ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 12
ຈົ່ງປະກາດຢ່າງເປີດເຜີຍ
1.ໃນເວລານັ້ນ ປະຊາຊົນພ້ອມກັນຫຸ້ມມານັບເປັນພັນໆ, ຈົນຢຽບຈົນເຕັງກັນ; ພຣະເຢຊູເຈົ້າຈຶ່ງເລີ່ມກ່າວກັບພວກສາວົກວ່າ: “ຈົ່ງເຝົ້າລະວັງຕໍ່ເຊື່ອແປ້ງ ຄືຕໍ່ຄວາມທຽມໃຈບຸນຂອງພວກຟາຣີເຊວ. 2.ບໍ່ມີສິ່ງປິດບັງ ບໍ່ມີອັນໃດທີ່ຈະບໍ່ຖືກເປີດເຜີຍອອກ. ບໍ່ມີສິ່ງເຊື່ອງລີ້ລັບອັນໃດທີ່ຈະບໍ່ປາກົດອອກມາໃຫ້ຮູ້ເຫັນ. 3.ດ້ວຍເຫດນີ້ທຸກສິ່ງທີ່ພວກເຈົ້າຈະກ່າວໃນທີ່ມົວມືດ ຈະຖືກປາກົດອອກໃນທີ່ແຈ້ງ; ແລະສິ່ງທີ່ພວກເຈົ້າຈະຊິ່ມໃສ່ຫູໃນຫ້ອງສອກຫລີກ ຈະຖືກໂຄສະນາຢູ່ເທິງຫລັງຄາເຮືອນ. 4.ສະຫາຍເອີຍ ເຮົາກ່າວແກ່ພວກເຈົ້າວ່າ ບໍ່ຕ້ອງຢ້ານພວກທີ່ຂ້າໄດ້ແຕ່ກາຍ, ແລ້ວບໍ່ສາມາດເຮັດຫຍັງໄດ້ອີກ. 5.ເຮົາຈະສະແດງໃຫ້ພວກ ເຈົ້າຮູ້ວ່າ ຕ້ອງຢ້ານຜູ້ໃດ: ຕ້ອງຢ້ານຜູ້ທີ່ຂ້າໃຫ້ຕາຍ, ແລ້ວຍັງມີອຳນາດຖິ້ມລົງນະລົກອີກດ້ວຍ; ເຮົາບອກພວກເຈົ້າວ່າຕ້ອງຢ້ານຜູ້ນັ້ນແລ້ວ.
6.ເຂົາເຄີຍຊື້ຂາຍນົກກະຈອກຫ້າໂຕຕໍ່ສອງອັດແມ່ນບໍ? ເຖິງຢ່າງນັ້ນກໍດີ ບໍ່ມີນົກກະຈອກແມ່ນແຕ່ໂຕດຽວທີ່ພຣະເຈົ້າຊົງລືມ. 7.ຍິ່ງກວ່າອີກ, ແມ່ນແຕ່ເສັ້ນຜົມຂອງພວກເຈົ້າກໍຖືກນັບໄວ້ໝົດທຸກເສັ້ນ. ພວກເຈົ້າບໍ່ຕ້ອງຢ້ານເລີຍ. ພວກເຈົ້າມີຄ່າລາຄາຫລາຍກວ່ານົກກະຈອກທັງຝູງ.
8.ເຮົາກ່າວແກ່ພວກເຈົ້າວ່າ: “ໃຜໆທີ່ຮັບຮູ້ເຮົາຕໍ່ໜ້າມະນຸດ ບຸດແຫ່ງມະນຸດກໍຈະຮັບຮູ້ເຂົາຕໍ່ໜ້າເທວະດາຂອງພຣະເປັນເຈົ້າເໝືອນກັນ; 9.ແຕ່ວ່າຜູ້ໃດປະຕິເສດເຮົາຕໍ່ໜ້າມະນຸດ ຜູ້ນັ້ນກໍຈະຖືກປະຕິເສດຕໍ່ໜ້າເທວະດາຂອງພຣະເປັນເຈົ້າດ້ວຍ. 10.ແລະຖ້າຜູ້ໜຶ່ງຜູ້ໃດເວົ້າຂັດສູ້ບຸດແຫ່ງມະນຸດ ຜູ້ນັ້ນກໍຈະຖືກຍົກໂທດໃຫ້ໄດ້ ແຕ່ວ່າຜູ້ທີ່ເວົ້າປະໝາດປະຈານຕໍ່ພຣະຈິດເຈົ້າ ຈະບໍ່ໄດ້ຮັບການອະໄພໂທດເລີຍ.”
