ພຣະວໍຣະສານ ໂດຍນັກບຸນ ລູກາ

ພາກທີ 5

ຊົງຮຽກສາວົກສີ່ອົງຕົ້ນ

1.ຢູ່ມາວັນໜຶ່ງ ພຣະເຢຊູເຈົ້າປະທັບບົນຝັ່ງທະເລເຢເນຊາແຣັດ ມີມະຫາຊົນຫລັ່ງ ໄຫລມາຫ້ອມລ້ອມເຝົ້າຟັງພຣະວາຈາຂອງພຣະເປັນເຈົ້າ. 2.ພຣະອົງທອດພຣະເນດເຫັນເຮືອ ສອງລຳຈອດຢູ່ຮິມຝັ່ງ ສ່ວນຊາວປະມົງລົງໄປລ້າງມອງ. 3.ພຣະອົງຈຶ່ງສະເດັດລົງໃນເຮືອລຳໜຶ່ງ ອັນເປັນເຮືອຂອງຊີມອນ ແລະຂໍໃຫ້ຖອຍໄປໄກຝັ່ງໜ້ອຍໜຶ່ງ ແລ້ວພຣະອົງກໍຊົງນັ່ງໃນເຮືອນັ້ນ ເທດສະໜາສັ່ງສອນມະຫາຊົນ. 4.ເມື່ອເທດສະໜາແລ້ວ ພຣະອົງບອກຊີມອນວ່າ: “ຈົ່ງພາຍອອກໄປກາງວັງແລ້ວຕົກມອງຫາປາເຖີດ.” 5.ຊີມອນທູນຕອບວ່າ: “ພຣະອາຈານເອີຍ ພວກຂ້ານ້ອຍໄດ້ທຳງານອິດອ່ອນຕະຫລອດຄືນແລ້ວ ບໍ່ໄດ້ຫຍັງເລີຍ ແຕ່ເມື່ອພຣະອາຈານສັ່ງ ຂ້ານ້ອຍກໍຈະຕົກມອງອີກ.” 6.ແລະເມື່ອຕົກມອງແລ້ວກໍຖືກປາມາກຫລາຍຈົນມອງຂາດ. 7.ພວກເຂົາຈຶ່ງກວັກມືເອີ້ນໝູ່ຊາວປະມົງທີ່ຢູ່ເຮືອອີກລຳໜຶ່ງມາຊ່ວຍ ພວກນັ້ນກໍໄດ້ພາກັນມາ ແລະຕັກປາຂຶ້ນໃສ່ເຕັມເຮືອທັງສອງລຳຈົນເກືອບຫລົ້ມ. 8.ເຫັນດັ່ງນັ້ນ ຊີມອນເປໂຕຂາບລົງແທບພະບາດພຣະເຢຊູເຈົ້າທູນວ່າ: “ພຣະອົງເອີຍ ເຊີນຖອຍຫ່າງໄປຈາກຂ້ານ້ອຍເຖີດຍ້ອນຂ້ານ້ອຍແມ່ນຄົນບາບ.” 9.ຍ້ອນວ່າຊີມອນແລະພວກທີ່ຢູ່ນຳເຫັນປາຖືກ ມອງຫລາຍ ກໍພາກັນງົງງຶດຢ່າງໃຫຍ.່10.ຢາໂກເບແລະຢວງບຸດຂອງເຊເບເດທີ່ເປັນໝູ່ຂອງຊີມອນ ກໍຄືກັນດ້ວຍ ພຣະເຢຊູເຈົ້າຈຶ່ງກ່າວກັບຊີມອນວ່າ: “ຢ່າຢ້ານເລີຍ, ແຕ່ນີ້ໄປ ເຈົ້າຈະເປັນຜູ້ຈັບຄົນ.” 11.ແລະເມື່ອພາຍເຮືອມາເຖິງຝັ່ງແລ້ວ ພວກເຂົາກໍປະຖິ້ມທຸກສິ່ງທຸກຢ່າງ ຕິດຕາມພຣະເຢຊູເຈົ້າໄປ.

 

