ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 14
ຊົງປິ່ນປົວຄົນໂລກທ້ອງມານນ້ຳ
1.ວັນພຣະວັນໜຶ່ງ ພຣະເຢຊູເຈົ້າສະເດັດເຂົ້າໄປຮັບປະທານອາຫານໃນເຮືອນຂອງ ຫົວໜ້າຟາຣີເຊວຄົນໜຶ່ງ ແລະພວກເຂົາກໍແນມເບິ່ງພຣະອົງ. 2.ພໍດີມີຄົນໂລກທ້ອງມານນ້ຳຄົນໜຶ່ງຢືນຢູ່ຕໍ່ພຣະພັກພຣະອົງ. 3.ພຣະເຢຊູເຈົ້າຈຶ່ງກ່າວກັບນັກກົດໝາຍແລະພວກຟາຣີເຊວວ່າ: “ມີອານຸຍາດໃຫ້ປິ່ນປົວພະຍາດໃນວັນພຣະຫລືບໍ່?” 4.ເຂົາເຫລົ່ານັ້ນກໍມິດຢູ່ ພຣະອົງຈຶ່ງຈັບມືຜູ້ປ່ວຍ ທຳໃຫ້ເຂົາດີແລະປ່ອຍໃຫ້ກັບໄປ. 5.ແລ້ວພຣະອົງກ່າວກັບພວກເຂົາວ່າ: “ມີໃຜບໍໃນພວກເຈົ້າ ຖ້າວ່າລູກຫລືງົວຂອງຕົນຕົກລົງສ້າງ ຈະບໍ່ຮີບດຶງມັນຂຶ້ນມາ ແມ່ນວ່າຈະເປັນວັນພຣະ?” 6.ພວກເຂົາກໍບໍ່ຮູ້ຈະຕອບພຣະອົງຢ່າງໃດ.
ການເລືອກບ່ອນນັ່ງ
7.ເມື່ອພຣະອົງຊົງສັງເກດເຫັນບັນດາພວກຖືກເຊີນມາ ຊອກຫາບ່ອນນັ່ງທີໜຶ່ງ ຈຶ່ງກ່າວຕໍ່ພວກເຂົາເປັນຄວາມປຽບທຽບວ່າ: 8.“ເມື່ອຜູ້ໃດຜູ້ໜຶ່ງເຊີນເຈົ້າໄປກິນລ້ຽງໃນງານວິີວາຫະມຸງຄຸນ ຢ່າໄປຊອກນັ່ງບ່ອນທີໜຶ່ງ ຍ້ອນຢ້ານວ່າເຈົ້າພາບອາດໄດ້ເຊີນຜູ້ໃດຜູ້ໜຶ່ງທີ່ມີກຽດ ກວ່າເຈົ້າມາໃນງານນັ້ນດ້ວຍ. 9.ແລ້ວເຈົ້າພາບຜູ້ໄດ້ເຊີນເຈົ້າແລະຜູ້ນັ້ນອາດຈະມາບອກ ເຈົ້າວ່າ: “ປະບ່ອນໃຫ້ເພິ່ນເຖີດ.” ແລະເຈົ້າກໍຈະອັບອາຍ ຈຳເປັນລົງໄປນັ່ງຢູ່ບ່ອນສຸດທ້າຍ. 10.ກົງກັນຂ້າມ ເມື່ອເຈົ້າຖືກເຊີນ ໃຫ້ເຈົ້າໄປຢູ່ບ່ອນສຸດທ້າຍ ເພື່ອວ່າເມື່ອເຈົ້າພາບຈະມາຮອດ ຈະບອກກັບເຈົ້າວ່າ: “ສະຫາຍເອີຍ ເຊີນຂຶ້ນໄປບ່ອນສູງກວ່າເຖີດ.” ແລ້ວເຈົ້າກໍຈະມີກຽດຕໍ່ໜ້າແຂກທັງຫລາຍ. 11.ຍ້ອນວ່າທຸກຄົນທີ່ຍົກຕົວຂຶ້ນ ຈະຖືກຜາບລົງ ແລະຜູ້ໃດຖ່ອມຕົວລົງ ຈະຖືກຍົກຂຶ້ນ.”