11.“ເມື່ອເຂົາຈະນຳພວກເຈົ້າໄປໃນໂຮງທຳ ຕໍ່ໜ້າພວກກຳມະການຕັດສິນແລະຜູ້ຊົງອຳນາດ ຢ່າສົນລະວົນຫາວິທີປ້ອງກັນຕົວຫລືຊອກຫາຄວາມເວົ້າ 12.ຍ້ອນວ່າພຣະຈິດເຈົ້າເອງຈະສອນສິ່ງທີ່ພວກເຈົ້າຕ້ອງເວົ້າໃນເວລານັ້ນ.”
ເສດຖີເບົາປັນຍາ
13.ຜູ້ໜຶ່ງໃນຝູງຊົນທູນພຣະເຢຊູເຈົ້າວ່າ: “ພຣະອາຈານເຈົ້າ, ຂໍພຣະອົງຊ່ອຍໂອບໂລມໃຫ້ອ້າຍຂ້ານ້ອຍປັນມູນມໍລະດົກໃຫ້ຂ້ານ້ອຍແດ່.” 14.ພຣະເຢຊູເຈົ້າຊົງກ່າວຕອບເຂົາວ່າ: “ສະຫາຍເອີຍ, ແມ່ນໃຜໄດ້ແຕ່ງຕັ້ງໃຫ້ເຮົາເປັນຜູ້ຕັດສິນ ຫລືເປັນຜູ້ຈັດການໃນເລື່ອງແບ່ງປັນມູນມໍລະດົກຂອງພວກເຈົ້າ?” 15.ຕໍ່ໄປພຣະອົງຊົງກ່າວກັບປະຊາຊົນວ່າ: “ໃຫ້ພວກເຈົ້າລະວັງຕົວຕໍ່ຄວາມມັກໄດ້; ຍ້ອນວ່າມະນຸດຈະຮັ່ງມີສີສຸກປານໃດ ຊີວິດຂອງເຂົາກໍບໍ່ສຸດແລ້ວແຕ່ຊັບສິນນັ້ນດອກ.”
16.ແລ້ວພຣະອົງຊົງກ່າວຄວາມປຽບທຽບວ່າດັ່ງນີ້: “ຍັງມີເສດຖີຜູ້ໜຶ່ງມີທີ່ດິນຊຶ່ງໃຫ້ໝາກຜົນມາກຫລາຍ. 17.ລາວຮຳເພິງໃນໃຈວ່າ ຂ້ອຍຈະເຮັດແນວໃດ? ຍ້ອນວ່າຂ້ອຍບໍ່ມີບ່ອນຈະໃສ່ພືດຜົນເລີຍ! 18.ລາວເວົ້າຕໍ່ໄປວ່າ ຂ້ອຍຈະເຮັດດັ່ງນີ້: ຂ້ອຍຈະມ້າງເລົ້າຫລັງເກົ່າແລະຈະເຮັດເລົ້າໃໝ່ໃຫຍ່ກວ່າ ແລ້ວຈະເອົາເຂົ້າພ້ອມຊັບສິນທັງໝົດໃສ່ໄວ້ໃນນັ້ນ, 19.ແລ້ວຂ້ອຍຈະເວົ້າກັບວິນຍານຂ້ອຍວ່າ: ວິນຍານເອີຍ, ເຈົ້າມີຊັບສົມບັດມາກມູນທ້ອນໄວ້ເພື່ອຫລາຍປີ, ບັດນີ້ຈົ່ງພັກຜ່ອນ, ຈົ່ງກິນ, ຈົ່ງດື່ມແລະຫລິ້ນມ່ວນຊື່ນເຖີດ. 20.ແຕ່ພຣະເປັນເຈົ້າຊົງກ່າວແກ່ເຂົາວ່າ: ຄົນໂງ່ເອີຍ, ຄືນນີ້ແລ້ວເຂົາຈະທວງເອົາວິນຍານເຈົ້າໄປ ແລະສິ່ງທີ່ເຈົ້າໄດ້ສະສົມໄວ້ນັ້ນຈະຕົກເປັນຂອງໃຜ? 21.ຜູ້ທີ່ຮິບໂຮມຊັບສົມບັດເພື່ອຕົວເອງ, ແທນທີ່ຈະຮັ່ງມີຕໍ່ພຣະພັກພຣະເປັນເຈົ້າ ກໍເປັນດັ່ງນີ້ແລ.”
