ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 11
ບົດໂອພຣະບິດາ
1.ມື້ໜຶ່ງ ພຣະເຢຊູເຈົ້າຊົງສວດພາວະນາໃນທີ່ແຫ່ງໜຶ່ງ ພໍພຣະອົງສວດແລ້ວ ອັກ ຄະສາວົກຄົນໜຶ່ງເຂົ້າໄປທູນພຣະອົງວ່າ: “ພຣະອົງເຈົ້າ ຂໍພຣະອົງໂຜດສອນໃຫ້ພວກຂ້ານ້ອຍສວດພາວະນາ ຄືທ່ານຢວງໄດ້ສອນໃຫ້ພວກລູກສິດຂອງເພິ່ນ.” 2.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ເວລາພວກເຈົ້າສວດພາວະນາ ຈົ່ງວ່າດັ່ງນີ້: ໂອພຣະບິດາເຈົ້າ ຂໍໃຫ້ພຣະນາມຂອງພຣະອົງຮຸ່ງເຮືອງໄປ ພຣະຣາໄຊຂອງພຣະອົງໃຫ້ມາເຖິງ 3.ອາຫານປະຈຳວັນຂໍທານໃຫ້ໃນວັນນີ້ 4.ຂໍໂຜດຍົກບາບໃຫ້ພວກຂ້າພະເຈົ້າ ຍ້ອນພວກຂ້າພະເຈົ້າເອງກໍຍົກໜີ້ໃຫ້ລູກໜີ້ຂອງພວກຂ້າພະເຈົ້າ ແລະຂໍຢ່າປະໃຫ້ພວກຂ້າພະເຈົ້າຖືກປະຈົນຫລອກລວງ.”
ສະຫາຍມາລົບກວນ
5.ແລ້ວພຣະອົງຊົງກ່າວແກ່ພວກສາວົກອີກວ່າ: “ສົມມຸດວ່າ ຜູ້ໜຶ່ງໃນເຈົ້າມີສ່ຽວຄົນໜຶ່ງ. ແລ້ວຜູ້ນັ້ນໄດ້ໄປຫາສ່ຽວໃນເວລາກາງຄືນເວົ້າວ່າ: “ສ່ຽວເອີຍ, ຂໍຢືມຂະໜົມປັງແດ່ສາມກ້ອນ 6.ຍ້ອນວ່າເພື່ອນເຮົາຜູ້ໜຶ່ງເດີນທາງມາຮອດ ແລະເຮົາບໍ່ມີຫຍັງຈະໃຫ້ກິນ. 7.ແລະສົມໝຸດວ່າສ່ຽວຕອບອອກມາແຕ່ໃນເຮືອນວ່າ: “ຢ່າມາລົບກວນເຮົາ; ເວລານີີ້ປະຕູອັດແລ້ວ, ແລະລູກເຕົ້າທັງເຮົາເອງກໍເຂົ້ານອນແລ້ວ; ເຮົາລຸກໄປເອົາໃຫ້ເຈົ້າບໍ່ໄດ້ດອກ.” 8.ເຮົາກ່າວແກ່ພວກເຈົ້າວ່າ: ເຖິງວ່າເຂົາຈະບໍ່ລຸກໄປເອົາຂະໜົມປັງໃຫ້ໃນຖານເປັນສ່ຽວກັນກໍຕາມ, ເຂົາກໍລຸກຂຶ້ນໄປເອົາທຸກສິ່ງທີ່ສ່ຽວຕ້ອງການມາໃຫ້, ຍ້ອນຄວາມຊູຊີຂອງລາວ.
