ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 23
ຢູ່ຕໍ່ໜ້າປີລາໂຕ
1.ແລ້ວພວກທີ່ປະຊຸມທັງໝົດກໍລຸກຂຶ້ນພ້ອມກັນ ແລະພາພຣະເຢຊູເຈົ້າໄປຫາພະຍາປີລາໂຕ. 2.ພວກເຂົາຟ້ອງພຣະອົງວ່າ: “ພວກເຮົາໄດ້ເຫັນຄົນຜູ້ນີ້ຍຸຍົງປະເທດຊາດຂອງເຮົາໃຫ້ກໍ່ການປະຕິວັດຂຶ້ນ, ຍຸຍົງພົນລະເມືອງບໍ່ໃຫ້ເສຍສ່ວຍແກ່ເຈົ້າເຊຊາ, ແລະອ້າງຕົວເປັນກຣິສໂຕກະສັດ”. 3.ປີລາໂຕຖາມພຣະອົງວ່າ: “ທ່ານເປັນກະສັດຂອງຊາວຢິວບໍ?” ພຣະອົງຕອບວ່າ: “ແມ່ນຄືທ່ານເວົ້າ”. 4.ປີລາໂຕຈຶ່ງເວົ້າກັບຄະນະສົງແລະຝູງຊົນວ່າ: “ເຮົາບໍ່ເຫັນຄົນນີ້ມີຜິດຫຍັງເລີຍ”. 5.ແຕ່ພວກເຫລົ່ານັ້ນເວົ້າຊ້ຳວ່າ: “ມັນຍຸຍົງປະຊາຊົນໃຫ້ກໍ່ການກະບົດ, ທ່ຽວເທດສະໜາທົ່ວແຂວງຢູເດ, ຕັ້ງຕົ້ນແຕ່ແຂວງຄາລີເລຈົນເຖິງບ່ອນນີ້”. 6.ເມື່ອໄດ້ຍິນຄວາມນີ້, ປີລາໂຕຈຶ່ງຖາມວ່າ: “ຄົນຜູ້ນີ້ເປັນຊາວຄາລີເລບໍ?” 7.ແລະເມື່ອຊາບວ່າ ພຣະອົງຢູ່ໃນເຂດປົກຄອງຂອງກະສັດເຮຣັອດ, ທ່ານຈຶ່ງສົ່ງພຣະອົງໄປຫາເຮຣັອດ, ຊຶ່ງເວລານັ້ນກໍຢູ່ໃນນະຄອນເຢຣູຊາແລມດ້ວຍ.
ຢູ່ຕໍ່ໜ້າເຮຣັອດ
8.ພໍເຫັນພຣະເຢຊູເຈົ້າ ເຮຣັອດກໍຮູ້ສຶກຍິນດີທີ່ສຸດ; ທີ່ຈິງທ່ານປາດຖະໜາຢາກພົບເຫັນພຣະເຢຊູເຈົ້າແຕ່ເຫິງນານມາແລ້ວ, ຍ້ອນທ່ານໄດ້ຍິນເຂົາເລົ່າລືເລື່ອງພຣະອົງ, ແລະຫວັງຈະໄດ້ເຫັນພຣະອົງທຳອັດສະຈັນບາງຢ່າງ. 9.ທ່ານຈຶ່ງຖາມພຣະອົງເຖິງຫລາຍຂໍ້ຫລາຍປະການ, ແຕ່ພຣະອົງບໍ່ໄດ້ຕອບຫຍັງໝົດ. 10.ພວກຫົວໜ້າສົງແລະອາຈານພຣະຄຳພີກໍຢູ່ທີ່ນັ້ນ; ພວກເຂົາຟ້ອງຫາພຣະອົງຢ່າງຮ້ອນແຮງ. 11.ເຮຣັອດພ້ອມດ້ວຍພວກທະຫານກໍສົບປະໝາດເຢີ້ຍ ຫຍັນພຣະອົງ, ແລະໃຫ້ພຣະອົງສວມເສື້ອຕຸ້ມສວຍງາມ, ແລ້ວສົ່ງພຣະອົງຄືນໄປຫາປີລາໂຕ. 12.ຕັ້ງແຕ່ມື້ນັ້ນມາ, ເຮຣັອດແລະປີລາໂຕ, ຊຶ່ງແຕ່ກ່ອນເປັນສັດຕູກັນ, ກໍກາຍເປັນມິດສະໜິດກັນ.