ການເລືອກຜູ້ເຊີນ
12.ແລະພຣະອົງຊົງກ່າວກັບຜູ້ໄດ້ເຊີນພຣະອົງວ່າ: “ເມື່ອເຈົ້າຈັດການກິນລ້ຽງຕອນທ່ຽງຫລືຕອນແລງກໍດີ, ຢ່າໄປເຊີນມິດສະຫາຍຫລືອ້າຍນ້ອງ, ຫລືພີ່ໆນ້ອງໆ ຫລືບັນດາພວກຮັ່ງມີໃກ້ຄຽງເລີຍ, ຢ້ານວ່າເຂົາຈະເຊີນເຈົ້າເປັນການຕອບແທນດ້ວຍ. 13.ກົງກັນຂ້າມ ເມື່ອ ເຈົ້າຈັດການກິນລ້ຽງ, ຈົ່ງເຊີນຄົນທຸກຈົນ, ພວກເສຍອົງຄະ, ຄົນເປ້ຍເສຍຂາ, ຄົນຕາບອດ.14.ຈະເປັນບຸນຂອງເຈົ້າ, ຍ້ອນພວກເຂົາບໍ່ສາມາດຈະຕອບເຈົ້າໄດ້; ເຈົ້າຈະໄດ້ຮັບຕອບແທນໃນວັນກັບເປັນຄືນມາຂອງບັນດາຜູ້ຊອບທຳ.”
ບັນດາຜູ້ປະຕິເສດການເຊີນ
15.ເມື່ອຟັງພຣະວາຈານີ້, ຜູ້ຮັບເຊີນຄົນໜຶ່ງທູນພຣະເຢຊູເຈົ້າວ່າ: “ບຸນລາບແກ່ຜູ້ທີ່ຈະໄດ້ເຂົ້າຮ່ວມກິນລ້ຽງໃນອານາຈັກພຣະເປັນເຈົ້າ.” 16.ພຣະເຢຊູເຈົ້າກ່າວຕອບເຂົາວ່າ: “ບຸລຸດຜູ້ໜຶ່ງໄດ້ຈັດການກິນລ້ຽງໃຫຍ່ ແລະໄດ້ເຊີນແຂກຫລາຍຄົນມາຮ່ວມ. 17.ເມື່ອຮອດເວລາກິນແລ້ວ, ເຂົາກໍສົ່ງຄົນໃຊ້ໄປບອກພວກຖືກເຊີນວ່າ: ເຊີນມາ ເວລານີ້ທຸກສິ່ງໄດ້ຕຽມພ້ອມແລ້ວ. 18.ແຕ່ທຸກຄົນຕ່າງຫາຄວາມແກ້ຕົວ. ຜູ້ໜຶ່ງເວົ້າວ່າ: “ຂ້ອຍໄດ້ຊື້ດິນຕອນໜຶ່ງ, ແລະຂ້ອຍຕ້ອງໄປເບິ່ງດິນຕອນນັ້ນ, ຈຶ່ງຂໍອະໄພນຳ.” 19.ອີກຜູ້ໜຶ່ງເວົ້າວ່າ: “ຂ້ອຍໄດ້ຊື້ງົວຫ້າຄູ່ ແລະຂ້ອຍຕ້ອງໄປລອງໃຊ້ງານເບິ່ງ ຈຶ່ງຂໍອະໄພນຳ.” 20.ອີກຜູ້ໜຶ່ງເວົ້າວ່າ: “ຂ້ອຍຫາກໍແຕ່ງງານ ແລະຍ້ອນເຫດນີ້ຈຶ່ງມາບໍ່ໄດ້.” 21.ຄົນໃຊ້ຈຶ່ງຫລົບມາ, ລາຍງານທຸກສິ່ງໃຫ້ນາຍຊາບ; ພໍ່ເຮືອນຢາກຮ້າຍ ຫລາຍຈຶ່ງເວົ້າກັບຄົນໃຊ້ວ່າ: “ຈົ່ງຮີບໄປຕາມສະໜາມຫລວງແລະຕາມຖະໜົນໃນເມືອງ, ພາເອົາພວກຄົນທຸກຈົນ, ຄົນເສຍອົງຄະ, ຄົນເປ້ຍຂາເຄ, ຄົນຕາບອດເຂົ້າມານີ້.” 22.ຄົນໃຊ້ເວົ້າວ່າ: “ນາຍເອີຍ! ຂ້ານ້ອຍໄດ້ປະຕິບັດຕາມຄຳສັ່ງຂອງນາຍແລ້ວ ແລະຍັງມີບ່ອນຢູ່ອີກ”. 23.ນາຍຈຶ່ງບອກຄົນໃຊ້ວ່າ: “ຈົ່ງໄປຕາມທາງເລັກທາງນ້ອຍ, ແລະຈົ່ງຄຸມເຂົາເຂົ້າມາໃຫ້ເຕັມເຮືອນເຮົາ. 24.ດ້ວຍວ່າເຮົາກ່າວກັບພວກເຈົ້າວ່າ ຈະບໍ່ມີຜູ້ຮັບເຊີນສັກຄົນດຽວໄດ້ຊິມລົດອາຫານຂອງເຮົາ.”
