ພຣະວໍຣະສານ ໂດຍນັກບຸນ ລູກາ

ພາກທີ 18

ຕຸລາການອະທຳ

1.ແລ້ວພຣະເຢຊູເຈົ້າກ່າວເລື່ອງປຽບທຽບ ເຖິງຄວາມຈຳເປັນທີ່ຈະຕ້ອງພາວະນາ ໂດຍບໍ່ຢຸດຢ່ອນແລະໂດຍບໍ່ທໍ້ຖອຍວ່າ: 2.“ໃນເມືອງແຫ່ງໜຶ່ງ ມີຕຸລາການຜູ້ໜຶ່ງທີ່ບໍ່ຢ້ານຈຽມພຣະເປັນເຈົ້າແລະບໍ່ຈຽມມະນຸດ. 3.ທີ່ເມືອງດຽວກັນນີ້ ມີຍິງໝ້າຍຜູ້ໜຶ່ງ ນາງມາຫາຕຸລາການເວົ້າວ່າ: “ໂຜດຊ່ວຍຊຳຣະຄວາມກັບຄູ່ສັດຕູໃຫ້ຂ້ານ້ອຍແດ່!” 4.ແຕ່ຕຸລາການກໍທຳເສີຍເລີຍຢູ່ເປັນເວລາດົນນານ. ທີ່ສຸດ ຕຸລາການເວົ້າກັບຕົວເອງວ່າ: “ແມ່ນວ່າເຮົາບໍ່ ຢ້ານພຣະເປັນເຈົ້າແລະບໍ່ຈຽມມະນຸດ, 5.ແຕ່ເຖິງຢ່າງນັ້ນກໍດີ ຍ້ອນວ່າຍິງໝ້າຍນີ້ມາລົບກວນເຮົາ ເຮົາຈະຊຳຣະຄວາມໃຫ້ລາວເສຍ ເພື່ອບໍ່ໃຫ້ລາວມາຫຍຸ້ງສະໝອງເຮົາອີກເລີຍ.” 6.ແລ້ວພຣະອົງເຈົ້າກ່າວຕື່ມອີກວ່າ: “ຈົ່ງຟັງຄວາມເວົ້າຂອງຕຸລາການອະທຳນັ້ນດີໆ. 7.ສ່ວນ ພຣະເປັນເຈົ້າເດ ພຣະອົງຈະບໍ່ຊຳຣະເລື່ອງໃຫ້ພວກເລືອກສັນທີ່ຮ້ອງຫາພຣະອົງທັງເວັນທັງຄືນແລະພຣະອົງຈະຊັກຊ້າຢູ່ບໍ? 8.ເຮົາບອກພວກເຈົ້າວ່າ ພຣະອົງຈະໂຜດແກ່ພວກເຂົາຕາມຍຸຕິທຳທັນທີ ແຕ່ວ່າ ເມື່ອບຸດແຫ່ງມະນຸດຈະສະເດັດມາ ກໍຈະພົບຄວາມເຊື່ອໃນແຜ່ນດິນນີ້ບໍ?”

 