ຕັ້ງຕົວຢູ່ໃນຄວາມດູແລຂອງພຣະເປັນເຈົ້າ
22.ຕໍ່ໄປ ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ: “ດ້ວຍເຫດນີ້ເຮົາຈຶ່ງບອກພວກເຈົ້າວ່າ: ຢ່າເປັນຫ່ວງນຳຊີວິດ ວ່າຈະເອົາຫຍັງມາລ້ຽງມາກິນ; ຢ່າເປັນຫ່ວງນຳຮ່າງກາຍ ວ່າຈະເອົາຫຍັງມານຸ່ງຫົ່ມ. 23.ຍ້ອນວ່າຊີວິດມີຄ່າຫລາຍກວ່າອາຫານ ແລະຮ່າງກາຍກໍມີຄ່າຫລາຍກວ່າເຄື່ອງນຸ່ງ. 24.ຈົ່ງເບິ່ງນົກກາທັງຫລາຍ, ມັນບໍ່ຫວ່ານ ບໍ່ເກັບກ່ຽວເຂົ້າເລີຍ, ມັນບໍ່ມີເລົ້າມີສາງເລີຍ, ແລະພຣະເປັນເຈົ້າກໍຍັງລ້ຽງພວກມັນໄວ້! ສ່ວນພວກເຈົ້າ, ພວກເຈົ້າມີຄ່າຫລາຍກວ່ານົກນັ້ນທໍ່ໃດ! 25.ມີໃຜໃນພວກເຈົ້າຫຍຸ້ງໃຈໃຊ້ປັນຍາຈົນສຸດກຳລັງ ເພື່ອຈະຕໍ່ຊີວິດຂອງຕົນໃຫ້ຍາວສອກໜຶ່ງໄດ້? 26.ຖ້າຫາກສິ່ງເລັກນ້ອຍກໍຍັງເກີນຄວາມສາມາດຂອງພວກເຈົ້າແລ້ວ, ພວກເຈົ້າຈະຫຍຸ້ງໃຈໃນເລື່ອງອື່ນເຮັດຫຍັງ? 27.ຈົ່ງເບິ່ງດອກຊ້ອນກິ່ນ, ມັນບໍ່ເຂັນຝ້າຍຫລືຕ່ຳຫູກເລີຍ, ແຕ່ເຖິງຢ່າງນັ້ນກໍດີ, ເຮົາບອກພວກເຈົ້າວ່າ ກະສັດຊາໂລມອນເອງ, ເວລາທົງເຄື່ອງເຕັມຍົດ, ກໍຍັງປຽບກັບດອກຊ້ອນກິ່ນດອກດຽວບໍ່ໄດ້. 28.ຖ້າວ່າພຣະເປັນເຈົ້າຊົງຕົບແຕ່ງຫຍ້າໃນທົ່ງນາ ທີ່ເປັນຢູ່ມື້ນີ້ ແລະມື້ອື່ນຈະຖືກຖິ້ມໃນເຕົາໄຟ, ໂອຊາດມີຄວາມເຊື່ອນ້ອຍເອີຍ, ພຣະອົງແຮ່ງຈະຕົບແຕ່ງພວກເຈົ້າດີກວ່ານັ້ນສັກພຽງໃດເດ! 29.