ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 16
ຜູ້ຈັດການບໍ່ສັດຊື່
1.ພຣະເຢຊູເຈົ້າຍັງກ່າວກັບພວກສາວົກວ່າ: “ມີເສດຖີຄົນໜຶ່ງທີ່ມີຜູ້ຈັດການຜູ້ໜຶ່ງ ແລະຜູ້ຈັດການນັ້ນໄດ້ຖືກຟ້ອງຫາວ່າ ໄດ້ຜານຊັບຂອງເພິ່ນ. 2.ເສດຖີນັ້ນໄດ້ຮຽກຜູ້ຈັດການເຂົ້າມາເວົ້າວ່າ: “ເຮົາຍິນເຂົາກ່າວເລື່ອງຫລາຍແນວໃສ່ເຈົ້າ. ເປັນແນວໃດ? ຈົ່ງລາຍງານເຖິງເລື່ອງຂອງເຈົ້າໃຫ້ເຮົາຟັງ ຍ້ອນເຈົ້າຈະບໍ່ໄດ້ເປັນຜູ້ຈັດການຂອງເຮົາຕໍ່ໄປອີກແລ້ວ” 3.ຜູ້ຈັດການຈຶ່ງຄຶດໃນໃຈວ່າ: “ຂ້ອຍຈະເຮັດແນວໃດ ຍ້ອນວ່ານາຍຈະໄລ່ອອກຈາກໜ້າທີ່ແລ້ວ? ຈະໄປຂຸດດິນບໍ? ຂ້ອຍບໍ່ມີແຮງພໍ. ຈະໄປຂໍທານບໍ? ກໍລະອາຍ... 4.ໂອ! ຂ້ອຍຮູ້ວິທີທີ່ຈະຕ້ອງເຮັດໃຫ້ມີຄົນຕ້ອນຮັບຂ້ອຍໄວ້ ໃນເມື່ອຈະຖືກໄລ່ອອກຈາກໜ້າທີ່.” 5.ເຂົາຈຶ່ງຮຽກພວກລູກໜີ້ຂອງນາຍເຂົ້າມາເທື່ອລະຄົນ ເວົ້າກັບຜູ້ທີໜຶ່ງວ່າ: “ເຈົ້າຕິດໜີ້ນາຍເຮົາເທົ່າໃດ?” 6.ຜູ້ນັ້ນຕອບວ່າ: “ຕິດໜີ້ນ້ຳມັນຮ້ອຍກະຖັງ.” ຜູ້ຈັດການເວົ້າວ່າ: “ເອົາບັນຊີຂອງເຈົ້າອອກມາ ນັ່ງລົງໄວໆ ຂຽນໃສ່ວ່າຫ້າສິບກະຖັງ.” 7.ແລ້ວຖາມລູກໜີ້ຜູ້ທີສອງວ່າ: “ສ່ວນເຈົ້າເດ໋, ເຈົ້າຕິດໜີ້ນາຍເຮົາເທົ່າໃດ?” ລາວຕອບວ່າ: “ຕິດໜີ້ເຂົ້າຮ້ອຍກະຖັງ.” ຜູ້ຈັດການເວົ້າວ່າ: “ເອົາບັນຊີຂອງເຈົ້າອອກມາ ແລະຂຽນໃສ່ວ່າແປດສິບກະຖັງ.” 8.ແລະນາຍກໍຍ້ອງຜູ້ຈັດການທຸດຈະລິດ ຍ້ອນການກະທຳຢ່າງສະຫລາດຂອງເຂົາ ເຫດວ່າບຸດຂອງໂລກນີ້ພິກໄຫວນຳເພື່ອນມະນຸດດ້ວຍກັນຍິ່ງກວ່າບຸດແຫ່ງຄວາມສະຫວ່າງ.
