ພຣະວໍຣະສານ ໂດຍນັກບຸນ ລູກາ

ພາກທີ 22

VI. ພຣະມະຫາທໍຣະມານ

 

ການທໍລະຍົດຂອງຢູດາ

1.ເວລານັ້ນ ໃກ້ຈະຮອດບຸນສະຫລອງປັງບໍ່ມີເຊື້ອ ທີ່ເຄີຍຮຽກວ່າບຸນປາສກາ. 2.ພວກຫົວໜ້າສົງແລະພວກອາຈານພຣະຄຳພີຊອກຫາທາງເພື່ອຈະທຳລາຍພຣະອົງ, ແຕ່ພວກເຂົາຍັງຢ້ານປະຊາຊົນຢູ່. 3.ພໍດີຜີຊາຕານເຂົ້າດົນໃຈຂອງຢູດາ ຜູ້ມີຊື່ນ້ອຍວ່າອິດສະກາຣີອົດ, ເປັນຄົນໜຶ່ງໃນຈຳນວນອັກຄະສາວົກທັງສິບສອງ. 4.ຢູດາໄດ້ໄປຕົກລົງກັບພວກຫົວໜ້າສົງແລະພວກຫົວໜ້າຍາມພຣະວິຫານ ເຖິງວິທີການມອບພຣະອົງໃຫ້ພວກເຂົາ. 5.ພວກເຂົາຮູ້ສຶກດີໃຈຫລາຍ, ຈຶ່ງໄດ້ຕົກລົງຈະຈ່າຍຄ່າຈ້າງໃຫ້ຢູດາ. 6.ຢູດາກໍຕົກລົງເຫັນດີດ້ວຍ, ແລະຄອງຖ້າໂອກາດເພື່ອຈະມອບພຣະອົງໃຫ້ພວກເຂົາ ໂດຍບໍ່ໃຫ້ປະຊາຊົນຮູ້ເລີຍ.

 

ຕຽມກິນລ້ຽງປາສກາ

7.ວັນສະຫລອງປັງບໍ່ມີເຊື້ອ ອັນເປັນວັນທີ່ຕ້ອງບູຊາລູກແກະປາສກາ ກໍມາເຖິງ. 8.ພຣະເຢຊູເຈົ້າຈຶ່ງສົ່ງເປໂຕແລະຢວງໄປ ພ້ອມເວົ້າວ່າ: “ພວກເຈົ້າຈົ່ງໄປຈັດຕຽມການກິນລ້ຽງປາສກາ ເພື່ອພວກເຮົາຈະໄດ້ກິນນຳກັນ”. 9.ສາວົກທັງສອງທູນຖາມພຣະອົງວ່າ: “ພຣະອາຈານເຫັນດີໃຫ້ພວກຂ້ານ້ອຍຕຽມການກິນລ້ຽງນັ້ນຢູ່ໃສ?” 10.ພຣະອົງຕອບວ່າ: “ນີ່ນະ, ເມື່ອພວກເຈົ້າເຂົ້າໄປໃນເມືອງ, ພວກເຈົ້າຈະພົບຊາຍຄົນໜຶ່ງມີໄຫນ້ຳທູນຫົວ, ຈົ່ງຕິດຕາມເຂົາເຂົ້າໄປໃນເຮືອນ, 11.ແລະພວກເຈົ້າຈະເວົ້າກັບເຈົ້າເຮືອນວ່າ: “ພຣະອາຈານສັ່ງໃຫ້ພວກເຮົາມາຖາມທ່ານວ່າ: ແມ່ນຫ້ອງໃດທີ່ເຮົາຈະຮັບປະທານປາສກາ ພ້ອມກັບລູກສິດຂອງເຮົາໄດ້?” 12.ແລະເຈົ້າເຮືອນຈະຊີ້ບອກພວກເຈົ້າວ່າ ຢູ່ຊັ້ນເທິງມີຫ້ອງໃຫຍ່ຫ້ອງໜຶ່ງ ທີ່ມີໝອນມີຜ້າພົມຢູ່ແລ້ວ; ໃຫ້ພວກເຈົ້າຈັດຕຽມການກິນລ້ຽງຢູ່ຫັ້ນເຖີດ”. 13.ເຂົາທັງສອງກໍພ້ອມກັນໄປ ແລະພົບເຫັນຕາມທີ່ພຣະອົງໄດ້ບອກໄວ້ທຸກຢ່າງ, ແລະພວກເຂົາກໍໄດ້ຈັດຕຽມການກິນລ້ຽງປາສກາ.

