ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 4
ພຣະເຢຊູເຈົ້າຖືກຫລອກລວງ
1.ພຣະເຢຊູເຈົ້າເຕັມພຽບດ້ວຍພຣະຈິດເຈົ້າ ຈຶ່ງສະເດັດຈາກຝັ່ງແມ່ນ້ຳຢໍແດນ. ພຣະຈິດໄດ້ພາພຣະອົງໄປຍັງໂຄກປ່ຽວ. 2.ພຣະອົງປະທັບຢູ່ທີ່ນັ້ນເປັນເວລາສີ່ສິບວັນ ແລະຖືກຜີປີສາດມາຫລອກລວງ. ຕະຫລອດເວລານັ້ນ ພຣະອົງບໍ່ໄດ້ຮັບປະທານຫຍັງເລີຍ. ເມື່ອລ່ວງ ໄປສີ່ສິບວັນແລ້ວ ພຣະອົງກໍຊົງຫິວໂຫຍເຕັມທີ. 3.ຜີປີສາດຈຶ່ງທູນພຣະອົງວ່າ: “ຖ້າທ່ານແມ່ນບຸດຂອງພຣະເຈົ້າແລ້ວ, ຈົ່ງບອກໃຫ້ກ້ອນຫິນກ້ອນນີ້ກາຍເປັນເຂົ້າຈີ່ເຖີດ”. 4.ພຣະເຢຊູເຈົ້າ ກ່າວຕອບວ່າ: “ມີຄຳຂຽນໄວ້ວ່າ ມະນຸດມີຊີວິດຢູ່ໄດ້ ບໍ່ແມ່ນຍ້ອນເຂົ້າຈີ່ເທົ່ານັ້ນ.” 5.ຜີປີສາດຈຶ່ງພາພຣະອົງໄປຍັງທີ່ສູງ ແລະສະແດງໃຫ້ເຫັນອານາຈັກທັງຫລາຍໃນໂລກຄາວນ້ອຍ ໜຶ່ງ 6.ແລ້ວທູນວ່າ: “ເຮົາຈະມອບອະນຸພາບແລະກຽດມຸງຄຸນແຫ່ງອານາຈັກເຫລົ່ານີ້ໃຫ້ທ່ານ ຍ້ອນມັນແມ່ນກຳມະສິດຂອງເຮົາແລ້ວ ຈະມອບໃຫ້ໃຜກໍສຸດແລ້ວແຕ່ເຮົາ. 7.ດັ່ງນັ້ນ ຖ້າທ່ານຂາບລົງໄຫວ້ເຮົາ ທຸກສິ່ງເຫລົ່ານັ້ນກໍຈະເປັນຂອງທ່ານທັງໝົດ. 8.ພຣະເຢຊູເຈົ້າ ກ່າວຕອບວ່າ: “ມີຄຳຂຽນໄວ້ວ່າ: ຈົ່ງນະມັດສະການພຣະເຈົ້າຂອງເຈົ້າ ແລະຮັບໃຊ້ພຣະອົງແຕ່ຜູ້ດຽວ.” 9.ແລ້ວຜີປີສາດພາພຣະອົງໄປນະຄອນເຢຣູຊາແລມ, ໃຫ້ປະທັບຢູ່ເທິງຍອດວິຫານ ມັນທູນພຣະອົງວ່າ: “ຖ້າທ່ານເປັນບຸດຂອງພຣະເຈົ້າຈິງແລ້ວ ກໍໃຫ້ໂຕນລົງໄປເຖີດ, 10.ຍ້ອນມີຄຳຂຽນໄວ້ວ່າ: ພຣະເປັນເຈົ້າຈະຮັບສັ່ງໃຫ້ເທວະດາມາປ້ອງກັນທ່ານ” 11.ແລະອີກບ່ອນໜຶ່ງຂຽນວ່າ: “ພວກເທວະດາຈະຊວ້ານຊູທ່ານໄວ້ ບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ.” 12.ພຣະເຢຊູເຈົ້າກ່າວຕອບວ່າ: “ພຣະຄຳພີກໍຍັງກ່າວອີກວ່າ: ເຈົ້າຢ່າມາຫລອກລວງພຣະເຈົ້າຂອງເຈົ້າ.” 13.ເມື່ອໃຊ້ທຸກວິຖີທາງຫລອກລວງພຣະອົງແລ້ວ, ມັນກໍໜີໄປ ຖ້າເຖິງໂອກາດໃໝ່ຈຶ່ງຈະກັບມາອີກ.
