ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 17
ເລື່ອງການສະດຸດ
1.ພຣະເຢຊູເຈົ້າຍັງກ່າວກັບພວກສາວົກວ່າ: “ການສະດຸດຈຳເປັນຕ້ອງມີມາຢ່າງບໍ່ມີທາງຫລີກໄດ້ ແຕ່ເວນກຳແກ່ຜູ້ທີ່ເປັນຕົ້ນເຫດໃຫ້ມີການສະດຸດນັ້ນ. 2.ສຳລັບຜູ້ນັ້ນໃຫ້ເຂົາເອົາຫິນໂມ້ມັດໃສ່ຄໍ ແລະຖິ້ມລົງໃນທະເລເສຍກໍຍັງດີກວ່າ ຈະເປັນສະດຸດໃຫ້ພວກເດັກນ້ອຍນີ້ແມ່ນແຕ່ຄົນດຽວ. 3.ພວກເຈົ້າຈົ່ງລະວັງຕົວໃຫ້ດີໆເຖີດ!”
ຈົ່ງຕິຕຽນຕັກເຕືອນກັນ
“ຖ້າພີ່ນ້ອງຂອງເຈົ້າທຳຜິດ ກໍຈົ່ງຕິຕຽນຕັກເຕືອນເຂົາ ແລະຖ້າເຂົາເປັນທຸກກັບໃຈ ກໍຈົ່ງຍົກໂທດໃຫ້ເຂົາ. 4.ແລະຖ້າວ່າ ໃນມື້ໜຶ່ງ ເຂົາທຳຜິດຕໍ່ເຈົ້າເຈັດເທື່ອ ພ້ອມເວົ້າວ່າ: “ຂ້ອຍເປັນທຸກກັບໃຈແລ້ວ” ເຈົ້າຈຳຕ້ອງອະໄພໂທດໃຫ້ເຂົາ.”
ອຳນາດຂອງຄວາມເຊື່ອ
4.ພວກທຳມະທູດທູນພຣະອົງເຈົ້າວ່າ: “ໂຜດຕື່ມຄວາມເຊື່ອຂອງພວກຂ້ານ້ອຍໃຫ້ທະວີຂຶ້ນເທີ້ນ.” 6.ພຣະອົງເຈົ້າຊົງຕອບວ່າ: “ຖ້າພວກເຈົ້າຫາກມີຄວາມເຊື່ອໃຫຍ່ທໍ່ໃນໝາກງາ ພວກເຈົ້າຈະບອກກັບຕົ້ນມອນນີ້ວ່າ: “ຈົ່ງຖອນຮາກຂຶ້ນໄປຕັ້ງຢູ່ກາງທະເລ” ແລະມັນກໍຈະຟັງພວກເຈົ້າ.
ຄວນຮັບໃຊ້ດ້ວຍໃຈສຸພາບ
7.“ມີໃຜໃນພວກເຈົ້າທີ່ມີຄົນໃຊ້ຜູ້ໜຶ່ງໄປໄຖນາຫລືເຝົ້າສັດ, ແລະເມື່ອຄົນໃຊ້ນັ້ນກັບມາແຕ່ນາ, ເຈົ້າຈະບອກຄົນໃຊ້ບໍວ່າ: ໄວໆມານັ່ງໂຕະກິນເຂົ້າ? 8.ກົງກັນຂ້າມ ເຈົ້າຈະບໍ່ບອກເຂົາດັ່ງນີ້ບໍວ່າ: ຕຽມອາຫານໃຫ້ຂ້ອຍ, ເອົາຜ້າມັດແອວມາຮັບໃຊ້ຂ້ອຍ, ຈົນກວ່າຂ້ອຍຈະກິນແລະດື່ມແລ້ວ, ເຈົ້າຈຶ່ງກິນແລະດື່ມໄດ້? 9.ນາຍຈະຕ້ອງຮູ້ບຸນຄຸນຄົນໃຊ້ຜູ້ນັ້ນ ທີ່ປະຕິບັດຕາມຄຳສັ່ງຂອງຕົນບໍ? 10.ສຳລັບພວກເຈົ້າກໍດັ່ງດຽວກັນ ເມື່ອພວກເຈົ້າຈະໄດ້ປະຕິບັດຕາມທີ່ສັ່ງໄວ້ແລ້ວ, ກໍຈົ່ງເວົ້າວ່າ ພວກເຮົາເປັນຄົນໃຊ້ຜູ້ຕ່ຳຕ້ອຍ, ພວກເຮົາໄດ້ປະຕິບັດຕາມພາລະໜ້າທີ່ຂອງພວກເຮົາເທົ່ານັ້ນ.”