 

ການກິນລ້ຽງປາສກາ

14.ເມື່ອເຖິງເວລາແລ້ວ, ພຣະເຢຊູເຈົ້າກໍສະເດັດເຂົ້ານັ່ງໂຕະພ້ອມກັບພວກທຳມະທູດ. 15.ພຣະອົງຊົງກ່າວແກ່ພວກເຂົາວ່າ: “ເຮົາປາດຖະໜາຢ່າງຍິ່ງທີ່ຈະຮັບປະທານປາສການີ້ກັບພວກເຈົ້າ ກ່ອນຈະຮັບທໍຣະມານ; 16.ເຮົາບອກພວກເຈົ້າວ່າ ເຮົາຈະບໍ່ຮັບປະທານປາສກາອີກ ຈົນກວ່າການສະຫລອງປາສກາຈະສຳເລັດໄປໃນອານາຈັກຂອງພຣະເປັນເຈົ້າ”. 17.ແລ້ວພຣະອົງຊົງຈັບເອົາຈອກ, ສົມມະນຄຸນ ແລ້ວກ່າວວ່າ: “ຈົ່ງຮັບເອົາແລະປັນກັນດື່ມເຖີດ. 18.ເຮົາບອກພວກເຈົ້າວ່າ ແຕ່ນີ້ໄປ ເຮົາຈະບໍ່ດື່ມນ້ຳອະງຸ່ນອີກເລີຍ ຈົນກວ່າພຣະຣາໄຊຂອງພຣະເປັນເຈົ້າຈະມາເຖິງ”.

 

ຕັ້ງສິນມະຫາສະໜິດ

19.ແລ້ວພຣະອົງຊົງຈັບເອົາເຂົ້າໜົມປັງ, ສົມມະນາພຣະຄຸນ, ຊົງບິແບ່ງແລ້ວຍື່ນໃຫ້ພວກເຂົາ ພ້ອມທັງກ່າວວ່າ: “ນີ້ແຫລະກາຍຂອງເຮົາ ທີ່ພວມຈະຖືກມອບເພື່ອພວກເຈົ້າ; ຈົ່ງກະທຳກິດຈະການນີ້ເພື່ອເປັນທີ່ລຳລຶກເຖິງເຮົາ”. 20.ເມື່ອເສັດການຮັບປະທານແລ້ວ ພຣະອົງກໍຊົງກະທຳດັ່ງດຽວກັນສຳລັບຈອກ, ພ້ອມທັງກ່າວວ່າ: “ຈອກນີ້ແມ່ນສຳພັນໄມຕີໃໝ່ໃນໂລຫິດຂອງເຮົາ ທີ່ພວມຈະໄຫລຫລັ່ງອອກມາເພື່ອພວກເຈົ້າ. 21.ແຕ່ວ່າ ນີ້ເດ ມືຂອງຜູ້ທີ່ຈະມອບເຮົາກໍຢູ່ເທິງໂຕະນີ້ກັບເຮົາ. 22.ບຸດແຫ່ງມະນຸດພວມຈະໄປຕາມທີ່ໄດ້ກຳໜົດໄວ້, ແຕ່ເວນກຳແກ່ຜູ້ທີ່ມອບບຸດແຫ່ງມະນຸດ!” 23.ພວກສາວົກຈຶ່ງຕ່າງຄົນຕ່າງຖາມກັນວ່າ ແມ່ນໃຜໃນພວກເຮົາຈະທຳສິ່ງນັ້ນ.

