ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ
ພາກທີ 9
ສຽງແກວົງທີຫ້າ
1.ເມື່ອເທວະດາອົງທີຫ້າເປົ່າແກຂຶ້ນ... ຂ້າພະເຈົ້າກໍເຫັນດາວດວງໜຶ່ງຕົກລົງຈາກຟ້າມາສູ່ແຜ່ນດິນໂລກ. ດາວດວງນີ້ໄດ້ຮັບກະແຈເພື່ອໄຂເຫວເລິກ 2.ເມື່ອດາວນີ້ໄຂເຫວອອກກໍມີຄວັັນຟຸ່ງຂຶ້ນ ເໝືອນກັບຄວັນຈາກເຕົາໄຟໃຫຍ່. ດວງອາທິດແລະອາກາດກໍມືດມົວຍ້ອນຄວັນນັ້ນ 3.ແລະຈາກຄວັນກໍມີໝູ່ຕັກແຕນບິນອອກຢາຍໄປທົ່ວແຜ່ນດິນໂລກ ພວກມັນໄດ້ຮັບອຳນາດເໝືອນກັບພວກແມງງອດບົນແຜ່ນດິນ. 4.ພວກມັນໄດ້ຮັບສັ່ງໃຫ້ຍົກເວັ້ນທົ່ງຫຍ້າຕ່າງໆ, ທຸກສິ່ງຂຽວສົດແລະຕົ້ນໄມ້, ແລະໃຫ້ທຳລາຍແຕ່ພວກຄົນທີ່ບໍ່ມີປະທັບຕາ ຂອງພຣະເຈົ້າເທິງໜ້າຜາກເທົ່ານັ້ນ. 5.ພວກມັນບໍ່ໄດ້ຮັບມອບໝາຍໃຫ້ຂ້າຄົນເຫລົ່ານັ້ນດອກ, ແຕ່ໃຫ້ທໍຣະມານເຂົາໃນລະຫວ່າງຫ້າເດືອນ. ຄວາມເຈັບປວດກໍຄ້າຍກັບຖືກແມງ ງອດຕອດ 6.ໃນໄລຍະນັ້ນ ຄົນທັງຫລາຍຈະຊອກຫາຄວາມຕາຍໂດຍຈະບໍ່ພົບ, ພວກເຂົາຈະໄຫວ້ວອນຂໍຕາຍເສຍ, ແຕ່ຄວາມຕາຍຈະປົບໜີໄປຈາກເຂົາ! 7.ເບິ່ງແລ້ວ ລັກສະນະຂອງຕັກແຕນເຫລົ່ານັ້ນ ພາໃຫ້ຄິດເຖິງມ້າທີ່ຫ້າງຕຽມເພື່ອເຂົ້າຫົວເສິກ; ປາກົດວ່າຢູ່ເທິງຫົວມັນມີມຸງກຸດຄຳ, ແລະໜ້າມັນກໍຄ້າຍກັບໜ້າຄົນ 8.ມັນມີຜົມເໝືອນຜົມຜູ້ຍິງ ແລະມີແຂ້ວເໝືອນກັບແຂ້ວສິງ 9.ມັນມີສິ່ງໜຶ່ງເໝືອນກັບເຄື່ອງເຫລັກປ້ອງກັນໜ້າອົກ ແລະສຽງປີກຂອງມັນເໝືອນກັບສຽງລົດທຽມມ້າຫລາຍໂຕແລ່ນເຂົ້າກອງຮົບ 10.ມັນມີຫາງເໝືອນຫາງແມງງອດ ແລະມີໄລຢູ່ປາຍຫາງນັ້ນ, ມັນມີອຳນາດສາມາດທຳຮ້າຍມະນຸດໄດ້ຕະຫລອດຫ້າເດືອນ 11.ມັນມີເທວະດາແຫ່ງເຫວເລິກເປັນຫົວໜ້າແລະເປັນກະສັດ ຜູ້ຊົງພຣະນາມໃນພາສາເຮເບີຣວ່າ: “ອາບາດດອນ” ແລະໃນພາສາເກັຣກວ່າ: “ອາໂປນລີອອນ” 12.ໄພພິບັດທີໜຶ່ງໄດ້ຜ່ານພົ້ນໄປ, ສອງໄພອື່ນອີກຈະຕິດຕາມຕໍ່ໄປ....