III. ພາລະກິດຂອງພຣະເຢຊູເຈົ້າຢູ່ແຂວງຄາລີເລ
ພຣະເຢຊູເຈົ້າເລີ່ມເທດສະໜາ
14.ພຣະເຢຊູເຈົ້າສະເດັດກັບມາແຂວງຄາລີເລ ພຽບພ້ອມດ້ວຍພະຣິດທານຸພາບຂອງພຣະຈິດ, ແລະຊື່ສຽງຂອງພຣະອົງກໍຊ່າລືໄປທົ່ວເຂດແຂວງ. 15.ພຣະອົງໄດ້ເທດສອນຢູ່ໃນໂຮງທຳຕ່າງໆຂອງພວກເຂົາ, ແລະທຸກຄົນກໍຍົກຍ້ອງສັນຣະເສີນພຣະອົງ. 16.ພຣະອົງໄດ້ສະເດັດຫລົບມາທີ່ນາຊາແຣັດ ບ່ອນພຣະອົງໄດ້ຮັບການລ້ຽງດູຈົນໃຫຍ່. ເຖິງວັນພຣະ ພຣະອົງກໍສະເດັດເຂົ້າໃນໂຮງທຳຕາມເຄີຍ ແລະຊົງຢືນຂຶ້ນອ່ານພຣະຄຳພີ. 17.ເຂົາເອົາໜັງສືຂອງປະພາສົກອີຊາຢາຍື່ນຖະຫວາຍພຣະອົງ. ພຣະອົງເປີດອອກຖືກກົງກັບບ່ອນທີ່ມີຂຽນໄວ້ວ່າ: 18.“ພຣະຈິດຂອງພຣະອົງເຈົ້າສະຖິດຢູ່ເໜືອເຮົາ, ຍ້ອນວ່າພຣະອົງໄດ້ສະເຫລີມເຮົາ. ພຣະອົງໄດ້ສົ່ງເຮົາໄປປ່າວປະກາດພຣະວໍຣະສານແກ່ຄົນທຸກຈົນ, ຂ່າວການປົດປ່ອຍແກ່ພວກຖືກຄຸມຂັງ, ຊ່ອຍຄົນຕາບອດໃຫ້ເຫັນຮຸ່ງ, ຊ່ອຍພວກຖືກຂົ່ມເຫັງໃຫ້ມີເສລີ, 19.ແລະປ່າວປະກາດປີແຫ່ງຄວາມເມດຕາຂອງພຣະອົງເຈົ້າ.” 20.ແລ້ວພຣະອົງຊົງກໍ້ໜັງສືສົ່ງໃຫ້ຄົນໃຊ້ແລະປະທັບນັ່ງ. ທຸກຄົນໃນໂຮງທຳແນມເບິ່ງພຣະອົງ. 21.ພຣະອົງຈຶ່ງກ່າວວ່າ: “ເລື່ອງໃນພຣະຄຳພີຕອນທີ່ຫູຂອງພວກເຈົ້າໄດ້ຍິນນັ້ນ ສຳເລັດລົງແລ້ວໃນວັນນີ້ເອງ.” 22.ທຸກຄົນໄດ້ຮູ້ເຫັນເປັນພະຍານ ແລະພິດສະຫວົງງົງງຶດໃນວາຈາອັນຈັບໃຈທີ່ພຣະອົງຊົງກ່າວນັ້ນ. ພວກເຂົາເວົ້າວ່າ: “ເພິ່ນນີ້ບໍ່ແມ່ນບຸດຂອງຢໍແຊນັ້ນບໍ?” 23.ພຣະອົງກ່າວຕອບພວກເຂົາວ່າ: “ແມ່ນແລ້ວ, ພວກເຈົ້າຈະຍົກເອົາສຸພາສິດນີ້ມາເວົ້າກັບເຮົາວ່າ: ທ່ານໝໍເອີຍ! ເຊີນປົວທ່ານເອງໃຫ້ດີເສຍກ່ອນ. ສິ່ງທີ່ເຂົາເລົ່າລືກັນວ່າທ່ານໄດ້ກະທຳຢູ່ເມືອງກາຟາກນາອຸມນັ້ນ, ກໍຈົ່ງກະທຳຢູ່ບ້ານເກີດເມືອງນອນຂອງທ່ານເຖີດ”. 24.ພຣະອົງກ່າວຕໍ່ໄປວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ: “ບໍ່ມີປະພາສົກຄົນໃດໄດ້ຮັບການຕ້ອນຮັບອັນດີງາມຢູ່ບ້ານເກີດເມືອງນອນຂອງຕົນເລີຍ. 25.