ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 10
ຊົງສົ່ງສາວົກເຈັດສິບສອງຄົນໄປ
1.ຕໍ່ມາ, ພຣະເຢຊູເຈົ້າຄັດເລືອກເອົາສາວົກຕື່ມອີກເຈັດສິບສອງຄົນ, ແລະສົ່ງໄປລ່ວງໜ້າພຣະອົງເປັນໝວດລະສອງຄົນ ໄປທຸກບ້ານແລະທຸກຫົວເມືອງບ່ອນພຣະອົງຈະໄດ້ສະເດັດໄປ. 2.ພຣະອົງຊົງກ່າວກັບພວກເຂົາວ່າ: “ເຂົ້າຈະກ່ຽວມີຫລາຍ ແຕ່ຄົນງານມີໜ້ອຍ; ຈົ່ງວອນຂໍເຈົ້າຂອງນາສົ່ງຄົນງານໄປກ່ຽວເຂົ້າເຖີດ. 3.ຈົ່ງໄປ ນີ້ແຫລະເຮົາສົ່ງພວກເຈົ້າໄປ ຄືກັນກັບວ່າສົ່ງລູກແກະໄປຢູ່ກາງໝູ່ໝາໄນ. 4.ຢ່າຄັດໄຖ່ເງິນຫລືພາຍຖົງໄປນຳ; ຢ່າຖືເກີບແລະຢ່າຖາມສະບາຍໃຜຕາມທາງ. 5.ເມື່ອຈະເຂົ້າໃນເຮືອນຫລັງໃດ, ຈົ່ງກ່າວເສຍກ່ອນວ່າ “ສັນຕິສຸກຈົ່ງມີແກ່ເຮືອນຫລັງນີ້”. 6.ຖ້າວ່າເຮືອນນັ້ນຫາກມີບຸດແຫ່ງສັນຕິສຸກຢູ່ ສັນຕິສຸກຂອງພວກເຈົ້າກໍຈະຢູ່ກັບເຂົາ. ຖ້າບໍ່ດັ່ງນັ້ນສັນຕິສຸກຂອງພວກເຈົ້າກໍຈະກັບຄືນມາຫາພວກເຈົ້າອີກ. 7.ຈົ່ງພັກເຊົາຢູ່ໃນເຮືອນນັ້ນ, ຮັບກິນແລະດື່ມຕາມແຕ່ເຂົາຈະມີ, ຍ້ອນວ່າຄົນງານມີສິດຈະຮັບຄ່າຈ້າງຂອງຕົນ. ຢ່າທ່ຽວຂຶ້ນເຮືອນນີ້ລົງເຮືອນນັ້ນເລີຍ. 8.ບໍ່ວ່າໃນເຮືອນໃດທີ່ພວກເຈົ້າຈະເຂົ້າໄປ ແລະມີຜູ້ຕ້ອນຮັບ, ຈົ່ງຮັບກິນຕາມທີ່ເຂົາມີໃຫ້ກິນ. 9.ຈົ່ງປົວພະຍາດຂອງຄົນເຈັບໄຂ້ໄດ້ໂຊ, ແລະຈົ່ງປະກາດແກ່ປະຊາຊົນວ່າ: “ພຣະຣາໄຊຂອງພຣະເປັນເຈົ້າໃກ້ຈະມາເຖິງພວກເຈົ້າແລ້ວ. 10.ແຕ່ວ່າໃນທຸກໆເມືອງທີ່ພວກເຈົ້າເຂົ້າໄປ ແລະພວກເຂົາບໍ່ຕ້ອນຮັບພວກເຈົ້າ, ຈົ່ງອອກໄປສະໜາມຫລວງ, ແລ້ວປະກາດວ່າ: 11.“ແມ່ນແຕ່ຂີ້ຝຸ່ນເມືອງທີ່ຕິດຕີນ ພວກເຮົາກໍສັ່ນຖິ້ມໄວ້ໃຫ້ພວກເຈົ້າ. ແຕ່ຢ່າງໃດກໍດີ, ຂໍຈົ່ງຮູ້ໄວ້ວ່າ ພຣະຣາໄຊຂອງພຣະເປັນເຈົ້າໃກ້ຈະມາເຖິງແລ້ວ.” 12.ເຮົາບອກພວກເຈົ້າວ່າ ໃນວັນນັ້ນ ເມືອງໂຊດົມເອງຈະໄດ້ຮັບໂທດເບົາກວ່າເມືອງນີ້ເສຍອີກ.” 13.