ຊົງປິ່ນປົວຄົນຂີ້ທູດຜູ້ໜຶ່ງ

12.ເວລານັ້ນ ພຣະເຢຊູເຈົ້າປະທັບຢູ່ທີ່ເມືອງໜຶ່ງ. ພໍດີມີຄົນເປັນຂີ້ທູດຜູ້ໜຶ່ງເຂົ້າມາຫາ. ພໍເຫັນພຣະອົງ ເຂົາກໍໝູບລົງຈຸດິນ ພ້ອມທັງໄຫວ້ວອນວ່າ: “ພຣະອົງເຈົ້າເອີຍ! ຖ້າພໍພຣະໄທແລ້ວ, ພຣະອົງກໍປິ່ນປົວຂ້ານ້ອຍໃຫ້ສະອາດບໍລິສຸດໄດ້.” 13.ພຣະເຢຊູເຈົ້າເດ່ພະຫັດໄປບາຍຕົວເຂົາ ພ້ອມທັງກ່າວວ່າ: “ເຮົາພໍໃຈ, ຈົ່ງສະອາດບໍລິສຸດເຖີດ.” ທັນທີພະຍາດຂີ້ທູດກໍເຫືອດຫາຍໄປ. 14.ພຣະອົງສັ່ງຫ້າມບໍ່ໃຫ້ບອກຜູ້ໃດ ແຕ່ພຣະອົງບອກວ່າ: “ຈົ່ງໄປສຳແດງຕົວຕໍ່ພຣະສົງ, ແລະຖະຫວາຍບູຊາຕາມທີ່ໂມແຊໄດ້ກຳນົດໄວ້ ເພື່ອເປັນຫລັກຖານຢືນຢັນແກ່ພວກເຂົາ. 15.ຊື່ສຽງຂອງພຣະເຢຊູເຈົ້າແຮງລືຊາໄປກວ່າອີກ ແລະຝູງຊົນມາກມາຍແລ່ນມາຫາເພື່ອຟັງພຣະອົງ ແລະເພື່ອຈະຫາຍຈາກພະຍາດຂອງຕົນ. 16.ແຕ່ພຣະເຢຊູເຈົ້າໄດ້ສະເດັດໄປບ່ອນສອກຫລີກ ແລະຊົງພາວະນາ.

 

ຊົງປິ່ນປົວຄົນເປັນລ່ອຍ

17.ຢູ່ມາວັນໜຶ່ງ ພຣະເຢຊູເຈົ້າກຳລັງເທດສະໜາສັ່ງສອນຢູ່ ມີພວກຟາຣີເຊວແລະພວກນັກກົດໝາຍ ທີ່ມາຈາກໝູ່ບ້ານໃນແຂວງຄາລີເລ ແຂວງຢູເດ ແລະນະຄອນເຢຣູຊາແລມ ນັ່ງຟັງຢູ່ດ້ວຍ ແລະພຣະອົງຊົງປິ່ນປົວພະຍາດຕ່າງໆ ເດຊະຣິດທານຸພາບຂອງພຣະອົງເຈົ້າ. 18.ພໍດີມີພວກຫາມຄົນເປັນລ່ອຍຜູ້ໜຶ່ງນອນເທິງຊະແນນມາເຖິງ ພວກເຂົາຊອກຫາທາງເອົາຄົນເຈັບນັ້ນເຂົ້າໄປວາງຕໍ່ພຣະພັກພຣະອົງ. 19.ແຕ່ບໍ່ຮູ້ຈະເຂົ້າທາງໃດຍ້ອນວ່າຄົນຫລາຍ ພວກເຂົາຈຶ່ງເອົາຄົນເຈັບຂຶ້ນເທິງຫລັງຄາພຽງ ແລ້ວຢ່ອນຄົນເຈັບພ້ອມກັບຊະແນນ ຜ່ານຫລັງຄາລົງມາຫວ່າງກາງຝູງຄົນຕໍ່ພຣະພັກພຣະເຢຊູເຈົ້າ. 20.ພຣະອົງຊົງເຫັນຄວາມເຊື່ອຂອງພວກເຂົາ ຈຶ່ງກ່າວວ່າ: “ສະຫາຍເອີຍ! ບາບຂອງເຈົ້າຫລຸດແລ້ວ.” 21.ພວກນັກກົດ ໝາຍແລະພວກຟາຣີເຊວພາກັນຄຶດໃນໃຈວ່າ: “ຜູ້ນີ້ແມ່ນໃຜນໍ ຈຶ່ງກ່າວຄຳປະໝາດປະຈານພຣະເປັນເຈົ້າ?” ນອກຈາກພຣະເປັນເຈົ້າຜູ້ດຽວແລ້ວ ມີຜູ້ໃດໂຜດບາບໄດ້ບໍ?” 22.ພຣະເຢຊູເຈົ້າຊົງຮູ້ເຫັນໃນຄວາມຄຶດຂອງພວກເຂົາ 23.ຈຶ່ງກ່າວວ່າ: “ບາບຂອງເຈົ້າຫລຸດແລ້ວ ກັບເວົ້າວ່າ: ລຸກຂຶ້ນຍ່າງໄປ, ອັນໃດງ່າຍກວ່າ? 24.ດັ່ງນີ້ເພື່ອໃຫ້ພວກເຈົ້າເຂົ້າໃຈວ່າ: ໃນແຜ່ນດິນນີ້ ບຸດແຫ່ງມະນຸດມີສິດໂຜດຍົກບາບໄດ້.”... ພຣະອົງຈຶ່ງກ່າວກັບຄົນເປັນລ່ອຍວ່າ: “ເຮົາສັ່ງເຈົ້າ ຈົ່ງລຸກຂຶ້ນ ແບກເອົາຊະແນນແລ້ວຫລົບເມືອເຮືອນເຈົ້າ.” 25.ທັນທີຄົນນັ້ນກໍລຸກຂຶ້ນຕໍ່ໜ້າພວກເຂົາ ແບກເອົາຊະແນນ ແລະຫລົບເມືອເຮືອນ ດ້ວຍຮ້ອງສັນຣະເສີນພຣະເປັນເຈົ້າ. 26.ທຸກຄົນຕື່ນຕົກໃຈແລະຮ້ອງສັນຣະເສີນພຣະເປັນເຈົ້າ ພວກເຂົາມີຄວາມຢ້ານກົວແລະເວົ້າວ່າ: “ມື້ນີ້ ພວກເຮົາໄດ້ເຫັນສິ່ງມະຫັດສະຈັນ.”