ພວກເຈົ້າກໍຄືກັນ, ຢ່າສົນລະວົນໃນເລື່ອງວ່າ ຈະມີຫຍັງກິນ, ຈະມີຫຍັງດື່ມ; ຢ່າວິຕົກເລີຍ. 30.ຍ້ອນວ່າສິ່ງທັງຫລາຍນີ້ ຄົນຊາວໂລກກໍສະແຫວງຫາ; ແຕ່ພຣະບິດາຂອງພວກເຈົ້າຊົງຊາບສິ່ງທີ່ພວກເຈົ້າຕ້ອງການ. 31.ດ້ວຍເຫດນີ້, ຈົ່ງຊອກສະແຫວງຫາອານາຈັກຂອງພຣະອົງກ່ອນ, ແລ້ວສິ່ງທັງໝົດນັ້ນ ພວກເຈົ້າຈະໄດ້ຮັບຕື່ມອີກ. 32.ຝູງແກະນ້ອຍເອີຍ! ຍ້ອນວ່າພຣະບິດາຊົງພໍພຣະໄທຈະປະທານອານາຈັກໃຫ້ພວກເຈົ້າແລ້ວ.
ຂາຍຊັບສິນແລະໃຫ້ທານ
33.“ຈົ່ງຂາຍຊັບສິນແລະໃຫ້ທານ. ຈົ່ງເຮັດຖົງທີ່ບໍ່ຮູ້ຈັກຂາດ, ຈົ່ງຝັງຂຸມຊັບທີ່ບໍ່ຮູ້ຈັກບົກແຫ້ງໄວ້ໃນສະຫວັນ, ບ່ອນຂະໂມຍເຂົ້າບໍ່ເຖິງແລະມອດກັດບໍ່ໄດ້. 34.ຍ້ອນວ່າຂຸມຊັບຂອງເຈົ້າຢູ່ໃສ, ຫົວໃຈຂອງເຈົ້າກໍຈະຢູ່ບ່ອນນັ້ນດ້ວຍ”.
ຕຽມພ້ອມເພື່ອຕ້ອນຮັບນາຍ
35.“ພວກເຈົ້າຈົ່ງຮັດສາຍແອວ ແລະໄຕ້ຕະກຽງໄວ້ໃຫ້ຮຸ່ງແຈ້ງ. 36.ຈົ່ງເປັນຄືພວກຄົນໃຊ້ທີ່ຄອຍຖ້ານາຍກັບມາແຕ່ງານມຸງຄຸນ ເພື່ອຈະໄຂຮັບເອົາເວລານາຍຈະມາຮອດ ແລະເຄາະປະຕູ. 37.ບຸນລາບແກ່ຄົນໃຊ້ພວກນີ້ເມື່ອນາຍຈະກັບມາ ແລະຈະເຫັນພວກເຂົາກຳລັງຕື່ນເຝົ້າຢູ່. ເຮົາກ່າວກັບພວກເຈົ້າເປັນຄວາມຈິງວ່າ: ນາຍຈະຮັດແອວ ພາພວກເຂົາໄປນັ່ງໂຕະ ແລະຈະຮັບໃຊ້ພວກເຂົາຄົນລະຄົນ 38.ບໍ່ວ່ານາຍຈະກັບມາຍາມໃດ ຈະແມ່ນຍາມທີສອງຫລືທີສາມ ຖ້າເຫັນພວກຄົນໃຊ້ຕື່ນເຝົ້າຢູ່ດັ່ງນີ້ ກໍຈະເປັນບຸນຂອງຄົນໃຊ້ພວກນີ້”.
