ພຣະວໍຣະສານ ໂດຍນັກບຸນ ລູກາ
ພາກທີ 1
ພຣະວໍຣະສານ ໂດຍນັກບຸນລູກາ
ຄຳນຳ
1.ຍ້ອນວ່າ ມີຫລາຍຄົນໄດ້ພະຍາຍາມລຽບລຽງເຫດການທີ່ເກີດຂຶ້ນມາຢູ່ກາງພວກເຮົາ, 2.ຕາມຜູ້ທີ່ໄດ້ຮູ້ເຫັນເປັນພະຍານດ້ວຍຕາແຕ່ຕົ້ນມາ ແລະໄດ້ເປັນຜູ້ປະກາດພຣະວາຈານັ້ນເລົ່າໃຫ້ຟັງ. 3.ເທໂອຟີໂລທີ່ນັບຖື! ຂ້າພະເຈົ້າເຫັນວ່າ ເປັນການດີທີ່ຈະຮວບຮວມເລື່ອງເຫລົ່ານີ້ໄວ້ໃຫ້ທ່ານຕາມລຳດັບ. 4.ເພື່ອໃຫ້ທ່ານຮູ້ດີວ່າ ຄຳສອນທີ່ທ່ານໄດ້ຮັບນັ້ນ ມີຮາກຖານແໜ້ນໜາສັກເທົ່າໃດ.
I. ການບັງເກີດແລະຊີວິດລີ້ລັບຂອງຢວງບັບຕິສຕາແລະຂອງພຣະເຢຊູເຈົ້າ
ຂ່າວການບັງເກີດຂອງຢວງບັບຕິສຕາ
5.ໃນສະໄໝກະສັດເຮຣັອດປົກຄອງແຂວງຢູເດນັ້ນ ມີພຣະສົງອົງໜຶ່ງ ຊື່ຊາກາຣີ ໃນຄະນະຂອງອາບີອາ ພັນລະຍາຂອງທ່ານຊື່ເອລີຊາແບັດ ຈາກເຊື້ອສາຍຂອງອາອາຣອນ 6.ທັງສອງເປັນຄົນຊອບທຳຕໍ່ພຣະພັກພຣະເປັນເຈົ້າ ແລະປະພຶດຕົນຕາມພຣະບັນຢັດແລະພຣະທຳວິໄນຂອງພຣະເປັນເຈົ້າຢ່າງບໍ່ມີທາງຕ້ອງຕິ 7.ແຕ່ທັງສອງບໍ່ມີລູກ ຍ້ອນນາງເອລີຊາແບັດເປັນໝັນ ແລະທັງສອງກໍເຖົ້າແກ່ແລ້ວດ້ວຍ.
8.ຢູ່ມາມື້ໜຶ່ງ ເມື່ອຊາກາຣີໄດ້ຮັບທຸລະໃຫ້ປະກອບສັງຄະກິດຖະຫວາຍແດ່ພຣະເປັນເຈົ້າຕາມເວນຂອງຄະນະ, 9.ທ່ານຖືກສະຫລາກຕາມປະເພນີສົງ ໃຫ້ເຂົ້າເຜົາຍານທີ່ສະຖານສັກສິດຂອງພຣະເປັນເຈົ້າໃນພຣະວິຫານ. 10.ໃນເວລາເຜົາຍານນັ້ນ ພວກສັດຕະບຸຣຸດກໍສວດພາວະນາຢູ່ທາງນອກ. 11.ພໍດີມີເທວະດາຂອງພຣະເປັນເຈົ້າປະຈັກຢືນຢູ່ເບື້ອງຂວາພຣະແທ່ນເຜົາຍານ. 12.ເຫັນດັ່ງນັ້ນ ຊາກາຣີກໍຕົກໃຈຢ້ານ. 13.ແຕ່ເທວະດາກ່າວແກ່ທ່ານວ່າ: “ຊາກາຣີເອີຍ! ຢ່າຢ້ານເລີຍ ດ້ວຍວ່າພຣະເປັນເຈົ້າໄດ້ຊົງຮັບຄຳວິງວອນຂອງທ່ານແລ້ວ ນາງເອລີຊາແບັດ ພັນລະຍາຂອງທ່ານ ຈະບັງເກີດບຸດຊາຍຄົນໜຶ່ງ ທ່ານຈະໃສ່ຊື່ວ່າຢວງ.