ຟາຣີເຊວແລະຜູ້ເກັບສ່ວຍ

9.ພຣະເຢຊູເຈົ້າຍັງຊົງກ່າວຄວາມປຽບທຽບອີກເລື່ອງໜຶ່ງ ສຳລັບບາງຄົນທີ່ຖືຕົວວ່າ ເປັນຄົນຊອບທຳແລະປະໝາດຜູ້ອື່ນ ດັ່ງນີ້ວ່າ: 10.“ມີຊາຍສອງຄົນເຂົ້າໄປສວດພາວະນາໃນພຣະວິຫານ, ຜູ້ໜຶ່ງເປັນຄົນຟາຣີເຊວ ອີກຜູ້ໜຶ່ງເປັນຄົນເກັບສ່ວຍ. 11.ຟາຣີເຊວນັ້ນຢືນຕັ້ງຕົວຊື່, ພາວະນາໃນໃຈວ່າ: “ໂອພຣະເຈົ້າ, ຂ້າພະເຈົ້າຂໍຂອບພຣະຄຸນພຣະອົງ, ຍ້ອນຂ້າພະເຈົ້າບໍ່ເປັນຄືຄົນອື່ນໆທີ່ມີແຕ່ລັກໂລບ, ບໍ່ຍຸຕິທຳ, ຜິດປະເວນີ ແລະບໍ່ເປັນຄືຄົນເກັບສ່ວຍຜູ້ນີ້. 12. ຂ້າພະເຈົ້າອົດອາຫານອາທິດລະສອງເທື່ອ, ໃນຂອງທຸກສິ່ງທີ່ຂ້າພະເຈົ້າມີ ຂ້າພະເຈົ້າຖະຫວາຍໜຶ່ງສ່ວນສິບ.” 13.ສ່ວນຄົນເກັບສ່ວຍນັ້ນຢູ່ແຕ່ໄກໆ ບໍ່ກ້າເງີຍໜ້າຂຶ້ນຟ້າ ແຕ່ຕີເອິກທັງເວົ້າວ່າ: “ໂອພຣະເຈົ້າ ໂຜດເມດຕາຂ້າພະເຈົ້າຜູ້ເປັນຄົນບາບນີ້ເທີ້ນ!”14.ເຮົາຂໍບອກພວກເຈົ້າວ່າ: ຜູ້ນີ້ແລ້ວຫລົບເມືອເຮືອນ ໂດຍໄດ້ເຂົ້າດີກັບພຣະເປັນເຈົ້າ. ສ່ວນຟາຣີເຊວຜູ້ນັ້ນບໍ່ເລີຍ. ຍ້ອນວ່າຜູ້ໃດຍົກຕົວຂຶ້ນ ຈະຖືກຜາບໃຫ້ຕ່ຳລົງ ແລະຜູ້ໃດຖ່ອມຕົວລົງ ຈະຖືກຍົກໃຫ້ສູງ ຂຶ້ນ.

 

ພຣະເຢຊູເຈົ້າກັບເດັກນ້ອຍ

15.ມີຜູ້ພາພວກເດັກນ້ອຍເຂົ້າມາຫາພຣະອົງ ເພື່ອຂໍໃຫ້ພຣະອົງຈັບບາຍ; ເຫັນດັ່ງນັ້ນ ພວກສາວົກກໍຮ້າຍຫ້າມໄວ້. 16.ແຕ່ພຣະເຢຊູເຈົ້າຊົງຮຽກເອົາພວກເດັກນ້ອຍນັ້ນ ກ່າວວ່າ: “ຈົ່ງປ່ອຍໃຫ້ພວກເດັກນ້ອຍເຂົ້າມາຫາເຮົາ ບໍ່ຕ້ອງຫ້າມ; ຍ້ອນວ່າອານາຈັກພຣະເປັນເຈົ້າ ເປັນຂອງຜູ້ທີ່ຄືເດັກນ້ອຍນີ້ແຫລະ. 17.ເຮົາບອກພວກເຈົ້າເປັນຄວາມຈິງວ່າ ຜູ້ໃດບໍ່ຮັບເອົາອານາຈັກພຣະເປັນເຈົ້າຢ່າງເດັກນ້ອຍ ຈະບໍ່ໄດ້ເຂົ້າໃນອານາຈັກເລີຍ”.

 