ຢູ່ຕໍ່ໜ້າປີລາໂຕອີກ
13.ປີລາໂຕຈຶ່ງໄດ້ຮຽກປະຊຸມພວກຫົວໜ້າສົງ, ພວກເຈົ້ານາຍແລະປະຊາຊົນ, 14.ແລ້ວເວົ້າກັບພວກເຂົາວ່າ: “ພວກທ່ານນຳຄົນຜູ້ນີ້ມາຫາເຮົາ ດ້ວຍຂໍ້ຫາວ່າເປັນຜູ້ຍຸຍົງປະຊາຊົນໃຫ້ກໍ່ການກະບົດ; ແຕ່ເຮົາກໍໄດ້ສືບສວນຄະດີຕໍ່ໜ້າພວກທ່ານແລ້ວ ແລະບໍ່ເຫັນມີຄວາມຜິດແນວໃດຕາມທີ່ພວກທ່ານກ່າວຫານັ້ນເລີຍ. 15.ເຮຣັອດເອງກໍດັ່ງດຽວກັນ, ຈຶ່ງໄດ້ສົ່ງຄົນຜູ້ນີ້ຄືນມາຫາພວກເຮົາ. ພວກທ່ານເອງກໍເຫັນຢູ່ແລ້ວ; ຄົນຜູ້ນີ້ບໍ່ໄດ້ທຳສິ່ງໃດສົມຕ້ອງໂທດເຖິງຕາຍ. 16.ດັ່ງນີ້ ເຮົາຈະສັ່ງໃຫ້ລົງໂທດເຂົາ, ແລ້ວກໍຈະປ່ອຍໄປ”. (17).18.ແຕ່ພວກເຂົາຮ້ອງຂຶ້ນເປັນສຽງດຽວກັນວ່າ: “ໃຫ້ຂ້າຜູ້ນີ້, ແລະໃຫ້ປ່ອຍບາຣາບັດ”. 19.ບາຣາບັດຖືກຂັງຄຸກຍ້ອນໄດ້ກໍ່ການຈະລາຈົນຂຶ້ນໃນເມືອງແລະຍ້ອນໄດ້ຂ້າຄົນ. 20.ປີລາໂຕປາດຖະໜາຢາກປ່ອຍພຣະເຢຊູເຈົ້າ; ທ່ານຈຶ່ງເວົ້າກັບພວກເຂົາອີກເທື່ອໜຶ່ງ. 21.ແຕ່ພວກເຂົາຮ້ອງຂຶ້ນວ່າ: “ເອົາມັນໄປຄຶງກາງເຂນ, ເອົາມັນໄປຄຶງກາງເຂນ!” 22.ປີລາໂຕເວົ້າເປັນເທື່ອທີສາມວ່າ: “ຄົນຜູ້ນີ້ໄດ້ທຳຜິດຫຍັງ? ເຮົາບໍ່ເຫັນມີຫຍັງຜິດໃນຕົວເຂົາພໍຕ້ອງໂທດເຖິງຕາຍ; ເຮົາຈະໃຫ້ລົງໂທດເຂົາ, ແລ້ວກໍຈະປ່ອຍເຂົາໄປ”. 23.ແຕ່ພວກເຂົາຮ້ອງດັງຂຶ້ນກວ່າເກົ່າອີກ ຂໍໃຫ້ເອົາພຣະເຢຊູເຈົ້າໄປຄຶງກາງເຂນ; ແລະສຽງຮ້ອງນັ້ນຍິ່ງນອງນັນຂຶ້ນເລື້ອຍ. 24.ປີລາໂຕຈຶ່ງຕັດສິນໃຫ້ເປັນໄປຕາມຄຳຮ້ອງຂໍຂອງພວກເຂົາ. 25.ທ່ານໄດ້ປ່ອຍຄົນທີ່ປະຊາຊົນຮ້ອງຂໍ ຄືຜູ້ຖືກຂັງຄຸກຖານກໍ່ການຈະລາຈົນແລະຂ້າຄົນ, ແລ້ວໄດ້ມອບພຣະເຢຊູເຈົ້າໃຫ້ພວກເຂົາເອົາໄປທຳຕາມຊອບໃຈ.
