ພຣະວໍຣະສານ ໂດຍນັກບຸນ ລູກາ

ພາກທີ 15

ແກະທີ່ເສຍໄປ

1.ໃນເວລານັ້ນ ຄົນເກັບສ່ວຍແລະຄົນບາບພາກັນຫຍັບເຂົ້າມາໃກ້ພຣະເຢຊູເຈົ້າ ເພື່ອຟັງພຣະອົງ. 2.ພວກຟາຣີເຊວແລະພວກອາຈານພຣະຄຳພີພາກັນຈົ່ມວ່າ: “ຄົນຜູ້ນີ້ຕ້ອນຮັບພວກຄົນບາບ ແລະຮັບປະທານຮ່ວມກັບພວກເຂົາ.” 

3.ພຣະອົງຈຶ່ງກ່າວຄວາມປຽບທຽບໃຫ້ພວກນັ້ນຟັງວ່າ: 4.“ໃຜໃນພວກເຈົ້າທີ່ມີແກະຢູ່ຮ້ອຍໂຕ ແລ້ວເສຍໄປໂຕໜຶ່ງ ຈະບໍ່ປະແກະເກົ້າສິບເກົ້າໂຕທີ່ເຫລືອໄວ້ໃນທີ່ປ່ຽວ ເພື່ອຈະໄດ້ໄປຊອກຫາໂຕທີ່ເສຍໄປນັ້ນ ຈົນກວ່າຈະພົບເຫັນບໍ? 5.ເມື່ອພົບເຫັນແລ້ວ ລາວກໍຈະໃສ່ບ່າແບກມາດ້ວຍຄວາມຍິນດີ. 6.ແລະເມື່ອມາຮອດເຮືອນແລ້ວ ລາວຈະເອີ້ນພວກມິດສະຫາຍແລະພວກໃກ້ຄຽງມາຮວມກັນເວົ້າວ່າ: “ພວກເຈົ້າຈົ່ງຮ່ວມຍິນດີກັບຂ້ອຍ ຍ້ອນຂ້ອຍໄດ້ພົບເຫັນແກະໂຕທີ່ເສຍໄປນັ້ນແລ້ວ.” 7.ດັ່ງນີ້ແລ້ວ ເຮົາຈຶ່ງບອກພວກເຈົ້າວ່າ: “ຢູ່ສະຫວັນຈະມີຄວາມຍິນດີຍ້ອນຄົນບາບແຕ່ຜູ້ດຽວເປັນທຸກກັບໃຈ.”

 

ເງິນຫລຽນທີ່ເສຍໄປ

8.“ຫລືວ່າ ຍິງຜູ້ໜຶ່ງມີເງິນຢູ່ສິບຫລຽນ ແລ້ວມາເສຍໄປຫລຽນໜຶ່ງ ລາວຈະບໍ່ໄຕ້ໂຄມປັດກວາດເຮືອນຊານ ແລະຊອກຫາຢ່າງເອົາໃຈໃສ່ ຈົນກວ່າຈະພົບເຫັນບໍ? 9.ແລະເມື່ອພົບເຫັນແລ້ວ ລາວກໍຈະເອີ້ນພວກມິດສະຫາຍແລະພວກໃກ້ຄຽງມາຮວມກັນ ເວົ້າວ່າ: “ພວກເຈົ້າຈົ່ງມາຮ່ວມຍິນດີກັບຂ້ອຍ ຍ້ອນວ່າຂ້ອຍໄດ້ພົບເຫັນເງິນທີ່ເສຍໄປນັ້ນແລ້ວ.” 10.ດັ່ງນີ້ແລ້ວ ເຮົາຈຶ່ງບອກພວກເຈົ້າວ່າ: “ພວກເທວະດາຂອງພຣະເປັນເຈົ້າມີຄວາມຍິນດີ ຍ້ອນຄົນບາບແຕ່ຜູ້ດຽວເປັນທຸກກັບໃຈ.”