ຄວາມເສຍສະລະ
25.ມີຝູງຊົນຫລວງຫລາຍຕິດຕາມພຣະເຢຊູເຈົ້າໄປ ພຣະອົງຈຶ່ງຫັນມາກ່າວວ່າ: 26.“ຖ້າຜູ້ໃດຕິດຕາມເຮົາໂດຍຍັງຮັກພໍ່ແມ່ ເມຍ ລູກເຕົ້າ ອ້າຍເອື້ອຍນ້ອງ ແລະຈົນຮອດຊີວິດຂອງຕົວເອງ ຜູ້ນັ້ນບໍ່ອາດເປັນລູກສິດຂອງເຮົາໄດ້. 27.ຜູ້ໃດບໍ່ຍອມແບກກາງເຂນຂອງຕົນແລະເດີນຕາມເຮົາມາ ຜູ້ນັ້ນບໍ່ອາດເປັນລູກສິດຂອງເຮົາໄດ້”. 28.ຕາມຈິງແລ້ວ ມີໃຜໃນພວກເຈົ້າ ຖ້າເຂົາຢາກສ້າງຫໍຄອຍຫລັງໜຶ່ງ ຈະບໍ່ນັ່ງລົງແລະຄຳນວນຄ່າໃຊ້ຈ່າຍ ເພື່ອຮູ້ວ່າຕົວມີຫຍັງພໍສ້າງໃຫ້ສຳເລັດໄດ້ຫລືບໍ່? 29.ຢ້ານວ່າເມື່ອລົງຮາກແລ້ວ ແລະບໍ່ສາມາດສ້າງໃຫ້ສຳເລັດໄດ້ ທຸກຄົນທີ່ເຫັນກໍຈະຫົວຂວັນເຂົາ ເວົ້າວ່າ: 30.“ຈົ່ງເບິ່ງ ຄົນຜູ້ນີ້ໄດ້ລົງມືສ້າງ ແຕ່ບໍ່ສາມາດເຮັດໃຫ້ສຳເລັດໄດ້!” 31.ຫລືອີກຢ່າງໜຶ່ງ ມີກະສັດອົງໃດບໍທີ່ຈະທຳເສິກກັບກະສັດອີກອົງໜຶ່ງ ຈະບໍ່ນັ່ງຄຶດຕຶກຕອງວ່າ ຕົນມີທະຫານສິບພັນຄົນ ຈະສາມາດຕໍ່ສູ້ກັບຜູ້ມີຊາວພັນຄົນໄດ້ຫລືບໍ່? 32.ບໍ່ດັ່ງນັ້ນ ເພິ່ນກໍຈະຮີບສົ່ງຄະນະທູດໄປທຳສັນຍາສັນຕິພາບແຕ່ເວລາສັດຕູຍັງຢູ່ໄກ. 33.ດັ່ງດຽວກັນ ຜູ້ໃດໃນພວກເຈົ້າທີ່ບໍ່ຍອມສະລະຊັບສິນທັງໝົດຂອງຕົນ ຜູ້ນັ້ນກໍບໍ່ອາດເປັບລູກສິດເຮົາໄດ້ດ້ວຍ.
ເກືອທີ່ຈືດຈາງ
34.“ເກືອເປັນຂອງດີ, ແຕ່ຖ້າເກືອຫາກເສຍລົດເຄັມໄປແລ້ວ, ຈະໃຊ້ຫຍັງເຮັດໃຫ້ເກືອເຄັມໄດ້? 35.ຈະໃຊ້ປົນດິນຫລືປົນຝຸ່ນກໍບໍ່ດີ, ມີແຕ່ຈະໂຍນຖິ້ມທໍ່ນັ້ນແລ້ວ. ໃຜມີຫູຟັງ ກໍໃຫ້ຟັງເອົາເຖີດ.”