39.“ຈົ່ງເຂົ້າໃຈເລື່ອງນີ້ດີໆ: ຖ້າເຈົ້າຂອງເຮືອນຮູ້ວ່າຂະໂມຍຈະເຂົ້າມາເວລາໃດ ເຂົາກໍຈະບໍ່ປະໃຫ້ຂະໂມຍເຈາະຝາເຮືອນໄດ້. 40.ພວກເຈົ້າກໍຢ່າງດຽວກັນ ຈົ່ງຕຽມພ້ອມໄວ້ສະເໝີ ຍ້ອນວ່າບຸດແຫ່ງມະນຸດຈະສະເດັດມາໃນເວລາທີ່ພວກເຈົ້າບໍ່ຄຶດບໍ່ຝັນເລີຍ.”
41.ເປໂຕຈຶ່ງທູນວ່າ: “ພຣະອົງເຈົ້າ ພຣະອົງກ່າວຄວາມປຽບທຽບນີ້ສຳລັບພວກຂ້ານ້ອຍ ຫລືສຳລັບທຸກຄົນ?” 42.ພຣະອົງເຈົ້າກ່າວຕອບວ່າ: “ປຽບວ່າມີຜູ້ຈັດການທີ່ສັດຊື່ແລະສະຫລາດ ທີ່ນາຍໄດ້ແຕ່ງຕັ້ງໃຫ້ເປັນຫົວໜ້າຄົນໃຊ້ອື່ນໆ ເພື່ອຈະແຈກຈ່າຍເຂົ້າໃຫ້ພວກເຂົາຕາມເວລາກຳໜົດ. 43.ບຸນລາບແກ່ຄົນໃຊ້ຜູ້ນັ້ນເມື່ອນາຍກັບມາ ເຫັນລາວປະຕິບັດຕາມໜ້າທີ່! 44.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ນາຍຈະແຕ່ງຕັ້ງໃຫ້ລາວເປັນຫົວໜ້າຄວບຄຸມຊັບສົມບັດທັງໝົດຂອງຕົນ. 45.ແຕ່ຖ້າຄົນໃຊ້ຜູ້ນັ້ນຫາກຄຶດໃນໃຈວ່າ: “ນາຍຂ້ອຍຍັງເຫິງຈຶ່ງຈະກັບມາ” ແລ້ວກໍເລີຍທຸບຕີພວກຄົນໃຊ້ຊາຍຍິງ ທັງກິນທັງດື່ມຈົນເມົາ. 46.ນາຍຂອງລາວຈະກັບມາໃນມື້ທີ່ລາວບໍ່ຄອງຖ້າ ໃນເວລາທີ່ລາວບໍ່ຮູ້ ນາຍກໍຈະຖອດລາວອອກ ແລະສົ່ງໄປຢູ່ຮ່ວມກັບພວກອະສັດອະທຳ.
47.ຄົນໃຊ້ຜູ້ໃດທີ່ຮູ້ຈັກນ້ຳໃຈຂອງນາຍແຕ່ບໍ່ຈັດຕຽມຫຍັງ ແລະບໍ່ປະຕິບັດຕາມນ້ຳໃຈຂອງນາຍ ກໍຈະຖືກຂ້ຽນຕີຫລາຍ. 48.ສ່ວນຜູ້ທີ່ບໍ່ຮູ້ຈັກນ້ຳໃຈຂອງນາຍ, ຖ້າເຂົາເຮັດຜິດສົມຖືກຂ້ຽນຕີ ກໍຈະຖືກຂ້ຽນຕີແຕ່ໜ້ອຍດຽວ. ຜູ້ໃດໄດ້ຮັບຫລາຍ ກໍຕ້ອງສົ່ງຄືນຫລາຍ ແລະຜູ້ໃດໄດ້ຮັບຂອງຝາກຫລາຍ ກໍຈະຖືກທວງຖາມເອົາຄືນຫລາຍດ້ວຍ.