ເລື່ອງລູກຊາຍລ້າງຜານ

11.ພຣະເຢຊູເຈົ້າຍັງຊົງກ່າວຕໍ່ໄປອີກວ່າ: “ບຸລຸດຜູ້ໜຶ່ງມີລູກຊາຍສອງຄົນ. 12.ຜູ້ເປັນນ້ອງເວົ້າກັບພໍ່ວ່າ: ພໍ່ເອີຍ, ຂໍພໍ່ແບ່ງຊັບສົມບັດອັນເປັນສ່ວນຂອງລູກໃຫ້ລູກເສຍ ແລ້ວພໍ່ກໍເລີຍແບ່ງປັນໃຫ້. 13.ບໍ່ທໍ່ໃດມື້ຕໍ່ມາ, ລູກຊາຍຜູ້ນ້ອງກໍທ້ອນໂຮມເອົາຊັບສິນຂອງຕົນທັງໝົດ, ແລ້ວອອກເດີນທາງໄປສູ່ປະເທດອື່ນໄກ ແລະຢູ່ທີ່ນັ້ນເຂົາໄດ້ປະພຶດຕົວເປັນຄົນຊົ່ວ. ໄດ້ສະຊາຍຜານຊັບສິນເງິນທອງຂອງຕົນຈົນໝົດກ້ຽງ. 14.ເມື່ອເຂົາຜານຊັບໝົດແລ້ວ ບັງເອີນໃນປະເທດນັ້ນເກີດມີການອຶດຢາກຢ່າງໃຫຍ່ ແລະລູກຊາຍຄົນນັ້ນກໍເລີ່ມຮູ້ສຶກອຶດຢາກ ນຳ. 15.ເຂົາຈຶ່ງໄປຂໍຮັບຈ້າງຊາວບ້ານຜູ້ໜຶ່ງໃນບໍລິເວນນັ້ນ ນາຍຜູ້ນັ້ນຈຶ່ງໄດ້ໃຊ້ເຂົາໄປເກືອໝູໃນທົ່ງນາຂອງຕົນ. 16.ເຂົາຍັງຢາກກິນອາຫານຂອງໝູຊ້ຳ, ແຕ່ບໍ່ມີໃຜໃຫ້ເຂົາກິນ. 17.ເຂົາຈຶ່ງຫວນຄຶດເວົ້າກັບຕົນເອງວ່າ: “ລູກຈ້າງຂອງພໍ່ຂ້ອຍທໍ່ໃດຄົນກໍຍັງມີຂະໜົມປັງເຫລືອກິນ ສ່ວນຂ້ອຍຢູ່ນີ້ຫິວເກືອບຈະຕາຍຢູ່ແລ້ວ. 18.ຂ້ອຍຈະລຸກຂຶ້ນເມືອຫາພໍ່ ແລະເວົ້ານຳເພິ່ນວ່າ: “ພໍ່ເອີຍ, ລູກໄດ້ເຮັດບາບຜິດຕໍ່ສະຫວັນແລະຕໍ່ພໍ່ແລ້ວ. 19.ລູກບໍ່ສົມມີຊື່ວ່າເປັນລູກຂອງພໍ່ອີກ ໃຫ້ພໍ່ຖືເອົາລູກຄືກັນກັບລູກຈ້າງຜູ້ໜຶ່ງເຖີດ”.