14.ເດັກນັ້ນຈະນຳຄວາມຊື່ນຊົມຍິນດີມາໃຫ້ທ່ານ ແລະຫລາຍຄົນຈະປາບປຶ້ມຍິນດີໃນມື້ເດັກນັ້ນເກີດມາ. 15.ຍ້ອນວ່າເດັກນັ້ນຈະເປັນຜູ້ຍິ່ງໃຫຍ່ຕໍ່ພຣະພັກພຣະເປັນເຈົ້າ ເຂົາຈະບໍ່ກິນເຫລົ້າຫລືຂອງເມົາໃດໆ ແລະຈະເຕັມພຽບດ້ວຍພຣະຈິດເຈົ້າແຕ່ເວລາຍັງຢູ່ໃນອຸທອນມານດາ. 16.ຈະເປັນຜູ້ພາຊາວອິສຣາແອນຫລາຍຄົນຫລົບມາຫາພຣະອົງພຣະເຈົ້າຂອງພວກເຂົາ. 17.ເຂົາຈະເດີນໄປກ່ອນພຣະອົງເຈົ້າດ້ວຍຈິດແລະແຮງກຳລັງດັ່ງທ່ານເອລີ ເພື່ອນຳບຸດຫລານໃຫ້ເປັນນ້ຳໜຶ່ງໃຈດຽວກັບບິດາມານດາຂອງຕົນ ຊ່ວຍຄົນດື້ດຶງໃຫ້ມີຈິດໃຈຄືຄົນຊອບທຳ ແລະເພື່ອຈັດຕຽມລາດສະດອນໃຫ້ຕ້ອນຮັບພຣະອົງເຈົ້າ.”
18.ຊາກາຣີຖາມເທວະດາວ່າ: “ມີຫຍັງປະກັນພໍໃຫ້ຂ້າພະເຈົ້າເຊື່ອໄດ້ບໍ? ຍ້ອນວ່າຂ້າພະເຈົ້າກໍເຖົ້າຫລາຍ ແລະພັນລະຍາກໍແກ່ອາຍຸແລ້ວດ້ວຍ.” 19.ເທວະດາຈຶ່ງຕອບວ່າ: “ເຮົາແມ່ນກາບຣີແອນຜູ້ຢືນຢູ່ຕໍ່ພຣະພັກຂອງພຣະເປັນເຈົ້າ ພຣະອົງໄດ້ສົ່ງເຮົາມາເພື່ອແຈ້ງຂ່າວດີນີ້ໃຫ້ທ່ານຊາບ. 20.ນີ້ແຫລະທ່ານຈະກືກແລະປາກບໍ່ໄດ້ຈົນກວ່າເຫດການນີ້ຈະເປັນມາ ຍ້ອນວ່າທ່ານບໍ່ເຊື່ອຄວາມເວົ້າຂອງເຮົາ ທີ່ຈະເປັນມາຕາມເວລາກຳໜົດ.” 21.ສ່ວນປະຊາຊົນຄອງຖ້າຊາກາຣີອອກມາ ມີຄວາມປະຫລາດໃຈທີ່ເຫັນທ່ານຢູ່ໃນສະຖານສັກສິດເຫິງນານ. 22.ໃນທີ່ສຸດ ເມື່ອຊາກາຣີອອກມາ ທ່ານກໍປາກເວົ້າກັບສັດຕະບຸຣຸດບໍ່ໄດ້ ແລະພວກເຂົາກໍເຂົ້າໃຈວ່າ ທ່ານຄົງໄດ້ເຫັນແນວປະຫລາດໃນສະຖານສັກສິດ ທ່ານໄດ້ແຕ່ເອົາມືສັນຍານແລະຍັງປາກກືກຕໍ່ໄປ.