ການໃຊ້ເງິນໃນທາງດີ
9.ດ້ວຍເຫດນີ້ ເຮົາບອກພວກເຈົ້າວ່າ: “ຈົ່ງຊອກຫາເພື່ອນມິດດ້ວຍເງິນອັນທຸດຈາລິດ ເພື່ອວ່າ ເມື່ອພວກເຈົ້າຂາດເງິນໃຊ້ແລ້ວ ພວກເຂົາຈະຕ້ອນຮັບພວກເຈົ້າເຂົ້າໃນຜາມໄຊນິຣັນດອນ. 10.ຜູ້ທີ່ສັດຊື່ໃນເລື່ອງເລັກໆນ້ອຍໆ ກໍຈະສັດຊື່ໃນເລື່ອງໃຫຍ່ດ້ວຍ ແລະຜູ້ທີ່ບໍ່ສັດຊື່ໃນເລື່ອງເລັກໆນ້ອຍໆ ກໍຈະບໍ່ສັດຊື່ໃນເລື່ອງໃຫຍ່ຄືກັນ. 11.ດັ່ງນັ້ນ ຖ້າພວກເຈົ້າບໍ່ປະພຶດສັດຊື່ຕໍ່ເງິນອັນເປັນຂອງທຸດຈາລິດ ໃຜເດ໋ຈະມອບຊັບສົມບັດອັນແທ້ຈິງໃຫ້ພວກເຈົ້າ? 12.ແລະຖ້າພວກເຈົ້າຫາກບໍ່ປະພຶດຕົວສັດຊື່ຕໍ່ຊັບສົມບັດຂອງຜູ້ອື່ນແລ້ວ ໃຜເດ໋ຈະເອົາຊັບສົມບັດອັນເປັນສ່ວນຂອງພວກເຈົ້າເອງໃຫ້ແກ່ພວກເຈົ້າ? 13.ບໍ່ມີຄົນໃຊ້ຄົນໃດຈະຮັບໃຊ້ນາຍສອງຄົນໄດ້: ຫລືວ່າເຂົາຈະຊັງຜູ້ໜຶ່ງແລະຈະຮັກອີກຜູ້ໜຶ່ງ ຫລືວ່າເຂົາຈະສະໜິດສະໜົມກັບຜູ້ໜຶ່ງແລະຈະສົບປະໝາດຜູ້ໜຶ່ງ ພວກເຈົ້າບໍ່ສາມາດຮັບໃຊ້ພຣະເປັນເຈົ້າແລະເງິນໄດ້.”
14.ພວກຟາຣີເຊວຜູ້ມັກເງິນທອງ ໄດ້ຟັງດັ່ງນັ້ນກໍພາກັນຫົວຂວັນພຣະອົງ. 15.ພຣະອົງຈຶ່ງກ່າວກັບພວກເຂົາວ່າ: “ສ່ວນພວກເຈົ້າ ພວກເຈົ້າສະແດງຕົນເປັນຄົນຊອບທຳຕໍ່ໜ້າມະນຸດ ແຕ່ພຣະເປັນເຈົ້າຊົງຊາບພາຍໃນໃຈຂອງພວກເຈົ້າ ດ້ວຍວ່າ ສິ່ງທີ່ມະນຸດຖືວ່າດີເລີດ ກໍເປັນສິ່ງທີ່ໜ້າຜາງໜ່າຍຕໍ່ພຣະພັກພຣະເປັນເຈົ້າ.
ພຣະທຳບັນຢັດຄົງຢູ່ຕະຫລອດໄປ
16.ພຣະທຳບັນຢັດແລະພວກປະພາສົກມີຢູ່ຈົນເຖິງທ່ານຢວງ; ມາບັດນີ້, ອານາຈັກຂອງພຣະເປັນເຈົ້າຖືກປະກາດແລ້ວ, ແລະໃຜໆກໍພະຍາຍາມເຂົ້າໃນອານາຈັກນັ້ນຈົນສຸດກຳລັງ. 17.ຟ້າແລະດິນຈະລ່ວງພົ້ນໄປ ກໍຍັງງ່າຍກວ່າພຣະທຳບັນຢັດຈະຕົກຫລົ່ນແມ່ນແຕ່ຂີດດຽວ. 18.ຜູ້ໃດຢ່າຮ້າງກັບພັນລະຍາຂອງຕົນ ແລະໄປແຕ່ງງານກັບຜູ້ໃໝ່, ຜູ້ນັ້ນກໍທຳຜິດປະເວນີ; ແລະຜູ້ໃດແຕ່ງງານກັບຜູ້ຍິງທີ່ສາມີປະຮ້າງ, ຜູ້ນັ້ນກໍທຳຜິດປະເວນີດ້ວຍ.