ຕາມທາງຂຶ້ນໂພນກະໂຫລກຫົວ
26.ເວລາພາພຣະອົງໄປນັ້ນ, ພວກເຂົາໄດ້ຈັບເອົາຊາຍຜູ້ໜຶ່ງຊື່ຊີມອນຊາວຊີເຣເນ, ທີ່ຫລົບມາແຕ່ນາ, ແລະໃຫ້ລາວແບກກາງເຂນໄປຕາມຫລັງພຣະເຢຊູເຈົ້າ. 27.ປະຊາຊົນມາກມາຍຕິດຕາມພຣະອົງໄປ ພ້ອມທັງພວກຜູ້ຍິງທີ່ຮ້ອງໄຫ້ຕີເອິກຈົ່ມສັງເວດນຳພຣະອົງ. 28.ພຣະເຢຊູເຈົ້າຊົງຫັນພຣະພັກມາຫາພວກຜູ້ຍິງນັ້ນແລະກ່າວວ່າ: “ບຸດສາວຊາວເຢຣູຊາແລມເອີຍ, ຢ່າຮ້ອງໄຫ້ນຳເຮົາເລີຍ; ຈົ່ງຮ້ອງໄຫ້ນຳຕົວນາງເອງແລະນຳລູກຫລານຂອງພວກນາງເຖີດ! 29.ຍ້ອນວ່າວັນເວລາມາເຖິງແລ້ວທີ່ຈະຮ້ອງວ່າ: ບຸນລາບແກ່ຍິງທີ່ເປັນໝັນ, ແກ່ອຸທອນທີ່ບໍ່ໄດ້ບັງເກີດລູກ, ແລະແກ່ເຕົ້ານົມທີ່ບໍ່ໄດ້ລ້ຽງລູກນ້ອຍ! 30.ເວລານັ້ນຜູ້ຄົນຈະກ່າວກັບພູຜາວ່າ: ຈົ່ງເພພັງລົງມາທັບພວກເຮົາ! ແລະເວົ້າກັບໂນນສູງວ່າ: ຈົ່ງເຈື່ອນລົງມາຖົມພວກເຮົາເຖີດ! 31.ຍ້ອນວ່າສຳລັບໄມ້ເປັນຫາກເປັນມາດັ່ງນີ້ແລ້ວ, ສຳລັບໄມ້ຕາຍຈະເປັນໄປຢ່າງໃດ?” 32.ພວກເຂົາຍັງໄດ້ເອົາຜູ້ຮ້າຍອີກສອງຄົນໄປປະຫານພ້ອມກັນກັບພຣະອົງດ້ວຍ.