23.ເມື່ອປະຕິບັດໜ້າທີ່ສຳເລັດຮຽບຮ້ອຍແລ້ວ ຊາກາຣີກໍຫລົບເມືອເຮືອນຂອງຕົນ. 24.ຕໍ່ມາບໍ່ເຫິງ ນາງເອລີຊາແບັດກໍຕັ້ງຕົ້ນຖືພາ ແລະລີ້ຢູ່ແຕ່ໃນເຮືອນເປັນເວລາຫ້າເດືອນ. 25.ນາງເວົ້າວ່າ: “ດຽວນີ້ພຣະອົງເຈົ້າໄດ້ຊົງພະກະລຸນາຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຄວາມອັບອາຍຕໍ່ໜ້າຄົນທັງຫລາຍແລ້ວ.”
ເທວະດາແຈ້ງຂ່າວ
26.ພໍເຖິງເດືອນທີ່ຫົກ ເທວະດາກາບຣີແອນໄດ້ຖືກສົ່ງໄປເມືອງໜຶ່ງ ທີ່ຊື່ວ່ານາຊາແຣັດໃນແຂວງຄາລີເລ, 27.ໃຫ້ໄປຫານາງສາວພົມມະຈາລີຜູ້ໜຶ່ງທີ່ເປັນຄູ່ໝັ້ນຂອງຢໍແຊຈາກເຊື້ອສາຍກະສັດດາວິດ ນາງສາວພົມມະຈາລີນັ້ນຊື່ວ່າມາຣີອາ. 28.ເມື່ອໄປເຖິງນາງແລ້ວ ເທວະດາກ່າວວ່າ: “ຈຳເລີນດີ ພຣະນາງຜູ້ພຣະຄຸນເຕັມພຽບພຣະເຈົ້າຢູ່ນຳ.” 29.ເມື່ອໄດ້ຍິນຂໍ້ຄວາມນີ້ ພຣະນາງກໍຕື່ນຕົກໃຈ ແລະຄິດພິຈາລະນາວ່າ ຄຳຄຳນັບນີ້ມີຄວາມໝາຍແນວໃດ. 30.ເທວະດາຈຶ່ງກ່າວວ່າ: “ພຣະນາງມາຣີອາເອີຍ ພຣະນາງຢ່າມີຄວາມກົວເລີຍ ພຣະເປັນເຈົ້າພໍພຣະໄທໃນພຣະນາງແລ້ວ. 31.ພຣະນາງຈະຊົງຄັນ ແລະບັງເກີດບຸດຊາຍຄົນໜຶ່ງ ທີ່ພຣະນາງຈະຕັ້ງຊື່ວ່າເຢຊູ. 32.ກຸມານນັ້ນຈະເປັນຜູ້ຍິ່ງໃຫຍ່ ແລະຈະໄດ້ຊື່ວ່າ ພຣະບຸດຂອງພະ ເປັນເຈົ້າຜູ້ສູງສຸດ. ແລະພຣະອົງພຣະເຈົ້າຈະຊົງມອບບັນລັງຂອງດາວິດຜູ້ບິດາແດ່ພຣະອົງ. 33.ພຣະອົງຈະຄຸ້ມຄອງເຊື້ອວົງຂອງຢາກັອບຕະຫລອດນິຣັນດອນ ແລະພຣະຣາໄຊຂອງພຣະອົງຈະບໍ່ມີວັນສິ້ນສຸດເລີຍ.”
34.ພຣະນາງມາຣີອາຈຶ່ງຖາມເທວະດາວ່າ: “ເລື່ອງນີ້ຈະເປັນໄປໄດ້ຢ່າງໃດ, ຍ້ອນວ່າຂ້າພະເຈົ້າຖືສິນພົມມະຈັນ?” 35.ເທວະດາຕອບວ່າ: “ພຣະຈິດເຈົ້າຈະສະເດັດມາຢູ່ນຳພຣະນາງ ແລະລິດເດດຂອງພຣະເປັນເຈົ້າຜູ້ສູງສຸດຈະເລື່ອມງຳພຣະນາງໄວ້. ດ້ວຍເຫດນີ້ ບຸດທີ່ຈະເກີດມາຈະໄດ້ຊື່ວ່າເປັນຜູ້ສັກສິດ ເປັນບຸດຂອງພຣະເປັນເຈົ້າ. 36.ຈົ່ງເບິ່ງນາງເອລີຊາແບັດ ຜູ້ເປັນພີ່ນ້ອງກັບພຣະນາງ ແມ່ນວ່າເຖົ້າຊາລາແລ້ວ ແລະໃຜໆກໍວ່າເປັນໝັນ ດຽວນີ້ກໍໄດ້ຖືພາລູກຊາຍຜູ້ໜຶ່ງໄດ້ຫົກເດືອນແລ້ວ. 37.ຍ້ອນວ່າບໍ່ມີສິ່ງໃດທີ່ພຣະເປັນເຈົ້າກະທຳບໍ່ໄດ້. 38.ພຣະນາງມາຣີອາຈຶ່ງຕອບວ່າ: “ຂ້າພະເຈົ້າແມ່ນສາວໃຊ້ຂອງພຣະເຈົ້າ ຂໍໃຫ້ເປັນໄປໃນຂ້າພະເຈົ້າຕາມຄວາມເວົ້າຂອງທ່ານເທີ້ນ”. ແລ້ວເທວະດາກໍຈາກໄປ.
