ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 24
VII. ຫລັງຈາກການກັບເປັນຄືນມາ
ຄູຫາວ່າງເປົ່າ
1.ແຕ່ເຊົ້າໆມື້ຕົ້ນອາທິດ ພວກນາງໄດ້ພາກັນໄປທີ່ຄູຫາ ພ້ອມດ້ວຍເຄື່ອງຫອມທີ່ໄດ້ຈັດຕຽມໄວ້ແລ້ວ. 2.ພວກນາງໄດ້ເຫັນແຜ່ນຫິນກິ້ງອອກຈາກໜ້າຄູຫາແລ້ວ. 3.ພວກນາງເຂົ້າໄປໃນຄູຫາ ແຕ່ບໍ່ໄດ້ເຫັນພຣະສົບຂອງພຣະເຢຊູພຣະອົງເຈົ້າ. 4.ເມື່ອພວກນາງກຳລັງຊຶງຢູ່ນັ້ນ ກໍມີບຸລຸດສອງຄົນທົງເຄື່ອງຂາວເຫລື້ອມປະຈັກອອກມາ.
5.ພວກນາງມີຄວາມຢ້ານກົວແລະກົ້ມໜ້າລົງດິນ ບຸລຸດທັງສອງຈຶ່ງກ່າວວ່າ: “ເປັນຫຍັງພວກເຈົ້າຈຶ່ງມາຊອກຫາຄົນເປັນໃນໝູ່ຄົນຕາຍ? 6.ພຣະອົງບໍ່ຢູ່ທີ່ນີ້, ພຣະອົງໄດ້ກັບຄືນຊີບແລ້ວ. ຈົ່ງລະລຶກເຖິງວາຈາທີ່ພຣະອົງໄດ້ກ່າວກັບພວກທ່ານ ເມື່ອເວລາຍັງຢູ່ແຂວງຄາລີເລ. 7.ວ່າດັ່ງນີ້: ບຸດແຫ່ງມະນຸດຈຳຕ້ອງຖືກມອບໃນມືຂອງຄົນບາບ, ຖືກຄຶງກາງເຂນ ແລະກັບເປັນຄືນມາໃນວັນທີສາມ”. 8.ພວກນາງຈື່ຈຳຄຳເວົ້າຂອງພຣະອົງໄດ້. 9.ເມື່ອຫລົບມາແຕ່ຄູຫາ ພວກນາງໄດ້ເລົ່າເຫດການນີ້ສູ່ພວກສາວົກທັງສິບເອັດແລະຄົນອື່ນໆຟັງ. 10.ພວກນາງເຫລົ່ານັ້ນແມ່ນນາງມາຣີອາມັກດາເລນາ, ນາງຢໍອັນນາ ແລະນາງມາຣີອາແມ່ຂອງຢາໂກເບ. ສ່ວນຜູ້ຍິງອື່ນທີ່ຢູ່ນຳພວກເຂົາ ກໍໄດ້ເລົ່າເຫດການນີ້ສູ່ພວກອັກຄະສາວົກຟັງດ້ວຍ. 11.ແຕ່ພວກສາວົກບໍ່ເຊື່ອ ຍ້ອນຖືວ່າຄວາມບອກເລົ່ານີ້ເປັນເລື່ອງປັ້ນແຕ່ງຂຶ້ນ. 12.ເປໂຕຈຶ່ງລຸກຂຶ້ນແລ່ນໄປຄູຫາ. ເມື່ອກົ້ມສ່ອງເບິ່ງ ກໍເຫັນແຕ່ແພຫໍ່ສົບ ຈຶ່ງກັບເມືອເຮືອນດ້ວຍຄວາມອັດສະຈັນໃຈເຖິງສິ່ງທີ່ໄດ້ເປັນມາ.