ຜົນຂອງຄຳພາວະນາ
9.ດັ່ງນີ້ເຮົາຈຶ່ງກ່າວແກ່ພວກເຈົ້າວ່າ: “ຈົ່ງວອນຂໍ ແລະພວກເຈົ້າຈະໄດ້ຮັບ; ຈົ່ງຊອກສະແຫວງຫາ, ແລະພວກເຈົ້າຈະພົບພໍ້; ຈົ່ງເຄາະປະຕູ, ແລະຈະມີຜູ້ໄຂຮັບ. 10.ຍ້ອນວ່າຜູ້ໃດວອນຂໍກໍຈະໄດ້ຮັບ; ຜູ້ໃດຊອກສະແຫວງຫາກໍຈະພົບເຫັນ. ຜູ້ໃດເຄາະປະຕູກໍຈະມີຜູ້ໄຂຮັບ. 11.ໃນພວກເຈົ້າມີຜູ້ໃດທີ່ເປັນພໍ່, ເມື່ອລູກຂໍຂະໜົມປັງ ຈະເອົາກ້ອນຫິນໃຫ້? 12.ຫລືເມື່ອລູກຂໍປາ, ຈະເອົາງູພິດໃຫ້, ແທນທີ່ຈະແມ່ນປາ? ຫລືເມື່ອລູກຂໍໄຂ່, ຈະເອົາແມງງອດໃຫ້? 13.ຖ້າຫາກວ່າ ພວກເຈົ້າຜູ້ເປັນຄົນຊົ່ວຮ້າຍຍັງຮູ້ຈັກເອົາຂອງດີໃຫ້ລູກພວກເຈົ້າ, ພຣະບິດາ ເຈົ້າສະຫວັນກໍຈະປະທານພຣະຈິດເຈົ້າໃຫ້ບັນດາຜູ້ວອນຂໍພຣະອົງຍິ່ງກວ່າອີກຊ້ຳ”.
ພຣະເຢຊູເຈົ້າແລະເບແອລເຊບຸລ
14.ພຣະອົງຊົງຂັບໄລ່ຜີປີສາດທີ່ເປັນກືກ. ເມື່ອຜີນັ້ນອອກໄປແລ້ວ, ຜູ້ເປັນກືກກໍປາກໄດ້, ແລະຝູງຊົນກໍມີຄວາມພິດສະຫວົງ. 15.ແຕ່ມີບາງຄົນໃນພວກນັ້ນເວົ້າວ່າ: “ທີ່ພຣະອົງຂັບໄລ່ຜີປີສາດໄດ້ກໍດ້ວຍອາໄສເບແອນເຊບຸນ, ຫົວໜ້າຂອງຜີປີສາດນັ້ນເອງ.” 16.ອີກພວກໜຶ່ງ ເພື່ອທົດລອງພຣະອົງ ຈຶ່ງທູນຂໍພຣະອົງໃຫ້ມີເຄື່ອງໝາຍມາຈາກທ້ອງຟ້າ. 17.ແຕ່ ພຣະເຢຊູເຈົ້າຮູ້ຈັກຄວາມຄຶດຂອງພວກເຂົາ, ຈຶ່ງກ່າວວ່າ: “ອານາຈັກໃດຫາກມີການແຕກແຍກກັນກໍຈະພິນາດໄປ ແລະບ້ານເຮືອນກໍຈະເພພັງທັບຖົມກັນ. 18.ດັ່ງນັ້ນຖ້າຜີຊາຕານ ຫາກແຕກແຍກຂັດສູ້ກັນແລ້ວ, ອານາຈັກຂອງມັນຈະຕັ້ງຢູ່ໄດ້ຢ່າງໃດ? ... ຍ້ອນພວກເຈົ້າກ່າວຫາວ່າ ເຮົາໄລ່ຜີປີສາດດ້ວຍອາໄສເບແອນເຊບຸນ. 19.