ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 2
ພຣະເຢຊູເຈົ້າບັງເກີດ
1.ໃນເວລານັ້ນ, ພຣະເຈົ້າເຊຊາເຣເອົາກູດສະໂຕຊົງມີພະລາດຊະດຳຣັດ ສັ່ງໃຫ້ຈົດທະບຽນສຳມະໂນຄົວທົ່ວຈັກກະພົບ. 2.ການຈົດທະບຽນຄັ້ງທຳອິດໄດ້ທຳຂຶ້ນໃນສະໄໝທ່ານຊີຣີໂນເປັນຜູ້ປົກຄອງແຂວງຊີຣີ. 3.ພົນລະເມືອງທັງຫລາຍຕ່າງຄົນຕ່າງໄປຈົດທະບຽນສຳມະໂນຢູ່ບ້ານເກົ່າເມືອງເດີມຂອງຕົນ.
4.ຢໍແຊກໍໄດ້ຈາກບ້ານນາຊາແຣດແຂວງຄາລີເລ ໄປພ້ອມກັບພຣະນາງມາຣີອາຜູ້ພັນລະຍາທີ່ຖືພາຢູ່, ເພື່ອໄປເບັດເລແຮມເມືອງຂອງພະຍາດາວິດໃນແຂວງຢູເດ, 5.ຍ້ອນວ່າທ່ານສືບເຊື້ອສາຍເປັນລູກຫລານຂອງພະຍາດາວິດ. 6.ເວລາທ່ານທັງສອງພັກຢູ່ເມືອງນັ້ນ, ກໍພໍດີເຖິງເວລາພຣະນາງຈະປະສູດ. 7.ພຣະນາງກໍໄດ້ປະສູດບຸດຫົວປີ ພຣະນາງໄດ້ເອົາແພມາຫົ່ມໃຫ້, ແລ້ວວາງລົງນອນໃນຮາງຫຍ້າ ຍ້ອນບໍ່ມີບ່ອນພັກເຊົາຢູ່ໃນເຮືອນພັກ.
ພວກຊຸມພາບານ
8.ໃນບໍລິເວນນັ້ນ ມີຊຸມພາບານພວກໜຶ່ງທີ່ອາໄສຢູ່ໃນທົ່ງນາ ແລະປ່ຽນກັນເຝົ້າເບິ່ງຝູງສັດໃນຍາມກາງຄືນ. 9.ເທວະດາຂອງພຣະເຈົ້າໄດ້ປະຈັກຢູ່ໃກ້ໆພວກເຂົາ ແລະມີແສງສະຫວ່າງແຫ່ງສີມຸງຄຸນຂອງພຣະເຈົ້າຫຸ້ມອ້ອມພວກເຂົາ. ພວກເຂົາພາກັນຕົກໃຈຕົວສັ່ນຢ້ານກົວຢ່າງໃຫຍ່. 10.ເທວະດາຈຶ່ງບອກວ່າ: “ພວກເຈົ້າຢ່າຢ້ານກົວເລີຍ, ເຮົາມາແຈ້ງຂ່າວຄວາມຍິນດີອັນຍິ່ງໃຫຍ່ສຳລັບປະຊາຊົນທຸກຄົນ ໃຫ້ພວກເຈົ້າຊາບ, 11.ຄືວ່າ ມື້ນີ້ເອງ ອົງຜູ້ບັນດານຄວາມຮອດ ຜູ້ແມ່ນພຣະກຣິສໂຕເຈົ້າ ໄດ້ບັງເກີດມາຢູ່ເມືອງຂອງພະຍາດາວິດ. 12.ພວກເຈົ້າຈະຮູ້ຈັກພຣະອົງດ້ວຍສຳຄັນນີ້ຄື: ພວກເຈົ້າຈະພົບເຫັນກຸມານນ້ອຍຜູ້ໜຶ່ງຫົ່ມແພ ນອນຢູ່ໃນຮາງຫຍ້າ”.
13.ໃນເວລາດຽວກັນນັ້ນ, ຝູງເທວະດາແຫ່ງກອງທັບສະຫວັນເປັນຈຳນວນມາກມາຍ ກໍຮ່ວມສຽງກັບເທວະດາຜູ້ມາສົ່ງຂ່າວ ຮ້ອງຍ້ອງຍໍສໍລະເສີນພຣະເປັນເຈົ້າວ່າ: 14.“ສີມຸງຄຸນໃຫ້ພຣະເປັນເຈົ້າຢູ່ສະຫວັນສູງສຸດ, ແລະສັນຕິສຸກຈົ່ງມີແກ່ຄົນຊອບທຳໃນແຜ່ນດິນ”.