ເວນກຳຈົ່ງມີແກ່ເຈົ້າ, ເມືອງໂຄໂຣຊາອິນ! ເວນກຳຈົ່ງມີແກ່ເຈົ້າ, ເມືອງເບັດຊາອິດ! ຍ້ອນວ່າ ຖ້າເມືອງຕີໂຣແລະຊີດອນຫາກໄດ້ເຫັນອັດສະຈັນທີ່ພວກເຈົ້າໄດ້ເຫັນ. ພວກເຂົານັ້ນຄົງຈະໄດ້ນຸ່ງກະສອບແລະນັ່ງກອງເທົ່າໃຊ້ໂທດບາບຕັ້ງແຕ່ນານມາແລ້ວ. 14.ດ້ວຍເຫດນີ້ ໃນວັນພິພາກສາ ເມືອງຕິໂຣແລະຊີດອນຈະໄດ້ຮັບໂທດເບົາກວ່າເຈົ້າດ້ວຍ. 15.ແລະສ່ວນເຈົ້າເມືອງກາຟາກນາອຸມ ເຈົ້າເຊື່ອວ່າເຈົ້າຈະຖືກຍົກຂຶ້ນສະຫວັນຊັ້ນບໍ? ເຈົ້າຈະຖືກຖິ້ມລົງຈົນຮອດນະລົກ. 16.ຜູ້ໃດເຊື່ອຟັງພວກເຈົ້າກໍແມ່ນເຊື່ອຟັງເຮົາເອງ. ຜູ້ໃດປະຖິ້ມພວກເຈົ້າກໍແມ່ນປະຖິ້ມເຮົາເອງ; ແລະຜູ້ໃດປະຖິ້ມເຮົາກໍແມ່ນປະຖິ້ມຜູ້ທີ່ໄດ້ຊົງໃຊ້ເຮົາມາດ້ວຍ.”
ຄວາມພາກພູມໃຈຂອງພວກສາວົກ
17.ພວກສາວົກທັງເຈັດສິບສອງຄົນກັບມາ ຮູ້ສຶກພາກພູມໃຈຢ່າງໃຫຍ່ ທູນວ່າ: “ພຣະອົງເຈົ້າ, ເດຊະພຣະນາມຂອງພຣະອົງ, ແມ່ນວ່າຜີປີສາດເອງກໍຍອມນົບນອບຕໍ່ພວກຂ້ານ້ອຍ.” 18.ພຣະເຢຊູເຈົ້າກ່າວຕອບພວກເຂົາວ່າ “ເຮົາໄດ້ເຫັນຜີຊາຕານຕົກຈາກຟ້າສະຫວັນດັ່ງແສງ ຟ້າມາບເຫລື້ອມ. 19.ດັ່ງນັ້ນ ເຮົາຈຶ່ງໄດ້ປະທານໃຫ້ພວກເຈົ້າມີອຳນາດຢຽບງູພິດ, ຢຽບແມງງອດໄດ້, ໃຫ້ຢູ່ເໜືອອຳນາດທຸກສິ່ງຂອງສັດຕູ ແລະບໍ່ໃຫ້ມີຫຍັງສາມາດທຳຮ້າຍພວກເຈົ້າໄດ້ເລີຍ. 20.ແຕ່ພວກເຈົ້າຢ່າຊື່ນຊົມຍິນດີທີ່ຜີປີສາດນົບນອບຕໍ່ພວກເຈົ້າ, ແຕ່ຈົ່ງຊື່ນຊົມຍິນດີ ຍ້ອນວ່າລາຍຊື່ຂອງພວກເຈົ້າໄດ້ຖືກຈົດໄວ້ໃນສະຫວັນແລ້ວ.”
ພຣະບິດາແລະພຣະບຸດ
21.ໃນເວລານັ້ນເອງ ພຣະອົງຊົງມ່ວນຊື່ນຍິນດີໃນພຣະຈິດເຈົ້າ ຈຶ່ງກ່າວວ່າ: “ໂອພຣະບິດາ ພຣະອົງເຈົ້າແຫ່ງສະຫວັນແລະແຜ່ນດິນ, ລູກຂໍຖະຫວາຍພອນແດ່ພຣະອົງ, ຍ້ອນພຣະອົງໄດ້ປິດບັງສິ່ງເຫລົ່ານີ້ແກ່ພວກສະຫລາດຫລັກແລມ ແລະໄດ້ໄຂສຳແດງແກ່ບັນດາຜູ້ຕ່ຳຕ້ອຍນ້ອຍປັນຍາ. ໂອພຣະບິດາເຈົ້າ ພຣະອົງຊົງພໍພຣະໄທດັ່ງນີ້. 22.ພຣະບິດາໄດ້ຊົງມອບທຸກສິ່ງໃຫ້ແກ່ລູກ ແລະບໍ່ມີໃຜຮູ້ວ່າພຣະບຸດແມ່ນຜູ້ໃດ ນອກຈາກພຣະບິດາ, ແລະບໍ່ມີໃຜຮູ້ຈັກພຣະບິດາ ນອກຈາກພຣະບຸດ ແລະຜູ້ທີ່ພຣະບຸດພໍໃຈໄຂສຳແດງໃຫ້ຮູ້.”