ຖ້າວ່າເຮົາໄລ່ຜີປີສາດດ້ວຍອາໄສເບແອນເຊບຸນແທ້ແລ້ວ ບຸດຫລານຂອງພວກເຈົ້າເດ ຂັບໄລ່ມັນດ້ວຍອາໄສໃຜ? ດ້ວຍເຫດນີ້ ແມ່ນບຸດຫລານຂອງເຈົ້າເອງທີ່ຈະເປັນຜູ້ຕັດສິນພວກເຈົ້າ. 20.ແຕ່ຖ້າເຮົາຂັບໄລ່ພວກຜີປີສາດເດຊະຣິດທານຸພາບຂອງພຣະເປັນເຈົ້າ, ນັ້ນກໍໝາຍຄວາມວ່າ ພຣະຣາໄຊຂອງ ພຣະເປັນເຈົ້າໄດ້ມາເຖິງພວກເຈົ້າແລ້ວ. 21.ເມື່ອເຈົ້າເຮືອນຜູ້ໜຶ່ງແຂງແຮງແລະມີອາວຸດຕຽມພ້ອມເຝົ້າຮັກສາເຮືອນຂອງລາວ ຊັບສິນຂອງລາວກໍຢູ່ໃນຄວາມປອດໄພ. 22.ແຕ່ຖ້າມີອີກຜູ້ໜຶ່ງແຂງແຮງກວ່າ ເຂົ້າມາຕີແລະຊະນະລາວໄດ້ ເຂົາກໍຈະຢຶດເອົາອາວຸດຄູ່ຊີວິດທັງໝົດແລະຊັບສິນຂອງລາວໄປແຈກຢາຍກັນ. 23.ຜູ້ໃດບໍ່ຢູ່ກັບເຮົາ, ຜູ້ນັ້ນກໍຂັດສູ້ເຮົາ; ແລະຜູ້ໃດບໍ່ຮິບໂຮມຮ່ວມກັບເຮົາ, ຜູ້ນັ້ນເປັນຄົນຊະຊາຍ.
24.ເມື່ອຈິດຊົ່ວຮ້າຍອອກຈາກຄົນຜູ້ໜຶ່ງແລ້ວ, ມັນກໍທ່ຽວຊັດເຊໄປມາຕາມຖິ່ນແຫ້ງແລ້ງເພື່ອຫາບ່ອນພັກເຊົາ; ເມື່ອຊອກບໍ່ເຫັນ, ມັນຈຶ່ງວ່າ “ກູຈະກັບເມືອເຮືອນຫລັງເກົ່າ, ບ່ອນກູອອກມານັ້ນ.” 25.ເມື່ອມາຮອດ ມັນກໍເຫັນເຮືອນນັ້ນປັດກວາດ ແລະຈັດຕຽມໄວ້ ເປັນລະບຽບຮຽບຮ້ອຍດີ. 26.ມັນຈຶ່ງໄປຊວນເອົາໝູ່ຜີເຈັດໂຕທີ່ຮ້າຍກວ່າມັນອີກ; ພວກມັນພ້ອມກັນມາແລະເຂົ້າພັກອາໄສຢູ່ທີ່ນັ້ນ. ແລະຜົນສຸດທ້າຍ ອາການຂອງຜູ້ນັ້ນເລີຍຮ້າຍແຮງກວ່າແຕ່ກ່ອນອີກ.”
ບຸນລາບແທ້
27.ເວລາທີ່ພຣະເຢຊູເຈົ້າກຳລັງກ່າວຢູ່ນີ້ ມີຍິງຜູ້ໜຶ່ງຮ້ອງຂຶ້ນໃນທ່າມກາງຝູງຊົນ ແລະທູນພຣະອົງວ່າ: “ບຸນລາບແກ່ອຸທອນທີ່ໄດ້ຖືພາທ່ານ ແລະບຸນລາບແກ່ເຕົ້ານົມທີ່ທ່ານໄດ້ ດູດ!” 28.ແຕ່ພຣະເຢຊູເຈົ້າຊົງກ່າວຕອບວ່າ: “ຍັງເປັນບຸນລາບຍິ່ງກວ່າອີກ ແກ່ບັນດາຜູ້ທີ່ຟັງ ພຣະວາຈາຂອງພຣະເປັນເຈົ້າ ແລະປະຕິບັດຕາມ.”