ພຣະເຢຊູເຈົ້າຖືກຄຶງກາງເຂນ
33.ເມື່ອມາເຖິງບ່ອນມີຊື່ວ່າ “ກະໂຫລກຫົວ”, ພວກເຂົາໄດ້ຄຶງກາງເຂນພຣະອົງ ພ້ອມກັບຜູ້ຮ້າຍສອງຄົນນັ້ນ, ຜູ້ໜຶ່ງຢູ່ຂ້າງຂວາ, ຜູ້ໜຶ່ງຢູ່ຂ້າງຊ້າຍ. 34.ສ່ວນພຣະເຢຊູເຈົ້າ ພຣະອົງກ່າວວ່າ: “ໂອພຣະບິດາເຈົ້າ, ໂຜດຍົກໂທດໃຫ້ພວກເຂົາ, ຍ້ອນວ່າພວກເຂົາບໍ່ຮູ້ສິ່ງທີ່ພວກເຂົາກຳລັງທຳຢູ່”. ຕໍ່ໄປ ພວກເຂົາກໍຈັບສະຫລາກແບ່ງປັນເສື້ອຜ້າຂອງພຣະອົງ. 35.ປະຊາຊົນພາກັນຢືນເບິ່ງຢູ່; ສ່ວນພວກເຈົ້ານາຍເວົ້າເຢີ້ຍພຣະອົງວ່າ: “ມັນໄດ້ຊ່ວຍຜູ້ອື່ນໃຫ້ຮອດ; ຖ້າມັນແມ່ນພຣະກຣິສໂຕຜູ້ພຣະເປັນເຈົ້າເລືອກສັນແທ້, ກໍໃຫ້ມັນຊ່ວຍຕົວເອງໃຫ້ຮອດສາ”. 36.ພວກທະຫານກໍໝິ່ນປະໝາດພຣະອົງດ້ວຍ; ເມື່ອພວກເຂົາຫຍັບເຂົ້າໄປເດ່ນ້ຳສົ້ມໃຫ້ພຣະອົງນັ້ນ, 37.ພວກເຂົາເວົ້າວ່າ: “ຖ້າເຈົ້າເປັນກະສັດຊາວຢິວ, ກໍເຊີນຊ່ວຍຕົວເອງໃຫ້ຮອດສາ”. ຢູ່ເທິງພຣະອົງມີປ້າຍຂຽນໄວ້ວ່າ: “ຜູ້ນີ້ແມ່ນກະສັດຂອງຊາວຢິວ”.
ຜູ້ຮ້າຍສອງຄົນ
39.ຜູ້ຮ້າຍຄົນໜຶ່ງທີ່ຖືກຄຶງກາງເຂນ ດ່າປ້ອຍພຣະອົງວ່າ: “ເຈົ້າບໍ່ແມ່ນພຣະກຣິສໂຕບໍ? ຈົ່ງຊ່ວຍຕົວເຈົ້າເອງໃຫ້ຮອດ ແລະຊ່ວຍພວກເຮົາດ້ວຍຕີ້”. 40.ແຕ່ສ່ວນຜູ້ຮ້າຍອີກຄົນໜຶ່ງ ເວົ້າຄັດຄ້ານວ່າ: “ເຈົ້າກໍຖືກໂທດຄືກັນ, ແລ້ວເຈົ້າຍັງບໍ່ຢ້ານຈຽມພຣະເປັນເຈົ້ານໍ! 41.ສ່ວນພວກເຮົານີ້, ພວກເຮົາສົມຕ້ອງໂທດແລ້ວ, ຍ້ອນວ່າພວກເຮົາໃຊ້ກຳຕາມກິດຈະການຂອງພວກເຮົາ, ແຕ່ສ່ວນພຣະອົງ, ພຣະອົງບໍ່ໄດ້ທຳຜິດຫຍັງເລີຍ”. 42.ແລ້ວລາວທູນພຣະອົງວ່າ: “ໂອພຣະເຢຊູເຈົ້າ, ເມື່ອພຣະອົງຈະສະເດັດເຂົ້າສູ່ອານາຈັກຂອງພຣະອົງແລ້ວ, ໂຜດລຳລຶກເຖິງຂ້ານ້ອຍແດ່ທ້ອນ”. 43.ພຣະເຢຊູເຈົ້າຊົງກ່າວຕອບວ່າ: “ເຮົາກ່າວແກ່ເຈົ້າເປັນຄວາມຈິງວ່າ: ມື້ນີ້ເອງ ເຈົ້າຈະຢູ່ກັບເຮົາໃນສະຫວັນ”.