ເຈົ້ານາຍຮັ່ງມີ

18.ເຈົ້ານາຍຜູ້ໜຶ່ງທູນຖາມພຣະອົງວ່າ: “ພຣະອາຈານຜູ້ດີ, ຂ້ານ້ອຍຕ້ອງເຮັດຫຍັງ ເພື່ອຈະໄດ້ຊີວິດນິຣັນດອນ?” 19.ພຣະເຢຊູເຈົ້າຊົງຕອບວ່າ: “ເປັນຫຍັງຈຶ່ງເອີ້ນເຮົາວ່າຜູ້ດີ? ບໍ່ມີໃຜດີນອກຈາກພຣະເປັນເຈົ້າຜູ້ດຽວ. 20.ທ່ານກໍຮູ້ພຣະບັນຢັດຢູ່ແລ້ວຄື: ຢ່າລ່ວງປະເວນີ, ຢ່າຂ້າຄົນ, ຢ່າລັກຂອງເຂົາ, ຢ່າໃຫ້ການບໍ່ຈິງ, ຈົ່ງນັບຖືບິດາມານດາ”. 21.ຜູ້ນັ້ນຕອບວ່າ: “ທຸກສິ່ງນັ້ນ, ຂ້ານ້ອຍປະຕິບັດມາຕັ້ງແຕ່ຍັງນ້ອຍ...” 22.ເມື່ອຍິນດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວກັບເຂົາວ່າ: “ທ່ານຍັງຂາດອີກສິ່ງໜຶ່ງ: ໄປຂາຍທຸກສິ່ງທີ່ທ່ານມີ, ແຈກຈ່າຍໃຫ້ພວກທຸກຈົນ, ແລ້ວທ່ານຈະມີຂຸມຊັບໃນສະຫວັນ; ແລ້ວຈົ່ງຕິດຕາມເຮົາມາ”. 23.ເມື່ອໄດ້ຍິນຂໍ້ຄວາມນີ້, ເຂົາກໍຮູ້ສຶກໂສກເສົ້າທີ່ສຸດ, ດ້ວຍວ່າເຂົາເປັນຄົນຮັ່ງມີຫລາຍ.

ໄພອັນຕະລາຍແຫ່ງຊັບສິນ

24.ເມື່ອພຣະເຢຊູເຈົ້າເຫັນດັ່ງນັ້ນ ຈຶ່ງກ່າວວ່າ: “ເປັນການຍາກຫລາຍທີ່ຄົນມີຊັບສົມບັດ ຈະເຂົ້າໃນອານາຈັກຂອງພຣະເປັນເຈົ້າ”. 25.ອູດໂຕໜຶ່ງຈະລອດຮູເຂັມ ກໍຍັງງ່າຍກວ່າເສດຖີຜູ້ໜຶ່ງຈະເຂົ້າໃນອານາຈັກຂອງພຣະເປັນເຈົ້າ”. 26.ພວກທີ່ໄດ້ຍິນຂໍ້ຄວາມນີ້ ຈຶ່ງທູນວ່າ: “ຖ້າຢ່າງນັ້ນ ໃຜຈະເອົາຕົວຮອດໄດ້?” 27.ພຣະເຢຊູເຈົ້າຕອບວ່າ: “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດ ກໍເປັນໄປໄດ້ສຳລັບພຣະເປັນເຈົ້າ”.

ລາງວັນແຫ່ງຄວາມເສຍສະລະ

28.ເປໂຕຈຶ່ງທູນວ່າ: “ສ່ວນພວກຂ້ານ້ອຍ ໄດ້ສະລະສິ່ງຂອງທຸກຢ່າງ ຕິດຕາມພຣະອົງມາ”. 29.ພຣະອົງກ່າວວ່າ: “ເຮົາບອກພວກເຈົ້າເປັນຄວາມຈິງວ່າ: “ຜູ້ໃດທີ່ສະລະເຮືອນຊານ, ພັນລະຍາ, ພີ່ນ້ອງ, ລູກເຕົ້າ ຍ້ອນເຫັນແກ່ອານາຈັກຂອງພຣະເປັນເຈົ້າ, 30.ຜູ້ນັ້ນຈະໄດ້ຮັບຕອບແທນຫລາຍເທົ່າໃນເວລານີ້, ແລະຊີວິດນິຣັນດອນໃນໂລກໜ້າ”.