ສາວົກທີ່ເດີນທາງໄປບ້ານແອມມາອຸດ
13.ໃນວັນດຽວກັນນັ້ນ ມີສາວົກສອງຄົນເດີນທາງໄປບ້ານໜຶ່ງຊື່ແອມມາອຸດ ໄກຈາກນະຄອນເຢຣູຊາແລມປະມານສິບກວ່າກີໂລແມັດ. 14.ທັງສອງສົນທະນາກັນເຖິງເຫດການທີ່ໄດ້ເປັນມາ. 15.ເວລາກຳລັງສົນທະນາກັນໄປນັ້ນ, ພຣະເຢຊູເຈົ້າເອງໄປທັນ ແລະເດີນທາງຮ່ວມໄປກັບພວກເຂົາ. 16.ແຕ່ວ່າຕາຂອງພວກເຂົາທັງສອງບໍ່ສາມາດຈື່ຈຳພຣະອົງໄດ້. 17.ພຣະເຢຊູເຈົ້າຖາມພວກເຂົາວ່າ: “ພວກເຈົ້າເດີນທາງສົນທະນາກັນເຖິງເລື່ອງຫຍັງ? ເບິ່ງຄືວ່າໂສກເສົ້າແທ້.” 18.ຜູ້ໜຶ່ງຊື່ເກລໂອຟາດຕອບວ່າ: “ໝົດນະຄອນເຢຣູຊາແລມ ມີແຕ່ທ່ານຜູ້ດຽວທີ່ບໍ່ຮູ້ເລື່ອງຫາກໍເປັນມາໃນສອງສາມມື້ນີ້.” 19.ພຣະອົງຈຶ່ງຖາມວ່າ: “ແມ່ນເລື່ອງຫຍັງ?” ເຂົາຕອບພຣະອົງວ່າ: “ເລື່ອງຂອງເຢຊູຊາວນາຊາແຣັດ, ຜູ້ເປັນປະພາສົກ, ມີຣິດເດດຫລາຍທາງດ້ານກິດຈະການແລະດ້ານຄວາມເວົ້າ ຕໍ່ພຣະພັກພຣະເປັນເຈົ້າແລະຕໍ່ໜ້າປະຊາຊົນທົ່ວໄປ. 20.ພວກຫົວໜ້າສົງແລະເຈົ້ານາຍຂອງພວກເຮົາ ໄດ້ມອບພຣະອົງໃຫ້ເຂົາຕັດສິນລົງໂທດປະຫານຊີວິດ ແລ້ວຄຶງພຣະອົງໃສ່ກາງເຂນ . 21.ສ່ວນພວກເຮົາເອງ, ພວກເຮົາຫວັງວ່າ ທ່ານຜູ້ນີ້ແຫລະຈະປົດປ່ອຍຊາດອິສຣາແອນ; ແຕ່ຄືວ່ານັ້ນແລ້ວ ເຫດການນັ້ນໄດ້ຜ່ານໄປສາມວັນແລ້ວ. 22.ຈິງຢູ່ ມີຜູ້ຍິງບາງຄົນໃນພັກພວກຂອງໄທເຮົາ ໄດ້ທຳໃຫ້ພວກເຮົາວຸ້ນວາຍໃຈຫລາຍ, ຄືພວກນາງໄດ້ໄປທີ່ຄູຫາແຕ່ເຊົ້າໆ, 23.ແລະບໍ່ເຫັນພຣະສົບຂອງພຣະອົງ. ພວກນາງຈຶ່ງຫລົບມາບອກພວກເຮົາວ່າ ມີເທວະດາປະຈັກມາ ແລະບອກວ່າ ພຣະອົງມີຊີວິດຢູ່. 24.ພວກເຮົາບາງຄົນກໍໄດ້ໄປທີ່ຄູຫາ ແລະໄດ້ພົບເຫັນສິ່ງຕ່າງໆ ຄືກັນກັບທີ່ພວກຜູ້ຍິງໄດ້ເວົ້າ; ແຕ່ສ່ວນພຣະອົງນັ້ນ ພວກເຂົາບໍ່ໄດ້ເຫັນ.” 25.ພຣະອົງຈຶ່ງກ່າວກັບພວກເຂົາວ່າ: “ໂອ, ຄົນອັບປັນຍາແລະໃຈໂງ່ຊ້າ ເພື່ອຈະເຊື່ອສິ່ງທີ່ພວກປະພາສົກໄດ້ປະກາດໄວ້! 26.ບໍ່ຮູ້ບໍວ່າ ພຣະກຣິສໂຕຈະຕ້ອງທົນທຸກທໍຣະມານນີ້ກ່ອນ ເພື່ອຈະເຂົ້າສູ່ສີມຸງຄຸນຂອງພະ ອົງ?” 27.ແລ້ວພຣະອົງກໍອະທິບາຍພຣະຄຳພີທຸກຂໍ້ທີ່ກ່ຽວເຖິງພຣະອົງ ຕາມທີ່ບັນດາປະພາສົກໄດ້ກ່າວໄວ້, ເລີ່ມຕົ້ນແຕ່ໂມແຊລົງມາ.