 

ຄວາມມັກໃຫຍ່ໃຝ່ສູງ

24.ພວກອັກຄະສາວົກຖຽງກັນວ່າ ໃນພວກເຂົານັ້ນຖືວ່າໃຜໃຫຍ່ກວ່າກັນ. 25.ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ: “ໃນບັນດາຊົນຊາດຕ່າງໆ ກະສັດເປັນຜູ້ບັງຄັບປົກຄອງ, ແລະພວກມີອຳນາດກໍມັກໃຫ້ຜູ້ອື່ນເອີ້ນຕົນວ່າເປັນຜູ້ມີບຸນ. 26.ແຕ່ສຳລັບພວກເຈົ້າ ຢ່າໃຫ້ເປັນດັ່ງນັ້ນເລີຍ; ກົງກັນຂ້າມ ຜູ້ໃຫຍ່ກວ່າໝູ່ໃນພວກເຈົ້າ ຕ້ອງຖືຕົວເປັນຜູ້ນ້ອຍກວ່າໝູ່, ແລະຜູ້ທີ່ເປັນນາຍໝູ່ ຕ້ອງຖືຕົວເປັນຜູ້ຮັບໃຊ້. 27.ທີ່ຈິງ ຜູ້ທີ່ນັ່ງກິນແລະຜູ້ຮັບໃຊ້ ແມ່ນໃຜໃຫຍ່ກວ່າກັນ? ບໍ່ແມ່ນຜູ້ທີ່ນັ່ງກິນບໍ? ຈົ່ງເບິ່ງເຮົາເຖີດ, ເຮົາເປັນຄືຜູ້ຮັບໃຊ້ໃນທ່າມກາງພວກເຈົ້າ! 28.ສ່ວນພວກເຈົ້າເຄີຍຢູ່ຮ່ວມທຸກກັບເຮົາສະເໝີ; 29.ສ່ວນເຮົາ, ເຮົາກໍຈັດຕຽມອານາຈັກໄວ້ສຳລັບພວກເຈົ້າ ດັ່ງດຽວກັນກັບທີ່ພຣະບິດາໄດ້ຈັດຕຽມໄວ້ສຳລັບເຮົາເອງ: 30.ຄືວ່າ ພວກເຈົ້າຈະຮັບປະທານຮ່ວມໂຕະດຽວກັບເຮົາໃນອານາຈັກຂອງເຮົາ, ແລະພວກເຈົ້າຈະນັ່ງເທິງບັນລັງເພື່ອພິພາກສາຊາດອິສຣາແອນທັງສິບສອງຕະກູນ. 

 

ຊົງທຳນາຍວ່າເປໂຕຈະປະຕິເສດ

31.“ຊີມອນ! ຊີມອນ! ຜີຊາຕານໄດ້ທວງຖາມເອົາພວກເຈົ້າໄປຮ່ອນເໝືອນດັ່ງຮ່ອນເຂົ້າ. 32.ແຕ່ເຮົາໄດ້ພາວະນາອຸທິດໃຫ້ເຈົ້າແລ້ວ ເພື່ອບໍ່ໃຫ້ຄວາມເຊື່ອຂອງເຈົ້າເສື່ອມເສຍໄປ; ສ່ວນເຈົ້າເອງ, ເມື່ອເຈົ້າຈະສຳນຶກຕົວໃໝ່ແລ້ວ, ກໍຈົ່ງຊ່ວຍໃຫ້ພວກພີ່ນ້ອງຂອງເຈົ້າໝັ້ນຄົງເຖີດ”. 33.ເປໂຕທູນພຣະອົງວ່າ: “ພຣະອົງເຈົ້າ! ຂ້ານ້ອຍພ້ອມແລ້ວທີ່ຈະຕິດຕາມພຣະອົງໄປ, ແມ່ນຈະຕ້ອງຖືກຄຸກຫລືຕາຍກໍຕາມ”. 34.ພຣະເຢຊູເຈົ້າຊົງກ່າວວ່າ: “ເປໂຕເອີຍ ເຮົາບອກເຈົ້າວ່າ ໃນມື້ນີ້ເອງ ກ່ອນໄກ່ຂັນ, ເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”. 35.ແລ້ວພຣະອົງຊົງກ່າວກັບພວກສາວົກວ່າ: “ເມື່ອເຮົາໄດ້ໃຊ້ພວກເຈົ້າໄປໂດຍບໍ່ຖືຖົງ, ບໍ່ຖືໄຖ່ ແລະບໍ່ໃສເກີບ ພວກເຈົ້າຍັງຂາດສິ່ງໃດແດ່?” 36.ພວກເຂົາທູນຕອບວ່າ: “ບໍ່ຂາດຫຍັງໝົດ”, ແລະພຣະອົງຊົງກ່າວວ່າ: “ແຕ່ວ່າດຽວນີ້, ຖ້າຜູ້ໃດມີຖົງມີໄຖ່, ກໍຈົ່ງເອົາຕິດຕົວໄປນຳ; ສ່ວນຜູ້ທີ່ບໍ່ມີ, ກໍຈົ່ງຂາຍເສື້ອຕຸ້ມເພື່ອຈະຊື້ເອົາງ້າວ. 37.ດ້ວຍເຫດນີ້ ເຮົາບອກພວກເຈົ້າວ່າ ທຸກສິ່ງທຸກຢ່າງຕ້ອງສຳເລັດໄປໃນຕົວເຮົາ ຕາມທີ່ພຣະຄຳພີໄດ້ຂຽນໄວ້ວ່າ: “ເຮົາໄດ້ນັບພຣະອົງເຂົ້າໃນໝູ່ຜູ້ຮ້າຍ”; ດັ່ງນີ້ ທຸກສິ່ງທີ່ກ່ຽວກັບເຮົາກຳລັງຈະສຳເລັດໄປ”. 38.ພວກອັກຄະສາວົກທູນພຣະອົງວ່າ: “ພຣະອົງເຈົ້າ, ຢູ່ນີ້ພໍດີມີງ້າວສອງດວງ”. ພຣະອົງຕອບວ່າ: “ພໍແລ້ວ”.