ບຸນວາດສະໜາຂອງພວກສາວົກ
23.ແລ້ວພຣະອົງຊົງຫັນພຣະພັກມາ ກ່າວແກ່ພວກສາວົກໂດຍສະເພາະວ່າ: “ບຸນລາບແກ່ໜ່ວຍຕາທີ່ເຫັນສິ່ງທີ່ພວກເຈົ້າເຫັນ. 24.ເຮົາກ່າວແກ່ພວກເຈົ້າວ່າ: ປະພາສົກແລະກະສັດເປັນຈຳນວນມາກມາຍໄດ້ປາດຖະໜາຢາກເຫັນສິ່ງທີ່ພວກເຈົ້າເຫັນນີ້ ແຕ່ກໍບໍ່ໄດ້ເຫັນເລີຍ, ຢາກຍິນສິ່ງທີ່ພວກເຈົ້າຍິນນີ້, ແຕ່ກໍບໍ່ໄດ້ຍິນເລີຍ.”
ພຣະບັນຢັດທີ່ຍິ່ງໃຫຍ່
25.ເວລານັ້ນ ມີນັກກົດໝາຍຜູ້ໜຶ່ງຫວັງຢາກສໍ້ພຣະອົງ ຈຶ່ງລຸກຂຶ້ນທູນພຣະອົງວ່າ: “ພຣະອາຈານ ຂ້າພະເຈົ້າຕ້ອງເຮັດແນວໃດເພື່ອຈະໄດ້ສ່ວນໃນຊີວິດນິຣັນດອນ?” 26.ພຣະເຢຊູເຈົ້າຊົງຕອບເຂົາວ່າ: “ໃນພຣະທຳບັນຢັດມີຂຽນໄວ້ຢ່າງໃດ? ເຈົ້າໄດ້ອ່ານຫຍັງ?” 27.ນັກກົດໝາຍຕອບວ່າ: “ຈົ່ງຮັກພຣະອົງພຣະເປັນເຈົ້າຂອງເຈົ້າ ສຸດດວງໃຈ ສຸດວິນຍານ ສຸດເຫື່ອແຮງ ສຸດສະຕິປັນຍາຂອງເຈົ້າ ແລະຈົ່ງຮັກເພື່ອນມະນຸດຄືຮັກຕົວເຈົ້າເອງ.” 28.ພຣະເຢຊູເຈົ້າຈຶ່ງຕອບວ່າ: “ເຈົ້າຕອບຖືກຕ້ອງດີ ຈົ່ງປະຕິບັດຕາມແລະເຈົ້າກໍຈະມີຊີວິດ.”
