ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 19
ເລື່ອງຊາເກວ
1.ເມື່ອສະເດັດເຂົ້າໃນເມືອງເຢຣີໂກ ພຣະເຢຊູເຈົ້າຊົງເດີນຜ່ານເມືອງ. 2.ພໍດີມີບຸລຸດຜູ້ໜຶ່ງຊື່ຊາເກວ ເປັນຫົວໜ້າພວກເກັບສ່ວຍແລະເປັນຄົນຮັ່ງມີ.
3.ຊາເກວຊອກຫາຢາກເຫັນວ່າ ພຣະເຢຊູເຈົ້າແມ່ນຜູ້ໃດ ແຕ່ບໍ່ສາມາດເຫັນພຣະອົງໄດ້ ຍ້ອນຝູງຊົນຫລາຍ ແລະລາວເອງກໍເປັນຄົນເຕ້ຍ. 4.ລາວຈຶ່ງແລ່ນໄປທາງໜ້າແລ້ວຂຶ້ນເທິງກົກເດື່ອ ເພື່ອຈະເຫັນພຣະເຢຊູເຈົ້າທີ່ຕ້ອງຜ່ານມາທາງນັ້ນ. 5.ພໍພຣະເຢຊູເຈົ້າມາເຖິງບ່ອນນັ້ນ ຊົງເງີຍພຣະພັກຂຶ້ນທອດພຣະເນດເຫັນລາວ ຈຶ່ງກ່າວວ່າ: “ຊາເກວເອີຍ ລົງມາໄວ ຍ້ອນວ່າມື້ນີ້ ເຮົາຕ້ອງໄປພັກເຊົາຢູ່ເຮືອນເຈົ້າ.” 6.ຊາເກວກໍຮີບລົງມາທັນທີ ແລະຕ້ອນຮັບພຣະອົງດ້ວຍຄວາມຊື່ນຊົມຍິນດີ. 7.ເມື່ອເຫັນດັ່ງນັ້ນ ທຸກຄົນພາກັນຈົ່ມວ່າ: “ທ່ານຜູ້ນີ້ໄປພັກ ເຊົາຢູ່ກັບຄົນບາບ!” 8.ສ່ວນຊາເກວເອງທູນພຣະອົງເຈົ້າຢ່າງຈິງໃຈວ່າ: “ໂອພຣະອົງເຈົ້າ ບັດນີ້ຂ້ານ້ອຍຂໍຍົກຊັບສົມບັດເຄິ່ງໜຶ່ງຂອງຂ້ານ້ອຍໃຫ້ແກ່ຄົນທຸກຈົນ ແລະຖ້າຂ້ານ້ອຍໄດ້ທຳຜິດຍຸຕິທຳຕໍ່ຜູ້ໃດ ຂ້ານ້ອຍຂໍໃຊ້ແທນໃຫ້ສີ່ເທົ່າ.” 9.ພຣະເຢຊູເຈົ້າກ່າວວ່າ: “ມື້ນີ້ ເຮືອນຫລັງນີ້ໄດ້ຮັບຄວາມຮອດແລ້ວ ຍ້ອນວ່າຜູ້ນີ້ກໍແມ່ນບຸດຂອງອາບຣາຮຳຄືກັນ. 10.ດ້ວຍວ່າບຸດແຫ່ງມະນຸດລົງມາເພື່ອຊອກຫາແລະຊ່ວຍຜູ້ທີ່ເສຍໄປ ໃຫ້ເອົາຕົວຮອດ”.