20.ເຂົາລຸກຂຶ້ນກັບເມືອເຮືອນຫາພໍ່ຂອງຕົນ. ເວລາຍັງຢູ່ແຕ່ໄກ ພໍ່ຂອງເຂົາຫລຽວເຫັນແລະຮູ້ສຶກສົງສານຫລາຍ, ຈຶ່ງແລ່ນໄປກອດເອົາ. 21.ລູກຈຶ່ງເວົ້າກັບພໍ່ວ່າ: “ພໍ່ເອີຍ, ລູກໄດ້ທຳບາບຜິດຕໍ່ສະຫວັນແລະຕໍ່ພໍ່ ລູກບໍ່ສົມໄດ້ຊື່ວ່າເປັນລູກຂອງພໍ່ອີກ! 22.ສ່ວນພໍ່ເວົ້າກັບຄົນໃຊ້ວ່າ: “ໄວໆ ຮີບໄປເອົາເສື້ອຜືນງາມທີ່ສຸດມາໃຫ້ລູກເຮົານຸ່ງ, ເອົາແຫວນມາໃສ່ນີ້ວມືໃຫ້ ແລະເອົາເກີບມາສຸບໃຫ້ດ້ວຍ. 23.ແລ້ວໄປຈູງເອົາງົວໂຕອ້ວນພີມາຂ້າ ພວກເຮົາຈະກິນລ້ຽງກັນຢ່າງມ່ວນຊື່ນ. 24.ຍ້ອນວ່າລູກຂອງຂ້ອຍທີ່ຕາຍໄປແລ້ວໄດ້ກັບມີຊີວິດໃໝ່. ເຂົາໄດ້ຫາຍຕົວໄປ ແລະໄດ້ຄືນມາພົບພໍ້ກັນອີກ!” ແລ້ວງານສະຫລອງກໍເລີ້ມຂຶ້ນ.

25.ເວລານັ້ນລູກກົກຍັງຢູ່ນາ, ເມື່ອກັບມາໃກ້ຈະຮອດເຮືອນ ໄດ້ຍິນສຽງດົນຕີແລະສຽງເຕັ້ນລຳ. 26.ເຂົາໄດ້ຮຽກຄົນໃຊ້ຜູ້ໜຶ່ງມາຖາມເຖິງເຫດການນັ້ນ, 27.ຄົນໃຊ້ບອກວ່າ: “ແມ່ນນ້ອງຊາຍຂອງທ່ານໄດ້ກັບຄືນມາແລ້ວ, ແລະພໍ່ຂອງທ່ານໄດ້ຂ້າລູກງົວໂຕອ້ອນພີ, ຍ້ອນເຫັນເຂົາຄືນມາຍັງສຸກສະບາຍດີ.” 28.ສ່ວນຜູ້ເປັນອ້າຍຮູ້ສຶກຢາກຮ້າຍ ບໍ່ຍອມເຂົ້າເຮືອນ, ພໍ່ຈຶ່ງອອກໄປໜ່ຽວວອນ. 29.ແຕ່ເຂົາໄດ້ຕອບພໍ່ວ່າ: “ລູກໄດ້ຮັບໃຊ້ພໍ່ມາຫລາຍປີແລ້ວ ບໍ່ໄດ້ຂັດຂືນຄຳສັ່ງຂອງພໍ່ຈັກເທື່ອ ແລະພໍ່ກໍບໍ່ເຄີຍເອົາລູກແບ້ໃຫ້ລູກໄປກິນລ້ຽງກັບໝູ່ຈັກເທື່ອເລີຍ. 30.ແຕ່ບັດນີ້ ລູກຂອງພໍ່ຜູ້ນີ້ ທີ່ໄດ້ຜານຊັບສິນຂອງພໍ່ໝົດກ້ຽງກັບແມ່ຈ້າງນາງເລງ. ມັນກັບຕ່າວມາ ພໍ່ກໍຍັງໄດ້ຂ້າງົວໂຕອ້ວນພີຕ້ອນຮັບມັນອີກ. 31.ພໍ່ຈຶ່ງເວົ້າຕອບວ່າ: “ລູກເອີຍ, ລູກຢູ່ນຳພໍ່ສະເໝີມາ, ແລະທຸກສິ່ງທີ່ເປັນຂອງພໍ່ກໍເປັນຂອງລູກ. 32.ຈຳເປັນແລ້ວທີ່ຈະຈັດການລ້ຽງມ່ວນຊື່ນ, ຍ້ອນວ່ານ້ອງຊາຍຂອງລູກຕາຍໄປແລ້ວ ໄດ້ມີຊີວິດໃໝ່. ເຂົາໄດ້ຫາຍຕົວໄປ ແລະໄດ້ກັບມາພົບພໍ້ກັນອີກ!”