 

ຊົງຮຽກເລວີ

27.ແລ້ວນັ້ນ ພຣະເຢຊູເຈົ້າສະເດັດອອກໄປ ແລະທອດພຣະເນດເຫັນຄົນເກັບສ່ວຍຜູ້ ໜຶ່ງ ຊື່ເລວີ ນັ່ງຢູ່ດ່ານພາສີ; ພຣະອົງກ່າວກັບເຂົາວ່າ ”ຈົ່ງຕິດຕາມເຮົາມາ.” 28.ເຂົາກໍປະຖິ້ມທຸກຢ່າງແລະລຸກຂຶ້ນຕິດຕາມພຣະອົງໄປ 

29.ຕໍ່ມາເລວີໄດ້ຈັດງານກິນລ້ຽງເພື່ອເປັນກຽດແດ່ພຣະອົງຢູ່ທີ່ເຮືອນຂອງຕົນ. ມີພວກເກັບສ່ວຍແລະຄົນບາບອື່ນອີກຫລາຍມາຮ່ວມກິນລ້ຽງດ້ວຍ. 30.ພວກຟາຣີເຊວແລະພວກອາຈານພຣະຄຳພີພາກັນຈົ່ມ ແລະເວົ້າກັບສາວົກຂອງພຣະອົງວ່າ: “ເປັນຫຍັງພວກເຈົ້າຈຶ່ງກິນແລະດື່ມກັບພວກຄົນເກັບສ່ວຍແລະພວກຄົນບາບ?” 31.ພຣະເຢຊູເຈົ້າກ່າວຕອບວ່າ: “ບໍ່ແມ່ນຄົນຢູ່ດີມີແຮງດອກທີ່ຕ້ອງການໝໍຢາ, ແຕ່ແມ່ນຄົນເຈັບໂຊຕ່າງຫາກທີ່ຕ້ອງການ; 32.ເຮົາບໍ່ໄດ້ມາຮຽກເອົາຄົນຊອບທຳ, ແຕ່ມາຮຽກເອົາຄົນບາບໃຫ້ເປັນທຸກກັບໃຈ.” 

 

ກ່ຽວເລື່ອງການຖືສິນອົດອາຫານ

33.ພວກນັ້ນທູນພຣະອົງວ່າ: “ລູກສິດຂອງຢວງຖືສິນອົດອາຫານແລະສວດພາວະນາເລື້ອຍໆ ລູກສິດຂອງພວກຟາຣີເຊວກໍຖືຄືກັນ ແຕ່ລູກສິດຂອງທ່ານຍູທ່າງກິນແລະດື່ມ!” 34.ພຣະເຢຊູເຈົ້າກ່າວຕອບວ່າ: “ພວກເຈົ້າຈະໃຫ້ມິດສະຫາຍຂອງເຈົ້າບ່າວອົດອາຫານເວລາເຈົ້າບ່າວຍັງຢູ່ນຳບໍ? 35.ຈະມີມື້ໜຶ່ງ ເມື່ອເຈົ້າບ່າວຖືກຍົກໄປແລ້ວ ເວລານັ້ນແຫລະພວກເຂົາຈຶ່ງຈະອົດອາຫານ.” 36.ພຣະອົງກ່າວຄຳປຽບທຽບໃຫ້ພວກເຂົາຟັງວ່າ: “ບໍ່ມີໃຜຈີກເອົາແພຈາກເສື້ອໃໝ່ ໄປຕາບເສື້ອເກົ່າ. ດ້ວຍວ່າເສື້ອໃໝ່ຈະຂາດ ແລະແພໃໝ່ກໍຈະບໍ່ເຂົ້າກັບແພເກົ່າ. 37.ແລ້ວກໍບໍ່ມີໃຜເອົາເຫລົ້າອະງຸ່ນໃໝ່ໃສ່ໃນຖົງໜັງເກົ່າ ດ້ວຍວ່າເຫລົ້າໃໝ່ຈະເຮັດໃຫ້ຖົງເກົ່າແຕກ ເຫລົ້າຈະເຮ່ຍຮວາຍໄປ ແລະຖົງກໍຈະເສຍດ້ວຍ. 38.ແຕ່ໃຫ້ໃສ່ເຫລົ້າໃໝ່ໃນຖົງໃໝ່. ບໍ່ມີໃຜກິນເຫລົ້າເກົ່າແລ້ວມາຢາກເຫລົ້າໃໝ່ ຍ້ອນເຂົາເວົ້າວ່າ: ເຫລົ້າເກົ່າແຊບກວ່າ.”