 

ຢູ່ທີ່ໂນນສວນໝາກກອກ

39.ພຣະເຢຊູເຈົ້າຈຶ່ງສະເດັດອອກໄປໂນນສວນໝາກກອກ, ບ່ອນພຣະອົງເຄີຍໄປ, ແລະພວກອັກຄະສາວົກກໍຕິດຕາມໄປດ້ວຍ. 40.ເມື່ອໄປຮອດບ່ອນແລ້ວ, ພຣະອົງຊົງກ່າວວ່າ: “ຈົ່ງສວດພາວະນາເພື່ອບໍ່ໃຫ້ຕົກໃນການປະຈົນຫລອກລວງ”. 41.ແລ້ວພຣະອົງຊົງສະເດັດອອກໄປ ປະມານຊົ່ວແກວ່ງກ້ອນຫິນເຖິງ, ຊົງຄູ້ເຂົ່າລົງພາວະນາວ່າ: 42.“ໂອພຣະບິດາເຈົ້າ, ຖ້າພຣະອົງພໍພຣະໄທ, ຂໍໃຫ້ຈອກນີ້ພົ້ນໄປຈາກລູກເຖີດ! ແຕ່ທັງນັ້ນກໍດີ, ຂໍຢ່າໃຫ້ເປັນໄປຕາມນ້ຳໃຈຂອງລູກ, ແຕ່ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງເຖີດ”. 43.ເວລານັ້ນ ມີເທວະດາອົງໜຶ່ງປະຈັກມາຈາກສະຫວັນ, ມາທຸເລົາບັນເທົາໃຈພຣະອົງ. 44.ຍ້ອນຮູ້ສຶກອຸກໃຈເຫລືອທົນ, ພຣະອົງຈຶ່ງຊົງພາວະນາຮ້ອນແຮງຂຶ້ນອີກ, ແລະເຫື່ອຂອງພຣະອົງໄຫລລິນອອກ ຄືເລືອດຢາດລົງດິນ. 45.ເມື່ອພາວະນາແລ້ວ, ພຣະອົງຊົງລຸກຂຶ້ນ ຫລົບຄືນມາຫາພວກສາວົກ, ແລະເຫັນພວກເຂົາກຳລັງນອນຫລັບຢູ່ຍ້ອນຄວາມໂສກເສົ້າ. 46.ພຣະອົງຈຶ່ງກ່າວກັບພວກເຂົາວ່າ: “ເປັນຫຍັງພວກເຈົ້າຈຶ່ງນອນຫລັບຢູ່? ຈົ່ງລຸກຂຶ້ນແລະພາວະນາ, ເພື່ອບໍ່ໃຫ້ຕົກໃນການປະຈົນຫລອກລວງ”.

