ພຣະວໍຣະສານ ໂດຍນັກບຸນ ລູກາ

ພາກທີ 20

ສິດອຳນາດຂອງພຣະເຢຊູເຈົ້າ

1.ແຕ່ມື້ໜຶ່ງ ໃນຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນປະຊາຊົນ ແລະປະກາດຂ່າວປະເສີດຢູ່ໃນພຣະວິຫານ, ພວກຫົວໜ້າສົງແລະພວກອາຈານພຣະຄຳພີ ພ້ອມດ້ວຍພວກເຖົ້າ ແກ່ກໍພາກັນເຂົ້າມາ, 2.ແລະທູນຖາມພຣະອົງວ່າ: “ທ່ານຈົ່ງບອກພວກເຮົາວ່າ ທ່ານເອົາສິດມາແຕ່ໃສເພື່ອກະທຳສິ່ງເຫລົ່ານີ້, ຫລືວ່າແມ່ນຜູ້ໃດໄດ້ມອບສິດໃຫ້ທ່ານ?” 3.ພຣະເຢຊູເຈົ້າຊົງຕອບວ່າ: “ເຮົາຈະຖາມພວກເຈົ້າຂໍ້ໜຶ່ງ, ເຊີນພວກເຈົ້າບອກເຮົາວ່າ: 4.ພິທີລ້າງຂອງຢວງມາຈາກສະຫວັນຫລືວ່າມາຈາກມະນຸດ?” 5.ພວກເຫລົ່ານັ້ນຈຶ່ງຕຶກຕອງໃນໃຈວ່າ: “ຖ້າພວກເຮົາຕອບວ່າ ມາຈາກສະຫວັນ, ພຣະອົງກໍຈະຖາມວ່າ ເປັນຫຍັງພວກເຈົ້າບໍ່ໄດ້ເຊື່ອທ່ານ? 6.ແລະຖ້າພວກເຮົາຕອບວ່າມາຈາກມະນຸດ, ປະຊາຊົນກໍຈະເອົາກ້ອນຫີນແກວ່ງໃສ່ເຮົາ, ຍ້ອນພວກເຂົາເຊື່ອແນ່ວ່າ ທ່ານຢວງເປັນປະພາສົກຜູ້ໜຶ່ງ”. 7.ພວກເຂົາຈຶ່ງຕອບວ່າ: “ບໍ່ຮູ້ວ່າມາແຕ່ໃສ!” 8.ພຣະເຢຊູເຈົ້າເລີຍກ່າວວ່າ: “ສ່ວນເຮົາກໍຈະບໍ່ບອກພວກເຈົ້າຄືກັນວ່າ ເຮົາທຳສິ່ງນີ້ດ້ວຍສິດອັນໃດ”.

 