ເສດຖີແລະລາຊາໂຣ
19.“ມີເສດຖີຄົນໜຶ່ງນຸ່ງເຄື່ອງສະອາດເງົາງາມ, ແລະທຸກວັນເຂົາກໍມີອາຫານການກິນແຊບນົວ. 20.ຍັງມີຄົນທຸກຈົນຜູ້ໜຶ່ງຊື່ລາຊາໂຣ ນອນເພຍຢູ່ແປະໜ້າປະຕູເຮືອນເສດຖີນັ້ນ ຕົນຕົວເຕັມແຕ່ບາດແຜ. 21.ເຂົາຢາກເກັບກິນເສດອາຫານທີ່ຕົກຈາກໂຕະຂອງເສດຖີ..... ຍິ່ງກວ່ານັ້ນ ມີແຕ່ໝາເລຍຕຸ່ມບາດຂອງເຂົາ. 22.ຕໍ່ມາຄົນຍາກຈົນຜູ້ນັ້ນກໍຕາຍໄປ ແລະຝູງເທວະດາໄດ້ຍົກເອົາໄປຢູ່ໃນວົງຕັກຂອງອາບຣາຮຳ, ເສດຖີນັ້ນກໍຕາຍດ້ວຍ ແລະເຂົາເອົາໄປຝັງໄວ້. 23.ຂະນະທີ່ຈົມຢູ່ໃນຄວາມທໍຣະມານໃນແດນມໍລະນາ ເສດຖີແຫງນໜ້າຂຶ້ນກໍຫລຽວເຫັນອາບຣາຮຳແຕ່ໄກ, ມີລາຊາໂຣນັ່ງຢູ່ໃນວົງຕັກຂອງທ່ານດ້ວຍ. 24.ເຂົາຈຶ່ງຮ້ອງຂຶ້ນວ່າ: “ພໍ່ອາບຣາຮຳເອີຍ! ສົງສານລູກແດ່ທ້ອນ ແລະໂຜດໃຊ້ລາຊາໂຣເອົາປາຍນິ້ວມືຈຸ່ມນ້ຳມາຢອດໃສ່ລີ້ນລູກໃຫ້ເຢັນຈັກໜ້ອຍແດ່ ຍ້ອນວ່າລູກຖືກທໍຣະມານໃນໄຟນີ້.” 25.ອາບຣາຮຳຕອບເຂົາວ່າ: “ລູກເອີຍ ຈົ່ງລະລຶກວ່າ, ເວລາຍັງມີຊີວິດຢູ່, ເຈົ້າມີຄວາມສະໜຸກສະບາຍຫລາຍ, ສ່ວນລາຊາໂຣມີແຕ່ຄວາມຍາກລຳບາກ, ບັດນີ້ ລາຊາໂຣຢູ່ນີ້ໄດ້ຮັບຄວາມທຸເລົາບັນເທົາ, ສ່ວນເຈົ້າກໍຖືກທໍຣະມານ. 26.ນອກນັ້ນ ລະຫວ່າງພວກເຮົາກັບເຈົ້າກໍມີເຫວໃຫຍ່ເຫວໜຶ່ງຂັ້ນຢູ່ ຈົນວ່າຜູ້ທີ່ຢາກອອກຈາກບ່ອນນີ້ໄປຫາເຈົ້າ ບໍ່ສາມາດຜ່ານໄປໄດ້, ແລະຈາກທີ່ເຈົ້າຢູ່ ກໍບໍ່ມີໃຜຜ່ານມາເຖິງພວກເຮົາໄດ້ດ້ວຍ”. 27.ເສດຖີເວົ້າຕໍ່ໄປວ່າ: “ລູກຂໍໄຫວ້ວອນທ້ອນ ຍາພໍ່ເອີຍ, ໂຜດໃຊ້ລາຊາໂຣໄປເຮືອນພໍ່ຂອງລູກໃຫ້ແດ່? 28.ຍ້ອນວ່າລູກມີອ້າຍນ້ອງຢູ່ຫ້າຄົນ: ຂໍລາຊາໂຣເຕືອນພວກເຂົາ ເພື່ອບໍ່ໃຫ້ພວກເຂົາຕ້ອງມາໃນບ່ອນທຸກທໍຣະມານນີ້.” 29.ອາບຣາຮຳຕອບເຂົາວ່າ: “ພວກເຂົານັ້ນກໍມີໂມແຊແລະບັນດາປະພາສົກຢູ່ແລ້ວ. ໃຫ້ພວກເຂົາເຊື່ອຟັງພວກທ່ານນັ້ນເຖີດ.” 30.ເສດຖີຕອບຊ້ຳວ່າ: “ບໍ່ແມ່ນຊັ້ນດອກ ພໍ່ອາບຣາຮຳເອີຍ! ແຕ່ວ່າ ຖ້າຜູ້ໃດຜູ້ໜຶ່ງໃນພວກຜູ້ຕາຍໄປບອກພວກເຂົາ, ພວກເຂົາກໍຈະເປັນທຸກກັບໃຈ.” 31.ແຕ່ອາບຣາຮຳຕອບວ່າ: “ຖ້າຫາກພວກເຂົາບໍ່ເຊື່ອໂມແຊຫລືບັນດາປະພາສົກແລ້ວ, ເຖິງຈະມີຜູ້ກັບເປັນຄືນມາຈາກພວກຜູ້ຕາຍໄປບອກ, ພວກເຂົາກໍຄົງບໍ່ຍອມເຊື່ອ”.