 

ພຣະເຢຊູເຈົ້າຖືກຈັບກຸມ

47.ເມື່ອພຣະເຢຊູເຈົ້າກຳລັງກ່າວຢູ່ນັ້ນ, ຄົນພວກໜຶ່ງກໍມາຮອດ; ຜູ້ທີ່ພາມານັ້ນ ແມ່ນຄົນທີ່ຊື່ວ່າຢູດາ, ຜູ້ໜຶ່ງໃນຈຳນວນສາວົກສິບສອງຄົນ. ຢູດາຫຍັບເຂົ້າເພື່ອຈູບພຣະເຢຊູເຈົ້າ. 48.ພຣະອົງຊົງກ່າວກັບເຂົາວ່າ: “ຢູດາເອີຍ, ເຈົ້າມອບບຸດແຫ່ງມະນຸດດ້ວຍການຈູບດັ່ງນີ້ນໍ!” 49.ເມື່ອພວກຕິດຕາມພຣະອົງເລັງເຫັນເຫດການທີ່ຈະໄດ້ເກີດຂຶ້ນ, ຈຶ່ງທູນພຣະອົງວ່າ: “ພຣະອົງເຈົ້າ, ຕ້ອງໃຊ້ງ້າວຟັນບໍ?” 50.ແລ້ວຄົນໜຶ່ງໃນພວກເຂົາ ກໍໄດ້ຟັນຄົນໃຊ້ຂອງເຈົ້າຄະນະສົງ ຖືກໃບຫູເບື້ອງຂວາຂາດ. 51.ແຕ່ພຣະເຢຊູເຈົ້າກ່າວວ່າ: “ຢ່າ, ພໍແລ້ວ”. ແລ້ວພຣະອົງຊົງບາຍຫູຂອງຜູ້ນັ້ນ ທຳໃຫ້ເຂົາດີ. 52.ແລ້ວພຣະອົງຊົງກ່າວກັບບັນດາຫົວໜ້າສົງ, ຫົວໜ້າຍາມພຣະວິຫານ ແລະພວກເຖົ້າແກ່ທີ່ພາກັນມາຈັບພຣະອົງວ່າ: “ພວກທ່ານຖືວ່າເຮົາເປັນຜູ້ຮ້າຍບໍ ຈຶ່ງຖືງ້າວຖືຄ້ອນມາຈັບເຮົາ? 53.ທຸກໆມື້ເຮົາຢູ່ທ່າມກາງພວກທ່ານໃນພຣະວິຫານ; ພວກທ່ານກໍບໍ່ຈັບເຮົາ, ແຕ່ບັດນີ້ ເຖິງເວລາຂອງພວກທ່ານແລະອຳນາດແຫ່ງຄວາມມືດແລ້ວ”.

 

