ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ
ພາກທີ 6
ພະຊຸມພານ້ອຍຊົງແກະຕາທັງເຈັດ
1.ແລະການນິມິດຂອງຂ້າພະເຈົ້າກໍຍັງມີຕໍ່ໄປອີກ ເມື່ອພະຊຸມພານ້ອຍຊົງແກະຕາດວງທີ ໜຶ່ງໃນເຈັດອອກແລ້ວ, ຂ້າພະເຈົ້າກໍໄດ້ຍິນສັດມີຊີວິດຕົວທີໜຶ່ງໃນສີ່ຮ້ອງຂຶ້ນດັ່ງສຽງຟ້າ ຮ້ອງວ່າ: “ເຊີນມາ” 2.ພໍດີມີມ້າຂາວຕົວໜຶ່ງປາກົດມາຕໍ່ຕາຂ້າພະເຈົ້າ ຜູ້ທີ່ຂີ່ມ້ານັ້ນຖືທະນູດວງໜຶ່ງ ເພິ່ນໄດ້ຮັບເອົາພວງມະໄລ ແລ້ວກໍອອກໄປຢ່າງຜູ້ມີໄຊ ເພື່ອຈະໄດ້ຮັບໄຊຊະນະຕໍ່ໄປອີກ. 3.ພຣະອົງຊົງແກະຕາດວງທີສອງອອກ ຂ້າພະເຈົ້າໄດ້ຍິນສັດມີຊີວິດຕົວທີສອງ ຮ້ອງວ່າ: “ເຊີນມາ” 4.ພໍດີມີມ້າຕົວໜຶ່ງອີກ ສີແດງເຂັ້ມປາກົດອອກມາ ຜູ້ທີ່ຂີ່ມາຕົວນີ້ໄດ້ຮັບສິດໃຫ້ລົບລ້າງສັນຕິສຸກອອກຈາກໂລກເສຍ ເພື່ອໃຫ້ມະນຸດທັງຫລາຍຮົບລາຂ້າຟັນກັນທ່ານຜູ້ນີ້ໄດ້ຮັບດາບໃຫຍ່ໜຶ່ງດວງ. 5.ເມື່ອພຣະອົງຊົງແກະຕາດວງທີສາມອອກ ຂ້າພະເຈົ້າໄດ້ຍິນສັດມີຊີວິດຕົວທີສາມ ຮ້ອງວ່າ: “ເຊີນມາ” ພໍດີມີມ້າດຳໂຕໜຶ່ງປາກົດມາຕໍ່ຕາຂ້າພະເຈົ້າ ຜູ້ທີ່ຂີ່ມ້າໂຕນີ້ຖືຄັນຊັ່ງອັນໜຶ່ງໃນມື 6.ແລະຂ້າພະເຈົ້າໄດ້ຍິນຄືມີສຽງໜຶ່ງຈາກສັດມີຊີວິດທັງສີ່ວ່າ: “ໜຶ່ງກິໂລເຂົ້າບະເລຕໍ່ໜຶ່ງອັດ ສາມກິໂລເຂົ້າຝ້າງຕໍ່ໜຶ່ງອັດ, ສ່ວນນ້ຳມັນແລະເຫລົ້າອະງຸ່ນນັ້ນ ລະວັງຢ່າໃຫ້ເສຍ” 7.ເມື່ອພຣະອົງຊົງແກະຕາດວງທີສີ່ອອກ ຂ້າພະເຈົ້າໄດ້ຍິນສຽງສັດມີຊີວິດຕົວທີສີ່ວ່າ: “ເຊີນມາ” 8.ເລີຍມີມ້າສີຂຽວອ່ອນຕົວໜຶ່ງປາກົດມາຕໍ່ສາຍຕາຂ້າພະເຈົ້າ ຜູ້ທີ່ຂີ່ມ້າຕົວນີ້ໄດ້ຮັບຊື່ວ່າ ເຈົ້າແຫ່ງຄວາມຕາຍ ແລະມີແດນມໍລະນາເປັນຜູ້ຕິດຕາມ ພວກເຂົາໄດ້ຮັບສິດໃຫ້ລ້າງຜານແຜ່ນດິນໂລກໄດ້ໜຶ່ງສ່ວນສີ່ ດ້ວຍຄົມດາບ ດ້ວຍຄວາມອຶດຢາກ, ດ້ວຍພະຍາດໂລຄາ ແລະດ້ວຍສັດຮ້າຍຕ່າງໆໃນແຜ່ນດິນ 9.