ພຣະວໍຣະສານ ໂດຍນັກບຸນ ລູກາ

ພາກທີ 13

ຊາວຄາລີເລຖືກຄາດຕະກຳ

1.ໃນເວລານັ້ນເອງ ມີຄົນມາເລົ່າເລື່ອງທີ່ໄດ້ເປັນມາແກ່ຊາວຄາລີເລໃຫ້ພຣະເຢຊູເຈົ້າຟັງວ່າ: “ພະຍາປີລາໂຕໄດ້ເອົາເລືອດຂອງພວກເຂົາ ມາປົນໃສ່ກັບເຄື່ອງບູຊາທີ່ພວກເຂົາຖະຫວາຍນັ້ນ.” 2.ພຣະອົງຈຶ່ງກ່າວຕອບພວກເຂົາວ່າ: “ພວກເຈົ້າຄຶດວ່າ ຊາວຄາລີເລພວກນັ້ນໄດ້ມີບາບຫລາຍກວ່າຊາວຄາລີເລອື່ນໆບໍ ຈຶ່ງໄດ້ຮັບໂທດເຖິງພຽງນີ້? 3.ເຮົາບອກພວກເຈົ້າວ່າ ບໍ່ແມ່ນດອກ ແຕ່ວ່າຖ້າພວກເຈົ້າບໍ່ເປັນທຸກກັບໃຈແລ້ວ ພວກເຈົ້າກໍຈະພິນາດໝົດດັ່ງດຽວກັນ. 4.ແລະສ່ວນສິບແປດຄົນທີ່ຫໍຊີໂລເອໄດ້ລົ້ມທັບຕາຍນັ້ນ ພວກເຈົ້າຄຶດວ່າເຂົາມີບາບຫລາຍກວ່າຊາວເຢຣູຊາແລມອື່ນໆບໍ? 5.ເຮົາບອກພວກເຈົ້າວ່າ ບໍ່ແມ່ນດອກ ແຕ່ຖ້າພວກເຈົ້າບໍ່ຍອມເປັນທຸກກັບໃຈ ພວກເຈົ້າກໍຈະພິນາດໝົດດັ່ງດຽວກັນ.”

 

ຄວາມປຽບທຽບເລື່ອງກົກເດື່ອບໍ່ເປັນໝາກ

6.ແລ້ວພຣະອົງຍັງກ່າວເປັນຄວາມປຽບທຽບຕໍ່ໄປນີ້ວ່າ: “ຄົນຜູ້ໜຶ່ງໄດ້ປູກກົກເດື່ອກົກໜຶ່ງໄວ້ໃນສວນອະງຸ່ນຂອງຕົນ ລາວເຂົ້າໄປໃນສວນເພື່ອຈະເກັບໝາກໄມ້ ແຕ່ບໍ່ເຫັນມີເລີຍ 7.ລາວຈຶ່ງເວົ້າກັບຄົນທຳສວນວ່າ: “ສາມປີແລ້ວທີ່ຂ້ອຍອອກມາເກັບໝາກເດື່ອຈາກກົກນີ້ ແລະບໍ່ເຫັນໝາກເລີຍ ໃຫ້ເຈົ້າຕັດມັນຖິ້ມເສຍ ຈະປະໃຫ້ເສຍດິນລ້າໆເຮັດຫຍັງ.” 8.ແຕ່ຄົນທຳສວນຕອບວ່າ: “ນາຍເອີຍ! ຂໍຈົ່ງມັນໄວ້ເບິ່ງປີຊິມານີ້ກ່ອນ ໃຫ້ຂ້ານ້ອຍລອງຂຸດຄົ້ນອ້ອມເຫງົ້າມັນແລະເອົາຝຸ່ນໃສ່ອີກ. 9.ບາງທີປີໜ້າມັນຈະເປັນໝາກ ບໍ່ດັ່ງນັ້ນ ນາຍຈະບັກມັນຖິ້ມເສຍ.”

 