15.ເມື່ອພວກເທວະດາຈາກພວກເຂົາໄປສະຫວັນແລ້ວ, ພວກຊຸມພາບານເວົ້າກັນວ່າ “ພວກເຮົາຈົ່ງພາກັນໄປເບັດເລແຮມເຖີດ, ໄປເບິ່ງສິ່ງທີ່ໄດ້ເກີດເປັນມາ ຕາມທີ່ພຣະອົງໄດ້ບອກໃຫ້ຮູ້.” 16.ພວກເຂົາໄດ້ພາກັນຮີບໄປ ແລະໄດ້ພົບເຫັນພຣະນາງມາຣີອາ ທ່ານຢໍແຊ ແລະກຸມານນ້ອຍນອນຢູ່ໃນຮາງຫຍ້າ. 17.ຮູ້ເຫັນເຫດການນີ້ແລ້ວ ພວກເຂົາກໍພາກັນເລົ່າລືເລື່ອງລາວທີ່ໄດ້ຍິນໄດ້ຟັງກ່ຽວກັບກຸມານນີ້. 18.ພວກທີ່ໄດ້ຍິນໄດ້ຟັງເລື່ອງທີ່ພວກຊຸມພາບານບອກເລົ່ານັ້ນ ທຸກຄົນກໍປະຫລາດໃຈ. 19.ສ່ວນພຣະນາງມາຣີອານັ້ນ ພຣະນາງໄດ້ຮັກສາຂໍ້ຄວາມເຫລົ່ານີ້ໄວ້ ແລະຮຳເພິງພິຈາລະນາຢູ່ໃນໃຈ. 20.ແລ້ວພວກຊຸມພາບານກໍພາກັນຫລົບເມືອ ພ້ອມທັງຍ້ອງຍໍສັນຣະເສີນພຣະເປັນເຈົ້າ ຍ້ອນສິ່ງທີ່ໄດ້ຍິນແລະໄດ້ເຫັນຕາມຂ່າວທີ່ໄດ້ຮັບນັ້ນ.
ພຣະເຢຊູເຈົ້າຊົງຮັບສິນຕັດ
21.ລ່ວງມາໄດ້ແປດມື້ ກໍເຖິງກຳໜົດຮັບພິທີສິນຕັດ; ພຣະກຸມານຈຶ່ງຮັບເອົາພຣະນາມວ່າ: ເຢຊູ, ຕາມທີ່ເທວະດາໄດ້ບອກໄວ້ ກ່ອນທີ່ພຣະອົງຈະປະຕິສົນ.
ຖະຫວາຍພຣະເຢຊູເຈົ້າໃນພຣະວິຫານ
22.ເມື່ອເຖິງວັນພຣະນາງມາຣີອາຖືສິນຊຳຣະຕາມກົດໝາຍຂອງໂມແຊ, ທ່ານທັງສອງໄດ້ນຳພຣະກຸມານໄປນະຄອນເຢຣູຊາແລມ ເພື່ອຖະຫວາຍພຣະອົງແດ່ພຣະອົງເຈົ້າ, 23.ຕາມທີ່ໄດ້ຈາລຶກໄວ້ໃນພຣະທຳບັນຢັດຂອງພຣະອົງເຈົ້າຄື: ຈະຕ້ອງຖະຫວາຍບຸດຊາຍຫົວປີທຸກຄົນ ແດ່ພຣະເຈົ້າ, 24.ແລະຕ້ອງຖະຫວາຍນົກເຂົາຄູ່ໜຶ່ງ ຫລືນົກກາງແກສອງໂຕເປັນຂອງບູຊາ ຕາມທີ່ໄດ້ບອກໄວ້ໃນພຣະທຳບັນຢັດຂອງພຣະອົງເຈົ້າດ້ວຍ.