ຄວາມປຽບທຽບເລື່ອງເງິນທີ່ຝາກໄວ້
11.ໃນເວລາທີ່ປະຊາຊົນກຳລັງຕັ້ງໃຈຟັງພຣະວາຈາຢູ່ ພຣະເຢຊູເຈົ້າໄດ້ຊົງກ່າວຄວາມປຽບທຽບອີກເລື່ອງໜຶ່ງ ເນື່ອງຈາກພຣະອົງຢູ່ໃກ້ນະຄອນເຢຣູຊາແລມ ແລະປວງຊົນຄຶດວ່າ ໃນທັນໃດນັ້ນເອງ ອານາຈັກຂອງພຣະເປັນເຈົ້າກໍຈະປະຈັກຂຶ້ນ. 12.ພຣະອົງຈຶ່ງກ່າວດັ່ງນີ້ວ່າ: “ມີບຸລຸດເຊື້ອເຈົ້າຜູ້ໜຶ່ງອອກເດີນທາງໄປປະເທດໄກ ເພື່ອຮັບອະພິເສກເປັນກະສັດ ແລ້ວຈະກັບມາ. 13.ບຸລຸດຜູ້ນັ້ນຈຶ່ງຮຽກຄົນໃຊ້ເຂົ້າມາສິບຄົນ ແລະມອບເງິນໃຫ້ເຂົາສິບຫລຽນຄຳໂດຍສັ່ງວ່າ: “ຈົ່ງເອົາເງິນຈຳນວນນີ້ໄປຫາຜົນກຳໄລຈົນກວ່າເຮົາຈະກັບມາ.” 14.ແຕ່ວ່າຊາວເມືອງດຽວກັນຄຽດຊັງບຸລຸດຜູ້ນັ້ນ ຈຶ່ງແຕ່ງທູດຄະນະໜຶ່ງໄປນຳຫລັງໃຫ້ແຈ້ງຄວາມວ່າ: “ພວກເຮົາບໍ່ຕ້ອງການໃຫ້ບຸລຸດຜູ້ນັ້ນມາເປັນກະສັດ.”
15.ເມື່ອບຸລຸດຜູ້ນັ້ນໄດ້ຮັບອະພິເສກເປັນກະສັດສະເດັດກັບມາແລ້ວ ຈຶ່ງໄດ້ຮຽກຄົນໃຊ້ທີ່ໄດ້ຮັບເງິນເຂົ້າມາຫາເພື່ອຢາກຮູ້ວ່າ ແຕ່ລະຄົນໄດ້ກຳໄລຫລາຍປານໃດ. 16.ຜູ້ທີໜຶ່ງເຂົ້າມາທູນວ່າ: “ພຣະອົງເຈົ້າ ເງິນຫລຽນຄຳຂອງພຣະອົງໄດ້ເກີດກຳໄລສິບເທົ່າ.” 17.ກະສັດກ່າວວ່າ: “ດີຫລາຍ ເຈົ້າເປັນຄົນໃຊ້ທີ່ດີ ຍ້ອນເຈົ້າໄດ້ສັດຊື່ໃນສິ່ງເລັກນ້ອຍ ເຈົ້າຈົ່ງປົກຄອງສິບຫົວເມືອງ.”
18.ຄົນໃຊ້ຜູ້ທີສອງເຂົ້າມາທູນວ່າ: “ພຣະອົງເຈົ້າ ເງິນຫລຽນຄຳຂອງພຣະອົງໄດ້ເກີດຜົນກຳໄລຫ້າເທົ່າ.” 19.ກະສັດກ່າວວ່າ: “ດີແລ້ວ ເຈົ້າຈົ່ງປົກຄອງຫ້າຫົວເມືອງ.”
20.ອີກຜູ້ໜຶ່ງກໍມາທູນວ່າ: “ພຣະອົງເຈົ້າ ນີ້ແຫລະເງິນຫລຽນຄຳຂອງພຣະອົງ ຂ້ານ້ອຍເກັບຫໍ່ໄວ້ໃນຜ້າ. 21.ຍ້ອນວ່າຂ້ານ້ອຍຢ້ານພຣະອົງຜູ້ເປັນຄົນເຄັ່ງຄັດ ທວງເອົາສິ່ງທີ່ພຣະອົງບໍ່ໄດ້ຝາກ ແລະເກັບກ່ຽວສິ່ງທີ່ພຣະອົງບໍ່ໄດ້ຫວ່ານ.” 22.ກະສັດຈຶ່ງກ່າວວ່າ: “ຄົນໃຊ້ຊາດຊົ່ວ ເຮົາຕັດສິນເຈົ້າກໍຍ້ອນຄວາມເວົ້າຂອງເຈົ້າເອງ ເຈົ້າຮູ້ແລ້ວວ່າ ເຮົາເປັນຄົນຄັດເຄັ່ງທວງເອົາສິ່ງທີ່ບໍ່ໄດ້ຝາກ ແລະເກັບກ່ຽວສິ່ງທີ່ບໍ່ໄດ້ຫວ່ານ. 23.ເປັນຫຍັງເຈົ້າບໍ່ໄດ້ເອົາເງິນເຮົາໄປຝາກໄວ້ໃນທະນາຄານ? ເມື່ອເຮົາກັບມາ ເຮົາຈະໄດ້ຖອນເອົາທັງດອກເບ້ຍ?”