ໄປຢ້ຽມຢາມນາງເອລີຊາແບັດ
39.ໃນວັນເຫລົ່ານັ້ນ ພຣະນາງມາຣີອາໄດ້ຟ້າວຮີບອອກເດີນທາງໄປເມືອງໜຶ່ງໃນແຖບພູແຂວງຢູເດ. 40.ພຣະນາງເຂົ້າໄປໃນເຮືອນຂອງຊາກາຣີ ແລະຄຳນັບຖາມຂ່າວນາງເອລີຊາແບັດ. 41.ພໍແຕ່ນາງເອລີຊາແບັດໄດ້ຍິນຄຳຖາມຂ່າວ ບຸດໃນອຸທອນຂອງນາງກໍເໜັງຕີງ ແລະນາງເອລີຊາແບັດກໍເຕັມພຽບດ້ວຍພຣະຈິດເຈົ້າ. 42.ຈຶ່ງຮ້ອງຂຶ້ນວ່າ: “ພຣະນາງມີບຸນລື່ນຍິງໃດໆ ແລະບຸດອຸທອນຂອງນາງເປັນເຈົ້າຈອມບຸນ. 43.ເຫດໃດພຣະມານດາຂອງພຣະອົງເຈົ້າຂອງຂ້າພະເຈົ້າ ຈຶ່ງສະເດັດມາຫາຂ້າພະເຈົ້າດັ່ງນີ້? 44.ພໍແຕ່ຄຳຄຳນັບຖາມຂ່າວຂອງພຣະນາງເຖິງຫູຂອງຂ້າພະເຈົ້າ ບຸດໃນອຸທອນຂອງຂ້າພະເຈົ້າກໍເໜັງຕີງດ້ວຍຄວາມຍິນດີ. 45.ບຸນລາບແກ່ພຣະນາງທີ່ໄດ້ເຊື່ອວ່າ ສິ່ງທີ່ພຣະເປັນເຈົ້າຊົງບອກກັບພຣະນາງນັ້ນ ຈະສຳເລັດບໍລິບູນ”.
ບົດເພງຂອງພຣະນາງມາຣີອາ
46.ແລ້ວພຣະນາງມາຣີອາກ່າວວ່າ: “ວິນຍານຜູ້ຂ້າຮ້ອງສັນຣະເສີນພຣະເຈົ້າ, 47.ຈິດໃຈຜູ້ຂ້າມ່ວນຊື່ນຍິນດີໃນພຣະເປັນເຈົ້າ, ຜູ້ເປັນພະມະຫາໄຖ່ຂອງຜູ້ຂ້າ. 48.ດ້ວຍວ່າພຣະອົງໄດ້ຊົງທອດພຣະເນດສາວໃຊ້ຜູ້ຕ່ຳຕ້ອຍຂອງພຣະອົງ ຈຶ່ງແຕ່ນີ້ໄປ ທຸກຊາດທຸກເຊັ່ນຈະເອີ້ນຜູ້ຂ້າວ່າຜູ້ມີບຸນ. 49.ຍ້ອນວ່າພຣະເຈົ້າຜູ້ຊົງລິດອຳນາດໄດ້ທຳສິ່ງຍິ່ງໃຫຍ່ໃນຕົວຜູ້ຂ້າ ແລະພຣະນາມຂອງພຣະອົງເປັນພຣະນາມສັກສິດ. 50.ພຣະອົງໄດ້ຊົງເມດຕາກະລຸນາຕໍ່ຜູ້ຢ້ານຈຽມພຣະອົງ ຕະຫລອດທຸກເວລາທຸກເມື່ອ. 51.ພຣະອົງໄດ້ຊົງແຜງລິດພະຫັດຂອງພຣະອົງ ໄດ້ຊົງຂັບໄລ່ພວກມີຈິດໃຈຈອງຫອງແຕກກະຈາຍໄປ. 52.ໄດ້ຊົງປົດຜູ້ມີອຳນາດລົງຈາກບັນລັງ ແລະຍົກຍໍຜູ້ຕ່ຳຕ້ອຍຂຶ້ນບ່ອນສູງ. 53.