ທ່ານຜູ້ເຖົ້າຊີເມອອນ
25.ໃນເວລານັ້ນ ຢູ່ທີ່ນະຄອນເຢຣູຊາແລມ ມີບຸລຸດຜູ້ໜຶ່ງຊື່ຊີເມອອນ ເປັນຄົນທ່ຽງທຳແລະສັດທາ ກຳລັງຄອຍຖ້າຄວາມບັນເທົາແຫ່ງຊາດອິສຣາແອນ ແລະພຣະຈິດເຈົ້າສະຖິດຢູ່ກັບເພິ່ນ. 26.ພຣະຈິດເຈົ້າໄດ້ຊົງໄຂສຳແດງແກ່ເພິ່ນວ່າ ເພິ່ນຈະບໍ່ຕາຍກ່ອນໄດ້ເຫັນພຣະກຣິສໂຕຂອງພຣະອົງເຈົ້າ. 27.ພຣະຈິດເຈົ້າໄດ້ຊົງດົນໃຈເພິ່ນໃຫ້ເຂົ້າໄປພຣະວິຫານ. ໃນເວລາທີ່ບິດາມານດາພາພຣະເຢຊູເຈົ້າມາ ເພື່ອປະຕິບັດຕາມພຣະບັນຢັດນັ້ນ. 28.ຊີເມອອນກໍໄດ້ອູ້ມ ພຣະອົງ ພ້ອມທັງຖະຫວາຍພອນແດ່ພຣະເປັນເຈົ້າວ່າ: 29.“ໂອພຣະອົງເຈົ້າ! ບັດນີ້ ພຣະອົງສາມາດປະໃຫ້ຜູ້ຮັບໃຊ້ຂອງພຣະອົງ ອຳລາໄປຢ່າງສະຫງົບໄດ້ ຕາມວາຈາຂອງພຣະອົງ. 30.ຍ້ອນວ່າດວງຕາຂອງຂ້າພະເຈົ້າໄດ້ເຫັນຄວາມຮອດຂອງພຣະອົງ 31.ທີ່ພຣະອົງໄດ້ຊົງຈັດຕຽມໄວ້ຕໍ່ໜ້ານານາຊາດ, 32.ເພື່ອເປັນຄວາມສະຫວ່າງສ່ອງແສງໃຫ້ນານາຊາດ ແລະເປັນກຽດມຸງຄຸນໃຫ້ອິສຣາແອນປະຊາກອນຂອງພຣະອົງ.
33.ບິດາແລະມານດາຂອງພຣະອົງ, ເມື່ອໄດ້ຍິນກ່າວເຖິງພຣະກຸມານດັ່ງນີ້ ກໍຮູ້ສຶກມີຄວາມປະຫລາດໃຈ. 34.ທ່ານຊີເມອອນໄດ້ອວຍພອນໃຫ້ທ່ານທັງສາມ ແລະເວົ້າກັບພຣະນາງມາຣີອາມານດາຂອງພຣະອົງວ່າ: “ພຣະກຸມານນີ້ເກີດມາເພື່ອຄວາມພິນາດ ແລະຄວາມຮອດຂອງຄົນເປັນຈຳນວນມາກໃນຊາດອິສຣາແອນ ແລະຈະເປັນເປົ້າໃຫ້ມະນຸດຂັດແຍ່ງກັນ. 35.ສ່ວນພຣະນາງ, ພຣະນາງຈະຖືກດາບຍອກແທງຫົວໃຈ. ດັ່ງນີ້ແລ້ວ ຄວາມຄຶດເລິກລັບໃນໃຈຂອງຫລາຍຄົນຈະປາກົດອອກມາພາຍນອກ.”
ຄຳທຳນາຍຂອງນາງອັນນາ
36.ຍັງມີສະຕີປະພາສົກຜູ້ໜຶ່ງ ຊື່ອັນນາ, ບຸດສາວຂອງຟານູແອນ ເກີດໃນຕະກູນຂອງອາແຊ. ນາງແກ່ອາຍຸຫລາຍແລ້ວ. ເມື່ອເວລາຍັງສາວ ນາງເຄີຍມີສາມີ ແລະໄດ້ຢູ່ຮ່ວມກັນພຽງເຈັດປີ. 37.ຕໍ່ນັ້ນມາ ນາງກໍເປັນໝ້າຍຈົນຮອດອາຍຸແປດສິບສີ່ປີ. ນາງອາໄສຢູ່ແຕ່ໃນພຣະວິຫານ ບົວລະບັດພຣະເປັນເຈົ້າທັງເວັນທັງຄືນ ດ້ວຍການຈຳສິນພາວະນາ. ພໍດີນາງເຂົ້າມາເວລານັ້ນດ້ວຍ, ນາງຈຶ່ງຮ້ອງສັນຣະເສີນພຣະເປັນເຈົ້າ ແລະບອກຂ່າວເລື່ອງພຣະກຸມານໃຫ້ທຸກຄົນທີ່ຄອຍຖ້າຜູ້ມາປົດປ່ອຍອິສຣາແອນຊາບ.