ຊົງປະກາດເຖິງມະຫາທໍຣະມານເທື່ອທີສາມ

31.ຕໍ່ໄປ ພຣະເຢຊູເຈົ້າຊົງຮຽກເອົາອັກຄະສາວົກທັງສິບສອງເຂົ້າມາຫາ, ແລ້ວກ່າວກັບພວກເຂົາວ່າ: “ນີ້ແຫລະ ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາແລມ ແລະທຸກສິ່ງທີ່ບັນດາປະພາສົກໄດ້ຂຽນໄວ້ກ່ຽວກັບບຸດແຫ່ງມະນຸດ ກໍຈະສຳເລັດໄປ. 32.ດ້ວຍວ່າ ພຣະອົງຈະຖືກມອບໃຫ້ແກ່ຄົນຕ່າງຊາດ; ເຂົາຈະສົບປະໝາດເຢາະເຢີ້ຍ, ຈະຖົ່ມນ້ຳລາຍຮົດພຣະອົງ. 33.ເມື່ອເຂົາຈະໄດ້ຂ້ຽນຕີພຣະອົງແລ້ວ, ເຂົາຈະປະຫານຊີວິດພຣະອົງ, ແລະມື້ທີສາມພຣະອົງຈະກັບເປັນຄືນມາ”. 34.ແຕ່ອັກຄະສາວົກບໍ່ເຂົ້າໃຈຫຍັງໃນເລື່ອງນັ້ນເລີຍ; ຄຳກ່າວນີ້ເປັນສິ່ງລີ້ລັບ, ຈົນພວກເຂົາບໍ່ສາມາດຕີຄວາມໝາຍໄດ້.

ຄົນຕາບອດທີ່ເມືອງເຢຣີໂກ

35.ເມື່ອພຣະເຢຊູເຈົ້າສະເດັດໄປໃກ້ໆເມືອງເຢຣີໂກ ມີຄົນຕາບອດຄົນໜຶ່ງນັ່ງຂໍທານຢູ່ຮິມທາງ. 36.ເມື່ອລາວໄດ້ຍິນສຽງຝູງຊົນເດີນທາງ ຈຶ່ງຖາມເຖິງເລື່ອງລາວນັ້ນ. 37.ມີຜູ້ບອກລາວວ່າ ແມ່ນເຢຊູຊາວນາຊາແຣັດຜ່ານມາທາງນີ້. 38.ຄົນຕາບອດຈຶ່ງຮ້ອງວ່າ: “ໂອພຣະເຢຊູ ບຸດກະສັດດາວິດເອີຍ! ໂຜດສົງສານຂ້ານ້ອຍແດ່ທ້ອນ!” 39.ໝູ່ຄົນທີ່ຍ່າງໄປກ່ອນກໍຮ້າຍໃຫ້ລາວມິດ ແຕ່ລາວຍິ່ງຮ້ອງດັງກວ່າເກົ່າອີກວ່າ: “ໂອບຸດກະສັດດາວິດເອີຍ ໂຜດສົງສານຂ້ານ້ອຍແດ່ທ້ອນ!” 40.ພຣະເຢຊູເຈົ້າຈຶ່ງຢຸດ ແລະສັ່ງໃຫ້ພາລາວເຂົ້າມາຫາພຣະອົງ. ເມື່ອລາວມາໃກ້ແລ້ວ ພຣະອົງຊົງຖາມລາວວ່າ: 41.“ເຈົ້າຢາກໃຫ້ເຮົາທຳສິ່ງໃດແກ່ເຈົ້າ?” ລາວຕອບວ່າ: “ໂອພຣະອົງເຈົ້າ, ຂໍໂຜດໃຫ້ຂ້ານ້ອຍເຫັນຮຸ່ງ.” 42.ພຣະເຢຊູເຈົ້າກ່າວກັບລາວວ່າ: “ຈົ່ງເຫັນຮຸ່ງເຖີດ ຄວາມເຊື່ອຂອງເຈົ້າໄດ້ຊ່ວຍເຈົ້າໃຫ້ຮອດແລ້ວ.” 43.ໃນທັນໃດນັ້ນ ລາວກໍເຫັນຮຸ່ງແລະເດີນຕິດຕາມພຣະອົງໄປ ພ້ອມທັງສັນຣະເສີນພຣະເປັນເຈົ້າ ແລະປະຊາຊົນທັງໝົດທີ່ຮູ້ເຫັນເຫດການກໍພາກັນຍ້ອງຍໍສັນຣະເສີນພຣະເປັນເຈົ້າດ້ວຍ.