24.ແລ້ວກະສັດກ່າວກັບພວກທີ່ຢູ່ທີ່ນັ້ນວ່າ: “ຈົ່ງຢຶດເອົາເງິນຫລຽນຄຳຂອງມັນໄປໃຫ້ຜູ້ທີ່ມີສິບຫລຽນແລ້ວ.” 25.ພວກເຂົາທູນວ່າ: “ພຣະອົງເຈົ້າ ລາວມີແລ້ວສິບຫລຽນ.” 26.ເຮົາບອກພວກເຈົ້າວ່າ ຜູ້ທີ່ມີແລ້ວຈະໄດ້ຮັບຕື່ມອີກ ສ່ວນຜູ້ທີ່ບໍ່ມີ ແມ່ນວ່າອັນທີ່ມີແລ້ວ ກໍຈະຖືກຢຶດເອົາໄປຊ້ຳ . 27.ສ່ວນພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາມາເປັນກະສັດນັ້ນ ຈົ່ງນຳພວກມັນເຂົ້າມາແລະຕັດຄໍຕໍ່ພຣະພັກເຮົາ.”
V. ພາລະກິດຂອງພຣະເຢຊູເຈົ້າທີ່ນະຄອນເຢຣູຊາແລມ
ຊົງສະເດັດເຂົ້ານະຄອນເຢຣູຊາແລມ
28.ຫລັງຈາກໄດ້ກ່າວຂໍ້ຄວາມດັ່ງນັ້ນແລ້ວ ພຣະເຢຊູເຈົ້າສະເດັດນຳໜ້າຂຶ້ນໄປນະຄອນເຢຣູຊາແລມ. 29.ເມື່ອສະເດັດໄປເກືອບຈະເຖິງບ້ານແບັດຟາເຢແລະເບທານີຢູ່ໃກ້ໂນນສວນໝາກກອກ, ພຣະອົງສົ່ງສາວົກສອງຄົນໄປ ສັ່ງວ່າ: 30.“ໃຫ້ພວກເຈົ້າໄປບ້ານທາງໜ້າພຸ້ນ. ເມື່ອໄປເຖິງແລ້ວ, ພວກເຈົ້າຈະເຫັນລູກລາໂຕໜຶ່ງລ່າມຢູ່ ຍັງບໍ່ມີໃຜເຄີຍຂີ່ເລີຍ; ໃຫ້ພວກເຈົ້າແກ້ແລະຈູງມາໃຫ້ເຮົາ. 31.ແລະຖ້າຜູ້ໃດຜູ້ໜຶ່ງຖາມພວກເຈົ້າວ່າ: ເປັນຫຍັງຈຶ່ງແກ້ລາ? ໃຫ້ພວກເຈົ້າຕອບວ່າ: ພຣະອົງເຈົ້າຕ້ອງການ”. 32.ພວກທີ່ຖືກສົ່ງ ໄດ້ໄປແລະໄດ້ພົບທຸກຢ່າງຕາມທີ່ພຣະອົງກ່າວໄວ້. 33.ເມື່ອເຂົາແກ້ເຊືອກລາ, ເຈົ້າຂອງກໍຖາມວ່າ: “ເປັນຫຍັງພວກເຈົ້າແກ້ລູກລານີ້?” 34.ສາວົກຈຶ່ງຕອບວ່າ: “ພຣະອົງເຈົ້າຕ້ອງການ”. 35.ແລ້ວພວກເຂົາກໍຈູງລູກລາມາໃຫ້ພຣະເຢຊູເຈົ້າ, ເອົາເສື້ອຕຸ້ມປູເທິງຫລັງມັນ, ແລ້ວເຊີນພຣະອົງຂຶ້ນປະທັບນັ່ງ. 36.ຂະນະທີ່ພຣະອົງສະເດັດໄປນັ້ນ, ປະຊາຊົນກໍພາກັນປົດເສື້ອຕຸ້ມຂອງຕົນປູຕາມເສັ້ນທາງ. 37.ເມື່ອໃກ້ຈະລົງຈາກໂນນສວນໝາກກອກ, ພວກສາວົກຕື່ນເຕັ້ນຍິນດີ ພ້ອມໂຮຮ້ອງສັນຣະເສີນພຣະເປັນເຈົ້າດ້ວຍສຽງດັງ ເນື່ອງຈາກການອັດສະຈັນທັງໝົດທີ່ໄດ້ເຫັນ. 38.ພວກເຂົາເວົ້າວ່າ: “ຂໍຖະຫວາຍພອນໃຫ້ທ່ານຜູ້ສະເດັດມາ ເດຊະພຣະນາມຂອງພຣະອົງເຈົ້າ! ພຣະອົງເປັນກະສັດ! ສັນຕິສຸກຈົ່ງມີໃນສະຫວັນ ແລະສີມຸງຄຸນໃນສະຫວັນສູງສຸດ!” 39.ຟາຣີເຊວບາງຄົນທີ່ປົນຢູ່ໃນຝູງຊົນ ທູນພຣະເຢຊູເຈົ້າວ່າ: “ພຣະອາຈານ, ຮ້າຍພວກສາວົກຂອງທ່ານແດ່”. 40.ແຕ່ພຣະອົງຕອບວ່າ: “ເຮົາບອກພວກເຈົ້າວ່າ ຫາກຄົນພວກນີ້ມິດ ກ້ອນຫິນກໍຈະຮ້ອງຂຶ້ນ”.