28.ເມື່ອເດີນໄປໃກ້ຈະຮອດບ້ານ ບ່ອນພວກເຂົາໄປນັ້ນແລ້ວ, ພຣະອົງກໍທຳທ່າຈະເດີນທາງຕໍ່ໄປ. 29.ແຕ່ທັງສອງໜ່ວງໜ່ຽວພຣະອົງໄວ້ ເວົ້າວ່າ: “ເຊີນທ່ານພັກເຊົາຢູ່ກັບພວກເຮົາ, ຍ້ອນໃກ້ຈະຄ່ຳ, ຕາເວັນຈະຕົກແລ້ວ.” ພຣະອົງຈຶ່ງເຂົ້າໄປພັກກັບພວກເຂົາ. 30.ເມື່ອພຣະອົງປະທັບນັ່ງໂຕະກັບພວກເຂົາ, ພຣະອົງຊົງຈັບເອົາຂະໜົມປັງ, ຊົງກ່າວສົມມະນາຄຸນ, ແລ້ວບິອອກຍື່ນໃຫ້ພວກເຂົາກິນ. 31.ເວລານັ້ນ ຕາຂອງພວກເຂົາກໍເປີດອອກ ແລະຈື່ພຣະອົງໄດ້. ແຕ່ວ່າພຣະອົງຊົງຫາຍຕົວໄປຈາກສາຍຕາຂອງພວກເຂົາແລ້ວ. 32.ທັງສອງຈຶ່ງເວົ້າກັນວ່າ: “ຫົວໃຈພວກເຮົາບໍ່ຮູ້ສຶກຕື່ນຮ້ອນເວລາພຣະອົງກ່າວກັບພວກເຮົາຕາມທາງ ແລະເວລາພຣະອົງອະທິບາຍພຣະຄຳພີໃຫ້ພວກເຮົາຟັງ?” 33.ທັງສອງລຸກຂຶ້ນ ກັບເມືອນະຄອນເຢຣູຊາແລມທັນທີ ແລະໄດ້ພົບພວກອັກຄະສາວົກທັງສິບເອັດ ກຳລັງຊຸມນຸມກັນຢູ່ກັບສາວົກອື່ນໆອີກ. 34.ພວກນີ້ກໍໄດ້ບອກພວກເຂົາທັງສອງວ່າ: “ພຣະອົງເຈົ້າໄດ້ກັບເປັນຄືນມາຈິງແທ້ແລ້ວ, ແລະພຣະອົງໄດ້ປະຈັກແກ່ຊີມອນແລ້ວ”. 35.ສ່ວນສາວົກສອງຄົນນັ້ນ ກໍໄດ້ເລົ່າເຫດການທີ່ໄດ້ເປັນມາຕາມທາງ ແລະເລື່ອງພວກເຂົາຈື່ພຣະອົງໄດ້ ໃນເວລາພຣະອົງຊົງບິຂະໜົມປັງ.
ຊົງປະຈັກແກ່ພວກທຳມະທູດ
36.ເວລາທັງສອງກຳລັງເລົ່າເລື່ອງຢູ່, ພຣະເຢຊູເຈົ້າຊົງປະຈັກມາທ່າມກາງພວກເຂົາ ກ່າວວ່າ: “ສັນຕິສຸກຈົ່ງມີແກ່ພວກເຈົ້າ”. 37.ພວກສາວົກກໍຕົກໃຈຢ້ານ ຄຶດວ່າໄດ້ເຫັນຜີ. 38.ແຕ່ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ: “ພວກເຈົ້າຕື່ນຕົກໃຈດ້ວຍເຫດໃດ, ແລະເປັນຫຍັງຈຶ່ງຍັງສົງໃສຢູ່? 39.ຈົ່ງເບິ່ງມືແລະເທົ້າຂອງເຮົາ; ແມ່ນເຮົາຈິງແທ້; ຈົ່ງມາບາຍເບິ່ງ ແລະຈົ່ງຮູ້ດີວ່າ ຜີບໍ່ມີຊີ້ນບໍ່ມີກະດູກຢ່າງເຮົາ ຄືພວກເຈົ້າເຫັນມີນີ້ດອກ.” 40.ພ້ອມທັງກ່າວ ພຣະອົງກໍສະແດງພະຫັດແລະພະບາດຂອງພຣະອົງໃຫ້ພວກເຂົາເບິ່ງ. 41.ແຕ່ເຖິງພວກເຂົາຈະຕື່ນເຕັ້ນຍິນດີຢູ່ແລ້ວກໍຍັງງົງງຶດຢູ່ ແລະບໍ່ແນ່ໃຈ. ພຣະອົງຈຶ່ງກ່າວວ່າ: “ຢູ່ນີ້ພວກເຈົ້າມີ
ຫຍັງກິນບໍ? 42.ພວກເຂົາຈຶ່ງເອົາປາປິ້ງຕ່ອນໜຶ່ງມາຖະຫວາຍພຣະອົງ. 43.ພຣະອົງຈັບເອົາປາປິ້ງ, ແລ້ວຮັບປະທານຕໍ່ໜ້າພວກເຂົາ.