ເຄື່ອງໝາຍຂອງໂຢນາ
29.ເນື່ອງຈາກຝູງຊົນຫ້ອມລ້ອມພຣະເຢຊູຫລາຍຂຶ້ນ ພຣະອົງຈຶ່ງເລີ່ມກ່າວວ່າ: “ຄົນເຊັ່ນນີ້ເປັນຄົນຊົ່ວຊ້າ ພວກເຂົາຂໍເຫັນເຄື່ອງໝາຍ ແຕ່ພວກເຂົາຈະບໍ່ໄດ້ເຫັນດອກ ນອກຈາກເຄື່ອງໝາຍຂອງປະພາສົກໂຢນາ.30.ຍ້ອນວ່າໂນນາເປັນເຄື່ອງໝາຍສຳລັບຊາວເມືອງນີນີ ເວແນວໃດ ບຸດແຫ່ງມະນຸດກໍຈະເປັນເຄື່ອງໝາຍສຳລັບຄົນເຊັ່ນນີ້ແນວນັ້ນດ້ວຍ. 31.ໃນວັນພິພາກສາ ລາຊິີນີແຫ່ງທິດໃຕ້ຈະລຸກຂຶ້ນພ້ອມກັບຄົນເຊັ່ນນີ້ ນາງຈະກ່າວໂທດໃສ່ພວກເຂົາ ຍ້ອນວ່ານາງໄດ້ເດີນທາງມາຈາກແຜ່ນດິນສຸດ ເພື່ອຊົມຟັງຄວາມສະຫລາດສຸຂຸມຂອງກະສັດຊາໂລມອນ ແລະຢູ່ທີ່ນີ້ມີຜູ້ໃຫຍ່ກວ່າຊາໂລມອນອີກ! 32.ໃນວັນພິພາກສາ ຊາວເມືອງນີນີເວຈະລຸກຂຶ້ນພ້ອມກັບຄົນເຊັ່ນນີ້ ແລະຈະກ່າວໂທດໃສ່ພວກເຂົາ ຍ້ອນວ່າຊາວເມືອງນີນີເວໄດ້ເປັນທຸກກັບໃຈຕາມຄຳປະກາດຂອງທ່ານໂຢນາ ແລະຢູ່ທີ່ນີ້ມີຜູ້ໃຫຍ່ກວ່າ ໂຢນາອີກ!
ຄວາມປຽບທຽບເລື່ອງຕະກຽງ
33.ບໍ່ມີໃຜຈະໃຕ້ຕະກຽງ ແລ້ວເອົາໄປເຊື່ອງໄວ້ບ່ອນລັບບັງ ຫລືເອົາໄປໄວ້ໃຕ້ກະຖັງ, ແຕ່ຈະວາງໃສ່ຮ້ານຕັ້ງ, ເພື່ອໃຫ້ພວກທີ່ເຂົ້າມາເຫັນແຈ້ງ. 34.ຕະກຽງຮ່າງກາຍຂອງເຈົ້າແມ່ນໜ່ວຍຕາ; ເວລາຕາຂອງເຈົ້າປົກກະຕິດີ, ຮ່າງກາຍທັງໝົດຂອງເຈົ້າກໍຢູ່ໃນຄວາມສະຫວ່າງດ້ວຍ; ແຕ່ຖ້າຕາຂອງເຈົ້າບໍ່ປົກກະຕິ, ຮ່າງກາຍຂອງເຈົ້າກໍຈະຢູ່ໃນຄວາມມົວມືດດ້ວຍ. 35.ສະນັ້ນຈົ່ງລະວັງ, ຢ້ານວ່າຄວາມສະຫວ່າງທີ່ຢູ່ໃນຕົວເຈົ້າຈະກັບກາຍເປັນຄວາມມືດມົວ. 36.ດັ່ງນີ້, ຖ້າຮ່າງກາຍທັງໝົດຂອງເຈົ້າຫາກຢູ່ໃນຄວາມສະຫວ່າງ, ໂດຍບໍ່ມີຄວາມມືດມົວສັບປົນແລ້ວ, ຮ່າງກາຍທັງໝົດກໍຈະຢູ່ໃນຄວາມສະຫວ່າງ ເໝືອນເວລາຕະກຽງສ່ອງສະຫວ່າງໃຫ້ເຈົ້າດ້ວຍແສງຂອງມັນ”.