ສຽງແກວົງທີຫົກ
13.ເມື່ອເທວະດາອົງທີຫົກເປົ່າແກຂຶ້ນ... ຂ້າພະເຈົ້າໄດ້ຍິນສຽງໜຶ່ງດັງມາຈາກແຈທັງສີ່ຂອງພຣະແທ່ນຄຳ ທີ່ຕັ້ງຢູ່ຕໍ່ພຣະພັກພຣະເຈົ້າ 14.ສຽງນັ້ນສັ່ງກັບເທວະດາອົງທີຫົກຜູ້ຖືແກວ່າ: “ຈົ່ງປ່ອຍເທວະດາທັງສີ່ອົງ ຊຶ່ງຖືກມັດຢູ່ທີ່ແມ່ນ້ຳເອີຟຣັດເສຍ” 15.ແລະເທວະດາທັງສີ່ກໍໄດ້ຮັບການປົດປ່ອຍ ຊຶ່ງຕຽມພ້ອມແລ້ວສຳລັບຊົ່ວໂມງ ແລະວັນ ແລະເດືອນ ແລະປີ ເພື່ອຈະໄດ້ປະຫານມະນຸດຊາດໃຫ້ໝົດໜຶ່ງສ່ວນສາມ.16.ກອງທັບຂອງເພິ່ນລວມພົນໄດ້ສອງແສນ ເປັນຈຳນວນຊຶ່ງຂ້າພະເຈົ້າໄດ້ຮັບແຈ້ງ 17.ຕາມທີ່ປາກົດໃຫ້ຂ້າພະເຈົ້າເຫັນໃນນິມິດກໍຄື ມີທັງມ້າແລະທະຫານທີ່ມີເຄື່ອງປ້ອງກັນໜ້າເອິກສີແດງຄືໄຟ, ສີຟ້າຄືຫີນພອຍ ແລະເຫລືອງຄືມາດ ສ່ວນມ້າກໍມີຫົວຄືຫົວສິງ ພ້ອມທັງມີໄຟ ຄວັນແລະມາດຝຸ່ງອອກຈາກປາກຂອງມ້າເຫລົ່ານັ້ນ 18.ໜຶ່ງສ່ວນສາມຂອງມະນຸດຊາດຈຶ່ງຖືກປະຫານເສຍ ດ້ວຍໄພພິບັດສາມຢ່າງນີ້ ຄື ດ້ວຍໄຟ ຄວັນ ແລະມາດ ທີ່ຝຸ່ງອອກຈາກປາກມ້າເຫລົ່ານັ້ນ 19.ດ້ວຍວ່າລິດເດດຂອງມ້າຢູ່ໃນປາກຂອງມັນ, ລິດເດດນີ້ຍັງຢູ່ທີ່ຫາງມັນອີກດ້ວຍ ເພາະຫາງນັ້ນກໍດັ່ງດຽວກັບຫາງງູມີຫົວ ຊຶ່ງມັນໃຊ້ເພື່ອທຳລາຍ 20.ມະນຸດທີ່ເຫລືອຕາຍຈາກໄພພິບັດດັ່ງກ່າວ ກໍຍັງບໍ່ຍອມປະກິດຈະການຊຶ່ງມືເຂົາໄດ້ສ້າງຂຶ້ນ: ພວກເຂົາຍັງບໍ່ເຊົາໄຫວ້ຜີ ອັນແມ່ນແຕ່ຮູບປັ້ນຫລໍ່ດ້ວຍຄຳ ດ້ວຍເງິນ ດ້ວຍທອງ ດ້ວຍຫິນ ແລະດ້ວຍໄມ້ ທີ່ບໍ່ສາມາດເຫັນ ຍິນ ແລະຍ່າງໄປມາໄດ້ 21.ພວກເຂົາບໍ່ຍອມປະການຂ້າຟັນລັນແທງ ການຖືຜີ ການປະພຶດຊົ່ວ ແລະການລັກຂະໂມຍຂອງເຂົາ.