ຜູ້ໃດຫິວພຣະອົງຊົງທານໃຫ້ຮັ່ງມີ ຜູ້ເສດຖີພຣະອົງໄລ່ໜີໄປມືເປົ່າ. 54.ຍ້ອນລຳລຶກເຖິງພຣະເມດຕາກະລຸນາຂອງພຣະອົງ ພຣະອົງຈຶ່ງອູ້ມຊູອິສຣາແອນຂ້າໃຊ້ຂອງພຣະອົງ. 55.ຕາມທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບຸຣຸດຂອງພວກເຮົາ ກັບອາບຣາຮຳແລະບຸດຫລານຂອງທ່ານຈົນນິຣັນດອນ.” 56.ພຣະນາງມາຣີອາໄດ້ພັກເຊົາຢູ່ກັບນາງເອລີຊາແບັດປະມານສາມເດືອນ ແລ້ວຈຶ່ງຫລົບເມືອບ້ານຂອງຕົນ.
ຢວງບັບຕິສຕາບັງເກີດ
57.ສ່ວນນາງເອລີຊາແບັດ, ເມື່ອເຖິງກຳໜົດປະສູດ ນາງກໍໄດ້ບັງເກີດບຸດຊາຍຄົນໜຶ່ງ. 58.ພວກໃກ້ຄຽງແລະຍາດພີ່ນ້ອງຮູ້ວ່າພຣະເປັນເຈົ້າໄດ້ສຳແດງພຣະເມດຕາຕໍ່ນາງ ກໍພາກັນມາຮ່ວມສະແດງຄວາມຍິນດີກັບນາງ. 59.ພໍເຖິງວັນທີ່ແປດ ພວກເຂົາພາກັນມາທຳພິທີສິນຕັດແກ່ເດັກ ແລະຢາກຕັ້ງຊື່ວ່າຊາກາຣີຄືພໍ່. 60.ແຕ່ແມ່ເວົ້າວ່າ: “ບໍ່ໄດ້... ໃຫ້ໃສ່ຊື່ວ່າຢວງ.” 61.ພວກນັ້ນເລີຍວ່າ: “ບໍ່ມີໃຜໃນເຊື້ອວົງຂອງເຈົ້າມີຊື່ແນວນີ້.” 62.ຈຶ່ງພາກັນທຳສັນຍານຖາມຜູ້ເປັນພໍ່ວ່າ ໃຫ້ຕັ້ງຊື່ແນວໃດ. 63.ຊາກາຣີຂໍກະດານນ້ອຍແຜ່ນໜຶ່ງ ແລ້ວຂຽນຄວາມວ່າ: “ຢວງແມ່ນຊື່ຂອງເຂົາ.” ທຸກຄົນມີຄວາມປະຫລາດໃຈ 64.ແລະໃນທັນໃດນັ້ນ ຊາກາຣີກໍປາກໄດ້ ແລະຮ້ອງຖະຫວາຍພອນແດ່ພຣະເປັນເຈົ້າ. 65.ພວກບ້ານໃກ້ເຮືອນຄຽງມີຄວາມຢ້ານກົວ ແລະທົ່ວແຖບພູເຂົາຢູເດເຂົາກໍເລົ່າລືເຫດການນີ້. 66.ທຸກຄົນທີ່ໄດ້ຍິນກໍຈາລຶກໄວ້ໃນໃຈ ທັງເວົ້າວ່າ: “ເດັກນີ້ຈະເປັນຜູ້ໃດນໍ?” ທີ່ຈິງແລ້ວ ພຣະອົງເຈົ້າຄຸ້ມຄອງຮັກສາເດັກນີ້.