ຍິງຫລັງກ່ອມ

10.ວັນພຣະວັນໜຶ່ງ ພຣະເຢຊູເຈົ້າຊົງສັ່ງສອນໃນໂຮງທຳ. 11.ພໍດີຢູ່ທີ່ນັ້ນ ມີຍິງຜູ້ໜຶ່ງຖືກຜີສິງ ເປັນເປ້ຍມາສິບແປດປີແລ້ວ ຫລັງລາວກ່ອມ ບໍ່ສາມາດເງີຍຫົວຂຶ້ນໄດ້ເລີຍ. 12.ເມື່ອພຣະເຢຊູເຈົ້າເຫັນນາງ ພຣະອົງຈຶ່ງຮ້ອງໃສ່ນາງວ່າ: “ນາງເອີຍ ນາງມົ້ມຈາກຄວາມພິການແລ້ວ.” 13.ຕໍ່ໄປພຣະອົງຊົງປົກມືໃສ່ນາງ ແລະນາງກໍຕັ້ງຫົວຊື່ໄດ້ທັນທີ ແລະຮ້ອງສັນຣະເສີນພຣະເປັນເຈົ້າ. 14.ແຕ່ຫົວໜ້າໂຮງທຳຮູ້ສຶກແຄ້ນໃຈ ຍ້ອນພຣະເຢຊູເຈົ້າປົວພະຍາດໃນວັນພຣະ ຈຶ່ງເວົ້າຕໍ່ຝູງຊົນວ່າ: “ມີຫົກມື້ທີ່ພວກເຮົາຕ້ອງທໍາງານ ຈົ່ງພາກັນມາປົວພະຍາດໃນວັນນັ້ນເຖີດ ແຕ່ບໍ່ໃຫ້ມາໃນວັນພຣະ.” 15.ພຣະເຢຊູເຈົ້າຊົງກ່າວຕອບເຂົາວ່າ: “ພວກທຽມໃຈບຸນເອີຍ ໃຜໆໃນພວກເຈົ້າບໍ່ແກ້ງົວຫລືລາອອກຈາກຄອກໄປກິນນ້ຳໃນວັນພຣະບໍ? 16.ແລະລູກສາວຂອງອາບຣາຮຳຜູ້ນີ້ ຖືກຜີຊາຕານມັດໄວ້ໄດ້ສິບແປດປີມາແລ້ວ ບໍ່ສົມຄວນຈະປົດນາງອອກຈາກສາຍໂສ້ໃນວັນພຣະບໍ?” 17.ເມື່ອພຣະອົງຊົງກ່າວຄວາມນີ້ ພວກສັດຕູຂອງພຣະອົງກໍຮູ້ສຶກອັບອາຍຂາຍໜ້າ ສ່ວນປະຊາຊົນທັງໝົດກໍຊື່ນຊົມຍິນດີໃນການອັດສະຈັນຕ່າງໆ ທີ່ພຣະອົງຊົງກະທໍາ.

 

ຄວາມປຽບທຽບເລື່ອງເມັດໝາກງາ

18.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ອານາຈັກພຣະເປັນເຈົ້າຈະຄ້າຍຄືຫຍັງ? ແລະຈະປຽບໄດ້ກັບຫຍັງ? 19.ມັນຄ້າຍຄືກັບເມັດຜັກກາດເມັດໜຶ່ງ ທີ່ຄົນຜູ້ໜຶ່ງເອົາໄປຫວ່ານໃສ່ໃນສວນຂອງຕົນ ມັນງອກຂຶ້ນແລະກາຍເປັນກົກໄມ້ ຈົນນົກໃນອາກາດມາອາໄສຢູ່ເທິງງ່າມັນໄດ້.”

 

ຄວາມປຽບທຽບເລື່ອງເຊື້ອແປ້ງ

20.ພຣະອົງຊົງກ່າວອີກວ່າ: “ເຮົາຈະປຽບອານາຈັກພຣະເປັນເຈົ້າກັບຫຍັງ? 21.ອານາຈັກພຣະເປັນເຈົ້າ ຄ້າຍຄືກັບເຊື້ອແປ້ງທີ່ຍິງຜູ້ໜຶ່ງເອົາໄປປົນໃສ່ກັບແປ້ງສາມກະຖັງ ຈົນແປ້ງ ທັງໝົດຟູຂຶ້ນ.”

 