ກັບມາທີ່ເມືອງນາຊາແຣັດ
39.ເມື່ອທ່ານທັງສອງໄດ້ປະຕິບັດຕາມພຣະທຳບັນຢັດຂອງພຣະເປັນເຈົ້າແລ້ວ, ກໍຫລົບເມືອນາຊາແຣດເມືອງຂອງຕົນ ໃນແຂວງຄາລີເລ. 40.ສ່ວນພຣະກຸມານກໍຈະເລີນເຕີບໂຕຂຶ້ນ ມີແຮງມີກຳລັງ ພຽບດ້ວຍຄວາມຮູ້ ຄວາມລອບຄອບ ແລະພຣະຄຸນຂອງ ພຣະເປັນເຈົ້າກໍສະຖິດຢູ່ກັບພຣະອົງດ້ວຍ.
ພຣະເຢຊູເຈົ້າຢູ່ກາງພວກນັກປາດ
41.ທຸກໆປີ, ບິດາມານດາຂອງພຣະເຢຊູເຈົ້າເຄີຍໄປນະຄອນເຢຣູຊາແລມເພື່ອສະຫລອງບຸນປາສກາ. 42.ເມື່ອພຣະອົງມີອາຍຸສິບສອງປີແລ້ວ, ພຣະອົງໄດ້ສະເດັດໄປນະຄອນເຢຣູຊາແລມພ້ອມກັບບິດາມານດາເພື່ອສະຫລອງບຸນຕາມທຳນຽມ. 43.ເມື່ອສິ້ນວັນສະຫລອງແລ້ວ, ກໍພາກັນຫລົບເມືອ. ສ່ວນພຣະເຢຊູເຈົ້າຍັງຢູ່ນະຄອນເຢຣູຊາແລມ, ໂດຍພໍ່ແມ່ບໍ່ຮູ້ເມື່ອ. 44.ທ່ານທັງສອງຄຶດວ່າພຣະອົງຄົງໄປນຳໝູ່. ເດີນທາງມາໄດ້ມື້ໜຶ່ງແລ້ວ, ຈຶ່ງຊອກຫາພຣະອົງໃນໝູ່ຍາດພີ່ນ້ອງແລະຜູ້ຮູ້ຈັກກັນ. 45.ແຕ່ບໍ່ພົບເຫັນພຣະອົງ, ທ່ານທັງສອງຈຶ່ງຫລົບຄືນໄປຊອກຫາພຣະອົງຢູ່ນະຄອນເຢຣູຊາແລມ.
46.ຊອກຫາຢູ່ສາມມື້ ຈຶ່ງພົບພໍ້ພຣະອົງຢູ່ໃນພຣະວິຫານ ປະທັບຢູ່ກາງພວກນັກປາດ, ຊົງຟັງພວກເຂົາ ແລະໄຕ່ຖາມພວກເຂົາ. 47.ທຸກຄົນທີ່ໄດ້ຍິນວາຈາຂອງພຣະອົງ ກໍພິດສະຫວົງໃນສະຕິປັນຍາແລະໃນຄຳຕອບຂອງພຣະອົງ. 48.ທ່ານທັງສອງເຫັນດັ່ງນັ້ນກໍມີຄວາມປະຫລາດໃຈ. ພຣະນາງຈຶ່ງເວົ້າກັບພຣະອົງວ່າ: “ລູກເອີຍ! ເປັນຫຍັງລູກຈຶ່ງທຳຕໍ່ພໍ່ແມ່ດັ່ງນີ້? ເບິ່ງພໍ່ກັບແມ່ພາກັນຊອກຫາລູກດ້ວຍຄວາມອຸກທຸກໃຈ”. 49.ພຣະອົງຕອບວ່າ: “ພໍ່ແມ່ຊອກຫາລູກເຮັດຫຍັງ! ພໍ່ແມ່ບໍ່ຮູ້ຈັກບໍວ່າ ລູກຕ້ອງທຳວຽກການຂອງພຣະບິດາຂອງລູກ?” 50.ທັງສອງທ່ານບໍ່ເຂົ້າໃຈຄຳຕອບນີ້ເລີຍ. 51.ແລ້ວພຣະອົງສະເດັດຕາມທ່ານທັງສອງເມືອນາຊາແຣັດ, ແລະໄດ້ນົບນອບຟັງຄວາມທ່ານທັງສອງດ້ວຍ. ສ່ວນພຣະມານດາກໍຮັກສາເລື່ອງທັງໝົດນີ້ໄວ້ໃນໃຈ. 52.ພຣະເຢຊູເຈົ້າກໍຈະເລີນໃຫຍ່ຂຶ້ນທາງຄວາມລອບຄອບ, ທາງອາຍຸ ແລະທາງພຣະຄຸນ ຕໍ່ພຣະພັກພຣະເປັນເຈົ້າແລະຕໍ່ໜ້າມະນຸດດ້ວຍ.