ຊົງຮ້ອງໄຫ້ເຖິງນະຄອນເຢຣູຊາແລມ
41.ເມື່ອພຣະເຢຊູເຈົ້າສະເດັດມາໃກ້ນະຄອນເຢຣູຊາແລມ ແລະຊົງທອດພຣະເນດເຫັນແລ້ວ ພຣະອົງກໍຮ້ອງໄຫ້ອາໄລ 42.ກ່າວວ່າ: “ໂອ! ຖ້າຫາກເຈົ້າເຂົ້າໃຈຂ່າວທີ່ຈະນຳສັນຕິສຸກມາສູ່ເຈົ້າໃນມື້ນີ້! ແຕ່ໜ້າເສຍດາຍ! ສິ່ງນັ້ນຍັງເປັນທີ່ລັບບັງຢູ່ສຳລັບຕາຂອງເຈົ້າ. 43.ແມ່ນແລ້ວ! ສັກວັນໜຶ່ງ ສັດຕູຈະຂຸດຂຸມເພາະຈະອ້ອມເອົາເຈົ້າ ແລະລັດເຈົ້າໄວ້ຢ່າງແໜ້ນໜາທຸກດ້ານ. 44.ພວກເຂົາຈະຢຽບຢ່ຳເຈົ້າໃຫ້ແຈບຈຳດິນ ເຈົ້າແລະບຸດຫລານຂອງເຈົ້າທີ່ຢູ່ໃນກຳແພງຂອງເຈົ້າ ແລະພວກເຂົາຈະບໍ່ປະໃຫ້ມີກ້ອນຫິນຊ້ອນກ້ອນຫິນເລີຍຍ້ອນວ່າເຈົ້າບໍ່ໄດ້ຮູ້ຈັກວັນເວລາທີ່ພຣະເປັນເຈົ້າໄດ້ສະເດັດມາຢ້ຽມຢາມເຈົ້າ.”
ຊົງຂັບໄລ່ພວກພໍ່ຄ້າອອກຈາກພຣະວິຫານ
45.ຕໍ່ໄປ ພຣະອົງສະເດັດເຂົ້າໃນພຣະວິຫານ ແລະໄດ້ຂັບໄລ່ພວກພໍ່ຄ້າຊາວຂາຍ, 46.ພ້ອມກ່າວວ່າ: “ມີຄຳຂຽນໄວ້ວ່າ: ທີ່ພຳນັກຂອງເຮົາຈະເປັນບ່ອນສວດພາວະນາ ແຕ່ພວກເຈົ້າໄດ້ມາທຳໃຫ້ເປັນບ່ອນລີ້ຊ່ອນຂອງພວກໂຈນຜູ້ຮ້າຍ.”
ຊົງເທດສະໜາສັ່ງສອນໃນພຣະວິຫານ
47.ທຸກວັນພຣະອົງຊົງເທດສະໜາສັ່ງສອນໃນພຣະວິຫານ ພວກຫົວໜ້າສົງ ພວກອາຈານພຣະຄຳພີ ແລະພວກເຖົ້າແກ່ບ້ານເມືອງ ຊອກຫາໂອກາດເພື່ອປະຫານຊີວິດພຣະອົງ. 48.ແຕ່ພວກເຂົາບໍ່ຮູ້ຈະເຮັດແນວໃດ ເພາະວ່າປະຊາຊົນທັງໝົດກຳລັງສົນໃຈຟັງພະໂອວາດຂອງພຣະອົງ.