ປັນຫາເລື່ອງຄວາມຮອດ

22.ພຣະເຢຊູເຈົ້າສະເດັດໄປຕາມເມືອງແລະໝູ່ບ້ານຕ່າງໆ, ຊົງເທດສະໜາສັ່ງສອນ ຕາມທາງທີ່ຈະໄປສູ່ນະຄອນເຢຣູຊາແລມ. 23.ມີຜູ້ໜຶ່ງທູນພຣະອົງວ່າ: “ພຣະອົງເຈົ້າເອີຍ ຜູ້ທີ່ຈະເອົາຕົວຮອດມີຈຳນວນໜ້ອຍບໍ?” ພຣະເຢຊູເຈົ້າຕອບວ່າ: 24.“ພວກເຈົ້າຈົ່ງພະຍາຍາມເຂົ້າທາງປະຕູແຄບ ຍ້ອນເຮົາກ່າວແກ່ພວກເຈົ້າວ່າ: ມີຄົນເປັນອັນມາກຊອກຫາທາງເຂົ້າ ແຕ່ເຂົ້າບໍ່ໄດ້. 25.ຍ້ອນວ່າເຈົ້າເຮືອນຈະລຸກມາອັດປະຕູ. ພວກເຈົ້າຍັງຢູ່ນອກກໍຈະເຄາະປະຕູພ້ອມກັບເວົ້າວ່າ: “ນາຍເອີຍ, ໄຂເອົາຂ້ານ້ອຍແດ່.” ແລະເຈົ້າເຮືອນຈະຕອບວ່າ: “ພວກເຈົ້າມາແຕ່ໃສ ເຮົາບໍ່ຮູ້ຈັກ.” 26.ເວລານັ້ນ ພວກເຈົ້າຈະເວົ້າວ່າ: “ພວກຂ້ານ້ອຍເຄີຍໄດ້ກິນໄດ້ດື່ມຢູ່ກັບນາຍ ແລະນາຍເຄີຍໄດ້ສັ່ງສອນຢູ່ຕາມສະໜາມຫລວງຂອງພວກຂ້ານ້ອຍ.” 27.ສ່ວນເຈົ້າເຮືອນຈະຕອບວ່າ: “ພວກເຈົ້າມາແຕ່ໃສ ເຮົາບໍ່ຮູ້ຈັກ. ຄົນຊົ່ວຮ້າຍທັງຫລາຍເອີຍ ຈົ່ງໜີໄກຈາກເຮົາ.” 28.ບ່ອນນັ້ນແລ້ວ ຈະມີແຕ່ສຽງຮ້ອງໄຫ້ແລະກັດແຂ້ວ ເມື່ອພວກເຈົ້າຈະເຫັນອາບຣາຮຳ ອີຊາອັກ ຢາກັອບແລະປະພາສົກທັງຫລາຍຢູ່ໃນອານາຈັກພຣະເປັນເຈົ້າ. ສ່ວນພວກເຈົ້າຈະຖືກໄລ່ອອກທາງນອກ. 29.ຈະມີຜູ້ມາຈາກທິດຕາເວັນອອກແລະທິດຕາເວັນຕົກ ຈາກທິດເໜືອແລະທິດໃຕ້ ເຂົ້ານັ່ງກິນລ້ຽງໃນອານາຈັກພຣະເປັນເຈົ້າ. 30.ແມ່ນແລ້ວ, ພວກທີ່ສຸດຈະກັບເປັນພວກທີ່ຕົ້ນ, ແລະພວກທີ່ຕົ້ນຈະກັບເປັນພວກທີ່ສຸດທ້າຍ.”

 

ໝາຈອກເຮຣັອດ

31.ໃນເວລາດຽວກັນນັ້ນເອງ, ມີພວກຟາຣີເຊວບາງຄົນເຂົ້າມາທູນພຣະເຢຊູເຈົ້າວ່າ: “ເຊີນທ່ານຮີບໜີໄປຈາກທີ່ນີ້ເຖີດ, ຍ້ອນວ່າກະສັດເຮຣັອດໝາຍຈະຂ້າທ່ານ.” 32.ພຣະອົງຕອບເຂົາວ່າ: “ຈົ່ງໄປບອກໃຫ້ໝາຈອກໂຕນັ້ນຮູ້ວ່າ: “ນີ້ແຫລະ ເຮົາຂັບໄລ່ຜີປີສາດແລະປົວໂລກພະຍາດມື້ນີ້ແລະມື້ອື່ນ; ສ່ວນວັນທີສາມ ທຸກສິ່ງກໍຈະສຳເລັດ. 33.ແຕ່ສຳລັບມື້ນີ້ມື້ອື່ນ ແລະມື້ຫລັງໆ ເຮົາຕ້ອງເດີນທາງຕໍ່ໄປ, ດ້ວຍວ່າປະພາສົກບໍ່ຄວນຕາຍນອກນະຄອນເຢຣູຊາແລມເລີຍ.”

 

ຊົງສາບແຊ່ງນະຄອນເຢຣູຊາແລມ

34.ເຢຣູຊາແລມເອີຍ, ເຢຣູຊາແລມ, ເຈົ້າຜູ້ຂ້າບັນດາປະພາສົກ ແລະເອົາຫິນແກວ່ງໃສ່ບັນດາຜູ້ທີ່ຖືກໃຊ້ມາຫາເຈົ້າ. ຫລາຍເທື່ອຫລາຍທີແລ້ວ, ເຮົາຕັ້ງໃຈຢາກທ້ອນໂຮມບຸດຂອງເຈົ້າ, ດັ່ງດຽວກັນກັບແມ່ໄກ່ຕຸ້ມລູກໄວ້ໃຕ້ປີກຂອງມັນ. ແຕ່ພວກເຈົ້າບໍ່ໄດ້ຍອມໃຈເລີຍ. 35.ດັ່ງນັ້ນ ເຮືອນຊານຂອງພວກເຈົ້າຈະຖືກປະຮ້າງ. ແມ່ນແລ້ວ, ເຮົາກ່າວແກ່ພວກເຈົ້າວ່າ: “ພວກເຈົ້າຈະບໍ່ເຫັນເຮົາອີກ ຈົນເຖິງວັນທີ່ພວກເຈົ້າຈະເວົ້າວ່າ: ຂໍຖະຫວາຍພອນ ແດ່ທ່ານຜູ້ສະເດັດມາເດຊະພຣະນາມຂອງພຣະອົງເຈົ້າ!”