ຄົນຂີ້ທູດສິບຄົນ
11.ເວລານັ້ນ ພຣະເຢຊູເຈົ້າຊົງສະເດັດໄປນະຄອນເຢຣູຊາແລມ ໂດຍຜ່ານໄປໃກ້ໆແດນຊາມາຣີແລະຄາລີເລ. 12.ພໍພຣະອົງສະເດັດເຂົ້າໄປໃນໝູ່ບ້ານແຫ່ງໜຶ່ງ ກໍມີຄົນຂີ້ທູດສິບຄົນມາຫາພຣະອົງ. ພວກເຂົາຢືນຢູ່ແຕ່ໄກ, 13.ແລະຮ້ອງຂຶ້ນວ່າ: “ໂອພຣະເຢຊູພຣະອາຈານເຈົ້າ ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ.” 14.ເມື່ອຊົງທອດພຣະເນດພວກເຂົາແລ້ວ ພຣະອົງຈຶ່ງຊົງກ່າວວ່າ: “ຈົ່ງໄປສະແດງຕົວຕໍ່ພວກພຣະສົງ.” ເວລາພວກເຂົາກຳລັງເດີນທາງໄປນັ້ນ ກໍໄດ້ດີຈາກພະຍາດ. 15.ມີຜູ້ໜຶ່ງໃນພວກເຂົາ ເມື່ອເຫັນວ່າຕົວດີແລ້ວ ກໍຫລົບຄືນ ທັງຮ້ອງສັນຣະເສີນພຣະເປັນເຈົ້າດ້ວຍສຽງດັງ 16.ແລະຂາບລົງແທບພະບາດພຣະເຢຊູເຈົ້າສົມມະນາຄຸນພຣະອົງ. ຊາຍຜູ້ນີ້ແມ່ນຊາວຊາມາຣີ. 17.ພຣະເຢຊູເຈົ້າຈຶ່ງກ່າວກັບລາວວ່າ: “ບໍ່ແມ່ນໄດ້ດີຈາກພະຍາດໝົດທັງສິບຄົນບໍ? ອີກເກົ້າຄົນນັ້ນຢູ່ໃສ? 18.ຈຶ່ງກັບມາຂອບຄຸນພຣະເປັນເຈົ້າ ແຕ່ຄົນຕ່າງດ້າວນີ້ຜູ້ດຽວ!” 19.ແລ້ວພຣະອົງຊົງກ່າວກັບລາວວ່າ: “ຈົ່ງລຸກຂຶ້ນ ໄປດີເຖີດ ຄວາມເຊື່ອຂອງເຈົ້າໄດ້ຊ່ວຍເຈົ້າໃຫ້ຮອດແລ້ວ.”
ພຣະຣາໄຊມາເຖິງແລ້ວ
20.ເນື່ອງຈາກພວກຟາຣີເຊວທູນຖາມພຣະອົງວ່າ: ພຣະຣາໄຊຂອງພຣະເປັນເຈົ້າຈະມາເຖິງເມື່ອໃດ. ພຣະເຢຊູເຈົ້າຈຶ່ງຕອບວ່າ: “ເລື່ອງທີ່ພຣະຣາໄຊຂອງພຣະເປັນເຈົ້າຈະມາເຖິງນັ້ນ ບໍ່ແມ່ນເຫດການທີ່ຈະສັງເກດໄດ້. 21.ແລະບໍ່ມີໃຜບອກໄດ້ວ່າ ພຣະຣາໄຊຢູ່ນີ້ ພຣະຣາໄຊຢູ່ຫັ້ນ ແຕ່ພວກເຈົ້າຈົ່ງຮູ້ໄວ້ວ່າ ພຣະຣາໄຊຂອງພຣະເປັນເຈົ້າຢູ່ທ່າມກາງພວກເຈົ້າເອງ.”