ພຣະເຢຊູເຈົ້າສິ້ນພຣະຊົນ
44.ເວລານັ້ນປະມານທ່ຽງ, ຕາເວັນອັບແສງ, ທົ່ວແຜ່ນດິນເກີດມືດມົວຈົນເຖິງບ່າຍສາມໂມງ. 45.ຜ້າກັ້ງໃນພຣະວິຫານຈີກແລ່ງກາງ. 46.ພຣະເຢຊູເຈົ້າຮ້ອງສຽງດັງຂຶ້ນວ່າ: “ໂອພຣະບິດາເຈົ້າ, ລູກຂໍມອບຈິດໃຈໄວ້ໃນພະຫັດຂອງພຣະອົງ”. ເມື່ອກ່າວສຸດຄວາມແລ້ວ ພຣະອົງກໍສິ້ນພຣະຊົນ. 47.ເມື່ອເຫັນເຫດການທີ່ໄດ້ເກີດຂຶ້ນນັ້ນ ນາຍຮ້ອຍທະຫານຈຶ່ງຮ້ອງສັນຣະເສີນພຣະເປັນເຈົ້າວ່າ: “ແມ່ນແລ້ວ, ທ່ານຜູ້ນີ້ໄດ້ເປັນຜູ້ຊອບທຳແທ້”. 48.ສ່ວນປະຊາຊົນ ທີ່ໄດ້ພາກັນແລ່ນມາເບິ່ງເຫດການຢູ່ນັ້ນ, ເມື່ອເຫັນດັ່ງນັ້ນແລ້ວ, ກໍພາກັນຫລົບເມືອພ້ອມກັບຕີເອິກຕົວເອງ. 49.ສ່ວນພວກມິດສະຫາຍຂອງພຣະເຢຊູເຈົ້າ ພ້ອມທັງພວກຜູ້ຍິງທີ່ຕິດຕາມພຣະອົງມາແຕ່ແຂວງຄາລີເລຢືນຢູ່ແຕ່ໄກ ແລະໄດ້ແນມເບິ່ງເຫດການທີ່ເປັນມານັ້ນ.
ການປົງພຣະສົບ
50.ມີບຸລຸດຜູ້ໜຶ່ງຊື່ຢໍແຊ ເປັນສະມາຊິກສະພາສູງ, ເປັນຄົນສັດຊື່ແລະທ່ຽງທຳ. 51.ລາວບໍ່ໄດ້ເຫັນດີນຳຄວາມຄິດເຫັນແລະການກະທຳຂອງສະພາເລີຍ; ລາວເປັນຊາວເມືອງອາຣີມາທີໃນແຂວງຢູເດ; ລາວເອງກໍຄອງຖ້າພຣະຣາໄຊຂອງພຣະເປັນເຈົ້າ. 52.ຢໍແຊໄປຫາປີລາໂຕ ແລະໄດ້ຂໍເອົາພຣະສົບຂອງພຣະເຢຊູເຈົ້າ. 53.ລາວເອົາພຣະສົບລົງຈາກກາງເຂນ, ແລ້ວເອົາຜ້າຂາວຫໍ່ ແລະເອົາໄປວາງໃນຄູຫາທີ່ເຈາະໄວ້ໃນຫິນ, ບ່ອນຍັງບໍ່ເຄີຍໃສ່ສົບໃຜເລີຍ. 44.ວັນນັ້ນເປັນວັນຕຽມບຸນປາສກາ ແລະວັນພຣະກໍໃກ້ເຂົ້າມາແລ້ວ. 55.ສ່ວນພວກຜູ້ຍິງທີ່ໄດ້ມານຳພຣະອົງແຕ່ແຂວງຄາລີເລ ກໍໄດ້ຕິດຕາມໂຢແຊໄປ. ພວກນາງໄດ້ສັງເກດເບິ່ງພຣະຄູຫາ ແລະວິທີວາງສົບຂອງພຣະອົງໄວ້ດ້ວຍ. 56.ເມື່ອກັບເມືອແລ້ວ, ພວກນາງກໍຕຽມເຄື່ອງຫອມແລະນ້ຳມັນຫອມໄວ້. ໃນມື້ວັນພຣະ ພວກນາງກໍພັກເຊົາຕາມບັງຄັບ.