ຄວາມທຽມໃຈບຸນຂອງພວກຟາຣີເຊວ
37.ພໍພຣະເຢຊູເຈົ້າກ່າວຄວາມເຫລົ່ານີ້ສຸດລົງ ມີຟາຣີເຊວຄົນໜຶ່ງເຂົ້າມາ ເຊີນພຣະອົງໄປຮັບປະທານອາຫານທີ່ເຮືອນຂອງຕົນ. ພຣະອົງກໍສະເດັດໄປ ແລະເຂົ້າປະທັບນັ່ງໂຕະ. 38.ເມື່ອຟາຣີເຊວຜູ້ນັ້ນເຫັນກໍປະຫລາດໃຈ ຍ້ອນພຣະອົງບໍ່ລ້າງມືກ່ອນຈະຮັບປະທານ. 39.ແຕ່ພຣະອົງເຈົ້າຊົງກ່າວກັບເຂົາວ່າ: “ພວກເຈົ້າຟາຣີເຊວ ພວກເຈົ້າກໍເປັນດັ່ງນີ້ແລ້ວ ພວກ ເຈົ້າມັກລ້າງເຊັດຈອກຈານແຕ່ທາງນອກ ສ່ວນທາງໃນໃຈຂອງພວກເຈົ້າເຕັມແຕ່ຄວາມສໍ້ໂກງແລະຄວາມອະທຳ. 40.ສັນຊາດໂງ່! ຜູ້ທີ່ເຮັດທາງນອກກໍບໍ່ໄດ້ເຮັດທາງໃນດ້ວຍຊັ້ນ ບໍ? ແນວໃດກໍດີ. ຈົ່ງທຳທານຕາມມີຕາມຈົນ ແລ້ວທຸກສິ່ງກໍຈະບໍລິສຸດສຳລັບພວກເຈົ້າ.
42.ແຕ່ເວນກຳຈົ່ງມີແກ່ພວກເຈົ້າພວກຟາຣີເຊວ ຜູ້ຖະຫວາຍໜຶ່ງສ່ວນສິບຂອງຜົນລະປູກແລະຜັກຕ່າງໆ ແຕ່ພວກເຈົ້າລະເລີຍຄວາມຍຸຕິທຳແລະຄວາມຮັກຕໍ່ພຣະເປັນເຈົ້າ ແມ່ນຂໍ້ນີ້ແລ້ວທີ່ພວກເຈົ້າຕ້ອງປະຕິບັດ ໂດຍບໍ່ລະເລີຍຂໍ້ນັ້ນດ້ວຍ. 43.ເວນກຳຈົ່ງມີແກ່ພວກເຈົ້າພວກຟາຣີເຊວ ຜູ້ມັກນັ່ງໃນບ່ອນທີໜຶ່ງໃນໂຮງທຳ ແລະມັກໃຫ້ມີຄົນສະແດງຄາລະວະຕາມສະໜາມຫລວງ. 44.ເວນກຳຈົ່ງມີແກ່ພວກເຈົ້າ ຍ້ອນວ່າພວກເຈົ້າເປັນຄືຂຸມຝັງສົບທີ່ບໍ່ມີຫຍັງໝາຍໄວ້ ແລະຜູ້ຄົນຢຽບຢ່ຳໄປໂດຍບໍ່ຮູ້ເມື່ອ.” 45.ເວລານັ້ນ ນັກກົດໝາຍຜູ້ໜຶ່ງອອກປາກວ່າ: “ພຣະອາຈານເຈົ້າ ເວລາເວົ້າດັ່ງນີ້ ທ່ານກໍເວົ້າປະຈານພວກຂ້ານ້ອຍດ້ວຍ.” 46.