ຄວາມປຽບທຽບເລື່ອງຄົນທຳສວນອະງຸ່ນ

9.ແລ້ວພຣະເຢຊູເຈົ້າກ່າວຄວາມປຽບທຽບໃຫ້ປະຊາຊົນຟັງດັ່ງຕໍ່ໄປນີ້: “ມີບຸລຸດຜູ້ໜຶ່ງໄດ້ທຳສວນອະງຸ່ນໄວ້, ແລ້ວໃຫ້ຊາວສວນມາເຊົ່າ; ຕົວລາວເອງກໍອອກເດີນທາງໄປຕ່າງປະເທດ ເປັນເວລາດົນນານ. 10.ຄັ້ນເຖິງເວລາເກັບແລ້ວ ລາວກໍສົ່ງຄົນໃຊ້ໄປຫາພວກເຊົ່າສວນເພື່ອຮັບເອົາສ່ວນແບ່ງຂອງລາວ, ແຕ່ພວກເຊົ່າສວນຫຸ້ມທຸບຕີຄົນໃຊ້ນັ້ນ ແລະໄລ່ຄືນເມືອມືເປົ່າ. 11.ເຈົ້າຂອງສວນສົ່ງຄົນໃຊ້ຜູ້ໃໝ່ໄປອີກ; ແລະຜູ້ນີ້ກໍຖືກຕີ, ຖືກດ່າ ແລະຖືກໄລ່ຄືນເມືອມືເປົ່າອີກ. 12.ເຈົ້າຂອງສວນສົ່ງຄົນໃຊ້ໄປອີກ ເປັນຜູ້ທີສາມ; ແລະພວກເຊົ່າສວນກໍທຳຮ້າຍຈົນເປັນບາດແຜ ແລະເອົາລາວໄປຖິ້ມໄວ້ນອກສວນ. 13.ເຈົ້າຂອງສວນຈຶ່ງຄິດໃນໃຈວ່າ: “ທຳຢ່າງໃດນໍ? ເຮົາຈະສົ່ງລູກຊາຍສຸດທີ່ຮັກຂອງເຮົາໄປ; ບາງທີພວກເຂົາຈະນັບຖືແດ່”. 14.ແຕ່ວ່າ ເມື່ອເຫັນລູກເຈົ້າຂອງສວນມາ, ພວກເຂົາປຶກສາກັນວ່າ: “ນີ້ແຫລະຜູ້ສືບມູນມໍລະດົກມາຮອດແລ້ວ; ໃຫ້ພວກເຮົາຂ້າມັນຖິ້ມເສຍ; ດັ່ງນີ້ມູນມໍລະດົກກໍຈະຕົກເປັນຂອງພວກເຮົາ”. 15.ແລ້ວພວກເຂົາຈຶ່ງພາກັນຖູໄຖລູກເຈົ້າຂອງສວນອອກໄປນອກສວນ ແລະຂ້າຖິ້ມເສຍ. ເມື່ອເປັນດັ່ງນັ້ນ, ຜູ້ເຈົ້າສວນຈະທຳຢ່າງໃດກັບຄົນພວກນັ້ນ? 16.ເຈົ້າຂອງສວນຈະມາເອງ, ຈະສັ່ງຂ້າພວກເຊົ່າສວນນັ້ນໃຫ້ພິນາດໄປ, ແລະຈະມອບສວນໃຫ້ພວກອື່ນເຊົ່າ”.ເມື່ອຍິນຄວາມນັ້ນ, ປະຊາຊົນຮ້ອງຂຶ້ນວ່າ: “ສາທຸ, ຢ່າໃຫ້ເປັນເຊັ່ນນັ້ນເລີຍ!” 17.ແຕ່ພຣະເຢຊູເຈົ້າຊົງປັກສາຍຕາໃສ່ພວກເຂົາ, ແລ້ວກ່າວວ່າ: “ຖ້າດັ່ງນັ້ນ, ຂໍ້ຄວາມທີ່ມີຂຽນໄວ້ເຫລົ່ານີ້ຈະມີຄວາມໝາຍຢ່າງໃດ? “ຫິນທີ່ພວກຊ່າງກໍ່ໄດ້ໂຍນຖິ້ມແລ້ວ ໄດ້ກັບກາຍເປັນຫິນຈອດມຸມ”. 18.ຜູ້ໃດຕົກຖືກຫິນນີ້ກໍຈະແຕກຫັກ, ແລະຖ້າວ່າຕົກຖືກຜູ້ໃດ, ຜູ້ນັ້ນກໍຈະແຫລກມຸ່ນໄປໝົດ”.19.ໃນເວລານັ້ນເອງ ພວກອາຈານພຣະຄຳພີແລະພວກຫົວໜ້າສົງ ກໍຊອກຫາຊ່ອງທາງທີ່ຈະຈັບພຣະອົງ, ແຕ່ພວກເຂົາຢ້ານປະຊາຊົນ. ພວກເຂົາເຂົ້າໃຈດີວ່າ ພຣະອົງກ່າວຄວາມປຽບທຽບນີ້ເພື່ອສຽດໃສ່ພວກເຂົາ.

 