ເມື່ອພຣະອົງຊົງແກະຕາດວງທີຫ້າອອກ ຂ້າພະເຈົ້າໄດ້ເຫັນຢູ່ໃຕ້ແທ່ນບູຊາ ມີດວງວິນຍານຂອງບັນດາຜູ້ຖືກຂ້າ ເພາະພຣະວາຈາຂອງພຣະເຈົ້າ ແລະເພາະການຢັ້ງຢືນເປັນພະຍານຂອງເຂົາ. 10.ເຂົາເຫລົ່ານັ້ນເລີ່ມຮ້ອງຂຶ້ນຢ່າງດັງວ່າ: “ໂອພຣະເຈົ້າຜູ້ສັກສິດແລະສັດຈິງ ພຣະອົງຍັງຈະຊັກຊ້າໄປດົນປານໃດອີກ ຈຶ່ງຈະພິພາກສາແລະລ້າງແຄ້ນຄົນທັງຫລາຍເທິງແຜ່ນດິນ ທີ່ໄດ້ຫລັ່ງເລືອດ ພວກຂ້າພະເຈົ້າ?” 11.ພວກເຂົາແຕ່ລະຄົນຈຶ່ງໄດ້ຮັບເສື້ອສີຂາວ ແລະຮັບຄຳສັ່ງໃຫ້ຄອຍຖ້າອີກຈັກໜ້ອຍ ຈົນກວ່າຈຳນວນເພື່ອນມິດແລະພີ່ນ້ອງຂອງເຂົາຈະຄົບຖ້ວນ ຄືພວກທີ່ຈວນຈະຖືກຂ້າເໝືອນພວກເຂົານັ້ນ 12.ແລະການນິມິດຂອງຂ້າພະເຈົ້າຍັງສືບຕໍ່ໄປອີກ ເມື່ອພຣະອົງຊົງແກະຕາທີຫົກອອກ ກໍເກີດແຜ່ນດິນໄຫວອັນໃຫຍ່ຫລວງ ດວງອາທິດເກີດມືດດຳເໝືອນຜ້າຂົນສັດ ແລະດວງຈັນກໍກັບກາຍເປັນສີເລືອດ 13.ແລະດວງດາວທັງຫລາຍໃນທ້ອງຟ້າກໍຕົກລົງແຜ່ນດິນ ເໝືອນກັບກົກເດື່ອຖືກລົມໃຫຍ່ພັດ ເຮັດໃຫ້ໝາກຍັງບໍ່ສຸກຂຸຫລົ່ນລົງ 14.ແລະທ້ອງຟ້າກໍສູນຫາຍໄປ ຄ້າຍຄືກັບເຂົາຮຳໜັງສືໄວ້ ພູເຂົາແລະເກາະດອນກໍເຄື່ອນຍ້າຍອອກຈາກທີ່ເດີມ 15.ແລ້ວກະສັດທັງຫລາຍໃນໂລກ ພ້ອມທັງພວກເຈົ້ານາຍ ນາຍຮ້ອຍ ນາຍພັນ ພວກເສດຖີ ແລະພວກມີອິດທິພົນ ແລະໝົດທຸກຄົນ ຈະແມ່ນພວກຂ້ອຍຂ້າຫລືພວກເສລີກໍດີ ທຸກຄົນພາກັນໄປລີ້ຢູ່ໃນຖ້ຳ ຫລືໃນເຫງີບຫີນຕາມພູເຂົາ 16.ພ້ອມກ່າວບອກກັບພູເຂົາ ແລະໂງ່ນຫີນ ວ່າ: “ຈົ່ງພັງລົງມາທັບພວກເຮົາເສຍ ແລະຈົ່ງຊຸກເຊື່ອງພວກເຮົາໃຫ້ໄກຈາກພຣະພັກຂອງພຣະອົງ ຜູ້ຊົງປະທັບຢູ່ເທິງບັນລັງ ແລະໄກຈາກພະພິໂລດຂອງພະຊຸມພານ້ອຍ”. 17.ດ້ວຍວ່າ ວັນໃຫຍ່ຫລວງແຫ່ງພະພິໂລດໄດ້ມາຮອດ ແລະມີໃຜສາມາດທົນຢູ່ໄດ້.”