67.ສ່ວນຊາກາຣີຜູ້ບິດາ ເຕັມພຽບດ້ວຍພຣະຈິດເຈົ້າ ຈຶ່ງກ່າວຄຳທຳນາຍວ່າ: 68.“ຂໍຖະຫວາຍພອນແດ່ພຣະອົງເຈົ້າພຣະເຈົ້າແຫ່ງອິສຣາແອນ ຍ້ອນພຣະອົງສະເດັດມາຢ້ຽມຢາມແລະກູ້ໄຖ່ເອົາປະຊາກອນຂອງພຣະອົງ. 69.ພຣະອົງຊົງປະທານອົງບັນດານຄວາມຮອດຈາກເຊື້ອວົງດາວິດຂ້າໃຊ້ຂອງພຣະອົງ. 70.ຕາມທີ່ກ່າວໄວ້ ໂດຍທາງບັນດາປະພາສົກຜູ້ສັກສິດແຕ່ປາງກ່ອນວ່າ: 71.ຈະຊົງຊ່ວຍພວກເຮົາໃຫ້ພົ້ນຈາກສັດຕູ ແລະຈາກກຳມືຂອງຜູ້ທີ່ຄຽດຊັງພວກເຮົາ. 72.ທັງນີ້ເພື່ອເປັນການສະແດງພຣະເມດຕາທີ່ຊົງມີຕໍ່ບັນພະບຸຣຸດ ແລະເປັນການລະນຶກເຖິງພຣະສຳພັນໄມຕີ 73.ຄືພຣະສັນຍາທີ່ກ່າວກັບອາບຣາຮຳ ບັນພະບຸຣຸດຂອງພວກເຮົາ. 74.ວ່າຈະຊ່ວຍພວກເຮົາໃຫ້ພົ້ນຈາກກຳມືຂອງພວກສັດຕູ ເພື່ອຈະໄດ້ບົວລະບັດພຣະອົງໂດຍປາດສະຈາກຄວາມຢ້ານກົວ 75.ຈະໄດ້ບຳເພັນຄວາມສັກສິດແລະຄວາມຊອບທຳ ທຸກວັນຕະຫລອດຊີວິດຕໍ່ພຣະພັກພຣະອົງ. 76.ສ່ວນເຈົ້າກຸມານນ້ອຍເອີຍ ເຈົ້າຈະມີຊື່ວ່າ ປະພາສົກຂອງພຣະເປັນເຈົ້າຜູ້ສູງສຸດ ດ້ວຍວ່າ ເຈົ້າຈະນຳໜ້າໄປກ່ອນພຣະອົງເຈົ້າ ເພື່ອຈັດຕຽມເສັ້ນທາງຂອງພຣະອົງ. 77.ເຈົ້າຈະປະກາດແກ່ປະຊາຊົນໃຫ້ຮູ້ວ່າ ຈະໄດ້ຄວາມຮອດດ້ວຍການຍົກໂທດໂຜດບາບ. 78.ເດຊະພຣະເມດຕາອັນອ່ອນຫວານຂອງພຣະເປັນເຈົ້າ ທີ່ມາຈາກເບື້ອງບົນ ຢ້ຽມຢາມພວກເຮົາ ດັ່ງແສງອະລຸນຍາມເຊົ້າ 79.ເພື່ອສ່ອງສະຫວ່າງແກ່ບັນດາຜູ້ຈົມຢູ່ໃນຄວາມມືດແລະເງົາແຫ່ງຄວາມຕາຍ ແລະເພື່ອນຳພວກເຮົາໄປສູ່ທາງສັນຕິສຸກ.”
80.ສ່ວນເດັກນັ້ນກໍຈະເລີນໃຫຍ່ຂຶ້ນ ພ້ອມທັງມີຈິດໃຈເຂັ້ມແຂງດ້ວຍ. ເພິ່ນໄດ້ອອກໄປອາໄສຢູ່ທີ່ປ່ຽວ ຈົນເຖິງເວລາຕ້ອງປາກົດຕົວແກ່ຊາວອິສຣາແອນ.