ການເສຍສ່ວຍໃຫ້ເຈົ້າເຊຊາ

20.ພວກອາຈານພຣະຄຳພີແລະພວກຫົວໜ້າສົງຈຶ່ງຊອມເບິ່ງ, ແລະໃຊ້ຄົນມາສອດແນມພຣະອົງ. ພວກນີ້ກໍທຳທ່າເປັນຜູ້ທ່ຽງທຳ, ໝາຍຈະຈັບຜິດໃນພຣະວາຈາຂອງພຣະອົງ ເພື່ອຈະໄດ້ມອບພຣະອົງໃຫ້ຜູ້ວ່າລາດຊະການທີ່ມີສິດອຳນາດ. 21.ພວກເຂົາຈຶ່ງທູນຖາມພຣະອົງວ່າ: “ພຣະອາຈານເອີຍ! ພວກຂ້ານ້ອຍຮູ້ດີວ່າ ທ່ານກ່າວແລະສອນແຕ່ຄວາມທ່ຽງກົງ; ທ່ານບໍ່ເຫັນແກ່ໜ້າແກ່ຕາຜູ້ໃດ; ທ່ານເທດສະໜາສັ່ງສອນແຕ່ທາງຂອງພຣະເປັນເຈົ້າຕາມຄວາມສັດຈິງ. 22.ພວກຂ້ານ້ອຍມີອະນຸຍາດເສຍສ່ວຍໃຫ້ເຈົ້າເຊຊາຫລືບໍ່?” 23.ແຕ່ພຣະອົງຊົງຊາບເຖິງເລ່ກົນຂອງພວກເຂົາ, ຈຶ່ງກ່າວວ່າ: 24.“ຈົ່ງເອົາເງິນມາໃຫ້ເຮົາເບິ່ງຫລຽນໜຶ່ງ. ຮູບແລະຊື່ນີ້ແມ່ນຂອງໃຜ?” ພວກເຂົາທູນຕອບວ່າ: “ແມ່ນຂອງເຈົ້າເຊຊາ”. 25.ພຣະອົງຈຶ່ງກ່າວຕໍ່ພວກເຂົາວ່າ: “ດັ່ງນັ້ນ ຂອງເຈົ້າເຊຊາກໍຈົ່ງສົ່ງຄືນໃຫ້ເຈົ້າເຊຊາ, ແລະຂອງພຣະເປັນເຈົ້າກໍຈົ່ງສົ່ງຄືນໃຫ້ພຣະເປັນເຈົ້າ”. 26.ດັ່ງນີ້ ພວກເຂົາຈຶ່ງບໍ່ສາມາດຈັບຜິດໃນພຣະວາຈາຂອງພຣະອົງຕໍ່ໜ້າປະຊາຊົນ ແລະພວກເຂົາກໍພິດສະຫວົງງົງງຶດໃນຄວາມຕອບຂອງພຣະອົງ, ຈຶ່ງພາກັນມິດງຽບຢູ່.

 

ການກັບເປັນຄືນມາຂອງພວກຜູ້ຕາຍ

27.ພວກຊາດູເຊວບາງຄົນ ຊຶ່ງເປັນຄະນະໜຶ່ງທີ່ປະຕິເສດເລື່ອງການກັບເປັນຄືນມາ, ໄດ້ເຂົ້າມາທູນຖາມພຣະອົງ 28.ດັ່ງນີ້ວ່າ: “ພຣະອາຈານເອີຍ! ທ່ານໂມແຊໄດ້ຕັ້ງບັນຢັດໄວ້ດັ່ງນີ້: ຖ້າຜູ້ໃດຜູ້ໜຶ່ງມີອ້າຍທີ່ໄດ້ແຕ່ງງານ ແລ້ວກໍຕາຍໄປກ່ອນມີລູກເກີດມາ ກໍໃຫ້ຜູ້ນ້ອງ ນັ້ນແຕ່ງງານກັບເອື້ອຍໄພ້ຜູ້ເປັນໝ້າຍ ເພື່ອຈະໄດ້ມີລູກເກີດມາສືບຕະກູນຂອງອ້າຍ. 29.ດັ່ງນີ້ ມີອ້າຍນ້ອງເຈັດຄົນ ຜູ້ທີໜຶ່ງໄດ້ແຕ່ງງານແລ້ວກໍເລີຍຕາຍ ໂດຍບໍ່ທັນມີລູກເກີດມາ. 30.ຜູ້ທີສອງ 31.ແລ້ວຜູ້ທີສາມ ຕະຫລອດລົງມາເຖິງຜູ້ທີເຈັດ ໄດ້ແຕ່ງງານກັບຍິງໝ້າຍນັ້ນທັງເຈັດອ້າຍນ້ອງໄດ້ຕາຍໄປໂດຍບໍ່ມີລູກເລີຍ. 32.ທີ່ສຸດ ຍິງຜູ້ນັ້ນກໍໄດ້ຕາຍດ້ວຍ. 33.ດັ່ງນີ້ ເມື່ອວັນກັບເປັນຄືນມາ ຍິງຜູ້ນັ້ນຈະເປັນພັນລະຍາຂອງໃຜ? ດ້ວຍວ່າອ້າຍນ້ອງທັງເຈັດໄດ້ເອົາລາວເປັນພັນລະຍາ.” 34.ພຣະເຢຊູເຈົ້າຊົງກ່າວຕອບພວກເຂົາວ່າ: “ບຸດແຫ່ງໂລກແຕ່ງງານເປັນສາມີພັນລະຍາກັນ. 35.ແຕ່ວ່າພວກທີ່ຈະໄດ້ສົມມີສ່ວນໃນໂລກໜ້າ ແລະໃນການກັບເປັນຄືນມາຈາກພວກຜູ້ຕາຍນັ້ນ ຈະບໍ່ແຕ່ງງານເປັນສາມີພັນລະຍາກັນເລີຍ. 36.ດ້ວຍວ່າພວກເຂົາຈະບໍ່ຕາຍອີກເລີຍ ພວກເຂົາເປັນດັ່ງເທວະດາ ແລະເປັນບຸດຂອງພຣະເປັນເຈົ້າ ຍ້ອນວ່າໄດ້ເປັນບຸດແຫ່ງການກັບເປັນຄືນມາ. 37.ແລະສ່ວນທີ່ວ່າ ພວກຜູ້ຕາຍຈະກັບເປັນຄືນມານັ້ນ ໂມແຊກໍໄດ້ກ່າວເຖິງດ້ວຍໃນຕອນກ່ຽວດ້ວຍພຸ່ມໄມ້ ເມື່ອທ່ານຮຽກພຣະເປັນເຈົ້າວ່າ ເປັນພຣະເຈົ້າຂອງອາບຣາຮຳ ພຣະເຈົ້າຂອງອີຊາອັກ ແລະພຣະເຈົ້າຂອງຢາກັອບ. 38.ຕາມຈິງແລ້ວ ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງພວກຜູ້ຕາຍ ແຕ່ເປັນພຣະເປັນເຈົ້າຂອງພວກຜູ້ເປັນ ຍ້ອນວ່າທຸກຄົນມີຊີວິດຢູ່ຕໍ່ພຣະພັກພຣະອົງ.” 39.ເມື່ອໄດ້ຍິນດັ່ງນີ້ ພວກອາຈານພຣະຄຳພີບາງຄົນທູນຂຶ້ນວ່າ: “ພຣະອາຈານເອີຍ ທ່ານກ່າວຖືກຕ້ອງຄັກແລ້ວ.” 40.ແລະພວກເຂົາກໍບໍ່ຫານຈະທູນຖາມພຣະອົງໃນເລື່ອງໃດອີກ.