ເຮົາບອກພວກເຈົ້າຢ່າງແນ່ນອນວ່າ: ໃນສະໄໝປະພາສົກເອລີ ເມື່ອທ້ອງຟ້າຖືກອັດໄວ້ເປັນເວລາສາມປີເຄິ່ງ ເກີດມີການອຶດຢາກຢ່າງໃຫຍ່ຫລວງທົ່ວປະເທດອິສຣາແອນ, ພວກນາງໝ້າຍໃນປະທດນັ້ນກໍມີຢູ່ຫລາຍຄົນ, 26.ປານນັ້ນກໍດີ ປະພາສົກເອລີກໍບໍ່ໄດ້ຖືກສົ່ງໄປຫາພວກນາງໝ້າຍນັ້ນເລີຍ, ແຕ່ໄດ້ຮັບຄຳສັ່ງໄປຫາພວກນາງໝ້າຍຜູ້ໜຶ່ງຢູ່ຊາແຣັບຕາໃນປະເທດຊີດອນ. 27.ໃນສະໄໝປະພາສົກເອລີເຊ ກໍມີຄົນເປັນຂີ້ທູດຫລວງຫລາຍຢູ່ປະເທດອິສຣາແອນ, ແຕ່ປານນັ້ນກໍດີ ບໍ່ມີໃຜຈັກຄົນໄດ້ຮັບການປິ່ນປົວ ມີແຕ່ນາອາມັນຊາວຊີເຣຍເທົ່ານັ້ນ”. ພວກທີ່ຢູ່ໃນໂຮງທຳໄດ້ຍິນກໍເກີດມີໃຈໂມໂຫຢ່າງໃຫຍ່. 29.ພວກເຂົາພ້ອມກັນລຸກຂຶ້ນ ຄຸມພຣະອົງໄປນອກເມືອງ ແລະຂຶ້ນໄປເທິງໂນນສູງ ບ່ອນເມືອງຂອງພວກເຂົາຕັ້ງຢູ່ ໝາຍຈະຊຸກພຣະອົງລົງ, 30.ແຕ່ພຣະອົງໄດ້ສະເດັດຜ່າພວກເຂົາອອກໄປ.
ຊົງປິ່ນປົວຄົນຖືກຜີສິງ
31.ແລ້ວພຣະອົງສະເດັດໄປກາຟາກນາອຸມ, ເມືອງໜຶ່ງໃນແຂວງຄາລີເລ. ເຖິງວັນພຣະ ພຣະອົງກໍເທດສອນພວກເຂົາ. 32.ແລະພວກເຂົາມີຄວາມພິດສະຫວົງງົງງຶດໃນຄຳສັ່ງສອນຂອງພຣະອົງ ຍ້ອນພຣະອົງເທດສອນຢ່າງມີອຳນາດ. 33.ຢູ່ໃນໂຮງທຳເວລານັ້ນ ມີຄົນຜູ້ໜຶ່ງຖືກຜີຊົ່ວຮ້າຍສິງ ມັນຮ້ອງສຽງດັງວ່າ: 34.“ເຢຊູ ຊາວນາຊາແຣັດເອີຍ! ທ່ານມາກ່ຽວກວນເຮົາຫຍັງ? ທ່ານມາທຳໃຫ້ເຮົາຈິບຫາຍບໍ? ເຮົາຮູ້ແລ້ວວ່າທ່ານແມ່ນຜູ້ໃດ, ແມ່ນຜູ້ສັກສິດຂອງພຣະເປັນເຈົ້າ.” 35.ພຣະເຢຊູເຈົ້າຈຶ່ງນາບຂູ່ມັນວ່າ “ຈົ່ງມິດແລະອອກຈາກຄົນນີ້.” ເມື່ອໄດ້ຊຸກຄົນນັ້ນໃຫ້ລົ້ມລົງຕໍ່ໜ້າຄົນທັງຫລາຍ ແລ້ວຜີກໍອອກໄປໂດຍບໍ່ໄດ້ທຳຮ້າຍຫຍັງແກ່ລາວເລີຍ. 36.ທຸກຄົນມີຄວາມຢ້ານກົວແລະເວົ້າກັນວ່າ: “ຄວາມເວົ້າແບບນີ້ແມ່ນແນວໃດນໍ! ເພິ່ນສັ່ງບັງຄັບຜີຊົ່ວຮ້າຍໄດ້ຢ່າງມີສິດອຳນາດ ແລະມັນກໍອອກໜີ!” 37.ຊື່ສຽງຂອງພຣະອົງກໍໄດ້ຊ່າລືໄປທົ່ວທຸກບ່ອນໃນເຂດແຂວງນັ້ນ.