ເປໂຕປະຕິເສດ

54.ເມື່ອຈັບກຸມພຣະເຢຊູເຈົ້າແລ້ວ, ພວກເຂົາກໍພາພຣະອົງໄປສຳນັກເຈົ້າຄະນະສົງ. ເປໂຕຕິດຕາມໄປແຕ່ໄກໆ. 55.ພວກເຂົາໄດ້ດັງໄຟຂຶ້ນຢູ່ກາງເດີ່ນ, ແລ້ວພາກັນນັ່ງອ້ອມກອງໄຟ; ເປໂຕກໍເຂົ້າໄປນັ່ງນຳພວກເຂົາ. 56.ພໍດີສາວໃຊ້ຜູ້ໜຶ່ງເຫັນເປໂຕນັ່ງຜີງໄຟ; ເມື່ອເບິ່ງໜ້າຄັກໆແລ້ວ, ນາງຈຶ່ງເວົ້າວ່າ: “ຄົນນີ້ເຄີຍຢູ່ກັບຜູ້ນັ້ນດ້ວຍ”. 57.ເປໂຕປະຕິເສດວ່າ: “ນາງເອີຍ, ຂ້ອຍບໍ່ຮູ້ຈັກຄົນນັ້ນເລີຍ”. 58.ຕໍ່ຈາກນັ້ນບໍ່ນານ, ມີອີກຄົນໜຶ່ງເຫັນເປໂຕ ກໍເວົ້າວ່າ: “ເຈົ້ານີ້ເປັນຄົນໃນພັກພວກຂອງຜູ້ນັ້ນດ້ວຍ”. ເປໂຕຕອບວ່າ: “ບໍ່ແມ່ນດອກ, ສະຫາຍເອີຍ”. 59.ຕໍ່ມາອີກປະມານໜຶ່ງຊົ່ວໂມງ ອີກຄົນໜຶ່ງເວົ້າຢືນຢັນວ່າ: “ແມ່ນແທ້, ຄົນນີ້ຕ້ອງເປັນພັກພວກຂອງຜູ້ນັ້ນ, ຍ້ອນລາວເປັນຊາວຄາລີເລດ້ວຍກັນ”. 60.ເປໂຕຕອບວ່າ: “ສະຫາຍເອີຍ ເຮົາບໍ່ເຂົ້າໃຈຄວາມເວົ້າຂອງເຈົ້າເລີຍ”. ໃນເວລາທີ່ເປໂຕກຳລັງເວົ້າຢູ່ນັ້ນ ໄກ່ກໍຂັນຂຶ້ນ. 61.ແລະພຣະເຢຊູເຈົ້າຊົງຫັນພຣະພັກມາ ປັກແສງຕາໃສ່ເປໂຕ; ເປໂຕຈຶ່ງລະລຶກເຖິງພຣະວາຈາທີ່ພຣະອົງເຈົ້າໄດ້ກ່າວວ່າ: “ມື້ນີ້ເອງ, ກ່ອນໄກ່ຂັນ, ເຈົ້າຈະປະຕິເສດເຮົາເຖິງສາມເທື່ອ”. 62.ແລ້ວເປໂຕກໍອອກໄປທາງນອກ, ຮ້ອງໄຫ້ຢ່າງຂົມຂື່ນ. 63.ເວລານັ້ນ ພວກທີ່ຄຸມພຣະເຢຊູເຈົ້າກໍສົບປະໝາດເຢາະເຢີ້ຍແລະທໍຣະມານພຣະອົງ. 64.ພວກເຂົາເອົາຜ້າມາປົກພຣະພັກພຣະອົງແລະຖາມພຣະອົງວ່າ: “ເຊີນທວາຍເບິ່ງດູ, ແມ່ນໃຜຕີເຈົ້າ!” 65.ແລ້ວພວກເຂົາກໍຍັງດ່າປ້ອຍປະຈານພຣະອົງອີກຫລາຍຢ່າງຫລາຍແນວ.

 

ຢູ່ຕໍ່ໜ້າສານສູງ

66.ພໍຮຸ່ງແຈ້ງ, ພວກເຖົ້າແກ່, ພວກຫົວໜ້າສົງ ແລະອາຈານພຣະຄຳພີກໍປະຊຸມກັນ ແລະພາພຣະເຢຊູເຈົ້າໄປຕໍ່ໜ້າສານຂອງພວກເຂົາ. 67.ພວກເຂົາເວົ້າກັບພຣະອົງວ່າ: “ຖ້າທ່ານເປັນພຣະກຣິສໂຕເຈົ້າ, ກໍຈົ່ງບອກພວກເຮົາເຖີດ”. ພຣະອົງຊົງຕອບພວກເຂົາວ່າ: “ເຖິງເຮົາຈະເວົ້າ ພວກທ່ານກໍຈະບໍ່ເຊື່ອເຮົາດອກ. 68.ແລະຖ້າເຮົາຖາມ, ພວກທ່ານກໍຈະບໍ່ຕອບເຮົາ. 69.ແຕ່ວ່າ ນັບແຕ່ບັດນີ້ໄປ, ບຸດແຫ່ງມະນຸດຈະປະທັບນັ່ງຢູ່ເບື້ອງຂວາຂອງພຣະເປັນເຈົ້າຜູ້ຊົງຣິດທານຸພາບ”. 70.ເຂົາທັງຫລາຍຈຶ່ງຖາມພຣະອົງວ່າ: “ດັ່ງນັ້ນ ທ່ານເປັນບຸດຂອງພຣະເປັນເຈົ້າບໍ?” ພຣະອົງຈຶ່ງຕອບວ່າ: “ພວກທ່ານເວົ້າຖືກຕ້ອງແລ້ວ, ເຮົາເປັນຢ່າງນັ້ນແທ້”. 71.ພວກເຂົາຈຶ່ງຮ້ອງຂຶ້ນວ່າ: “ພວກເຮົາຍັງຈະຕ້ອງການພະຍານຫລັກຖານຫຍັງອີກ, ດ້ວຍວ່າພະເຮົາເອງໄດ້ຍິນຈາກປາກຂອງມັນແລ້ວ”.