ຊາວຊາມາຣີຜູ້ໃຈບຸນ
29.ແຕ່ນັກກົດໝາຍຜູ້ນັ້ນຢາກສະແດງຕົນເປັນຄົນທ່ຽງທຳ ຈຶ່ງທູນພຣະເຢຊູເຈົ້າວ່າ: “ຜູ້ໃດແມ່ນເພື່ອນມະນຸດຂອງຂ້ານ້ອຍ?” 30.ພຣະເຢຊູເຈົ້າຈຶ່ງກ່າວຕອບວ່າ: “ມີຄົນຜູ້ໜຶ່ງອອກເດີນທາງຈາກນະຄອນເຢຣູຊາແລມລົງໄປເມືອງເຢຣີໂກ ພໍດີຖືກພວກໂຈນຜູ້ຮ້າຍລັດທາງ ພວກໂຈນກໍປຸ້ນເອົາຂອງລາວໝົດ ໄດ້ທຸບຕີລາວເກືອບຕາຍ ແລ້ວກໍປະໜີໄປ. 31.ບັງເອີນມີພຣະສົງຜູ້ໜຶ່ງເດີນມາຕາມທາງເສັ້ນນັ້ນ ມາເຫັນລາວ ເລີຍເວັ້ນໄປຕາມຂອບທາງເບື້ອງອື່ນ ແລະກາຍໄປເລີຍ. 32.ສາມະເນນຄົນໜຶ່ງມາຮອດບ່ອນນັ້ນ ເຫັນລາວແລ້ວ ເລີຍເວັ້ນໄປຕາມຂອບທາງເບື້ອງອື່ນ ແລະກາຍໄປດັ່ງດຽວກັນ. 33.ແຕ່ມີຄົນຊາມາຣີຄົນໜຶ່ງເດີນທາງມາ ເມື່ອມາໃກ້ ເຫັນລາວແລ້ວກໍເກີດມີຄວາມສົງສານ. 34.ເຂົາຫຍັບເຂົ້າໄປໃກ້ໆຜູ້ເຈັບ ພ້ອມທັງຖອກນ້ຳມັນແລະນ້ຳອະງຸ່ນໃສ່ບາດແລະຫໍ່ໃຫ້ ແລ້ວກໍໂຊມລາວຂຶ້ນຫລັງລາຂອງຕົນ ພາໄປຮອດໂຮງແຮມແລະກຳກັບຮັກສາລາວ. 35.ຕື່ນເຊົ້າມື້ໃໝ່ມາ ເຂົາເອົາເງິນສອງ ຫລຽນມອບໃຫ້ເຈົ້າຂອງໂຮງແຮມທັງສັ່ງວ່າ: ຈົ່ງກຳກັບຄົນຜູ້ນີ້ຢ່າງດີ ແລະຖ້າຫາກເຈົ້າຈ່າຍເກີນກວ່ານີ້ ເມື່ອຂ້ອຍກັບມາ ຂ້ອຍຈະໃຊ້ແທນໃຫ້.” 36.ໃນສາມຄົນນີ້ີ ເຈົ້າຄຶດວ່າ ແມ່ນຜູ້ໃດເປັນເພື່ອນມະນຸດຂອງຄົນທີ່ຕົກໃນເງື່ອມມືຂອງພວກໂຈນ?” 37.ນັກກົດໝາຍທູນຕອບວ່າ: “ແມ່ນຜູ້ທີ່ໄດ້ສະແດງໃຈເມດຕາກະລຸນາຕໍ່ເຂົານັ້ນແລ້ວ.” ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ຈົ່ງໄປດີແລະທຳດັ່ງດຽວກັນ.”
ນາງມາກທາແລະນາງມາຣີອາ
38.ເວລາເດີນທ່ຽວໄປ ພຣະເຢຊູເຈົ້າຊົງແວ່ເຂົ້າໄປໃນບ້ານແຫ່ງໜຶ່ງ ມີຍິງຜູ້ໜຶ່ງຊື່ວ່າມາກທາໄດ້ຕ້ອນຮັບພຣະອົງໃນເຮືອນຂອງນາງ. 39.ນາງນີ້ມີນ້ອງສາວຜູ້ໜຶ່ງຊື່ມາຣີອາ. ນາງມານັ່ງແທບພະບາດພຣະອົງເຈົ້າແລະຟັງພະໂອວາດ. 40.ສ່ວນນາງມາກທາສົນລະວົນຈັດການຕ້ອນຮັບ. ນາງເຂົ້າມາທູນພຣະເຢຊູເຈົ້າວ່າ: “ພຣະອົງເຈົ້າ ພຣະອົງບໍ່ຄຶດຫຍັງບໍ ເມື່ອເຫັນນ້ອງສາວຂອງຂ້ານ້ອຍປະໃຫ້ຂ້ານ້ອຍຮັບໃຊ້ຜູ້ດຽວ? ບອກໃຫ້ນ້ອງມາຊ່ວຍຂ້ານ້ອຍແດ່.” 41.ແຕ່ພຣະອົງເຈົ້າຊົງກ່າວຕອບນາງວ່າ: “ມາກທາ, ມາກທາ, ເຈົ້າຫຍຸ້ງໃຈບໍ່ຢູ່ບໍ່ເຊົາຫລາຍຢ່າງແທ້! 42.ທີ່ຈິງແລ້ວ ສິ່ງຈຳເປັນມີແຕ່ນ້ອຍ ມີແຕ່ອັນດຽວຊ້ຳ ແມ່ນມາຣີອາໄດ້ເລືອກເອົາສ່ວນດີທີ່ສຸດນັ້ນແລ້ວ ແລະສ່ວນນັ້ນຈະບໍ່ມີໃຜຍາດເອົາຈາກນາງໄດ້.