເຟືອງອອກຈາກຕາຂອງນ້ອງເຈົ້າໄດ້. 43.ບໍ່ເຄີຍມີກົກໄມ້ແນວດີເກີດໝາກແນວບໍ່ດີ. ແລະບໍ່ເຄີຍມີກົກໄມ້ແນວບໍ່ດີ ເກີດໝາກແນວດີ. 44.ຢາກຮູ້ວ່າກົກໄມ້ໃດເປັນແນວໃດ ກໍໃຫ້ເບິ່ງໝາກຂອງມັນ ຍ້ອນວ່າບໍ່ເຄີຍປິດເອົາໝາກເດື່ອຈາກກົກໜາມ ແລະກໍບໍ່ເຄີຍເກັບເອົາໝາກອະງຸ່ນຈາກເຄືອໜາມດ້ວຍ. 45.ຄົນດີກໍເອົາຄວາມດີມາຈາກ ກອງຊັບອັນດີ ຄືຫົວໃຈຂອງຕົນ; ຄົນຊົ່ວຮ້າຍກໍເອົາຄວາມຊົ່ວຮ້າຍມາຈາກຫົວໃຈຊົ່ວຮ້າຍຂອງຕົນ. ຍ້ອນວ່າປາກເວົ້າສິ່ງທີ່ລົ້ນຫົວໃຈອອກມາ.
ການປະຕິບັດເປັນສິ່ງຈຳເປັນ
46.ເປັນຫຍັງພວກເຈົ້າຈຶ່ງຮຽກເຮົາວ່າ: ພຣະອົງເຈົ້າເອີຍ! ພຣະອົງເຈົ້າເອີຍ! ແລ້ວພວກເຈົ້າບໍ່ຖືຕາມຄວາມເຮົາບອກ? 47.ຜູ້ໃດມາຫາເຮົາ, ຟັງແລະຖືຕາມວາຈາຂອງເຮົາ. ເຮົາຈະສະແດງໃຫ້ພວກເຈົ້າເຫັນ ຄົນນັ້ນຄືຜູ້ໃດ? 48.ເຂົາຄືຄົນຜູ້ໜຶ່ງທີ່ກໍ່ສ້າງເຮືອນຊານ ໄດ້ຂຸດລົງໃຫ້ເລິກ ແລະວາງຮາກຢູ່ເທິງພະລານຫິນ. ເມື່ອເກີດມີນ້ຳຖ້ວມ ນ້ຳກໍຈະໄຫລຊັດມາໃສ່ເຮືອນຫລັງນີ້ ແຕ່ບໍ່ອາດທຳຄວາມເສຍຫາຍໃຫ້ເຮືອນຫລັງນີ້ໄດ້ ຍ້ອນວ່າໄດ້ສ້າງຢ່າງແໜ້ນໜາ. 49.ສ່ວນຜູ້ທີ່ຟັງແຕ່ບໍ່ຖືຕາມ ກໍປຽບດັ່ງຄົນທີ່ສ້າງເຮືອນເທິງດິນໂດຍບໍ່ມີຮາກ. ນ້ຳໄຫລບ່າມາ ທັນໃດເຮືອນນັ້ນກໍເພໝົດ ເປັນການເສຍຫາຍຢ່າງໃຫຍ່”.