ຄຳແນະນຳບັ້ນສຸດທ້າຍ
44.ຕໍ່ໄປພຣະອົງຊົງກ່າວກັບພວກເຂົາວ່າ: “ນີ້ແຫລະຄວາມເວົ້າທີ່ເຮົາໄດ້ກ່າວໃຫ້ພວກເຈົ້າຟັງ, ເວລາເຮົາຍັງຢູ່ນຳພວກເຈົ້າ: ທຸກສິ່ງທີ່ຂຽນໄວ້ກ່ຽວກັບເຮົາໃນພຣະທຳບັນຢັດຂອງທ່ານໂມແຊ, ໃນໜັງສືປະພາສົກ ແລະບົດເພງສັກສິດທັງຫລາຍ ຕ້ອງເປັນອັນສຳເລັດໄປ.” 45.ແລ້ວພຣະອົງຊົງເປີດສະຕິປັນຍາຂອງພວກເຂົາໃຫ້ເຂົ້າໃຈພຣະຄຳພີ. 46.ແລະພຣະອົງຊົງກ່າວກັບພວກເຂົາວ່າ: “ດັ່ງນີ້ ໄດ້ມີຄຳຂຽນໄວ້ວ່າ ພຣະກຣິສໂຕເຈົ້າຈະຕ້ອງໄດ້ຮັບທໍຣະມານ ແລະຈະກັບເປັນຄືນມາຈາກພວກຜູ້ຕາຍໃນວັນທີສາມ, 47.ແລະເດຊະພຣະນາມຂອງພຣະອົງ, ການເປັນທຸກກັບໃຈແລະການຍົກບາບຈະຕ້ອງຖືກປະກາດແກ່ນານາຊາດ, ໃຫ້ເລີ່ມຕົ້ນແຕ່ນະຄອນເຢຣູຊາແລມກ່ອນ. 48.ພວກເຈົ້າເປັນພະຍານໃນຂໍ້ທີ່ເປັນມາແລ້ວນີ້”. 49.ນີ້ແຫລະ ເຮົາກຳລັງຈະສົ່ງພຣະຈິດທີ່ພຣະບິດາໄດ້ຊົງສັນຍາໄວ້ລົງມາໃນພວກເຈົ້າ; ແຕ່ສ່ວນພວກເຈົ້າ, ໃຫ້ຄອຍຖ້າຢູ່ໃນກຸງເຢຣູຊາແລມ ຈົນກວ່າຈະໄດ້ທົງພະລະກຳລັງຈາກເບື້ອງບົນ.”
ຊົງສະເດັດຂຶ້ຂສະຫວັນ
50.ແລ້ວພຣະອົງຊົງພາພວກເຂົາອອກຈາກເມືອງໄປເຖິງບ້ານເບທານີ ແລະພຣະອົງຊົງຍົກພະຫັດຂຶ້ນ ອວຍພອນໃຫ້ພວກເຂົາ. 51.ເວລາກຳລັງອວຍພອນໃຫ້ພວກເຂົາຢູ່ນັ້ນ ພຣະອົງຊົງຫຍັບອອກຈາກພວກເຂົາ ແລະຖືກຍົກຂຶ້ນສູ່ສະຫວັນ. 52.ສ່ວນພວກເຂົານັ້ນກໍຂາບໄຫວ້ພຣະອົງ ແລ້ວກັບຄືນສູ່ກຸງເຢຣູຊາແລມດ້ວຍຄວາມຊື່ນຊົມອັນຍິ່ງໃຫຍ່. 53.ແລະພວກເຂົາຢູ່ໃນພຣະວິຫານຕະຫລອດເວລາ ພ້ອມກັນຍົກຍໍສໍລະເສີນພຣະເຈົ້າ.