ໄຟແລະຄວາມແຕກແຍກ
49.“ເຮົາໄດ້ມາເພື່ອນຳໄຟມາສູ່ໂລກ ແລະເຮົາກໍແສນປາດຖະໜາຢາກໃຫ້ໄຟນີ້ລຸກແລ້ວ. 50.ມີສິນລ້າງຢ່າງໜຶ່ງທີ່ເຮົາຈະຕ້ອງຮັບ ເຮົາຮູ້ສຶກຫວາດຫວັ່ນສັກພຽງໃດ ຈົນກວ່າສິນລ້າງນີ້ຈະສຳເຫລັດໄປ! 51.ພວກເຈົ້າຄຶດວ່າເຮົາໄດ້ມາເພື່ອນຳສັນຕິພາບມາສູ່ໂລກຊັ້ນບໍ? ເຮົາບອກພວກເຈົ້າວ່າ ບໍ່ແມ່ນດອກ ແຕ່ເຮົາໄດ້ນຳຄວາມແຕກແຍກມາ. 52.ດ້ວຍວ່າແຕ່ນີ້ໄປ ໃນເຮືອນໜຶ່ງທີ່ມີຫ້າຄົນ ຈະມີການແຕກແຍກກັນ ສາມຕໍ່ສອງແລະສອງຕໍ່ສາມ. 53.ພໍ່ຈະຂັດສູ້ກັບລູກຊາຍ ແລະລູກຊາຍຈະຂັດສູ້ກັບພໍ່, ແມ່ຈະຂັດສູ້ກັບລູກສາວ ແລະລູກສາວຈະຂັດສູ້ກັບແມ່, ແມ່ຍ່າຈະຂັດສູ້ກັບລູກໄພ້ ແລະລູກໄພ້ຈະຂັດສູ້ກັບແມ່ຍ່າ”.
ເຄື່ອງໝາຍແຫ່ງການເວລາ
54.ພຣະອົງຍັງກ່າວແກ່ຝູງຊົນວ່າ: “ເມື່ອພວກເຈົ້າເຫັນມີກ້ອນເມກລອຍຂຶ້ນຢູ່ທາງຕາ ເວັນຕົກ ພວກເຈົ້າກໍເວົ້າໂລດວ່າຝົນຈະຕົກ ແລະກໍເປັນດັ່ງນັ້ນແທ້. 55.ແລະເມື່ອເຫັນລົມທິດໃຕ້ພັດມາ ພວກເຈົ້າກໍເວົ້າວ່າ ອາກາດຈະຮ້ອນ ແລະກໍເປັນຢ່າງນັ້ນ. 56.ຄົນທຽມໃຈບຸນເອີຍ ພວກເຈົ້າເຂົ້າໃຈເຖິງລັກສະນະດິນຟ້າອາກາດຢ່າງດີ ແຕ່ສ່ວນເວລາປັດຈຸບັນນີ້ ເປັນຈັ່ງໃດພວກເຈົ້າຈຶ່ງບໍ່ເຂົ້າໃຈມັນເລີຍ? 57.ເປັນຫຍັງພວກເຈົ້າບໍ່ຕັດສິນໂດຍຕົນເອງວ່າ ສິ່ງໃດເປັນສິ່ງຖືກຕ້ອງ? 58.ສະນັ້ນ ເມື່ອເຈົ້າໄປຫາຕຸລາການພ້ອມກັບຄູ່ສັດຕູຂອງເຈົ້າ ກໍຈົ່ງຕົກລົງກັນເສຍລະຫວ່າງທາງ ຢ້ານວ່າຄູ່ສັດຕູຂອງເຈົ້າຈະມອບເຈົ້າແກ່ຜູ້ພິພາກສາແລະຜູ້ພິພາກສາຈະມອບເຈົ້າແກ່ນາຍທຳມະໂລງ ແລ້ວນາຍທຳມະໂລງຈະຊຸກເຈົ້າເຂົ້າຄຸກ. 59.ເຮົາກ່າວແກ່ເຈົ້າວ່າ ເຈົ້າຈະອອກຈາກຄຸກບໍ່ໄດ້ ຈົນກວ່າເຈົ້າຈະໄດ້ໃຊ້ໜີ້ຈົນຮອດອັດສຸດທ້າຍ.”