 

ພຣະກຣິສໂຕບຸດແລະພຣະອົງເຈົ້າຂອງກະສັດດາວິດ

41.ພຣະເຢຊູເຈົ້າຈຶ່ງເລີຍກ່າວກັບພວກເຂົາວ່າ: “ເປັນຈັງໃດຈຶ່ງວ່າ ພຣະກຣິສໂຕເປັນບຸດຂອງກະສັດດາວິດ? 42.ຍ້ອນວ່າແມ່ນກະສັດດາວິດເອງໄດ້ກ່າວໄວ້ໃນໜັງສືບົດເພງສັກສິດວ່າດັ່ງນີ້: ພຣະອົງເຈົ້າໄດ້ຊົງກ່າວກັບພຣະອົງເຈົ້າຂອງຂ້າພະເຈົ້າວ່າ: ເຊີນປະທັບນັ່ງຢູ່ເບື້ອງຂວາຂອງເຮົາ. 43.ຈົນກວ່າເຮົາຈະທຳໃຫ້ພວກສັດຕູຂອງທ່ານ ເປັນຕັ່ງຮອງພະບາດຂອງທ່ານ”. 44.ຖ້າຫາກວ່າ ກະສັດດາວິດຮຽກພຣະກຣິສໂຕເປັນພຣະອົງເຈົ້າແລ້ວ, ພຣະອົງຈະເປັນບຸດຂອງກະສັດດາວິດໄດ້ຢ່າງໃດອີກ?”

 

ຄວາທຽມໃຈບຸນຂອງພວກອາຈານພຣະຄຳພີ

45.ຂະນະທີ່ປະຊາຊົນທັງຫລາຍກຳລັງຟັງພະໂອວາດພຣະອົງຢູ່, ພຣະອົງຊົງກ່າວແກ່ພວກສາວົກຕໍ່ໜ້າພວກເຂົາວ່າ: 46.“ຈົ່ງລະວັງພວກອາຈານພຣະຄຳພີທີ່ມັກນຸ່ງເສື້ອຍາວອອກໄປທ່ຽວ, ມັກໃຫ້ຜູ້ຄົນສະແດງຄາລະວະຕາມສະໜາມຫລວງ, ມັກນັ່ງຢູ່ແຖວໜ້າໃນໂຮງທຳ ແລະຢູ່ຫົວໂຕະໃນງານກິນລ້ຽງ. 47.ພວກເຂົາມີແຕ່ແຫບແຫ້ນກິນຊັບສິ່ງຂອງຂອງພວກແມ່ໝ້າຍ ພ້ອມທຳທ່າສວດພາວະນາຍືດຍາວ. ພວກເຂົານັ້ນຈະຖືກຕັດສິນລົງໂທດໜັກກວ່າຜູ້ອື່ນ”.