ພຣະເຢຊູເຈົ້າກ່າວຕອບວ່າ: “ເວນກຳຈົ່ງມີແກ່ພວກເຈົ້າຜູ້ເປັນນັກກົດໝາຍ! ຍ້ອນວ່າພວກເຈົ້າເອົາຫາບໜັກເຫລືອກຳລັງໃສ່ບ່າຜູ້ອື່ນ ແຕ່ສ່ວນພວກເຈົ້າເອງ ແມ່ນແຕ່ນິ້ວມືນິ້ວດຽວ ພວກເຈົ້າກໍບໍ່ໄດ້ຈຸໃສ່ເລີຍ”. 47.ເວນກຳຈົ່ງມີແກ່ພວກເຈົ້າ ຜູ້ກໍ່ຂຸມກໍ່ທາດໃຫ້ບັນດາປະພາສົກທີ່ບັນພະບຸຣຸດຂອງພວກເຈົ້າໄດ້ຂ້າຕາຍ. 48.ດັ່ງນີ້ພວກເຈົ້າຍັງເປັນພະຍານ ແລະເຫັນຊອບກັບກິດຈະການຂອງບັນພະບຸຣຸດຂອງພວກເຈົ້າ; ພວກນັ້ນໄດ້ເປັນຜູ້ຂ້າ ສ່ວນພວກເຈົ້າ ພວກເຈົ້າເປັນຜູ້ກໍ່ທາດ. 49.ດ້ວຍເຫດນີ້ ຄວາມສະຫລາດສຸຂຸມຂອງພຣະເປັນເຈົ້າຈຶ່ງກ່າວວ່າ: ເຮົາຈະສົ່ງປະພາສົກແລະທູດໄປຫາພວກເຂົາ ໃນພວກນັ້ນຈະມີຜູ້ຖືກຂ້າແລະຖືກບຽດບຽນ, 50.ເພື່ອໃຫ້ຄົນເຊັ່ນນີ້ຕ້ອງລາຍງານເຖິງເລືອດຂອງບັນດາປະພາສົກທຸກຄົນທີ່ໄດ້ຫລັ່ງລົງນັບຕັ້ງແຕ່ສ້າງໂລກມາ 51.ນັບແຕ່ເລືອດຂອງອາແບລຈົນເຖິງເລືອດຂອງຊາກາຣີ ຜູ້ຖືກຄາດຕະກຳລະຫວ່າງພຣະແທ່ນແລະສະຖານສັກສິດ. ແມ່ນແລ້ວ ເຮົາບອກພວກເຈົ້າວ່າ ຄົນເຊັ່ນນີ້ຈະຕ້ອງໃຫ້ການເຖິງທຸກສິ່ງນັ້ນ.
52.ເວນກຳຈົ່ງມີແກ່ພວກເຈົ້ານັກກົດໝາຍ ຍ້ອນວ່າພວກເຈົ້າໄດ້ເອົາລູກກະແຈແຫ່ງຄວາມຮູ້ໄປ ພວກເຈົ້າເອງບໍ່ໄດ້ເຂົ້າ ແລະພວກທີ່ຢາກເຂົ້າໄປ ພວກເຈົ້າກໍຍັງຫ້າມປາມອີກດ້ວຍ.”
53.ເມື່ອພຣະເຢຊູເຈົ້າສະເດັດອອກມາຈາກທີ່ນັ້ນແລ້ວ ພວກອາຈານພຣະຄຳພີແລະພວກຟາຣີເຊວກໍຮູ້ສຶກຄຽດແຄ້ນຕໍ່ພຣະອົງຢ່າງໜັກ ແລະຍົວະໂຍກໃຫ້ພຣະອົງກ່າວເຖິງຫລາຍສິ່ງຫລາຍຢ່າງ, 54.ຫວັງຈະໃຊ້ກົນອຸບາຍເພື່ອຈະຈັບຜິດພຣະອົງ ດ້ວຍວາຈາທີ່ຈະອອກຈາກພຣະໂອດຂອງພຣະອົງ.