ຊົງປິ່ນປົວແມ່ເຖົ້າຂອງຊີມອນ
38.ເມື່ອອອກຈາກໂຮງທຳແລ້ວ ພຣະເຢຊູເຈົ້າກໍສະເດັດເຂົ້າໃນເຮືອນຂອງຊີມອນ. ເວລານັ້ນແມ່ເຖົ້າຂອງຊີມອນເປັນໄຂ້ໜັກ ພວກເຂົາຈຶ່ງວອນຂໍພຣະອົງຊ່ວຍລາວ. 39.ພຣະອົງກົ້ມລົງໃສ່ຜູ້ປ່ວຍ ແລະສັ່ງບັງຄັບພະຍາດໄຂ້. ອາການໄຂ້ກໍເຫືອດຫາຍໄປ ຜູ້ປ່ວຍກໍລຸກໄດ້ທັນທີ ແລະຈັດການຕ້ອນຮັບພຣະອົງ.
ຊົງປິ່ນປົວຝູງຊົນ
40.ພໍຕົກຄ່ຳ ພວກທີ່ມີຄົນເຈັບໂຊດ້ວຍພະຍາດຕ່າງໆ ກໍພາພວກເຈັບໂຊນັ້ນມາຫາ ພຣະອົງ ແລະພຣະອົງກໍໄດ້ປິ່ນປົວພວກເຂົາໃຫ້ດີຫາຍ ດ້ວຍປົກມືເທິງພວກເຂົາທຸກໆຄົນ. 41.ພວກຜີປີສາດກໍໄດ້ອອກຈາກຫລາຍໆຄົນພ້ອມທັງຮ້ອງວ່າ: “ທ່ານແມ່ນບຸດຂອງພຣະເປັນເຈົ້າ.” ແຕ່ພຣະອົງໄດ້ສັ່ງຫ້າມເດັດຂາດບໍ່ໃຫ້ພວກມັນເວົ້າ ຍ້ອນພວກມັນຮູ້ວ່າພຣະອົງແມ່ນພຣະກຣິສໂຕ. 42.ພໍແຈ້ງສະຫວ່າງ ພຣະເຢຊູເຈົ້າກໍສະເດັດອອກໄປບ່ອນສອກຫລີກ ຝູງຊົນຊອກຫາແລະມາຮອດບ່ອນພຣະອົງປະທັບຢູ່ ພວກເຂົາຢາກຈ່ອງດຶງພຣະອົງໄວ້ບໍ່ໃຫ້ຈາກໄປ. 43.ແຕ່ພຣະອົງກ່າວຕອບວ່າ: “ຈຳເປັນເຮົາຕ້ອງປ່າວປະກາດຂ່າວປະເສີດແຫ່ງອານາຈັກຂອງພຣະເປັນເຈົ້າໃຫ້ຫົວເມືອງອື່ນໆຮູ້ດ້ວຍ ຍ້ອນເຮົາຖືກສົ່ງມາເພື່ອວຽກການນີ້.” 44. ພຣະອົງຈຶ່ງສະເດັດໄປເທດສະໜາສັ່ງສອນຕາມໂຮງທຳຕ່າງໆທົ່ວປະເທດຢິວ.