ວັນເວລາຂອງບຸດແຫ່ງມະນຸດ
22.ພຣະອົງຍັງກ່າວແກ່ພວກລູກສິດວ່າ: “ສັກວັນໜຶ່ງ ພວກເຈົ້າຈະປາດຖະໜາຢາກເຫັນບຸດແຫ່ງມະນຸດພຽງວັນດຽວ ແຕ່ກໍຈະບໍ່ເຫັນ. 23.ຈະມີຜູ້ບອກພວກເຈົ້າວ່າ: “ພຣະອົງຢູ່ນີ້ ພຣະອົງຢູ່ຫັ້ນ!” ພວກເຈົ້າກໍຢ່າໄປ ຢ່າແລ່ນໄປບ່ອນນີ້ບ່ອນນັ້ນເລີຍ. 24.ດ້ວຍວ່າແສງຟ້າມາບອອກຈາກຂອບຟ້າເບື້ອງນີ້ ໄປແຈ້ງຢູ່ຂອບຟ້າເບື້ອງນັ້ນຢ່າງໃດ ບຸດແຫ່ງມະນຸດກໍຈະເປັນຢ່າງນັ້ນໃນວັນຂອງພຣະອົງ. 25.ແຕ່ວ່າກ່ອນນັ້ນ ບຸດແຫ່ງມະນຸດຈຳຕ້ອງຮັບທົນທໍຣະມານຫລາຍ ແລະຖືກຄົນເຊັ່ນນີ້ປະຖິ້ມ.
26.ໃນສະໄໝຂອງໂນແອໄດ້ມີເຫດການເປັນມາແນວໃດ ໃນວັນຂອງບຸດແຫ່ງມະນຸດກໍຈະເປັນແນວນັ້ນ. 27.ພວກເຂົາເມົາມົວແຕ່ກິນແຕ່ດື່ມ ຫາຜົວຫາເມຍ ຈົນຮອດມື້ໂນແອເຂົ້າໄປຢູ່ໃນສຳເພົາ ແລະນ້ຳວິນາດໄດ້ມາຖ້ວມພວກເຂົາຕາຍໝົດ. 28.ໃນສະໄໝຂອງລັອດກໍເປັນດັ່ງດຽວກັນ ພວກເຂົາເມົາມົວແຕ່ກິນແຕ່ດື່ມ ຫາຊື້ຫາຂາຍ ປູກຝັງ ກໍ່ສ້າງ. 29.ແຕ່ພໍເຖິງວັນທີ່ລັອດອອກຈາກເມືອງໂຊດົມ ພຣະເປັນເຈົ້າໄດ້ໃຫ້ຝົນໄຟແລະຝົນມາດຕົກລົງມາຈາກຟ້າໄໝ້ພວກເຂົາຕາຍໝົດ. 30.ວັນທີ່ບຸດແຫ່ງມະນຸດຈະປາກົດມາກໍຈະເປັນດັ່ງດຽວກັນນີ້ດ້ວຍ. 31.ໃນມື້ນັ້ນ ຜູ້ໃດຢູ່ເທິງຫລັງຄາພຽງກໍຢ່າລົງມາເອົາຂອງຢູ່ໃນເຮືອນ ຜູ້ໃດຢູ່ທົ່ງນາກໍຢ່າຫັນກັບມາອີກເລີຍ. 32.ຈົ່ງລະນຶກເຖິງເລື່ອງຂອງພັນລະຍາຂອງລັອດໄວ້ເຖີດ. 33.ຜູ້ໃດຢາກຫວງແຫນຊີວິດຂອງຕົນໄວ້ ກໍຈະເສຍຊີວິດນັ້ນຊ້ຳ ແລະຜູ້ໃດຍອມສະລະຊີວິດນັ້ນ ກໍຈະສະຫງວນຊີວິດໄວ້ໄດ້. 34.ເຮົາບອກພວກເຈົ້າວ່າ ໃນຄືນນັ້ນ ສອງຄົນນອນຮ່ວມຕຽງດຽວກັນ ຜູ້ໜຶ່ງຈະຖືກຍົກເອົາໄປ ຜູ້ໜຶ່ງຈະຖືກປະໄວ້; 35.ຍິງສອງຄົນທີ່ປົ່ນແປ້ງຢູ່ນຳກັນ, ຜູ້ໜຶ່ງຈະຖືກຍົກເອົາໄປ, ຜູ້ໜຶ່ງຈະຖືກປະໄວ້.” (36)(ຍິງສອງຄົນທີ່ຢູ່ນານຳກັນ, ຜູ້ໜຶ່ງຈະຖືກຍົກເອົາໄປ, ຜູ້ໜຶ່ງຈະຖືກປະໄວ້. 37.ພວກສາວົກທູນພຣະອົງວ່າ: “ພຣະອົງເຈົ້າ ເຫດການນີ້ຈະເກີດຂຶ້ນຢູ່ບ່ອນໃດ?” ພຣະອົງຕອບວ່າ: “ຢູ່ບ່ອນໃດມີຊາກສົບ ແຮ້ງກາກໍຊຸມກັນຢູ່ບ່ອນນັ້ນ.”